ແຈ້ງການມອດໄຟ ວັນທີ 22, 24,26-27, 30 ແລະ 31 ສິງຫາ 2025

ແຈ້ງການມອດໄຟ ວັນທີ 22, 24,26-27, 30 ແລະ 31 ສິງຫາ 2025 ບາງເຂດ ເມືອງໄຊເສດຖາ, ເມືອງນາຊາຍທອງ, ເມືອງປາກງື່ມ, ເມືອງຫາດຊາຍຟອງ, ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: EDL LAOS
ຫວຽດນາມເປີດໂຕເອັນເຕີເທນເມັນຄອມເພລັກ ຄາສິໂນແຫ່ງທຳອິດຂອງປະເທດ ລົງທຶນ 2 ພັນລ້ານໂດລາສະຫະລັດ

ຄະນະກຳມະການປະຊາຊົນແຂວງໄດ້ອອກເອກະສານອະນຸມັດໃຫ້ບໍລິສັດ Van Don Sun JSC ພາຍໃຕ້ Sun Group ເປັນຜູ້ລົງທຶນໂຄງການນີ້ ໂດຍໂຄງການນີ້ໄດ້ຮັບການອະນຸມັດໃນຫຼັກການຈາກນາຍົກລັດຖະມົນຕີຕາມມະຕິລົງວັນທີ່ 27 ມິຖຸນາ 2025 ພື້ນທີ່ເອັນເຕີເທນເມັນຄອມເພລັກນີ້ ຕັ້ງຢູ່ໃນເຂດເສດຖະກິດເວິນໂດນ ປະກອບດ້ວຍ ຄາສິໂນ ເຊິ່ງໃນໄລຍະທຳອີດຈະເປີດໃຫ້ເຂົ້າສະເພາະຊາວຫວຽດນາມເທົ່ານັ້ນ, ໂຮງແຮມ, ຣີສອດ, ຄອນໂດຫຼູຫຼາ, ອາຄານພາລິຊະ, ອາຄານສຳນັກງານ, ສູນກາງການປະຊຸມ, ສູນກາງກິລາ, ສວນສະໜຸກ ແລະ ບໍລິການດ້ານສຸຂະພາບລະດັບພຣີມຽມ ຈຸດເດັ່ນຂອງເອັນເຕີເທນເມັນຄອມເພລັກແຫ່ງນີ້ແມ່ນ ການເປັນຄາສິໂນລະດັບໂລກ ທີ່ພົນລະເມືອງຫວຽດນາມສາມາດເຂົ້າໄປໃຊ້ບໍລິການໄດ້ພາຍໃຕ້ເງື່ອນໄຂທາງກົດໝາຍທີ່ເຂັ້ມງວດ ພ້ອມດ້ວຍງານບໍລິການດ້ານການທ່ອງທ່ຽວ ສັນທະນາການ ແລະ ບໍລິການຄົບວົງຈອນ ທີ່ນີ້ຖືກອອກແບບໃຫ້ເປັນຄືລະບົບນິເວດແບບປິດ ມີທຸກຢ່າງຄົບຈົບໃນທີ່ດຽວ ກຽມພ້ອມຮອງຮັບນັກທ່ອງທ່ຽວຕ່າງປະເທດ ລວມທັງຊົນຊັ້ນກາງ ແລະ ກຸ່ມຄົນຮັ່ງມີຂອງຫວຽດນາມທີ່ກຳລັງເພີ່ມຂຶ້ນ ໂຄງການດັ່ງກ່າວຍັງລວມເຖິງການສະແດງສິລະປະລະດັບນາໆຊາດ ແລະ ກິດຈະກຳບັນເທິງຕະຫຼອດ 24 ຊົ່ວໂມງ ໂດຍມີເປົ້າໝາຍທີ່ຈະຍົກລະດັບໃຫ້ເວິນໂດນເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ […]
ທ່ານ “ສີ ຈິ້ນຜິງ” ເດີນທາງໄປຢ້ຽມຢາມທິເບດ ໃນໂອກາດຄົບ 60 ປີການສ້າງຕັ້ງ ພ້ອມຊົມເຊີຍຜົນງານລັດຖະບານທ້ອງຖິ່ນ

ວັນທີ 20 ສິງຫາ 2025 ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ໄດ້ເດີນທາງໄປຢ້ຽມຢາມ “ທິເບດ” ຢ່າງເປັນທາງການ ໂດຍເປັນຄັ້ງທີ 2 ທີ່ ທ່ານ ສີ ຈິ້ນຜິງ ໄປຢ້ຽມຢາມທິເບດ ນັບຕັ້ງແຕ່ຮັບຕຳແໜ່ງຜູ້ນຳປະເທດ ໂດຍການຢ້ຽມຢາມທິເບດໃນຄັ້ງນີ້ ປະທານາທິບໍດີຈີນໄດ້ເຂົ້າຮ່ວມພິທີຄົບຮອບ 60 ປີການກໍ່ຕັ້ງເຂດປົກຄອງຕົນເອງທິເບດດ້ວຍ ເຊິ່ງສື່ມວນຊົນຈີນຫຼາຍສຳນັກໄດ້ພ້ອມໃຈກັນລົງຂ່າວການຢ້ຽມຢາມທິເບດຂອງສີ ຈິ້ນຜິງ ແລະ ລາຍງານວ່າ ເປັນການຢ້ຽມຢາມທິເບດທີ່ເຕັມໄປດ້ວຍການສະເຫຼີມສະຫຼອງ ໂດຍມີປະຊາຊົນຈຳນວນຫຼາຍອອກມາຕ້ອນຮັບ. ໃນການຢ້ຽມຢາມທິເບດຄັ້ງນີ້ ປະທານາທິບໍດີ ສີ ຈິ້ນຜິງ ໄດ້ເດີນທາງໄປທີ່ນະຄອນລາຊາ ທີ່ໄດ້ຮັບການຂະນານນາມວ່າເປັນເມືອງຫຼວງທີ່ຕັ້ງຢູ່ສູງທີ່ສຸດໃນໂລກ ເຖິງແມ່ນວ່າສະຖານທີ່ທີ່ມີຄວາມສູງແບບນີ້ ອາດເປັນບັນຫາຕໍ່ສຸຂະພາບຂອງປະທານາທິບໍດີສີທີ່ມີອາຍຸ 72 ປີແລ້ວ ແຕ່ປະທານາທິບໍດີສີໄດ້ຢຶນຢັນຄວາມຕ້ອງການທີ່ຈະເດີນທາງໄປເພື່ອປະທັບກາ ແລະ ລົງນາມເຖິງການມາຢ້ຽມຢາມຂອງທ່ານໃນຄັ້ງນີ້ ປະທານາທິບໍດີສີ ຈິ້ນຜິງ ຍັງໄດ້ກ່າວຊື່ນຊົມລັດຖະບານທ້ອງຖິ່ນໃນການປົກຄອງ ຮັກສາຄວາມສະຫງົບ ແລະ ພັດທະນາທິເບດ ລວມໄປເຖິງການຮັກສາຄວາມໝັ້ນຄົງທາງການເມືອງ […]
ຜູ້ຊົມໃຊ້ໄຟຟ້າຕ້ອງໄດ້ຊຳລະຄ່າໄຟກ່ອນ ວັນທີ 25 ຂອງທຸກໆເດືອນ ຖ້າບໍ່ດັ່ງນັ້ນຈະຖືກງົດກະແສໄຟຟ້າຊົ່ວຄາວ

ການຊຳລະຄ່າໄຟ ຜູ້ຊົມໃຊ້ຕ້ອງໄດ້ປະຕິບັດຈ່າຍກ່ອນ ວັນທີ 25 ຂອງທຸກໆເດືອນ ບໍ່ໃຫ້ມີໜີ້ຄ້າງ ໃນກໍລະນີທີ່ທ່ານຖືກງົດໃຊ້ໄຟຟ້າຊົ່ວຄາວຄວນເຮັດແນວໃດ ? 1. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າໄຟຟ້າທັງໝົດທີ່ລະບຸໄວ້ໃນບິນ 2. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າເຊື່ອມຕໍ່ໄຟຄືນຕາມລະບຽບດັ່ງລຸ່ມນີ້: – ໝໍ້ໄຟ 1 ເຟສ ມູນຄ່າການຕໍ່ຄືນ 100,000 ກີບ/ ໜ່ວຍ / ຄັ້ງ – ໝໍ້ໄຟ 3 ເຟສ ມູນຄ່າການຕໍ່ຄືນ 200,000 ກີບ/ ໜ່ວຍ / ຄັ້ງ – ໝໍ້ນັບໄຟແຮງດັນກາງ 22ກວ 3ເຟສ ມູນຄ່າການຕໍ່ຄືນ 1,500,000 ກີບ/ ໜ່ວຍ / ຄັ້ງ ທີ່ມາ: EDL LAOS
ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ (H.E. Mrs. BATTSETSEG BATMUNKH) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ພະນະທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິ ກາລາຕິນ (FEALAC) ຄັ້ງທີ 10 ໃນລະຫວ່າງວັນທີ 19-23 ສິງຫາ 2025. ໃນຕອນບ່າຍຂອງວັນທີ 20 ສິງຫານີ້ ທີ່ ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ, ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ […]
ແຈ້ງການມອດໄຟ ວັນທີ 21, 24 ສິງຫາ 2025 ບາງເຂດ ເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ

ແຈ້ງການມອດໄຟ ວັນທີ 21, 24 ສິງຫາ 2025 ບາງເຂດເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2
ສະຫະລັດອາເມລິກາເພີ່ມພາສີ 50% ຕໍ່ສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ 400 ລາຍການ ຊີ້ໃຫ້ເຫັນການອຸດຊ່ອງຫວ່າງເພື່ອປ້ອງກັນການຫຼີກລ່ຽງພາສີ

ສະຫະລັດອາເມລິກາເພີ່ມພາສີອີກຄັ້ງ 50% ຂະຫຍາຍໄປເຖິງສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ ລວມກວ່າ 400 ລາຍການ ເພື່ອປ້ອງກັນການຫຼີກລ່ຽງພາສີ ກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຖະແຫຼງການໃນວັນອັງຄານ (19 ສິງຫາ 2025) ວ່າ ສະຫະລັດອາເມລິກາ ໄດ້ປັບເພີ່ມພາສີນຳເຂົ້າເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນສິນຄ້າກວ່າ 400 ລາຍການ ຊຶ່ງລວມເຖິງກັງຫັນລົມ ເຄນຍົກເຄື່ອງ ເຄື່ອງໃຊ້ໄຟຟ້າ ລົດເກ່ຍດິນ ແລະ ເຄື່ອງຈັກສຳລັບງານໜັກປະເພດອື່ນໆ ລວມທັງເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນລົດໄຟ ລົດຈັກຍານຍົນ ເຄື່ອງຍົນເຮືອ ເຟີນິເຈີ ແລະ ຜະລິດຕະພັນອື່ນໆ ອີກຫລາຍຮ້ອຍລາຍການ ກະຊວງການຄ້າລະບຸວ່າ ທາງກະຊວງໄດ້ເພີ່ມປະເພດສິນຄ້າ 407 ປະເພດໃນລາຍການສິນຄ້າອະນຸພັນ (derivative) ຂອງເຫຼັກ ແລະ ອາລູມິນຽມທີ່ຢູ່ພາຍໃຕ້ການຈັດເກັບພາສີນຳເຂົ້າຫຼາຍພາກສ່ວນ (sectoral tariffs) ໂດຍຈະມີການເຮັດເກັບພາສີໃນອັດຕາ 50% ສຳລັບສ່ວນປະກອບທີ່ເປັນເຫຼັກ ແລະ […]
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ. ທ່ານ ຄຳຜຸຍ ສີບຸນເຮືອງ ເລຂາພັກນະຄອນໄກສອນພົມວິຫານ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດນາແກ ບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II ມີລວງຍາວທັງໝົດ 850 ແມັດ, ກວ້າງ 7 ແມັດ, ຄວາມໜາ 20 ຊັງຕີແມັດ ມູນຄ່າການກໍ່ສ້າງທັງໝົດ 2.52 ຕື້ກວ່າກີບ, ໂດຍແມ່ນທຶນປະກອບສ່ວນຈາກນະຄອນໄກສອນພົມວິຫານ, […]
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ

ຈະເກີດຫຍັງຂຶ້ນຖ້າມີຫຸ່ນຍົນທີ່ມີມົດລູກ ທີ່ສາມາດຖືພາ ແລະ ເກີດລູກແທນມະນຸດໄດ້ສຳເລັດ. ນະວັດຕະກຳນີ້ຈະຊ່ວຍແກ້ໄຂບັນຫາການມີລູກຍາກໄດ້ຫຼາຍປານໃດ. ນີ້ແມ່ນຫຸ່ນຍົນຮິວແມນນອຍດ໌ທີ່ພັດທະນາໂດຍປະເທດຈີນຄັ້ງທຳອິດຂອງໂລກ ທີ່ມີມົດລູກປອມ ສາມາດຖືພາເດັກນ້ອຍໄດ້ນານເຖິງ 10 ເດືອນ ແລະ ເກີດລູກແທນມະນຸດໄດ້. ໂຄງການນີ້ນຳໂດຍ ດຣ. ຈາງ ຊີເຟິງ ຈາກມະຫາວິທະຍາໄລເທັກໂນໂລຊີນານຢາງ ມີຈຸດປະສົງເພື່ອຊ່ວຍເຫຼືອຄູ່ສົມລົດທີ່ມີບຸດຕາຍາກ ແລະ ແກ້ໄຂບັນຫາອັດຕາການເກີດທີ່ລົດລົງ. ດຣ. ຈາງ ຊີເຟິງ ກ່າວວ່າ ຫຸ່ນຍົນຕົວນີ້ບໍ່ແມ່ນພຽງແຕ່ຫຸ່ນຍົນຝາກຕົວອ່ອນ ແຕ່ສາມາດຊ່ວຍເຫຼືອມະນຸດທີ່ບໍ່ສາມາດຖືພາໄດ້ຢ່າງຄົບວົງຈອນ. ໂດຍຫຸ່ນຍົນຮິວແມນນອຍດ໌ນີ້ຈະມີຂະໜາດເທົ່າຄົນແທ້ ທີ່ຕິດຕັ້ງມົດລູກປອມໄວ້ໃນຊ່ອງທ້ອງ ເຊິ່ງສາມາດຈຳລອງກະບວນການທັງໝົດ ເລີ້ມຕັ້ງແຕ່ການປະສົມພັນຈົນເຖິງການໃຫ້ກຳເນີດເດັກນ້ອຍອອກມາ. ນະວັດຕະກຳຫຼັກຢູ່ທີ່ເທັກໂນໂລຊີມົດລູກປອມ ເຊິ່ງເດັກນ້ອຍໃນຄັນຈະຈະເລີນເຕີບໂຕໃນນ້ຳຄ່ຳປອມ ແລະ ໄດ້ຮັບສານອາຫານຜ່ານສາຍຢາງ ຄ້າຍຄືການຕັ້ງຄັນຕາມທຳມະຊາດ. ນ້ຳຄ່ຳປອມ ເປັນຫນຶ່ງໃນສ່ວນສຳຄັນທີ່ສຸດຂອງມົດລູກປອມທີ່ໄດ້ຮັບການອອກແບບມາ ເຕັມໄປດ້ວຍສານອາຫານ ແລະ ປະສົບຜົນສຳເລັດໃນການທົດລອງກັບສັດ ເຊັ່ນ: ການລ້ຽງລູກແກະທີ່ເກີດກ່ອນກຳໜົດໃນປີ 2017. ດຣ.ຈາງ ອ້າງວ່າເທັກໂນໂລຊີນີ້ມີຄວາມກ້າວໜ້າໃນຫ້ອງປະຕິບັດການແລ້ວ ຂະນະນີ້ ກຳລັງພັດທະນາການເຮັດວຽກຂອງຫຸ່ນຍົນຮິວແມນນອຍດ໌ໃຫ້ສາມາດມີປະຕິສຳພັນກັບມະນຸດໄດ້ດ້ວຍ. […]
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍປະຕິບັດຕາມແຜນການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ກັບ ຄະນະພັກກອມມູນິດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ປະຈໍາປີ 2025. ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ນໍາໂດຍ ສະຫາຍ ໂຈ ຢີ້ເຈ ກໍາມະການປະຈໍາພັກ ເລຂາທິການພັກ ຫົວໜ້າຫ້ອງວ່າການເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະທັງໝົດ 6 ສະຫາຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-21 ສິງຫາ 2025. ໃນຕອນບ່າຍ ວັນທີ 19 ສິງຫານີ້, ສະຫາຍ ໂຈ ຢີ້ເຈ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ໃນໂອກາດດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ […]