ອັດຕາເງິນເຟີ້ລາວ ຊະລໍຕົວ, ແຕ່ຄ່າ ຄອງຊີບຍັງສູງ ຈາກແຮງກົດດັນຂອງລາຄາ ໄຟຟ້າ-ນໍ້າມັນເຊື້ອໄຟ

  ອັດຕາເງິນເຟີ້ຂອງ ສປປ ລາວ ໄດ້ສືບຕໍ່ຊະລໍຕົວລົງຢ່າງໜ້າພໍໃຈ, ທ່າມກາງ ຄວາມທ້າທາຍທີ່ສຳຄັນຍັງຄົງມີຢູ່ ເນື່ອງຈາກລາຄາຂອງໝວດສິນຄ້າ ແລະ ບໍລິການທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ, ໂດຍສະເພາະ ພະລັງງານ, ນ້ຳປະປາ, ແລະ ໝວດສຸຂະພາບ, ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ສູງຢູ່.   ໂດຍ ຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ, ໃນເດືອນກັນຍາ 2025, ອັດຕາເງິນເຟີ້ລວມຂອງປະເທດຢືນຢູ່ທີ່ 4.5%, ເຊິ່ງເປັນການເພີ່ມຂຶ້ນທີ່ຊ້າກວ່າເດືອນຜ່ານມາ, ຊີ້ໃຫ້ເຫັນເຖິງແນວໂນ້ມໃນທາງບວກ.   ຈຸດທີ່ສຳຄັນທີ່ສຸດແມ່ນຜົນສຳເລັດໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໃນຮອບ 9 ເດືອນຕົ້ນປີ 2025 ເຊິ່ງບັນທຶກຢູ່ທີ່ 8.8%. ຕົວເລກນີ້ໄດ້ຫຼຸດລົງຢ່າງຮຸນແຮງເມື່ອທຽບກັບໄລຍະດຽວກັນຂອງປີ 2024 ທີ່ເຄີຍສູງເຖິງ 24.8%. ການຫຼຸດລົງເກືອບ 16 ສ່ວນຮ້ອຍສະແດງເຖິງຄວາມຄືບໜ້າທີ່ຍິ່ງໃຫຍ່ໃນການສ້າງສະຖຽນລະພາບທາງດ້ານລາຄາ.   ເຖິງແມ່ນວ່າຕົວເລກລວມຈະດີຂຶ້ນ, ລາຍລະອຽດສະແດງໃຫ້ເຫັນວ່າປະຊາຊົນຍັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນໃນໝວດສິນຄ້າຈຳເປັນເຊັ່ນ: ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນສູງທີ່ສຸດໃນເດືອນກັນຍາດ້ວຍ 18.2%, ໂດຍສະເພາະແມ່ນຄ່າບໍລິການຕ່າງໆ ແລະ ເຄື່ອງໃຊ້ປະຈຳວັນ.ທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ […]

ລັດຖະບານລາວຈະປັບປຸງລາຄາໄຟຟ້າເລີ່ມຕົ້ນເດືອນຕຸລານີ້ ເຊິ່ງຈະຍົກເລີກການໃຫ້ໄຟຟ້າຟຣີແກ່ຄອບຄົວທຸກຍາກ ແລະ ຄົວເຮືອນທີ່ໃຊ້ໄຟໜ້ອຍ.

  ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃນວັນທີ 23 ກັນຍາ ເພື່ອປັບປຸງອັດຕາຄ່າໄຟຟ້າໃໝ່ເລີ່ມແຕ່ເດືອນຕຸລາ 2025 ຈົນເຖິງເດືອນທັນວາ 2029. ແຈ້ງການດັ່ງກ່າວ ໄດ້ສັ່ງໃຫ້ ໄຟຟ້າລາວ (EDL) ຈັດຕັ້ງປະຕິບັດອັດຕາໃໝ່ ແລະ ປັບປຸງປະສິດທິພາບການດຳເນີນງານ ເພື່ອຮັບປະກັນຄວາມຍືນຍົງໃນໄລຍະຍາວຂອງບໍລິສັດ.   ໃນຕົ້ນປີນີ້, ກະຊວງພະລັງງານ ແລະ ບໍ່ແຮ່ (ໃນເມື່ອກ່ອນ) ໄດ້ປະກາດແຜນການປັບປຸງລາຄາໄຟຟ້າໃນໄລຍະປີ 2025–2029 ເພື່ອໃຫ້ສອດຄ່ອງກັບສະພາບການດຳເນີນທຸລະກິດຂອງ EDL, ໂດຍຄາດວ່າລາຄາຈະເພີ່ມຂຶ້ນເທື່ອລະກ້າວຕະຫຼອດໄລຍະດັ່ງກ່າວ.   ການປະກາດດັ່ງກ່າວໄດ້ສ້າງຄຳຖາມຢ່າງກວ້າງຂວາງ, ລວມທັງໃນກອງປະຊຸມສະພາແຫ່ງຊາດທີ່ຜ່ານມາ, ໂດຍມີການຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນນະໂຍບາຍນີ້.   ນະໂຍບາຍໄຟຟ້າຟຣີໄດ້ນຳໃຊ້ໃຫ້ແກ່ຄົວເຮືອນທຸກຍາກທີ່ໃຊ້ໄຟຟ້າບໍ່ເກີນ 25 kWh ຕໍ່ເດືອນ. ພາຍໃຕ້ນະໂຍບາຍໃໝ່, ຄົວເຮືອນເຫຼົ່ານີ້ຈະຕ້ອງຈ່າຍ 521 ກີບ ຕໍ່ kWh. ອັດຕາໄຟຟ້າພື້ນຖານໃນປັດຈຸບັນ, ບໍ່ລວມນະໂຍບາຍຟຣີ, ແມ່ນ 696 ກີບ ຕໍ່ kWh, ອີງຕາມເວັບໄຊທ໌ຂອງ EDL.   […]

ສະຫຼຸບຜົນການແຂ່ງຂັນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025

  ບຸນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27-28 ກັນຍາ 2025 ທີ່ທ່າວັດຈອມແຈ້ງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ​ມີການແຂ່ງຂັນສິລະປະເຊີ້ງງາມ-ເຊີ້ງມ່ວນ, ໂດຍມີ 8 ພາກສ່ວນເຂົ້າຮ່ວມແຂ່ງຂັນ; ຄຽງຄູ່ກັນນັ້ນກໍ່ໄດ້ຈັດການແຂ່ງຂັນເຮືອຊ່ວງປະເພດ 12 ສີພາຍ, ເຊິ່ງມີທັງໝົດ 12 ລໍາ ແລະ ພາກບ່າຍເປັນການແຂ່ງຂັນເຮືອຊ່ວງໃຫຍ່ປະເພດ 55 ສີພາຍ ປະກອບມີ 10 ລໍາ ທີ່ເຂົ້າຮ່ວມການແຂ່ງຂັນ.   ຜົນຂອງການແຂ່ງຂັນ ແລະ ລາຍລະອຽດຂອງລາງວັນແຕ່ລະປະເພດມີດັ່ງນີ້:   ຜົນການແຂ່ງຂັນປະເພດເຮືອໄຟ: – ອັນດັບທີ 1: ບ້ານ ຈອມເພັດໃຕ້, ໄດ້ຮັບເງິນລາງວັນ 8.000.000 ກີບ. – ອັນດັບທີ 2: ກຸ່ມທາດຂາວ, ໄດ້ຮັບເງິນລາງວັນ 6.000.000 ກີບ. – ອັນດັບທີ 3: ກຸ່ມສວນມອນ, ໄດ້ຮັບເງິນລາງວັນ […]

ຊາວພຸດຮ່ວມຖວາຍ ຜ້າປ່າສາມັກຄີ ແລະ ເທທອງຫລໍ່ພະ ຢູ່ວັດປ່ານາຄູນນ້ອຍ

  ຂປລ. ໃນວັນທີ 27 ກັນຍາ 2025 ນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມຖວາຍຜ້າປ່າສາມັກຄີ ໃນໂອກາດບຸນທັກຂີນານຸປາທານ ອຸທິດກຸສົນ 12 ປີ ການຈາກໄປຂອງພະອາຈານໃຫຍ່ ມະຫາ ຊາລີ ກັນຕະສີໂລ ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນຳພາໂດຍພະອາຈານ ວັນຄໍາ ວົງສາສຸລິນ ຄະນະປະຈຳຫົວໜ້າກຳມາທິການປົກຄອງສົງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີບັນດາພະສົງສາມະເນນ ຈາກວັດແຫ່ງຕ່າງໆ ພາຍໃນເມືອງນາຊາຍທອງ, ເຖົ້າແກ່ແນວໂຮມບ້ານນາຄູນນ້ອຍ ແລະ ອຳນາດການປົກຄອງເມືອງນາຊາຍ ເຂົ້າຮ່ວມ.   ການຖະຫວາຍຜ້າປ່າສາມັກຄີ ໃນຄັ້ງນີ້, ລວມປັດໄຈ ໄດ້ທັງໝົດ 600 ກວ່າລ້ານກີບ ເຊິ່ງປັດໄຈທີ່ໄດ້ຮັບ ຈະນຳໄປສົມທົບທຶນໃນການສ້າງເສັ້ນທາງ 80 ປີ ພະອາຈານໃຫຍ່ມະຫາ ຊາລີ ກັນຕະສີໂລ (ທາງເບຕົງເສີມເຫລັກ) ເຂົ້າຫາວັດປ່ານາຄູນນ້ອຍ ແລະ ນຳໄປສ້າງສາພັດທະນາວັດ ໃຫ້ສວຍງາມຂຶ້ນກວ່າເກົ່າ.   […]

ນາຍຍົກລັດຖະມົນຕີ ກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ ສປຊ ສະໄໝທີ 80

  ຂປລ. ໃນ ວັນທີ 27 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະ ຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ ທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ, ສະຫະ ລັດ ອາເມລິກາ.   ໃນບົດປາໄສ, ທ່ານ ນາຍຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ວາລະຄົບຮອບ 80 ປີ ຂອງການສ້າງຕັ້ງອົງການສະຫະປະຊາຊາດ ຊຶ່ງຖືເປັນຂີດໝາຍສໍາຄັນດ້ານປະຫວັດສາດ ແລະ ຍັງເປັນໂອກາດອັນດີໃຫ້ແກ່ບັນດາປະເທດສະມາຊິກ ສະຫະປະຊາຊາດ ໄດ້ລະນຶກເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງ ວົງຄະນະຍາດສາກົນ ໃນການຊອກສະແຫວງຫາເສັ້ນທາງໃໝ່ […]

ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!

ໃນຕອນຄ່ຳຂອງວັນທີ 25/09/2025 ທີ່ຜ່ານມາ, ເຈົ້າໜ້າທີ່ສາມາດຈັບຕົວຜູ້ກໍ່ເຫດປຸ້ນຄຳໄດ້ແລ້ວ 1 ຄົນ ຊື່: ທ້າວ ຕື່ເລົ່າ ອາຍຸ 31 ປີ ບ້ານພູຊ້າງຄຳ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ສ່ວນຜູ້ຮ່ວມກໍ່ເຫດອີກ 1 ໜຶ່ງ ຊື່: ທ້າວ ປິກ ຢູ່ ເມືອງຈອມເພັດ ແຂວງຫຼວງພະບາງ ເຈົ້າໜ້າທີ່ນຳຈັບຕົວມາດຳເນີນຄະດີໄດ້ແລ້ວໃນຕອນບ່າຍມື້ນີ້ວັນທີ 26/09/2025. ປັດຈຸບັນ, ທາງເຈົ້າໜ້າທີ່ກຳລັງນຳຕົວໄປສືບສວນ-ສອບສວນ ເພື່ອຊອກຫາປືນທີ່ໃຊ້ກໍ່ເຫດ ແລະ ເກັບກູ້ຄຳຄືນມາ.          

ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ

ໃນວັນທີ 26/09/2025 ນີ້, ທີ່ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງຫຼວງພະບາງ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ 28 ກັນຍາ 2025, ໂດຍເປັນປະທານຂອງ ທ່ານ ຊາຍພອນ ຈັນທຸມມາ ຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ, ມີຫົວໜ້າຂະແໜງພາຍໃນພະແນກ ແລະ ປະຊາຊົນຜູ້ມີສັດລ້ຽງ ປະເພດໝາ ແລະ ແມວ ເຂົ້າຮ່ວມ. (ງານນີ້ສັກຟຣີ ບໍ່ເສຍຄ່າໃຊ້ຈ່າຍ)              

ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ

  ຈາກການລາຍງານຂອງໜ່ວຍກູ້ໄພ ຊ່ວຍເຫຼືອສັງຄົມ ໃຫ້ຮູ້ວ່າ: ໃນວັນທີ່ 25/9/2025 ເວລາ 8:30 ນາທີ ໄດ້ຮັບແຈ້ງຈາກປະຊາຊົນວ່າ: ມີຄົນຈົມນໍ້າ ຈຸດເກີດເຫດ ຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ທາງໜ່ວຍກູ້ໄພ ຈຶ່ງໄດ້ອອກກວດສອບຈຸດເກີດເຫດ ພົບຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍຊື່ ທ້າວ ສອນ ອາຍຸ 37 ປີ ຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ອາການແມ່ນເສຍຊີວິດໃນຈຸດເກີດເຫດແລ້ວ. ໜ່ວຍກູ້ໄພຊ່ວຍເຫຼືອສັງຄົມ ຈື່ງໄດ້ນໍາສົ່ງໄປວັດເພື່ອໃຫ້ພີ່ນ້ອງເພີ່ນເຮັດພິທີທາງສາດສະໜາ.

5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ

  ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ທີ່ຫໍປະຊຸມແຫ່ງຊາດວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ, ລັດຖະບານ, ອົງຄະນະພັກ ນວ ການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດ ຂອງສະພາປະຊາຊົນ ນວ ແລະ ການບໍລິຫານງານ ຂອງອົງການປົກຄອງ ນວ ສົມທົບກັບການສະໜັບສະໜູນຂອງການຈັດຕັ້ງທຸກຂັ້ນ, ການຊ່ວຍເຫຼືອຂອງເພື່ອນມິດ ແລະ ຄູ່ຮ່ວມພັດທະນາ, ພ້ອມກັບກໍາລັງແຮງ ຂອງຊາວ ນວ ຈຶ່ງເຮັດໃຫ້ພວກເຮົາສາມາດຜ່ານມາ ຄວາມຫຍຸ້ງຍາກຕ່າງໆມາໄດ້, ຊຶ່ງຜ່ານການຈັດຕັ້ງປະຕິບັດ ໃນ 105 ຄາດໝາຍ, ໃນນັ້ນ ມີ 79 ຄາດໝາຍຄືບໜ້າດີ, ມີ 25 ຄາດໝາຍຈະບໍ່ບັນລຸ ແລະ ມີ 1 ຄາດໝາຍ ຍັງເກັບກໍາຂໍ້ມູນ (ຄາດໝາຍອາຍຸຍືນສະເລ່ຍ 75 ປີ) ສະແດງອອກ ບາງດ້ານຄື: […]

ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.

ເສຍຊີວິດຄາທີ່ 1 ຄົນ ເສັ້ນທາງບ. ຍວນ ມ.ແປກ ຂ.ຊຽງຂວາງຈາກການລາຍງານຂອງ ໜ່ວຍກູ້ໄພ1623ຊຽງຂວາງ ໃຫ້ຮູ້ວ່າ: ໃນວັນທີ 24/09/2025 ເວລາ 17:30 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດວ່າ: ມີເຫດລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.   ໜ່ວຍງານກູ້ໄພ 1623 ແຂວງຊຽງຂວາງ ອອກກວດສອບເຫດພົບເຫັນ (ຜູ້ເສຍຊິວິດໃນສະຖານທີ່ເກີດເຫດ 1 ຄົນ)ເປັນເພດຊາຍ, ອາຍຸ 38 ປີ, ສັນຊາດລາວ, ສະພາບເບື້ອງຕົ້ນຜູ້ເສຍຊິວິດ ແຂນຂວາຜິດຮູບ, ເລືອດອອກຫູ, ກະທົບຫົວ ມີບາດແຜຖະຫຼອກຕາມຕົນໂຕ.