ປະເທດຕຸລະກີແຜ່ນດິນໄຫວ

ຕາມເວລາໄທ 28 ຕຸລາ 2025 ເວລາ 02:48 ນ.ເກີດແຜ່ນດິນໄຫວຂະໜາດ 6.1 ລຶກ 6 ກມ. ທີ່ ຊືນດືຣກື (Sındırgı) ແຂວງ ບາລືເຄເຊີ ຜົນກະທົບ: ມີລາຍງານອາຄານເສຍຫາຍ 3 ຫຼັງ ແລະຮ້ານຄ້າ 1 ແຫ່ງພັງຖະລົມ ຢືນຢັນວ່າ ບໍ່ມີຜູ້ເສຍຊີວິດ ໃນພື້ນທີ່ ແລະບ້ານເຮືອນ ມີການກວດພົບອາຟເຕີຊອກຕາມມາ 26 ຄັ້ງ ຄັ້ງທີ່ແຮງທີ່ສຸດຂະໜາດ M 4.2
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ

ກອງທັບເຮືອສະຫະລັດເປີດເຜີຍອຸບັດຕິເຫດເຮລິຄອບເຕີ ແລະ ເຄື່ອງບິນຂັບໄລ່ຂອງກອງທັບເຮືອສະຫະລັດຕົກເມື່ອວັນອາທິດທີ່ຜ່ານມາ (26 ຕຸລາຄົມ 2568) ລະຫວ່າງການປະຕິບັດການໃນທະເລຈີນໃຕ້ ເຊິ່ງເປັນເຫດການທີ່ເກີດຂຶ້ນຫ່າງກັນໃນເວລາພຽງແຕ່ 30 ນາທີ. ແຕ່ວ່າ ລູກເຮືອທັງໝົດໄດ້ຮັບການຊ່ວຍເຫຼືອຈົນປອດໄພແລ້ວ. ຂະນະນີ້ກອງທັບເຮືອໄດ້ເລີ່ມການສອບສວນຫາສາເຫດຂອງອຸບັດຕິເຫດດັ່ງກ່າວ. ລາຍລະອຽດເຫດການ: ເຮລິຄອບເຕີ MH-60R Seahawk ກອງທັບເຮືອສະຫະລັດໄດ້ໂພສຕ໌ໃນໂຊເຊຍນມີເດຍ ລະບຸວ່າ ເຮລິຄອບເຕີຮຸ່ນ MH-60R Seahawk ເຊິ່ງປະຈຳການຢູ່ກັບຝູງບິນໂຈມຕີທາງທະເລດ້ວຍເຮລິຄອບເຕີ (HSM) 73 “Battle Cats” ຕົກເມື່ອເວລາປະມານ 14:45 ນາທີ ເມື່ອວານນີ້ຕາມເວລາທ້ອງຖິ່ນ ຂະນະອອກປະຕິບັດການຕາມເສັ້ນທາງປົກກະຕິ ໂດຍຂຶ້ນບິນຈາກເຮືອບັນທຸກເຄື່ອງບິນ USS Nimitz. ທັງນີ້ ທີມກູ້ໄພໄດ້ຊ່ວຍເຫຼືອລູກເຮືອ 3 ນາຍ ໄວ້ໄດ້ຢ່າງປອດໄພ. ບໍ່ເຖິງ 30 ນາທີຕໍ່ມາ ເຄື່ອງບິນຂັບໄລ່ຂອງກອງທັບເຮືອສະຫະລັດກໍປະສົບເຫດຕົກຄືກັນ ຂະນະປະຕິບັດການຕາມປົກກະຕິຈາກເຮືອ USS Nimitz. ລູກເຮືອເຄື່ອງບິນກໍໄດ້ຮັບການຊ່ວຍເຫຼືອຢ່າງປອດໄພເຊັ່ນກັນ. ສະຖານະການປັດຈຸບັນ ລູກເຮືອທັງໝົດ: ໄດ້ຮັບການກູ້ໄພແລ້ວ ແລະ ຢູ່ໃນສະພາບປອດໄພ […]
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ຍານອະວະກາດຂົນສົ່ງລຸ້ນໃໝ່ HTV-X ຂອງຍີ່ປຸ່ນ ຖືກສົ່ງຂຶ້ນສູ່ອະວະກາດສຳເລັດຜົນ ຈາກສູນອະວະກາດທາເນງາຊິມະ ແຂວງຄາໂງຊິມະ ໃນເວລາ 9:00 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 26 ຕຸລາ ຜ່ານມາ. ໂດຍໄດ້ຖືກບັນທຸກຢູ່ເທິງຈະຫຼວດ H3 ໝາຍເລກ 7 ແລະ ເຂົ້າສູ່ວົງໂຄຈອນຕາມທີ່ວາງແຜນໄວ້ໃນປະມານ 14 ນາທີຕໍ່ມາ. ຍານອະວະກາດບໍ່ມີຄົນຂັບດັ່ງກ່າວ ຊຶ່ງພັດທະນາໂດຍອົງການສຳຫຼວດອະວະກາດຍີ່ປຸ່ນ (JAXA), ຈະເຮັດໜ້າທີ່ຂົນສົ່ງອຸປະກອນສຳລັບການທົດລອງ ແລະ ສະບຽງອື່ນໆໄປຍັງສະຖານີອະວະກາດນາໆຊາດ (ISS). ໃນເບື້ອງຕົ້ນ, ການສົ່ງຍານອະຍະກາດດັ່ງກ່າວໄດ້ຖືກກຳນົດໄວ້ໃນວັນທີ 21 ຕຸລາ ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປຍ້ອນສະພາບອາກາດບໍ່ເອື້ອອຳນວຍ. HTV-X ເປັນຍານອະວະກາດລຸ້ນໃໝ່ທີ່ມາແທນຍານຂົນສົ່ງສິນຄ້າ “Kounotori” ທີ່ຖືກປິດໃຊ້ງານມາເປັນເວລາ 5 ປີແລ້ວ. ໂດຍມີໂຄງສ້າງທີ່ເບົາກວ່າ ແລະ ລະບົບຕ່າງໆທີ່ໄດ້ຮັບການປັບປຸງ ເຮັດໃຫ້ມີຄວາມສາມາດໃນການຂົນສົ່ງເພີ່ມຂຶ້ນປະມານ 1.5 ເທົ່າ. ຍານອະວະກາດມີຄວາມຍາວ 8 ແມັດ ແລະ ເສັ້ນຜ່າສູນກາງ […]
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI

ສຳລັບຜູ້ທີ່ຢາກມີສັດລ້ຽງແຕ່ມີຂໍ້ຈຳກັດ ບໍ່ວ່າຈະເປັນເນື່ອງທີ່ພື້ນທີ່ຈຳກັດ ບໍ່ສະດວກໃນການດູແລ ຫຼືກັງວົນວ່າສັດລ້ຽງຈະເຫົາໃນຂະນະທີ່ຕ້ອງໄປເຮັດວຽກ ບໍ່ຈຳເປັນຕ້ອງກັງວົນອີກຕໍ່ໄປ! ເນື່ອງຈາກ Casio ໄດ້ສ້າງສັນ ‘Moflin’ ສັດລ້ຽງ AI ຫຼື “Smart Companion powered by AI” ຂົນຟູນ່າຮັກ ທີ່ສາມາດຕອບສະນອງຄວາມຮູ້ສຶກໄດ້ເຫມືອນສັດລ້ຽງຈິງ ດ້ວຍເທັກໂນໂລຢີ Emotional AI. Casio ອອກແບບ Moflin ໃຫ້ເປັນ Emotional AI Companion ຫຼືເພື່ອນ AI ທາງອາລົມແບບເຕັມຮູບແບບ ນ້ອງຈະຈຳລອງການຕອບສະນອງທາງອາລົມຂອງສິ່ງມີຊີວິດ ເພື່ອສົ່ງຜົນຕໍ່ຄວາມຜ່ອນຄາຍ ແລະການສະໜັບສະໜູນທາງອາລົມ ແມ່ນວ່າຈະບໍ່ສາມາດເວົ້າຫຼືຕອບຄຳຖາມເປັນພາສາມະນຸດໄດ້ ແຕ່ນ້ອງຈະສົ່ງສຽງນ່າຮັກໆ ພ້ອມການເຄື່ອນໄຫວຕອບສະນອງເມື່ອຖືຫຼືສັມຜັດ. Moflin ສາມາດເຮັດຫຍັງໄດ້ແດ່? ມີຄວາມ Sensitive ຕໍ່ການສັມຜັດ ແລະການໄດ້ຍິນສຽງ ດ້ວຍ Microphone sensor, Illuminance sensor, Touch sensors, Accelerometer/Gyroscope sensor ການແສດງອາລົມ: ມີຄວາມສຸກ, […]
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.

