ໄຟໄໝ້ລໍ້ຍົນ ຂະນະທີ່ຍົນກຳລັງຈະຂຶ້ນ ທີ່ສະໜາມບິນສະຫະລັດ ຕ້ອງອົບພະຍົບຜູ້ໂດຍສານຫຼາຍກວ່າ 170 ຊີວິດ

ສຸດລະທຶກ ເຄື່ອງບິນໂບອິ້ງ 737 MAX ໄຟໄໝ້ລໍ້ຊ່ວງທີ່ເຄື່ອງບິນ ຂະນະທີ່ຍົນກຳລັງຈະຂຶ້ນ ຈາກສະໜາມບິນເດັນເວີ ມຸ່ງໜ້າໄປໄມອາມີ ຕ້ອງລະງັບຂຶ້ນບິນ ແລະ ເລັ່ງອົບພະຍົບຜູ້ໂດຍສານລົງຢ່າງເລັ່ງດ່ວນ ວັນທີ່ 27 ກໍລະກົດ 2025 ເກີດເຫດລະທຶກທີ່ທ່າອາກາດຍານນານາຊາດເດັນເວີ ລັດໂຄໂລຣາໂດ ສະຫະລັດ ຫຼັງເຄື່ອງບິນໂດຍສານຂອງສາຍການບິນ ອະເມຣິກັນແອຣ໌ໄລນ໌ ຖ້ຽວບິນ AA-3023 ຮຸ່ນ ໂບອິ້ງ 737 MAX 8 ຊຶ່ງກຳລັງຈະທະຍານຂຶ້ນບິນໄປຍັງເມືອງໄມອາມີ ຕ້ອງຍົກເລີກການຂຶ້ນບິນຢ່າງກະທັນຫັນ ເນື່ອງຈາກເກີດໄຟລຸກໄໝ້ບໍລິເວນລໍ້ຊຸດລົງຈອດ (Landing Gear) ໂດຍເຄື່ອງບິນຢຸດຊະງັກເທິງຣັນເວ ກຸ່ມຄວັນດຳ ແລະ ເປວໄຟພຸ່ງຈາກບໍລິເວນໃຕ້ລຳຕົວ ກ່ອນທີ່ເຈົ້າໜ້າທີ່ຈະເປີດປະຕູສຸກເສີນ ແລະ ປ່ອຍສະໄລ໌ດໃຫ້ຜູ້ໂດຍສານອົບພະຍົບເລັ່ງດ່ວນ ລາຍງານຂ່າວລະບຸວ່າ ຜູ້ໂດຍສານທັງໝົດ 173 ຄົນຖືກອົບພະຍົບອອກຈາກເຄື່ອງໄດ້ຢ່າງປອດໄພ ໂດຍມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 1 ລາຍຈາກກະບວນການອົບພະຍົບ ຫຼັງເຫດການ ເຈົ້າໜ້າທີ່ສອບສວນເບື້ອງຕົ້ນພົບວ່າໄຟໄໝ້ມີສາເຫດມາຈາກ ຄວາມຂັດຂ້ອງທາງກົນໄກ ເຮັດໃຫ້ຊຸດລໍ້ດ້ານຊ້າຍຮ້ອນຈັດເກີນປົກກະຕິຈົນເກີດການຕິດໄຟໃນລະບົບລໍ້ (wheel […]
ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ

ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 22 ກໍລະກົດ 2025 ເວລາປະມານ 15:30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກທາ, ປະຈໍາຢູ່ຈຸດກວດກາຄົກຫລວງ (ຊາຍແດນລະຫວ່າງເມືອງຫ້ວຍຊາຍ ຫາ ເມືອງປາກທາ) ໄດ້ກວດຄົ້ນລົດບັນທຸກ 6 ລໍ້, ສີຂາວ, ບໍ່ຕິດປ້າຍທະບຽນ ແລ່ນຈາກເມືອງຫ້ວຍຊາຍມຸ້ງໜ້າຈະໄປເມືອງປາກທາ ເຊິ່ງໃນນີ້ ມີຜູ້ຂັບຂີ່ລົດຈໍານວນ 1 ຄົນຄື: ທ້າວ ຕົວວີ, ອາຍຸ 25 ປີ, ອາຊີບ ຄ້າຂາຍ, ສັນຊາດລາວ, ເຊື້ອຊາດ ລາວ, ຊົນເຜົ່າມົ້ງ, ຢູ່ບ້ານຊາຍຈະເລີນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຜ່ານການກວດກາໄດ້ພົບເຫັນລົດມີການດັດແປງສະພາບຢູ່ດ້ານເທິງບ່ອນຫຼັງຄາ, ຈາກນັ້ນທາງເຈົ້າໜ້າທີ່ ຈຶ່ງໄດ້ນຳລົດຄັນດັ່ງກ່າວພ້ອມຜູ້ຂັບຂີ່ ໄປກອງບັນຊາການ ປກສ ເມືອງປາກທາ ແລ້ວປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອສົມທົບກວດກາລົດຄັນດັ່ງກ່າວ. ຜ່ານການກວດກາຂອງເຈົ້າໜ້າທີ່ […]
ເສັ້ນທາງ ແລະ ຂົວຫຼາຍແຫ່ງໃນໄຊສົມບູນຂາດ ເນື່ອງຈາກໄດ້ຮັບຜົນກະທົບຈາກນ້ຳຖ້ວມ ບໍ່ສາມາດນໍາໃຊ້ເຂົ້າໃນການສັນຈອນໄດ້

ໃນລະຫວ່າງ ວັນທີ 22-23 ກໍລະກົດ 2025 ບ້ານຊຽງຄົງ, ບ້ານວັງໄຮ ແລະ ບ້ານທ່າວຽງ ໄຊ ເມືອງທ່າໂທມ, ແຂວງໄຊສົມບູນ ໄດ້ຮັບຜົນກະທົບຈາກພະຍຸໝູນເຂດຮ້ອນວິພາ ແລະ ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ນໍ້າຖ້ວມເຮືອນປະຊາຊົນ ຈໍານວນຫຼາຍຫຼັງ ແລະ ປັດຈຸບັນ ຂົວອູ່ຂ້າມ ເຂດທໍາການຜະລິດຂອງປະຊາຊົນ ລະຫວ່າງບ້ານ ນາຊົງ ກັບ ບ້ານທ່າວຽງໄຊ ຂາດ 2 ແຫ່ງແລ້ວ ແລະ ໄຫຼຖ້ວມເສັ້ນທາງເລກ 1d , ຖ້ວມທົ່ງໄຮ່ທົ່ງນາຂອງປະຊາຊົນ ຈຳນວນໜຶ່ງ ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ນີ້ ລະຫວ່າງເສັ້ນທາງ ບ້ານນໍ້າຍ້ອນ ເມືອງອະນຸວົງ ໄປຫາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ແມ່ນບໍ່ສາມາດນໍາໃຊ້ເຂົ້າໃນການສັນຈອນໄດ້ແລ້ວ ເນື່ອງຈາກວ່າ ຂົວນໍ້າງື່ມ 3 […]
ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມ ຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ເສຍຫາຍຫລາຍກວ່າ 16 ຕື້ກີບ

ນໍ້າຖ້ວມຢູ່ເມືອງເງິນ ເສຍຫາຍຫລາຍກວ່າ 16 ຕື້ກີບ ໃນລະຫວ່າງວັນທີ 18 – 20 ກໍລະກົດ 2025ນີ້. ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນໍາໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ– ເມືອງເງິນ ໄດ້ລົງຕິດຕາມ ຜົນກະທົບເສຍຫາຍຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ແຂວງ ໄຊຍະບູລີ. ໂອກາດດັ່ງກ່າວ ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ. ເລີ່ມແຕ່ໃນຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ເຊິ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນໂດຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ. ດ້ານທີ່ຢູ່ອາໄສ ລວມມູນຄ່າເສຍຫາຍ 2,226,200,000 ກີບ, ດ້ານພື້້ນຖານໂຄງລ່າງ ລວມມູນຄ່າເສຍຫາຍ 5,587,000,000 ກີບ, […]
ເສຍຫາຍຫລາຍກວ່າ 16 ຕື້ກີບ ຈາກນໍ້າຖ້ວມຢູ່ເມືອງເງິນ

