ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ

ການແຕ່ງຕົວບໍ່ໄດ້ເປັນພຽງແຕ່ເລື່ອງຂອງແຟຊັ່ນ ແຕ່ຍັງຊ່ວຍເສີມບຸກຄະລິກ ແລະ ພະລັງງານໃນຊີວິດປະຈຳວັນໄດ້ດ້ວຍ ໂດຍສະເພາະຖ້າເລືອກໄອເທັມທີ່ຕົງກັບລາສີ ຈະຊ່ວຍຂັບສະເໜ່ ແລະ ສົ່ງເສີມຄວາມໝັ້ນໃຈໂດຍບໍ່ຕ້ອງປັບລຸກຫຼາຍ! ມາມ່ວນໄປກັບການແຕ່ງຕົວຕາມລາສີໄປນຳກັນ.     ລາສີເມກ Venus in Aries  ຜູ້ທີ່ເກີດລາສີເມກມີຄວາມກະຕືລືລົ້ນ ແລະ ມັກຄວາມທ້າທາຍ ການເພີ່ມໄອເທັມສີແດງ ຫຼື ເຄື່ອງປະດັບທີ່ມີດີໄຊແປກຕາ ຈະຊ່ວຍຂັບພະລັງຄວາມໝັ້ນໃຈ ແລະ ສະທ້ອນຄວາມເປັນຜູ້ນຳໃນຕົວໄດ້ຢ່າງຊັດ     ລາສີພຶສະພາ Venus in Taurus  ລາສີພຶສະພາເປັນຄົນຮັກຄວາມສະບາຍ ແລະ ມີສະໄຕລທີ່ໝັ້ນຄົງ ການເລືອກກະເປົາໜັງດີໄຊງ່າຍຫຼູຫຼາ ຫຼື ເກີບທີ່ເບິ່ງເປັນຜູ້ໃຫຍ່ຈະຊ່ວຍຂັບສະເໜ່ໃຫ້ເບິ່ງໜ້າເຊື່ອຖື ແລະ ເພີ່ມຄວາມໝັ້ນຄົງທາງດ້ານພະລັງງານ     ລາສີເມຖຸນ Venus in Gemini ຊາວເມຖຸນມີຄວາມສົດໃສ ແລະ ຊອບການປ່ຽນແປງ ການເສີມຜ້າພັນຄໍສີສົດ ຫຼື ເຄື່ອງປະດັບນ້ອຍໆທີ່ສາມາດປ່ຽນໄດ້ຫຼາຍແບບ ຈະຊ່ວຍເສີມສະເໜ່ໃນແບບຄົນທີ່ສົນທະນາມີສີສັນມ່ວນຊື່ນ ແລະ ບໍ່ຈຳເຈ       […]

ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!

  ເມື່ອເວົ້າເຖິງລາຊະວົງ ແລະ ເຈົ້າຍິງຜູ້ສູງສັກ ພາບຄວາມງາມສະຫງ່າທີ່ບໍ່ມີຈຸດຕິມັກປາກົດຂຶ້ນໃນຈິນຕະນາການສະເໝີ ເພາະບໍ່ວ່າຈະເປັນຍຸກສະໄໝໃດ ຜິວພັນທີ່ຜຸດຜ່ອງ ແລະ ໃບໜ້າທີ່ສົມບູນແບບແມ່ນສິ່ງທີ່ພວກພຣະນາງຕ້ອງດູແລຢ່າງ ພິຖີພິຖັນ ມື້ນີ້ພວກເຮົາຈຶ່ງຂໍເປີດເຜີຍ ຄວາມງາມຂອງຣາຊະວົງ ຈາກ 7 ພຣະອົງຜູ້ໂດດເດັ່ນຕະຫຼອດການ ມາເບິ່ງກັນວ່າເຄັດລັບຄວາມງາມລະດັບໂລກທີ່ສືບທອດມາຈະມີສິ່ງໃດແດ່ ແລະ ທ່ານສາມາດນຳໄປປັບໃຊ້ໄດ້ແນວໃດ   ເບິ່ງຄວາມງາມຂອງລາຊະວົງທັງ 7 ພຣະອົງຜູ້ໂດດເດັ່ນຕະຫຼອດການ 1. ມາຣີ ອົງຕົວແນັດ (Marie Antoinette)     ອະດີດພຣະລາຊິນີແຫ່ງຝຣັ່ງຜູ້ນີ້ມີສູດມາສກ໌ໜ້າສະເພາະຕົວທີ່ໂດ່ງດັງ ສ່ວນປະສົມປະກອບດ້ວຍ ກົນຍາກ(Cognac), ນົມຜົງ, ໄຂ່ຂາວ ແລະ ນ້ຳມະນາວ ເຊິ່ງຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ, ກະຊັບຮູຂຸມຂົນ ແລະ ຜັດເຊນຜິວທີ່ຕາຍແລ້ວໃຫ້ຫຼຸດອອກໄປຢ່າງອ່ອນໂຍນ   2. ສົມເດັດພຣະລາຊິນີນາດເອລິຊາເບດທີ 1 (Queen Elizabeth I)     ໃນຍຸກທີ່ຜິວຂາວຈືດ (ຜິວຈືດ) ແມ່ນເທຣນຄວາມງາມ ພຣະນາງໄດ້ໃຊ້ແປ້ງ Ceruse ທີ່ມີສ່ວນປະສົມຂອງຕະກັ່ວສີຂາວເພື່ອຮັກສາພາບລັກສະນະ […]

ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ

ໄດ້ເປີດຕົວຢ່າງເປັນທາງການແລ້ວສຳລັບ iPhone 17 Series ໄລນ໌ອັບສະມາດໂຟນເຮືອທຸງລຸ່ນລ່າສຸດຈາກ Apple ທີ່ເປີດຕົວໃນລາຍການ Awe Dropping ມາພ້ອມການປ່ຽນແປງທີ່ນ້າສົນໃຈຫຼາຍຢ່າງ ໂດຍສະເພາະການເປີດຕົວລຸ່ນ “Air” ທີ່ເນັ້ນຄວາມບາງເບົາເປັນພິເສດ ບົດຄວາມນີ້ BT ຈະພາໄປເຈາະເລິກສະເປັກ ແລະ ຄຸນສົມບັດເດັ່ນຂອງແຕ່ລະລຸ່ນ iPhone 17 ໂຕເຄື່ອງອາລູມິນຽມ ຫນ້າຈໍ Super Retina XDR ຂະໜາດ 6.3 ນິ້ວ ທີ່ມາພ້ອມ ProMotion (ອັດຕາການໂຟ່ເຟສສູງສຸດ 120 Hz) ແລະ Always-On display ຍັງຄົງມີ Dynamic Island ແລະ ປຸ່ມ Action Button ທີ່ປັບແຕ່ງໄດ້ ຊິບປະມວນຜົນ: ໃຊ້ຊິບ A19 (CPU 6-core, GPU 5-core) ພ້ອມ Neural Engine 16-core […]

ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ

  ໃຜກໍ່ຕາມທີ່ເຄີຍຈັດການກັບເຊື້ອຣາໃນຫ້ອງນ້ຳ ຫຼື ໃນເຮືອນ ຄົງເຂົ້າໃຈດີວ່າເປັນເລື່ອງຫຍຸ້ງຍາກຫຼາຍທີ່ຈະກຳຈັດອອກ ໂດຍສະເພາະຈຸດທີ່ລຶບບໍ່ອອກເລີຍແບບ “ຮ່ອງຢາແນວກະເບື້ອງ” ເຊິ່ງເຮັດຈາກຊີເມັນ ຫຼື ເຣຊິນທີ່ໃຊ້ປິດຮອຍຕໍ່ລະຫວ່າງກະເບື້ອງໃນຫ້ອງນ້ຳ.   ແຕ່ເນື່ອງຈາກຢາແນວຊີເມັນມີຮູຕາມທຳມະຊາດ, ຈິ່ງມີຄວາມສ່ຽງຕໍ່ການເປື້ອນ ແລະ ເກີດເຊື້ອຮາໄດ້ງ່າຍ. ເມື່ອຂອງແຫຼວອັນໃດໜຶ່ງເຊັ່ນນ້ຳຊຶມເຂົ້າໄປຕາມຮູນ້ອຍໆ ເທິງຜິວ, ການກຳຈັດເຊື້ອຣາທີ່ຝັງເລິກໃນຮ່ອງຢາແນວຈິ່ງເປັນເລື່ອງທ້າທາຍຫຼາຍ, ໂດຍສະເພາະຖ້າເປັນບໍລິເວນທີ່ນ້ຳຊຶມສະສົມ.   ສະມາຊິກກຸ່ມໜຶ່ງທີ່ຕິດຕາມຜູ້ຊ່ຽວຊານດ້ານການເຮັດຄວາມສະອາດແບບ Mrs. Hinch ໄດ້ເຂົ້າມາຖາມວ່າ ວິທີເຮັດໃຫ້ຢາແໜວກັບມາຂາວສະອາດທີ່ສຸດແມ່ນຫຍັງ ພ້ອມສົງໄສວ່າການໃຊ້ເບັກກິ້ງໂຊດາຈະໄດ້ຜົນບໍ ຫຼື ຄວນຊື້ບິກຮ່ອງຢາແນວແທນ.   ສະມາຊິກຫຼາຍຄົນຮີບແຊຣ໌ຄຳແນະນຳ, ໂດຍຕ່າງບອກກັນວ່າມີພຽງແຕ່ຂອງໃຊ້ຕິດຄົວທີ່ທຸກເຮືອນມັກມີຢູ່ແລ້ວ 2 ຢ່າງຄື “ເບັກກິ້ງໂຊດາ” ແລະ “ນ້ຳສົ້ມສາຍຊູ”. ຄົນໜຶ່ງແຊຣ໌ວ່າ:   “ເບັກກິ້ງໂຊດາເຮັດເປັນເນື້ອຄີມແລ້ວປ່ອຍຖິ້ມໄວ້, ຈາກນັ້ນສີດນ້ຳສົ້ມສາຍຊູຂາວຕາມລົງໄປ, ໄດ້ຜົນດີຫຼາຍ, ເຮັດໃຫ້ຮ່ອງຢາແນວໃນຫ້ອງອາບນ້ຳຂອງຂ້ອຍກັບມາຂາວເລີຍ”   ອີກຄົນເສີມວ່າ “ຢ່າໃຊ້ສານຟອກຂາວກັບສິ່ງທີ່ຢາກໃຫ້ຂາວ, ເພາະມັນຈະເຮັດໃຫ້ເຫຼືອງ, ໃຊ້ເບັກກິ້ງໂຊດາກັບນ້ຳສົ້ມສາຍຊູດີກວ່າ”     ວິທີທຳຄວາມສະອາດເຊື້ອຣາຈາກຮ່ອງຢາແນວ   ລະບາຍອາກາດໃນພື້ນທີ່ : ເປີດປ່ອງຢ້ຽມ ຫຼື […]

ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ

  ການເປີດໄຟໃສ່ໃນຂະນະນອນຈະຂັດຂວາງການຜະລິດເມລາໂທນິນ (ຮໍໂມນການນອນ) ຂອງຮ່າງກາຍ ເຊິ່ງສົ່ງຜົນໃຫ້ຄຸນນະພາບການນອນຊຸດລົງ ແລະ ສົ່ງຜົນກະທົບຕໍ່ສຸຂະພາບໂດຍລວມ ຄວນນອນໃນຫ້ອງທີ່ມືດ ຫຼື ປິດໄຟທັງໝົດເພື່ອໃຫ້ຮ່າງກາຍຜະລິດເມລາໂທນິນໄດ້ຢ່າງມີປະສິດທິພາບ     ຫຼາຍຄົນມັກໃນການເປີດໄຟນອນຫຼາຍ ບໍ່ວ່າຈະເປັນເພາະເຫດຜົນຈາກການຢ້ານຄວາມມືດ ຫຼື ເຜີຫຼັບໄປທັງທີ່ຍັງເປີດໄຟຢູ່ ເຊິ່ງໃນໄລຍະສັ້ນອາດບໍ່ໄດ້ສົ່ງຜົນຫຍັງຫຼາຍຕໍ່ສຸຂະພາບ ແຕ່ຫາກເຮັດຈົນເປັນນິໄສອາດເຮັດໃຫ້ກະທົບການນອນຫຼັບ ແລະສຸຂະພາບໃນໄລຍະຍາວໄດ້   ຂໍ້ມູນຈາກໂຮງໝໍຈຸລາລົງກອນ ສະພາກາຊາດໄທ ເປີດເຜີຍວ່າ ການນອນເປີດໄຟເຮັດໃຫ້ການຫຼັ່ງເມລາໂທນິນລຸດລົງ ເຊິ່ງເປັນຮໍໂມນສຳຄັນຕໍ່ການນອນຫຼັບ ລະບົບຄວາມຈຳ ລະບົບເມຕາບໍລິຊຶມ ແລະ ການຄວບຄຸມຄວາມດັນໂລຫິດ ສົ່ງຜົນໃຫ້ນອນຫຼັບບໍ່ດີ ແລະ ອາດສ່ຽງຕໍ່ໂລກອານໄຊເມີ ໂລກອ້ວນ ຄວາມດັນຜິດປົກກະຕິຫາຍໃຈມີສຽງວີດ ສັນຍານຫອບຫືດ ຕ້ອງລະວັງອັນຕະລາຍເຖິງຊີວິດ   “ໂລກສະມາທິສັ້ນໃນຜູ້ໃຫຍ່” ວອກແວກງ່າຍ ມີບັນຫາກັບຄົນອື່ນບໍ່ ຕ້ອງເຊັກ!     ນອກຈາກນັ້ນຍັງມີງານວິໄຈທີ່ຕີພິມໃນວາລະສານ JAMA Internal Medicine ທີ່ສຶກສາໃນຜູ້ຍິງກວ່າ 4 ໝື່ນຄົນ ເລື່ອງການເປີດ ແລະ ປິດໄຟນອນທີ່ອາດສົ່ງຜົນຕໍ່ການເພີ່ມຂຶ້ນຂອງນ້ຳໜັກຕົວ ຫຼັງຈາກການຕິດຕາມໃນໄລຍະ 5 […]

