ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025

ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025 ເກີດເຫດໄຟໄໝ້ຮ້ານອາຫານພູຊິໂອ ເສຍຫາຍເກືອບໝົດຮ້ານ ຢູ່ນະຄອນປາກເຊ ແຂວງຈຳປາສັກ. ປັດຈຸບັນ ສາມາດດັບເພີງໄດ້ແລ້ວ ສ່ວນສາເຫດ ແລະ ຄວາມເສຍຫາຍກຳລັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງເຈົ້າໜ້າທີ່.          

ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ

  ຂປລ. ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫລົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ້ງລຸ່ມນີ້:     ໃນນາມຕາງໜ້າກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ການສິ້ນພະຊົນຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ ແຫ່ງ ຣາຊະອານາຈັກໄທ.     ການຈາກໄປຂອງ ພະອົງ ເປັນການສູນເສຍອັນໃຫຍ່ຫລວງ ແລະ ບໍ່ມີສິ່ງໃດທົດແທນໄດ້ […]

ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ

ພາຍຫຼັງພິທີປະກາດຮັບຮອງການສ້າງຕັ້ງສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ, ກໍໄດ້ມີພິທີເປີດປ້າຍສຳນັກງານສະພາການຄ້າດັ່ງກ່າວຢ່າງເປັນທາງການ ໂດຍມີບັນດາການນຳແຂວງອຸດົມໄຊ ແລະ ຜູ້ຕາງໜ້າຈາກຝ່າຍ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.     ໃນພິທີ, ບັນດາການນຳແຕ່ລະຂັ້ນຂອງຝ່າຍລາວ ແລະ ຈີນ ໄດ້ຂຶ້ນມີຄຳເຫັນສະແດງຄວາມຍິນດີຕໍ່ການສ້າງຕັ້ງສະພາການຄ້າຄັ້ງນີ້. ຄຳເຫັນຕ່າງໆໄດ້ເນັ້ນໜັກເຖິງຄວາມສຳຄັນຂອງອົງກອນໃໝ່ນີ້ ໃນການເປັນຂົວຕໍ່ເພື່ອຊຸກຍູ້ການພົວພັນການຄ້າ ແລະ ການລົງທຶນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສະພາການຄ້າຈະເປັນກຳລັງສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງອຸດົມໄຊໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ. ຈາກນັ້ນ, ປະທານສະພາການຄ້າຈີນ ປະຈໍາແຂວງອຸດົມໄຊ, ພ້ອມດ້ວຍການນຳແຂວງ ບັນດາການນຳສຳຄັນທັງສອງຝ່າຍ ໄດ້ຮ່ວມກັນເປີດຜ້າຄຸມປ້າຍສະພາການຄ້າ ຊຶ່ງເປັນການປະກາດເຖິງການເລີ່ມຕົ້ນການເຄື່ອນໄຫວຢ່າງເຕັມທີ່ຂອງອົງກອນນີ້.   ຈຸດປະສົງ ແລະ ຄວາມຄາດຫວັງໃນການສ້າງຕັ້ງ ແລະ ເປີດສຳນັກງານສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ ເພື່ອເຕົ້າໂຮມ ແລະ ຄຸ້ມຄອງ ເປັນສູນກາງໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາບັນດາຫົວໜ່ວຍທຸລະກິດຊາວຈີນທີ່ດຳເນີນທຸລະກິດຢູ່ໃນແຂວງອຸດົມໄຊ. ໃຫ້ການຊ່ວຍເຫຼືອ ແລະ ຄຳປຶກສາແກ່ນັກທຸລະກິດຈີນ ເພື່ອໃຫ້ການດຳເນີນທຸລະກິດເປັນໄປຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.   […]

ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.

