ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.     ໃນໂອກາດນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ຫວູ ຫງອກ ຫຼີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 8 ແຂວງພາກເໜືອຂອງລາວຄົນໃໝ່ ທີ່ມີສໍານັກງານຕັ້ງຢູ່ ແຂວງຫຼວງພະບາງ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ-ລັດ ກໍຄື ຄະນະນໍາກະຊວງການຕ່າງປະເທດ ແຫ່ງ […]

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກ ຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເພື່ອເຮັດໃຫ້ທຸກຄົນໄດ້ຄໍານຶງເຖິງ ສາຍຕາແມ່ນມີຄວາມສໍາຄັນທີ່ສຸດ, ສາຍຕາເປັນສິ່ງທີ່ປະເສີດ ແລະ ຈົ່ງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ແລະ ເດັກນ້ອຍ ຊຶ່ງປີນີ້ມີຄໍາຂວັນທີ່ວ່າ: ຮັກສາສຸຂະພາບຕາຂອງທ່ານ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນ ແມ່ຍິງລາວ, ຫ້ອງການສາທາລະນະສຸກ, ກົມ, ສູນ ອ້ອມຂ້າງກະຊວງອົງການຈັດຕັ້ງສາກົນ ແລະ ປະຊາຊົນເຂົ້າຮ່ວມ.     ວັນສາຍຕາໂລກເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ, ໃນແຕ່ລະປີທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງ, ວັນສາຍຕາໂລກແມ່ນເປັນເຫດການໜຶ່ງໃນແຕ່ລະປີ ທີ່ທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງ ຊຶ່ງໄດ້ມຸ່ງເນັ້ນ ແລະ ເຈາະຈົງເຖິງບັນຫາຂອງຕາບອດຢູ່ໃນທົ່ວໂລກ ເພື່ອສ້າງຄວາມຮູ້ສຶກ, ສ້າງຄວາມຮັບຮູ້ ແລະ ເຫັນໄດ້ຄວາມສຳຄັນ […]

ຮູບພາບບັນຍາກາດການ ປະຖົມນິເທດ ຂອງງານ Dream Car Art Contest 2025-2026 ທີ່ Toyota Square, Parkson ຊັ້ນ 1.

ພາຍໃນງານໄດ້ມີການອະທິບາຍກະຕິກາ ລາຍລະອຽດຂອງການສະໝັກໂຄງການ ເຊິ່ງມີນ້ອງໆແລະຄູອາຈານ ຈາກຫລາຍໂຮງຮຽນເຂົ້າຮ່ວມອີກດ້ວຍ ທີ່ສຳຄັນປີນີ້ ແມ່ນໄດ້ປະກາດຜູ້ຊະນະເລີດຂອງ ສປປລາວ ທີ່ສາມາດຍາດມາໄດ້ເຖິງ 2 ລາງວັນລະດັບໂລກ ກໍ່ຄື ນາງ ດວງໃຈ ເລ່ ແລະ ນາງ ຈັນດາລາ ມະນີວັນ ທີ່ສາມາດຍາດເອົາລາງວັນ 26 ຜົນງານສຸດທ້າຍທີ່ດີທີ່ສຸດ Toyota Dream Car Art World Contest 2025 ຈາກທັງໝົດ 660,000 ກວ່າ ຜົນງານ 90 ກວ່າປະເທດທົ່ວໂລກ ໃນລຸ້ນອາຍຸ 8-11 ປີ ແລະ 12-15 ປີ. ຂໍສະແດງຄວາມຍິນດີກັບນ້ອງຫຼາຍໆເດີ້! ສຳລັບປີນີ້ກໍ່ຂໍເຊີນນ້ອງໆ ອາຍຸບໍ່ເກີນ 15 ປີມາແຕ້ມຮູບລົດໃນຝັນຈາກຈິນຕະນາການ 🚗 ມາຮ່ວມສ້າງພາບໃນຈິນຕະນາການ ໃຫ້ກາຍເປັນຜົນງານລະດັບໂລກ ຕັ້ງແຕ່ມື້ນີ້ ຈົນເຖິງ 31 ທັນວາ 2025 ສະໝັກກັນມາຫຼາຍໆເດີ້!   […]

ຂ່າວດີ! ຈະຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ທີ່ໂຮງໝໍມະໂຫສົດ

ບັນດາທ່ານພໍ່ແມ່ພີ່ນ້ອງ ຊາວນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໃຜມີລູກຫຼານທີ່ມີບັນຫາອະໄວຍະວະຜິດຮູບ (ສົບແຫວ່ງ-ເພດານໂຫວ່ ) ໃຫ້ມາບໍລິການກວດ ແລະ ການຜ່າຕັດປີ່ນປົວ ຟຣີ ໃນລະຫວ່າງວັນທີ 18 ຫາ 24 ພະຈິກ 2025 ຢູ່ທີ່ພະແນກຜ່າຕັດປົວແປງ-ຕົບແຕ່ງ ໂຮງໝໍມະໂຫສົດ, ໂດຍການຮ່ວມມືກັນລະຫວ່າງທີມງານແພດຊ່ຽວຊານ ໂຮງໝໍມະໂຫສົດ ຮ່ວມກັບ ທີມງານແພດຊ່ຽວຊານ ມູນນິທີ Smiles Chang Lives Uncen ສປ ຈີນ ແລະ ມູນນິທິ ພັດທະນາລ້ານຊ້າງແມ່ຂອງ.   ສະນັ້ນ ຈື່ງຂໍເຊີນຊວນພໍ່ແມ່ພີ່ນ້ອງ ລູກຫຼານ ທີ່ມີບັນຫາຜິດປົກກະຕີທາງຮ່າງກາຍ ດັ່ງກ່າວ ມາຮັບການປີ່ນປົວ ທີ່ພະແນກຜ່າຕັດປົວແປງ-ຕົບແຕ່ງ ໂຮງໝໍມະໂຫສົດ, ທ່ານສາມາດໂທລະສັບສອບຖາມໄດ້ ທີ່ເບີ 020 22249023, 020 77310443 ແລະ 020 77917578 ເພື່ອລົງທະບຽນໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເພື່ອໃຫ້ໝໍໄດ້ກວດເພື່ອຂື້ນແຜນຜ່າຕັດ.   ຂ່າວ:ໜັງສືພິມວຽງຈັນທາຍ

ຊ່ວງນີ້ໂຈນຊຸມຫລາຍໃນວັນທີ 22 ຕຸລາ 2025 ເຫດໂຈນງັດຮ້ານເພັດແຫ່ງໜຶ່ງຕັ້ງຢູ່ເຂດດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ອີງຕາມການແບ່ງປັນຜູ້ໃຊ້ບັນຊີຕິກຕ໋ອກຊື່ວ່າ: SVL.diamond ໃນວັນທີ 22 ຕຸລາ 2025 ຜ່ານມາ, ໄດ້ເກີດເຫດມີໂຈນງັດເຂົ້າຮ້ານຂາຍເພັດສິນວິລາ ຢູ່ໂຊກທະວີດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຕາມການລາຍງານເບື້ອງຕົ້ນລະບຸວ່າ: ຜູ້ກໍ່ເຫດໄດ້ງັດເຂົ້າຮ້ານທາງຫຼັງຄາ ປັດຈຸບັນເຈົ້າໜ້າທີ່ຍັງບໍ່ສາມາດຈັບຕົວຜູ້ກໍ່ເຫດໄດ້ ສ່ວນລາຍລະອຽດ ຄວາມເສຍຫາຍຈະແຈ້ງໃຫ້ຊາບຕື່ມພາຍຫຼັງ. ຂໍໃຫ້ຈັບຄົນຮ້າຍໄດ້ໄວໆ        

ປະທານປະເທດ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ

  ແຈ້ງການຂອງກະຊວງການຕ່າງປະເທດ   ລະຫວ່າງວັນທີ 24-26 ຕຸລາ 2025, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ເພື່ອເປັນແຂກກິດຕິມະສັກ ແລະ ເປັນສັກຂີພະຍານ ໃນການລົງນາມສົນທີສັນຍາດັ່ງກ່າວ ຂອງ ສປປ ລາວ. ພິທີລົງນາມຄັ້ງນີ້ ໂດຍການເປັນເຈົ້າພາບຮ່ວມ ລະຫວ່າງຫວຽດນາມ ແລະ ອົງການສະຫະປະຊາຊາດ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເລືອງ ເກືອງ, ປະທານປະເທດຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕີເຣສ (Antonio Guterres), ເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຊຶ່ງພົນເອກ ວິໄລຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຈະຕາງໜ້າໃຫ້ລັດຖະບານລາວ ລົງນາມສົນທິສັນຍາດັ່ງກ່າວ, ເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຕັ້ງໜ້າຂອງ ລາວ ໃນວຽກງານການສະກັດກັ້ນ ແລະ ຕ້ານອາດຊະຍາກຳທາງໄຊເບີ. […]

ນາຍຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ

  ໃນຕອນແລງວັນທີ 21 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ ALACE EXPO ຂອງສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ປະຈໍາປີ 2025, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວົງໄພ ບຸນມະນີ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ, ບັນດາຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.     ​ ໃນໂອກາດນີ້, ທ່ານ ປະທານສະມາຄົມ ສະຖາປະນິກ ແລະ ວິສະວະກອນໂຍທາລາວ ກໍໄດ້ລາຍງານໃຫ້ຊາບວ່າ: ງານວາງສະແດງສິນຄ້າ ALACE EXPO ເປັນໜຶ່ງໃນ 4 ກິດຈະກໍາປະຈໍາປີ ຂອງ ສສວ […]

ຕອນເຊົ້າມືດຂອງວັນທີ 22 ຕຸລາ 2025 ເຫດລົດເກັງເສຍຫຼັກ ຕໍາລົດຈອດຢູ່ຂ້າງທາງແລ້ວໄຟໄໝ້.

ໃນເວລາປະມານ 00:45 ໂມງກາງຄືນຂອງວັນທີ 22 ຕຸລາ 2025 ເກີດອຸບັດຕິເຫດລົດໃຫຍ່ເສຍຫຼັກຕໍາກັບລົດຈອດຂ້າງທາງແລ້ວໄຟລຸກໄໝ້ ຢູ່ໜ້າໂຮງໝໍເມືອງ ເມືອງສີສັດຕະນາກ, ບ້ານຈອມແຈ້ງ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ຕາມລາຍງານເບື້ອງຕົ້ນ, ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ. ຫຼັງຈາກເກີດເຫດເຈົ້າໜ້າທີ່ດັບເພີງ ສາມາດດັບໄຟໄດ້ແລ້ວ.          

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.

  ໃນວັນທີ 20 ຕຸລາ 2025, ທີ່ ພະລາດຊະວັງ ອິດສະຕານາ ນູຣູ ອີມານ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025.     ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຖິງ ສົມເດັດ ຊຸນຕານ ແລະ ພະລາຊິນີ […]