ຫວຽດນາມ ລົງທຶນພັນລ້ານໂດລາ ສ້າງຂົວຂ້າມທະເລ ມີຄວາມຍາວເປັນອັນດັບ 3 ຂອງອາຊຽນ

ໂຄງການສ້າງ ຂົວຂ້າມທະເລ ຂອງ ຫວຽດນາມ ເປີດໂຕເມື່ອອາທິດທີ່ຜ່ານມາ ສ້າງຂຶ້ນຕາມມາດຕະຖານ ຂົວຂ້າມທະເລສາກົນ ປະກອບດ້ວຍຖະໜົນ 4 ເລນ ແລະ ອອກແບບມາໃຫ້ແລ່ນດ້ວຍຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ ດ້ວຍງົບປະມານ 25.7 ລ້ານລ້ານດົງ ຫຼື ປະມານ 1 ພັນລ້ານໂດລາ ຂົວແຫ່ງນີ້ ສ້າງຕໍ່ຂະຫຍາຍຈາກທາງດ່ວນກາເມົາ-ດັດມຸຍ (Ca Mau–Dat Mui) ຍາວ ຂ້າມທະເລ ໄປຫາເກາະຮອນຄອຍ (Hon Khoai) ຄາດວ່າຈະສເລັດພາຍໃນປີ 2028 ກອງພົນທະຫານຮາບທີ່ 12 ພາຍໃຕ້ກະຊວງກາງປ້ອງກັນປະເທດຫວຽດນາມຈະດຳເນີນການກໍ່ສ້າງ ໂດຍໃຊ້ເສົາເຂັມເຈາະ ແລະ ວາງຖານຮາກທໍ່ເຫຼັກສຳລັບພື້ນທີ່ນ້ຳເລິກ ສ່ວນຊ່ວງເດີນເຮືອຂອງຂົວ ຈະໃຊ້ໂຄງສ້າງທີ່ເປັນໂຄງເຫຼັກຍາວ 150 ແມັດ ຖືເປັນຄວາມສຳເລັດທາງວິສະວະກຳ ເຮັດໃຫ້ເສັ້ນທາງນີ້ເປັນໜຶ່ງໃນ ຂົວຂ້າມທະເລທີ່ຍາວທີ່ສຸດ ແລະ ທັນສະໄໝທີ່ສຸດຂອງຫວຽດນາມ ຕາມລາຍງານສະຖາບັນເຫຼັກ ແລະ ເຫຼັກກ້າແຫ່ງອາຊີຕະເວັນອອກສຽງໃຕ້ລະບຸວ່າ […]
ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ

ນັກວິໄຈບອກວ່າ ຫຼັງອາຍຸ 40 ປີ ສະໝອງຂອງເຮົາຈະເລີ່ມຫົດຕົວລົງປະມານ 5% ໃນທຸກ 10 ປີ ຊຶ່ງອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ໂດຍສະເພາະ ຮິບໂປແຄມປັສ (Hippocampus) ຊຶ່ງກ່ຽວຂ້ອງກັບຄວາມຈຳ ແລະ ເປືອກສະໝອງສ່ວນໜ້າ (Prefrontal Cortex) ທີ່ກ່ຽວຂ້ອງກັບການຄິດວິເຄາະ ການປ່ຽນແປງເຫຼົ່ານີ້ອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ແຕ່ເຮົາສາມາດຊະລໍການເສື່ອມນີ້ໄດ້ ຜູ້ຊ່ຽວຊານແນະນຳວ່າ ການຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຫຼິ້ນເຄື່ອງດົນຕີ ເປັນສະເໝືອນການອອກກຳລັງກາຍສະໝອງແບບເຕັມຮູບແບບ ເພາະຊ່ວຍກະຕຸ້ນສະໝອງຫຼາຍສ່ວນພ້ອມກັນ ທັງການຄິດ ວິເຄາະ ຄວາມຈຳ ແລະ ການປະສານງານລະຫວ່າງມືກັບຕາ ການເຮັດແນວນີ້ຈະຊ່ວຍໃຫ້ເສັ້ນທາງປະສາດໃນສະໝອງແຂງແຮງ ແລະ ມີຄວາມຍືດຫຍຸ່ນຫຼາຍຂຶ້ນ ເຖິງຢ່າງໃດກໍຕາມ ສະໝອງຂອງມະນຸດຍັງມີຄວາມສາມາດປັບຕົວ ຫຼື ມີຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການປັບຕົວຂອງສະໝອງ (neuroplasticity) ຊຶ່ງເປັນພື້ນຖານທີ່ເຮັດໃຫ້ເຮົາສາມາດຮຽນຮູ້ສິ່ງໃໝ່ໆ ແລະ ຊະລໍການເສື່ອມຂອງສະໝອງໄດ້ […]
“ຫວຽດນາມ” ສັ່ງອົບພະຍົບປະຊາຊົ 5.8 ແສນຄົນ ໜີພາຍຸໄຕ້ຝຸ່ນ “ຄາຈິກິ” ພັດຂຶ້ນຝັ່ງ

ລັດຖະບານຫວຽດນາມສັ່ງອົບພະຍົບປະຊາຊົນຫຼາຍກວ່າ 580,000 ຄົນ ຄາດໄຕ້ຝຸ່ນຄາຈິກິຈະພັດຂຶ້ນຝັ່ງຊ່ວງບ່າຍມື້ນີ້ (25 ສິງຫາ) ຍົກເລີກຖ້ຽວບິນ-ສັ່ງເຮືອທຸກລຳກັບເຂົ້າຝັ່ງ ມື້ນີ້ 25 ສິງຫາ 2025 ມີການຄາດຄະເນວ່າພະຍຸ “ຄາຈິກິ” ຈະພັດຂຶ້ນຝັ່ງຫວຽດນາມໃນຊ່ວງບ່າຍມື້ນີ້ ໂດຍຈະຍັງຄົງຄວາມຮຸນແຮງລະດັບໄຕ້ຝຸ່ນ ລ່າສຸດບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາ ພະຍຸເຄື່ອນໂຕຢູ່ບໍລິເວນອ່າວຕັງເກີຍ ແລະ ມີຄວາມໄວລົມກວ່າ 165 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າພະຍຸຈະອ່ອນກຳລັງລົງຫຼັງພັດຂຶ້ນຝັ່ງ ແຕ່ຈະຍັງສ້າງຄວາມເສຍຫາຍດ້ວຍຄວາມໄວລົມທີ່ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ປະລິມານນ້ຳຝົນທີ່ຄາດວ່າຈະສູງເຖິງ 300-400 ມິນລິແມັດ ນອກຈາກນີ້ຍັງຄາດວ່າຈະມີຄື່ນພະຍຸຊັດຝັ່ງສູງ 2-4 ແມັດ ທາງລັດຖະບານຫວຽດນາມສັ່ງການອົບພະຍົບປະຊາຊົນກວ່າ 586,000 ຄົນ ເພື່ອຮັບມືພະຍຸໄຕ້ຝຸ່ນ ຄອບຄຸມປະຊາຊົນໃນແຂວງຕອນກາງ ໄດ້ແກ່ ແທງຮວາ, ກວາງຈິ, ເວ້ ແລະ ດານັງ ໂດຍຍົກເລີກຖ້ຽວບິນຈຳນວນຫຼາຍ ແລະ ສັ່ງໃຫ້ເຮືອທຸກລຳກັບເຂົ້າຝັ່ງ ສາຍການບິນຫວຽດນາມແອຣ໌ໄລນ໌ ຍົກເລີກຖ້ຽວບິນຢ່າງໜ້ອຍ 22 ຖ້ຽວທັງຂາເຂົ້າ […]
ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025

ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025 ເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ ທີ່ມາ: Vietnamnet.vn
ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ເຊົ້າວັນທີ 25 ສິງຫາ 2025.

ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ເຊົ້າວັນທີ 25 ສິງຫາ 2025. ລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ກໍາລັງເຄື່ອນທີ່ຢູໃກ້ແຄມຝັ່ງທະເລທາງພາກກາງຂອງປະເທດຫວຽດນາມ, ມີທິດທາງເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ພາຍຸຫົວນີ້ຈະເຄື່ອນຜ່ານພາກກາງຂອງປະເທດຫວຽດນາມ, ສືບຕໍ່ຜ່ານພາກກາງ ແລະ ພາກເໜືອປະເທດລາວ ໃນຕອນແລງວັນທີ 25 ຫາ ຕອນເຊົ້າວັນທີ 26 ສິງຫາ 2025 ນີ້. ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກ ຫາ ໜັກຫລາຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນ ແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮົບມືຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດີນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ […]
ເຄິ່ງປີ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 600 ກວ່າຄັ້ງ, ມີຄົນເສຍຊີວິດ 100 ຄົນ.

ພັທ ຄຳພອນ ພົມມະຈັນ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2025 ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 628 ເລື່ອງ, ພາຫະນະເປ່ເພທັງໝົດ 1.229 ຄັນ, ໃນນັ້ນ ເປ່ເພເລັກໜ້ອຍ 474 ຄັນ, ເປ່ເພສົມຄວນ 747 ຄັນ, ໃຊ້ການບໍ່ໄດ້ 8 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 681 ຄົນ, ບາດເຈັບເລັກໜ້ອຍ 178 ຄົນ, ບາດເຈັບສົມຄວນ 359 ຄົນ, ບາດເຈັບສາຫັດ 144 ຄົນ, ເສຍຊີວິດ 100 ຄົນ ຍິງ 15 ຄົນ. ສາເຫດແມ່ນລະເມີດກົດລະບຽບການສັນຈອນ ເປັນຕົ້ນແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່, […]
ຂົວຂ້າມນ້ຳປະເທດຈີນສາຍເຄເບິນຂາດ ໃນຂະນະທີ່ກຳລັງກໍ່ສ້າງ ເສຍຊີວິດ 7 ສູນຫາຍ 9 ຄົນ

ມີຜູ້ເສຍຊີວິດ 7 ຄົນ ແລະ ສູນຫາຍອີກ 9 ຄົນ ຫຼັງຈາກສາຍເຄເບິນຂາດທີ່ຂົວຂ້າມນ້ຳທີ່ຢູ່ໃນລະຫວ່າງການກໍ່ສ້າງເທິງເສັ້ນທາງລົດໄຟເສຊວນ-ຊິງໄຫ່ ຊ່ວງແຂວງຊິງໄຫ່ ເມື່ອເວລາປະມານ 03.00 ໂມງເຊົ້າຂອງວັນທີ່ 22 ສິຫາ 2025 ສຳນັກຂ່າວພີເພິນສ໌ ເດລີ ລາຍງານວ່າ ຂະນະເກີດເຫດມີແຮງງານກໍ່ສ້າງ 15 ຄົນ ແລະ ຜູ້ຈັດການໂຄງການວິສະວະກຳປະຈຳພື້ນທີ່ 1 ຄົນ ກຳລັງເຮັດວຽກຢູ່ ຂະນະນີ້ປະຕິບັດການກູ້ໄພຍັງຄົງດຳເນີນຕໍ່ໄປ ກະຊວງການຈັດການເຫດສຸກເສີນໄດ້ສົ່ງຄະນະເຮັດວຽກສະເພາະກິດ ໄປຍັງຈຸດເກີດເຫດເພື່ອໃຫ້ຄຳແນະນຳ ແລະ ປະສານງານການຊ່ວຍເຫຼືອ ໂດຍສຸມໃສ່ການຄົ້ນຫາຜູ້ທີ່ຕົກລົງໄປໃນນ້ຳ ນອກຈາກນີ້ ທາງກະຊວງ ຢືນຢັນວ່າຈະເລັ່ງກວດສອບສາເຫດຂອງອຸບັດຕິເຫດເພື່ອປ້ອງກັນບໍ່ໃຫ້ເກີດເຫດການລັກສະນະດຽວກັນນີ້ຂຶ້ນອີກໃນອະນາຄົດ ພາບທີ່ເຜີຍແຜ່ເທິງເວັບໄຊທ໌ພີເພິນສ໌ ເດລີ ສະແດງໃຫ້ເຫັນຂົວທີ່ສ້າງສຳເລັດພຽງບາງສ່ວນ ໂດຍສ່ວນກາງຍັງສ້າງບໍ່ສຳເລັດ ພ້ອມດ້ວຍຫໍຄອຍເຄເບິນຂະໜາດໃຫຍ່ 2 ແຫ່ງ ແລະ ເຄຣນຫຼາຍຕົວຕັ້ງຢູ່ໃກ້ຄຽງ ຂົວດັ່ງກ່າວ ຕັ້ງຢູ່ທີ່ເຂດແດນລະຫວ່າງເມືອງເຈຍຈ້າ ໃນເຂດປົກຄອງຕົນເອງທິເບດຫວາງໜານ ແລະ ເມືອງປົກຄອງຕົນເອງຫົວຫຼົງຮຸຍ ໃນເຂດໄຫ່ຕົງ […]
ປກສ ແຂວງຈຳປາສັກ ກັກຕົວແກ້ງໄວລຸ້ນ 5 ຄົນ ພ້ອມຂອງກາງຢາບ້າ 72,000 ເມັດ ແລະ ຄໍລາເຈັນ

ວັນທີ 22 ສິງຫາ 2025 ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ: ເວລາ 10:00 ໂມງ ວັນທີ 1 ກໍລະກົດ 2025 ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນແລະຕ້ານຢາ ເສບຕິດ ປກສ ແຂວງຈຳປາສັກ ປະຈຳປ້ອມກວດກາ ຫລັກ44 ບ້ານນາດ່ານ ເມືອງຊະນະສົມບູນ ໄດ້ກັກ ແລະ ກວດຄົ້ນກະບະ ຍີ່ຫໍ້ TOYOTA ລຸ້ນ REVO ໝາຍເລກ ທະບຽນ ກຂ 7553 ຄໍາມ່ວນ ທີ່ເດີນທາງມາແຕ່ແຂວງສະຫວັນນະເຂດ ມຸ້ງໜ້າມາແຂວງຈໍາປາສັກ ຂັບຂີ່ມານຳກັນ 5 ຄົນ ຍິງ 2 ຄົນ. ຜ່ານການກວດຄົ້ນພາຍໃນລົດພົບເຫັນຢາບ້າ ຈຳນວນ 72,000 ເມັດ ແລະ ຄໍລາເຈນ ຈຳນວນຫລາຍຊອງ […]
ເກົາຫຼີເໜືອກຳລັງສ້າງ “ຖານຂີປະນາວຸດ” ແບບລັບໆ ສຳລັບເກັບຂີປະນາວຸດຂ້າມທະວີບໃກ້ຊາຍແດນຈີນ

ສູນສຶກສາເຊິງຍຸດທະສາດ ແລະ ລະຫວ່າງປະເທດຂອງສະຫະລັດ (CSIS) ເຜີຍແຜ່ລາຍງານລ່າສຸດທີ່ບົ່ງບອກວ່າ ເກົາຫຼີເໜືອກຳລັງສ້າງ “ຖານຂີປະນາວຸດລັບ” ທີ່ບໍ່ເຄີຍພົບວ່າມີການລາຍງານທີ່ໃດມາກ່ອນ ລາຍງານດັ່ງກ່າວລະບຸອີກວ່າຖານຂີປະນາວຸດລັບນີ້ມີຄວາມສ່ຽງກໍ່ໃຫ້ເກີດໄພຂົ່ມຂູ່ນີວເຄລຍກັບພູມິພາກອາຊີຕາເວັນອອກ ລວມໄປຮອດສະຫະລັດ CSIS ເປີດເຜີຍອີກວ່າ ສາມາດລະບຸພິກັດຂອງຖານລັບແຫ່ງນີ້ ຫຼື ທີ່ເອີ້ນວ່າ “ຖານຂີປະນາວຸດຊິນປຸງ-ດົງ” ໄດ້ ຫ່າງຈາກຊາຍແດນທີ່ຕິດກັບຝັ່ງຈີນປະມານ 27 ກິໂລແມັດ ທີ່ສັນນິຖານວ່າຖືກນຳໃຊ້ເປັນສະຖານທີ່ເກັບ “ຂີປະນາວຸດຂ້າມທະວີບ” ຫຼື ICBM ຈຳນວນ 9 ລູກ ລວມໄປເຖິງເປັນທີ່ຕັ້ງເຄື່ອງປ່ອຍຂີປະນາວຸດຊະນິດດັ່ງກ່າວດ້ວຍ ໂດຍຖານຂີປະນາວຸດລັບແຫ່ງນີ້ເປັນໜຶ່ງໃນຖານລັບປະມານ 15-20 ແຫ່ງໃນເກົາຫຼີເໜືອທີ່ຍັງບໍ່ຖືກເປີດເຜີຍ ເຊິ່ງຖືກນຳໃຊ້ເປັນທີ່ເກັບຮັກສາຂີປະນາວຸດ ແລະ ຫົວຮົບນີວເຄລຍຈຳນວນຫຼາຍ ເຊິ່ງລາຍງານສະບັບດັ່ງກ່າວອ້າງອິງຂໍ້ມູນຈາກການວິເຄາະພາບຖ່າຍດາວທຽມ, ການສຳພາດຜູ້ລີ້ໄພ ແລະ ເຈົ້າໜ້າທີ່ຈາກເກົາຫຼີເໜືອ ລວມໄປເຖິງການສຶກສາຜ່ານເອກະສານທີ່ເຄີຍມີການເປີດເຜີຍ ແລະ ແຫຼ່ງຂໍ້ມູນ Open-Source ຕ່າງໆ CNN ລາຍງານວ່າຖານລັບດັ່ງກ່າວຕັ້ງຢູ່ໃນພູເຂົາແຄບໆ ທີ່ມີສາຍນ້ຳໄຫຼຜ່ານຕອນກາງ ໂດຍສາມາດວັດແທກຂະໜາດຂອງພື້ນທີ່ໄດ້ປະມານ 22 ແມັດກ້ອນ […]
ອິສຣາແອນກຽມກຳລັງສຳຮອງ 6 ໝື່ນນາຍ ກຽມຕົວເຮັດຕາມແຜນຄອບຄອງເຂດກາຊາທັງໝົດ

ໃນວັນທີ່ 20 ສິງຫາ 2025 ກອງທັບອິສຣາແອນໄດ້ເຜີຍແຜ່ຄິບວິດີໂອ ທີ່ລະບຸວ່າເປັນພາບການໂຈມຕີກຸ່ມຫົວຮຸນແຮງຮາມາສໃນເມືອງຂານຢູນິສ ເຂດກາຊາ ໂດຍຄີບພາບ ເຊິ່ງກອງທັບອິສຣາແອນລະບຸວ່າຖ່າຍເທິງເຂດພື້ນທີ່ທີ່ເປັນທາງເຂົ້າອຸໂມງແຫ່ງໜຶ່ງ ສະແດງໃຫ້ເຫັນຄົນກຳລັງແລ່ນ ຂະນະຖືກລູກປືນຍິງໃສ່ ແຕ່ສຳນັກຂ່າວຣອຍເຕີໄມ່ສາມາດພິສູດໄດ້ຢ່າງອິດສະຫຼະກ່ຽວກັບສະຖານທີ່ ແລະ ວັນທີ່ຖ່າຍຄິບວິດີໂອ ທາງດ້ານພົນຈັດຕະວາ ເອຟຟີ ເດຟຣິນ ໂຄສົກກອງທັບອິສຣາແອນ ຖະແຫຼງການວ່າ ກອງທັບອິສຣາແອນເລີ່ມຂັ້ນຕອນທຳອິດຂອງປະຕິບັດການ ພາກພື້ນດິນເພື່ອຍຶດຄອງກາຊາ ຊິຕີ້ທັງໝົດຕາມແຜນ ແລະ ໄດ້ຍຶດຄອງພື້ນທີ່ຮອບນອກໄວ້ຮຽບຮ້ອຍແລ້ວ ໂດຍທະຫານເລີ່ມປະຕິບັດການໃນເຂດໄຊຕູນ ແລະ ຈາບາເລຍ ເພື່ອວາງຮາກຖານສຳລັບການບຸກເຂົ້າໄປ ເຊິ່ງອິສຣາແອນ ຄາດສ໌ ລັດຖະມົນຕີກະຊວງປ້ອງກັນປະເທດ ອະນຸມັດເມື່ອວັນອັງຄານທີ່ຜ່ານມາ ແລະ ຈະຖືກສົ່ງຕໍ່ໄປຍັງຄະນະລັດຖະມົນຕີດ້ານຄວາມໝັ້ນຄົງໃນຊ່ວງປາຍອາທິດນີ້ ອິສຣາແອນກຽມເອີ້ນກຳລັງສຳຮອງປະມານ 60,000 ນາຍ ໃນຊ່ວງຕົ້ນເດືອນກັນຍານີ້ ເພື່ອກຽມກຳລັງພົນປະຈຳການສຳລັບປະຕິບັດການຍຶດກາຊາ ຊິຕີ້ ເຊິ່ງຄາດວ່າ ຊາວປາເລສຕາຍ ຫຼາຍແສນຄົນໃນກາຊາ ຊິຕີ້ ຈະໄດ້ຮັບຄຳສັ່ງອະພະຍົບ ແລະ ມຸ່ງໜ້າໄປຍັງສູນພັກພິງທາງຕອນໃຕ້ຂອງເຂດກາຊາຕໍ່ໄປ ກ່ອນໜ້ານີ້ ພັນທະມິດຂອງອິສຣາແອນຫຼາຍປະເທດ […]