ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ຕຸລາ ຜ່ານມາວ່າ: ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອໍານວຍການກອງທຶນການເງິນສາກົນ (IMF) ກ່າວເຕືອນວ່າ, ຄວາມບໍ່ແນ່ນອນຂອງເສດຖະກິດໂລກຈະກາຍເປັນ “ປົກກະຕິໃໝ່”, ໂດຍທ່ານກ່າວຕື່ມວ່າ: ເສດຖະກິດໂລກ “ດີກວ່າທີ່ຢ້ານກົວ, ແຕ່ຮ້າຍແຮງກວ່າທີ່ຄາດໄວ້.” ຄວາມຍືດຍຸ່ນຂອງໂລກຍັງບໍ່ທັນໄດ້ຮັບການທົດສອບຢ່າງເຕັມທີ່, ແຕ່ມີສັນຍານວ່າການທົດສອບນີ້ອາດຈະມາຮອດໃນໄວໆນີ້.   ທ່ານນາງ ຈໍເຈຍວາ ກ່າວວ່າ: ນະໂຍບາຍອັດຕາພາສີແມ່ນປັດໄຈສໍາຄັນທີ່ສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະຜົນກະທົບເຕັມຮູບແບບຂອງພວກມັນຍັງບໍ່ທັນໄດ້ປະກົດອອກມາ. ໃນຂະນະດຽວກັນ, ສິນຄ້າຈຳນວນຫຼວງຫຼາຍທີ່ກ່ອນໜ້ານີ້ຈະໄຫຼເຂົ້າສູ່ຕະຫຼາດ ສະຫະລັດ ອາເມຣິກາ, ໄດ້ຫັນປ່ຽນເສັ້ນທາງໄປຍັງຕະຫຼາດໃນປະເທດອື່ນໆສາມາດເຮັດໃຫ້ເກີດການຂຶ້ນພາສີຮອບສອງ.   ໂດຍທົ່ວໄປແລ້ວ, ຕະຫຼາດການເງິນຍັງຄົງມີສະຖຽນລະພາບ ເຖິງວ່າຈະປະເຊີນກັບຄວາມວຸ້ນວາຍທາງດ້ານນະໂຍບາຍ ແລະ ຫາກມີການແກ້ໄຂຢ່າງກະທັນຫັນ, ສະພາບການທາງການເງິນທີ່ເຄັ່ງຕຶງອາດຈະກີດຂວາງການເຕີບໂຕຂອງເສດຖະກິດໂລກ. ທ່ານນາງ ຈໍເຈຍວາ ຮຽກຮ້ອງໃຫ້ຜູ້ວາງນະໂຍບາຍທົ່ວໂລກສືບຕໍ່ເບິ່ງການຄ້າເປັນຕົວຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກ ແລະ ປະຕິບັດຕາມນະໂຍບາຍຢ່າງລະມັດລະວັງ.   ທັງນີ້, ກອງທຶນດັ່ງກ່າວຍັງໄດ້ປັບປຸງການຄາດຄະເນການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ທົ່ວໂລກ ໃນປີ 2025 ເປັນ 3% ໃນບົດລາຍງານທ່າອ່ຽງເສດຖະກິດໂລກ (ສະບັບປັບປຸງ) ເດືອນກໍລະກົດ ແລະ […]

ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025

ຂ່າວຕ່າງປະເທດລາຍງານ ໃນວັນສຸກທີ 10 ຕຸລາ 2025, ເວລາ 8:43 ໂມງເຊົ້າ ລາຍລະອຽດ:ຂະໜາດ 7.6 ແມັກນິຈູດ, ຄວາມເລິກ 58 ກິໂລແມັດທີ່ເມືອງມານາຍ, ແຂວງດາເວົາໂອເລຍນທາລ໌, ຟີລິບປິນສະຖານະການລ່າສຸດ ຜູ້ເສຍຊີວິດມີຜູ້ເສຍຊີວິດ 2 ຄົນ (ຂໍ້ມູນເບື້ອງຕົ້ນ) ເກີດໄຟຟ້າດັບໄຟຟ້າດັບໃນເຂດແຜ່ນດິນໄຫວເປັນວົງກວ້າງກ  ມີແຈ້ງການເຕືອນສຶນາມິ ເວລາ 13:30 ໂມງ ໄດ້ຍົກເລີກການເຕືອນສຶນາມິແລ້ວ. ເກີດແຜ່ນດິນໄຫວຕາມມາ (Aftershock) ເວລາ 14:00 ໂມງ  ມີແຜ່ນດິນໄຫວຕາມມາແລ້ວ 200 ຄັ້ງ. ຄວາມເສຍຫາຍ ເຮືອນ ແລະ ອາຄານຈຳນວນຫຼາຍເສຍຫາຍຍັງບໍ່ສາມາດລະບຸຈຳນວນທີ່ແນ່ນອນໄດ້ກຳລັງຢູ່ໃນລະຫວ່າງການກວດສອບ   ພາບຄວາມເສຍຫາຍເບື້ອງຕົ້ນ                               […]

ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ

ວິທະຍຸ-ໂທລະພາບສູນກາງຈີນ, ອົງ​ການ​ພະ​ລັງງານ ​ແຫ່ງ​ຊາດ​ຈີນ​ ໄດ້​ປະ​ກາດ​ ຕົວ​ເລກ​ຂໍ້​ມູນ​ ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ ໃນ​ເດືອນ​ກໍ​ລະ​ກົດ ແລະ ເດືອນ​ສິງ​ຫາ ຂອງ​ ສປ ຈີນ​ ໃນ​ປີ​ນີ້ ຄື: ເດືອນ​ກໍ​ລະ​ກົດ, ປະ​ລິ​ມານ​ ການ​ນຳ​ໃຊ້​ໄຟ​ຟ້າ ​ໃນ​ທົ່ວ​ສັງ​ຄົມ​ຈີນ ​ມີ​ເຖິງ 1.022 ຕື້ກວ່າ​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 8,6% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ 2024. ນີ້​ແມ່ນ​ເທື່ອ​ທຳ​ອິດ ​ທີ່​ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ ປະ​ຈຳ​ເດືອນ​ ລື່ນກາຍ 1.000 ​ຕື້ກິ​ໂລ​ວັດ​ໂມງ ແລະ ກໍ​ແມ່ນ​ຄັ້ງ​ທຳ​ອິດ​ ໃນ​ທົ່ວ​ໂລກ. ​ສ່ວນເດືອນ​ສິງ​ຫາ, ມີ​ເຖິງ 1.015 ຕື້ກວ່າ​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024, ເປັນ​ຕົວ​ເລກ ​ທີ່​ລື່ນກາຍ 1.000 ​ຕື້ກິ​ໂລ​ວັດ​ໂມງ​ ອີກ​ຄັ້ງ​ໜຶ່ງ. ປະ​ລິ​ມານ ​ການ​ນຳ​ໃຊ້​ ໄຟ​ຟ້າ​ແມ່ນ​ຕົວ​ເລກ​ດັດ​ຊະ​ນີ ​ທີ່​ຊີ້ບອກ​ເຖິງ​ ສະ​ພາບການ​ເຄື່ອນ​ໄຫວ ​ຂອງ​ເສດ​ຖະ​ກິດ-​ສັງ​ຄົມ. […]

ຈີນປະດິດໄອເດຍທີ່ທັນສະໄໝສຸດ ເບິ່ງໂຄສະນາໃນຫ້ອງນ້ຳແລກເຈ້ຍຢ່າງທິດຊູ!

