ຂ່າວຕ່າງປະເທດລາຍງານວ່າພາຍຸໝາຍເລກ 12 “Fengshen” ກຳລັງເຂົ້າໃກ້ດານັງ ພົບວ່ານໍ້າໃນແມ່ນໍ້າຂອງດານັງມີລະດັບສູງ

ພາຍຸໝາຍເລກ 12 “Fengshen” ກຳລັງເຂົ້າໃກ້ດານັງ ຮ້ານຄ້າຫຼາຍແຫ່ງຕາມຊາຍຝັ່ງທະເລຂອງດານັງ ກຳລັງຍ້າຍເຮືອ ແລະສິນຄ້າ ເພື່ອຫຼີກລ້ຽງຄວາມເສຍຫາຍຈາກພາຍຸ. ພົບວ່ານໍ້າໃນແມ່ນໍ້າຂອງດານັງມີລະດັບສູງ ແລະ ຄື່ນສູງຮອດ 3–4 ແມັດ. ຄຳເຕືອນ: ດານັງອາດຈະມີຝົນຕົກຫຼາຍກວ່າ 900 ມິລິແມັດ ໃນໄລຍະ 5 ມື້ ປະລິມານຝົນສະສົມໂດຍສະເລ່ຍຢູ່ທີ່ 350–600 ມິນລິແມັດ ແລະບາງພື້ນທີ່ອາດເກີນ 900 ມິລິແມັດ. ປິດຮຽນ: ບາງເຂດໃນດານັງປະກາດໃຫ້ນັກຮຽນລະດັບອະນຸບານ, ປະຖົມ ແລະມັດທະຍົມຕອນຕົ້ນ ຫຍຸດຮຽນໃນວັນທີ 22 ຕຸລາ 2025. ການເຕືອນປະຊາຊົນ: ຂໍໃຫ້ປະຊາຊົນກັກຕຸນອາຫານແລະເຄື່ອງຈຳເປັນໄວ້ລ່ວງໜ້າ ເພື່ອຮັບມືກັບອຸທົກພະຍະໃຫຍ່ທີ່ອາດເກີດຂຶ້ນ.        

ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ

ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ຣັດເຊຍ ແລະ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມ ເຂດສູ້ຮົບ ໃນ ປັດຈຸບັນ, ປັກຫລັກ ຊາຍແດນ ຢຸດຍິງ ແລ້ວ ຕ່າງຝ່າຍຖອນທະຫານ ຂອງປະເທດຕົນອອກ. ສື່ມວນຊົນ ຂອງ ສ.ອາເມລິກາ ອະທິບາຍວ່າ: ອີງຕາມ ແຜນການຂອງ ທ່ານ ໂດນັນ ທຣຳ ໝາຍວ່າ ດິນແດນ ສ່ວນຫລາຍ ຂອງເຂດດອນບາສ ຈະຢູ່ພາຍໃຕ້ ການຄວບຄຸມ ຂອງຣັດເຊຍ. ເຂດດອນບາສ ສ່ວນໃຫຍ່ ລວມທັງ ລັດດອນເນັດສະກີ ແລະ ລັດລູຮັນສະກີ. ຣັດເຊຍ ແລະ ອູແກຣນ ຍາດແຍ່ງສິດ ຄວບຄຸມ ເຂດດອນບາສ ຢ່າງດຸເດືອດ ມາໂດຍຕະຫລອດ. […]

ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຊາວຄາລິຟໍເນຍຫຼາຍກວ່າ 10 ລ້ານຄົນ ໄດ້ເຂົ້າຮ່ວມການຝຶກຊ້ອມກຽມພ້ອມຮັບມືກັບແຜ່ນດິນໄຫວໃນທົ່ວປະເທດ ປະຈຳປີ 2025 ເພື່ອເພີ່ມຄວາມຮັບຮູ້ ແລະ ເພີ່ມຂີດຄວາມອາດສາມາດໃນການຮັບມືກັບແຜ່ນດິນໄຫວຂະໜາດໃຫຍ່.   ລາຍງານລະບຸວ່າ: ປະຊາຊົນໃນທົ່ວລັດຄາລິຟໍເນຍ ສະຫະລັດ ອາເມຣິກາ ໄດ້ຢຸດກິດຈະວັດປະຈໍາວັນເພື່ອເຂົ້າຮ່ວມການຝຶກຊ້ອມ “ກົ້ມຕົວລົງ, ຊອກຫາບ່ອນບັງ ແລະ ຈັບໃຫ້ແໜ້ນ” “Drop, Cover, and Hold On” ຊຶ່ງເປັນຫຼັກການປະຕິບັດດ້ານຄວາມປອດໄພທີ່ສຳຄັນໃນລະຫວ່າງການເກີດແຜ່ນດິນໄຫວທີ່ຮຸນແຮງ.   ເວັບໄຊຂອງຜູ້ຈັດການຝຶກຊ້ອມຄັ້ງນີ້ລະບຸວ່າ: ມີຜູ້ລົງທະບຽນເຂົ້າຮ່ວມກິດຈະກຳ “Great California ShakeOut” ໃນປີນີ້ຫຼາຍກວ່າ 10.4 ລ້ານຄົນ, ໂດຍກິດຈະກໍາດັ່ງກ່າວເປັນສ່ວນໜຶ່ງຂອງເຄືອຂ່າຍການຝຶກຊ້ອມຮັບມືກັບແຜ່ນດິນໄຫວລະດັບໂລກ (Great Checkout) ຊຶ່ງໃນປີນີ້ມີຜູ້ເຂົ້າຮ່ວມຈາກທົ່ວໂລກ ຫຼາຍກວ່າ 58 ລ້ານຄົນ.   ການຝຶກຊ້ອມດັ່ງກ່າວເຮັດໃຫ້ບຸກຄົນ, ໂຮງຮຽນ ແລະ ຊຸມຊົນມີໂອກາດທີ່ຈະໄດ້ຝຶກປະຕິບັດມາດຕະການຮັກສາຄວາມປອດໄພຈາກແຜ່ນດິນໄຫວ, ທົບທວນແຜນການຮັບມືເຫດສຸກເສີນ ແລະ ກວດສອບປັບປຸງອຸປະກອນ ຮັບມືກັບໄພພິບັດ.

IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ – ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຄຣິຊນາ ສຣິນິວາສັນ ຜູ້ອຳນວຍການກົມອາຊີ-ປາຊີຟິກຂອງກອງທຶນການເງິນສາກົນ (IMF) ທີ່ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວທ່າອ່ຽງເສດຖະກິດພາກພື້ນອາຊີ-ປາຊີຟິກ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ ກ່າວວ່າ: ບັນດາປະເທດໃນອາຊີສາມາດຊຸກຍູ້ການເຕີບໂຕດ້ວຍການເພີ່ມຄວາມຕ້ອງການພາຍໃນ ແລະ ເພີ່ມທະວີການເຊື່ອມໂຍງພາກພື້ນ.   ທ່ານ ສຣີນິວາສັນ ກ່າວ​ວ່າ: ​ພາກ​ພື້ນ​ອາ​ຊີ-ປາຊີ​ຟິກ ອາໄສ​ການ​ຄ້າ​ພາຍ​ນອກສູງ ຈຶ່ງ​ໄດ້​ຮັບ​ຜົນ​ກະ​ທົບ​ຫຼາຍ​ຂຶ້ນ​ຈາກ​ການ​ຜັນ​ແປ​ຂອງ​ການ​ຄ້າ​ໂລກ. ທ່າມກາງຄວາມສ່ຽງດ້ານລົບຈາກຄວາມເຄັ່ງຕຶງທາງດ້ານການຄ້າ, ຄວາມສ່ຽງດ້ານໜີ້ສິນ ແລະ ປັດໄຈອື່ນໆ, ແຕ່ມີໂອກາດສຳລັບການຂະຫຍາຍຕົວຈາກການກະຕຸ້ນຄວາມຕ້ອງການພາຍໃນປະເທດຫຼາຍຂຶ້ນ, ຫຼັງຈາກຄວາມຕ້ອງການພາຍໃນຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ກັບເວລາກ່ອນການການແຜ່ລະບາດ.   ຂະນະ​ດຽວ​ກັນ, ການເພີ່ມທະວີການ​ເຊື່ອມ​ໂຍງເຂົ້າກັບ​ພາກ​ພື້ນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ເຊັ່ນ: ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຂອງ​ອາຊີ​ສາມາດ​ເພີ່ມ​ຂຶ້ນ​ເຖິງ 1.4% ​ໃນ​ໄລຍະ​ກາງ​ແລະ ບາງ​ປະ​ເທດ​ທີ່​ເປີດ​ກວ້າງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກອາດ​ຈະ​ໄດ້​ຮັບ​ຜົນປະໂຫຍດ​ຫຼາຍ​ກວ່າ​ເກົ່າ.   ທັງນີ້, ກອງທຶນດັ່ງກ່າວຄາດຄະເນການເຕີບໂຕຂອງພາກພື້ນອາຊີ – ປາຊີຟິກຈະຊ້າລົງຈາກ 4.5% ໃນປີ 2025 ເປັນ 4.1% ໃນປີ 2026, ແຕ່ພາກພື້ນນີ້ຈະຍັງຄົງເປັນຕົວຂັບເຄື່ອນການເຕີບໂຕຂອງໂລກທີ່ໃຫຍ່ທີ່ສຸດ, ຄາດ​ວ່າ​ຈະ​ກວມ​ເອົາ​ປະມານ 60% ​ໃນ​ປີ […]

ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ

ເມື່ອວັນເສົາທີ່ຜ່ານມາ ໄຟໄຫມ້ຂະໜາດໃຫຍ່ໄດ້ເກີດຂຶ້ນທີ່ສູນສິນຄ້ານຳເຂົ້າຂອງສະໜາມບິນທັກກາ ເຮັດໃຫ້ສິນຄ້າຂອງຜູ້ສົ່ງອອກເສື້ອຜ້າລາຍໃຫຍ່ເສຍຫາຍຢ່າງຫນັກໜ່ວງ ແລະສ້າງຜົນກະທົບຕໍ່ການຄ້າເສື້ອຜ້າຂອງບັງກະລາເທດ. ໄຟໄຫມ້ເກີດຂຶ້ນໃນສ່ວນນຳເຂົ້າຂອງຫມູ່ບ້ານ cargo ເຮັດໃຫ້ຕ້ອງຢຸດການບິນຊົ່ວຄາວ ແລະທິ້ງຮ່ອງຮອຍຄວາມເສຍຫາຍຢ່າງຫນັກໜ່ວງ. ພະນັກງານດັບໄຟຍັງຄົງປະຕິບັດງານໃນວັນອາທິດ ໃນຂະນະທີ່ເຈົ້າໜ້າທີ່ສະໜາມບິນກຳລັງປະເມີນຄວາມເສຍຫາຍ ເຊິ່ງຜູ້ນຳອຸດສາຫະກຳຄາດວ່າມູນຄ່າອາດສູງເຖິງຫຼາຍລ້ານໂດລາ. ພື້ນທີ່ທີ່ຖືກທຳລາຍປະກອບມີໂກດັງເກັບວັດຖຸດິບນຳເຂົ້າ, ເສື້ອຜ້າທີ່ພ້ອມສົ່ງອອກ ແລະຕົວຢ່າງສິນຄ້າ ເຊິ່ງເປັນສ່ວນສຳຄັນຂອງອຸດສາຫະກຳເສື້ອຜ້າມູນຄ່າ 47 ຕື້ໂດລາຂອງບັງກະລາເທດ. ທ່ານ Inamul Haq Khan ຮອງປະທານສະມາຄົມຜູ້ຜະລິດແລະສົ່ງອອກເສື້ອຜ້າບັງກະລາເທດ (BGMEA) ໄດ້ເຕືອນວ່າການສູນເສຍຕົວຢ່າງສິນຄ້າອາດສົ່ງຜົນກະທົບຕໍ່ໂອກາດທາງທຸລະກິດໃນອະນາຄົດ ເນື່ອງຈາກຕົວຢ່າງເຫຼົ່ານີ້ຈຳເປັນຕໍ່ການດຶງດູດລູກຄ້າໃໝ່. BGMEA ໄດ້ເປີດພອດທອນອອນໄລນ໌ເພື່ອເກັບຂໍ້ມູນຄວາມເສຍຫາຍຈາກຜູ້ສົ່ງອອກທີ່ໄດ້ຮັບຜົນກະທົບ. ຫມູ່ບ້ານ cargo ຂອງສະໜາມບິນທັກກາເປັນສູນກາງໂລຈິສຕິກສຳຄັນ ຮັບຜິດຊອບສິນຄ້າແຫ້ງກວ່າ 600 ໂຕນຕໍ່ມື້ ແລະປະລິມານຈະເພີ່ມເປັນສອງເທົ່າໃນຊ່ວງລະດູສົ່ງອອກສູງສຸດລະຫວ່າງເດືອນຕຸລາເຖິງທັນວາ. ໂຮງງານປະມານ 200–250 ແຫ່ງພຶ່ງພາການຂົນສົ່ງທາງອາກາດທຸກມື້ ເຮັດໃຫ້ຜົນກະທົບທາງການເງິນມີນັຍສຳຄັນ. ສາເຫດຂອງໄຟໄຫມ້ຍັງບໍ່ຖືກກຳນົດ ແລະການສືບສວນກຳລັງດຳເນີນ. ເຫດການນີ້ເປັນໄຟໄຫມ້ຄັ້ງໃຫຍ່ຄັ້ງທີສາມໃນບັງກະລາເທດໃນໜຶ່ງອາທິດ. ກ່ອນໜ້ານີ້ ໄຟໄຫມ້ໂຮງງານເສື້ອຜ້າແລະໂກດັງສານເຄມີໄດ້ຄວາມຊີວິດຢ່າງນ້ອຍ 16 ຄົນ ແລະອີກເຫດການໜຶ່ງໄຟໄຫມ້ອາຄານໂຮງງານເສື້ອຜ້າສູງ 7 ຊັ້ນໃນເຂດສົ່ງອອກທີ່ຊິດຕາກອງ. ບັງກະລາເທດເປັນຜູ້ສົ່ງອອກເສື້ອຜ້າອັນດັບສອງຂອງໂລກຮອດຈາກຈີນ ໂດຍສະໜອງໃຫ້ຮ້ານຄ້າໃຫຍ່ເຊັ່ນ Walmart, H&M ແລະ Gap. ອຸດສາຫະກຳນີ້ຈ້າງງານປະມານ […]

ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮົງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ

ເຄື່ອງບິນຂົນສົ່ງສິນຄ້າຂອງສາຍການບິນ Air ACT ຮຸ່ນ Boeing 747-481 ທີ່ໃຫ້ບໍລິການໃນນາມ Emirates SkyCargo ເທີດບິນ EK9788 ຈາກດູໄບ ໄດ້ຫມື່ນໄຖລົດອອກຈາກລັນເວດ້ານເໜືອ (07L) ແລະ ຕົກລົງທະເລ ໃນຂະນະລົງຈອດທີ່ສະໜາມບິນນານາຊາດຮົງກົງ ໃນຊ່ວງເຊົ້າມື້ນີ້ 20 ຕຸລາ 2025. ເຫດການເກີດຂຶ້ນປະມານ 04.00 ນ. ຕາມເວລາທ້ອງຖິ່ນ.  ຈາກອຸບັດເຫດ ລົດພາກພື້ນຖືກຊົນ ມີເຈົ້າໜ້າທີ່ຊາຍ 2 ຄົນໄດ້ຮັບບາດເຈັບ ແລະຖືກນຳສົ່ງໂຮງໝໍ ຕໍ່ມາຖືກລາຍງານວ່າເສຍຊີວິດທັງ 2 ຄົນ. ຂະນະທີ່ລູກເຮືອໃນເຄື່ອງບິນ 4 ຄົນຮອດຊີວິດ ແລະ ສາມາດຫນີອອກຈາກເຄື່ອງໄດ້ໂດຍບໍ່ໄດ້ຮັບບາດເຈັບ. ລຳຕົວເຄື່ອງບິນ ໝາຍເລກທະບຽນ TC-ACF ໄດ້ຮັບຄວາມເສຍຫາຍທັງໝົດ ແລະຖືກປະກາດວ່າບໍ່ສາມາດໃຊ້ງານໄດ້ອີກ. ລັນເວດ້ານເໜືອຂອງສະໜາມບິນຮົງກົງຖືກປິດຊົ່ວຄາວເພື່ອສອບສວນ. ຂະນະນີ້ ທາງການ ຮວມທັງກົມການບິນພົນລະເຮືອນຮົງກົງ ກຳລັງດຳເນີນການສອບສວນຫາສາເຫດ ໂດຍລາຍງານເບື້ອງຕົ້ນຊີ້ວ່າອາດເກີດຈາກສະພາບລັນເວຫມື່ນເນື່ອງຈາກຝົນທີ່ຕົກກ່ອນໜ້ານີ້.         ຂອບໃຈຮູບບາງສ່ວນຈາກ […]

ກຳປູເຈຍ: ປາບປາມການຫລອກລວງອອນລາຍ

ຕາມລາຍງານຂອງສື່ມວນຊົນກຳປູເຈຍ ວັນທີ 19 ຕຸລາ 2025 ກຳປູເຈຍໄດ້ເດັດສິນໃຈເນລະເທດປະຊາຊົນຫວຽດນາມ 48 ຄົນ ອອກຈາກປະເທດ ມີຄວາມກ່ຽວຂ້ອງກັບການລະເມີດປະກາດການຂັບໄລ່ຊາວຕ່າງຊາດອອກຈາກອານາຈັກກຳປູເຈຍ ເນື່ອງຈາກການຢູ່ອາໄສ ແລະ ເຮັດວຽກໂດຍບໍ່ຖືກຕ້ອງ (ການຫລອກລວງອອນລາຍ)     ໃນວັນທີ 18 ຕຸລາ 2025 ພລເອກ ຊົກ ວາສະນາ ອະທິບະດີກົມກວດຄົນເຂົ້າເມືອງ ໄດ້ສັ່ງການໃຫ້ກອງສືບສວນ ແລະ ດຳເນີນຄະດີ ເນລະເທດຊາວຫວຽດນາມທັງໝົດ 48 ຄົນ (ຍິງ 6 ຄົນ) ອອກຈາກອານາຈັກກຳປູເຈຍ ຜ່ານດ່ານກວດຄົນເຂົ້າເມືອງພະນົມແດນ ແຂວງຕາແກ້ວ     ຜູ້ຖືກເນລະເທດມີສ່ວນກ່ຽວຂ້ອງກັບຄະດີລະເມີດປະກາດການຂັບໄລ່ຊາວຕ່າງຊາດ, ການຢູ່ອາໄສ ແລະ ເຮັດວຽກໂດຍບໍ່ຖືກຕ້ອງ (ການຫລອກລວງອອນລາຍ), ການລັກລອບຂ້າມພົມແດນໂດຍບໍ່ຖືກຕ້ອງ ແລະ ການຄອບຄອງ ຫຼື ໃຊ້ສານເສບຕິດໂດຍຜິດກົດໝາຍ     ກອງສືບສວນ ແລະ ດຳເນີນຄະດີໄດ້ຮັບຕົວຜູ້ຕ້ອງຫາມາຈາກ ສຳນັກງານຕຳຫຼວດກອງປະຈຳນະຄອນພະນົມເປັນ, ແຂວງສະຫວາຍຣຽງ, […]

ຄູ່ແຂ່ງທີ່ທຽບເທົ່າ Nvidia ແນະນຳໃຫ້ຜ່ອນຜັນກົດລະບຽບການສົ່ງອອກຊິບ AI ໄປຈີນ

ຄູ່ແຂ່ງທີ່ທຽບເທົ່າ Nvidia ແນະນຳໃຫ້ຜ່ອນຜັນກົດລະບຽບການສົ່ງອອກຊິບ AI ໄປຈີນ ປັດຈຸບັນ ສະຫະລັດອາເມລິກາ ຍັງມີກົດລະບຽບຄວບຄຸມການສົ່ງອອກຊິບ AI ລະດັບສູງໄປຍັງປະເທດຈີນ ເນື່ອງຈາກຄວາມກັງວົນວ່າຈະເປັນໄພຕໍ່ຄວາມໝັ້ນຄົງ ເຮັດໃຫ້ທາງ Nvidia ຕ້ອງພັດທະນາຊິບ AI ແບບຫຼຸດສະເປັກ (ຢ່າງຫຼວງຫຼາຍ) ເພື່ອສົ່ງອອກໄປຈີນຕາມກົດລະບຽບຂອງລັດຖະບານສະຫະລັດຯ ແນວໃດກໍຕາມ, Jensen Huang ຊີອີໂອຂອງ Nvidia ເຫັນວ່າວິທີການນີ້ອາດຈະສ້າງຜົນເສຍຫຼາຍກວ່າປະໂຫຍດ ບີບໃຫ້ຈີນກາຍເປັນ ‘ຄູ່ແຂ່ງທີ່ທຽບເທົ່າ’ ໃນອະນາຄົດ. ໃນລາຍການພອດແຄສ BG2 ທີ່ມີ Jensen Huang ຊີອີໂອ ແລະ ຜູ້ກໍ່ຕັ້ງ Nvidia ມາຮ່ວມສົນທະນາປະເດັນເລື່ອງ AI ແລະ American Dream ແບບເຈາະເລິກ ຈົນເຖິງຊ່ວງໜຶ່ງມີຄຳຖາມຈາກພິທີກອນວ່າ “ຄິດແນວໃດກັບປະເທດຈີນ ທີ່ຖືກສະຫະລັດຯ ຄວບຄຸມຢ່າງເຂັ້ມງວດການສົ່ງອອກຊິບ AI ຢູ່” ກໍໄດ້ຄຳຕອບວ່າ: “ຈີນຕາມຫຼັງສະຫະລັດຯ ພຽງແຕ່ນາໂນເສດວິນາທີໃນດ້ານນີ້ແລ້ວ, ພວກເຮົາກຳລັງປະເຊີນໜ້າກັບຄູ່ແຂ່ງທີ່ຫນ້າຢ້ານຢ່າງຫຼວງຫຼາຍ” Jensen Huang ເປີດເຜີຍວ່າຈີນມີຄວາມ […]

ອິນໂດເນເຊຍ ຕັ້ງເປົ້າໝາຍປ່ຽນເກາະບາຫລີ ເປັນສູນການເງິນ ລະດັບພາກພື້ນ

ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ວ່າ: ອິນໂດເນເຊຍ ວາງແຜນ ສ້າງສູນການເງິນ ໃນເກາະບາຫລີ ຊຶ່ງເປັນ ແຫລ່ງທ່ອງທ່ຽວ ຍອດນິຍົມ, ຖືເປັນອີກໜຶ່ງຄວາມພະຍາຍາມ ໃນການ ກະຕຸ້ນ ເສດຖະກິດ ທ້ອງຖິ່ນທີ່ ຢຸດຈຶ້ງ ດ້ວຍການ ດຶງດູດ ທະນາຄານ ລະຫວ່າງ ປະເທດ ຜູ້ຈັດການຊັບສິນ ແລະ ບໍລິສັດຫຸ້ນເອກະຊົນ.   ໂດຍ ທ່ານ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ອະນຸມັດ ຂໍ້ສະເໜີ ຂອງ ລັດຖະບານ ອິນໂດເນເຊຍ ໃນການສ້າງເກາະທ່ອງທ່ຽວແຫ່ງນີ້ ໃຫ້ຄ້າຍຄືກັບສູນການເງິນລະຫວ່າງປະເທດ ໃນອິນເດຍ ແລະ ເມືອງດູໄບ ຂອງ ສະຫະນະຄອນ ເອເມເຣັດອາຣັບ (ຢູເອອີ). ສູນກາງທາງການເງິນ ເກາະບາຫລີ ຈະສະເໜີ ການຍົກເວັ້ນ ພາສີ […]

ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).

  ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ບາລິວ ລາຮາດາເລຍ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ຊັບພະຍາກອນ​ບໍ່​ແຮ່ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50). ທ່ານ ບາຣລິລ ຢືນຢັນ​ວ່າ: ປັດຈຸ​ບັນ, ລັດຖະບານ​ອິນ​ໂດ​ເນ​ເຊຍ​ກຳລັງທົດລອງການນໍາໃຊ້ນໍ້າມັນເຊື້ອໄຟ B-50 ​ໄລຍະ​ທີ 4 ເຊິ່ງເປັນ​ໄລຍະ​ສຸດ​ທ້າຍ​ ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ພາຍ​ໃນ 6-8 ​ເດືອນ. ໂດຍມີການທົດລອງກັບເຄື່ອງຈັກເຮືອ, ລົດໄຟ, ເຄື່ອງຈັກໜັກ ແລະ ອຸປະກອນອື່ນໆ. ​ທັງນີ້, ໂຄງການ​ນ້ຳມັນ​ເຊື້ອ​ໄຟ B-50 ເຊິ່ງເປັນການ​ປະສົມ​ນ້ຳມັນ​ກາ​ຊວນ​ທຳ​ມະ​ດາ 50% ກັບ​ນ້ຳມັນ​ປາມ​ດິບ 50% ​ຖືເປັນ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ໄລຍະ​ຍາວ​ຂອງ​ອິນ​ໂດ​ເນ​ເຊຍ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ​ແລະ ຫຼຸດຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ນ້ຳມັນ​ເຊື້ອ​ໄຟ. ນອກຈາກນັ້ນ, ໂຄງການນ້ຳມັນເຊື້ອໄຟ B-50 ແມ່ນສອດຄ່ອງກັບປະລິມານການນຳໃຊ້ນໍ້າມັນເຊື້ອໄຟ B-40 ໃນປັດຈຸບັນ ຊຶ່ງມີການໃຊ້ບັນລຸ 10 ລ້ານກິໂລລິດ, ກວມເອົາ 64.7% ຂອງເປົ້າໝາຍປີ […]