ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ

ຈີນກໍາລັງເຮັດການຜະລິດພະລັງງານລົມນອກຊາຍຝັ່ງຢ່າງຕໍ່ເນື່ອງ ໂດຍຫວັງວ່າຈະພ້ອມໃຊ້ໄດ້ພາຍໃນປີ 2030. ແມ້ວ່າຄ່າໃຊ້ຈ່າຍໃນການຜະລິດຈະສູງ ແຕ່ຈີນຍັງມີຄວາມຕັ້ງໃຈສ້າງຕໍ່ໄປ ໂດຍໄດ້ຮັບການສົ່ງເສີມຈາກຄວາມພະຍາຍາມຂອງປັກກິ່ງໃນການຜັກດັນພະລັງງານໝຸນວຽນ ຈີນຜະລິດກັງຫັນລົມເອງ ເພື່ອຫຼຸດການນໍາເຂົ້າຈາກຕ່າງປະເທດ. ບໍລິສັດ Dongfang Electric ໄດ້ຕິດຕັ້ງກັງຫັນລົມຂະໜາດ 26 ແມກະວັດ ເຊິ່ງເຖິງວ່າແມ່ນກັງຫັນລົມທີ່ໃຫຍ່ທີ່ສຸດ ແລະມີພະລັງງານສູງທີ່ສຸດໃນໂລກ ທີ່ໂຮງງານທົດສອບໃນມົນທົນຊານຕົງໃນເດືອນສິງຫາທີ່ຜ່ານມາ. ກັງຫັນລົມມີຄວາມສູງ 300 ແມັດ ແລະມີແຜນຈະນໍາໄປໃຊ້ງານນອກຊາຍຝັ່ງຫຼັງຈາກກວດສອບຄວາມມີປະສິດທິພາບ ແລະຄວາມທົນທານໃນການຜະລິດແລ້ວ. ກັງຫັນລົມໜຶ່ງຕົວສາມາດຜະລິດໄຟຟ້າໄດ້ 100 ລ້ານກິໂລວັດ-ຊົ່ວໂມງຕໍ່ປີ. ພຽງພໍຕໍ່ຄວາມຕ້ອງການຂອງປະມານ 55,000 ຄົວເຮືອນ. ຂະແໜງຜະລິດອື່ນໆຂອງຈີນກໍກໍາລັງວາງແຜນພັດທະນາກັງຫັນລົມເຊັ່ນກັນ. ຈີນກໍາລັງເລີ່ມແຊງໜ້າຜູ້ຜະລິດຈາກຕາເວັນຕົກທີ່ເຄີຍເປັນຜູ້ນໍາດ້ານເທັກໂນໂລຢີ ໂດຍສາມາດຜະລິດໄຟຟ້າຈາກພະລັງງານລົມນອກຊາຍຝັ່ງໄດ້ຮວມກັນ 50% ຕາມດ້ວຍສະຫະລາຊະອານາຈັກ 19% ແລະເຢຍລະມັນ 11% ຕາມຂໍ້ມູນຈາກສະພາພະລັງງານລົມໂລກ. ປະທານາທິບໍດີ ສີ ຈິ້ນຜິງ ໄດ້ຕັ້ງເປົ້າໝາຍໃຫ້ການປ່ອຍກ໊າດຄາບອນໄດອອກຊາຍຂອງຈີນຫຼຸດລົງ ແລະເພີ່ມອຸດສາຫະກຳພະລັງງານໝຸນວຽນໃນອະນາຄົດ. ທີ່ມາ: kr-asia
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ

ກອງທັບເກົາຫຼີໃຕ້ໄດ້ເຜີຍແຜ່ວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດທີ່ບໍ່ຮູ້ຊະນິດຢ່າງນ້ອຍ 1 ລູກ ລົງສູ່ທະເລຕາເວັນອອກ ຫຼືທີ່ຮູ້ຈັກກັນໃນຊື່ “ທະເລຍີ່ປຸ່ນ” ໃນມື້ນີ້ (7 ພະຈິກ) ໃນເວລາປະມານ 1 ອາທິດ ຫຼັງຈາກປະທານາທິບໍດີໂດນັນ ທຣັມປ໌ ຂອງສະຫະລັດ ໄດ້ອະນຸມັດແຜນການຂອງເກົາຫຼີໃຕ້ໃນການສ້າງເຮືອດໍຳນ້ຳທີ່ໃຊ້ພະລັງງານນິວເຄຍ. ນັກວິເຄາະໄດ້ລະບຸວ່າ ແຜນການຂອງເກົາຫຼີໃຕ້ໃນການສ້າງເຮືອດໍຳນ້ຳທີ່ໃຊ້ພະລັງງານນິວເຄຍ ມີແນວໂນ້ມທີ່ຈະໄດ້ຮັບການຕອບສະໜອງຢ່າງຮຸນແຮງຈາກເກົາຫຼີເໜືອ. ຄະນະເສນາທິການຮ່ວມຂອງເກາຫຼີໃຕ້ໄດ້ແຖງວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດທີ່ບໍ່ຮູ້ຊະນິດໄປສູ່ທະເລຕາເວັນອອກ ຫຼືທະເລຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີຊານາເອະ ທາຄາອິຈິ ຂອງຍີ່ປຸ່ນ ກ່າວວ່າ ຂີປະນາວຸດດັ່ງກ່າວຕົກໃນທະເລນອກເຂດເສດຖະກິດຈຳພາະຂອງຍີ່ປຸ່ນ ໂດຍບໍ່ມີລາຍງານຄວາມເສຍຫາຍ ຫຼືຜູ້ໄດ້ຮັບບາດເຈັບ. ເກົາຫຼີເໜືອໄດ້ເພີ່ມການທົດສອບຂີປະນາວຸດຢ່າງມີນັຍສຳຄັນໃນຊ່ວງບໍ່ກີ່ປີທີ່ຜ່ານມາ ນັກວິເຄາະກ່າວວ່າ ມີເປົ້າໝາຍໃນການພັດທະນາຄວາມສາມາດໃນການໂຈມຕີຢ່າງແມ່ນຍຳ ທ້າທາຍທັງສະຫະລັດ ແລະເກົາຫຼີໃຕ້ ລວມທັງທົດສອບອາວຸດກ່ອນທີ່ອາດຈະສົ່ງອອກໄປຫາລັດເຊຍ. ອັນ ຊານ-ອິນ ຜູ້ແປພັກທີ່ຜັນຕົວມາເປັນນັກວິຈັຍ ກ່າວວ່າ “ໃນມຸມມອງຂອງເກາຫຼີເໜືອ ຄວາມເປັນໄປໄດ້ຂອງການໂຈມຕີຢ່າງກະທັນຫັນຈາກທະເລຕາເວັນອອກ ອາດຈະເກີດຈາກຄວາມກັງວົນ” “ຖ້າເກາຫຼີໃຕ້ໄດ້ຮັບເຮືອດໍນ້ຳພະລັງງານນິວເຄຣຍ ພວກເຂົາຈະສາມາດເຂົ້າໄປໃນນ້ຳເຂດເກາຫຼີເໜືອ ແລະສັງເກດການ ຫຼືຂັດຂວາງອາວຸດຕ່າງໆ ເຊັ່ນ ຂີປະນາວຸດນຳວິຖີຈາກເຮືອດໍນ້ຳ (SLBMs) ໄດ້ລ່ວງໜ້າ.” ເຮືອດໍນ້ຳພະລັງງານນິວເຄຣຍແຕກຕ່າງຈາກເຮືອດໍນ້ຳດີເຊວ ຕົ້ນຕໍ່ທີ່ບໍ່ຈຳເປັນຕ້ອງຂຶ້ນຜິວນ້ຳເພື່ອຊາດແບດເຕີຣີບ່ອຍໆ ນັກວິເຄາະກ່າວວ່າ ການພັດທະນາເຮືອດໍນ້ຳປະເພດນີ້ຈະເປັນກ້າວກະໂດດທີ່ສຳຄັນໃນອຸດສາຫະກຳການປ້ອງກັນປະເທດ […]
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ

ອຸບັດຕິເຫດເຮັດໃຫ້ຄົນງານ 9 ຄົນຕິດຢູ່ໃຕ້ຊາກເຫຼັກ ເບື້ອງຕົ້ນຊ່ວຍເຫຼືອໄດ້ແລ້ວ 2 ຄົນ ເປັນຊາຍອາຍຸ 60 ປີ ແລະ ຊາຍອາຍຸ 40 ປີ ສ່ວນອີກ 7 ຄົນຍັງຄົງຕິດຢູ່ໃຕ້ຊາກ ໜ່ວຍກູ້ໄພກຳລັງເລັ່ງຄົ້ນຫາ. ເຫດເກີດຂຶ້ນ ຕາມລາຍງານຈາກສຳນັກງານດັບເພີງອຸນຊານ ເມື່ອວັນທີ 6 ພະຈິກ ເວລາປະມານ 14:02 ນ. ອາຄານຫມໍ້ໄອນ້ຳ (Boiler Tower) ຂອງເຄື່ອງກຳເນີດໄຟຟ້າທີ່ໂຮງໄຟຟ້າພະລັງຄວາມຮ້ອນອຸນຊານ ເມືອງອຸນຊານ ໄດ້ພັງຖະຫຼົ່ມລົງມາເຄື່ອງກຳເນີດໄຟຟ້າທີ່ຖະຫຼົ່ມລົງມານັ້ນເປັນ ອາຄານເກົ່າທີ່ມີອາຍຸຫຼາຍກວ່າ 30 ປີ ເຊິ່ງມີລາຍງານວ່າຖືກຢຸດໃຊ້ງານໄປເມື່ອຫຼາຍປີກ່ອນ ແລະ ຊ່ວງເກີດເຫດມີງານຮື້ຖອນດຳເນີນການຢູ່ ອາຄານເກົ່າມີຄວາມສູງປະມານ 60 ແມັດ. ນານຍົກລັດຖະມົນຕີ ຄິມ ມິນຊອກ ຂອງເກົາຫຼີໃຕ້ ໄດ້ສັ່ງການໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງລະດົມກຳລັງເຈົ້າໜ້າທີ່ ແລະ ອຸປະກອນທຸກປະເພດ ໂດຍໃຫ້ຄວາມສຳຄັນສູງສຸດກັບການຊ່ວຍເຫຼືອຜູ້ທີ່ຕິດຢູ່ໃຕ້ຊາກລາຍງານເບື້ອງຕົ້ນລະບຸວ່າ ເຫດການດັ່ງກ່າວເກີດຂຶ້ນລະຫວ່າງການກຽມຮື້ຖອນໂຮງໄຟຟ້າພະລັງຄວາມຮ້ອນແຫ່ງນີ້ ເຊິ່ງຢຸດດຳເນີນການມາລະຍະໜຶ່ງແລ້ວຈົນເຖິງຂະນະນີ້ ເຈົ້າໜ້າທີ່ກຳລັງຕວດສອບໂຄງສ້າງທີ່ເຫຼືອຢູ່ ແລະ ສາເຫດຂອງການຖະຫຼົ່ມ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຊ້ຳຊ້ອນ ຂະນະທີ່ປະຊາຊົນໃນພື້ນທີ່ຍັງຄົງຖືກສັ່ງໃຫ້ຢູ່ຫ່າງຈາກບໍລິເວນເກີດເຫດ. […]
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ

ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ໃນວັນທີ 5 ພະຈິກ, ພາຍຸໄຕ້ຝຸ່ນ ຄັລແມກິກ (Kalmaegi) ພັດຖະຫລົ່ມ ທາງພາກກາງ ຂອງ ຟີລິບປິນ ຢ່າງຮຸນແຮງ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 58 ຄົນ, ສູນຫາຍ 13 ຄົນ ແລະ ສ້າງຄວາມເສຍຫາຍ ໃນບາງພື້ນທີ່ ຂອງ ເກາະປາລາວັນ, ໃນຂະນະທີ່ ພາຍຸດັ່ງກ່າວ ໄດ້ເຄື່ອນຕົວ ອອກໄປສູ່ທະເລຈີນໃຕ້. ໂດຍສະເພາະແມ່ນ ແຂວງ ເຊບູ ເປັນແຫລ່ງ ທ່ອງທ່ຽວ ສຳຄັນ ໄດ້ຮັບຄວາມເສຍຫາຍ ຫລັງຈາກລະດັບນໍ້າຫລຸດລົງ, ເຮັດໃຫ້ເຮືອນຊານ ເປ້ເພ, ລົດໃຫຍ່ ພິກຂວໍ້າ ແລະ ເສດຊາກ ຫັກພັງ ສິ່ງຂອງ ກະແຈກກະຈາຍໄປທົ່ວພື້ນທີ່ ດັ່ງກ່າວ. ປັດຈຸບັນ, ໜ່ວຍງານ ບັນເທົາ ສາທາລະນະໄພ ພວມເລັ່ງ ໃຫ້ການ […]
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ

ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງບໍລິສັດ UPS ທີ່ບິນໃນເສັ້ນທາງ 2976 ໄດ້ເກີດອຸປະຕິເຫດ ເວລາປະມານ 17:15 ໂມງ ວັນທີ 4 ພະຈິກ 2025 ຕາມເວລາທ້ອງຖິ່ນ. ເຊິ່ງຕົກໃກ້ສະໜາມບິນ Louisville Muhammad Ali International Airport ໃນລັດເຄນຕັກກີ ສະຫະລັດອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ບາດເຈັບຢູ່ພື້ນດິນອີກຢ່າງນ້ອຍ 11 ຄົນ ຄາດວ່າຈໍານວນຜູ້ເສຍຊີວິດອາດເພີ່ມຂຶ້ນ. ເຫດການດັ່ງກ່າວເຮັດໃຫ້ອາຄານກໍ່ສ້າງ ແລະ ລົດໃຫຍ່ ແລະ ລົດບັນທຸກຈຳນວນຫລາຍຖືກໄຟໄໝ້ ຍັງປະເມີນມູນຄ່າຄວາມເສຍຫາຍໄດ້
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ

ສຳນັກຂ່າວ ຊິນຮວາ ລາຍງານ ຈາກເມືອງ ຈິ່ຫນານ ປະເທດຈີນ ວ່າ: ບໍລິສັດຕົງຟາງ ອີເລັກທຣິກ ວິນ ພາວເວີຣຈຳກັດ ເປັນ ຜູ້ພັດທະນາກັງຫັນລົມ ຂອງ ຈີນ ເປີດເຜີຍວ່າ: ກັງຫັນລົມ ແຄມຝັ່ງ ຂະໜາດ 26 ເມກາວັດຊຶ່ງເປັນກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດຂອງໂລກ ໃນປັດຈຸບັນ ເພື່ອເຊື່ອມຕໍ່ກັບ ເຄືອຂ່າຍໄຟຟ້າ ໃນເມືອງຕົງອິ໋ງ ແຂວງຊານຕົງ ທາງພາກຕາເວັນອອກຂອງ ຈີນ. ໂດຍທ່ານ ຫຍາງ ເຊີນຫລິນ ຮອງປະທານສະຖາບີນວິໄຈ ແລະ ອອກແບບພະລັງງານລົມ ຂອງຕົງຟາງອີທຣິກ ວິນ ພາວເວີຣ ກ່າວວ່າ: ກັງຫັນລົມດັ່ງກ່າວ ໄດ້ຮັບການພັດທະນາ ແລະ ຜະລິດພາຍໃນຈີນ ທັງໝົດ. ໂດຍມີຂະໜາດໃຫຍ່ທີ່ສຸດຂອງໂລກ, ກຳລັງການຜະລິດ ໜ່ວຍດຽວ ແລະ ເສັ້ນຜ່ານສູນກາງ ໃນພັດເກີນ 310 ແມັດ , ມີໄລຍະຄວາມສູງຄຸມຍຶດໃບພັດ […]
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ

ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກຫ້ອງການ ໂຄງ ການ ການບິນ ອະວະກາດ ບັນທຸກຄົນ ຂອງສປ ຈີນ ແຈ້ງໃຫ້ຮູ້ວ່າ: ພາຍ ຫລັງ ຍານອະວະກາດ ບັນທຸກຄົນ ແລະ ສະຖານີ ອະວະ ກາດຈີນ ສໍາເລັດ ການເຊື່ອມຕໍ່ ດ້ວຍຕົນເອງ ຢ່າງວ່ອງໄວ, ຈຸນັກບິນ ອະວະກາດ “ເສີນໂຈ່ວ 21” ໄດ້ເຂົ້າສູ່ຫ້ອ ງປະຕິບັດງານ ຈາກຫ້ອງຂັບ. ເວລາ 4 ໂມງ 58 ນາທີ ຂອງວັນທີ 1 ພະຈິກນີ້ ຕາມເວລາ ປັກກິ່ງ, ຈຸນັກບິນອະວະກາດ “ເສີນໂຈ່ວ 20” ທີ່ພວມປະຕິບັດໜ້າທີ່ ຢູ່ສະຖານີ ອະວະກາດຈີນ ໄດ້ເປີດປະຕູ ຢ່າງ ສໍາເລັດຜົນ ເພື່ອຕ້ອນ ຮັບຈຸນັກບິນ ອະວະກາດ “ເສີນໂຈ່ວ 21” […]
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ

ສະຕາບັກ (Starbucks) ເຄືອຂ່າຍຮ້ານກາເຟຍັກໃຫຍ່ຂອງໂລກ ໄດ້ປະກາດຂາຍຫຸ້ນສ່ວນໃຫຍ່ 60% ໃນທຸລະກິດຄ້າປີກໃນປະເທດຈີນ ໃຫ້ແກ່ບໍລິສັດລົງທຶນ Boyu Capital ໃນຂໍ້ຕົກລົງມູນຄ່າ 4 ພັນລ້ານໂດລາສະຫະລັດ (ປະມານ 1.3 ແສນລ້ານບາດ) ເພື່ອເສີມຄວາມແຂງແຮງແລະເຮັດໃຫ້ການເຕີບໂຕໃນຕະຫຼາດຈີນໄວຂຶ້ນ ໃນຂະນະທີ່ການແຂ່ງຂັນກຳລັງຮຸນແຮງ. ພາຍໃຕ້ຂໍ້ຕົກລົງນີ້ ສະຕາບັກຈະຍັງຖືຫຸ້ນ 40% ໃນທຸລະກິດຄ້າປີກໃນຈີນ ແລະຍັງຄົງເປັນເຈົ້າຂອງຍີ່ຫໍ້ສະຕາບັກທັງໝົດໃນປະເທດຈີນຕໍ່ໄປ. ຂໍ້ຕົກລົງນີ້ສະທ້ອນມູນຄ່າທຸລະກິດຄ້າປີກຂອງສະຕາບັກໃນຈີນທີ່ສູງເຖິງ 13,000 ລ້ານໂດລາສະຫະລັດ. ຈີນເປັນຕະຫຼາດທີ່ໃຫຍ່ອັນດັບສອງຂອງສະຕາບັກຮອງຈາກສະຫະລັດ. ສະຕາບັກເຂົ້າສູ່ຕະຫຼາດຈີນໃນປີ 1999 ແລະປັດຈຸບັນມີຮ້ານກາເຟປະມານ 8,000 ແຫ່ງ ແລະຕັ້ງເປົ້າຫມາຍຂະຫຍາຍເພີ່ມເປັນ 20,000 ແຫ່ງໃນອະນາຄົດ. ສະຕາບັກລະບຸວ່າ ຄວາມຮ່ວມມືກັບ Boyu Capital ຊຶ່ງເປັນບໍລິສັດໄພຣເວດອີຄິວຕີ້ທີ່ເຂົ້າໃຈພຶດຕິກຳຜູ້ບໍລິໂພກຊາວຈີນຢ່າງລຶກຊຶ້ງ ຈະເປັນ “ກ້າວສຳຄັນ” ທີ່ຊ່ວຍຜສານຄວາມຊຳນານດ້ານກາເຟຂອງສະຕາບັກໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດຈີນ. ສະຕາບັກວາງແຜນເປີດຕົວເຄື່ອງດື່ມໃໝ່ໆ ແລະແພລດຟອມດິຈິຕອນທັນສະໄໝໃນຈີນ. ຂໍ້ຕົກລົງນີ້ຄາດວ່າຈະແລ້ວສຳເລັດໃນປີໜ້າ ແລະເປັນຂໍ້ຕົກລົງທີ່ໃຫຍ່ທີ່ສຸດໃນຫຼາຍປີທີ່ຜ່ານມາ ທີ່ກ່ຽວຂ້ອງກັບການດຳເນີນງານໃນຈີນຂອງບໍລິສັດຜູ້ບໍລິໂພກລະດັບໂລກ. ເນື່ອງຈາກສະຕາບັກຕ້ອງເຜີຍໜ້າກັບຍອດຂາຍທີ່ຫຼຸດລົງໃນຈີນຫຼາຍປີທີ່ຜ່ານມາ ອັນເນື່ອງມາຈາກການລະບາດຂອງໂຄວິດ-19 ການໃຊ້ຈ່າຍຂອງຜູ້ບໍລິໂພກທີ່ຊະລໍ້າ ແລະການແຂ່ງຂັນຮຸນແຮງຈາກຄູ່ແຂ່ງທ້ອງຖິ່ນ. ໂດຍສະເພາະ Luckin Coffee ຍີ່ຫໍ້ກາເຟສັນຊາດຈີນ […]
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025

ເຊົ້າວັນທີ 4 ພະຈິກ 2025 ເກີດເຫດນ້ຳຖ້ວມ ຢູ່ຫຼາຍບ້ານ Villa del Rio ຂອງເມືອງຊີບູ (Cebu City) ປະເທດຟີລິບປິນ ເນື່ອງຈາກພາຍຸໄຕ້ຝຸ່ນ ຄັລແມກີ (Kalmaegi).
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ

ລັດຖະບານທະຫານມຽນມ່າໄດ້ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າກັບຣັດເຊຍ ພ້ອມແຜນການປຶກສາຫາລືປີ 2025–2030 ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ ທ່າມກາງຄວາມສຳພັນແນ່ນແຟ້ນຫຼັງການລັດປະຫານ. ວັນທີ 3 ພະຈິກ 2025 ເວັບໄຊ Mizzima ລາຍງານວ່າ ພະເອກອາວຸໂສຕານ ສ່ວຍ ອະດີດຜູ້ນຳລັດຖະບານທະຫານມຽນມ່າ ປະຈຸບັນເປັນລັດຖະມົນຕີການຕ່າງປະເທດ ແລະ ທ່ານເຊີເກ ລາຟຣອຟ ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າສຳລັບປະຊາຊົນສອງປະເທດ ໃນການປະຊຸມຄວາມມັ້ນຄົງຢູເຣເຊຍລະດັບສູງ ທີ່ນະຄອນ Minsk ຂອງ Belarus. ແມ່ນວ່າບໍ່ມີການເປີດເຜີຍລາຍລະອຽດຂອງຂໍ້ຕົກລົງຍົກເວັ້ນວີຊ່າ ແຕ່ລັດຖະບານທະຫານໄດ້ລະບຸວ່າ ທັງສອງຝ່າຍຍັງໄດ້ລົງນາມແຜນການປຶກສາຫາລືລະຫວ່າງກະຊວງການຕ່າງປະເທດໃນຊ່ວງປີ 2025–2030. ນອກຈາກນັ້ນ ຍັງມີການຫາລືເຖິງຄວາມເປັນໄປໄດ້ທີ່ຄະນະກຳມະການເລືອກຕັ້ງຂອງຣັດເຊຍ ແລະສະມາຊິກສະພາ Duma ຈະສົ່ງຜູ້ສັງເກດການເລືອກຕັ້ງທີ່ລັດຖະບານທະຫານເມັຽນມາວາງແຜນຈັດໃນເດືອນທັນວານີ້. ນັບຕັ້ງແຕ່ການລັດປະຫານປີ 2021 ມຽນມ່າຮັກສາຄວາມສຳພັນແນ່ນແຟ້ນກັບຣັດເຊຍ ເຊິ່ງເປັນຜູ້ຈັດຫາອາວຸດຢຸດໂທປະກອນ ເຊັ່ນ ໂດຣນ ແລະເຮລິຄອບເຕີ ຕາມຂໍ້ມູນຈາກອົງການພາກປະຊາສັງຄົມ. ທັງສອງປະເທດຍັງມີຂໍ້ຕົກລົງຄຸ້ມຄອງຊຶ່ງກັນແລະກັນໃນຂະບວນການກົດໝາຍສາກົນ ແລະຮ່ວມມືກໍ່ສ້າງໂຮງໄຟຟ້ານິວເຄຼຍຂະໜາດນ້ອຍໃນມຽນມ່າ. ນອກຈາກນັ້ນ ລັດຖະບານທະຫານມຽນມ່າຍັງສົ່ງແຮງງານໄປເຮັດວຽກໃນຣັດເຊຍ ແລະຫາລືເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງກັນ ເຊິ່ງສະທ້ອນເຖິງຄວາມຮ່ວມມືທີ່ເລິກຊຶ້ງຂຶ້ນທ່າມກາງມາດຕະການຄວ່ຳບາດຈາກສາກົນ.