ຊົມເຊີຍເຈົ້າໜ້າທີ່ທຸກທ່ານ ວັນທີ 01/10/2025 ອ້າຍນ້ອງຊາວໜຸ່ມ ປກສ ແຂວງບໍລິຄຳໄຊ ຮ່ວມກັບ ກອງບັນຊາການ ທະຫານແຂວງ ແລະ ພາກສ່ວນອື່ນໆທົ່ວແຂວງ

ຊົມເຊີຍເຈົ້າໜ້າທີ່ທຸກທ່ານ ວັນທີ 01/10/2025 ພາບການຊ່ວຍເຫຼືອຂອງອ້າຍນ້ອງຊາວໜຸ່ມ ປກສ ແຂວງບໍລິຄຳໄຊ ຮ່ວມກັບ ກອງບັນຊາການ ທະຫານແຂວງ ແລະ ພາກສ່ວນອື່ນໆທົ່ວແຂວງ ທີ່ໄດ້ຊ່ວຍປະຊາຊົນ ບ້ານຊົມຊື່ນ ແລະ ບ້ານນ້ຳປາ ເມືອງບໍລິຄັນແຂວງບໍລິຄຳໄຊ ຂົນເຄື່ອງປະເພດຕ່າງໆໜີຈາກນ້ຳຖ້ວມໃນມື້ວານນີ້. ເຫດນ້ຳຖ້ວມດັ່ງກ່າວເກີດຈາກພາຍຸບົວລອຍທີ່ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ. ພາບ: ປກສ ແຂວງບໍລິຄຳໄຊ            

ທະນາຄານ ADB ຫຼຸດການຄາດຄະເນການເຕີບໂຕຂອງກຸ່ມເສດຖະກິດທີ່ພວມພັດທະນາ

  ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ, ທະນາຄານພັດທະນາອາຊີ ຫຼື ADB ໄດ້ເຜີຍແຜ່ ບົດລາຍງານວິໄສທັດການພັດທະນາອາຊີ 2025 ສະບັບເດືອນກັນຍາ. ເມື່ອທຽບໃສ່ບົດລາຍງານສະບັບທຳອິດທີ່ເຜີຍແຜ່ໃນເດືອນເມສາປີນີ້, ບົດລາຍງານສະບັບດັ່ງກ່າວໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດຂອງກຸ່ມເສດຖະກິດທີ່ພວມພັດທະນາໃນອາຊີປາຊີຟິກ ປີ 2025 ລົງເຖິງ 4.8%, ຂະນະທີ່ການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2026 ໄດ້ປັບຫຼຸດເຖິງ 4.5%. ບົດລາຍງານດັ່ງກ່າວລະບຸວ່າ: ປັດຈຸບັນ, ອັດຕາພາສີຂອງ ສະຫະລັດ ອາເມຣິກາ ໄດ້ຮັກສາຢູ່ໃນລະດັບສູງເປັນປະຫວັດສາດ, ຄວາມບໍ່ແນ່ນອນດ້ານການຄ້າພວມຢູ່ໃນລະດັບສູງແບບບໍ່ເຄີຍມີມາກ່ອນ, ຍ້ອນໄດ້ຮັບຜົນກະທົບດັ່ງກ່າວ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງອິນເດຍ ແລະ ເຂດຕາເວັນອອກສ່ຽງໃຕ້ໄດ້ຖືກປັບຫຼຸດລົງ.ວິໄສທັດການພັດທະນາອາຊີ ເປັນບົດລາຍງານເສດຖະກິດປະຈຳປີທີ່ເປັນສັນຍາລັກຂອງທະນາ ຄານ ADB ຊຶ່ງເປັນການຄາດຄະເນຕໍ່ການພັດທະນາເສດຖະກິດໃນເຂດອາຊີປາຊີຟິກ.

ຄະນະຊີ້ນໍາໂຄງການ BRT ລົງພື້ນທີ່ກວດກາການຮື້ຖອນ 2 ສະຖານີ ຕັ້ງຢູ່ກາງເສັ້ນທາງ ຢູ່ຖະໜົນເສດຖາທິລາດ

  ພາຍຫຼັງທີ່ໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ນະຄອນຫຼວງວຽງຈັນໄດ້ດຳເນີນການກໍ່ສ້າງ ແລະ ຄືບໜ້າຫຼາຍກວ່າ 80% ກໍ່ເກີດມີຫາງສຽງຈົ່ມວ່າຈາກສັງຄົມວ່າ: ໂຄງການດັ່ງກ່າວບາງຈຸດເຮັດໃຫ້ເກີດການສັນຈອນຕິດຄັດຫຼາຍຂຶ້ນ, ເພາະເສັ້ນທາງແຄບ ແຕ່ມີການສ້າງສະຖານີ ລົດເມ BRT ໃສ່ກາງທາງອີກ. ດັ່ງນັ້ນ, ໃນວັນທີ 26 ກັນຍາ 2025 ຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ມີແຈ້ງການໃຫ້ຜູ້ຮັບຜູ້ຊອບໂຄງການ ເລັ່ງຮື້ຖອນ 2 ສະຖານີ ທີ່ຕັ້ງຢູ່ກາງເສັ້ນທາງ ຢູ່ຖະໜົນເສດຖາທິລາດ ແລະ ຮື້ຖອນຄູກັນຂອບທາງລົດເມ ຫຼື ເຄີບແບ່ງເລນສະເພາະຂອງ BRT ແຕ່ໄຟແດງຖະໜົນໄກສອນພົມວິຫານ ຫາ ເສັ້ນທາງ 450 ປີ ເຂົ້າມະຫາວິທະຍາໄລດົງໂດກ. ຫຼ້າສຸດໃນວັນທີ 30 ກັນຍາ 2025 ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງສ (ຍທຂ) ພ້ອມດ້ວຍຄະນະ, ທ່ານ ສີລິລາດທົງສິງ ທອງເພັງ […]

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບຂອງພະຍຸບົວລອຍ ທີ່ບ້ານກໍໄຮ ເມືອງອະນຸວົງ

  ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ໃນວັນທີ 30 ກັນຍາ 2025, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງອະນຸວົງ ເຄື່ອນໄຫວຕິດຕາມສະພາບຄວາມເສຍຫາຍຈາກຜົນກະທົບຂອງພະຍຸບົວລອຍ ທີ່ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ເຮັດໃຫ້ເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ 3 ຄົນ.   ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ຮູ້ວ່າ: ໃນເວລາປະມານທ່ຽງຄືນ ຂອງວັນທີ 29 ກັນຍາ 2025 ໄດ້ມີຝົນຕົກໜັກ ເຮັດໃຫ້ມີນໍ້າໄຫລຊຸ ເອົາເຮືອນປະຊາຊົນ ຈໍານວນ 2 ຫລັງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ນອກນີ້, ຍັງມີເຮືອນຂອງປະຊາຊົນຈໍານວນໜຶ່ງ ທີ່ຢູ່ໃກ້ຄຽງເຂດດັ່ງກ່າວຖືກນໍ້າຖ້ວມ, ເສັ້ນທາງມີການເປ່ເພບໍ່ສາມາດສັນຈອນໄປ-ມາໄດ້, ແຕ່ປັດຈຸບັນ ໄດ້ມີ ກຳລັງ ປກຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ປະຈໍາຢູ່ຈຸດດັ່ງກ່າວ ເພື່ອເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາຊົນໃນເວລາສຸກເສີນ, […]

ແຈ້ງເຕືອນວັນທີ 30 ກັນຍາ 2025 ເກີດຫີນພູເຈື່ອນທັບທາງ ຫົງສາ-ຫຼວງພະບາງ ບໍ່ສາມາດສັນຈອນໄປມາໄດ້ ຊົ່ວຄາວ

ງົດການສັນຈອນຊົ່ວຄາວທາງ ຫົງສາ-ຫຼວງພະບາງ   ວັນທີ 30 ກັນຍາ 2025 ເກີດເຫດຫີນ-ດິນ ເຈື່ອນທັບຖົມເສັ້ນທາງຫົງສາ-ຫລວງພະບາງ ບໍ່ສາມາດສັນຈອນໄປມາໄດ້. ປັດຈຸບັນໜ່ວຍງານກ່ຽວຂ້ອງກຳລັງເຂົ້າກວດກາ ແລະ ແກ້ໄຂ ຄາດວ່າຈະໃຊ້ເວລາ 2-3 ມື້ ຈຶ່ງຈະສາມາດເຄຍເປີດເສັ້ນທາງໄດ້.      

ພາບຄວາມເສຍຫາຍ ນໍ້າຖ້ວມບ້ານຫົວນາ ເມືອງຊຳໃຕ້ ແຂວງຫົວພັນ ວັນທີ 29/09/2025 ຈາກເຫດການນໍ້າໄຫຼຊຸ

ພາບຄວາມເສຍຫາຍ ນໍ້າຖ້ວມບ້ານຫົວນາ ເມືອງຊຳໃຕ້ ແຂວງຫົວພັນ ວັນທີ 29/09/2025 ຈາກເຫດການນໍ້າໄຫຼຊຸຄັ້ງນີ້ເຮັດໃຫ້ບ້ານເຮືອນຂອງປະຊາຊົນ, ລົດໃຫຍ່, ເສົາໄຟຟ້າ, ເຂົ້າໄດ້ຮັບຄວາມເສຍຫາຍ ແລະເຕັມໄປດ້ວຍເສດໄມ້ຈຳນວນຫຼາຍ, ຂໍໃຫ້ທຸກຄົນຜ່ານພົ້ນວິກິດການຄັ້ງນີ້ໂດຍໄວ.                

