ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ

ຂປລ. ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ ການເກັບກ່ຽວເຂົ້ານາປີ (ນາຫວ່ານ ແລະ ນາດໍາ) ຂອງກະສິກອນແຂວງຄຳມ່ວນ ສໍາເລັດແລ້ວ 39.362 ເຮັກຕາ ເທົ່າກັບ 46,89% ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວແລ້ວ 24.946 ເຮັກຕາ ເທົ່າກັບ 45,84% ຂອງເນື້ອທີ່ເກັບກ່ຽວຕົວຈິງ, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ 14.416 ເຮັກຕາ ເທົ່າກັບ 48,82% ຂອງເນື້ອທີ່ເກັບກ່ຽວຕົວຈິງ. ອີງຕາມຂໍ້ມູນຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າ 92.791 ເຮັກຕາ, ຄາດຄະເນຜົນຜະລິດ 351.604 ໂຕນ ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.189 ເຮັກຕາ, ຄາດຄະເນຜົນຜະລິດ 228.856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31.602 […]
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%

ຄະນະຜູ້ແທນນະຄອນດາໜັງ ສສ ຫວຽດນາມ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບຂອງສະມາຄົມຫວຽດນາມ ຢູ່ເມືອງຄົງເຊໂດນ ແຂວງສາລະວັນ ໃນວັນທີ 30 ຕຸລາຜ່ານມານີ້, ເນື່ອງໃນໂອກາດທີ່ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສາລະວັນ ນໍາພາໂດຍ: ທ່ານ ຫງວຽນ ດິ່ງ ຫວິ໊ງ ຮອງເລຂາ ຜູ້ປະຈຳການພັກ ນະຄອນດາໜັງ ພ້ອມຄະນະ, ໃຫ້ການຕ້ອນຮັບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີບັນດາຄະນະນໍາຂອງແຂວງ, ເມືອງ ແລະ ສະມາຄົມຫວຽດນາມ ປະຈຳເມືອງຄົງເຊໂດນ ເຂົ້າຮ່ວມ. ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບຂອງສະມາຄົມຫວຽດນາມ ແຫ່ງນີ້, ໄດ້ວາງສີລາເລີກໃນວັນທີ 2 ເມສາ ແລະ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 24 ພຶດສະພາ 2025, ເປັນອາຄານຖາວອນ, ມີ 2 ຊັ້ນ, 5 ຫ້ອງຮຽນ, 2 ຫ້ອງເຮັດວຽກ, ຫ້ອງນ້ຳ, ຈະກໍ່ສ້າງກຳແພງຮົ້ວ, ປະຕູດ້ານໜ້າ […]
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ

ໃນທ້າຍເດືອນຕຸລາຜ່ານມາ ທີ່ອົງການກາແດງແຫ່ງຊາດລາວ ໄດ້ມີພິທີມອບ-ຮັບ ຄອມພິວເຕີຕັ້ງໂຕະ ຈຳນວນ 5 ຊຸດ ແລະ ປຶ້ມບົດຮຽນ ກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດີຈີຕອນ ຈຳນວນ 5 ຊຸດ. ລວມມູນຄ່າ 74,625,000 ກີບ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ອົງການກາແດງແຫ່ງຊາດລາວ. ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ. ໃຫ້ກຽດເປັນສັກຂີພິຍານໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກສອງຝ່າຍເຂົ້າຮ່ວມ. ຈຸດປະສົງໃນການມອບຄັ້ງນີ້ ເພື່ອໃຫ້ອົງການກາແດງແຫ່ງຊາດລາວ ນຳໄປໃຊ້ໃນການດຳເນີນວຽກງານທາງດ້ານມະນຸດສະທຳ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ໂດຍຜ່ານການນຳເອົາເຕັກໂນໂລຊີດີຈີຕອນມາປັບໃຊ້ໃນການເຮັດວຽກ. ໃນໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ […]
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 28 ຕຸລາ 2025 ທີ່ຜ່ານມາຢູ່ ແຂວງ ຫົວພັນ ເຂົ້າຮ່ວມລົງນາມຄັ້ງນີ້ໂດຍທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍການນຳເມືອງວຽງໄຊ, ການນຳເມືອງແອດ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ທີ່ມອບໃຫ້ແຂວງຫົວພັນໃນຄັ້ງນີ້ ມີ 2 ໂຄງການຄື: ໂຄງການກໍ່ສ້າງຊົນລະປະທານ ນ້ຳສິມ ເມືອງວຽງໄຊ ແຂວງຫົວພັນ ມີມູນຄ່າການກໍ່ສ້າງ 142.271 ໂດລາສະຫະລັດ ໂດຍແມ່ນຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງໄຊ ເປັນເຈົ້າຂອງໂຄງການ ແລະ ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານແກ່ວກູ້ ເມືອງແອດ ແຂວງຫົວພັນ ມີມູນຄ່າການກໍ່ສ້າງ 91.345 ໂດລາ ສະຫະລັດ ໂດຍແມ່ນຫ້ອງການສຶກສາທິການ ແລະ […]
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ

ປັດຈຸບັນກ້າວເຂົ້າສູ່ລະດູໜາວ ອາກາດມີການປ່ຽນແປງບຶດຮ້ອນ-ບຶດໜາວ ຈຶ່ງເຮັດໃຫ້ຄົນເຮົາເຈັບເປັນໄດ້ງ່າຍ ໂດຍສະເພາະຜູ້ອາວຸໂສ, ຜູ້ທີ່ມີພູມຕ້ານທານຕໍ່າ, ເດັກອ່ອນ, ເດັກນ້ອຍ. ໃນນັ້ນ, ພະຍາດໄອໄກ່ ກໍເປັນໜຶ່ງພະຍາດມັກເກີດໃນລະດູໜາວ ທີ່ເປັນອັນຕະລາຍຕໍ່ກຸ່ມຄົນດັ່ງກ່າວ. ສະນັ້ນ, ຈົ່ງດູແລສຸຂະພາບຂອງຕົນເອງ ແລະ ລູກ-ຫຼານຂອງທ່ານໃຫ້ດີ ໂດຍສະເພາະຈົ່ງພາລູກ-ຫຼານໄປຮັບວັກຊິນ ເພື່ອປ້ອງກັນພະຍາດດັ່ງກ່າວ ເນື່ອງຈາກວ່າພະຍາດໄອໄກ່ສາມາດປ້ອງກັນໄດ້ດ້ວຍວັກຊິນ. ພະຍາດໄອໄກ່ ແມ່ນພະຍາດຊະນິດໜຶ່ງ ທີ່ເກີດຈາກການຕິດເຊື້ອຈຸລິນຊີ ທີ່ເຮັດໃຫ້ແກ່ຍາວດົນກວ່າ 3 ເດືອນ ແລະ ໄອຕິດໆກັນເປັນຮູດ ໂດຍເກີດຈາກເຊື້ອພະຍາດຈຸລິນຊີ ທີ່ທໍາລາຍເຍື້ອຫຸມໃນໂຜງດັງ, ຮູຄໍ ແລະ ທາງເດີນຫາຍໃຈ. ພະຍາດດັ່ງກ່າວ, ຍັງສາມາດຕິດຕໍ່ກັນໄດ້ງ່າຍ ໂດຍຜ່ານການໄອ, ຈາມ ແລະ ສໍາຜັດກັນ ແລະ ອື່ນໆ. ສໍາລັບອາການຂອງພະຍາດໄອໄກ່ ຈະມີອາການໄອຮຸນແຮງແຕ່ລະຄັ້ງແກ່ຍາວ 2 ຫາ 3 ນາທີ ແລະ ແກ່ຍາວເປັນອາທິດ ຫຼື ຫຼາຍເດືອນ. ເດັກອ່ອນ, ເດັກນ້ອຍ ທີ່ມີອາການໄອໄກ່ ຈະເຮັດໃຫ້ໄອກໍ່າ-ແຫຼ້ […]
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:

ວັນທີ 30 ຕຸລາ 2025 ບໍລິສັດຮົບເໝົາບູລະນະຮັກສາ ແລະ ສ້ອມແປງທາງ ພູເກົ້າຫລັກ ກາສີ-ເມືອງນານ ໄດ້ເລີ່ມລົງມືສ້ອມແປງເສັ້ນດັ່ງກ່າວ ແລະ ໄດ້ກຳນົດເວລາປິດ-ເປີດ ໃຫ້ການສັນຈອນໄດ້ຕາມໂມງເວລາທີ່ກຳນົດ ຄື: • ຕອນເຊົ້າເລີ່ມປິດເວລາ: 07:30 ໂມງ ຫາ 11:30 ໂມງ • ຕອນທ່ຽງເລີ່ມເປີດເວລາ 11:30 ໂມງ ຫາ 13:00 ໂມງ • ຕອນປາຍເລີ່ມປິດເວລາ: 13:00 ໂມງ ຫາ 17:00 ໂມງ • ຕອນຄໍ່າເລີ່ມເປີດເວລາ: 17:00 ໂມງ ຫາ 07:00 ໂມງ. ກຳນົດເວລາດັ່ງກ່າວແມ່ນເລີ່ມປະຕິບັດແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປ ແລະ ຖ້າມີການປ່ຽນແປງທາງບໍລິສັດຮັບເໝົາຈະແຈ້ງໃຫ້ຮັບຊາບເປັນໄລຍະຕື່ມ.
ແຈ້ງການປັບຂຶ້ນລາຄານ້ຳມັນທຸກປະເພດເລີ່ມ ວັນທີ 30 ຕຸລາ 2025 ດັ່ງລຸ່ມນີ້:

ລັດ! ແຈ້ງປັບລາຄານໍ້າມັນເຊື້ອໄຟຂຶ້ນທຸກປະເພດ ເລີ່ມ 6:00 ໂມງເຊົ້າ ຂອງວັນທີ 30 ຕຸລາ 2025 ນີ້ ! ກົມການຄ້າພາຍໃນ ກະຊວງ ອຸດສະຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1581/ກຄພນ, ລົງວັນທີ 29 ຕຸລາ 2025, ກ່ຽວກັບການປັບປ່ຽນລາຄານ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງເລີ່ມປະຕິບັດແຕ່ເວລາ 6 ໂມງເຊົ້າ ຂອງວັນທີ 30 ຕຸລາ 2025 ນີ້! – ແອັດຊັງພິເສດ ປັບຂຶ້ນ +990 ກີບ/ລິດ. – ແອັດຊັງທຳມະດາ ປັບຂຶ້ນ +560 ກີບ/ລິດ. – ກາຊວນ ປັບຂຶ້ນ +680 ກີບ/ລິດ. ⛽ ຕົວຢ່າງ: ລາຄານໍ້າມັນ ໃນນະຄອນຫຼວງວຽງຈັນ: +ລາຄາໃໝ່: – ແອັດຊັງພິເສດ 28,780 […]
ໃນຕອນເຊົ້າຂອງວັນທີ 29 ຕຸລາ 2025 ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ຂປລ. ໃນຕອນເຊົ້າຂອງວັນທີ 29 ຕຸລາ 2025, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫລົດໃຈ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫລວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການສູນເສຍບຸກຄົນທີ່ເຄົາລົບຮັກ ຂອງປວງຊົນຊາວໄທ, ເຊິ່ງມີເນື້ອໃນດັ່ງລຸ່ມນີ້: “ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະນາງເຈົ້າສິຣິກິດ […]
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 17-25 ຕຸລາ 2025 ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ ຢູ່ສະຖາບັນກວດກາວິໄນ ແລະ ກວດກາລັດ ສປ ຈີນ ຈຳນວນ ທັງໝົດ 30 ທ່ານ, ຍິງ 07 ທ່ານ; ໃນນີ້, ມີພະນັກງານຈາກອົງການກວດກາແຫ່ງລັດ ຈໍານວນ 15 ທ່ານ, ຍິງ 04 ທ່ານ, ອົງການກວດກາລັດກະຊວງ-ອົງການ ຈໍານວນ 05 ທ່ານ, ຍິງ 02 ທ່ານ ແລະ ທ້ອງຖິ່ນ ຈໍານວນ 10 ທ່ານ, ຍິງ 01 ທ່ານ. ນໍາພາໂດຍທ່ານ ສຸກຄໍາເພັດ ເຮືອງບຸດສີ ກຳມະການປະຈໍາພັກ, […]
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ຈຳກັດ ສະໜັບສະໜູນທີມນັກກິລາເຕະບານ ທີມຍິງ-ຊາຍ ແລະ ຟຸດຊໍ ເຈົ້າພາບນະຄອນຫຼວງວຽງຈັນ (ນວ) 500 ລ້ານກີບ ກຽມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້. ພິທີມອບ-ຮັບການສະໜັບສະໜູນໄດ້ຈັດຂຶ້ນໃນວັນທີ 27 ພະຈິກ ນີ້ ທີ່ສຳນັກງານ ນວ, ກ່າວມອບໂດຍທ່ານ ຕິງຕິງ ປະທານບໍລິສັດ ສຽນເສີງ ຈຳກັດ ແລະ ກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານນະຄອນຫຼວງວຽງຈັນ ເກມ 2025, ມີທ່ານ ຄຳໃສ ທອງປະເສີດ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ຄຳໃສ ທອງປະເສີດ ໃຫ້ຮູ້ວ່າ: […]