ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ

ເມື່ອບໍ່ດົນມານີ້, ທ່ານ ພູຊ່ອງ ສົມຄິດ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ໃຫ້ສຳພາດວ່າ:ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍໄດ້ເກີນແຜນຢ່າງຕໍ່ເນື່ອງ ທ່ານ ພູຊອງ ສົມຄິດ ກ່າວວ່າ,ດ່ານດັ່ງກ່າວຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ, ສາເຫດເກັບລາຍຮັບໄດ້ເກີນແຜນແມ່ນຍ້ອນໄດ້ຫັນການເກັບລາຍຮັບໄປສູ່ຄວາມທັນສະໄໝ ດ້ວຍລະບົບ (NSWA+), ພ້ອມຄຸ້ມຄອງສາງພາສີດ້ວຍລະບົບທັນສະໄໝ (CWMS), ການກວດກາສິນຄ້າ, ເຄື່ອງຂອງທີ່ບັນທຸກຂະໜາດໃຫຍ່ດ້ວຍລະບົບສາຍແສງ (Scanner) ສະດວກວ່ອງໄວ, ປະຢັດເວລາ, ຄຸ້ມຄອງການຈັດເກັບລາຍຮັບຄ່າພາສີ-ອາກອນຕ່າງໆ ຜ່ານລະບົບ Smart Tax, Fass Tax, Easy Pass, I-Bank, BCEL One ເຮັດໃຫ້ລາຍຮັບມອບເຂົ້າງົບປະມານ ທັນຕາມກຳນົດເວລາ. ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສົກປີ 2025 ແຜນການຈັດເກັບ 1.682,20 ຕື້ກີບ, ໃນໄລຍະ 08 ເດືອນຜ່ານມາ ປະຕິບັດໄດ້ 1.232,76 […]
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ

ບ້ານ ສົມສະຫງ່າ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບການແກ້ໄຂບັນຫາກະແສໄຟຟ້າທີ່ບໍ່ພຽງພໍກັບການຊົມໃຊ້ ໃນວັນທີ 8 ກັນຍາ 2025 ສາຂານະຄອນຫຼວງ1 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ, ເວລາ 09:00ໂມງ ປະຕິບັດວຽກຕິດຕັ້ງໝໍ້ແປງເສີມ ຈຳນວນ 01 ໜ່ວຍ ຂະໜາດ 160 ກິໂລໂວນອໍາແປ ໃຫ້ກັບບ້ານດັ່ງກ່າວ ສໍາເລັດ ເວລາ 12:30ໂມງ , ເພື່ອສະໜອງໄຟຮັບໃຊ້ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ໄຟຟ້າ. ນຳໃຊ້ກະແສໄຟຟ້າໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍ ຈາກກະແສໄຟຟ້າ. ທ່ານພົບເຫັນຕົ້ນໄມ້ຫັກທັບລະບົບສາຍຕາຂ່າຍໄຟຟ້າ, ໄຟຟ້າຊ໊ອດ, ໄຟຟ້າໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ. ☎ ສາຍດ່ວນ Call Center 1199 WhatS App: 020 […]
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ ໃນວັນທີ 8 ກັນຍານີ້ ທີ່ນະຄອນຄຸນໝິງ ແຂວງຢຸນນານ, ໂດຍທ່ານ ເຫີຈູຄຸນ ຫົວໜ້າກຸ່ມໜັງສືພິມລາຍວັນຢູນນານ, ພ້ອມພະນັກງານສໍານັກງານກຸ່ມໜັງສືພິມລາຍວັນຢຸນນານໃຫ້ກຽດຕ້ອນຮັບເປັນຢ່າງດີ. ໂອກາດນີ້, ທ່ານ ເຫີຈູຄຸນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ພ້ອມລາຍງານໃຫ້ຮູ້ກ່ຽວກັບການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະຜ່ານມາຂອງກຸ່ມໜັງສືພິມລາຍວັນຢຸນນານ ພ້ອມທັງລາຍງານກ່ຽວກັບການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສື່ມວນຊົນ ສປປ ລາວ ກໍຄືໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ແລະ ກຸ່ມໜັງສິມພິມລາຍວັນຢຸນນານ ໃນໄລຍະຜ່ານມາ. ທ່ານ ຄໍາພັນ ເຜີຍຍະວົງ ກໍໄດ້ສະແດງຄວາມຂອບໃຈທ່ານ ເຫີຈູຄຸນ ພ້ອມດ້ວຍພະນັກງານຂອງກຸ່ມໜັງສືພິມຢຸນນານ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມໃນຄັ້ງນີ້ ຊຶ່ງການຢ້ຽມຢາມໃນຄັ້ງນີ້, ແມ່ນມີຄວາມສໍາຄັນຫຼາຍ ພ້ອມຢືນຢັນຈະນໍາເອົາບົດຮຽນຈາກກຸ່ມໜັງສືພິມລາຍວັນຢຸນນານ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໂຄສະນາ ກໍຄືວຽກງານສື່ມວນຊົນລາວ ໂດຍສະເພາະນໍາໃຊ້ເຂົ້າໃນສໍານັກງານຂອງຕົນ ບໍ່ວ່າຈະເປັນສື່ໜັງສືພິມ, […]
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ

ບໍລິສັດ ທີ່ປືກສາ ໄຂ່ມຸກຕາເວັນອອກ ຈຳກັດ ລົງທຶນສໍາປະທານເນື້ອທີ່ 500 ກວ່າເຮັກຕາ ໂຄງການພັດທະນາແຫຼ່ງທ່ອງທ່ຽວ ພ້ອມດ້ວຍແຫຼ່ງບໍລິການ ຄົບວົງຈອນ ຢູ່ເຂດບ້ານໂພນສົມບູນ, ບ້ານຫ້ວຍທົນ, ບ້ານໂພນເງິນ (ຫຼັກ 62) ເມືອງໂພນໂຮງ ແຂວງວຽງຈັນ ລວມມູນຄ່າ 700 ລ້ານໂດລາ. ແຜນການພັດທະນາ ໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທໍາອິດ ແມ່ນໃນປີ 2025-2035 ແລະ ໄລຍະທີສອງ ແຕ່ປີ 2036-2045, ຊຶ່ງໃນໄລຍະທໍາອິດ ຈະເນັ້ນໃສ່ການສ້າງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ທີ່ສາມາດສ້າງລາຍຮັບໄດ້ໄວເຊັ່ນ: ສະໜາມກ໊ອຟ, ໂຮງແຮມ ແລະ ຮ້ານອາຫານ, ເຂດພັກຜ່ອນ ແລະ ທ່ອງທ່ຽວ; ສ່ວນໄລຍະທີສອງ ແມ່ນຈະສືບຕໍ່ຂະຫຍາຍສາທາລະນຸປະໂພກ, ເຂດທ່ອງທ່ຽວເພີ່ມເຕີມ ແລະ ສິ່ງກໍ່ສ້າງ ອື່ນໆ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ […]
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ

ວັນທີ 2 ກັນຍານີ້, ບໍລິສັດກ້ວຍລາວ ຢົງເຊີ້ຊັນຊາຍ ໄດ້ສ້າງສາງສິນຄ້າ ໃກ້ກັບຕະຫຼາດຢູ່ສູນຂົນສົ່ງສິນຄ້າແບບດີຈີຕອນແຊ່ເຢັນອັດສະລິຍະທ່າບົກນະຄອນຮວຍຮວ້າ ແຂວງຫູໜານຈີນ ຢ່າງເປັນທາງການ. ນີ້ແມ່ນບໍລິສັດສະໜອງຜະລິດຕະພັນແຊ່ເຢັນຕ່າງປະເທດ ສ້າງສາງສິນຄ້າໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ເປັນເທື່ອທຳອິດ ໂດຍໄດ້ຊຸກຍູ້ທ່າບົກສາກົນຮວຍຮວ້າ ກາຍເປັນສູນກາງສຳຄັນໃນການຂົນສົ່ງຜະລິດຕະພັນແຊ່ເຢັນ ລະຫວ່າງຈີນ ກັບ ອາຊຽນ, ພ້ອມທັງ ບັນລຸການເຮັດໃຫ້ຂະບວນລົດໄຟແຊ່ເຢັນຂອງທາງລົດໄຟຈີນ-ລາວ ສາມາດດຳເນີນງານໄດ້ຕາມປົກກະຕິ. ຂ່າວ: CMG FM93
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.

ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ ລາຍງານໃນວັນທີ 5 ກັນຍາ 2025 ນີ້ວ່າ: ທີມກວດກູ້ພື້ນທີ່ຫາກໍ່ກວດພົບ ແລະ ໄດ້ທຳລາຍລະເບີດບົ່ມບີ້ຈຳນວນ 488 ລູກ ແລະ ລູກປືນຄົກຂະໜາດ 60mm ຈຳນວນ 7 ໜ່ວຍ ທີ່ສວນກາເຟຢູ່ທີ່ບ້ານຫຼັກ 45, ເມືອງປາກຊ່ອງ, ແຂວງຈຳປາສັກ. ເຊິ່ງບ້ານນີ້ເປັນໜຶ່ງໃນໝູ່ບ້ານທີ່ມີພື້ນທີ່ອັນຕະລາຍຈາກລະເບີດທີ່ບໍ່ທັນແຕກ (ລບຕ) ຫຼາຍທີ່ສຸດ. ປັດຈູບັນ ພື້ນທີ່ທີ່ມີຄວາມສ່ຽງແມ່ນກວມເອົາ 47,412 ຕາແມັດ ແລະ ໄດ້ເຮັດການກວດກູ້ໄປແລ້ວ 28,705 ຕາແມັດ. ຂ່າວ: ວສລ
ແຈ້ງການມອດໄຟ ວັນທີ 6/9/2025

ຂ່າວ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ, ໄດ້ຈັດຂຶ້ນໃນ ວັນທີ 4-5 ກັນຍາ 2025 ນີ້ ທີ່ສຳນັກງານແຂວງຈຳປາສັກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງເລຂາພັກແຂວງ, ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງເຂົ້າຮ່ວມ. ສະຫາຍ ອາລຸນໄຊ ສູນນະລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນປະຕິບັດຕາມກົດລະບຽບຂອງພັກ ກໍຄືຫຼັກການ ແລະ ທິດນຳຂອງການກໍ່ສ້າງພັກ ເພື່ອສໍາຫຼວດກວດກາຄວາມຮັບຜິດຊອບການເມືອງຂອງຄະນະບໍລິຫານງານພັກແຂວງ, ຕິດພັນກັບການນຳພາ-ຊີ້ນຳ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍຄືມະຕິ, ຄໍາສັ່ງ ຂອງສູນກາງພັກ, […]
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ

ໃນວັນທີ 1 ກັນຍາ 2025 ທ່ານ ລິນຄຳ ດວງສະຫວັນ ລັດຖະ ມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນນາມ ປະທານຄະ ນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ສະມາຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ສຳລັບ ສປປ ລາວ ພ້ອມ ດ້ວຍຄະນະ ປະກອບດ້ວຍ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ ບັນດາຫົວໜ້າ ຮອງຫົວໜ້າກົມກ່ຽວຂ້ອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າພົບປະ ທ່ານ ປະ ເສີດ ຈັນທະຣະຣວງທອງ ຮອງນາຍົກລັດຖະມົນຕີ ລາຊະອານາ ຈັກໄທ ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ສະມາ ຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ສຳລັບລາ ຊະອານາຈັກໄທ ແລະ ປະທານສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2025 ພ້ອມດ້ວຍຄະນະ ເພື່ອປຶກສາຫາ ລື ກ່ຽວກັບ ການຮ່ວມມືດ້ານການປົກປັກຮັກສາ ແລະ […]
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 02 ກັນຍາ 2025 ທີ່ແຂວງເຊກອງ ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດ ໃຫ້ແກ່ອົງການກາແດງແຂວງເຊກອງ ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ. ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ໄດ້ກ່າວມອບພາຫະນະດັ່ງກ່າວ ໂດຍມີທ່ານ ນາງ ຂັນທະລີ ສິມທອງຄຳ ຫົວໜ້າອົງການກາແດງແຂວງເຊກອງ ເປັນຜູ້ກ່າວຮັບ ການມອບພາຫະນະ ແລະ ອຸປະກອນໃນຄັ້ງນີ້ ມີເປົ້າໝາຍເພື່ອເພີ່ມທະວີຂີດຄວາມສາມາດຂອງກາແດງແຂວງ ໃນການອອກປຸກລະດົມຮັບບໍລິຈາກເລືອດຢູ່ພື້ນທີ່ຕ່າງໆພາຍໃນແຂວງໃຫ້ມີປະສິດທິພາບຫຼາຍຂຶ້ນ ເຊິ່ງເປັນການປະກອບສ່ວນສຳຄັນເພື່ອບັນລຸເປົ້າໝາຍສູ້ຊົນ 750 ຖົງໃນປີ 2025 ນີ້. ໂອກາດນີ້ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວວ່າ: ຂໍໃຫ້ພະນັກງານກາແດງແຂວງ […]