ຕົກໃຈກັນໝົດ ສາວເປືອຍກາຍ ແກ້ເຄື່ອງນຸ່ງຍ່າງກາງທາງ ເຜີຍສາເຫດຍ້ອນເຈັບໃຈ ຢາກແກ້ແຄ້ນວ່າທີ່ເຈົ້າບ່າວ

ຂ່າວຕ່າງປະເທດ ກາຍເປັນກະແສຮືຮາໃນໂລກໂຊຊ້ຽວຈີນ ຫຼັງຈາກຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ ສາວເປືອຍກາຍແກ້ເຄື່ອງນຸ່ງຍ່າງກາງທາງ ຫຼັງຈັບໄດ້ວ່າວ່າທີ່ເຈົ້າບ່າວນອກໃຈກ່ອນແຕ່ງງານ ຕາມຂ່າວແຈ້ງວ່າ, ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 17 ເດືອນເມສາ 2023, ຢູ່ຖະໜົນສາຍໜຶ່ງໃນແຂວງຈ່ຽງຊູຂອງຈີນ, ຜູ້ຄົນທີ່ສັນຈອນໄປມາຕາມທ້ອງຖະໜົນຕ່າງກໍ່ຕົກໃຈ ແລະສັບສົນເມື່ອເຫັນຍິງຄົນໜຶ່ງເປືອຍກາຍຢູ່ກາງທາງ. ຍິງຄົນນີ້ຢູ່ໃນອາລົມທີ່ແປປວນຫຼາຍ, ຫຼົງທາງ, ແລະບໍ່ສາມາດຄວບຄຸມການກະທຳ ແລະ ຄຳເວົ້າຂອງຕົນເອງໄດ້. ກາຍເປັນວ່າການກະທຳຂອງຍິງສາວຄົົນນີ້ກາຍເປັນເລື້ອງໜ້າສະເທືອນໃຈ ເຊິ່ງຍິງຄົນນີ້ມີຄວາມຮັກກັບຊາຍຄົນນີ້ດ້ວຍຄວາມຈົງຮັກພັກດີ ແລະ ຮັກກັນມາຫຼາຍປີ ທັງສອງວາງແຜນທີ່ຈະແຕ່ງງານກັນເພື່ອເລີ່ມຕົ້ນການສ້າງຄອບຄົວ. ແລະໄດ້ຮັບຄວາມຍິນຍອມເຫັນດີຈາກທັງສອງຄອບຄົວແລ້ວ ໂດຍງານແຕ່ງງານຈະມີກຳນົດຈະຈັດຂຶ້ນໃນວັນທີ 1 ພຶດສະພາທີ່ຈະມາຖຶງນີ້ ຢ່າງໃດກໍຕາມ, ກ່ອນວັນແຕ່ງງານບໍ່ເທົ່າໃດມື້ ຍິງສາວຄົນນີ້ກໍ່ບັງເອີນໄປພົບເຫັນວ່າວ່າທີ່ເຈົ້າບ່າວກຳລັງມີສຳພັນຮັກກັບຜູ້ຍິງຄົນອື່ນ. ເຊິ່ງເຂົາສອງຄົນນັ້ນມີຄວາມພັນກັນເປັນເວລາດົນນານແລ້ວ. ແຕ່ໂຕເອງບໍ່ຮູ້ຫຍັງເລີຍ ບໍ່ພຽງແຕ່ເທົ່ານັ້ນ ວ່າທີ່ເຈົ້າບ່າວຍັງໃຊ້ເງິນຂອງໂຕເອງເພື່ອຈ່າຍຄ່າລ້ຽງດູຍິງອີກຄົນດ້ວຍເງິນຂອງໂຕເອງອີກດ້ວຍ. ແລະໄດ້ຂັບລົດທີ່ໂຕເອງຫາກໍ່ຊື້ໃຫ້ວ່າທີ່ເຈົ້າບ່າວ ແຕ່ເຈົ້າບ່າວພັດເອົາລົດໄປອອກເດດກັບຍິງຄົນນັ້ນ ວ່າທີ່ເຈົ້າສາວໄດ້ເວົ້າວ່າຕົນເອງ ໄດ້ໃຂ້ເປັນເວລາຫຼາຍປີທີ່ຕ້ອງເຮັດວຽກຢ່າງໜັກເພື່ອຫາເງິນມາລ້ຽງດູວ່າທີ່ເຈົ້າບ່າວ. ຫວັງວ່າຈະລົງເອີຍຢ່າງມີຄວາມສຸກກັບວ່າທີ່ເຈົ້າບ່າວ. ແຕ່ຄາດບໍ່ເຖິງວ່າການທີ່ຕົນເອງຍອມເສຍສະລະຫລາຍຂະໜາດນີ້ ແຕ່ກັບມາໄດ້ຕອນຈົບທີ່ປວດໃຈທີ່ສຸດ ພາຍຫຼັງທີ່ຕົນເອງຮູ້ຄວາມຈິງ, ກໍ່ໄດ້ນັດພົບວ່າທີ່ເຈົ້າບ່າວເພື່ອລົມກັນ ແຕ່ເມື່ອໄດ້ລົມກັນທັງຕົນເອງແລະວ່າທີ່ເຈົ້າບ່າວບໍ່ສາມາດສະຫງົບສະຕິອາລົມໄດ້ ຍ້ອນຄວາມທີ່ຕົນເອງໃຈຮ້າຍ ຄາໃຈ ແລະ ຄຽດແຄ້ນກໍ່ເລີຍຈີກເສື້ອຕົນເອງແລະເປືອຍກາຍຍ່າງກາງຫົນທາງ ແລະຄິດວ່າສິ່ງທີ່ເຮັດນີ້ຈະຊ່ວຍແກ້ແຄ້ນວ່າທີ່ເຈົ້າບ່າວໄດ້ ເພື່ອຈະເຮັດໃຫ້ວ່າທີ່ເຈົ້າບ່າວອັບອາຍ ແລະ ເສຍໃຈ ເຊິ່ງການກະທຳດັ່ງກ່າວນີ້ ໄດ້ດຶງດູດຄວາມສົນໃຈຂອງຄົນທີ່ຢູ່ອ້ອມຂ້າງເປັນຈຳນວນຫລວງຫລາຍ. ບາງຄົນອາຍທີ່ໄດ້ເຫັນຕົນເປືອຍກາຍແລະຫລີກລ່ຽງບໍ່ແນມເບິ່ງ […]
ພໍ່ບ້ານໃຈຮ້າຍຖຶງກັບທໍ້ ເມຍໄປຮູ້ມາຈາກໃສ ວ່າເຊື່ອງເງິນໄວ້ໃນລົດ ເສົ້າໃຈບໍ່ມີບ່ອນໃດປອດໄພແລ້ວ

ຂ່າວຈາກປະເທດເພື່ອນບ້ານ ໜຸ່ມໂພສເຕືອນ. ໃຜທີ່ມັກເຊື່ອງເງິນແບບນີ້ໃຫ້ລະວັງ. ຄິດວ່າເປັນຄວາມລັບສຸດຍອດແລ້ວ ແຕ່ເມຍຍັງຊອກເຫັນຈົນໄດ້ ເຊິ່ງເຮັດໃຫ້ພໍ່ບ້ານໃຈກ້າພາກັນມາຢອກເຊິ່ງຜູ້ໃຊ້ບັນຊີ TikTok @mint.2734 ໄດ້ໂພສຄລິບເຕືອນໄພໃຫ້ກັບບັນດາພໍ່ບ້ານໃຈກ້າ. ຫຼັງຈາກທີ່ເມຍໄດ້ຊອກຫາບ່ອນເຊື່ອງເງິນ ທີ່ອຸດສາເກັບຮັກສາໄວ້ຢູ່ໃນລົດ ເພາະຜູ້ເປັນຜົວຄິດວ່າເປັນບ່ອນລັບທີ່ລັບສູງສຸດແລ້ວ ແຕ່ເມຍກໍ່ຍັງພົບເຫັນຈົນໄດ້ ໂດຍຜູ້ເປັນຜົວໄດ້ກ່າວວ່າ “ໃຜທີ່ເຊື່ອງເງິນໄວ້ຄືຂ້ອຍ, ຈົ່ງລະວັງເດີ້, ມັນບໍ່ມີບ່ອນປອດໄພອີກຕໍ່ໄປແລ້ວ.”ເຊິ່ງໃນຄລິບວິດີໂອ, ຈະເຫັນວ່າເມຍໄດ້ຮື້ກະປຸກເກຍລົດ ທີ່ມີແນວຫໍ່ຫຸ້ມຢູ່ ເລີຍແກະອອກມາເບິ່ງກໍ່ພົບເຫັນເງິນຫຼາຍໃບຖືກເຊື່ອງໄວ້ ແລ້ວກໍ່ຄ່ອຍໆເກັບເອົາອອກມາຈົນໝົດ.ແລະເມຍກໍ່ເລີ່ມນັບເງິນດ້ວຍສີໜ້າຍິ້ມແຍ້ມຢ່າງມີຄວາມສຸກ ແລະຍື່ນເງິນໃບ 20 ບາດມາໃຫ້ຜົວ. ເຊິ່ງຜູ້ໂພສເຖິງຂັ້ນກັບທໍ້ແລະເວົ້າວ່າ “ເຈົ້າໄປຮູ້ມາຈາກໃສ? ເຮັດໃຫ້ຜູ້ເປັນຜົວເຖິງກັບເຊັງຫຼັງຈາກທີ່ clip ໄດ້ຖືກເຜີຍແຜ່ອອກໄປ ກໍ່ມີພໍ່ບ້ານໃຈກ້າເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍເຊັ່ນ: ນີ້ແລະນໍ້ເມຍທີ່ຫາເງິນເກັ່ງ ແຕ່ບໍ່ແມ່ນເຮັດວຽກໄດ໋ ເຮົາເຊື່ອງເງິນໄວ້ບ່ອນໃດມັນຫາເຈິໝົດ ຫມົດ, ມັນເອົາຈົນຫມົດ. ເພາະກໍ່ເຄີຍຄິດວ່າເອົາໄວ້ຂ້າງປະຕູຄິດວ່າເມຍສິບໍ່ມາຫຸ້ຍງ ແຕ່ບັງເອີນໃຊ້ເມຍໄປຍ້າຍລົດ ກໍ່ເລີຍເກມເລີຍ ແລະ ເມຍຕ້ອງເຮັດໃຫ້ຂ້ອຍຕ້ອງຍ້າຍບ່ອນອີກແລ້ວ