ໃນລະຫວ່າງວັນທີ 18 – 20 ກໍລະກົດ 2025ນີ້. ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນໍາໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ- ເມືອງເງິນ ໄດ້ລົງຕິດຕາມ ຜົນກະທົບເສຍຫາຍຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ແຂວງ ໄຊຍະບູລີ. ໂອກາດດັ່ງກ່າວ ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ. ເລີ່ມແຕ່ໃນຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ເຊິ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ດ້ວຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ. ດ້ານທີ່ຢູ່ອາໄສ ລວມມູນຄ່າເສຍຫາຍ 2,226,200,000 ກີບ, ດ້ານພື້້ນຖານໂຄງລ່າງ ລວມມູນຄ່າເສຍຫາຍ 5,587,000,000 ກີບ, ດ້ານກະສິກໍາ ລວມມູນຄ່າເສຍຫາຍ 8,520,810,000 ກີບ, ດ້ານສາທາລະນະສຸກ […]
ແຈ້ງເຕືອນສະພາບໄພພິບັດ ໄພນ້ຳຖ້ວມ ວັນທີ 21 – 22 ກໍລະກົດ 2025

ຕາມການແຈ້ງເຕືອນຈາກ Mekong River Commission (MRC) ໃນຊ່ວງ 12-24 ຊົ່ວໂມງຂ້າງໜ້າ ພົບວ່າພື້ນທີ່ໃນ ສ.ປ.ປ ລາວ ຕໍ່ໄປນີ້ ມີ “ຄວາມສ່ຽງສູງ” ທີ່ຈະເກີດນ້ຳປ່າໄຫຼ ແລະ ສ່ຽງທີ່ຈະເກີດໄພນຳ້ຖ້ວມ: ໃນ 12 ຊົ່ວໂມງຂ້າງໜ້າ- ແຂວງຫຼວງພຣະບາງ: ເມືອງ ວຽງຄຳ ໃນ 24 ຊົ່ວໂມງຂ້າງໜ້າ- ແຂວງອັດຕະປື: ເມືອງ ຊານໄຊ, ແຂວງຫຼວງພຣະບາງ: ເມືອງ ໂພນໄຊ, ເມືອງ ວຽງຄຳ ໃຫ້ປະຊາຊົນໃນພື້ນທີ່ດັ່ງກ່າວ ຕິດຕາມຂ່າວສານຢ່າງໃກ້ຊິດ ແລະ ກຽມການຮັບມື ກັບສະພາບໄພພິບັດໄດ້ທັນທີ ທີ່່ມາ: Mekong River Commission
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້

ໄຟໄໝ້ເວທີຫຼັກ Tomorrowland ເທດສະການດົນຕີລະດັບໂລກໃນເບລຢຽມກ່ອນເປີດງານພຽງບໍ່ເທົ່າໃດມື້ ເຖິງວ່າເສຍຫາຍໜັກແຕ່ຜູ້ຈັດງານຢືນຢັນບໍ່ຍົກເລີກ ເກີດເຫດໄຟໄໝ້ຮຸນແຮງທີ່ເວທີຫຼັກຂອງເທດສະການດົນຕີເອເລັກໂຕຣນິກມີຊື່ສຽງລະດັບໂລກ Tomorrowland ຊຶ່ງຈັດຂຶ້ນທີ່ເມືອງບູມ ປະເທດເບລຢຽມ ກ່ອນວັນເປີດງານພຽງບໍ່ບໍ່ເທົ່າໃດມື້ ເຮັດໃຫ້ເວທີທີ່ຖືເປັນສັນຍາລັກສຳຄັນຂອງເທດສະການໄດ້ຮັບຄວາມເສຍຫາຍຢ່າງໜັກ ສ້າງຄວາມສະເທືອນໃຈແກ່ທີມງານແລະແຟນເພງທົ່ວໂລກທີ່ລໍຖ້າງານນີ້ມາຕະຫຼອດທັງປີ ເຫດໄຟໄໝ້ເກີດຂຶ້ນເມື່ອວັນພຸດ(16/7/2025) ທີ່ຜ່ານມາ ໂດຍມີຄວັນດຳໜາພຸ່ງຂຶ້ນຈາກບໍລິເວນງານ ຂະນະນັ້ນຍັງບໍ່ມີຜູ້ຊົມຢູ່ໃນພື້ນທີ່ ແຕ່ມີພະນັກງານກວ່າ 1,000 ຄົນທີ່ກຳລັງກະກຽມງານ ຊຶ່ງໄດ້ຮັບການອົບພະຍົບຢ່າງປອດໄພ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຜູ້ຈັດງານຢືນຢັນວ່າເຫດການຄັ້ງນີ້ເປັນ “ເຫດການຮ້າຍແຮງ” ແລະຍັງບໍ່ສາມາດລະບຸສາເຫດຂອງໄຟໄໝ້ໄດ້ໃນຂະນະນີ້ ຈາກລາຍງານຂອງນັກຂ່າວສາທາລະນະເບລຢຽມ VRT ລະບຸວ່າ ເວທີຫຼັກຖືກໄຟເຜົາຈົນເກືອບຈະບໍ່ເຫຼືອຊາກ ຂະນະທີ່ຫນ່ວຍດັບໄຟຍັງຄົງພະຍາຍາມຄວບຄຸມສະຖານະການ ແລະ ປະເມີນຄວາມເສຍຫາຍ ໂດຍໃນຊ່ວງເກີດເຫດມີສຽງດອກໄມ້ໄຟດັງຂຶ້ນ ເຮັດໃຫ້ຫຼາຍຄົນໃນພື້ນທີ່ໃກ້ຄຽງຊຶ່ງອາໄສຢູ່ບໍ່ໄກຈາກຈຸດເກີດເຫດ ຮູ້ສຶກຕົກໃຈ ແລະ ບັນຍາຍວ່າ “ເປັນຕາຍ້ານຫຼາຍ” ເພາະເຫັນກຸ່ມຄວັນຂະໜາດໃຫຍ່ລອຍຢູ່ເທິງເຮືອນຂອງຕົນ ເທດສະການ Tomorrowland ຖືເປັນຫນຶ່ງໃນງານດົນຕີເອເລັກໂຕຣນິກທີ່ໃຫຍ່ທີ່ສຸດໃນໂລກ ມີຜູ້ເຂົ້າຮ່ວມງານກວ່າ 400,000 ຄົນຈາກທົ່ວທຸກມຸມໂລກ ໂດຍໃນປີ 2025 ມີກຳນົດຈັດຂຶ້ນຕະຫຼອດທ້າຍອາທິດ […]
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ

ແຫລ່ງຂ່າວຈາກເມືອງປາກແຊງ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 14 ຫາ 15 ກໍລະກົດ 2025 ນີ້ ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ເກີດມີປະລິມານນ້ຳຫ້ວຍເພີ່ມຂຶ້ນຜິດປົກກະຕິ ແລະ ໄຫລຊຸເຂົ້າຖ້ວມເຮືອນຂອງປະຊາຊົນ 5 ຄອບຄົວ, ລວມທັງເນື້ອທີ່ທຳການຜະລິດ ຢູ່ບ້ານສະຄີງ ເມືອງປາກແຊງເສຍຫາຍຫລາຍສົມຄວນ. ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລາຍງານໃຫ້ຮູ້ວ່າ: ຜົນເສຍຫາຍຄັ້ງນີ້, ມີເນື້ອທີ່ນາ, ວັດຖຸມີຄ່າ ແລະ ສັດລ້ຽງຂອງປະຊາຊົນ ຈໍານວນໜຶ່ງ ຖືກນໍ້າຖ້ວມ-ພັດໄຫລໄປກັບນ້ຳ. ນອກນັ້ນ, ເສັ້ນທາງຫລວງຂອງແຂວງເລກທີ່ 2505 ແຕ່ສາມແຍກປາກເຊືອງ ຫາເມືອງປາກແຊງຖືກນ້ຳເຊາະເຈື່ອນເປ່ເພລາຍຈຸດ, ສະເພາະເຂດບ້ານສະຄີງ ເສັ້ນທາງໄດ້ຖືກຕັດຂາດ ເປັນຂຸມເລິກ ເຮັດໃຫ້ການສັນຈອນບໍ່ສາມາດຜ່ານໄດ້ນັບທັງລົດຈັກ ແລະ ລົດໃຫຍ່. ຕໍ່ເຫດການຄັ້ງນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມຜົນເສຍຂອງປະຊາຊົນ ທັງໄດ້ລະດົມກຳລັງທະຫານ-ຕໍາຫລວດ ເຂົ້າຊ່ວຍປະຊາຊົນຢ່າງທັນເຫດການ ເພື່ອກອບກູ້ເອົາວັດຖຸສິ່ງຂອງທີ່ຈຳເປັນ ທັງຍ້າຍອອກໄປເກັບມ້ຽນໄວ້ບ່ອນທີ່ປອດໄພກ່ອນ ແລະ ຊ່ວຍອະນາໄມເຮືອນຂອງປະຊາຊົນ ທີ່ຖືກນ້ຳຖ້ວມ, ອະນາໄມຮ່ອງລະບາຍນ້ຳ ເພື່ອລະບາຍນ້ຳອອກຈາກປາກທໍ່. […]
ເກີດເຫດຄາຕະກຳຢູ່ເມືອງແປກ ເສຍຊີວິດ 4 ຄົນ ຜູ້ກໍ່ເຫດຂ້າຕົວເອງຕາຍຕາມ

ເກີດເຫດຄາຕະກຳຢູ່ເມືອງແປກ ເສຍຊີວິດ 4 ຄົນ ຜູ້ກໍ່ເຫດຂ້າຕົວເອງຕາຍຕາມ ໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ່ 15/7/2025ນີ້ຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ ໄດ້ເກີດເຫດລູກເຂີຍໃຊ້ອາວຸດເສິກຄາດຕະກຳພໍ່ຕາ ແລະ ແມ່ນາຍເຮັດໃຫ້ເກີດການຜິດພາດໄປຖືກລູກສາວ ອາຍຸ ປະມານ 7 ປີ ແລະ ແມ່ຕູ້. ຈາກເຫດດັ່ງກ່າວເຮັດໃຫ້ມີຜູ້ຊີວິດເບື້ອງຕົ້ນ 3 ຄົນຄືພໍ່ຕາ, ແມ່ນາຍ ແລະລູກສາວ,ບາດເຈັບສາຫັດ 1 ຄົນຄືແມ່ຕູ້ ຈາກນັ້ນຜູ້ກ່ຽວໄດ້ເຂົ້າໄປໃນປ່າ ແລະ ຂ້າໂຕເອງຕາມ ເຮັດໃຫ້ເຫດດັ່ງກ່າວມີຜູ້ເສຍຊີວິດທັງໝົດ 4 ຄົນ. ສ່ວນສາເຫດ ແລະ ແຮງຈູງໃຈແມ່ນຍັງຢູ່ໃນຂັ້ນຕອນການສອບສວນຂອງເຈົ້າໜ້າທີ່. ທີ່ມາ: ຄວາມສະຫງົບ Lao Security News
ໝູ່ເກາະໂທກາລະຂອງຍີ່ປຸ່ນ ເກີດແຜ່ນດິນໄຫວ 2,046 ຄັ້ງ ໃນ 24 ມື້

เຈົ້າໜ້າທີ່ອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ຈຳນວນແຜ່ນດິນໄຫວທີ່ມະນຸດສາມາດສຳຜັດໄດ້ໂດຍອ້ອມໝູ່ເກາະໂທຄາລະ ທາງຕະວັນຕົກສຽງໃຕ້ຂອງປະເທດ ສູງກວ່າ 2,000 ຄັ້ງແລ້ວ ເຈົ້າໜ້າທີ່ຍັງຮຍກຮ້ອງໄຫ້ໃຫ້ປະຊາຊົນເຝົ້າລະວັງແຜ່ນດິນໄຫວທີ່ອາດເກີດຂຶ້ນອີກ ຊຶ່ງອາດວັດຄວາມຮຸນແຮງໄດ້ຕ່ຳກວ່າ 6 ຕາມມາດຕະວັດຄວາມຮຸນແຮງແຜ່ນດິນໄຫວຂອງຍີ່ປຸ່ນຕັ້ງແຕ່ 0 ເຖິງ 7 ກິດຈະກຳແຜ່ນດິນໄຫວທະວີຄວາມຮຸນແຮງຂຶ້ນເມື່ອວັນທີ່ 21 ມິຖຸນາ ອ້ອມເກາະອະຄຸເຊກິຈິມະ ແລະ ໂຄດາຄາລະຈິມະ ຊຶ່ງເປັນສ່ວນໜຶ່ງຂອງໝູ່ບ້ານໂທຊິມະ ໃນແຂວງຄາໂກຊິມະ ເກີດແຜ່ນດິນໄຫວຮຸນແຮງລະດັບ 6 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 3 ກໍລະກົດ ຕາມມາດ້ວຍແຜ່ນດິນໄຫວອີກສອງຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 6 ກໍລະກົດ ແລະ ເກີດແຜ່ນດິນໄຫວອີກຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 7 ກໍລະກົດ ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ພົບແຜ່ນດິນໄຫວທີ່ມີຄວາມຮຸນແຮງລະດັບ 1 ຂຶ້ນໄປໃນທະເລນອກໝູ່ເກາະໂທຄາລະ ລວມ 2,046 ຄັ້ງ ຢູ່ເວລາ 04.00 ນ. ຕາມເວລາທ້ອງຖິ່ນຂອງວັນອັງຄານ […]