ເຫດການວຸ່ນວາຍເທິງຖ້ຽວບິນ VN72 ຈາກເມືອງມິລານໄປສະໜາມບິນໂນ່ຍໄບ (ນະຄອນຫຼວງຮາໂນ່ຍ)

ຫຼ້າສຸດມີການເຜີຍແຜ່ຂໍ້ມູນໃນໂລກອອນລາຍ ກ່ຽວກັບເຫດການວຸ່ນວາຍເທິງຖ້ຽວບິນ VN72 ຈາກເມືອງມິລານໄປສະໜາມບິນໂນ່ຍໄບ (ນະຄອນຫຼວງຮາໂນ່ຍ) ເຫດການເກີດຂຶ້ນເມື່ອຜູ້ໂດຍສານຄົນຈີນຜູ້ໜຶ່ງພະຍາຍາມຈູດໄຟໃນຫ້ອງໂດຍສານ ໂດຍການຫັກ ທຸບໂທລະສັບມືຖືຈົນເຮັດໃຫ້ແບັດເຕີຣີ່ຕິດໄຟ ເຮັດໃຫ້ເກີດຄວາມວຸ້ນວາຍເທິງເຮືອບິນໂຊກດີທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພສາມາດເຂົ້າຄວບຄຸມສະຖານະການໄດ້ຢ່າງໄວວາ ແລະ ມີລາຍງານວ່າ ຊາຍຄົນດັ່ງກ່າວຖືກປະຕິເສດການເຂົ້າເມືອງເມື່ອເດີນທາງໄປຮອດອິຕາລີ ເຮັດໃຫ້ຕ້ອງເດີນທາງກັບຄືນມາຫວຽດນາມດ້ວຍຖ້ຽວບິນນີ້ ຈຶ່ງອາດຈະເປັນສາເຫດຂອງການກໍ່ເຫດດັ່ງກ່າວ.             ຂ່າວຫວຽດນາມ 29.9.2025

ເກົາຫຼີໃຕ້ຍົກເວັ້ນວີຊາກຸ່ມທ່ອງທ່ຽວຈີນເຂົ້າປະເທດ ຫວັງກະຕຸ້ນເສດຖະກິດ-ສ້າງສາຍພົວພັນເພື່ອນບ້ານ

ເກົາຫຼີໃຕ້ ໄດ້ເລີ່ມເປີດໃຫ້ນັກທ່ອງທ່ຽວຊາວຈີນແບບກຸ່ມ ເຂົ້າປະເທດໂດຍໄດ້ຮັບການຍົກເວັ້ນວີຊາ ນັບແຕ່ວັນຈັນທີ່ 29 ກ.ຍ. ເຊິ່ງເປັນມາດຕະການທີ່ລັດຖະບານເກົາຫຼີໃຕ້ຫວັງຈະນຳໃຊ້ເປັນມາດຕະການກະຕຸ້ນທາງເສດຖະກິດ ແລະ ຊ່ວຍເສີມສ້າງຄວາມສຳພັນກັບຈີນ ເຊິ່ງເປັນປະເທດເພື່ອນບ້ານ. ພາຍໃຕ້ໂຄງການນຳຮ່ອງນີ້ ເຊິ່ງມີກຳນົດຈະດຳເນີນການໄປຈົນເຖິງເດືອນມິຖຸນາຍປີໜ້າ, ກຸ່ມນັກທ່ອງທ່ຽວທີ່ມີຈຳນວນຕັ້ງແຕ່ 3 ຄົນຂຶ້ນໄປ ຈາກຈີນແຜ່ນດິນໃຫຍ່ ຈະສາມາດພຳນັກຢູ່ເກົາຫຼີໃຕ້ໄດ້ເປັນເວລາ 15 ວັນ ໂດຍບໍ່ຕ້ອງຍື່ນຂໍວີຊາ. ການຕັດສິນໃຈດັ່ງກ່າວມີຂຶ້ນກ່ອນຊ່ວງວັນຫຍຸດຍາວ ວັນຊາດຈີນ ລະຫວ່າງວັນທີ່ 1-8 ຕຸລາ, ເຊິ່ງເປັນຊ່ວງດຽວກັນກັບວັນຫຍຸດຍາວຂອງເກົາຫຼີໃຕ້, ເຮັດໃຫ້ຄາດການວ່າຈະມີນັກທ່ອງທ່ຽວເດີນທາງເພີ່ມຂຶ້ນຢ່າງຫຼວງຫຼາຍ. ພາກທຸລະກິດຂອງເກົາຫຼີໃຕ້ຕ່າງເລັ່ງຫາຜົນປະໂຫຍດຈາກຄວາມຕ້ອງການທີ່ເພີ່ມຂຶ້ນນີ້ ໂດຍບໍລິສັດຊິນລາ ດິວຕີ້ ຟຣີ ໄດ້ຈັດກຽມທົວເຮືອສຳລັບນັກທ່ອງທ່ຽວຊາວຈີນໂດຍສະເພາະ, ຂະນະທີ່ແອັບພລິເຄຊັນຈັດສົ່ງອາຫານຍອດນິຍົມຢ່າງ ແບດັນ ມິນຈົກ (Baedal Minjok) ກຳລັງເພີ່ມທາງເລືອກການຊຳລະເງິນດ້ວຍອາລີເພ (Alipay) ແລະ ວີແຊັດເພ (WeChat Pay) ເພື່ອອຳນວຍຄວາມສະດວກແກ່ນັກທ່ອງທ່ຽວຊາວຈີນ. ໂຄງການຍົກເວັ້ນວີຊານີ້ຖືກປະກາດຕັ້ງແຕ່ເດືອນມີນາ ແລະ ເກີດຂຶ້ນຫຼັງຈາກທີ່ຈີນໄດ້ຕັດສິນໃຈສະເໜີຍົກເວັ້ນວີຊາໃຫ້ແກ່ຊາວເກົາຫຼີໃຕ້ພຳນັກໄດ້ນານສູງສຸດ 30 ວັນ ເມື່ອເດືອນພະຈິກປີທີ່ແລ້ວ. ຄັ້ງສຸດທ້າຍທີ່ເກົາຫຼີໃຕ້ສະເໜີການຍົກເວັ້ນວີຊາລັກສະນະດຽວກັນນີ້ໃຫ້ແກ່ຊາວຈີນແຜ່ນດິນໃຫຍ່ແມ່ນລະຫວ່າງເດືອນທັນວາ 2017 ເຖິງເດືອນມີນາ 2018 ເຊິ່ງສອດຄ່ອງກັບການແຂ່ງຂັນກິລາໂອລິມປິກລະດູໜາວທີ່ເມືອງພຽງຊາງ. […]

ທຣຳປ໌ປະນາມເຫດການນອງເລືອດ ເສຍຊີວິດ 4 ຄົນທີ່ໂບດໃນລັດມິຊິແກນ ຢັ້ງຢືນທຸກຝ່າຍຕ້ອງຢຸດຕິຄວາມຮຸນແຮງຕໍ່ຊາວຄຣິສຕຽນ

