ເຫດໄຟໄໝ້ວັດບ້ານທວຍໃຫ່ຍ ແຂວງບໍລິຄຳໄຊ ເສຍຫາຍ 1 ຕື້ກີບ

ເຫດໄຟໄໝ້ວັດບ້ານທວຍໃຫ່ຍ ເສຍຫາຍ 1 ຕື້ກີບ. ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄຳໄຊ, ໃຫ້ຮູ້ວ່າ: ໃນເວລາ 22:00 ນາທີ, ຂອງວັນທີ 09 ກໍລະກົດ 2025 ໄດ້ເກີດເຫດ ໄຟໄໝ້ວັດ ຢູ່ບ້ານທວຍໃຫ່ຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ເຈົ້າໜ້າທີ່ໄດ້ນໍາໃຊ້ ລົດມອດໄຟ ແລະ ກຳລັງເຈົ້າໜ້າທີ່ມອດໄຟ ເຂົ້າມອດໄຟໂດຍໃຊ້ເວລາ ດັບມອດໄຟ 2 ຊົ່ວໂມງກວ່າ ຈຶ່ງສາມາດຄວບຄຸມ ແລະ ດັບມອດໄຟໄວ້ໄດ້. ຜົນເສຍຫາຍຈາກເຫດໄຟໄໝ້ໃນຄັ້ງນີີ້ ມີກຸດຕິຖືກໄຟໄໝ້ຈຳນວນ 01 ຫຼັງ ເຊີ່ງເປັນກຸດຕິ 02 ຊັ້ນ ຂະໜາດ 12 ແມັດx12 ແມັດ ມູນຄ່າ ປະມານ 500.000.000 ກີບ, […]
ຊາຍໜຸ່ມອີຕາລີແລ່ນເຂົ້າຫາເຄື່ອງບິນ ຖືກດູດເຂົ້າໄປໃນເຄື່ອງຍົນເສຍຊີວິດ

ສື່ທ້ອງຖິ່ນຂອງອິຕາລີລາຍງານວ່າ ຜູ້ຊາຍທີ່ຖືກດູດເຂົ້າໄປໃນເຄື່ອງຍົນ ບໍ່ໄດ້ເປັນທັງເຈົ້າໜ້າທີ່ຂອງສະໜາມບິນ ແລະ ກໍ່ບໍ່ໄດ້ເປັນຜູ້ໂດຍສານ ແຕ່ເປັນບຸກຄົນປິດສະໜາທີ່ຢູ່ໆກໍ່ແລ່ນເຂົ້າໄປໃນຣັນເວຂອງສະໜາມບິນ ແລະ ແລ່ນເຂົ້າໄປຫາເຄື່ອງບິນລຳໜຶ່ງທີ່ຕິດເຄື່ອງຍົນແລ້ວ ແລະ ກຳລັງຢູ່ລະຫວ່າງການຂຶ້ນບິນອອກຈາກສະໜາມບິນ ຊຶ່ງເຖິງແມ່ນວ່າຕຳຫຼວດສະໜາມບິນຈະພະຍາຍາມແລ່ນນຳລາວເພື່ອຈັບຕົວ ແຕ່ກໍ່ຈັບບໍ່ທັນ ຈົນຊາຍຄົນດັ່ງກ່າວແລ່ນເຂົ້າໃກ້ເຄື່ອງບິນຫຼາຍເກີນໄປ ຈຶ່ງຖືກເຄື່ອງຍົນທີ່ປີກຂອງເຄື່ອງບິນ ດູດເຂົ້າໄປຈົນເສຍຊີວິດ ເຫດການທີ່ເກີດຂຶ້ນ ເຮັດໃຫ້ສະໜາມບິນຕ້ອງປິດການເຮັດວຽກຕັ້ງແຕ່ເວລາ 10:20 ນ. ຈົນເຖິງ 12:00 ນ. ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຖ້ຽວບິນຊ້າ ແລະ ຜູ້ໂດຍສານຈຳນວນໜຶ່ງຕ້ອງຕິດຄ້າງທີ່ສະໜາມບິນ ກ່ອນທີ່ສະໜາມບິນຈະກັບມາເຮັດວຽກຕາມປົກກະຕິ ຊຶ່ງທາງເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນກຳລັງສອບສວນເຫດການທີ່ເກີດຂຶ້ນ ວ່າຜູ້ເສຍຊີວິດມີຄວາມກ່ຽວຂ້ອງກັບສະໜາມບິນຫຼືສາຍການບິນໃດໆ ຫຼືບໍ່ ນີ້ເປັນເຫດການທີ່ມີການວາງແຜນລ່ວງໜ້າມາກ່ອນຫຼືບໍ່ ຈະເປັນການຕັ້ງໃຈຂ້າຕົວຕາຍ ໂດຍທາງຕຳຫຼວດກຳລັງລວບລວມຂໍ້ມູນແລະສອບຖາມໄປຫາຄອບຄົວແລະຄົນໃກ້ຊິດຂອງຜູ້ເສຍຊີວິດ
ປະຊາຊົນ ບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ໃນວັນທີ 6 ກໍລະກົດຜ່ານມານີ້, ຄະນະຮັບຜິດຊອບກຸ່ມກອກຫວານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ລົງກວດກາຕົວຈິງ ຜົນກະທົບໄພພິບັດນ້ຳຖ້ວມ ຢູ່ບ້ານນາດອນຄູນ ທີ່ຖືກກະທົບຈາກໄພນ້ຳຖ້ວມ ນຳໂດຍ ທ່ານ ພັນໂທ ບຸນຄົງ ອຳພອນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງພະບາງ ຮອງຫົວໜ້າກຸ່ມພັດທະນາກອກຫວານ. ບ້ານ ນາດອນຄູນ ຕັ້ງຢູ່ຫ່າງຈາກເທສະບານນະຄອນ 24 ກິໂລແມັດ, ປະກອບມີ 42 ຫຼັງຄາເຮືອນ, ມີ 40 ຄອບຄົວ, ມີ214 ຄົນຍິງ 94 ຄົນ, ການປະກອບອາຊີບສ່ວນໃຫຍ່ຂອງປະຊາຊົນ ແມ່ນທໍາການຜະລິດກະສິກຳເຊັ່ນ: ເຮັດນາ, ລ້ຽງສັດ, ບໍລິການຄ້າຂາຍ ແລະກຳມະກອນ ເປັນອາຊີບຕົ້ນຕໍ. ໃນຄ່ຳຄືນຂອງວັນທີ 5 ກໍລະກົດ ຜ່ານມາເກີດມີຝົນຕົກໜັກ ເຮັດໃຫ້ນ້ຳຫ້ວຍງູນ ແລະນ້ຳຫ້ວຍພູໝາກຫີນ ເກີດມີນ້ຳນອງໄຫຼຊຸກະທັນຫັນ ເຂົ້າຖ້ວມເຮືອນຂອງປະຊາຊົນພາຍໃນບ້ານຈຳນວນໜຶ່ງ ແລະຖ້ວມທົ່ງນາ. ຜ່ານການລົງກວດກາຕົວຈິງເຫັນວ່າ ເຮືອນຂອງປະຊາຊົນ ຖືກນ້ຳຖ້ວມ […]
ນ້ຳຖ້ວມເນປານ ເສຍຊີວິດແລ້ວ 8 ຄົນ ສູນຫາຍອີກ 31 ຄົນ ນ້ຳຊັດເອົາຂົວເຊື່ອມຈີນຂາດ

