ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%

ອັດຕາເງິນເຟີ້ ປະຈຳເດືອນສິງຫາ 2025 ຢູ່ໃນລະດັບ 5% ຖ້າທຽບໃສ່ເດືອນກໍລະກົດ 2025 (5.3%) ຫຼຸດລົງ 0.3% ສ່ວນໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກ່ວາໝູ່ແມ່ນ: ທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ 15.3% ສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 14.9% ຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 13.6% ເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 7.9% ເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 7.8% ການສຶກສາເພີ່ມຂຶ້ນ 7.6% ເຄື່ອງນຸ່ງຫົ່ມ ແລະ ເກີບເພີ່ມຂຶ້ນ 7.5% ຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 6.6% ສະບຽງອາຫານ ແລະ ເຄື່ອງດື່ມບ່ໍ່ມີທາດເຫຼົ້າ, ຊຶ່ງເປັນໝວດສິນຄ້າທີ່ມີນ້ຳໜັກການຊົມໃຊ້ຫຼາຍກວ່າໝູ່ແມ່ນເພີ່ມຂຶ້ນ 3.1%. ທີ່ມາ: […]
ພະຍຸຄາຈິກິຖະຫຼົ່ມຫວຽດນາມ! ເຮືອນເສຍຫາຍ 8 ພັນກວ່າຫຼັງ ເສຍຊີວິດອີກ 7 ຄົນ

ສຳນັກຂ່າວຊິນຫົວລາຍງານຄວາມຄືບໜ້າສະຖານະການພະຍຸໄຕ້ຝຸ່ນຄາຈິກິ (Kajiki) ພັດຖະຫຼົ່ມຫວຽດນາມໃນວັນທີ 27 ສິງຫາ 2025 ໂດຍອ້າງອີງຂໍ້ມູນຈາກສຳນັກຂ່າວຫວຽດນາມວ່າ ຍອດຜູ້ເສຍຊີວິດລ່າສຸດເພີ່ມຂຶ້ນເປັນ 7 ຄົນ, ບາດເຈັບ 34 ຄົນ ແລະ ຍັງຄົງມີຜູ້ສູນຫາຍອີກ 1 ຄົນ ກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມເປີດເຜີຍຕົວເລກຄວາມເສຍຫາຍວ່າ ບ້ານເຮືອນປະຊາຊົນເສຍຍທັງຫຼັງ 15 ຫຼັງ ແລະ ໄດ້ຮັບຄວາມເສຍຫາຍອີກກວ່າ 8,700 ຫຼັງ ໃນຈຳນວນນີ້ລວມເຖິງໂຮງຮຽນ 63 ແຫ່ງ ແລະ ໂຮງໝໍ 8 ແຫ່ງ, ນາເຂົ້າ ຫຼາຍກວ່າ 500,000 ບ່ອນ ຈົມຢູ່ໃຕ້ນ້ຳ ແລະ ສັດລົ້ມຕາຍໄປປະມານ 2,000 ໂຕ ດ້ານນາຍົກລັດຖະມົນຕີ ຝາມ ມິນ ຈິນ ໄດ້ມີຄຳສັ່ງດ່ວນຫາໜ່ວຍງານທ້ອງຖິ່ນໃຫ້ເລັ່ງຟື້ນຟູໂຄງລ່າງພື້ນຖານທີ່ຈຳເປັນ ທັງໄຟຟ້າ ການສື່ສານ ແລະ […]
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2

ວັນທີ 26 ສິງຫາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ຄະນະກຳມະການຮ່ວມມືລາວ-ຈີນ (ຄລຈ) ກະຊວງການເງິນ ຮ່ວມກັບສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຂອງລາວ, ໜ່ວຍງານຄຸ້ມຄອງໂຄງການຝ່າຍຈີນ ແລະ ບໍລິສັດຮັບເໝົາກໍ່ສ້າງ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວຊຸດທີ 2 ຫຼື (ໂຄງການ 4×100 ຊຸດທີ 2) ຂຶ້ນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມຮັບກະແຈຄຳ ເລີ່ມຈັດຕັ້ງປະຕິບັດໂຄງການໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ ເປັນກຽດມອບກະແຈຄຳ ຈັດຕັ້ງປະຕິບັດໂຄງການໂດຍທ່ານ ນາງ ຟັ່ງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ […]
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ

ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມກະທັນຫັນ 12- 24 ຊົ່ວໂມງຂ້າງໜ້າ ລະຫວ່າງ 26-27 ກໍລະກົດ 2025 ຄະນະກຳມະການແມ່ນໍ້າຂອງ ອອກແຈ້ງເຕືອນພື້ນທີ່ມີຄວາມສ່ຽງສູງຈາກຝົນຕົກຫນັກໃນບໍລິເວນລຸ່ມແມ່ນໍ້າຂອງ ອາດຈະເກີດນ້ຳຖ້ວມກະທັນຫັນໃນໄລຍະ 24 ຊົ່ວໂມງ. ແຂວງ ແລະ ເມືອງທີ່ສ່ຽງ: ບໍລິຄຳໄຊ: ທ່າພະບາດ ຈຳປາສັກ: ປາກຊ່ອງ ຄຳມ່ວນ: ບົວລະພາ, ຫີນບູນ, ມະຫາໄຊ, ນາກາຍ, ໂນນມະລາດ, ທ່າແຂກ, ໄຊຍະບູລີ ຫຼວງພະບາງ: ງອຍ, ວຽງຄຳ ຜົ້ງສາລີ: ສົມພັນ ສາລະວັນ: ຕາໂອ້ຍ ສະຫວັນນະເຂດ: ນອງ, ເຊໂປນ, ວິລະບູລີ ໄຊສົມບູນ: ທ່າໂທມ ແນະນຳຢ່າງເຂັ້ມງວດ ປະຊາຊົນໃນເຂດທີ່ໄດ້ຮັບການແຈ້ງເຕືອນ ຄວນລະມັດລະວັງ ແລະຕິດຕາມຂ່າວສານຢ່າງໃກ້ຊິດ. ຖ້າມີຄຳແນະນຳໃຫ້ຍົກຍ້າຍ ຂໍໃຫ້ປະຊາຊົນປະຕິບັດໂດຍໄວ້ເພື່ອຄວາມປອດໄພ ຂໍໃຫ້ທຸກຄົນປອດໄພ! 𝗙𝗟𝗔𝗦𝗛 […]
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025

ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025 ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້

ກຳແພງພາຍຸຝຸ່ນຂະໜາດໃຫຍ່ພັດຜ່ານເຂດເມືອງຟີນິກສ໌ຂອງສະຫະລັດ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້ ແລະ ຖ້ຽວບິນທີ່ສະໜາມບິນຕ້ອງຊັກຊ້າ ເມື່ອວັນຈັນທີ່ຜ່ານມາ 25 ສິງຫາ 2025 ກຳແພງຝຸ່ນຂະໜາດໃຫຍ່ໄດ້ພັດຖະລົ່ມເຂດເມືອງຟີນິກສ໌ ລັດແອຣີໂຊນາ ສົ່ງຜົນໃຫ້ປະຊາຊົນກວ່າ 39,000 ຄົນ ໃນເຂດມາຣິໂຄປາເຄົາທີ ຊຶ່ງລວມເຖິງຕົວເມືອງຟີນິກສ໌ ຕ້ອງປະເຊີນກັບບັນຫາໄຟຟ້າດັບ ຂະນະດຽວກັນຖ້ຽວບິນທີ່ສະໜາມບິນນາໆຊາດຟີນິກສ໌ ສະກາຍຮາບເບີ ຖືກສັ່ງຢຸດບິນຊົ່ວຄາວເນື່ອງຈາກສະພາບອາກາດຮຸນແຮງ ພາຍຸຝຸ່ນ ຫຼື “ຮາບູບ” ຊຶ່ງເກີດຈາກການຍຸບຕົວຂອງພາຍຸຝົນຟ້າຄະນອງ ແລະ ລົມແຮງ ເຮັດໃຫ້ທັດສະນະວິໄສການຂັບຂີ່ຫຼຸດລົງເຫຼືອພຽງປະມານ 400 ແມັດ ລົດຈຳນວນຫຼາຍຕ້ອງຟ້າວຊອກຫາບ່ອນລີ້ໄພທ່າມກາງຝົນຕົກ ແລະ ລົມແຮງ ກ່ອນທີ່ສະພາບອາກາດຈະເລີ່ມຜ່ອນຄາຍລົງໃນຊ່ວງແລງ ມາກ ໂອມາລລີ ນັກອຸຕຸນິຍົມວິທະຍາຈາກສຳນັກງານອາກາດແຫ່ງຊາດໃນຟີນິກສ໌ ລະບຸວ່າພື້ນທີ່ຟີນິກສ໌ປີນີ້ມີຝົນນ້ອຍກວ່າຄ່າສະເລ່ຍໃນລະດູມໍລະສຸມ ຂະນະທີ່ບາງພື້ນທີ່ທາງຕາເວັນອອກສ່ຽງໃຕ້ ແລະ ທາງທິດເໜືອຂອງລັດກັບມີຝົນຫຼາຍກວ່າປົກກະຕິ ພ້ອມຄາດການວ່າຟີນິກສ໌ຍັງມີໂອກາດຮ້ອຍລະ 40 ທີ່ຈະມີຝົນໃນວັນອັງຄານ ກ່ອນທີ່ສະພາບອາກາດຈະແຫ້ງກັບມາ ສຳນັກງານຂົນສົ່ງແອຣີໂຊນາເຕືອນປະຊາຊົນຜ່ານແພລດຟອມ X ວ່າ […]
‘ທຣຳ’ ຂົ່ມຂູ່ຂຶ້ນພາສີ ‘ຈີນ’ 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ

ສີເອັນບີສີລາຍງານ ໃນວັນທີ່ 25 ສິງຫາ 2025 ວ່າ ໂດນາລ ທຣຳ ເຕືອນວ່າອາດຈະຂຶ້ນພາສີນຳເຂົ້າຈີນສູງເຖິງ 200% ຖ້າຫາກມີການຄວບຄຸມການສົ່ງອອກແຮ່ທາດຫາຍາກ ປັດຈຸບັນ ຈີນເປັນຜູ້ຜະລິດ ແລະ ຄວບຄຸມການຜະລິດແມ່ເຫຼັກຫາຍາກເກືອບທັງໝົດໃນໂລກ ໂດຍມີສ່ວນແບ່ງການຜະລິດຢູ່ທີ່ປະມານ 90% ເຮັດໃຫ້ຈີນມີອິດທິພົນຢ່າງຫຼວງຫຼາຍໃນການເຈລະຈາການຄ້າກັບສະຫະລັດ ເນື່ອງຈາກອຸດສາຫະກຳການຜະລິດທີ່ສຳຄັນຂອງສະຫະລັດ ທັງຍານຍົນ, ເອເລັກໂທຣນິກ ແລະ ພະລັງງານຫມຸນວຍນ ລ້ວນພຶ່ງພາແມ່ເຫຼັກຫາຍາກຈາກຈີນ ໃນເດືອນມິຖຸນາທີ່ຜ່ານມາ ການສົ່ງອອກແມ່ເຫຼັກຫາຍາກຂອງຈີນ ກັບມາຟື້ນຕົວສູ່ລະດັບປົກກະຕິຫຼັງຈາກປະກາດຈຳກັດການສົ່ງອອກໄປກ່ອນໜ້ານີ້ ໂດຍສະເພາະຢ່າງຍິ່ງການສົ່ງອອກໄປຍັງສະຫະລັດທີ່ເພີ່ມຂຶ້ນເຖິງ 660% ເມື່ອທຽບກັບເດືອນພຶດສະພາ ແລະຍັງຄົງເພີ່ມຂຶ້ນຕໍ່ເນື່ອງອີກ 76% ໃນເດືອນກໍລະກົດ. ທຣຳຂົ່ມຂູ່ວ່າຈະຢຸດສົ່ງຊິ້ນສ່ວນໂບອິ້ງ ກົດດັນຈີນເລື່ອງແຮ່ທາດຫາຍາກ ອີກໜຶ່ງປະເດັນທີ່ຖືກເວົ້າເຖິງລະຫວ່າງການຖະແຫຼງຂ່າວ ທຣຳ ຍັງໄດ້ກ່າວເຖິງ “ຊິ້ນສ່ວນຍົນ” ວ່າເປັນອີກໜຶ່ງເຄື່ອງມືທີ່ສຳຄັນໃນການເຈລະຈາຕໍ່ລອງກັບຈີນ ໂດຍກ່າວວ່າສະຫະລັດໄດ້ຢຸດການຈັດສົ່ງຊິ້ນສ່ວນຍົນໂບອິ້ງໃຫ້ກັບຈີນເພື່ອເພີ່ມແຮງກົດດັນຈີນ ໃນປະເດັນການຄວບຄຸມການສົ່ງອອກແຮ່ທາດສຳຄັນດັ່ງກ່າວ ຕາມລາຍງານຂອງສຳນັກຂ່າວ Bloomberg ບໍລິສັດໂບອິ້ງ (Boeing) ກຳລັງເຈລະຈາເພື່ອບັນລຸຂໍ້ຕົກລົງຄັ້ງໃຫຍ່ໃນການຂາຍຍົນຫຼາຍເຖິງ 500 […]
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ

ວັນທີ 15 ສິງຫາ 2025, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ວ່າ: ນັບແຕ່ວັນທີ 01 ກັນຍາ 2025 ເປັນຕົ້ນໄປ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ຈະເລີ່ມທົດລອງຈັດຕັ້ງປະຕິບັດ ການລົງທະບຽນ ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ, ໂດຍຜ່ານ ເວັບໄຊ: www.immigration.gov.la, ຊຶ່ງຈະເລີ່ມຕົ້ນ ທົດລອງ ຢູ່ 04 ດ່ານສາກົນ ຄື: ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ; ສະໜາມບິນສາກົນ ຫຼວງພະບາງ ແຂວງ ຫຼວງພະບາງ; ສະໜາມບິນສາກົນ ປາກເຊ ແຂວງ ຈຳປາສັກ ແລະ ດ່ານສາກົນ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ. ຄົນຕ່າງປະເທດ ທີ່ນໍາໃຊ້ໜັງສືຜ່ານແດນ (Passport) ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານ […]
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13

ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025. ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13 ປະຈຳປີ 2025 ປະຈຸບັນໄດ້ເພີ່ມກໍາລັງແຮງຂຶ້ນ ແລະ ກຳລັງ ເຄື່ອນທີ່ມາທາງເຂດທະເລຈີນໃຕ້ຕອນກາງ ໃກ້ກັບພາກກາງ ຂອງ ສສ ຫວຽດນາມ ດ້ວຍຄວາມໄວ 20 ກິໂລແມັດຕໍ່ ຊົ່ວໂມງ, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຂື້ນຝັ່ງທາງພາກກາງ ຂອງ ສສ ຫວຽດນາມ ໃນຕອນບ່າຍ ຫາ ຄໍ່າຂອງມື້ນີ້. ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກເໜືອ ຂອງ ສປປ ລາວ ໃນໄລຍະວັນທີ 25 ຫາ 26 ສິງຫາ 2025 ນີ້. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ […]
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ

ໃນວັນທີ 22 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການຮ່ວມມືສາກົນ ສ. ເກົາຫຼີ (ອົງການ KOICA ປະຈໍາ ສປປ ລາວ) ໄດ້ຈັດ ພິທີ ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ ເຊິ່ງໂຄງການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດທີ່ສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງອຸດົມໄຊ ເພື່ອບໍລິການຮັບໃຊ້ ຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ຢູ່ 04 ແຂວງພາກເໜືອຂອງລາວ ໄດ້ເຂົ້າເຖິງການບໍລິການທີ່ມີຄຸນນະພາບ ໂດຍບໍ່ໄດ້ເສຍຄ່າ. ໂຄງການນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ທີ່ຈະໄດ້ຊ່ວຍເຫຼືອຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ໃນ ສປປ ລາວ, ຈະສ້າງໃຫ້ວຽກງານການແພດຟື້ນຟູໜ້າທີ່ການ ມີຄວາມເຂັ້ມແຂງ, ມີຄຸນນະພາບ […]