ປະທານາທິບໍດີໂດນາລ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ປະນາມເຫດການຍິງໂບດມໍມອນໃນລັດມິຊິແກນ ວ່າເປັນການໂຈມຕີເປົ້າໝາຍຊາວຄຣິສຕຽນໂດຍກົງ. ເຫດການທີ່ໜ້າເສົ້າໃຈນີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະບາດເຈັບອີກ 8 ຄົນ ພ້ອມກັບຮຽກຮ້ອງໃຫ້ຢຸດຕິ “ພະຍາດລະບາດແຫ່ງຄວາມຮຸນແຮງ” ທີ່ກຳລັງຖະໂຫມເຂົ້າໃສ່ສະຫະລັດອາເມຣິກາ. ວັນທີ 28 ກັນຍາ 2568 (2025) ເກີດເຫດການຍິງສັບປະຍົດຢູ່ໂບດ Latter Day Saints ທີ່ເມືອງແກຣນບລອງ ລັດມິຊິແກນ ລະຫວ່າງພິທີທາງສາສະໜາ. ຜູ້ກໍ່ເຫດຊາຍອາຍຸ 40 ປີ ຂັບລົດພຸ່ງຊົນປະຕູດ້ານໜ້າ ກ່ອນນຳໃຊ້ອາວຸດປືນໄລເຟິນຍິງໃສ່ຜູ້ເຂົ້າຮ່ວມພິທີ. ຫົວໜ້າຕຳຫຼວດທ້ອງຖິ່ນເປີດເຜີຍວ່າ ເຈົ້າໜ້າທີ່ເຂົ້າຕອບໂຕ້ແລະຍິງຜູ້ກໍ່ເຫດຢູ່ບ່ອນເກີດເຫດ. ຍັງມີລາຍງານວ່າເກີດເຫດໄຟໄໝ້ໂບດຂຶ້ນນຳ, ຄາດວ່າຜູ້ກໍ່ເຫດເປັນຜູ້ກໍ່ການເອງ. ພາບຈາກໂດຣນສະແດງໃຫ້ເຫັນຫຼັງຄາໂບດຖືກໄຟໄໝ້ເສຍຫາຍໜັກ. ເຈົ້າໜ້າທີ່ກຳລັງກວດກາພື້ນທີ່ ເພື່ອຄົ້ນຫາຜູ້ປະສົບເຫດເພີ່ມເຕີມ. ປະທານາທິບໍດີໂດນາລ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ປະນາມເຫດການຍິງໂບດມໍມອນນີ້ວ່າເປັນການໂຈມຕີເປົ້າໝາຍຊາວຄຣິສຕຽນໂດຍກົງ. ທ່ານກ່າວວ່າເຫດການຄັ້ງນີ້ເປັນສ່ວນໜຶ່ງຂອງ “ພະຍາດລະບາດແຫ່ງຄວາມຮຸນແຮງ” ທີ່ຕ້ອງຢຸດຕິລົງທັນທີ. ທັງນີ້ ເຫດການຍິງສັບປະຍົດຄັ້ງນີ້ເກີດຂຶ້ນພຽງບໍ່ກີ່ວັນ ຫຼັງຈາກທຣຳປ໌ຫາກໍໃຫ້ຄຳໝັ້ນສັນຍາວ່າຈະອອກຄຳສັ່ງຝ່າຍບໍລິຫານເພື່ອຈັດການກັບ “ເຄືອຂ່າຍກໍ່ການຮ້າຍຝ່າຍຊ້າຍຫົວຮຸນແຮງ” ພາຍໃນປະເທດ, ຫຼັງຈາກເກີດເຫດຍິງຖະຫຼົ່ມສະຖານທີ່ຂອງສຳນັກງານກວດຄົນເຂົ້າເມືອງແລະສຸນລະກາກອນທີ່ເມືອງດັນລັດ ແລະການລອບສັງຫານຊາລີ ເຄີກ ອິນຟລູເອນເຊີສາຍອະນຸລັກນິຍົມທີ່ມີຊື່ສຽງ ໃນລັດຢູທາຫ໌ເມື່ອຕົ້ນເດືອນທີ່ຜ່ານມາ.

ຜົນກະທົບຈາກພະຍຸບົວລອຍ ປະເທດຫວຽດນາມ ເມືອງເວ້ ທີ່ ຮູບພາບ 28 ກັນຍາ 2025

ພະຍຸບົວລອຍ ເຄື່ອນຕົວເຂົ້າໃກ້ຝັ່ງຕອນກາງ-ເໜືອ ແຕ່ພະຍຸໝາຍເລກ 10 ບัວລອຍໄດ້ກໍ່ໃຫ້ເກີດພະຍຸລົມໝຸນ ເຮັດໃຫ້ຫລັງຄາເຮືອນ ແລະ ໂຮງຮຽນຫຼາຍກວ່າ 70 ຫຼັງໃນເມືອງເວ້ໄດ້ຮັບຜົນກະທົບສ້າງເສຍຫາຍ ລວມທັງຄວາມເສຍຫາຍອື່ນໆ ອີກຫຼາຍ                    

ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ

  ວັນທີ 25 ກັນຍາ 2568 ຜູ້ແທນລາດຊະດອນປະຈຳເຂດແຂວງຣັດຕະນະກີຣີໄດ້ຮຽກຮ້ອງໃຫ້ປະຊາຊົນມີຄວາມຕື່ນຕົວ ແລະ ລະມັດລະວັງຢ່າງສູງຕໍ່ສະຖານະການນ້ຳຖ້ວມທີ່ກຳລັງເພີ່ມລະດັບຢ່າງຮຸນແຮງ ແລະ ໃຫ້ຫາບ່ອນຫຼົບໄພໃນພື້ນທີ່ສູງທີ່ປອດໄພ ໂດຍສະເພາະຢ່າງຍິ່ງໃຫ້ລະວັງເດັກນ້ອຍ ແລະ ຮັກສາສຸຂອະນາໄມໃຫ້ດີ.   ນອກຈາກນີ້ ຫົວໜ່ວຍງານທີ່ມີອຳນາດໃນທຸກລະດັບຕ້ອງໃຫ້ຄວາມສຳຄັນກັບການຕິດຕາມສະຖານະການໄພພິບັດທາງທຳມະຊາດແລະສະຖານະການຂອງປະຊາຊົນ ຕຽມພ້ອມວິທີການເຂົ້າຊ່ວຍເຫຼືອໃຫ້ທັນທ່ວງທີຫາກຝົນຍັງຄົງຕົກໜັກຕໍ່ໄປ.   ລະດັບນ້ຳໃນແມ່ນ້ຳສເຣໂປກທີ່ເມືອງລຸມພັດສູງເຖິງ 13.52 ແມັດ ເຊິ່ງສູງກວ່າລະດັບເຕືອນໄພ 1.02 ແມັດ (ລະດັບເຕືອນໄພຢູ່ທີ 12.50 ແມັດ) ນ້ຳໄດ້ຖ້ວມພື້ນທີ່ລຸ່ມຕ່ຳ ບ້ານເຮືອນປະຊາຊົນ ວັດ ໂຮງຮຽນ ໄຮ່ນາ ສວນ ແລະໂຄງສ້າງພື້ນຖານທາງບາງສ່ວນໃນໝູ່ບ້ານແລະຕຳບົນເສຍຫາຍ.   ໃນລະດູການພາຍຸແຕ່ລະປີ ຫວຽດນາມ ລາວ ໄທ ມັກໄດ້ຮັບຜົນກະທົບໜັກຈາກພາຍຸຊ່ວງຕົ້ນ-ກາງລະດູ. ສ່ວນກຳປູເຈຍ ຈະໄດ້ຮັບຜົນກະທົບໃນຊ່ວງປາຍລະດູ ນ້ຳຈາກແມ່ນ້ຳຂອງ ຈະໄຫຼໄປສະສົມໃນກຳປູເຈຍ ແລະຫວຽດນາມກ່ອນໄຫຼອອກທະເລ.              

ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025

ເມືອງກວາງຟູ່ ແຂວງຮະວາຫລຽນ ໄຕ້ຫວັນຮູບພາບຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ (ເຂດ) ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025 ຜູ້ປະສົບເຫດໄດ້ພະຍາຍາມໂທລະສັບຂໍຄວາມຊ່ວຍເຫຼືອ ຖ້າເຈົ້າໜ້າທີ່ມາຊ່ວຍ.   24.9.2025 ຕາມລາຍງານໄດ້ມີການຢືນຢັນວ່າມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ບາດເຈັບ 18 ຄົນ ແລະ ສູນຫາຍ 124 ຄົນ.  ຫຼັງຈາກເກີດນ້ຳຖ້ວມຈາກທະເລສາບທີ່ເກີດຈາກດິນເຊາະ ເນື່ອງຈາກສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນຈາກ ອິດທິພົນຂອງພາຍຸໄຕ້ຝຸ່ນລາກາຊາ ແມ່ນ້ຳລົ້ນຕົ້ນ ບໍລິເວນລຳທານມາຕາອຽນໃນເຂດເມືອງກວາງຟູ່ ແຂວງຮະວາຫລຽນ ໄຕ້ຫວັນ.                    

ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025

  ວັນທີ 24 ກັນຍາ 2025, ຮົງກົງຕ້ອງປະເຊີນໜ້າກັບອິດທິພົນຂອງ ລົມພາຍຸໄຕ້ຝຸ່ນ “ລາກາຊາ” (Ragasa) ໄດ້ພັດເຂົ້າ ຮົງກົງ ແລະ ສ້າງຄວາມເສຍຫາຍຢ່າງໜັກ, ໂດຍສະເພາະໃນເຂດ ເຮັງຟາຊວນ (Heng Fa Chuen) ບໍລິເວນແຄມຝັ່ງທະເລຕາເວັນອອກຂອງເກາະຮົງກົງ ເຮັດໃຫ້ລະດັບນໍ້າທະເລສູງຂຶ້ນ ແລະ ເກີດນໍ້າຖ້ວມກະທັນຫັນ.     ຫໍຄອຍສັງເກດການ ຮົງກົງ (Hong Kong Observatory) ໄດ້ປະກາດຍົກລະດັບສັນຍານເຕືອນໄພພາຍຸຂຶ້ນສູ່ລະດັບສູງສຸດ T10 ໃນເວລາ 02:40 ໂມງ ຕອນເຊົ້າຂອງວັນພຸດ, ຫລັງຈາກປະກາດສັນຍານເຕືອນໄພລະດັບຮອງລົງມາໄດ້ພຽງ 1 ຊົ່ວໂມງ. ຄາດວ່າລະດັບນໍ້າທະເລອ້ອມແຄມຝັ່ງຈະສູງຂຶ້ນ 2-3 ແມັດ ເຊິ່ງຈະສົ່ງຜົນໃຫ້ບັນດາພື້ນທີ່ຕໍ່າ ສ່ຽງຖືກນໍ້າຖ້ວມເປັນວົງກວ້າງ.     ລາຍງານລະບຸວ່າ ພາຍຸ ລາກາຊາ ມີຄວາມໄວລົມແຮງສູງສຸດຕໍ່ເນື່ອງເຖິງ 230 ກິໂລແມັດຕໍ່ຊົ່ວໂມງ, ໄດ້ສ້າງຄວາມກັງວົນໃຫ້ປະຊາຊົນ ແລະ ເຈົ້າໜ້າທີ່. ຂະນະດຽວກັນ, […]

ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ

ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາຄາດວ່າພາຍຸຈະເລີ້ມຮຸນແຮງໃນຮ່ອງກົງຕັ້ງແຕ່ແລງຂອງວັນທີ 23/9/2025                 ພາບຈາກ: world Fourd    

ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025

ເຫດເວລາ 07.13 ນ. ເກີດຂຸມຍຸບຂະໜາດໃຫຍ່ ປະມານ 30×30 ແມັດ ເລິກ 50 ແມັດ ຖະໜົນຍຸບຕົວລົງຂະຫຍາຍວົງກວ້າງຕໍ່ເນື່ອງ ເສົາໄຟ 2 ຕົ້ນ ແລະ ລົດຍົກຕຳຫຼວດສະຖານີຕຳຫຼວດສາມເສນ ຕົກລົງໄປ ເຈົ້າໜ້າທີ່ອົບພະຍົບຜູ້ປ່ວຍ ແລະ ອາພາດເມັ້ນໃກ້ຄຽງອອກໄປຍັງພື້ນທີ່ປອດໄພແລ້ວ ປິດການສັນຈອນແຍກວະຊິຣະພະຍາບານ ໂຊກດີ ບໍ່ມີລາຍງານຜູ້ບາດເຈັບຈາກເຫດຄັ້ງນີ້.              

ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II

  ນາຊາກຳລັງກະກຽມສົ່ງນັກບິນອະວະກາດ 4 ຄົນຂຶ້ນຍານ Artemis II ເພື່ອເດີນທາງໂຄຈອນຮອບດວງຈັນເປັນເວລາ 10 ມື້ ໂດຍມີເປົ້າໝາຍເປີດໂຕໄວທີ່ສຸດໃນວັນທີ 5 ກຸມພາ 2026 ຖືວ່າເປັນການກັບໄປຢ້ຽມຢາມດວງຈັນເທື່ອທຳອິດໃນຮອບ 50 ປີນັບຕັ້ງແຕ່ Apollo 17 ພາລະກິດນີ້ຈະທົດສອບລະບົບຈະຫຼວດ SLS ແລະ ຍານ Orion ເພື່ອປູທາງສູ່ການລົງຈອດຈິງຈັງເທິງດວງຈັນໃນ Artemis III ທີ່ຄາດວ່າຈະໃຊ້ຍານ SpaceX Starship ເປັນຍານລົງຈອດເທິງດວງຈັນ   ອົງການນາຊາຂອງສະຫະລັດ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II ໂດຍມີເປົ້າໝາຍເປີດໜ້າຕ່າງການປ່ອຍຍານໄວທີ່ສຸດໃນວັນທີ 5 ກຸມພາ 2026 ນັບເປັນການກັບໄປ ຢ້ຽມຢາມດວງຈັນຂອງມະນຸດຄັ້ງທຳອິດໃນຮອບກວ່າເຄິ່ງສະຕະວັດ ນັບຕັ້ງແຕ່ Apollo 17 ປີ 1972   ລາເຄຣເຕຍ ຮອວກິນສ໌ (Lacretia Hawkins) ຮອງຜູ້ບໍລິຫານຮັກສາການຂອງນາຊາ ກ່າວຢ້ຳວ່າ “ຄວາມປອດໄພ […]