ເກີດເຫດນ້ຳຖ້ວມຮຸນແຮງບໍລິເວນຊາຍແດນເນປານກັບຈີນ ກະແສນ້ຳພັດພາເຮືອນບ້ານໄປຫລາຍຫລັງ ແລະ ເຮັດໃຫ້ຫນຶ່ງໃນຂົວເຊື່ອມລະຫວ່າງ 2 ປະເທດຂາດ ພົບຜູ້ເສຍຊີວິດແລ້ວ 8 ຄົນສູນຫາຍອີກ 31 ຄົນ ສຳນັກຂ່າວຕ່າງປະເທດລາຍງານເມື່ອ 8 ກໍລະກົດ 2025 ວ່າ ຝົນທີ່ຕົກລົງມາຢ່າງໜັກເຮັດໃຫ້ເກີດນ້ຳຖ້ວມບ້ານຕ່າງໆ ບໍລິເວນພູເຂົາຮິມາໄລ ລະຫວ່າງປະເທດເນປານກັບຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 8 ຄົນສູນຫາຍອີກ 31 ຄົນ ໂດຍມວນນ້ຳມະຫາສານຊັດເອົາຂົວຂ້າມແມ່ນ້ຳໂພເຕໂກຊີ (Bhotekoshi) ທີ່ເຊື່ອມລະຫວ່າງເນປານກັບຈີນຈົນຂາດ ກະແສນ້ຳຍັງພັດພາເຮືອນຫລາຍຫລັງ ກັບລົດບັນທຸກອີກຫລາຍຄັນທີ່ຈອດລໍຖ້າການກວດກາທາງພາສີອາກອນບໍລິເວນດ່ານຊາຍແດນ ລົດໄຟຟ້າຫລາຍຮ້ອຍຄັນທີ່ນຳເຂົ້າຈາກຈີນກໍຈອດຢູ່ບໍລິເວນດ່ານຊາຍແດນດັ່ງກ່າວດ້ວຍ ຕອນນີ້ປະເທດໃນເອເຊຍໃຕ້ກຳລັງພົບກັບເຫດນ້ຳຖ້ວມ ແລະ ດິນຖະຫຼົ່ມຫລາຍຈຸດ ເນື່ອງຈາກຢູ່ໃນລະດູມໍລະສຸມຊ່ວງເດືອນມິຖຸນາ-ກັນຍາ ໂຄສົກຕຳຫຼວດເນປານບອກກັບສຳນັກຂ່າວ ເອເອຟພີ ວ່າ ເຈົ້າໜ້າທີ່ກຳລັງມຸ່ງໝັ້ນໃນການປະຕິບັດການຄົ້ນຫາແລະຊ່ວຍເຫຼືອ ໂດຍຈົນເຖິງຕອນນີ້ພວກເຂົາຊ່ວຍເຫຼືອຜູ້ປະສົບໄພໄດ້ແລ້ວ 57 ຄົນ ດ້ານສະຖານີໂທລະທັດ ຊີຊີທີວີ (CCTV) ຂອງຈີນ ລາຍງານວ່າ ເກີດຫາຍະນະດິນຖະຫຼົ່ມບໍລິເວນຊາຍແດນເມື່ອຕອນເຊົ້າມືດວັນອັງຄານ ເຮັດໃຫ້ມີຜູ້ສູນຫາຍ 11 […]
ອິສຣາແອລໂຈມຕີທົ່ວກາຊາ ຍຶດພື້ນທີ່ໄດ້ກວ່າ 80% ຍອດຜູ້ເສຍຊີວິດໃນກາຊາເປັນຢ່າງຫນ້ອຍ 57,418 ຄົນ

ກະຊວງສາທາລະນະສຸກຂອງຮາມາສທີ່ດູແລເຂດກາຊາເປີດເຜີຍວ່າ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ມີຜູ້ເສຍຊີວິດຈາກການໂຈມຕີຂອງອິສຣາແອລໃນເຂດກາຊາເພີ່ມຂຶ້ນຢ່າງຫນ້ອຍ 80 ຄົນ ບາດເຈັບອີກ 304 ຄົນ ແລະ ອີກຈຳນວນຫຼາຍອາດຕິດຢູ່ພາຍໃຕ້ຊາກອາຄານເຮືອນທີ່ພັງຖະລົ່ມ ເພີ່ມຍອດຜູ້ເສຍຊີວິດໃນກາຊາເປັນຢ່າງຫນ້ອຍ 57,418 ຄົນ ບາດເຈັບ 136,261 ຄົນ ດ້ານກອງທັບອິສຣາແອລເປີດເຜີຍວ່າ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ໄດ້ດຳເນີນການໂຈມຕີເປົ້າໝາຍຕ່າງໆ ທົ່ວເຂດກາຊາກວ່າ 130 ແຫ່ງ ສ່ວນໃຫຍ່ເປັນສູນບັນຊາການ ແລະ ໂຄງສ້າງພື້ນຖານຂອງກຸ່ມຮາມາສ ສາງອາວຸດ ແທ່ນຍິງລູກຈະຫຼວດ ລວມທັງສັງຫານກຸ່ມຕິດອາວຸດໄດ້ຈຳນວນຫຼາຍໃນເມືອງກາຊາຊິຕີ້ ແລະ ຈາບາເລຍ ນອກຈາກນີ້ ກອງທັບອິສຣາແອລຍັງໄດ້ປະກາດໃຫ້ຊາວປາເລັສຕາຍໃນເມືອງຂານ ຢູນິສ ທາງພາກໃຕ້ຂອງກາຊາ ເກັບເຄື່ອງອົບພະຍົບອອກຈາກພື້ນທີ່ຕັ້ງແຕ່ຊ່ວງແລງວັນອາທິດທີ່ຜ່ານມາ ເພື່ອກະກຽມກ້າວໄປດຳເນີນການທາງທະຫານຢ່າງໜັກໜ່ວງຮອບໃໝ່ໃນພື້ນທີ່ດັ່ງກ່າວ ໃນຂະນະທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພລະດັບສູງຂອງກຸ່ມຮາມາສເປີດເຜີຍກັບສຳນັກຂ່າວບີບີຊີວ່າ ຜົນຈາກການໂຈມຕີທາງອາກາດຂອງອິສຣາແອລ ສົ່ງຜົນໃຫ້ກຸ່ມຕິດອາວຸດໃນປາເລັສຕາຍ ສູນເສຍການຄວບຄຸມພື້ນທີ່ໃນເຂດກາຊາໄປແລ້ວກວ່າຮ້ອຍລະ 80 ນອກຈາກນີ້ຍັງເຮັດໃຫ້ລະບົບການບັງຄັບບັນຊາແລະການຄວບຄຸມຂອງກຸ່ມຮາມາສລົ້ມລະລາຍ ໃນເວລານີ້ໂຄງສ້າງດ້ານຄວາມໝັ້ນຄົງຂອງກຸ່ມຮາມາສເກືອບບໍ່ເຫຼືອຫຍັງອີກແລ້ວ ແລະ ຜູ້ນຳແລະເຈົ້າໜ້າທີ່ລະດັບຜູ້ບັນຊາການຂອງກຸ່ມທັງໝົດກໍຖືກສັງຫານໄປດ້ວຍ […]
ລົດໃຫຍ່ ຕໍາເອົາລົດຈັກຈອດຢູ່ແຄມທາງ(ຄົນຂັບເປັນຄົນຈີນ) 2 ຄັນ ມີຜູ້ເສຍຊີວິດ 1 ຄົນ ບາດເຈັບ 3 ຄົນ

ຕາມການບອກເລົ່າຜູ້ເຫັນເຫດການ ເວລາປະມານ 10:30 ທີ 8 ກໍລະກົດ 2025 ໄດ້ເກີດອຸບັດຕິເຫດ ລົດໃຫຍ່ ຄົນຂັບເປັນຄົນຈີນ ໄດ້ຕໍາເອົາລົດຈັກ ທີ່ຈອດຢູ່ແຄມທາງ ຢູ່ເຂດປໍ້ານໍ້າມັນນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເພດຍິງ ແລະ ໄດ້ຮັບບາດເຈັບ 3 ຄົນ. ຜູ້ເສຍຊິວີດ ຊື່ ນາງປ້ອງ ຢູ່ບ້ານ ດອນໄຊ ເມື່ອງໄຊ ແຂວງອຸດົມໄຊ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ທີ່ມາ:ຄວາມສະຫງົບ Lao Security News; Creamm Wang
ຍອດຜູ້ເສຍຊີວິດເຫດການນ້ຳຖ້ວມລັດເທັກຊັສ ສູງເຖິງ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ

ຜູ້ເສຍຊີວິດຈາກເຫດນ້ຳຖ້ວມກະທັນຫັນໃນລັດເທັກຊັສຂອງສະຫະລັດ ເພີ່ມຂຶ້ນເປັນຫຼາຍກວ່າ 100 ຄົນແລ້ວ ທ່າມກາງຄວາມຫວັງພົບຜູ້ລອດຊີວິດທີ່ນ້ອຍລົງ ຍອດຜູ້ເສຍຊີວິດຈາກອຸທົກກະໄພກະໃນລັດເທັກຊັສຂອງສະຫະລັດ ຕັ້ງແຕ່ເມື່ອວັນທີ່ 4 ກໍລະກົດ ທີ່ຜ່ານມາ ສູງຂຶ້ນເປັນກວ່າ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ ທີມຄົ້ນຫາ ແລະ ກູ້ໄພກຳລັງລຸຍຜ່ານຂອບຝັ່ງແມ່ນ້ຳທີ່ເຕັມໄປດ້ວຍກອງຂີ້ຕົມທັບ ຂະນະທີ່ຝົນ ແລະ ພາຍຸຝົນຟ້າຄະນອງຍັງຄົງເກີດຂຶ້ນ ແຕ່ຄວາມຫວັງທີ່ຈະພົບຜູ້ລອດຊີວິດເພີ່ມເຕີມໜ້ອຍລົງ “ຄ່າຍມິສຕິກແຄມປ໌” ຄ່າຍລະດູຮ້ອນສຳລັບເດັກຍິງຄຣິສຕຽນຢືນຢັນວ່າ ມີເດັກຍິງແລະເຈົ້າໜ້າທີ່ຢ່າງໜ້ອຍ 27 ຄົນລວມຢູ່ໃນກຸ່ມຜູ້ເສຍຊີວິດ ສ່ວນເດັກຍິງອີກ 10 ຄົນ ແລະ ທີ່ປຶກສາຄ່າຍຍັງຄົງສູນຫາຍ ໃນບັນດາຜູ້ເສຍຊີວິດ ສາມາດຢືນຢັນຕົວຕົນໄດ້ແລ້ວ 84 ຄົນ ເປັນຜູ້ໃຫຍ່ 56 ຄົນ ແລະ ເດັກ 28 ຄົນ ແຕ່ຍັງບໍ່ມີການລະບຸຕົວຕົນຂອງຜູ້ໃຫຍ່ 22 ຄົນ ແລະ ເດັກ 10 ຄົນໄດ້ […]
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ

ກອງກຳລັງປ້ອງກັນຕົນເອງອິສຣາເອນ (IDF) ຫຼື ກອງທັບອິສຣາເອນ ອອກມາລະບຸວ່າ ໂຈມຕີໃສ່ກຸ່ມກະບົດຮູຕີໃນດິນແດນເຢເມນ ເມື່ອກາງເດິກທີ່ຜ່ານມາຈົນເຖິງຊ່ວງເຊົ້າມື້ນີ້ (7 ກໍລະກົດ) ຕາມເວລາທ້ອງຖິ່ນ ໂດຍນັບເປັນການໂຈມຕີໃສ່ກຸ່ມກະບົດຮູຕີ ເປັນຄັ້ງທຳອິດຂອງອິສຣາເອນ ນັບຕັ້ງແຕ່ທີ່ບັນລຸຂໍ້ຕົກລົງຢຸດຍິງກັບອີຣ່ານ ກອງທັບອິສຣາເອນ ລະບຸວ່າ ກ່ອນຫນ້ານີ້ ຮູຕີຍິງຂີປະນາວຸດໃສ່ດິນແດນອິສຣາເອນ ຢ່າງຫນ້ອຍ 3 ລູກ ນັບຕັ້ງແຕ່ທີ່ອິສຣາເອນຢຸດຍິງກັບອີຣ່ານ ໂດຍໜຶ່ງໃນນັ້ນຖືກຍິງສະກັດເອົາໄວ້ໄດ້ເມື່ອວັນເສົາ (5 ກໍລະກົດ) ທີ່ຜ່ານມາ ສ່ວນເປົ້າຫມາຍການໂຈມຕີຂອງກອງທັບອິສຣາເອນ ຄື ເມືອງສຳຄັນໃນເຢເມນ ແລະ ໂຮງງານໄຟຟ້າທີ່ຢູ່ໃກ້ກັບທະເລແດງ ລວມເຖິງເຮືອບັນທຸກສິນຄ້າ “ແກແລັກຊີ່ ລີດເດີ” ທີ່ຖືກກຸ່ມກະບົດຮູຕີ ຍຶດເອົາໄວ້ຕັ້ງແຕ່ເມື່ອເດືອນພະຈິກ ປີ 2023 ໂດຍອິສຣາເອນໃຫ້ເຫດຜົນໃນການໂຈມຕີວ່າ ຮູຕີ ໃຊ້ປະໂຫຍດຈາກການຕິດຕັ້ງລະບົບເຣດາເອົາໄວ້ເທິງເຮືອລຳດັ່ງກ່າວ ເພື່ອຕິດຕາມເສັ້ນທາງເດີນເຮືອນາໆຊາດ ຊຶ່ງຈະຊ່ວຍໃຫ້ງ່າຍໃນປະຕິບັດການກໍ່ການຮ້າຍ ອິສຣາເອນ ແຄັດຊ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາເອນ ລະບຸວ່າ ປະຕິບັດການໂຈມຕີກຸ່ມກະບົດຮູຕີໃນເຢເມນຄັ້ງນີ້ ຢູ່ພາຍໃຕ້ປະຕິບັດການໃໝ່ທີ່ມີຊື່ວ່າ “ແບລັກ ແຟລັກ” ຫຼື […]
ພາຍຸ “ດານັສ” ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ

ທີ່ໄຕ້ຫວັນ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບກວ່າ 300 ຄົນ ຈາກເຫດພາຍຸ “ດານັສ” ຖະລົ່ມເມື່ອວັນທີ່ 6-7 ກໍລະກົດ ວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນໃນໄຕ້ຫວັນບໍ່ມີໄຟຟ້າໃຊ້ ຫຼັງຈາກພາຍຸໄຕ້ຝຸ່ນ “ດານັສ” ພັດຖະລົ່ມຕາຝັ່ງທາງຕາເວັນຕົກສຽງໃຕ້ຂອງເກາະ ລວມທັງຄ່າຊີວິດຜູ້ຄົນໄປຢ່າງໜ້ອຍ 2 ຄົນ ແລະ ມີຜູ້ບາດເຈັບອີກ ຫຼາຍກວ່າ 300 ຄົນ ສຳນັກງານອຸຕຸນິຍົມວິທະຍາກາງຂອງໄຕ້ຫວັນລາຍງານວ່າ ພາຍຸໄຕ້ຝຸ່ນດານັສພັດຂຶ້ນຝັ່ງໃນເຂດເຈຍອີ້ມື້ຄືນວັນທີ່ 6 ກໍລະກົດ ດ້ວຍຄວາມຮຸນແຮງທຽບເທົ່າເຮີລິເຄນລະດັບ 1 ພາຍຸນີ້ເຄື່ອນຕົວອອກຈາກຕາຝັ່ງໃນຊ່ວງເຊົ້າຂອງວັນທີ່ 7 ກໍລະກົດ ວັນຈັນ ແລະ ກຳລັງເຂົ້າໃກ້ຈີນແຜ່ນດິນໃຫຍ່ໂດຍອ່ອນກຳລັງລົງເປັນພາຍຸໂຊນຮ້ອນ ຄວາມເສຍຫາຍໃນໄຕ້ຫວັນຈາກພາຍຸດານັສ ຕາມລາຍງານ ໃນຊ່ວງບ່າຍວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນທົ່ວເກາະບໍ່ມີໄຟຟ້າໃຊ້ ໂຮງຮຽນ […]
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ

ເຈົ້າໜ້າທີ່ກູ້ໄພໃນລັດເທັກຊັສກຳລັງເຮັດວຽກແຂ່ງກັບເວລາ ເພື່ອຕາມຫາຜູ້ສູນຫາຍຫຼາຍສິບຄົນ ໃນເຫດການນ້ຳຖ້ວມກະທັນຫັນທີ່ເກີດຂຶ້ນຫຼາຍຈຸດໃນພາກກາງຂອງລັດເທັກຊັສ ລວມທັງເດັກນ້ອຍຈາກຄ່າຍລະດູຮ້ອນທີ່ຖືກກະແສນ້ຳພັດພາໄປ ໃນຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 78 ຄົນ ແລະ ສູນຫາຍ 41 ຄົນ ເຫດການນ້ຳຖ້ວມກະທັນຫັນເລີ່ມຂຶ້ນໃນຊ່ວງເຊົ້າວັນສຸກທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໃນຈຸດທີ່ຫ່າງຈາກເມືອງຊານອັນໂຕນິໂອໄປທາງຕາເວັນຕົກສຽງເໜືອ 65 ໄມລ໌ ຫຼັງຈາກຝົນຕົກໜັກຈົນເຮັດໃຫ້ນ້ຳໃນແມ່ນ້ຳກົວດາລູເປ (Guadalupe) ລົ້ນ ໜຶ່ງໃນສະຖານທີ່ທີ່ໄດ້ຮັບຜົນກະທົບແມ່ນ “ແຄມປ໌ ມິສຕິກ” (Camp Mystic) ຄ່າຍລະດູຮ້ອນສຳລັບເດັກຍິງ ທີ່ຕັ້ງຢູ່ໃກ້ກັບແມ່ນ້ຳກົວດາລູເປ ໂດຍກະແສນ້ຳເພີ່ມສູງຂຶ້ນເຖິງ 8 ແມັດ ພາຍໃນເວລາ 45 ນາທີ ແລະ ພັດພາເດັກນ້ອຍໄປຈຳນວນໜຶ່ງ ດ້ານທ່ານ ແດນ ແພທິຣິກ ຮອງຜູ້ວ່າການລັດເທັກຊັສແຈງວ່າ ອາດເກີດນ້ຳຖ້ວມເພີ່ມອີກ ໂດຍສຳນັກງານບໍລິການສະພາບອາກາດແຫ່ງຊາດ (NWS) ເຕືອນວ່າ ພາຍຸຝົນຟ້າຄະນອງເຄື່ອນຕົວຊ້າ ອາດເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນພາກກາງຂອງເທັກຊັສເພີ່ມເຕີມ // ສ່ວນທ່ານ ເກຣັກ ແອບບ໌ອັດ ຜູ້ວ່າການລັດເທັກຊັສໃຫ້ຄຳໝັ້ນວ່າ ພວກເຂົາຈະບໍ່ຢຸດຊອກຫາຈົນກວ່າຈະພົບເດັກທີ່ຫາຍໄປຄົບທຸກຄົນ […]