ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້

ກຳແພງພາຍຸຝຸ່ນຂະໜາດໃຫຍ່ພັດຜ່ານເຂດເມືອງຟີນິກສ໌ຂອງສະຫະລັດ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້ ແລະ ຖ້ຽວບິນທີ່ສະໜາມບິນຕ້ອງຊັກຊ້າ ເມື່ອວັນຈັນທີ່ຜ່ານມາ 25 ສິງຫາ 2025 ກຳແພງຝຸ່ນຂະໜາດໃຫຍ່ໄດ້ພັດຖະລົ່ມເຂດເມືອງຟີນິກສ໌ ລັດແອຣີໂຊນາ ສົ່ງຜົນໃຫ້ປະຊາຊົນກວ່າ 39,000 ຄົນ ໃນເຂດມາຣິໂຄປາເຄົາທີ ຊຶ່ງລວມເຖິງຕົວເມືອງຟີນິກສ໌ ຕ້ອງປະເຊີນກັບບັນຫາໄຟຟ້າດັບ ຂະນະດຽວກັນຖ້ຽວບິນທີ່ສະໜາມບິນນາໆຊາດຟີນິກສ໌ ສະກາຍຮາບເບີ ຖືກສັ່ງຢຸດບິນຊົ່ວຄາວເນື່ອງຈາກສະພາບອາກາດຮຸນແຮງ ພາຍຸຝຸ່ນ ຫຼື “ຮາບູບ” ຊຶ່ງເກີດຈາກການຍຸບຕົວຂອງພາຍຸຝົນຟ້າຄະນອງ ແລະ ລົມແຮງ ເຮັດໃຫ້ທັດສະນະວິໄສການຂັບຂີ່ຫຼຸດລົງເຫຼືອພຽງປະມານ 400 ແມັດ ລົດຈຳນວນຫຼາຍຕ້ອງຟ້າວຊອກຫາບ່ອນລີ້ໄພທ່າມກາງຝົນຕົກ ແລະ ລົມແຮງ ກ່ອນທີ່ສະພາບອາກາດຈະເລີ່ມຜ່ອນຄາຍລົງໃນຊ່ວງແລງ ມາກ ໂອມາລລີ ນັກອຸຕຸນິຍົມວິທະຍາຈາກສຳນັກງານອາກາດແຫ່ງຊາດໃນຟີນິກສ໌ ລະບຸວ່າພື້ນທີ່ຟີນິກສ໌ປີນີ້ມີຝົນນ້ອຍກວ່າຄ່າສະເລ່ຍໃນລະດູມໍລະສຸມ ຂະນະທີ່ບາງພື້ນທີ່ທາງຕາເວັນອອກສ່ຽງໃຕ້ ແລະ ທາງທິດເໜືອຂອງລັດກັບມີຝົນຫຼາຍກວ່າປົກກະຕິ ພ້ອມຄາດການວ່າຟີນິກສ໌ຍັງມີໂອກາດຮ້ອຍລະ 40 ທີ່ຈະມີຝົນໃນວັນອັງຄານ ກ່ອນທີ່ສະພາບອາກາດຈະແຫ້ງກັບມາ ສຳນັກງານຂົນສົ່ງແອຣີໂຊນາເຕືອນປະຊາຊົນຜ່ານແພລດຟອມ X ວ່າ […]
‘ທຣຳ’ ຂົ່ມຂູ່ຂຶ້ນພາສີ ‘ຈີນ’ 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ

ສີເອັນບີສີລາຍງານ ໃນວັນທີ່ 25 ສິງຫາ 2025 ວ່າ ໂດນາລ ທຣຳ ເຕືອນວ່າອາດຈະຂຶ້ນພາສີນຳເຂົ້າຈີນສູງເຖິງ 200% ຖ້າຫາກມີການຄວບຄຸມການສົ່ງອອກແຮ່ທາດຫາຍາກ ປັດຈຸບັນ ຈີນເປັນຜູ້ຜະລິດ ແລະ ຄວບຄຸມການຜະລິດແມ່ເຫຼັກຫາຍາກເກືອບທັງໝົດໃນໂລກ ໂດຍມີສ່ວນແບ່ງການຜະລິດຢູ່ທີ່ປະມານ 90% ເຮັດໃຫ້ຈີນມີອິດທິພົນຢ່າງຫຼວງຫຼາຍໃນການເຈລະຈາການຄ້າກັບສະຫະລັດ ເນື່ອງຈາກອຸດສາຫະກຳການຜະລິດທີ່ສຳຄັນຂອງສະຫະລັດ ທັງຍານຍົນ, ເອເລັກໂທຣນິກ ແລະ ພະລັງງານຫມຸນວຍນ ລ້ວນພຶ່ງພາແມ່ເຫຼັກຫາຍາກຈາກຈີນ ໃນເດືອນມິຖຸນາທີ່ຜ່ານມາ ການສົ່ງອອກແມ່ເຫຼັກຫາຍາກຂອງຈີນ ກັບມາຟື້ນຕົວສູ່ລະດັບປົກກະຕິຫຼັງຈາກປະກາດຈຳກັດການສົ່ງອອກໄປກ່ອນໜ້ານີ້ ໂດຍສະເພາະຢ່າງຍິ່ງການສົ່ງອອກໄປຍັງສະຫະລັດທີ່ເພີ່ມຂຶ້ນເຖິງ 660% ເມື່ອທຽບກັບເດືອນພຶດສະພາ ແລະຍັງຄົງເພີ່ມຂຶ້ນຕໍ່ເນື່ອງອີກ 76% ໃນເດືອນກໍລະກົດ. ທຣຳຂົ່ມຂູ່ວ່າຈະຢຸດສົ່ງຊິ້ນສ່ວນໂບອິ້ງ ກົດດັນຈີນເລື່ອງແຮ່ທາດຫາຍາກ ອີກໜຶ່ງປະເດັນທີ່ຖືກເວົ້າເຖິງລະຫວ່າງການຖະແຫຼງຂ່າວ ທຣຳ ຍັງໄດ້ກ່າວເຖິງ “ຊິ້ນສ່ວນຍົນ” ວ່າເປັນອີກໜຶ່ງເຄື່ອງມືທີ່ສຳຄັນໃນການເຈລະຈາຕໍ່ລອງກັບຈີນ ໂດຍກ່າວວ່າສະຫະລັດໄດ້ຢຸດການຈັດສົ່ງຊິ້ນສ່ວນຍົນໂບອິ້ງໃຫ້ກັບຈີນເພື່ອເພີ່ມແຮງກົດດັນຈີນ ໃນປະເດັນການຄວບຄຸມການສົ່ງອອກແຮ່ທາດສຳຄັນດັ່ງກ່າວ ຕາມລາຍງານຂອງສຳນັກຂ່າວ Bloomberg ບໍລິສັດໂບອິ້ງ (Boeing) ກຳລັງເຈລະຈາເພື່ອບັນລຸຂໍ້ຕົກລົງຄັ້ງໃຫຍ່ໃນການຂາຍຍົນຫຼາຍເຖິງ 500 […]
ຫວຽດນາມ ລົງທຶນພັນລ້ານໂດລາ ສ້າງຂົວຂ້າມທະເລ ມີຄວາມຍາວເປັນອັນດັບ 3 ຂອງອາຊຽນ

ໂຄງການສ້າງ ຂົວຂ້າມທະເລ ຂອງ ຫວຽດນາມ ເປີດໂຕເມື່ອອາທິດທີ່ຜ່ານມາ ສ້າງຂຶ້ນຕາມມາດຕະຖານ ຂົວຂ້າມທະເລສາກົນ ປະກອບດ້ວຍຖະໜົນ 4 ເລນ ແລະ ອອກແບບມາໃຫ້ແລ່ນດ້ວຍຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ ດ້ວຍງົບປະມານ 25.7 ລ້ານລ້ານດົງ ຫຼື ປະມານ 1 ພັນລ້ານໂດລາ ຂົວແຫ່ງນີ້ ສ້າງຕໍ່ຂະຫຍາຍຈາກທາງດ່ວນກາເມົາ-ດັດມຸຍ (Ca Mau–Dat Mui) ຍາວ ຂ້າມທະເລ ໄປຫາເກາະຮອນຄອຍ (Hon Khoai) ຄາດວ່າຈະສເລັດພາຍໃນປີ 2028 ກອງພົນທະຫານຮາບທີ່ 12 ພາຍໃຕ້ກະຊວງກາງປ້ອງກັນປະເທດຫວຽດນາມຈະດຳເນີນການກໍ່ສ້າງ ໂດຍໃຊ້ເສົາເຂັມເຈາະ ແລະ ວາງຖານຮາກທໍ່ເຫຼັກສຳລັບພື້ນທີ່ນ້ຳເລິກ ສ່ວນຊ່ວງເດີນເຮືອຂອງຂົວ ຈະໃຊ້ໂຄງສ້າງທີ່ເປັນໂຄງເຫຼັກຍາວ 150 ແມັດ ຖືເປັນຄວາມສຳເລັດທາງວິສະວະກຳ ເຮັດໃຫ້ເສັ້ນທາງນີ້ເປັນໜຶ່ງໃນ ຂົວຂ້າມທະເລທີ່ຍາວທີ່ສຸດ ແລະ ທັນສະໄໝທີ່ສຸດຂອງຫວຽດນາມ ຕາມລາຍງານສະຖາບັນເຫຼັກ ແລະ ເຫຼັກກ້າແຫ່ງອາຊີຕະເວັນອອກສຽງໃຕ້ລະບຸວ່າ […]
ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ

ນັກວິໄຈບອກວ່າ ຫຼັງອາຍຸ 40 ປີ ສະໝອງຂອງເຮົາຈະເລີ່ມຫົດຕົວລົງປະມານ 5% ໃນທຸກ 10 ປີ ຊຶ່ງອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ໂດຍສະເພາະ ຮິບໂປແຄມປັສ (Hippocampus) ຊຶ່ງກ່ຽວຂ້ອງກັບຄວາມຈຳ ແລະ ເປືອກສະໝອງສ່ວນໜ້າ (Prefrontal Cortex) ທີ່ກ່ຽວຂ້ອງກັບການຄິດວິເຄາະ ການປ່ຽນແປງເຫຼົ່ານີ້ອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ແຕ່ເຮົາສາມາດຊະລໍການເສື່ອມນີ້ໄດ້ ຜູ້ຊ່ຽວຊານແນະນຳວ່າ ການຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຫຼິ້ນເຄື່ອງດົນຕີ ເປັນສະເໝືອນການອອກກຳລັງກາຍສະໝອງແບບເຕັມຮູບແບບ ເພາະຊ່ວຍກະຕຸ້ນສະໝອງຫຼາຍສ່ວນພ້ອມກັນ ທັງການຄິດ ວິເຄາະ ຄວາມຈຳ ແລະ ການປະສານງານລະຫວ່າງມືກັບຕາ ການເຮັດແນວນີ້ຈະຊ່ວຍໃຫ້ເສັ້ນທາງປະສາດໃນສະໝອງແຂງແຮງ ແລະ ມີຄວາມຍືດຫຍຸ່ນຫຼາຍຂຶ້ນ ເຖິງຢ່າງໃດກໍຕາມ ສະໝອງຂອງມະນຸດຍັງມີຄວາມສາມາດປັບຕົວ ຫຼື ມີຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການປັບຕົວຂອງສະໝອງ (neuroplasticity) ຊຶ່ງເປັນພື້ນຖານທີ່ເຮັດໃຫ້ເຮົາສາມາດຮຽນຮູ້ສິ່ງໃໝ່ໆ ແລະ ຊະລໍການເສື່ອມຂອງສະໝອງໄດ້ […]
“ຫວຽດນາມ” ສັ່ງອົບພະຍົບປະຊາຊົ 5.8 ແສນຄົນ ໜີພາຍຸໄຕ້ຝຸ່ນ “ຄາຈິກິ” ພັດຂຶ້ນຝັ່ງ

ລັດຖະບານຫວຽດນາມສັ່ງອົບພະຍົບປະຊາຊົນຫຼາຍກວ່າ 580,000 ຄົນ ຄາດໄຕ້ຝຸ່ນຄາຈິກິຈະພັດຂຶ້ນຝັ່ງຊ່ວງບ່າຍມື້ນີ້ (25 ສິງຫາ) ຍົກເລີກຖ້ຽວບິນ-ສັ່ງເຮືອທຸກລຳກັບເຂົ້າຝັ່ງ ມື້ນີ້ 25 ສິງຫາ 2025 ມີການຄາດຄະເນວ່າພະຍຸ “ຄາຈິກິ” ຈະພັດຂຶ້ນຝັ່ງຫວຽດນາມໃນຊ່ວງບ່າຍມື້ນີ້ ໂດຍຈະຍັງຄົງຄວາມຮຸນແຮງລະດັບໄຕ້ຝຸ່ນ ລ່າສຸດບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາ ພະຍຸເຄື່ອນໂຕຢູ່ບໍລິເວນອ່າວຕັງເກີຍ ແລະ ມີຄວາມໄວລົມກວ່າ 165 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າພະຍຸຈະອ່ອນກຳລັງລົງຫຼັງພັດຂຶ້ນຝັ່ງ ແຕ່ຈະຍັງສ້າງຄວາມເສຍຫາຍດ້ວຍຄວາມໄວລົມທີ່ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ປະລິມານນ້ຳຝົນທີ່ຄາດວ່າຈະສູງເຖິງ 300-400 ມິນລິແມັດ ນອກຈາກນີ້ຍັງຄາດວ່າຈະມີຄື່ນພະຍຸຊັດຝັ່ງສູງ 2-4 ແມັດ ທາງລັດຖະບານຫວຽດນາມສັ່ງການອົບພະຍົບປະຊາຊົນກວ່າ 586,000 ຄົນ ເພື່ອຮັບມືພະຍຸໄຕ້ຝຸ່ນ ຄອບຄຸມປະຊາຊົນໃນແຂວງຕອນກາງ ໄດ້ແກ່ ແທງຮວາ, ກວາງຈິ, ເວ້ ແລະ ດານັງ ໂດຍຍົກເລີກຖ້ຽວບິນຈຳນວນຫຼາຍ ແລະ ສັ່ງໃຫ້ເຮືອທຸກລຳກັບເຂົ້າຝັ່ງ ສາຍການບິນຫວຽດນາມແອຣ໌ໄລນ໌ ຍົກເລີກຖ້ຽວບິນຢ່າງໜ້ອຍ 22 ຖ້ຽວທັງຂາເຂົ້າ […]
ຂົວຂ້າມນ້ຳປະເທດຈີນສາຍເຄເບິນຂາດ ໃນຂະນະທີ່ກຳລັງກໍ່ສ້າງ ເສຍຊີວິດ 7 ສູນຫາຍ 9 ຄົນ

ມີຜູ້ເສຍຊີວິດ 7 ຄົນ ແລະ ສູນຫາຍອີກ 9 ຄົນ ຫຼັງຈາກສາຍເຄເບິນຂາດທີ່ຂົວຂ້າມນ້ຳທີ່ຢູ່ໃນລະຫວ່າງການກໍ່ສ້າງເທິງເສັ້ນທາງລົດໄຟເສຊວນ-ຊິງໄຫ່ ຊ່ວງແຂວງຊິງໄຫ່ ເມື່ອເວລາປະມານ 03.00 ໂມງເຊົ້າຂອງວັນທີ່ 22 ສິຫາ 2025 ສຳນັກຂ່າວພີເພິນສ໌ ເດລີ ລາຍງານວ່າ ຂະນະເກີດເຫດມີແຮງງານກໍ່ສ້າງ 15 ຄົນ ແລະ ຜູ້ຈັດການໂຄງການວິສະວະກຳປະຈຳພື້ນທີ່ 1 ຄົນ ກຳລັງເຮັດວຽກຢູ່ ຂະນະນີ້ປະຕິບັດການກູ້ໄພຍັງຄົງດຳເນີນຕໍ່ໄປ ກະຊວງການຈັດການເຫດສຸກເສີນໄດ້ສົ່ງຄະນະເຮັດວຽກສະເພາະກິດ ໄປຍັງຈຸດເກີດເຫດເພື່ອໃຫ້ຄຳແນະນຳ ແລະ ປະສານງານການຊ່ວຍເຫຼືອ ໂດຍສຸມໃສ່ການຄົ້ນຫາຜູ້ທີ່ຕົກລົງໄປໃນນ້ຳ ນອກຈາກນີ້ ທາງກະຊວງ ຢືນຢັນວ່າຈະເລັ່ງກວດສອບສາເຫດຂອງອຸບັດຕິເຫດເພື່ອປ້ອງກັນບໍ່ໃຫ້ເກີດເຫດການລັກສະນະດຽວກັນນີ້ຂຶ້ນອີກໃນອະນາຄົດ ພາບທີ່ເຜີຍແຜ່ເທິງເວັບໄຊທ໌ພີເພິນສ໌ ເດລີ ສະແດງໃຫ້ເຫັນຂົວທີ່ສ້າງສຳເລັດພຽງບາງສ່ວນ ໂດຍສ່ວນກາງຍັງສ້າງບໍ່ສຳເລັດ ພ້ອມດ້ວຍຫໍຄອຍເຄເບິນຂະໜາດໃຫຍ່ 2 ແຫ່ງ ແລະ ເຄຣນຫຼາຍຕົວຕັ້ງຢູ່ໃກ້ຄຽງ ຂົວດັ່ງກ່າວ ຕັ້ງຢູ່ທີ່ເຂດແດນລະຫວ່າງເມືອງເຈຍຈ້າ ໃນເຂດປົກຄອງຕົນເອງທິເບດຫວາງໜານ ແລະ ເມືອງປົກຄອງຕົນເອງຫົວຫຼົງຮຸຍ ໃນເຂດໄຫ່ຕົງ […]
ເປີດງານຕະຫລາດນັດມວນຊົນ ຫລື ໂລະລາດ ຢູ່ນະຄອນຫຼວງພະບາງ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຕະຫຼາດນັດມວນຊົນ ຫຼື ໂລະລາດ ທີ່ເມືອງມໍລະດົກໂລກຫຼວງພະບາງ ປີນີ້ ກົງກັບວັນທີ 22 ສິງຫາ 2025 ໂດຍໃຫ້ກຽດຕັດແທບຜ້າ ເປີດງານຕະຫຼາດນັດມວນຊົນແມ່ນທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ນະຄອນພ້ອມດ້ວຍມວນຊົນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫລາຍ. ຕະຫຼາດນັດມວນຊົນແມ່ນໄດ້ເປີດຂຶ້ນທີ່ເສັ້ນທາງກາງເມືອງ ໂດຍເລີ່ມຈາກສາມແຍກ ຫໍພິພິທະພັນເບື້ອງເໜືອ ບ້ານຈູມຄ້ອງ ເສັ້ນທາງສີສະຫວ່າງວົງ ຫາສາມແຍກພະແນກໂຍທາທິການ ແລະຂົນສົ່ງ, ປະຊາຊົນໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ ມາວາງຂາຍ. ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ […]
ເກົາຫຼີເໜືອກຳລັງສ້າງ “ຖານຂີປະນາວຸດ” ແບບລັບໆ ສຳລັບເກັບຂີປະນາວຸດຂ້າມທະວີບໃກ້ຊາຍແດນຈີນ

ສູນສຶກສາເຊິງຍຸດທະສາດ ແລະ ລະຫວ່າງປະເທດຂອງສະຫະລັດ (CSIS) ເຜີຍແຜ່ລາຍງານລ່າສຸດທີ່ບົ່ງບອກວ່າ ເກົາຫຼີເໜືອກຳລັງສ້າງ “ຖານຂີປະນາວຸດລັບ” ທີ່ບໍ່ເຄີຍພົບວ່າມີການລາຍງານທີ່ໃດມາກ່ອນ ລາຍງານດັ່ງກ່າວລະບຸອີກວ່າຖານຂີປະນາວຸດລັບນີ້ມີຄວາມສ່ຽງກໍ່ໃຫ້ເກີດໄພຂົ່ມຂູ່ນີວເຄລຍກັບພູມິພາກອາຊີຕາເວັນອອກ ລວມໄປຮອດສະຫະລັດ CSIS ເປີດເຜີຍອີກວ່າ ສາມາດລະບຸພິກັດຂອງຖານລັບແຫ່ງນີ້ ຫຼື ທີ່ເອີ້ນວ່າ “ຖານຂີປະນາວຸດຊິນປຸງ-ດົງ” ໄດ້ ຫ່າງຈາກຊາຍແດນທີ່ຕິດກັບຝັ່ງຈີນປະມານ 27 ກິໂລແມັດ ທີ່ສັນນິຖານວ່າຖືກນຳໃຊ້ເປັນສະຖານທີ່ເກັບ “ຂີປະນາວຸດຂ້າມທະວີບ” ຫຼື ICBM ຈຳນວນ 9 ລູກ ລວມໄປເຖິງເປັນທີ່ຕັ້ງເຄື່ອງປ່ອຍຂີປະນາວຸດຊະນິດດັ່ງກ່າວດ້ວຍ ໂດຍຖານຂີປະນາວຸດລັບແຫ່ງນີ້ເປັນໜຶ່ງໃນຖານລັບປະມານ 15-20 ແຫ່ງໃນເກົາຫຼີເໜືອທີ່ຍັງບໍ່ຖືກເປີດເຜີຍ ເຊິ່ງຖືກນຳໃຊ້ເປັນທີ່ເກັບຮັກສາຂີປະນາວຸດ ແລະ ຫົວຮົບນີວເຄລຍຈຳນວນຫຼາຍ ເຊິ່ງລາຍງານສະບັບດັ່ງກ່າວອ້າງອິງຂໍ້ມູນຈາກການວິເຄາະພາບຖ່າຍດາວທຽມ, ການສຳພາດຜູ້ລີ້ໄພ ແລະ ເຈົ້າໜ້າທີ່ຈາກເກົາຫຼີເໜືອ ລວມໄປເຖິງການສຶກສາຜ່ານເອກະສານທີ່ເຄີຍມີການເປີດເຜີຍ ແລະ ແຫຼ່ງຂໍ້ມູນ Open-Source ຕ່າງໆ CNN ລາຍງານວ່າຖານລັບດັ່ງກ່າວຕັ້ງຢູ່ໃນພູເຂົາແຄບໆ ທີ່ມີສາຍນ້ຳໄຫຼຜ່ານຕອນກາງ ໂດຍສາມາດວັດແທກຂະໜາດຂອງພື້ນທີ່ໄດ້ປະມານ 22 ແມັດກ້ອນ […]
ອິສຣາແອນກຽມກຳລັງສຳຮອງ 6 ໝື່ນນາຍ ກຽມຕົວເຮັດຕາມແຜນຄອບຄອງເຂດກາຊາທັງໝົດ

ໃນວັນທີ່ 20 ສິງຫາ 2025 ກອງທັບອິສຣາແອນໄດ້ເຜີຍແຜ່ຄິບວິດີໂອ ທີ່ລະບຸວ່າເປັນພາບການໂຈມຕີກຸ່ມຫົວຮຸນແຮງຮາມາສໃນເມືອງຂານຢູນິສ ເຂດກາຊາ ໂດຍຄີບພາບ ເຊິ່ງກອງທັບອິສຣາແອນລະບຸວ່າຖ່າຍເທິງເຂດພື້ນທີ່ທີ່ເປັນທາງເຂົ້າອຸໂມງແຫ່ງໜຶ່ງ ສະແດງໃຫ້ເຫັນຄົນກຳລັງແລ່ນ ຂະນະຖືກລູກປືນຍິງໃສ່ ແຕ່ສຳນັກຂ່າວຣອຍເຕີໄມ່ສາມາດພິສູດໄດ້ຢ່າງອິດສະຫຼະກ່ຽວກັບສະຖານທີ່ ແລະ ວັນທີ່ຖ່າຍຄິບວິດີໂອ ທາງດ້ານພົນຈັດຕະວາ ເອຟຟີ ເດຟຣິນ ໂຄສົກກອງທັບອິສຣາແອນ ຖະແຫຼງການວ່າ ກອງທັບອິສຣາແອນເລີ່ມຂັ້ນຕອນທຳອິດຂອງປະຕິບັດການ ພາກພື້ນດິນເພື່ອຍຶດຄອງກາຊາ ຊິຕີ້ທັງໝົດຕາມແຜນ ແລະ ໄດ້ຍຶດຄອງພື້ນທີ່ຮອບນອກໄວ້ຮຽບຮ້ອຍແລ້ວ ໂດຍທະຫານເລີ່ມປະຕິບັດການໃນເຂດໄຊຕູນ ແລະ ຈາບາເລຍ ເພື່ອວາງຮາກຖານສຳລັບການບຸກເຂົ້າໄປ ເຊິ່ງອິສຣາແອນ ຄາດສ໌ ລັດຖະມົນຕີກະຊວງປ້ອງກັນປະເທດ ອະນຸມັດເມື່ອວັນອັງຄານທີ່ຜ່ານມາ ແລະ ຈະຖືກສົ່ງຕໍ່ໄປຍັງຄະນະລັດຖະມົນຕີດ້ານຄວາມໝັ້ນຄົງໃນຊ່ວງປາຍອາທິດນີ້ ອິສຣາແອນກຽມເອີ້ນກຳລັງສຳຮອງປະມານ 60,000 ນາຍ ໃນຊ່ວງຕົ້ນເດືອນກັນຍານີ້ ເພື່ອກຽມກຳລັງພົນປະຈຳການສຳລັບປະຕິບັດການຍຶດກາຊາ ຊິຕີ້ ເຊິ່ງຄາດວ່າ ຊາວປາເລສຕາຍ ຫຼາຍແສນຄົນໃນກາຊາ ຊິຕີ້ ຈະໄດ້ຮັບຄຳສັ່ງອະພະຍົບ ແລະ ມຸ່ງໜ້າໄປຍັງສູນພັກພິງທາງຕອນໃຕ້ຂອງເຂດກາຊາຕໍ່ໄປ ກ່ອນໜ້ານີ້ ພັນທະມິດຂອງອິສຣາແອນຫຼາຍປະເທດ […]
ຫວຽດນາມເປີດໂຕເອັນເຕີເທນເມັນຄອມເພລັກ ຄາສິໂນແຫ່ງທຳອິດຂອງປະເທດ ລົງທຶນ 2 ພັນລ້ານໂດລາສະຫະລັດ

ຄະນະກຳມະການປະຊາຊົນແຂວງໄດ້ອອກເອກະສານອະນຸມັດໃຫ້ບໍລິສັດ Van Don Sun JSC ພາຍໃຕ້ Sun Group ເປັນຜູ້ລົງທຶນໂຄງການນີ້ ໂດຍໂຄງການນີ້ໄດ້ຮັບການອະນຸມັດໃນຫຼັກການຈາກນາຍົກລັດຖະມົນຕີຕາມມະຕິລົງວັນທີ່ 27 ມິຖຸນາ 2025 ພື້ນທີ່ເອັນເຕີເທນເມັນຄອມເພລັກນີ້ ຕັ້ງຢູ່ໃນເຂດເສດຖະກິດເວິນໂດນ ປະກອບດ້ວຍ ຄາສິໂນ ເຊິ່ງໃນໄລຍະທຳອີດຈະເປີດໃຫ້ເຂົ້າສະເພາະຊາວຫວຽດນາມເທົ່ານັ້ນ, ໂຮງແຮມ, ຣີສອດ, ຄອນໂດຫຼູຫຼາ, ອາຄານພາລິຊະ, ອາຄານສຳນັກງານ, ສູນກາງການປະຊຸມ, ສູນກາງກິລາ, ສວນສະໜຸກ ແລະ ບໍລິການດ້ານສຸຂະພາບລະດັບພຣີມຽມ ຈຸດເດັ່ນຂອງເອັນເຕີເທນເມັນຄອມເພລັກແຫ່ງນີ້ແມ່ນ ການເປັນຄາສິໂນລະດັບໂລກ ທີ່ພົນລະເມືອງຫວຽດນາມສາມາດເຂົ້າໄປໃຊ້ບໍລິການໄດ້ພາຍໃຕ້ເງື່ອນໄຂທາງກົດໝາຍທີ່ເຂັ້ມງວດ ພ້ອມດ້ວຍງານບໍລິການດ້ານການທ່ອງທ່ຽວ ສັນທະນາການ ແລະ ບໍລິການຄົບວົງຈອນ ທີ່ນີ້ຖືກອອກແບບໃຫ້ເປັນຄືລະບົບນິເວດແບບປິດ ມີທຸກຢ່າງຄົບຈົບໃນທີ່ດຽວ ກຽມພ້ອມຮອງຮັບນັກທ່ອງທ່ຽວຕ່າງປະເທດ ລວມທັງຊົນຊັ້ນກາງ ແລະ ກຸ່ມຄົນຮັ່ງມີຂອງຫວຽດນາມທີ່ກຳລັງເພີ່ມຂຶ້ນ ໂຄງການດັ່ງກ່າວຍັງລວມເຖິງການສະແດງສິລະປະລະດັບນາໆຊາດ ແລະ ກິດຈະກຳບັນເທິງຕະຫຼອດ 24 ຊົ່ວໂມງ ໂດຍມີເປົ້າໝາຍທີ່ຈະຍົກລະດັບໃຫ້ເວິນໂດນເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ […]