ແຂວງຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ 10 ແຫ່ງ ທີ່ບໍ່ຖຶກຕ້ອງຕາມ ລະບຽບການ

ອໍານາດການປົກຄອງແຂວງຈໍາປາສັກ ສັ່ງປິດກິດຈະການຮ້ານອາຫານ 10 ແຫ່ງ ທີ່ບໍ່ຖຶກຕ້ອງຕາມລະບຽບການ ຍ້ອນຂໍອະນຸຍາດດຳເນີນທຸລະກິດໃນຮູບແບບຂອງຮ້ານອາຫານ ແຕ່ບໍລິການໃນຮູບແບບຮ້ານບັນເທີງ, ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກັນຍາ 2025 ເປັນຕົ້ນໄປ ຈົນກວ່າຈະໄດ້ຮັບເອກະສານຂໍອະນຸຍາດດຳເນີນທຸລະກິດບັນເທີງໃຫ້ຖຶກຕ້ອງຕາມລະບຽບການ, ຖ້າມີກໍລະນີຮ້ານໃດບໍ່ປະຕິບັດ ແລະ ຍັງຝ່າຝືນເປີດບໍລິການລູກຄ້າ, ຄະນະກຳມະການສະເພາະກິດບັນເທີງຂັ້ນແຂວງຈໍາປາສັກ ແລະ ນະຄອນປາກເຊ ຈະປະຕິບັດຕາມລະບຽບການຄຸ້ມຄອງທີ່ໄດ້ກຳນົດໄວ້. ໃນຄໍ່າຄືນວັນທີ 1 ກັນຍາ 2025, ຄະນະກຳມະການສະເພາະກິດຄຸ້ມຄອງການເຄື່ອນໄຫວທຸລະກິດບັນເທີງ ແຂວງຈໍາປາສັກ ແລະ ນະຄອນປາກເຊ ໄດ້ຮ່ວມກັນເຄື່ອນໄຫວຕິດຕາມກວດກາຮ້ານອາຫານ 10 ແຫ່ງ ໃນນະຄອນປາກເຊ ຄື: ຮ້ານໂຊບາຣ, ຮ້ານເຢັດ 99, ຮ້ານຟູຊິໂອ, ຮ້ານອີນດີບາຣ, ຮ້ານຄໍເບຍ, ຮ້ານຮາເວີ (ຊ້ອກເວບ), ຮ້ານຟູນມູນ, ຮ້ານຊິນຈັງ, ຮ້ານທັດດາວັນ 2 ແລະ ຮ້ານໃຈສັ່ງມາ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງຕາມລະບຽບກົດໝາຍທີ່ກຳນົດໄວ້ ໝາຍຄວາມວ່າ ຂໍອະນຸຍາດດຳເນີນທຸລະກິດໃນຮູບແບບຂອງຮ້ານອາຫານ ແຕ່ບໍລິການໃນຮູບແບບຮ້ານບັນເທີງ; […]
1 ກັນຍາ ວັນຍົກຍ້ອງແມວສົ້ມ ກັບເລື່ອງລາວຂອງ ‘ວິຕູດໂຊ’ ທີ່ຖືກລົດຕຳ ແຕ່ກັບຄືນມາຍ່າງໄດ້ດ້ວຍ ‘ຂາປອມ’