ບໍ່ດົນມານີ້, ມີຄລິບຈາກຕ່າງປະເທດກາຍເປັນໄວຣັສໃນຈີນ ເປັນພາບຄົນຢືນຢູ່ໜ້າຕູ້ຈ່າຍເຈ້ຍຢ່າງທິດຊູໃນຫ້ອງນ້ຳສາທາລະນະ ສິ່ງທີ່ໜ້າສົນໃຈແມ່ນລາວບໍ່ໄດ້ຈ່າຍເງິນເພື່ອຊື້ເຈ້ຍຢ່າງທິດຊູ ແຕ່ສະແກນ QR Code ເພື່ອເບິ່ງໂຄສະນາ ຫຼັງຈາກນັ້ນທິດຊູກໍໄຫຼອອກມາໃຫ້ແບບອັດຕະໂນມັດ! ນີ້ຄືທີ່ມາຂອງໄວຣັສ ‘ເບິ່ງໂຄສະນາແລກເຈ້ຍຢ່າງທິດຊູ’ ຫຼັກການເຮັດວຽກຂອງເຄື່ອງນີ້ງ່າຍຫຼາຍ ທ່ານສາມາດຈ່າຍເງິນເພື່ອຊື້ທິດຊູໄດ້ເລີຍ ແຕ່ຖ້າຢາກໄດ້ຟຣີກໍມີທາງເລືອກໃຫ້ສະແກນ QR Code ເພື່ອເບິ່ງໂຄສະນາແລກເຈ້ຍຢ່າງທິດຊູແທນການຈ່າຍເງິນ ໄອເດຍນີ້ຖືວ່າສະຫຼາດທັນສະໄໝໃນມຸມມອງດ້ານການຕະຫຼາດ ທັງຍັງແປກໃໝ່ແລະມີປະໂຫຍດທັງສອງຝ່າຍ ຄົນທີ່ໃຊ້ຫ້ອງນ້ຳ > ໄດ້ທິດຊູຟຣີ (ໃຜຈະບໍ່ຢາກໄດ້ຂອງຟຣີ) ຄົນທີ່ລົງໂຄສະນາ > ໂຄສະນາຈະມີຄົນເບິ່ງແນ່ນອນ ເພາະຄົນຕ້ອງການທິດຊູຟຣີ ແລະວິທີນີ້ດີກວ່າການໄປລົງໃນແພລັດຟອມອື່ນໆ ເຊັ່ນ YouTube ທີ່ຄົນມັກຈະຂ້າມໂຄສະນາ ແນ່ນອນວ່າປະເດັນນີ້ກໍມີຄົນໂຕ້ວາທີກັນຫຼາຍວ່າ ການເຮັດແບບນີ້ໃນຫ້ອງນ້ຳສາທາລະນະມັນເໝາະສົມບໍ່ ເພາະບາງຄົນກໍມອງວ່າ ທິດຊູໃນຫ້ອງນ້ຳສາທາລະນະຄວນໃຫ້ຟຣີຢູ່ແລ້ວ ຫຼືນີ້ແມ່ນການເອົາປຽບ? ໃນຂະນະທີ່ອີກຝ່າຍກໍມອງວ່ານີ້ຄືການຕະຫຼາດທີ່ອັດສະລິຍະທີ່ສຸດ ກ່ອນອື່ນເຮົາຕ້ອງເຂົ້າໃຈກ່ອນວ່າໃນປະເທດຈີນ ການທີ່ຄົນສ່ວນໃຫຍ່ຕ້ອງຖືເຈ້ຍຢ່າງທິດຊູເຂົ້າໄປໃຊ້ເອງຖືເປັນເລື່ອງປົກກະຕິຢູ່ແລ້ວ ດັ່ງນັ້ນ ການທີ່ມີຕູ້ຈ່າຍທິດຊູແບບນີ້ຈຶ່ງຖືເປັນກໍລະນີຫາຍາກ ແລະບໍ່ຄ່ອຍໄດ້ເຫັນເລື້ອຍໆ ໃນຫ້ອງນ້ຳສາທາລະນະທົ່ວໄປຂອງຈີນ ກິມມິກນ້ອຍໆ ແບບນີ້ບໍ່ພຽງແຕ່ສ້າງຄວາມແປກໃໝ່ເທົ່ານັ້ນ ແຕ່ໃນແງ່ໜຶ່ງກໍສະທ້ອນໃຫ້ເຫັນເຖິງຄວາມເປັນ ‘ທຶນນິຍົມ’ ທີ່ສາມາດແຊກຊຶມເຂົ້າໄປຢູ່ໃນເກືອບຈະທຸກພື້ນທີ່ຂອງສັງຄົມໄດ້ເປັນຢ່າງດີ ເພາະທິດຊູຄືຂໍ້ມູນຟຣີ: ເຂົ້າສູ່ຍຸກ ‘Unskippable Ads’ ແລະການ ຕະຫຼາດທີ່ຊຶມເລິກທຸກພື້ນທີ່ ຕູ້ຈ່າຍເຈ້ຍຢ່າງທິດຊູແລກກັບການເບິ່ງໂຄສະນາເປັນກໍລະນີສຶກສາທີ່ສະທ້ອນເຖິງຍຸກສະໄໝຂອງທຶນນິຍົມດິຈິຕອນທີ່ຝັງຮາກໃນທຸກພື້ນທີ່ […]

ຮູບພາບພາຍຸງວງຊ້າງເກີດຂຶ້ນ ໃນປະເທດກຳປູເຈຍ ພາຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ

ພະຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ມີຮູບຮ່າງຄ້າຍງວງຊ້າງ ຫຼືທີ່ຊາວບ້ານເອີ້ນວ່າ “ខ្យល់កួច” (ລົມກູດ) ຫຼື ລົມໝຸນ ໄດ້ພັດຖະຫຼົ່ມເຮືອນລອຍນ້ຳຂອງປະຊາຊົນ ເທິງແມ່ນ້ຳໂຕນເລສາບ ພາຍໃນເວລາສັ້ນໆ ສົ່ງຜົນໃຫ້ເຮືອນເສຍຫາຍເກືອບ 20 ຫຼັງ. ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 1 ໂມງກາງຄືນ ຂອງວັນທີ 7 ຕຸລາ ຢູ່ບ້ານເປຣັກຕານ ຕຳບົນເກາະຊີວົງ ເມືອງແອັກພະນົມ. ຢ່າງໃດກໍຕາມ ເຫດການນີ້ບໍ່ມີລາຍງານວ່າມີຜູ້ບາດເຈັບ ຫຼື ເສຍຊີວິດແຕ່ຢ່າງໃດ.          

ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

  ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນກຽວໂຕ ໄດ້ປະກາດການເພີ່ມອັດຕາພາສີໂຮງແຮມໃໝ່ ຊຶ່ງຈະມີຜົນສັກສິດໃນເດືອນມີນາປີ 2026, ເພື່ອແກ້ໄຂບັນຫານັກທ່ອງທ່ຽວແອອັດ.ອຳນາດການ ປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.ການເກັບ ພາສີໂຮງແຮມສະບັບໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມີນາ 2026 ເປັນຕົ້ນໄປ.   ໂດຍນັກທ່ອງທ່ຽວທີ່ພັກໃນໂຮງແຮມທີ່ມີລາຄາ 100,000 ເຢນຕໍ່ຄົນຕໍ່ຄືນ ຈະຖືກເກັບພາສີໂຮງແຮມ 10,000 ເຢນ ຫຼື 10% ຂອງລາຄາທີ່ພັກ.ສ່ວນນັກທ່ອງທ່ຽວທີ່ພັກຢູ່ໂຮງແຮມທີ່ມີລາຄາຕໍ່າກວ່າ 6,000 ເຢນ ຈະຖືກເກັບພາສີ 200 ເຢນຕໍ່ ຄົນຕໍ່ຄືນ ແລະ ໂຮງແຮມທີ່ມີລາຄາຕໍ່າກວ່າ 20,000 ເຢນ ຈະຖືກເກັບພາສີ 400 ເຢນ. ໂດຍອັດຕາພາສີໂຮງແຮມສະບັບໃໝ່ນີ້ແມ່ນມີລັກສະນະແບບຂັ້ນໄດ, ແຕ່ສຳລັບການເດີນທາງມາທັດສະນະສຶກສາຂອງນັກຮຽນ ແລະ ຜູ້ຕິດຕາມ ຈະໄດ້ຮັບ ການຍົກເວັ້ນ.   ການເກັບພາສີໂຮງແຮມໃໝ່ຄັ້ງນີ້ໄດ້ຖືກອະນຸມັດໂດຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ການສື່ສານພາຍຫຼັງແຜນການດັ່ງກ່າວໄດ້ຖືກປັບປຸງ […]