ຕອນເຊົ້າມືດວັນທີ 28 ຕຸລາ 2025 ເກີດເຫດມີຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ຢູ່ບ້ານຫາດສາມຄອນ ເມືອງທ່າໂທມ ແຂວງໄຊສົມບູນ ເຮັດໃຫ້ເຂົ້າທີ່ກ່ຽວກອງໄວ້ເສຍຫາຍເກືອບໝົດ. ປັດຈຸບັນ, ເຈົ້າຂອງກອງເຂົ້າໄດ້ແຈ້ງຄວາມຕໍ່ບ້ານແລ້ວ ເພື່ອນຳຊອກຫາຄົນທີ່ລັກຈູດມາຮັບຜິດຊອບຄວາມເສຍຫາຍ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.           ພາບ: Nuan Thong Vvx

ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

  ຂປລ. ໃນວັນທີ 27 ຕຸລາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ຟ້າມ ມິງ ຈິງ ນາຍຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນວັນທີ 26-87 ຕຸລາ 2025.     ໃນໂອກາດນີ້, ສາມນາຍຍົກລັດຖະມົນຕີ ຕ່າງກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະສາມຝ່າຍ ລະຫວ່າງ ລາວ-ຫວຽດນາມ-ກໍາປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ […]

ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

  ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.   ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊິີຍມາຍັງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງປະທານທະນາຄານໂລກຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ແລະ ທະນາຄານໂລກ ຕະຫຼອດໄລຍະ […]

ລາວ-ຈີນ ປຶກສາຫາລືຮ່ວມມື 5 ປະເດັນສໍາຄັນດ້ານກະສິກຳ, ປ່າໄມ້ ແລະ ການຫລຸດຜ່ອນຄວາມທຸກຍາກ

  ໃນວັນທີ 24 ຕຸລາ 2025 ຜ່ານມາ ຢູ່ທີ່ຫ້ອງປະຊຸມທັນສະໄໝ, ກະຊວງການເງິນ ໄດ້ມີກອງປະຊຸມທາງ ໄກ ການຈັບຄູ່ກຸ່ມກະສິກໍາ, ປ່າໄມ້ ແລະ ການຫຼຸດຜ່ອນຄວາມທຸກ ຍາກ ຂອງກອງປະຊຸມ ຄັ້ງທີ 15 ຄະນະປະສານ ງານພາກເໜືອລາວ-ແຂວງຢຸນນານ ທີ່ໄດ້ຈັດຂື້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ບຸນເດດ ສຸດທະວິ ໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ທ່ານ ຈ່ຽງ ຊິງມິງ ຮອງຫົວໜ້າພະແນກກະສິກຳ ແລະ ຊົນນະບົດ ແຂວງຢຸນນານ ສປ ຈີນ, ໂດຍ ມີຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.   ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຜົນຂອງ ການຈັດ ຕັ້ງປະຕິບັດວຽກ ງານການຮ່ວມມື ດ້ານກະສິກຳ, […]

ນາຍຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

  ຂປລ. ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ໄດ້ຮ່ວມລົງນາມໃນຖະແຫລງການວ່າດ້ວຍການຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ເປັນປະເທດທີ 11. ພາຍຫລັງການເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ, ທ່ານ ນາຍຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແບບຄົບຄະນະ ແລະ ແບບວົງແຄບ ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.     ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ປຶກສາຫາລື […]

ປະຕິຫານບໍ່ມີຈິງພົບສົບເຈົ້າໜ້າທີ່ຕຳຫຼວດ ທີ່ຫາຍໂຕໄປຕັ້ງແຕ່ເດືອນສິງຫາ 2025 ທີ່ຜ່ານມາແລ້ວ

  ພົບສົບຮ້ອຍໂທ ເຄນສີ ບຸນຍາເວດ ທີ່ຫາຍຕົວຢ່າງປິດສະໜາແລ້ວ ອີງຕາມການແບ່ງປັນໂພສຂອງຜູ້ໃຊ້ເຟສບຸກຊື່ວ່າຕຸກຕາ ດວງດາລາ ເຊິ່ງເປັນເມຍຂອງ ຂອງຮ້ອຍໂທ ເຄນສີ ບຸນຍາເວດ ເຈົ້າໜ້າທີ່ຕຳຫຼວດ ທີ່ໄດ້ປະຕິບັດພະລາກິດ ໃນຊ່ວງທ້າຍເດືອນ ສິງຫາ 2025 ຜ່ານມາ, ກ່ອນທີ່ຜູ້ກ່ຽວຈະຫາຍໂຕໄປຢ່າງໄຮ້ຮ່ອງຮອຍ ຈົນຮອດປັດຈຸບັນເວລາລວມ 2 ເດືອນກວ່າ. ເຊິ່ງຫຼ້າສຸດ ວັນທີ 26/10/2025, ເມຍຂອງຜູ້ກ່ຽວໄດ້ໂພສມີເນື້ອຫາວ່າ: ຂໍແຈ້ງຂ່າວມໍລະນະກຳໝູ່ເພື່ອນທຸກຄົນ ໃຜຢາກມາຮ່ວມກິນທານແມ່ນມື້ອື່ນໄດ້ສົ່ງສະການ ສະຖານທີ່ສຸສານ ບ້ານເລົ່າງົວ ຂ້າງໂຮງຮຽນ ມສ ຫົວນາ ຂໍໃຫ້ເຈົ້າຂື້ນສະຫັວນຊັ້ນຟ້າເດີ້ພໍ່ຊ້າເດີ້ບໍ່ໄຫ້ຫ່ວງເດີ້ລູກຂ້ອຍຈະເບີ່ງແທນເຈົ້າເອງ (ແຕ່ໃນເບື້ອງຕົ້ນໂພສດັ່ງກ່າາວບໍ່ໄດ້ລະບຸສະຖານທີ່ກາບພົບເຫັນແຕ່ຢ່າງໃດ). ຈາກການໂພສຂອງຜູ້ເປັນເມຍເຮັດໃຫ້ສື່ສັງຄົມອອນລາຍເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ບາງຄວາມຄິດເຫັນກໍສະແດງຄວາມເສຍໃຈ ບາງຄວາມຄິດເຫັນໄດ້ຖາມວ່າ: ເຫັນຢູ່ໃສ, ຄືເຮັດພິທີໄວແທ້ ບໍ່ມີການສືບສວນຕື່ມຫວາ, ແລະ ຂໍໃຫ້ດວງວິນຍານໄປສູ່ສຸກຂະຕິເປັນຕົ້ນ.       ສ່ວນຂໍ້ມູນ ແລະ ລາຍລະອຽດລໍຖ້າເຈົ້າໜ້າທີ່ລາຍງານເພີ່ມເຕີມ ແລ້ວຈະມາແຈ້ງໃຫ້ຊາບພາຍຫຼັງ. ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.   ທ່ານ ວູກວາງຍາກ ໄດ້ແຈ້ງຈຸດປະສົງທີ່ມາຢ້ຽມຢາມແຂວງ ໄຊຍະບູລີ ໂດຍສະເພາະແມ່ນເພື່ອຢ້ຽມຢາມເບິ່ງການພັດທະນາຂອງແຂວງ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ. ທີມງານດັ່ງກ່າວ, ສ່ວນຫຼາຍແມ່ນໄດ້ມາຊ່ວຍ ສປປລາວ, ໂດຍສະເພາະແມ່ນມາຊ່ວຍແຂວງ ໄຊຍະບູລີ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານໃນອາດີດ ຈົນສາມາດໄດ້ຮັບໄຊຊະນະ ແລະ ສາມາດປົດປ່ອຍແຂວງກໍຄືປະເທດຊາດໃນປີ 1975.   ໂອກາດດັ່ງກ່າວ, ທ່ານ ດວງຕາ ໄຊວຸດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ອາດີດທະຫານອາສາສະມັກ ແລະ ຊ່ຽວຊານການທະຫານ ທີ່ໄດ້ສະລະເຮື່ອແຮງເພື່ອເຮັດການປະຕິວັດກໍຄືປົກປັກຮັກສາເຂດນໍ້າແດນດິນອັນຄົບຖ້ວນຂອງແຂວງ ໄຊຍະບູລີໄວ້ໄດ້ຢ່າງໝັ້ນຄົງ ແລະ ເຊື່ອວ່າການຊ່ວຍເຫຼືອ ແລະ ຄວາມສາມັກຄີແບບພິເສດຂອງສອງຊາດລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະແມ່ນແຂວງໄຊຍະບູລີ […]