ເຊື່ອວ່າເລື່ອງລາວນີ້ເຖິງແມ່ນບໍ່ແມ່ນທາດແມວແຕ່ອ່ານແລ້ວກໍຊອບແນ່ນອນ ເພາະນ້ອງແມວສົ້ມໂຕນີ້ຂ້ອນຂ້າງສູ້ຊີວິດຫຼາຍ ພ້ອມກັບຊີວິດພິດພັນຈົນມີນາມສະກຸນພ່ວງທ້າຍວ່າ ຊູເປີສະຕາ ເລີຍທີເດຽວ ຕ້ອງເລົ່າກ່ອນວ່າໃນຊ່ວງນັ້ນນ້ອງ ວິຕູດໂຊ ຊູເປີສະຕາ (Vituzzo Superstar) ມີອາຍຸ 6 ປີ (ປັດຈຸບັນອາຍຸ 13 ປີ) ຖິ່ນເພມາຈາກເມືອງນ້ອຍໆ ຊື່ ຊານວີໂຕໂລຄາໂປ ໃນຊິຊິລີ ປະເທດອິຕາລີ ວິຕູດໂຊເປັນແມວເອັກຊະໂຕເວີດ ຊອບອອກໄປຂ້າງນອກ ໄປເດີນຊົມນັ້ນນີ້ ແຕ່ກໍກັບມາບ້ານໄດ້ປົກກະຕິ ເຈົ້າຂອງຈຶ່ງຕິດປະຕູແມວໄວ້ໃຫ້ນ້ອງເພື່ອທີ່ຈະໄດ້ເຂົ້າອອກບ້ານຢ່າງອິດສະຫຼະ ຈົນກະທັ້ງໃນເດືອນກໍລະກົດ 2018 ເຈົ້າຂອງກໍແຕ່ງງານຈຶ່ງເດີນທາງໄປຮັນນີມູນໃນເດືອນທັນວາ ໂດຍຝາກໃຫ້ເພື່ອນມາຊ່ວຍເບິ່ງແຍງວິຕູດໂຊທີ່ບ້ານແທນ ອຸບັດຕິເຫດຮ້າຍແຮງເກີດຂຶ້ນກັບວິຕູດໂຊ ແຕ່ແລ້ວອຸບັດຕິເຫດຮ້າຍແຮງກໍເກີດຂຶ້ນໃນຂະນະທີ່ວິຕູດໂຊອອກໄປເດີນເລ່ນຂ້າງນອກ ແຕ່ກັບຫາຍໂຕໄປນານກວ່າ 1 ວັນ ເມື່ອເຈບກໍພົບວ່ານ້ອງຖືກລົດຊົນ ແລະອາການກໍສາຫັດຫຼາຍຈົນໝໍຕ້ອງຕັດຂາຫລັງຂ້າງນຶ່ງອອກທັນທີ ແລະພະຍາຍາມຍື້ນອີກຂ້າງໄວ້ ຫລັງຈາກນັ້ນບໍ່ນານ ຂາອີກຂ້າງກໍຕິດເຊື້ອຈົນຕ້ອງຖືກຕັດອອກ ໝໍຈຶ່ງເຮັດຂາປອມແບບຊົ່ວຄາວໃຫ້ກ່ອນ ລະຫວ່າງທີ່ອອກແບບຂາປອມຖາວອນແບບສປຣິງ ແລະມີຂໍ້ຕໍ່ ຄ້າຍກັບຂາຂອງນັກກິລາພິການ ກໍໄດ້ທົດລອງຜ່າຕັດກັບວິຕູດໂຊ ຜົນປາກົດວ່າການຜ່າຕັດຄັ້ງໃຫຍ່ກໍປະສົບຄວາມສຳເລັດ ແຕ່ວິຕູດໂຊເອງກໍໃຊ້ເວລາຫຼາຍເດືອນໃນການປັບຕົວເປັນເຫມືອນກັບ “ແມວໄຊບໍກ” ການຜ່າຕັດຂາປອມໃຫ້ວິຕູດໂຊສຳເລັດເປັນຄັ້ງແຮກໃນອິຕາລີ ການຜ່າຕັດໃສ່ອະວັຍະວະປອມໂດຍການຝັງເຂົ້າໄປໃນກະດູກຂາທີ່ເຫລືອຢູ່ໂດຍຕົງ ຖືເປັນຄັ້ງແຮກທີ່ປະສົບຄວາມສຳເລັດໃນອິຕາລີ ເພາະໂດຍປົກກະຕິແລ້ວ ຫາກແມວຕ້ອງຖືກຕັດຂາຫລັງທັງສອງຂ້າງ ມັກຈະຖືກຂ້າດ້ວຍຄວາມເມດຕາ ດ້ານເຈົ້າຂອງນ້ອງວິຕູດໂຊກໍໄດ້ອອກມາເວົ້າວ່າ […]
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 1 ໃນລະຫວ່າງວັນທີ 29 – 31 ສິງຫາ 2025

ຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ມີການ ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 1 ໃນລະຫວ່າງວັນທີ 29 – 31 ສິງຫາ 2025 ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ເຈົ້າເມືອງໆຍົມມະລາດ ລົງຢ້ຽມຢາມປະຊາຊົນ ແລະ ຕິດຕາມສະພາບນ້ຳຖ້ວມພາຍໃນເມືອງ

ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳຂັ້ນເມືອງ ໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດລ່ອງນ້ຳເຊບັ້ງໄຟ ແລະ ນ້ຳຍົມ ສະນັ້ນ, ໃນວັນທີ 27 ສິງຫາ 2025. ທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງຍົມມະລາດ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງຢ້ຽມຢາມປະຊາຊົນ ແລະ ຕິດຕາມສະພາບນ້ຳຖ້ວມພາຍໃນເມືອງ. ເຊິ່ງໃນປັດຈຸບັນມີຫຼາຍບ້ານໄດ້ຮັບຜົນກະທົບຈາກພາຍຸ ຄາຈິກິ ເຮັດໃຫ້ບ້ານ, ເຮືອນຂອງປະຊາຊົນຖືກນ້ຳຖ້ວມເປັນວົງກວ້າງຈຳນວນຫຼາຍບ້ານ. ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນເຮັດໃຫ້ລະດັບນ້ຳເຊບັ້ງໄຟ ແລະ ນ້ຳຍົມເພີ່ມຂຶ້ນສູງພໍສົມຄວນ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມບ້ານ, ເຮືອນ ແລະ ນາ ປະຊາຊົນ. ໃນນັ້ນທາງການນຳຂັ້ນເມືອງ, ກຳລັງ ປກຊ – ປກສ ເມືອງ, ຊາວໜຸ່ມຕະລຸມບອນແຂວງ, ເມືອງ ແລະ ພາກສ່ວນຕ່າງໆໄດ້ເລັງການຊ່ວຍເຫຼືອອົບພະຍົບປະຊາຊົນ, ວັດຖຸມີຄ່າ ແລະ ລັດລ້ຽງໄປໃວ້ທີ່ປອດໄພແລ້ວ. ສ່ວນຜົນເສຍຫາຍທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຈະລົງປະເມີນຄວາມເສຍຫາຍອີກຄັ້ງຫຼັງຈາກລະດັບນ້ຳຫຼຸດລົງ. ທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງຍົມມະລາດ ຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິກຽມພ້ອມສະເໝີໃນເວລາມີກໍລະນີສຸກເສີນ […]
ປະທານສະພາແຫ່ງຊາດ ຫວຽດນາມ ພົບປະເຈລະຈາກັບ ປະທານສະພາແຫ່ງຊາດນູແວນເຊລັງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ສິງຫາ ຜ່ານມາວ່າ: ໂດຍຕອບຮັບຄຳເຊີນຂອງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເຈີຣີ່ ບຣາວລີ ປະທານສະພາແຫ່ງຊາດນູແວນເຊລັງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 27 – 31 ສິງຫານີ້. ໃນຕອນເຊົ້າຂອງວັນທີ 28 ສິງຫາ ຜ່ານມາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ ເຈີຣີ່ ບຣາວລີ ປະທານສະພາແຫ່ງຊາດນູແວນເຊລັງ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ດຳເນີນການພົບປະເຈລະຈາ. ໃນການໂອ້ລົມເຈລະຈາ, ທ່ານ ເຈິ່ນແທັງເໝີ້ນ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງ ແລະ ຮັດແໜ້ນການພົວພັນດ້ານການເມືອງ ຜ່ານບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາຄະນະ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກລັດຖະສະພາໜຸ່ມຂອງ 2 ປະເທດ; […]
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ມອບເງິນຊ່ວຍເຫຼືອ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອປະກອບສ່ວນແກ້ໄຂຜົນກະທົບຈາກໄພພິບັດ

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ມອບເງິນຊ່ວຍເຫຼືອໃຫ້ແກ່ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອປະກອບສ່ວນແກ້ໄຂຜົນກະທົບຈາກໄພພິບັດ ໃນວັນທີ 28 ສິງຫາ 2025 ທີ່ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 135,446,000 ກີບ ໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອນຳໄປປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບຈາກໄພພິບັດທາງທໍາມະຊາດທີ່ເກີດຂຶ້ນໃນປີ 2025, ຕາງໜ້າມອບໂດຍທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ແລະ ເປັນກຽດຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ. ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ການຊ່ວຍເຫຼືອຈາກ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ພ້ອມກ່າວວ່າ: ຫຼາຍປີມໍ່ໆມານີ້ ສປປ ລາວ […]
ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ນະຄອນຫຼວງວຽງຈັນ

ແຈ້ງ ປິດການສັນຈອນຊົ່ວຄາວ. ພະແນກ ໂຍທາທິການ ແລະ ຂົນສົ່ງ ແຈ້ງ ປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ຄວບຄຸມລະບົບຂອງການຂົນສົ່ງ ລົດເມດ່ວນ ສັນຍາ CW1C ຂອງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ. ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຊາບວ່າ: ປະຈຸບັນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ເລີ້ມກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ ຄວບຄຸມລະບົບ ການຂົນສົ່ງ ລົດເມດ່ວນ BRT ຢູ່ ເສັ້ນທາງຖະໜົນໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 […]
“ຂົວສູງທີ່ສຸດໃນໂລກ” ໃນປະເທດຈີນ ທົດສອບຮັບນ້ຳໜັກລົດບັນທຸກ 3,000 ກວ່າໂຕນໄດ້ສຳເລັດ

ຈີນທົດສອບການຮັບນ້ຳໜັກຂອງຂົວທີ່ສູງທີ່ສຸດໃນໂລກ ຂົວຫົວຈຽງ ແກຣນແຄນຢອນ (Huajiang Grand Canyon Bridge) ຊຶ່ງຕັ້ງຢູ່ໃນແຂວງກຸ້ຍໂຈວ ທາງຕາເວັນຕົກສ່ຽງໃຕ້ຂອງຈີນ ກ່ອນເປີດໃຊ້ງານໃນຊ່ວງປາຍເດືອນກັນຍານີ້ ການທົດສອບຂົວທີ່ສູງທີ່ສຸດໃນໂລກ ຂະບວນການທົດສອບດັ່ງກ່າວໃຊ້ເວລາເຖິງ 5 ວັນ ເພື່ອເບິ່ງຄວາມແຂງແຮງດ້ານໂຄງສ້າງໃຫ້ກົງຕາມມາດຕະຖານຄວາມປອດໄພ ໂດຍມີການທົດສອບຮັບນ້ຳໜັກເປັນຂັ້ນຕອນສຸດທ້າຍ ດ້ວຍການຂັບລົດບັນທຸກຈຳນວນ 96 ຄັນ ຊຶ່ງມີນ້ຳໜັກລວມກັນຫຼາຍກວ່າ 3,000 ໂຕນ ເຂົ້າໄປໃນພື້ນທີ່ທີ່ກຳນົດເທິງຂົວເປັນຊຸດໆ ເພື່ອວັດການເຄື່ອນໄຫວ ແລະ ແຮງກົດໃນສ່ວນຊ່ວງຂົວຫຼັກ, ເສົາ, ສາຍເຄເບີນ ແລະ ສາຍແຂວນ ທີມງານຜູ້ດຳເນີນການທົດສອບ ຢູ່ສະຖານທີ່ກໍ່ສ້າງຂົວຫົວຈຽງເປີດເຜີຍວ່າ ການທົດສອບຮັບນ້ຳໜັກນີ້ ເປັນການຈຳລອງສະພາວະສຸດຂີດທີ່ຂົວຈະຕ້ອງຮັບ ດ້ວຍນ້ຳໜັກລວມແລ້ວ 3,360 ໂຕນ ເພື່ອທົດສອບຂີດຄວາມສາມາດສູງສຸດຂອງໂຄງສ້າງຂົວພາຍໃຕ້ການໃຊ້ງານປົກກະຕິ ໂດຍເນັ້ນການຕິດຕາມການເຄື່ອນໄຫວຂອງເສົາຫຼັກທັງສອງເບື້ອງ ການງໍທີ່ຖານເສົາ ແລະ ແຮງດຶງສູງສຸດໃນສາຍເຄເບີນຂອງຊ່ວງຍຶດຂົວ ຂໍ້ມູນຂົວທີ່ສູງທີ່ສຸດໃນໂລກ ຂົວ […]
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ

ທີມນັກວິໄຈຈາກມະຫາວິທະຍາໄລກະເສດສາດເຊົາທ໌ໄຊນ້າ ນຳໂດຍ ທ່ານ ຊູຖິງ ຫລິວ (Shuting Liu) ປະສົບຄວາມສຳເລັດໃນການສ້າງພືດນ້ຳເຮືອງແສງຫຼາກສີໃນບ່ອນມືດເປັນຄັ້ງທຳອິດຂອງໂລກ ເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ ໂດຍທີມນັກວິໄຈໃຊ້ວິທີການສີດອະນຸພາກຟອສເຟີ “afterglow” ເຂົ້າໄປໃນໃບພືດ ເຮັດໃຫ້ພືດສາມາດເຮືອງແສງເປັນສີຟ້າ, ຂຽວ, ແດງ ແລະ ສີມ່ວງໄດ້ ຫຼັງຈາກຮັບແສງແດດ ຫຼື ແສງໄຟ LED ພຽງບໍ່ເທົ່າໃດນາທີ ອະນຸພາກຟອສເຟີ “afterglow” ແມ່ນຫຍັງ ? ອະນຸພາກຟອສເຟີ “afterglow” ແມ່ນ ວັດສະດຸເຮືອງແສງທີ່ສາມາດດູດຊັບພະລັງງານຈາກແສງແດດ ຫຼື ແສງໄຟ ແລ້ວຄ່ອຍໆ ປ່ອຍພະລັງງານອອກມາໃນຮູບແບບຂອງແສງທີ່ມະນຸດສາມາດເບິ່ງເຫັນໄດ້ ເຖິງແມ່ນວ່າຢູ່ໃນຄວາມມືດກໍຕາມ ຂະບວນການນີ້ເອີ້ນວ່າ “afterglow effect” ຫຼື ການເຮືອງແສງຕໍ່ເນື່ອງ ຊຶ່ງສາມາດກຳນົດສີຂອງແສງໄດ້ຕາມຊະນິດຂອງສານປະກອບຟອສເຟີ (Phosphor compounds) ເຊັ່ນ: ສີຂຽວ, ຟ້າ, ແດງ ຫຼື ມ່ວງ […]
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ

ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ໂຮງແຮມມາຮີອອດ, ນະຄອນຫຼວງມານີລາ, ປະເທດຟີລິບປິນ ໃນວັນທີ 25 ສິງຫາ 2025 ຕາມເວລາທ້ອງຖິ່ນ, ເຊິ່ງການແຂ່ງຂັນສີມືແຮງງານອາຊຽນໃນຄັ້ງນີ້ ມີສາຂາວິຊາຊີບແຂ່ງຂັນທັງໝົດ 32 ສາຂາ ໃນ 6 ຂະແໜງການ ແລະ ມີປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດ 11 ປະເທດ, ພິເສດແມ່ນປະເທດ ຕີມໍເລດເຕ ໄດ້ເຂົ້າຮ່ວມເປັນຄັ້ງທຳອິດ. ມີຄະນະຜູ້ແທນ, ຊ່ຽວຊານ, ນັກແຂ່ງຂັນ, ຜູ້ສັງເກດການ ແລະ ນັກຂ່າວຈາກປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດປະມານ 1000 ກວ່າຄົນ. ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ຈະໄດ້ຈັດຂຶ້ນທີ່ສູນການຄ້າໂລກ (World Trade Center) ຈະດໍາເນີນໄປ ເປັນເວລາ 3 ວັນ, ເລີ່ມແຕ່ ວັນທີ 26-28/8/2025. ສປປ ລາວ ພວກເຮົາ ລັດຖະບານ ກໍຄືກະຊວງແຮງງານ ແລະ […]