ແກ້ໄຂຄວາມຂ້ອງໃຈ: “ຟ້າຜ່າ” ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ

    ຟ້າຜ່າ ເປັນປາກົດການທຳມະຊາດທີ່ທັງໜ້າຕື່ນເຕັ້ນ ແລະ ໜ້າຢ້ານໃນເວລາດຽວກັນ ແຕ່ທ່ານເຄີຍສົງໄສບໍ່ວ່າ ຟ້າສາມາດຜ່າລົງບ່ອນເດີມໄດ້ແທ້ບໍ?   ຫຼາຍຄົນມັກໄດ້ຍິນຄຳເວົ້າທີ່ວ່າ “ຟ້າບໍ່ຜ່າບ່ອນເກົ່າສອງຄັ້ງ” ແຕ່ຄວາມຈິງໃນທາງວິທະຍາສາດກັບບອກເລື່ອງອື່ນ ເພາະຟ້າຜ່າສາມາດເລືອກ “ເປົ້າໝາຍຊ້ຳ” ໄດ້ຢ່າງຊັດເຈນ ໂດຍສະເພາະວັດຖຸສູງຫຼືເປັນຕົວນຳໄຟຟ້າ   ເລື່ອງນີ້ບໍ່ພຽງແຕ່ກ່ຽວຂ້ອງກັບຟິສິກຂອງໄຟຟ້າ ແລະ ອາກາດ ແຕ່ຍັງມີຜົນຕໍ່ຄວາມປອດໄພໃນຊີວິດປະຈຳວັນຂອງພວກເຮົາອີກດ້ວຍ   ບົດຄວາມນີ້ຈະພາໄປເຮັດຄວາມເຂົ້າໃຈວ່າຟ້າຜ່າສາມາດຜ່າຊ້ຳບ່ອນເດີມໄດ້ຈິງຫຼືບໍ່? ພ້ອມຕົວຢ່າງຈິງຈາກທົ່ວໂລກ     ຟ້າຜ່າແມ່ນຫຍັງ?   ຟ້າຜ່າ ເກີດຈາກການສະສົມຂອງປະຈຸໄຟຟ້າໃນເມກ ແລະ ພື້ນດິນ ເມື່ອປະຈຸແຕກຕ່າງກັນຫຼາຍຈົນເກີດສະໜາມໄຟຟ້າແຮງສູງ ກະແສໄຟຟ້າຈະຖືກປ່ອຍອອກມາໃນຮູບແບບຂອງຟ້າແມບ ຫຼື ຟ້າຜ່າ   ຟ້າຜ່າບໍ່ໄດ້ເກີດແບບສຸ່ມທັງໝົດ ບໍລິເວນທີ່ສູງໆ ເຊັ່ນ ຕຶກສູງ ສະຖານີສົ່ງໄຟຟ້າ ຫຼື ເສົາໂລຫະ ມັກເປັນເປົ້າໝາຍຫຼັກຂອງຟ້າຜ່າ   ຟ້າຜ່າສາມາດຜ່າລົງບ່ອນເກົ່າໄດ້ຫຼືບໍ່?   ຄຳຕອບແມ່ນ ໄດ້ ຟ້າຜ່າສາມາດຜ່າລົງບ່ອນເກົ່າຊ້ຳໄດ້ຫຼາຍຄັ້ງ ໂດຍສະເພາະວັດຖຸສູງທີ່ເປັນຕົວນຳໄຟຟ້າ ຕົວຢ່າງເຊັ່ນ ຕຶກຟ້າ Burj […]

ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່

  ຫຼາຍຄົນອາດເຄີຍສັງເກດວ່າ ນ້ຳຈາກຝັກບົວອາບນ້ຳຈາກທີ່ເຄີຍໄຫຼແຮງ ກັບໄຫຼເບົາລົງ ຫຼື ໄຫຼກະຈາຍບໍ່ສະໝໍ່າເໝີ ບາງຮູມີນ້ຳອອກມາແຄ່ພຽງຢົດດຽວ ສາເຫດສ່ວນໃຫຍ່ມາຈາກ ຄາບຕະກອນແຄນຊຽມ ຫຼື ຄາບຫີນປູນ ທີ່ເກາະສະສົມຢູ່ທີ່ຫົວຝັກອາບນ້ຳ ເຊິ່ງພົບເຫັນໄດ້ບ່ອຍຄັ້ງ   ມື້ນີ້ເຮົາມີ ເທັກນິກງ່າຍໆ ທີ່ໃຊ້ຂອງໃນຄົວ ຄື ນ້ຳສົ້ມສາຍຊູ ມາຊ່ວຍຂັດລ້າງຄາບເຫຼົ່ານີ້ ໂດຍສະເພາະຝັກບົວອາບນ້ຳທີ່ຖອດລ້າງບໍ່ໄດ້ ເຮັດຕາມໄດ້ງ່າຍ ບໍ່ຕ້ອງໃຊ້ແຮງຫຼາຍກໍສະອາດຄືໃໝ່         ອຸປະກອນທີ່ຕ້ອງກະກຽມ:   ນ້ຳສົ້ມສາຍຊູ (ທຳມະດາແບບກັ່ນກໍໃຊ້ໄດ້)   ຖົງພລາສຕິກ (ຊະນິດໃສ ຫຼື ໜາເລັກນ້ອຍ)   ໜັງຢາງ ຫຼື ເຊືອກສຳຫຼັບຮັດ   ວິທີເຮັດຄວາມສະອາດຝັກອາບນ້ຳ         ເທນ້ຳສົ້ມສາຍຊູໃສ່ຖົງ ປະມານເຄິ່ງຖົງ ຫຼືພໍທ່ວມບໍລິເວນຫົວຝັກອາບນ້ຳ   ນຳຖົງໄປຄອບຫົວຝັກອາບນ້ຳ ໃຫ້ຄາບບໍລິເວນຮູນ້ຳແຊ່ຢູ່ໃນນ້ຳສົ້ມສາຍຊູ   ໃຊ້ຢາງ ຫຼື […]

ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້

  ເສດເຂົ້າໜົມໃນກະເປົາ ຮູບແຕ້ມທີ່ຂຽນໄວ້ດ້ານຫຼັງປຶ້ມບັນທຶກ ຄຳຖາມ “ເປັນຫຍັງ?” ທີ່ບໍ່ມີທີ່ສິ້ນສຸດຢູ່ໂຕະອາຫານ… ທ່ານອາດຄິດວ່າທ່ານໄດ້ຖິ້ມທຸກສິ່ງເຫຼົ່ານັ້ນໄວ້ເບື້ອງຫຼັງແລ້ວ ແນວໃດກໍຕາມ ໂລກນ້ອຍໆ ຂອງນິສັຍໃນໄວເດັກເຫຼົ່ານີ້ຍັງຄົງຢູ່ໃນຊີວິດປະຈຳວັນຂອງທ່ານເມື່ອເປັນຜູ້ໃຫຍ່ ຮູ້ສຶກສົນໃຈບໍ? ທ່ານຈະຕ້ອງມັກການຄົ້ນພົບວິທີການ   ພິທີກຳໃນໄວເດັກ ສະຖາປະນິກຜູ້ຮອບຄອບເຫຼົ່ານີ້   ມີບາງສິ່ງທີ່ມະຫັດສະຈັນ ແລະ ມີພະລັງຢ່າງເຫຼືອເຊື່ອໃນທ່າທາງນ້ອຍໆ ໃນຊີວິດປະຈຳວັນທີ່ເກີດຂຶ້ນເມື່ອຍັງເປັນເດັກ ການກອດຕອນແລງ ການຫອມທີ່ເຮົາບໍ່ເຄີຍລືມ ແລະ ຄຳເວົ້າກະຊິບທີ່ວ່າ “ເຈົ້າເຮັດໄດ້” ກ່ອນການທົດສອບ… ຊ່ວງເວລາທີ່ເບິ່ງທຳມະດາເຫຼົ່ານີ້ບໍ່ແມ່ນພຽງແຕ່ຄວາມຊົງຈຳທີ່ຊາບຊຶ້ງໃຈ ແຕ່ເປັນຮາກຖານຂອງຊີວິດ   ຄວາມສາມາດຂອງທ່ານໃນປັດຈຸບັນໃນການຮັບມື ກັບຄວາມກົດດັນ ການຂໍຄວາມຊ່ວຍເຫລືອ ການອະນຸຍາດໃຫ້ຕົວເອງໄດ້ພັກຜ່ອນ ຫຼື ມີຄວາມສຸກ ມັກຈະມາຈາກຕົງນັ້ນ ຊ່ວງເວລາເຫຼົ່ານີ້ໄດ້ຫຼໍ່ຫຼອມວິທີທີ່ທ່ານຮັກຕົວເອງ ສະແດງອອກເຖິງຕົວເອງ ແລະ ການດູແລຕົວເອງ   ປະສາດວິທະຍາໄດ້ຢືນຢັນແລ້ວວ່າ ສະໝອງຂອງເຮົາມີການພັດທະນາຢ່າງວ່ອງໄວໃນຊ່ວງໄວເດັກ ແລະ ຈະບັນທຶກປະສົບການເຫຼົ່ານີ້ ແລະ ດຶງຮູບແບບທີ່ຄົງຢູ່ມາຈາກປະສົບການເຫຼົ່ານັ້ນ   ກ່າວອີກແບບໜຶ່ງ ທ່ານມີແນວໂນ້ມທີ່ຈະເຮັດສິ່ງທີ່ທ່ານເລີ່ມໃຫ້ແລ້ວຕາມເປົ້າໝາຍສະເໝີບໍ? ບາງທີອາດເກີດຈາກຫຼັກການງ່າຍໆ ທີ່ວ່າ “ເຮົາຈະບໍ່ລຸກຈາກໂຕະຈົນກວ່າຈານຈະຫວ່າງ”   ທ່ານຕ້ອງການການຕິດຕາມກວດສອບບໍ? […]

ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!

ການ Manifest ແມ່ນການໃຊ້ພະລັງຄວາມຄິດ ຄວາມເຊື່ອ ແລະ ການລົງມືເຮັດເພື່ອດຶງດູດສິ່ງທີ່ເຮົາຕ້ອງການໃນຊີວິດ ແຕ່ຫຼາຍຄົນເຮັດແລ້ວບໍ່ເຫັນຜົນເພາະເຂົ້າໃຈຜິດກ່ຽວກັບວິທີການ ລອງມາເບິ່ງທັງເຕັກນິກທີ່ໄດ້ຜົນ ແລະ ຂໍ້ຄວນຫຼີກລ່ຽງ     Manifest ແມ່ນຫຍັງ? Manifest ໝາຍເຖິງການສະແດງອອກ ຫຼື ດຶງດູດສິ່ງທີ່ຕ້ອງການຜ່ານພະລັງງານຄວາມຄິດ ຄວາມເຊື່ອ ແລະ ການກະທຳ. ແນວຄິດນີ້ກ່ຽວຂ້ອງກັບກົດແຮງດຶງດູດ (Law of Attraction) ຊຶ່ງເຊື່ອວ່າ “ສິ່ງທີ່ເຮົາຄິດ ແມ່ນສິ່ງທີ່ເຮົາດຶງດູດເຂົ້າມາ”   ເຕັກນິກການ Manifest ໃຫ້ໄດ້ຜົນຈິງ   ຕັ້ງເປົ້າໝາຍໃຫ້ເຈາະຈົງ ຍິ່ງເປົ້າໝາຍຊັດເຈນເທົ່າໃດ ຈິດໃຕ້ສຳນຶກຈະໂຟກັສໄດ້ດີຂຶ້ນ ເຊັ່ນ ແທນທີ່ຈະຄິດວ່າ “ຢາກຮັ່ງມີ” ໃຫ້ປ່ຽນເປັນ “ມີເພີ່ມຂຶ້ນຕາມເປົ້າທີ່ຕັ້ງໄວ້ພາຍໃນ 6 ເດືອນ”     ສ້າງພະລັງຄວາມຄິດເຊີງບວກ ການຄິດບວກເປັນເໝືອນການປ່ອຍພະລັງງານອອກໄປ ຫາກເຮົາມົວແຕ່ຈົມກັບຄວາມຄິດລົບ ຈະດຶງດູດແຕ່ສິ່ງລົບກັບມາ ຄວນເຝິກການຂໍຂອບຄຸນສິ່ງນ້ອຍໆ ໃນຊີວິດທຸກມື້   ຈິນຕະນາການເໝືອນເກີດຂຶ້ນແລ້ວ Visualization ແມ່ນການສ້າງຮູບພາບໃນຫົວວ່າຄວາມສຳເລັດໄດ້ເກີດຂຶ້ນແລ້ວ […]

OpenAI ກະກຽມເພີ່ມຟີເຈີ ‘ການຄວບຄຸມໂດຍຜູ້ປົກຄອງ’ ຫຼັງເດັກ 16 ປີເສຍຊີວິດເພາະສົນທະນາກັບ ChatGPT

OpenAI ກຳລັງເພີ່ມເຄື່ອງມືຄວບຄຸມສຳລັບຜູ້ປົກຄອງ (Parental Control) ເພື່ອໃຫ້ສາມາດຈັດການການໃຊ້ງານ ChatGPT ສຳລັບເດັກນ້ອຍ ຫຼືຜູ້ໃຊ້ງານທີ່ຍັງບໍ່ບັນລຸນິຕິພາບ ຫຼັງຈາກເກີດເຫດການເດັກໜຸ່ມອາຍຸ 16 ປີເສຍຊີວິດ ເນື່ອງຈາກຖືກລ່ວງລະເມີດທາງເພດ ແລະ ໄດ້ສົນທະນາປຶກສາກັບ ChatGPT ຕັ້ງແຕ່ທີ່ມີນະວັດຕະກຳ AI ເກີດຂຶ້ນ ພວກເຮົາຕ່າງໄດ້ພົບປັນຫາຫຼາຍຢ່າງກ່ຽວກັບການໃຊ້ງານແລະແນວຄິດຂອງການເຮັດວຽກຂອງ AI ແຕ່ປັນຫາຫຼ້າສຸດທີ່ພວກເຮົາກຳລັງປະເຊີນໜ້າ ແມ່ນປັນຫາຂອງ ‘ຜົນໄດ້ຮັບ’ ທີ່ໄດ້ຈາກ AI ເຫຼົ່ານີ້ ຊຶ່ງຜົນໄດ້ຮັບທີ່ວ່ານັ້ນບໍ່ໃຊ່ເລື່ອງຂອງຄຳຕອບທີ່ຜິດ ຫຼືບິດເບືອນຄວາມຈິງເໝືອນແຕ່ກ່ອນ ແຕ່ຍັງໝາຍເຖິງຜົນກະທົບຕໍ່ພຶດຕິກຳຂອງຜູ້ໃຊ້ງານ ໂດຍສະເພາະກຸ່ມຜູ້ໃຊ້ງານທີ່ຍັງບໍ່ບັນລຸນິຕິພາບ ແລະ ກຸ່ມທີ່ອ່ອນແອ ຊຶ່ງຫຼາຍໆເຄັສຂອງຜູ້ໃຊ້ງານກຸ່ມເຫຼົ່ານີ້ ມັກຈະປຶກສາ ChatGPT ແລະ ເລືອກທີ່ຈະຢຸດຊີວິດຕົນເອງ ແລະ ນີ້ກໍເປັນຈຸດເລີ່ມຕົ້ນທີ່ OpenAI ຕ້ອງເພີ່ມຟີເຈີຄວບຄຸມການດູແລຈາກປົກຄອງຢ່າງແທ້ຈິງ ປັນຫາຈາກເຄັສເດັກອາຍຸ 16 ປີ ເກື່ອນກ່ອນວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ ChatGPT ຖືກຟ້ອງເລື່ອງການໃຊ້ງານ ແຕ່ຄັ້ງນີ້ແມ່ນການຟ້ອງທີ່ຮ້າຍແຮງກວ່າເຄັສກ່ອນໆທີ່ຜ່ານມາ ເພາະແມ່ນເລື່ອງຂອງການສູນເສີຍຊີວິດຂອງຜູ້ໃຊ້ງານ ຈາກຮູບແບບການຕອບຄຳຖາມທີ່ມີແນວໂນ້ມລຳອຽງ ແລະ ເຫັນດີເຫັນງາມກັບຜູ້ໃຊ້ງານ ໂດຍບໍ່ແຍກແຍະວ່າສິ່ງທີ່ຜູ້ໃຊ້ງານພິມເຂົ້າມາມີຮູບແບບຂອງການເປັນ ຊຶມເສຍປະປົນຢູ່ ແລະ […]