ຜູ້ປ່ວຍໄຂ້ຍຸງລາຍ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແຕ່ມີກໍລະນີເສຍຊີວິດ ຍັງຢູ່ 1 ຄົນ

ປະຈຸບັນ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເຫັນວ່າການລະບາດຂອງໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ ແຕ່ມີກໍລະນີເສຍຊີວິດ ຍັງຢູ່ 1 ຄົນ.   ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2025 ຫາວັນທີ 28 ກັນຍາ, ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 9,230 ກໍລະນີ, ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 4,663 ກໍລະນີ, ຮອງລົງມາ ແຂວງອຸດົມໄຊ 1,007 ກໍລະນີ, ວຽງຈັນ 680, ຫຼວງນໍ້າທາ 502 ກໍລະນີ ແຂວງອື່ນໆ ອີກ.   ໃນປີ 2024 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 11 ຄົນ ຍ້ອນໄຂ້ຍຸງລາຍ ໃນຂອບເຂດທົ່ວປະເທດລາວ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນປີ 2023 ຜ່ານມາ ຫຼຸດລົງ 9 ຄົນ ຊຶ່ງມີຜູ້ເສຍຊີວິດ 20 […]

ອັດຕາເງິນເຟີ້ລາວ ຊະລໍຕົວ, ແຕ່ຄ່າ ຄອງຊີບຍັງສູງ ຈາກແຮງກົດດັນຂອງລາຄາ ໄຟຟ້າ-ນໍ້າມັນເຊື້ອໄຟ

  ອັດຕາເງິນເຟີ້ຂອງ ສປປ ລາວ ໄດ້ສືບຕໍ່ຊະລໍຕົວລົງຢ່າງໜ້າພໍໃຈ, ທ່າມກາງ ຄວາມທ້າທາຍທີ່ສຳຄັນຍັງຄົງມີຢູ່ ເນື່ອງຈາກລາຄາຂອງໝວດສິນຄ້າ ແລະ ບໍລິການທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ, ໂດຍສະເພາະ ພະລັງງານ, ນ້ຳປະປາ, ແລະ ໝວດສຸຂະພາບ, ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ສູງຢູ່.   ໂດຍ ຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ, ໃນເດືອນກັນຍາ 2025, ອັດຕາເງິນເຟີ້ລວມຂອງປະເທດຢືນຢູ່ທີ່ 4.5%, ເຊິ່ງເປັນການເພີ່ມຂຶ້ນທີ່ຊ້າກວ່າເດືອນຜ່ານມາ, ຊີ້ໃຫ້ເຫັນເຖິງແນວໂນ້ມໃນທາງບວກ.   ຈຸດທີ່ສຳຄັນທີ່ສຸດແມ່ນຜົນສຳເລັດໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໃນຮອບ 9 ເດືອນຕົ້ນປີ 2025 ເຊິ່ງບັນທຶກຢູ່ທີ່ 8.8%. ຕົວເລກນີ້ໄດ້ຫຼຸດລົງຢ່າງຮຸນແຮງເມື່ອທຽບກັບໄລຍະດຽວກັນຂອງປີ 2024 ທີ່ເຄີຍສູງເຖິງ 24.8%. ການຫຼຸດລົງເກືອບ 16 ສ່ວນຮ້ອຍສະແດງເຖິງຄວາມຄືບໜ້າທີ່ຍິ່ງໃຫຍ່ໃນການສ້າງສະຖຽນລະພາບທາງດ້ານລາຄາ.   ເຖິງແມ່ນວ່າຕົວເລກລວມຈະດີຂຶ້ນ, ລາຍລະອຽດສະແດງໃຫ້ເຫັນວ່າປະຊາຊົນຍັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນໃນໝວດສິນຄ້າຈຳເປັນເຊັ່ນ: ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນສູງທີ່ສຸດໃນເດືອນກັນຍາດ້ວຍ 18.2%, ໂດຍສະເພາະແມ່ນຄ່າບໍລິການຕ່າງໆ ແລະ ເຄື່ອງໃຊ້ປະຈຳວັນ.ທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ […]