ຟິລິບປິນ: ອັບເດດສະຖານະການພາຍຸໄຕ້ຝຸ່ນລະດັບຊູບເປີ Nando ຫຼື ຊື່ທາງການ RAGASA (ຣາກາຊາ) ວັນທີ່ 23 ກັນຍາ 2025

ຟິລິບປິນ: ອັບເດດສະຖານະການ   ພາຍຸໄຕ້ຝຸ່ນລະດັບຊູເປີ Nando ຫຼື ຊື່ທາງການ RAGASA (ຣາກາຊາ) ວັນທີ່ 23 ກັນຍາ 2025     ພາຍຸກຳລັງເຄື່ອນຕົວອອກຈາກຟິລິບປິນ ແຕ່ຍັງຄົງມີຄຳເຕືອນໄພ   ລາຍງານຄວາມເສຍຫາຍ ຂໍ້ມູນວັນອັງຄານ (23 ກັນຍາ 2568) ເວລາ 05:00 ໂມງ   ມີລາຍງານຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 7 ຄົນ ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນ ມີຈຳນວນ 43,500 ຄອບຄົວ ໃນພູມິພາກ 1, 2, 3, CAR ແລະ Calabarzon   ມີບ້ານເຮືອນເສຍຫາຍ 28 ຫຼັງ ໂດຍ 10 ຫຼັງພັງເສຍຫາຍທັງໝົດ ແລະ 18 ຫຼັງເສຍຫາຍບາງສ່ວນ […]

WSJ ເປີດເຜີຍວ່າ Donald Trump ອາດຈະອອກຄຳສັ່ງອະນຸມັດການຊື້ກິດ TikTok ໃນສະຫະລັດອາເມລິກາພາຍໃນອາທິດນີ້

ສຳນັກຂ່າວ Wall Street Journal ລາຍງານວ່າປະທານາທິບໍດີສະຫະລັດອາເມລິກາ ໂດນາລ ທຣຳ (Donald Trump) ອາດຈະອະນຸມັດຂໍ້ຕົກລົງການຊື້ກິດ TikTok ພາຍໃນອາທິດນີ້ ຜ່ານການອອກຄຳສັ່ງປະທານາທິບໍດີ (Executive Order) ກ່ອນໜ້ານີ້ ທຣຳເຄີຍອອກມາກ່າວວ່າສະຫະລັດແລະຈີນມີຄວາມກ້າວໜ້າໃນການເຮັດຂໍ້ຕົກລົງທີ່ຈະບັງຄັບໃຫ້ຊັບສິນຂອງ TikTok ໃນສະຫະລັດຕ້ອງປ່ຽນມືຄວາມເປັນເຈົ້າຂອງຈາກ ByteDance ໄປຫາເຈົ້າຂອງທຸລະກິດໃນສະຫະລັດ ຂໍ້ຕົກລົງນີ້ຍັງກຳນົດໃຫ້ອັລກໍລິທຶມຂອງ TikTok ທີ່ໃຫ້ບໍລິການໃນສະຫະລັດຈະຕ້ອງປອດໄພແລະເຮັດວຽກໄດ້ດີ ໂດຍບໍ່ຢູ່ພາຍໃຕ້ການຄວບຄຸມຂອງ ByteDance ດ້ວຍ ສຳລັບຜູ້ທີ່ຈະເຂົ້າຊື້ກິດການ TikTok ໃນສະຫະລັດນັ້ນ ທຣຳກ່າວວ່າ ລາກລານ ເມີດອກ (Lachlan Murdoch) ມະຫາເສດຖີທຸລະກິດສື່ມວນຊົນ ລວມເຖິງ ແລຣີ ເອລລິສັນ (Larry Ellison) ແລະ ໄມເຄິລ ເດລ (Michael Dell) ສອງຜູ້ນຳວົງການທຸລະກິດຈະເຂົ້າມາກ່ຽວຂ້ອງໃນຂໍ້ສະເໜີການຊື້ກິດ TikTok ດ້ວຍ ເມື່ອການຊື້ຂາຍສຳເລັດລຸລ່ວງ ຜູ້ຖືຊັບສິນສ່ວນໃຫຍ່ຂອງ TikTok ໃນສະຫະລັດຈະຕ້ອງເປັນນັກລົງທຶນຊາວອາເມລິກັນ ໂດຍນັກລົງທຶນທີ່ລວມຕົວສະເໜີເຂົ້າຊື້ຫຸ້ນ TikTok […]

ເກີດເຫດໄຟໄໝ້ທີ່ເຂດຢວນຫລົງ ເມື່ອເວລາປະມານ 15:00 ນາທີ ຂອງວັນທີ 17 ກັນຍາ 2025

  ຮ່ອງກົງ ນ້ອງໝາ 20 ໂຕ ແມວ 4 ໂຕກັບດາວ ຫຼັງໄຟໄໝ້ສູນເພາະພັນສັດ   ເກີດເຫດໄຟໄໝ້ທີ່ເຂດຢວນຫຫລົງ ເມື່ອເວລາປະມານ 15:00 ນ. ຂອງວັນທີ 17 ກັນຍາ   ເຈົ້າໜ້າທີ່ດັບເພີງໄປທີ່ເກີດເຫດ ແລະ ດັບໄຟພ້ອມເຂົ້າຊ່ວຍເຫຼືອສັດ   ຈາກລາຍງານ ມີໝາ 20 ໂຕ ແລະ ແມວ 4 ໂຕດັບສະຫລົດ ສ່ວນໝາອີກ 34 ໂຕລອດຊີວິດ. ທາງຕຳຫລວດລະບຸວ່າ ຈາກການສອບສວນເບື້ອງຕົ້ນ ສັນນິດຖານວ່າໄຟໄໝ້ນ່າຈະເກີດຈາກໄຟຟ້າລັດວົງຈອນ ຄາດວ່າ ເກີດຈາກເຄື່ອງປັບອາກາດເຮັດ ວຽກຜິດປົກກະຕິ    

ຊ໊ອກ! ພົບສົບເດັກສາວລຸ່້ນໃນກະໂປງລົດ Tesla ຂອງນັກຮ້ອງດັງ D4vd ຫຼື David Burke ເຈົ້າຂອງເພງຮິດເຊັ່ນ “Here with me”

  ເຊື່ອວ່າຫຼາຍຄົນຍັງຄົງຈື່ກ່ຽວກັບຂ່າວການພົບເຫັນສົບຂອງຜູ້ຍິງຄົນໜຶ່ງຢູ່ໃນລົດ Tesla ຂອງແຣັບເປີທີ່ມີຊື່ສຽງ D4vd ຫຼື David Burke ອາຍຸ 20 ປີ ເຈົ້າຂອງເພງຮິດຕ່າງໆ ເຊັ່ນ “Here with me”, “Romantic Homicide” ທີ່ຈອດ ຢູ່ລານຈອດລົດແຖວ Hollywood Hills ເຊິ່ງເປັນບ່ອນເກັບລົດທີ່ຖືກຈອດຖິ້ມໄວ້ດົນໆ ຫຼື ລົດທີ່ເຈົ້າຂອງປະຖິ້ມໄວ້ ໃນວັນທີ 8 ກັນຍາທີ່ຜ່ານມາ ຕອນແລ້ວເລື່ອງມັນກໍ່ສັບສົນພໍເບິ່ງແລ້ວ ເພາະວ່າລົດຄັນດັ່ງກ່າວຈົດທະບຽນຢູ່ລັດເທັກຊັສ ແຕ່ກັບມາຈອດຖິ້ມໄວ້ຂ້າງທາງແຖວ Hollywood Hills ເປັນເວລາເກືອບເດືອນກ່ອນຖືກລາກມາເກັບໄວ້ຢູ່ບ່ອນດັ່ງກ່າວ. ທີ່ສຳຄັນກໍ່ຄື ທາງນັກຮ້ອງມີຊື່ສຽງເອງກໍ່ບໍ່ໄດ້ໄປແຈ້ງຄວາມກັບຕຳຫຼວດໄວ້ວ່າລົດເສຍ ຫຼື ຖືກໂຈນລັກໄປແຕ່ຢ່າງໃດ ແລະ ຍັງຄົງອອກທົວຄອນເສີດຕໍ່ໄປ.  ຫຼ້າສຸດໄດ້ມີການເປີດເຜີຍຊື່ຂອງຜູ້ເສຍຊີວິດອອກມາແລ້ວ ແລະ ກໍ່ຍິ່ງເຮັດໃຫ້ເລື່ອງມັນຊວນງົງ ແລະ ສັບສົນກັນຂຶ້ນໄປອີກ.     ໂດຍສົບຂອງຍິງສາວຄົນດັ່ງກ່າວກໍ່ຄື “ເຊເລສເຕ ລິວາສ” (Celeste Rivas) ອາຍຸພຽງ 15 ປີເທົ່ານັ້ນ. […]

ຈີນ ​​ສ້າງ​ດິນ​ປູກ​ຝັງ​ມາດ​ຕະ​ຖານ​ສູງ​ຫຼາຍກວ່າ 66 ​ລ້ານ​ເຮັກ​ຕາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 16 ກັນ​ຍາ ຜ່ານມາ, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ​ເພື່ອແຈ້ງ​ສະ​ພາບ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ດ້ານ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຂອງ​ຈີນ​ໃນ​ໄລ​ຍະ​ດຳ​ເນີນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14.   ​ຂ່າວລະບຸວ່າ: ໃນ​ໄລ​ຍະ​ດຳ​ເນີນ​ແຜນ​​ດັ່ງ​ກ່າວ, ຈີນຢຶດ​ໝັ້ນ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ຊຸກ​ຍູ້​​​ຄວາມ​ທັນ​ສະ​ໄໝ​ໃຫ້ຍົກ​ສູງ​ຂຶ້ນ​ເລື້ອຍໆ. ໂດຍ​ລວມ​ແລ້ວ​ໄດ້​ສ້າງ​ດິນ​ປູກ​ຝັງ​ມາດ​ຕະ​ຖານ​ສູງຫຼາຍ​ວ່າ 1 ຕື້​ມູ໋ (ປະ​ມານ 66.7 ລ້ານ​ເຮັກ​ຕາ), ອັດ​ຕາ​ການ​ປະ​ກອບ​ສ່ວນ​ຂອງ​ຄວາມ​ຄືບ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກະ​ສິ​ກຳ​ມີ​ເຖິງ 63.2%, ອັດ​ຕາ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ແບບ​ສັງ​ລວມ​ໃນ​ການ​ປູກ​ຝັງ ແລະ ເກັບ​ກ່ຽວ​ເຄື່ອງ​ປູກ​ຂອງ​ຝັງ​ສູງກວ່າ 75%.   ທີ່ມາ: ປະຊາຊົນ

ນາທີຊີວິດເຫດສາວຈີນດື່ມຊານົມໄຂ່ມຸກແລ້ວໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ

  ເກີດເຫດການລະທຶກ ສາວຈີນທີ່ກຳລັງດື່ມຊານົມໄຂ່ມຸກແລ້ວເຜີດູດໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ຈົນອຸດກັ້ນທາງເດີນຫາຍໃຈ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ   ໂລກໂຊຊຽວ ມີການແຊຣ໌ຄລິບວິນາທີຊີວິດຂອງສາວຊາວຈີນຜູ້ນັ້ນ ທີ່ເກືອບຈະເອາຊີວິດບໍ່ລອດ ນາທີຊີວິດ ຫຼັງໄຂ່ມຸກໃນຊານົມເຄື່ອງດື່ມຍອດນິຍົມ ຫລຸດເຂົ້າໄປຕິດໃນຫລອດລົມ ເຮັດໃຫ້ຜູ້ກ່ຽວຫາຍໃຈບໍ່ອອກ ມີອາການມືງໍ ໃບໜ້າເລີ່ມຂຽວ ແລະ ເກືອບໝົດສະຕິ ໂຊກດີທີ່ໃນຈັງຫວະນັ້ນ ມີພົນລະເມືອງດີເຫັນເຫດການ ແລະ ເລັ່ງເຂົ້າມາໃຫ້ການຊ່ວຍເຫຼືອ ໂດຍຜັດກັນເຮັດ ທ່າຮັມລິກ (Heimlich manoeuvre) ເພື່ອພະຍາຍາມດັນສິ່ງອຸດກັ້ນອອກມາ ຢ່າງໃດກໍ່ຕາມ ເນື່ອງຈາກຜູ້ປະສົບເຫດມີຮູບຮ່າງສູງ ແລະ ອາການເຂົ້າຂັ້ນວິກິດຈົນບໍ່ສາມາດຢືນໄດ້ ເຮັດໃຫ້ການເຮັດຮັມລິກແບບມາຕະຖານເປັນໄປຢ່າງຍາກລຳບາກ   ໂຊກດີທີ່ຫລັງຈາກຄວາມພະຍາຍາມຕໍ່ເນື່ອງເກືອບ 4 ນາທີ ເດັກສາວຜູ້ນັ້ນກໍ່ສາມາດຂັບສິ່ງອຸດກັ້ນອອກມາໄດ້ທັນເວລາ ແລະ ພົ້ນຈາກພາວະອັນຕະລາຍຢ່າງທ່ວງທັນ ຫວິດຜ່ານນາທີຊີວິດມາໄດ້   ເຫດການນີ້ສະທ້ອນເຖິງຄວາມສຳຄັນຂອງການຮູ້ຈັກ ແລະ ໃຊ້ທ່າຮັມລິກຢ່າງຖືກວິທີ ເພາະການຊ່ວຍເຫຼືອທີ່ໄວວາໃນ “4 ນາທີທອງ” ມີສ່ວນສຳຄັນຕໍ່ການຊ່ວຍຊີວິດ ຂະນະດຽວກັນກໍເຜີຍໃຫ້ເຫັນຂໍ້ຈຳກັດ ເຊັ່ນ:  ເຫດການແຕກຕື່ນ ແລະ ການເຮັດທ່າຊ່ວຍເຫລືອຜິດວິທີ ທີ່ອາດເຮັດໃຫ້ປະສິດທິພາບຫລຸດລົງ […]

ເກີດເຫດການແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວ ແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ ໃນຄັັ້ງວັນທີ 16 ກັນຍາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 17 ກັນຍາ 2025 ເວລາ 7:00 ໂມງເຊົ້າ, ເຫດການ ແຜ່ນດິນໄຫວເກີດຂຶ້ນລວມທັງໝົດ 4 ຄັັ້ງ ເຊິິ່ງເຫດການແຜ່ນດິນໄຫວທີິ່ເກີດຂຶ້ນຢູ່ປະເທດມຽນມາ ໃນຄັັ້ງນີ້ແມ່ນບໍ່ໄດ້ສົ່ງຜົນກະທົບຕໍ່ ສປປ ລາວ. ມີລະອຽດດັັ່ງນີ້:  

ການ​ເສຍ​ຊີວິດ​ຈາກພະຍາດ​ອະຫິວາ (cholera symptoms​) ເພີ່ມ​ຂຶ້ນ​ 50% ໃນປີດຽວ

  ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກັນຍາ ຜ່ານມາວ່າ: ອົງການ​ອະນາ​ໄມ​ໂລກ ຫຼື WHO ໄດ້​ລາຍ​ງານ​ວ່າ ຈຳນວນ​ຜູ້​ເປັນ​ພະຍາດ​ອະຫິວາ ​ແລະ​ ຜູ້​ເສຍ​ຊີວິດຈາກພະຍາດອະຫິວາ​ໃນ​ທົ່ວ​ໂລກ ໃນປີ 2024 ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໜ້າ​ວິຕົກ​ກັງວົນ, ໂດຍມີ​ຜູ້​ຕິດ​ເຊື້ອ​ຫຼາຍກວ່າ 560,000 ຄົນ ​ແລະ ​ເສຍ​ຊີວິດ​ເພີ່ມ​ຂຶ້ນ 50% ພາຍ​ໃນ​ປີ​ດຽວ.   ບົດ​ລາຍ​ງານ​ຂອງ WHO ຊີ້​ໃຫ້​ເຫັນ​ວ່າ​: ພະຍາດ​ອະຫິວາ​ຍັງ​ແຜ່​ລະບາດໜັກ​ຢູ່​ໃນ​ອາ​ຟຣິກາ, ຕາ​ເວັນ​ອອກ​ກາງແລະ​ ອາຊີ ຊຶ່ງກວມເຖິງ 98% ຂອງ​ຄົນເຈັບທັງໝົດ. ໂດຍມີ 12 ປະເທດໄດ້ລາຍງານຜູ້ຕິດເຊື້ອຫຼາຍກວ່າ 10,000 ຄົນ ແລະ 7 ປະເທດໄດ້ປະສົບກັບການລະບາດຄັ້ງໃຫຍ່ເປັນຄັ້ງທໍາອິດໃນປີຜ່ານມາ.   ​ເປັນທີ່​ໜ້າ​ສົນ​ໃຈຄື ​ປະ​ເທດ​ໂຄ​ໂມ​ໂຣ​ສ ເກາະນ້ອຍໆ​ໃນ​ອາ​ຟຣິກາ​ຕາ​ເວັນ​ອອກ​ໄດ້​ພົບການກັບມາຂອງ​​ພະຍາດ​ອະຫິວາ ຫຼັງ​ຈາກ​ໄດ້​ຫາຍ​ສາບ​ສູນ​ໄປ 15 ປີ.   ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດຈາກພະຍາດອະຫິວາທົ່ວໂລກໃນປີ 2024 ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ໜ້າເປັນຫ່ວງ, ໂດຍມີລາຍງານຄົນເຈັບຫຼາຍກວ່າ […]

ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ

  ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ອົງການຂໍ້ມູນຂ່າວສານດ້ານພະລັງງານຂອງ ສະຫະລັດ ອາເມຣິກາ (EIA) ໄດ້ເປີດເຜີຍບົດລາຍງານທ່າອ່ຽງພະລັງງານໄລຍະສັ້ນ (STEO) ໃນວັນ 9 ກັນຍາ ຜ່ານມາ ຄາດວ່າ, ຄວາມຕ້ອງການໃຊ້ໄຟຟ້າຂອງ ສະຫະລັດ ອາເມຣິກາ ຈະສືບຕໍ່ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປີ 2025 ແລະ 2026, ທຳລາຍສະຖິຕິທີ່ຜ່ານມາ 4,097 ພັນຕື້ກິໂລວັດຕໍ່ຊົ່ວໂມງ (kWh) ໃນປີ 2024.   ໂດຍຈະເພີ່ມຂຶ້ນເປັນ 4,187 ພັນຕື້ kWh ໃນປີ 2025 ແລະ ເພີ່ມຂຶ້ນອີກເປັນ 4,305 ພັນຕື້ kWh ໃນປີ 2026 ຊຶ່ງປັດໄຈຕົ້ນຕໍມາຈາກການຂະຫຍາຍຕົວຂອງສູນຂໍ້ມູນທີ່ຮອງຮັບປັນຍາປະດິດ (AI) ແລະ cryptocurrencies, ລວມເຖິງການຫັນປ່ຽນຂອງຄົວເຮືອນ ແລະ ຂະແໜງທຸລະກິດ ທີ່ໃຊ້ໄຟຟ້າແທນນໍ້າມັນເຊື້ອໄຟໃນການເຮັດຄວາມຮ້ອນ ແລະ ການຂົນສົ່ງ.   ກ່ຽວກັບການຂາຍໄຟຟ້າ, EIA ຄາດວ່າໃນປີ […]

ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ

ຄວາມຮຸນແຮງຈາກການປະທ້ວງຕ້ານການສໍ້ລາດບັງຫຼວງໃນເນປານເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 51 ສົບ ໃນຂະນະທີ່ສະຖານະການເລີ່ມສະຫງົບລົງຫຼັງຈາກນາຍົກລັດຖະມົນຕີລາອອກ ແລະມີຄວາມເປັນໄປໄດ້ສູງທີ່ຈະມີການແຕ່ງຕັ້ງອະດີດປະທານສານສູງສຸດຜູ້ຍິງເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີຮັກສາການ. ດ້ານເຈົ້າໜ້າທີ່ຕຳຫຼວດເນປານເປີດເຜີຍຍອດຜູ້ເສຍຊີວິດຫຼ້າສຸດ ຈາກເຫດການຄວາມວຸ້ນວາຍທີ່ນຳໄປສູ່ການໂຄ່ນລ້ົມລັດຖະບານ ໂດຍມີຜູ້ເສຍຊີວິດຢ່າງຫນ້ອຍ 51 ຄົນ ລວມທັງຜູ້ປະທ້ວງ 21 ຄົນ ແລະຕຳຫຼວດ 3 ນາຍ. ເຫດການນີ້ເລີ່ມຕົ້ນຂຶ້ນຈາກຄຳສັ່ງຫ້າມໃຊ້ໂຊເຊຍລ໌ມີເດຍຂອງລັດຖະບານ ປະກອບກັບຄວາມບໍ່ພໍໃຈຂອງປະຊາຊົນຕໍ່ບັນຫາການສໍ້ລາດບັງຫຼວງ ແລະການບໍລິຫານປະເທດທີ່ບໍ່ມີປະສິດທິຜົນ ໂດຍຜູ້ປະທ້ວງໄດ້ຈຸດໄຟເຜົາລັດສະພາ ສົ່ງຜົນໃຫ້ທ່ານ ເຄ.ພີ. ຊາມາ ໂອລິ ນາຍົກລັດຖະມົນຕີຕ້ອງລາອອກ ແລະກອງທັບຕ້ອງເຂົ້າຄວບຄຸມສະຖານະການໃນນະຄອນຫຼວງກາດມັນດຸ. ສະຖານະການຫຼ້າສຸດ ນັກໂທດກວ່າ 12,533 ຄົນ ຍັງຄົງຫຼົບໜີຢູ່ ໂດຍບາງສ່ວນພະຍາຍາມຂ້າມຊາຍແດນໄປຍັງອິນເດຍ ແລະຖືກຈັບກຸມ ສ່ວນກອງທັບເນປານສາມາດຍຶດປືນທີ່ຖືກປຸ້ນໄປໄດ້ຫຼາຍກວ່າ 100 ກະບອກ. ແຫຼ່ງຂ່າວເປີດເຜີຍກັບສຳນັກຂ່າວຣອຍເຕີຣ໌ວ່າ ທ່ານຍິງ ສຸຊິລາ ຄາກີ ອະດີດປະທານສານສູງສຸດເນປານ ມີແນວໂນ້ມສູງທີ່ຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີຮັກສາການ ເນື່ອງຈາກເປັນທີ່ຍອມຮັບຈາກກຸ່ມຜູ້ປະທ້ວງ “Gen Z” ຊຶ່ງເປັນພະລັງຫຼັກໃນການປະທ້ວງຄັ້ງນີ້. ຄາດວ່າການແຕ່ງຕັ້ງທ່ານຍິງຄາກີ ມີແນວໂນ້ມທີ່ຈະເກີດຂຶ້ນຢ່າງເປັນທາງການຫຼັງຈາກການປະຊຸມທີ່ບ້ານພັກປະທານາທິບໍດີ ຣາມ ຈັນທຣາ ພູເດລ ຊຶ່ງກຳໜົດໄວ້ເວລາ 09:00 ນ. ຕາມເວລາທ້ອງຖິ່ນ […]