ມູນຄ່າ Bitcoin ທຳລາຍສະຖິຕິເກົ່າ ທະລຸໄປແຕະ 4 ລ້ານບາດ

Bitcoin ສະກຸນເງິນຄຣິບໂຕທີ່ມີມູນຄ່າຕະຫຼາດສູງທີ່ສຸດໃນໂລກໄດ້ສ້າງສະຖິຕິມູນຄ່າສູງເປັນປະຫວັດສາດເມື່ອຊ່ວງ 12.00 ໂມງ (ຕາມເວລາໄທ) ຂອງວັນທີ 5 ຕຸລາທີ່ຜ່ານມາ ໂດຍໄປແຕະຢູ່ທີ່ 125,245.57 ໂດລາສະຫະລັດ (ຫຼືປະມານ 4 ລ້ານບາດ) ມູນຄ່າສູງສຸດຂອງ Bitcoin ໃນຊ່ວງກ່ອນໜ້ານີ້ແມ່ນ 124,480 ໂດລາສະຫະລັດໃນຊ່ວງກາງເດືອນສິງຫາທີ່ຜ່ານມາ ເຊິ່ງເປັນຊ່ວງທີ່ລັດຖະບານສະຫະລັດອາເມລິກາອອກມາດຕະການທີ່ເປັນມິດກັບຜູ້ຖື Bitcoin ຫຼາຍຂຶ້ນ ແລະຄວາມຕ້ອງການຂອງນັກລົງທຶນສະຖາບັນທີ່ເພີ່ມຂຶ້ນດ້ວຍ ເມື່ອທຽບກັບຊ່ວງເວລາເປີດຕະຫຼາດຫຼັກຊັບແລ້ວ ຖືໄດ້ວ່າ Bitcoin ສ້າງມູນຄ່າສູງຕໍ່ເນື່ອງ 8 ຊ່ວງການຊື້ຂາຍ ເປັນຜົນມາຈາກມູນຄ່າຊັບສິນສະຫະລັດທີ່ເພີ່ມຂຶ້ນ ແລະປະລິມານເງິນທີ່ໄຫຼເຂົ້າໄປຍັງກອງທຶນຄຣິບໂຕທີ່ເພີ່ມຂຶ້ນດ້ວຍ ໃນທາງກັບກັນ ມູນຄ່າຂອງໂດລາສະຫະລັດປັບຕົວຫຼຸດລົງເມື່ອວັນສຸກທີ 3 ຕຸລາທີ່ຜ່ານມາ ເຊິ່ງຖືວ່າເປັນການປັບຕົວຫຼຸດລົງຕໍ່ເນື່ອງເປັນເວລາຫຼາຍອາທິດ ໂດຍສຳນັກຂ່າວ Reuters ຊີ້ວ່າເປັນຜົນມາຈາກຄວາມບໍ່ແນ່ນອນຫຼັງເຫດການລະງັບການຈ່າຍເງິນງົບປະມານຈາກລັດຖະສະພາ ເນື່ອງຈາກຄວາມບໍ່ລົງກັນໃນດ້ານນະໂຍບາຍລະຫວ່າງສອງພັກໃຫຍ່ ທີ່ມາ: Reuters

OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

  ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ຄາດວ່າຄວາມຕ້ອງການນ້ຳມັນທົ່ວໂລກຈະເພີ່ມຂຶ້ນຈາກ 308 ລ້ານບາເຣນຕໍ່ມື້ເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050 ຊຶ່ງເປັນອັດຕາການເຕີບໂຕ 23%.   ທ່ານ ເບຣູຊ ໄບຄາລິຊາເດ ຫົວໜ້າພະແນກສຶກສານ້ໍາມັນຂອງອົງການດັ່ງກ່າວ ຊຶ່ງນໍາສະເໜີບົດລາຍງານທ່າອ່ຽງຕະຫຼາດນ້ໍາມັນທົ່ວໂລກໃນງານສັບປະດາພະລັງງານຂອງກາຊັກສະຖານ ປີ 2025 ແລະກອງປະຊຸມ KAZENERGY ຄັ້ງທີ 16 ທີ່ນະຄອນຫຼວງອັສຕານາ ຂອງກາຊັກສະຖານ ວ່າ: ຄວາມຕ້ອງການນ້ໍາມັນເພີ່ມຂຶ້ນຕາມການເຕີບໂຕຂອງປະຊາກອນໂລກ ທີ່ຈະເພີ່ມຂຶ້ນຈາກ 8.72 ຕື້ຄົນ ເປັນ 9.7 ຕື້ຄົນ.   ທ່ານ ໄບຄາລິຊາເດ ກ່າວວ່າ: ປະຊາກອນຫຼາຍກວ່າ 1.2 ຕື້ຄົນ ຈະອາໄສຢູ່ຕາມຕົວເມືອງໃນປີ 2050, ໃນຂະນະທີ່ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຈະເລັ່ງການເຕີບໂຕຂອງບັນດາສະມາຊິກອົງການຮ່ວມມືເສດຖະກິດ ແລະ ການພັດທະນາ (OECD). ໂດຍຄວາມກ້າວໜ້າຢ່າງຕໍ່ເນື່ອງໃນຂະແໜງທຸລະກິດນ້ໍາມັນຈະເພີ່ມປະສິດທິພາບ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ, ແຕ່ຈະບໍ່ມີຄວາມກ້າວໜ້າທາງເຕັກໂນໂລຊີທີ່ສໍາຄັນເກີດຂຶ້ນ.   ບົດລາຍງານລະບຸຕື່ມວ່າ: […]

ຍອດຜູ້ເສຍຊີວິດ ໃນເຫດການ ສິ່ງກໍ່ສ້າງໂຮງ ຮຽນ ຢູ່ອິນໂດເນເຊຍ ພັງທະລາຍ ເພີ່ມຂຶ້ນ ຫລາຍ

ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 1 ຕຸ​ລາ​ນີ້, ພາກ​ສ່ວນ​ ໜ່ວຍກູ້​ໄພ​ ຂອງ​ແຂວງ​ຈາ​ວາ​ ຕາ​ເວັນ​ອອກ ​ອິ​ນ​ໂດ​ເນ​ເຊຍ​ ເປີດເຜີຍວ່າ: ​ໂຮງ​ຮຽນ​ແຫ່ງ​ໜຶ່ງ​ ຂອງ​ເມືອງຊີ​ໂດ​ອາ​ໂຈ​ ຂອງ​ແຂວງ​ດັ່ງ​ກ່າວ ໄດ້​ເກີດ​​ເຫດ​ ​ສິ່ງ​ກໍ່​ສ້າງ ພັງ​ທະ​ລາຍ ເຮັດໃຫ້ຈຳ​ນວ​ນ ​ຜູ້​ເສຍ​ຊີ​ວິດ​ ໃນ​ເຫດ​ການ​ດັ່ງ​ກ່າວ ​ເພີ່ມ​ຂຶ້ນ​ 5 ຄົນ ແລະ ຍັງ​ຢູ່ໃຕ້ຊາກອາຄານອີກ 84 ຄົນ. ຂະນະນີ້ ໜ່ວຍຜູ້​ກູ້​ໄພ ຫລາຍ​ຮ້ອຍ​ຄົນ ​ຍັງ​ພວມ​ດຳ​ເນີນ​ ການ​ເຄື່ອນ​ໄຫວ ​ຄົ້ນ​ຫາ​ຢູ່​ບ່ອນ​ເກີດ​ເຫດ.     ປັດ​ຈຸ​ບັນ ໜ່ວຍຜູ້​ກູ້​ໄພ ພວມ​ປະ​ເມີນ​ວ່າ ຈະ​ໃຊ້​ອຸ​ປະ​ກອນ​ ແບບ​ໜັກ ​ເພື່ອຄົ້ນ​ຫາ ຫລື ບໍ່. ສາ​ເຫດ​ ທີ່​ພາ​ໃຫ້​ເກີດ​ເຫດ​ການ​ ຍັງ​ຢູ່​ໃນ ຂະບວນ​ການ​ ສືບ​ສວນ ສອບ​ສວນ ຢ່າງຮີບດ່ວນ​     (ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ […]

ອິນໂດເນເຊຍ ຈະເປີດນຳໃຊ້ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກັນຍາ ຜ່ານມາວ່າ: ກອງທຶນຄວາມຮັ່ງມີແຫ່ງຊາດດານັນຕາຣາ (Danantara) ປະກາດວ່າ: ອິນໂດເນເຊຍ ຈະເປີດໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ (WTE) ໃນທ້າຍເດືອນຕຸລາ ນີ້ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຄຸ້ມຄອງຂີ້ເຫຍື້ອທີ່ເພີ່ມຂຶ້ນ ແລະ ສົ່ງເສີມພະລັງງານໝູນວຽນ.   ທ່ານ ໂຣຊານ ໂຣສລານີ ຫົວໜ້າອົງການລົງທຶນຂອງລັດດານັນຕາຣາ ກ່າວວ່າ: ໃນໄລຍະທໍາອິດ ຈະມີການສ້າງໂຮງງານປ່ຽນຂີ້ເຫຍື້ອເປັນພະລັງງານ 8 ແຫ່ງ ໃນເດືອນຕຸລານີ້. ໂດຍອິນໂດເນເຊຍຕັ້ງເປົ້າໝາຍສ້າງໂຮງງານປ່ຽນຂີ້ເຫຍື້ອເປັນພະລັງງານ ຈຳນວນ 33 ແຫ່ງໃນທົ່ວປະເທດ, ແຕ່ລະແຫ່ງມີຄວາມສາມາດໃນການຈັດການຂີ້ເຫຍື້ອ 1,000 ໂຕນຕໍ່ມື້ ແລະ ມີມູນຄ່າການລົງທຶນເຖິງ 3 ພັນຕື້ຣູເປຍ.   ທ່ານ ໂຣຊານ ໃຫ້ຮູ້ວ່າ: ອິນໂດເນເຊຍຜະລິດຂີ້ເຫຍື້ອປະມານ 35 ລ້ານໂຕນຕໍ່ປີ, ແຕ່ປັດຈຸບັນມີການຈັດການຂີ້ເຫຍື້ອພຽງແຕ່ 60% ເທົ່ານັ້ນ ແລະ ຄາດວ່າໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຈະສະໜອງການແກ້ໄຂຂີ້ເຫຍື້ອໃນໄລຍະຍາວຂອງປະເທດ, ພ້ອມທັງເລັ່ງການພັດທະນາແຫຼ່ງພະລັງງານໃໝ່ແລະ ພະນັກງານໝູນວຽນ.   ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຄາດວ່າຈະຊ່ວຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງປະເທດໄດ້ເຖິງ 80%, […]