ຮອງເຈົ້າແຂວງບໍລິຄຳໄຊ ລົງຕິດຕາມສະພາບນໍ້າຖ້ວມຢູ່ 2 ເມືອງ

ຂປລ. ແຫລ່ງ່ຂາວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 1 ຕຸລາ 2025, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງໆບໍລິຄໍາໄຊ ພ້ອມດ້ວຍຄະນະ ລົງຕິດຕາມເບິ່ງສະພາບນໍ້າຖ້ວາມ ຢູ່ເມືອງບໍລິຄັນ ແລະ ເມືອງປາກຊັນ ເນື່ອງຈາກໄດ້ຮັບຜົນກະທົບຈາກພະຍຸບົວລອຍ ໄດ້ເຮັດໃຫ້ເກີດມີຝົນຕົກຕິດຕໍ່ກັນຫລາຍວັນ, ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ລະດັບນໍ້າ ຢູ່ເຂື່ອນໄຟຟ້ານໍ້າງຽບ 1 ເພີ່ມຂຶ້ນເກີນຂອບເຂດກຳນົດໄວ້, ຈຶ່ງປ່ອຍນໍ້າອອກແບບສຸກເສີນ, ເຮັດໃຫ້ນໍ້າງຽບລົ້ນຕາຝັ່ງ, ໄຫລເຂົ້າຖ້ວມບ້ານເຮືອນປະຊາຊົນ ເຂດລຸ່ມເຂື່ອນ ທີ່ຕັ້ງຢູ່ລຽບຕາມແຄມນໍ້າງຽບ ໃນຄໍ່າຄືນຂອງວັນທີ 30 ຕຸລາ 2025, ນໍ້າໄດ້ໄຫລເຂົ້າຖ້ວມບ້ານຫາດຢືນ, ບ້ານທ່າເຮືອ, ບ້ານຊົມຊື່ນ, ບ້ານນໍ້າປາ ເມືອງບໍລິຄັນ ແລະ ບ້ານທົ່ງນ້ອຍ ຄຸ້ມສອງຄອນນໍ້າງຽບ ເມືອງປາກຊັນ ຢ່າງກະທັນຫັນແບບບໍ່ທັນໄດ້ຕັ້ງໂຕ ເຮັດໃຫ້ທີ່ຢູ່ອາໄສ, ເນື້ອທີ່ນາ, ສວນ, ສັດລ້ຽງຂອງພໍ່ແມ່ປະຊາຊົນເສຍຫາຍຢ່າງຫລວງຫລາຍ. ສໍາລັບຢູ່ບ້ານຫາດຢືນ ຈໍານວນຫລັງຄາເຮືອນ 90 ຫລັງຄາ, ບ້ານທ່າເຮືອ 56 ຫລັງຄາເຮືອນ, ບ້ານຊົມຊື່ນມີທັງໝົດ […]
ປະທານປະເທດ ທ່ານ ທອງລຸນ ສີສຸລິດ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີເຫນືອ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິ ວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ໃນລະຫວ່າງວັນທີ 7-8 ຕຸລາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີ. ການຢ້ຽມຢາມ ສປປ ເກົາຫຼີ ຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ ເເລະ […]
ນາຍຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ໃນໂອກາດທີ່ ພະນະທ່ານນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ. ໃນພິທີ, ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ […]
ການນຳກົມປູກຝັງ ເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ

ອີງຕາມ ໜັງສືເຊີນຂອງກົມສຸຂານາໄມພືດ ແລະ ສັດຕະວະແພດ ກະຊວງກະສິກຳ ແຫ່ງ ສ ຣັດເຊຍ ສະບັບລົງວັນທີ 5 ກັນຍາ 2025. ສະນັ້ນ, ໃນລະຫວ່າງວັນທີ 20-26 ກັນຍາ 2025 ຄະນະນຳຂອງກົມປູກຝັງ ຊຶ່ງນຳໂດຍ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເດີນທາງໄປເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ ໂດຍໄດ້ຮັບການຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານ Alexander Vladimirovich Matviychuk ຮອງຫົວໜ້າກົມສຸຂານາໄມພືດ ແລະ ສັດຕະວະແພດ, ກະຊວງກະສິກຳ ແຫ່ງ ສ ຣັດເຊຍ ພ້ອມດ້ວຍ ຄະນະ. ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການກວດກາດ້ານສຸຂານາໄມພືດ, ການເຂົ້າເຖິງຕະຫຼາດສິນຄ້າກະສິກຳ ຂອງ […]
ໃນວັນທີ 02/10/2025 ປະຊາຊົນລາຍງານມາວ່າ ເສັ້ນທາງເວັນພູ9ຫລັກມື້ນີ້ ທຽວໄດ້ປົກກະຕິແລ້ວ ທາງຜູ້ຮັບຜິດຊອບໄດ້ລົງແກ້ໄຂໃຫ້ແລ້ວເດີ

ທຽວໄດ້ປົກກະຕິແລ້ວ ໃນວັນທີ 02/10/2025 ປະຊາຊົນລາຍງານມາວ່າ ເສັ້ນທາງເວັນພູ9ຫລັກມື້ນີ້ ໄປໄດ້ແລ້ວ. ຫຼັງຈາກມື້ວານ 01/10/2025 ຖືກນ້ຳຊຸຖ້ວມ. ຕອນນີ້ ທາງຜູ້ຮັບຜິດຊອບໄດ້ລົງແກ້ໄຂໃຫ້ແລ້ວ.
ຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2025

ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນປະຈໍາປີ 2025 ຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 4-8 ຕຸລາ 2025 ນີ້. ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະທານຄະນະກໍາມະການຈັດງານບຸນໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຕໍ່ສື່ມວນຊົນໃນວັນທີ 2 ຕຸລານີ້ວ່າ: ປັດຈຸບັນເມືອງຈັນທະບູລີມີຄວາມພ້ອມຮອບດ້ານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ນວ. ການຈັດງານບຸນຄັ້ງນີ້, ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວ ນວ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທົດແທນການນໍາເຂົ້າ ແລະ ສົ່ງເສີມການຄ້າ-ຂາຍເຮັດໃຫ້ເສດຖະກິດດີຂຶ້ນ. ພາຍໃນງານບຸນປະກອບມີກິດຈະກໍາ ທາງສາສະໜາ ແລະ ຮີດຄອງປະເພນີ: ວັນທີ 1 ຕຸລາ 2025 ເວລາ 7:00 ໂມງເຊົ້າມີພິທີຄອບໄຄ່ວສະຖານທີ່ສັກສິດ, ເລີ່ມເວລາ 3:00-4:00 ໂມງເຊົ້າຂອງວັນທີ 7 ຕຸລາ 2025 ມີພິທີສູດອອກພັນສາປະວໍລະນາ ເວລາ: 07:00 […]
ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II

ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາຫຼັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ໃນວັນທີ 1 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ສົ່ງເສີມການນຳໃຊ້ປະໂຫຍດທາງດ້ານປະຊາກອນ ໂດຍສຸມໃສ່ວຽກງານການສຶກສາ, ການສ້າງວຽກເຮັດງານທໍາ, ການສ້າງຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມ” ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ທົບທວນການຈັດຕັ້ງປະຕິບັດ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD), ນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາປີ 2019-2030 ແລະ ຜົນກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ I ໃນປີ 2023 ເພື່ອສຸມໃສ່ຈັດຕັ້ງປະຕິບັດທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ […]
ເກີດນໍ້າຖ້ວມສູງ (02/10/2025) ທີ່ວັດປ່າວັງຊ້າງ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ.

ນໍ້າຖ້ວມສູງໃນວັຍທີ (02/10/2025) ທີ່ວັດປ່າວັງຊ້າງ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ.
ຊົມເຊີຍເຈົ້າໜ້າທີ່ທຸກທ່ານ ວັນທີ 01/10/2025 ອ້າຍນ້ອງຊາວໜຸ່ມ ປກສ ແຂວງບໍລິຄຳໄຊ ຮ່ວມກັບ ກອງບັນຊາການ ທະຫານແຂວງ ແລະ ພາກສ່ວນອື່ນໆທົ່ວແຂວງ

ຊົມເຊີຍເຈົ້າໜ້າທີ່ທຸກທ່ານ ວັນທີ 01/10/2025 ພາບການຊ່ວຍເຫຼືອຂອງອ້າຍນ້ອງຊາວໜຸ່ມ ປກສ ແຂວງບໍລິຄຳໄຊ ຮ່ວມກັບ ກອງບັນຊາການ ທະຫານແຂວງ ແລະ ພາກສ່ວນອື່ນໆທົ່ວແຂວງ ທີ່ໄດ້ຊ່ວຍປະຊາຊົນ ບ້ານຊົມຊື່ນ ແລະ ບ້ານນ້ຳປາ ເມືອງບໍລິຄັນແຂວງບໍລິຄຳໄຊ ຂົນເຄື່ອງປະເພດຕ່າງໆໜີຈາກນ້ຳຖ້ວມໃນມື້ວານນີ້. ເຫດນ້ຳຖ້ວມດັ່ງກ່າວເກີດຈາກພາຍຸບົວລອຍທີ່ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ. ພາບ: ປກສ ແຂວງບໍລິຄຳໄຊ
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 02/10/2025

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 02/10/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1392/ກຄພນ ລົງວັນທີ 01 ຕລ. 2025