ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ

ໃນຕອນເຊົ້າຂອງວັນທີ 5 ກັນຍາ ຜ່ານມາ ທີ່ ທໍານຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ໂດໂນ ທຣຳ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມຣິກາ ຄົນໃໝ່ ຊຶ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.) ໃນໂອກາດດັ່ງກ່າວ, ທ່ານ ພູໂຂງ ສີສຸລາດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີ ໂດໂນ ທຣຳ ກໍຄື ລັດຖະບານ ແລະ ປະຊາຊົນອາເມຣິກາ. ພ້ອມກັນນັ້ນ, ທ່ານ ພູໂຂງ […]
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້ ຂ່າວ: ໜັງສືພິມວຽງຈັນທາຍ
ແຈ້ງການມອດໄຟວັນທີ 26/09/2025

ແຈ້ງການມອດໄຟວັນທີ 26/09/2025 ເຖິງຜູຊົມໃຊ້ໄຟຟ້າ, ເນື່ອງຈາກວ່າລັດວິສາຫະກິດໄຟຟ້າລາວ, ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ, ສາຂານະຄອນຫຼວງ 1 ຈະໄດ້ທຳການມອດໄຟ ເພື່ອເຮັດວຽກຕາມຄຸ້ມບ້ານ, ໂຮງຈັກ, ໂຮງງານ, ສຳນັກງານຫ້ອງການຂອງລັດ ແລະ ເອກະຊົນເພື່ອຮັບຊາບ. ອີງຕາມໜັງສືສະເໜີດັ່ງລຸ່ມນີ້: ແຈ້ງມາຍັງປະຊາຊົນໃນ 7 ເຂດທີ່ຈະມີການມອດໄຟດັ່ງນີ້: ບ້ານ ໂພນຕ້ອງຈອມມະນີ ຮ່ອມ 13. ບ້ານ ດອນແດງ ຮ່ອມ 1. ບ້ານ ດົງປ່າແລບ ຮ່ອມ 11 ຫາ 19. ບ້ານ ອາພັດເມັ້ນ 3Y. ໝໍ່ແປງສ່ວນຕົວຈຳນວນໜື່ງ. ໂຮງຮຽນຫວຽນຢູ. ເຮືອນພໍ່ແມ່ ປະຊາຊົນ ແລະ ຫ້າງຮ້ານຂາຍຍ່ອຍບໍລິເວນໃກ້ຄຽງດັ່ງກ່າວ. ໝາຍເຫດ: ຖ້າຝົນບໍ່ຕົກ ຈະໄດ້ມອດໄຟຟ້າເພື່ອເຮັດວຽກຕາມເເຈ້ງການສະບັບນີ້.
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ

ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນຈີນ ຄຸນມິງ (ຊິນຫົວ) ເຖິງແມ່ນວ່າຈະຜ່ານຊ່ວງຍອດການຂົນສົ່ງລະດູຮ້ອນແລ້ວ, ທາງລົດໄຟຈີນ-ລາວຍັງຄົງເປັນສູນກາງທີ່ຄຶກຄັກສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ, ເມື່ອລົດຕັກດິນຢູ່ນະຄອນຄຸນມິງ ນະຄອນຫຼວງຂອງແຂວງຢູ່ນານທາງ ພາກຕາເວັນຕົກສຽງໃຕ້ຂອງຈີນ, ແລ່ນໄປມາຢ່າງຄຶກຄັກເພື່ອໂຫຼດ ແລະ ລົງຕູ້ຫ້ອງເຢັນທີ່ເຕັມໄປດ້ວຍໝາກຖົ່ວລຽນ
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳແຂວງ ໄດ້ເດີນທາງໄປຮ່ວມ ພິທີໄຂສົກຮຽນໃໝ່ 2025-2026 ພ້ອມທັງມອບຊຸດນັກຮຽນ ແລະ ອຸປະກອນການຮຽນ -ອຸປະກອນກິລາ ໃຫ້ໂຮງຮຽນແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງ ເຊໂປນ ໂດຍການນຳພາທາງ ຂອງທ່ານ ພົງຄຳຮັກ ບຸດທະວົງ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ. ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຮັບຟັງການລາຍງານສະພາບການຕົວຈິງ ລວມທັງຄຳສະເໜີຂອງໂຮງຮຽນແຕ່ລະແຫ່ງພາຍໃນຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບ. ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະ ກ່ໄດ້ແຈກຢາຍຊຸດນັກຮຽນ (ຍິງ-ຊາຍ) ແລະ ອຸປະກອນການຮຽນໃຫ້ແກ່ລູກຫຼານນັກຮຽນຂອງໂຮງຮຽນປະຖົມ ແລະ ມັດທະຍົມລາດຫໍ້ຈຳນວນທັງໝົດ 223 […]
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ລະຫວ່າງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເຊກອງ ກັບ ອົງການອາສາສະໝັກຍີ່ປຸ່ນ ປະຈໍາ ສປປ ລາວ (JVC) ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ສະໂມສອນເມືອງລະມາມ, ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງເຊກອງ, ມີບັນດາຂະແໜງການກ່ຽວຂ້ອງຈາກສູນກາງ, ແຂວງ, ເມືອງດາກຈຶງ ແລະ ເມືອງກະລຶມເຂົ້າຮ່ວມ. ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງ ໃນແຂວງເຊກອງ ແມ່ນຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ນີ້ຮອດວັນທີ 30 ທັນວາ 2028 ຊຶ່ງລວມມີ 2 ກິດຈະກໍາຫຼັກຄື: ປັບປຸງການບໍລິຫານຊັບພະຍາກອນທໍາມະຊາດໂດຍຊຸມຊົນເປັນເຈົ້າການ; ສົ່ງເສີມການຜະລິດກະສິກໍາແບບຍືນຍົງ. ໂຄງການນີ້, ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ 18 ບ້ານເປົ້າໝາຍຄື: ເມືອງດາກຈຶງ ປະກອບມີ: ບ້ານຈະລິງ, ດາກດຸງ, ດາກຕຽມ, […]
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ວັນທີ 8 ກັນຍາຜ່ານມານີ້, ທິມງານ ອາສາສະໝັກຂອງລັດວິສາຫະກິດສະໜາມບິນ ສາທາລະ ນະລັດ ເກົາຫຼີ (KAC) ຮ່ວມກັບ ນັກສຶກສາຄະນະພາສາສາດ ພາກພາສາເກົາຫຼີ ມະຫາວິທະຍາໄລ ສຸພານຸວົງ ໄດ້ເຄື່ອນໄຫວຈັດກິດຈະກຳ ຮ່ວມກັບ ນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ ແຂວງຫຼວງພະບາງ. ໃນນັ້ນ, ໄດ້ຮັບປະທານອາຫານທ່ຽງຮ່ວມກັບນັກຮຽນ, ທາສີຫ້ອງຮຽນ ແລະ ປະກອບເຄື່ອງຫຼີ້ນ. ທ່ານ ນາງ ລີໂຮ່ວສຸກ ຫົວທີມງານອາສາສະໝັກຂອງ KAC ໄດ້ໃຫ້ສຳພາດວ່າ: ຈຸດປະສົງ ທີ່ມາຊ່ວຍເຫຼືອໂຮງຮຽນເດັກກຳພ້າຫຼວງພະບາງ ຂອງຄະນະອາສາສະໝັກ ຈາກລັດວິສາຫະກິດສະໜາມບິນເກົາຫຼີ ຄັ້ງນີ້ ເພື່ອຊ່ວຍເສີມສ້າງຄວາມໄຝ່ຝັນ ແລະ ຄວາມມຸ່ງຫວັງ ໃຫ້ແກ່ບັນດາເດັກນັກຮຽນໃນໂຮງຮຽນເດັກກຳພ້າຫຼວງພະບາງ ໃຫ້ເບິ່ງເຫັນອະນາຄົດ, ທັງເປັນການຊ່ວຍຊຸກຍູ້ ການແລກປ່ຽນວັດທະນະທຳ ລະຫວ່າງ ສອງປະເທດລາວ ແລະ ສ. ເກົາຫຼີ. ທີມອາສາສະໝັກ ຈຳນວນ 32 ຄົນ ໄດ້ຊ່ວຍທາສີໂຮງຮຽນ ແລະ […]
ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນການລະບາດຂອງພະຍາດໝາກສຸກລິງ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນເຈນີວາ ປະເທດສະວິດ ເມື່ອວັນທີ 7 ກັນຍານີ້ວ່າ ອົງການ ອະນາໄມໂລກ (WHO) ໄດ້ອອກຖະແຫລງການ ຢຸດຕິ ການປະກາດ ໃຫ້ພະຍາດໝາກສຸກລິງ ຫລື MPOX ເປັນພາວະສຸກເສີນ ດ້ານສາທາລະນະສຸກ ລະຫວ່າງປະເທດ ຫລັງຈາກປະກາດ ໃນເດືອນສິງຫາປີກາຍນີ້ ເນື່ອງຈາກການລະບາດຂອງ ພະຍາດດັ່ງກ່າວ ຢູ່ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ. ທ່ານ ເທດຣໍສ ແອດຮານອມ ເກເບຣເຍຊຸສ ຜູ້ອໍານວຍການ ຂອງ ອົງການອະນາໄມໂລກ ກ່າວວ່າ ການປະກາດ ຢຸດຕິດັ່ງກ່າວ, “ໂດຍອີງໃສ່ ພື້ນຖານ ຈາກຈຳນວນ ຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຫລຸດລົງ ຢ່າງຕໍ່ເນື່ອງ ໃນກົງໂກ ແລະ ປະເທດອື່ນໆ ທີ່ ໄດ້ຮັບຜົນກະທົບ ລວມເຖິງ ບູຣູນດີ, […]
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ໃນແຕ່ລະພາກ ແລະ ຈະຕົກລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ

ຂ່າວ:ປະຊາຊົນ
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ

ເມື່ອບໍ່ດົນມານີ້, ທ່ານ ພູຊ່ອງ ສົມຄິດ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ໃຫ້ສຳພາດວ່າ:ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍໄດ້ເກີນແຜນຢ່າງຕໍ່ເນື່ອງ ທ່ານ ພູຊອງ ສົມຄິດ ກ່າວວ່າ,ດ່ານດັ່ງກ່າວຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ, ສາເຫດເກັບລາຍຮັບໄດ້ເກີນແຜນແມ່ນຍ້ອນໄດ້ຫັນການເກັບລາຍຮັບໄປສູ່ຄວາມທັນສະໄໝ ດ້ວຍລະບົບ (NSWA+), ພ້ອມຄຸ້ມຄອງສາງພາສີດ້ວຍລະບົບທັນສະໄໝ (CWMS), ການກວດກາສິນຄ້າ, ເຄື່ອງຂອງທີ່ບັນທຸກຂະໜາດໃຫຍ່ດ້ວຍລະບົບສາຍແສງ (Scanner) ສະດວກວ່ອງໄວ, ປະຢັດເວລາ, ຄຸ້ມຄອງການຈັດເກັບລາຍຮັບຄ່າພາສີ-ອາກອນຕ່າງໆ ຜ່ານລະບົບ Smart Tax, Fass Tax, Easy Pass, I-Bank, BCEL One ເຮັດໃຫ້ລາຍຮັບມອບເຂົ້າງົບປະມານ ທັນຕາມກຳນົດເວລາ. ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສົກປີ 2025 ແຜນການຈັດເກັບ 1.682,20 ຕື້ກີບ, ໃນໄລຍະ 08 ເດືອນຜ່ານມາ ປະຕິບັດໄດ້ 1.232,76 […]