ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ

ກະຊວງການຕ່າງປະເທດ ຮ່ວມກັບອົງການເຄືອຂ່າຍ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ຢ່າງເປັນທາງການ ໃນວັນທີ 15 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຫົວໜ້າສໍານັກງານການທູດ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ກໍໄດ້ໃຫ້ກຽດເຂົ້າຮ່ວມ. ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ […]
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ

ຂປລ. ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕອນເຊົ້າວັນທີ 13 ກັນຍາ ນີ້, ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນທ່ຽນຝູ ນະຄອນເສີງຕູ່ ແຂວງເສສວນ ຈີນ. ທ່ານ ຫລີຊູເຫລີຍ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມເວທີປຶກສາຫາລືດັ່ງກ່າວ. ໃນຖານະເປັນໜຶ່ງໃນກິດຈະກຳສຳຄັນຂອງລາງວັນໝີແພນດາຄຳ, ກອງປະຊຸມເວທີປຶກສາຫາລື ຄັ້ງນີ້ມີຫົວຂໍ້ “ອະລິຍະທຳເຕົ້າໂຮມກັນ, ບຸກເບີກອະນາຄົດ”, ໄດ້ເຊື້ອເຊີນແຂກທີ່ມີກຽດຂອງຈີນ ແລະ ຕ່າງປະເທດ 780 ກວ່າທ່ານ ເຂົ້າຮ່ວມ, ເພື່ອແລກປ່ຽນສິລະປະ, ແບ່ງປັນທັດສະນະ ແລະ ຊຸກຍູ້ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ອະລິຍະທຳຕ່າງໆ.
ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 16 ຄົນ ຂໍ້ຫາຄ້າຂາຍຢາເສບຕິດ ແລະ ຊື້ຂາຍຊັບຜິດກົດໝາຍ

ສານປະຊາຊົນ ແຂວງວຽງຈັນ ຕັດສິນຈຳເລີຍ 16 ຄົນ (ຍິງ 2 ຄົນ) ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາໃນ ຂໍ້ຫາຄ້າຂາຍຢາເສບຕິດ ແລະ ຊື້ຂາຍຊັບຜິດກົດໝາຍ. 16 ຄົນດັ່ງກ່າວລວມມີ ທ້າວເທບ ອາຍຸ 29 ປີ ກຳມະກອນ ຢູ່ບ້ານຫາດທາ ເມືອງແກ້ວອຸດົມ ຖືກຕັດສິນລົງໂທດຕັດອິດສະລະພາບ 5 ປີ ປັບໃໝ 10 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດຂອງກາງ ຢາບ້າ 67 ເມັດ, ຖືກກັກຕົວ 13 ມິຖຸນາ 2024; ທ້າວລໍາພອນ ອາຍຸ 35 ປີ ອາຊີບຊາວນາ ຢູ່ບ້ານນາຄຸ້ມ ເມືອງຫີນເຫີບ ຖືກຕັດສິນລົງໂທດຕັດອິດສະລະພາບ 7 ປີ ປັບໃໝ 46 ລ້ານກີບ ໃນຂໍ້ ຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າ […]
ຊາຍໜຸ່ມໃຊ້ມີດແທງແຟນສາວເສຍຊີວິດຍ້ອນຜິດຖຽງກັນ

ຊາຍໜຸ່ມຊື່ທ້າວ ພອນທິບ ອາຍຸ 32 ປີ ອາຊີບ ເຮັດນາ ຢູ່ບ້ານ ບໍ່ທືນ ເມືອງ ປາກກະດິງແຂວງບໍລິຄໍາໄຊໄດ້ໃຊ້ມີດແທງແຟນສາວຊື່ ນາງ ແຕ໋ວ ອາຍຸ 31 ປີ ຢູ່ບ້ານ ສອງຄອນ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ເສຍຊີວິດຄາທີ່ຍ້ອນຜິດຖຽງກັນ ແລະ ນໍາສົບໄປຝັງດິນອໍາພາງຄະດີ ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 8 ສິງຫາ 2025 ທີ່ຜ່ານມາ ຢູ່ບໍລິເວນບ້ານສົມສະນຸກ ເມືອງປາກກະດິງ. ວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍລິຄຳໄຊ ໄດ້ນຳຕົວທ້າວ ພອນທິບ ມາທົດສະກຳທົດສອບຂໍ້ມູນຄືນໃໝ່ ເປັນການພິສູດ, ທົດສອບວິເຄາະຂໍ້ມູນ ໃຫ້ມີຄວາມຖືກຕ້ອງຄົບຖ້ວນ, ລະອຽດຈະແຈ້ງພາວະວິໄສ. ທ້າວ ພອນທິບໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນ ແລະ ນາງ […]
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່

ໃນຄໍ່າຄືນຂອງວັນທີ 11 ກັນຍາ 2025 ທີ່ຜ່ານມາ ໄດ້ເກີດອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່ ເມືອງຊະນະຄາມ ແຂວງວຽງຈັນໄດ້ເຮັດໃຫ້ຜູ້ຂັບຂີ່ລົດຄັນດັ່ງກ່າວຖືກລົດທັບຄາຫ້ອງຂັບເສຍຊີວິດຄາທີ່. ຫຼັງເກີດເຫດກູ້ໄພ 1624 ແຂວງໄຊຍະບູລີ ແລະ 1624 ນະຄອນຫຼວງວຽງຈັນ ໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ນຳຮ່າງຜູ້ເສຍຊີວິດອອກຈາກລົດ ໄດ້ສໍາເລັດ ໃນເຊົ້າຂອງມື້ວານນີ້. ແຫຼ່ງຂໍ້ມູນ : 1624 ແຂວງໄຊຍະບູລີ
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ

ໃນວັນທີ 10 ກັນຍາ ຜ່ານມາ ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແວວລິງຕັນ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງ ຕໍ່ ທ່ານ ນາງ ແດມ ຊິນດີ ຄີໂຣ ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ນິວຊີແລນ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ນິວຊີແລນ ໂດຍມີສໍານັກງານຕັ້ງຢູ່ນະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ. ໃນໂອກາດນີ້, ນາງ ແດມ ຊິນດີ ຄີໂຣ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບນິວຊີແລນ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືສອງຝ່າຍ ຕະຫຼອດໄລຍະຫຼາຍກວ່າ 6 ທົດສະວັດ ແຫ່ງການພົວພັນການທູດ ລະຫວ່າງ […]
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນໃນມື້ອື່ນ ຫຼຶ ມື້ວັນເສົາ ທີ 13 ກັນຍາ 2025 ນີ້ ເລີ່ມແຕ່ເວລາ 09:00-21:00 ໂມງ ຍ້ອນວ່າລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນຈະຂຸດທາງວາງທໍ່ນໍ້າດິບ ຈຸດທໍ່ຂ້າມທາງຂອງໂຄງການກໍ່ສ້າງໂຮງງານຜະລິດນໍ້າປະປາ ກໍາລັງການ ຜະລິດ 20,000 ແມັດກ້ອນຕໍ່ວັນ ຢູ່ຈຸດສະຖານີດູດນໍ້າທາດຂາວ (ຂ້າງໂຮງງແຮມ ແລນມາກ), ໃນຊ່ວງເວລາ ດັ່ງກ່າວ. ຂ່າວ: ໜັງສືພິມວຽງຈັນທາຍ
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ

ໃນວັນທີ 10 ກັນຍາ ຜ່ານມາ, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ ແລະ ສະຫາຍ ພັນເອກ ໂຣມັນ ໂກວາເລັນໂກ ທີ່ປຶກສາທູດຝ່າຍທະຫານແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວກວດກາຄວາມພ້ອມຢູ່ພາກສະໜາມ ເພື່ອກະກຽມຫັດແອບຝຶກຊ້ອມຮ່ວມລາວ-ຣັດເຊຍ ພາຍໃຕ້ລະຫັດ “ລາໂຣດສ 2025” ທີ່ຈະໄດ້ຈັດຂຶ້ນຢູ່ສະໜາມຫັດແອບວິທະຍາຄານນາຍທະຫານບົກກົມມະດຳ. ການເຄື່ອນໄຫວຄັ້ງນີ້, ຄະນະໄດ້ກວດກາເຕັກນິກພາຫະນະອາວຸດ-ຍຸດໂທປະກອນ ແລະ ທົດສອບຍິງລູກປືນແທ້ ຈາກນັ້ນ, ໄດ້ກວດກາເບິ່ງພື້ນທີ່ຕົວຈິງສະຖານທີ່ເຮືອນນອນ, ເຮືອນຄົວລວມ, ຫ້ອງນໍ້າ, ຜາມໄຊເປີດພິທີຫັດແອບ ເຂດເຕັກນິກ, ຫ້ອງປະຊຸມ ແລະ ສູນບັນຊາ. ໂອກາດນີ້, ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ໄດ້ເນັ້ນໜັກໃຫ້ຄະນະຊີ້ນຳ ແລະ ອະນຸກຳມະການເນື້ອໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ປະສານສົມທົບແໜ້ນທາງດ້ານເນື້ອໃນຫົວບົດໃນການຫັດແອບ ພ້ອມກັນແກ້ໄຂບໍ່ວ່າຈະເປັນຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະເຕັກນິກ, […]
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ

ກອງປະຊຸມທາບທາມບຸຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝ VIII ຮອບທີ 3 ຈັດຂຶ້ນວັນທີ 11 ກັນຍາ ນີ້ ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ຄະນະ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ປະທານສະພາປະຊາຊົນ ນວ ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ນວ ພ້ອມບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງ ນວ, ຄະນະບໍລິຫານງານພັກເມືອງ 9 ເມືອງ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ. ກອງປະຊຸມທາບທາມຄັ້ງນີ້ຜູ້ແທນສົມບູນໄດ້ລົງເລິກໄດ້ຮັບຟັງອະນຸເນື້ອໃນຜ່ານຮ່າງລາຍງານການເມືອງ ແລະ ທິດທາງແຜນການປີ 2025-2030 ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2025-2030 ຜ່ານຮ່າງບົດສຳຫຼວດການນຳພາລວມຂອງອົງຄະນະພັກນະຄອນຫຼວງວຽງຈັນໜຶ່ງສະໄໝຜ່ານມາ ໄດ້ຈັດແບ່ງເປັນຈຸສຳຫຼວດໂດຍແບ່ງເປັນ 3 ຈຸສຳຫຼວດ ເພື່ອບັນລຸຈຸດປະສົງຄາດໝາຍທີ່ໄດ້ກຳນົດຢູ່ໃນຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 411/ຄລສພ ແລະ […]