ລາຄາຄຳວັນນີ້ (27 ຕຸລາ) ຫຼຸດລົງຈາກແຮງກົດດັນຂອງຄ່າເງິນໂດລາທີ່ແຂງຄ່າຂຶ້ນ ແລະ ສັນຍານການຄຼີຄຼາຍຄວາມຕຶງຄຽດທາງການຄ້າລະຫວ່າງສະຫະລັດ–ຈີນ ລາຄາຄຳວັນນີ້ (27 ຕຸລາຄົມ) ຫຼຸດລົງຈາກແຮງກົດດັນຂອງຄ່າເງິນໂດລາທີ່ແຂງຄ່າຂຶ້ນ ແລະ ສັນຍານການຄຼີຄຼາຍຄວາມຕຶງຄຽດທາງການຄ້າລະຫວ່າງສະຫະລັດ–ຈີນ ເຊິ່ງຫຼຸດຄວາມຕ້ອງການໃນສິນຊັບປອດໄພຢ່າງຄຳ ໃນຂະນະທີ່ນັກລົງທຶນລໍຖ້າທ່າທີຈາກການປະຊຸມທະນາຄານກາງຫຼັກທີ່ຈະມີຂຶ້ນພາຍໃນສັບປະດານີ້ ເພື່ອຫາສັນຍານເພີ່ມເຕີມດ້ານນະໂຍບາຍການເງິນ. ສະຖານະການລາຄາຄຳ ລາຄາຄຳສະປອດ ຫຼຸດລົງ 0.7% ຢູ່ທີ່ 4,082.77 ໂດລາຕໍ່ອອນສ໌ ນະເວລາ 01:58 ຕາມເວລາທ້ອງຖິ່ນ ໃນຂະນະທີ່ สັນຍາຄຳລ່ວງໜ້າສະຫະລັດ ສົ່ງມອບເດືອນທັນວາ ຫຼຸດລົງ 1% ມາຢູ່ທີ່ 4,095.80 ໂດລາ. ການເຈລະຈາສະຫະລັດ–ຈີນ ເມື່ອວັນອາທິດທີ່ຜ່ານມາ ເຈົ້າໜ້າທີ່ເສດຖະກິດລະດັບສູງຂອງຈີນ ແລະ ສະຫະລັດ ໄດ້ຫາລືກອບຂໍ້ຕົກລົງທາງການຄ້າ ເພື່ອໃຫ້ປະທານາທິບໍດີໂດນັລ ທຣຳ ແລະ ປະທານາທິບໍດີສີ ຈິ້ນຜິງ ຕັດສິນໃຈໃນຊ່ວງປາຍສັບປະດານີ້. ນັກວິເຄາະຄາດການວ່າ ຂໍ້ຕົກລົງທາງການຄ້າທີ່ອາດເກີດຂຶ້ນລະຫວ່າງສະຫະລັດ ແລະ ຈີນນີ້ ຖືເປັນສິ່ງທີ່ເກີດຂຶ້ນໂດຍບໍ່ຄາດຄິດ ແລະ ເປັນຂ່າວເຊີງບວກຕໍ່ພາບລວມຕະຫຼາດຢ່າງກວ້າງຂວາງ ແຕ່ໃນອີກດ້ານໜຶ່ງກໍເປັນປັດໄຈລົບຕໍ່ລາຄາຄຳ. ກອງທຶນ […]
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້

ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບປະທານາທິບໍດີສີຈິ້ນຜິງຂອງຈີນ ໃນລະຫວ່າງກອງປະຊຸມເອເປັກທີ່ເມືອງກະຢອງຈູ ເກົາຫຼີໃຕ້ ທ້າຍເດືອນຕຸລານີ້ການພົບປະເກີດຂຶ້ນທ່າມກາງແຮງກົດດັນຈາກຂໍ້ຂັດແຍ່ງທາງການຄ້າ ແລະ ການຂົ່ມຂູ່ຂອງທຣຳທີ່ຈະເພີ່ມພາສີສິນຄ້ານຳເຂົ້າຈາກຈີນອີກ 100% ຖ້າຈີນບໍ່ຜ່ອນຜັນການຄວບຄຸມການສົ່ງອອກແຮ່ຫາຍາກ. ລາຍລະອຽດຂ່າວ: ທ່ານນາງແຄໂຣລີນ ລີວິດ ໂຄສົກທຳນຽບຂາວ ໄດ້ຢືນຢັນວ່າ ປະທານາທິບໍດີໂດນັລ ທຣຳ ຈະຈັດກອງປະຊຸມທະວິພາກີກັບປະທານາທິບໍດີສີຈິ້ນຜິງ ຜູ້ນຳຈີນ ໃນວັນທີ 30 ຕຸລານີ້ ທີ່ປະເທດເກົາຫຼີໃຕ້. ການພົບກັນດັ່ງກ່າວຈະເກີດຂຶ້ນນອກກອບກອງປະຊຸມສຸດຍອດຜູ້ນຳເອເປັກ ເຊິ່ງຈັດຂຶ້ນທີ່ເມືອງກຢັອງຈູ ປະເທດເກົາຫຼີໃຕ້ ລະຫວ່າງວັນທີ 31 ຕຸລາ – 1 ພະຈິກ ແລະ ຖືເປັນການພົບປະກັນເທື່ອທຳອິດຂອງຜູ້ນຳສອງປະເທດເສດຖະກິດໃຫຍ່ທີ່ສຸດໃນໂລກ ນັບຕັ້ງແຕ່ທຣຳກັບຄືນມາດຳລົງຕຳແໜ່ງປະທານາທິບໍດີອີກຄັ້ງ. ປະເດັນສຳຄັນ: 1. ພາສີສິນຄ້າຈີນ: ທຣຳໄດ້ຂົ່ມຂູ່ວ່າຈະເກັບພາສີເພີ່ມອີກ 100% ສຳລັບສິນຄ້ານຳເຂົ້າຈາກຈີນ ໂດຍຈະເລີ່ມໃນເດືອນພະຈິກ ຖ້າຈີນບໍ່ຜ່ອນຜັນການຄວບຄຸມການສົ່ງອອກແຮ່ຫາຍາກ. 2. ແຮ່ຫາຍາກ: ຈີນເຊິ່ງຄອບຄອງການຜະລິດແຮ່ຫາຍາກ ແລະ ວັດສະດຸສຳຄັນອື່ນໆ ໄດ້ອອກກົດລະບຽບຄວບຄຸມການສົ່ງອອກແຮ່ເຫຼົ່ານີ້ໃນເດືອນຕຸລາ ເຊິ່ງເປັນສ່ວນປະກອບສຳຄັນໃນເຕັກໂນໂລຊີທັນສະໄໝ ເຊັ່ນ: ລົດໄຟຟ້າ, ສະມາດໂຟນ […]
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ຄາຣິມ ບາແດວີ ລັດຖະມົນຕີກະຊວງນ້ຳມັນ ແລະ ຊັບພະຍາກອນແຮ່ທາດຂອງເອຢິບ ໄດ້ລາຍງານການຄົ້ນພົບບໍ່ນ້ຳມັນ ແລະ ອາຍແກ໊ສຫຼາຍແຫ່ງໃນທະເລຊາຍຕາເວັນຕົກ ແລະ ເຂດສາມຫຼ່ຽມປາກແມ່ນ້ຳໄນ ໃນເດືອນຕຸລານີ້ ຊຶ່ງຄາດວ່າຈະເພີ່ມການຜະລິດນ້ຳມັນຫຼາຍກວ່າ 5,000 ບາເຣວຕໍ່ມື້ ແລະ ອາຍແກ໊ສ 42 ລ້ານແມັດກ້ອນຕໍ່ມື້. ບົດລາຍງານຍັງໄດ້ລະບຸວ່າ: ການຄົ້ນພົບແຫຼ່ງອາຍແກ໊ສທຳມະຊາດ 2 ແຫ່ງ ບໍລິເວນນອກຊາຍຝັ່ງຂອງເຂດສາມຫຼ່ຽມປາກແມ່ນ້ຳໄນເຊິ່ງເປັນຄັ້ງທຳອິດໃນຮອບສອງປີ, ໂດຍ ບໍລິສັດ Harbour Energy ຂອງສະຫະລາຊະອານາຈັກ ແລະ ບໍລິສັດ Dana Gas ຂອງ ສະຫະລັດ ອາຣັບເອມີເຣດ, ໂດຍມີການຜະລິດລວມປະມານ 19 ລ້ານແມັດກ້ອນຕໍ່ມື້. ກຸ່ມບໍລິສັດ Khaldha Petroleum, Akiba Petroleum, ແລະ Petrosanan, ລວມເຖິງບໍລິສັດ General Petroleum ຂອງລັດ, ໄດ້ຄົ້ນພົບບໍ່ນ້ຳມັນ ແລະ […]
ຂ່າວຕ່າງປະເທດລາຍງານສະຫະລັດສັ່ງຄວໍ່າບາດ 2 ບໍລິສັດນ້ຳມັນໃຫຍ່ໃນຣັດເຊຍ ຫວັງກົດດັນຢຸດຕິສົງຄາມຢູເຄຣນ

ລັດຖະບານສະຫະລັດປະກາດມາດຕະການຄວໍ່າບາດບໍລິສັດຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດຂອງຣັດເຊຍ 2 ບໍລິສັດ ຫວັງກົດດັນຣັດເຊຍຢ່າງຈິງຈັງຕໍ່ກະບວນການສັນຕິພາບເພື່ອຢຸດຕິສົງຄາມໃນຢູເຄຣນ ບລູມເບີກ (Bloomberg) ລາຍງານວ່າ ລັດຖະບານສະຫະລັດພາຍໃຕ້ປະທານາທິບໍດີໂດນັລ ທຣຳ ປະກາດມາດຕະການຄວໍ່າບາດບໍລິສັດຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດຂອງຣັດເຊຍ ນັບເປັນບົດລົງໂທດທາງເສດຖະກິດຄັ້ງໃຫຍ່ຄັ້ງທຳອິດຕໍ່ປະທານາທິບໍດີວລາດີເມຍ ປູຕິນ ເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງທຣຳເພື່ອຢຸດຕິສົງຄາມຢູເຄຣນ ຕາມຄຳແຖລງການເມື່ອວັນທີ 22 ຕຸລາ 2025 ຕາມເວລາທ້ອງຖິ່ນ ກະຊວງການຄັງສະຫະລັດປະກາດຂຶ້ນບັນຊີດຳຜູ້ຜະລິດນ້ຳມັນລາຍໃຫຍ່ສັນຊາດຣັດເຊຍ 2 ບໍລິສັດ ໄດ້ແກ່ Rosneft PJSC ແລະບໍລິສັດ Lukoil PJSC ເນື່ອງຈາກ “ຣັດເຊຍຂາດຄວາມມຸ່ງໝັ້ນຢ່າງຈິງຈັງຕໍ່ກະບວນການສັນຕິພາບເພື່ອຢຸດຕິສົງຄາມໃນຢູເຄຣນ” ມາດຕະການດັ່ງກ່າວ ຖືເປັນການກັບລຳຄັ້ງໃຫຍ່ຂອງທຣຳ ຜູ້ທີ່ເຄີຍລະງັບການຄວໍ່າບາດຄັ້ງໃຫຍ່ ແລະປະກາດວ່າ ຈະພົບປູຕິນ ເພື່ອດຳເນີນການປະຊຸມສຸດຍອດກ່ຽວກັບສົງຄາມລະຫວ່າງຣັດເຊຍ-ຢູເຄຣນ ທີ່ນະຄອນບູດາເປັສ ພາຍໃນ 2 ອາທິດ ກ່ອນໜ້ານີ້ ທຣຳມີຄວາມພະຍາຍາມຕ່າງໆ ລວມໄປເຖິງ ການກຳນົດເພດານລາຄານ້ຳມັນໃນກຸ່ມປະເທດ G7 ເພື່ອຈຳກັດລາຍຮັບຂອງລັດຖະບານຣັດເຊຍ ໂດຍບໍ່ກະທົບຕໍ່ປະລິມານການໄຫຼວຽນຂອງນ້ຳມັນ ຢ່າງໃດກໍຕາມ ເມື່ອວັນທີ 21 ຕຸລາ 2025 ທຣຳກັບເປີ່ຍນທ່າທີ ໂດຍກ່າວວ່າ “ຂ້ອຍບໍ່ຢາກໃຫ້ການພົບກັນນີ້ເສຍລ້າ…” […]
ປະເທດຝຣັ່ງ ຍົກລະດັບເຕືອນໄພ ໄຂ້ຫວັດສັດປິກ ເປັນລະດັບສູງ

ຂປລ. ສຳນັກຂ່າວ ອິນໂຟເຄວສ, ວັນທີ 22 ຕຸລາ, ຝຣັ່ງ ປະກາດ ຍົກລະດັບ ການເຕືອນໄພ ໄຂ້ຫວັດສັດປິກ ຈາກ ລະດັບ ປານກາງ ເປັນລະດັບສູງ, ພ້ອມທັງ ບັງຄັບໃຫ້ ຟາມສັດປີກ ທົ່ວປະເທດ ຕ້ອງລ້ຽງສັດໄວ້ໃນຄອກ, ຫລັງຈາກ ເອີຣົບ ໄດ້ຜະເຊີນກັບ ການແພ່ລະບາດ ຕາມລະດູການ ຂອງພະຍາດນີ້ ອີກຄັ້ງ. ມາດຕະການດັ່ງກ່າວ ຈະມີຜົນບັງຄັບໃຊ້ ນັບຕັ້ງແຕ່ ວັນທີ 22 ຕຸລາ ເປັນຕົ້ນໄປ ແລະ ຖືເປັນການປັບ ລະດັບຄວາມສ່ຽງ ຕາມລະດູການ ໄວກວ່າປີກາຍນີ້. ຍ້ອນວ່າ ປີກາຍນີ້ ຝຣັ່ງ ເລີ່ມບັງຄັບໃຊ້ ໃນເດືອນພະຈິກ. ກະຊວງກະສິ ກຳຂອງຝຣັ່ງ ປະກາດ ໃນລັດກິດຈານຸເບກສາ ວ່າ: ກົດກະຕິກາ ສະບັບນີ້ ໄດ້ອອກຕາມຫລັກຖານ ການຕິດເຊື້ອໃນນົກປ່າ […]
ຂ່າວຕ່າງປະເທດລາຍງານວ່າກອງທັບມຽນມາບຸກຈັບແກ້ງສໍ້ໂກງທາງອອນລາຍ ສາມາດຄວບຄຸມແຮງງານໄດ້ກວ່າ 2,000 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ຜ່ານມາ, ກອງທັບມຽນມາປະຕິບັດການຈູ່ໂຈມຖານສະແກມເມີ ຢູ່ເຄເຄພາກ ໃນເມືອງມຽວດີ ປະເທດມຽນມາ ສາມາດຢຶດອຸປະກອນດາວທຽມອິນເຕີເນັດສະຕາລິ້ງ (Starlink) ຈຳນວນ 30 ຊຸດ ແລະ ຄວບຄຸມແຮງງານໄດ້ຫຼາຍກວ່າ 2,000 ຄົນຈາກຫຼາຍສັນຊາດ. ສຳລັບອຸປະກອນດາວທຽມອິນເຕີເນັດສະຕາລິ້ງ (Starlink) ຍັງບໍ່ມີໃບອະນຸຍາດດຳເນີນການໃນປະເທດມຽນມາ ເຊິ່ງປະລິມານໃນການຮັບສົ່ງຂໍ້ມູນຂ່າວສານຍັງບໍ່ພຽງພໍທີ່ຈະຕິດຢູ່ໃນລາຍຊື່ຜູ້ໃຫ້ບໍລິການອິນເຕີເນັດຂອງປະເທດ ກ່ອນຈະມີການປາບປາມຄັ້ງຍິ່ງໃຫຍ່ໃນເດືອນກຸມພາ 2025 ທີ່ຜ່ານມາ, ແຕ່ດາວທຽມອິນເຕີເນັດສະຕາລິ້ງ (Starlink) ຕິດອັນດັບການມໃຊ້ງານສູງສຸດໃນໄລຍະ 10 ເດືອນໃນຕົ້ນປີ 2025 ຜ່ານມາ. ຕາມຂໍ້ມູນຂອງໜ່ວຍງານຈົດທະບຽນອິນເຕີເນັດໃນພາກພື້ນອາຊີ APNIC ທາງດ້ານສຳນັກງານຕ້ານຢາເສບຕິດ ແລະ ອາດຊະຍາກຳແຫ່ງສະຫະປະຊາຊາດ (UNODC) ລະບຸວ່າ: ການສໍ້ໂກງທາງອອນລາຍ ຫຼື ສະແກມເມີ ໃນອາຊີຕາເວັນອອກສຽງໃຕ້ ສ້າງຄວາມເສຍຫາຍຫຼານເຖິງ 37,000 ລ້ານໂດລາສະຫະລັດ ໃນປິ 2023.