ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.

. ທ່ານ ນາງ ດວງຕາ ມາດມະນີສອນ ປະທານກຸ່ມບໍລິສັດ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງການປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ໄດ້ໃຫ້ສໍາພາດຜ່ານສື່ມວນຊົນແຂວງ ໃນວັນທີ 19 ກັນຍາ 2025 ວ່າ : ພາຍຫຼັງແຂວງຄໍາມ່ວນຕົກລົງມອບໃຫ້ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງ ແມ່ນໄດ້ເລີ່ມລົງມືກໍ່ສ້າງນັບແຕ່ທ້າຍເດືອນເມສາ ເປັນຕົ້ນມາ, ເຕັກນິກການອອກແບບກໍ່ສ້າງແບບລຽນຫີນ, ຂະໜາດລວງຍາວທັງໝົດ 180 ແມັດ, ກວ້າງຂະຫຍາຍໜ້າທາງເບື້ອງໃນ 28.91 ແມັດ, ຈຸດແຄບສຸດ 15 ແມັດ, ຈຸດພັກຂັ້ນໃດກວ້າງ 5 ແລະ 3 ແມັດ, ມີໄລຍະປະຕິບັດໂຄງການ 24 ເດືອນ, ຄວາມຄືບໜ້າຮອດປະຈຸບັນປະຕິບັດສໍາເລັດ 100%, ສ່ວນວຽກງານຕົບແຕ່ງ ທາງບໍລິສັດຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມແຜນອອກແບບໂຄງການ ໃນໄລຍະຕໍ່ໄປ. ດັ່ງທີ່ຮູ້ນໍາກັນແລ້ວວ່າໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມແມ່ນໍ້າຂອງເຂດພຣະທາດສີໂຄດຕະບອງແມ່ນມີຄວາມສໍາຄັນຫຼາຍ ເພາະພຣະທາດສີໂຄດຕະບອງ ແມ່ນປູສະນີຍະສະຖານທີ່ເກົ່າແກ່ທາງດ້ານວັດທະນະທໍາ, ເປັນສະຖານທີ່ມີຄວາມສັກສິດ, ສັກກະລະບູຊາ ຄູ່ກັບປະຊາຊົນລາວ ເວົ້າສະເພາະຊາວແຂວງຄຳມ່ວນ ເນື່ອງຈາກຮາກຖານຂອງອົງພຣະທາດ ຕັ້ງຢູ່ໃກ້ກັບຕາຝັ່ງແມ່ນໍ້າຂອງ ແລະ ຜ່ານການສຳຫຼວດຂອງວິຊາການ ເຫັນວ່າມີຄວາມສ່ຽງຕໍ່ການເຊາະເຈື່ອນຂອງຕາຝັ່ງ.   ສະນັ້ນ, […]

ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ

ຕາມການລາຍງານຂອງໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ ໃນມື້ວານນີ້ໃຫ້ຮູ້ວ່າ: ໄດ້ພົບເຫັນຜູ້ເສຍຊີວິດ 2 ຄົນຂໍ້ມູນຜູ້ເສຍຊີວິດ ທີ່ ເປັນເພດ ຊາຍ ຊື່ ທ້າວ ລຸນ ອາຍຸ 36 ປີ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ແລະ ຜູ້ທີ່ເປັນເພດ ຍິງບໍ່ຊາບຊື່.     ສ່ວນສາເຫດຂອງການເສຍຊີວິດຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ, ລາຍລະອຽດຕ່າງໆຈະລາຍງານຕາມພາຍຫຼັງ.   ທີ່ມາ: ໜັງສືພິມວຽງຈັນທາຍ

ກັກຕົວຊາຍໜຸ່ມ ຊື້ລົດຈັກເຖື່ອນ ແລະ ແຍກເປັນຊິ້ນສ່ວນຂາຍ

  ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ລາຍງານວັນທີ 23 ກັນຍາ 2025 ນີ້ວ່າ: ໃນວັນທີ 19 ສິງຫາ 2025 ເຈົ້າໜ້າທີ່ຕໍາຫລວດວິຊາສະເພາະ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ກັກຕົວໄດ້ 1 ຄົນ ຊື່ທ້າວ ໄຊ ວ່າງ ອາຍຸ 39 ປີ ບ້ານເກີດນາປີນ ເມືອງຊໍາໃຕ້ ແຂວງຫົວພັນ ພັກເຊົ່າຢູ່ທີ່ບ້ານນາເລົາ ເມືອງໂພນໂຮງ ຜູ້ກ່ຽວໄດ້ຊື້ລົດເຖື່ອນແລ້ວມ້າງແຍກຊິ້ນສ່ວນລົດຈັກເຖື່ອນ ນຳມາຝາກຢູ່ບໍລິສັດຂົນສົ່ງ ຢູ່ເຂດຫຼັກ52. ​ ຜູ້ກ່ຽວ​ສາລະພາບວ່າ : ວັນທີ 16 ສິງຫາ 2025 ເວລາປະມານ 18:00 ໂມງ ໄດ້ມີຄົນໂທລະສັບມາຖາມຂາຍລົດຈັກເວບ 100 ສີຂຽວດຳ ໃນລາຄາ 10,000,000 ກີບ ແຕ່ຜູ້ກ່ຽວໄດ້ຕໍ່ລອງລາຄານຳ ວ່າ 5,300,000 ກີບ.   […]

ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິ່ງ ເປີດງານແລກປ່ຽນວັດທະນະທຳສາກົນ ຄັ້ງທີ 17

ຂປລ. ນັກສຶກສາລາວຢູ່ນະຄອນຫລວງປັກກິ່ງ ນໍາເອົາອາຫານ, ສຽງ ແຄນ ແລະ ສິລະປະ-ວັດທະນະທໍາລາວມາສະແດງຜ່ານສາຍຕາຜູ້ຊົມ ຫລາຍຮ້ອຍຄົນ ໄດ້ສ້າງຄວາມສົນໃຈຢ່າງຫລວງຫລາຍໃນງານແລກ ປ່ຽນວັດທະນະທໍາສາກົນຄັ້ງທີ 17 ເຊິ່ງຈັດຂຶ້ນໃນວັນທີ 21 ກັນຍາ 2025 ຜ່ານມານີ້, ທີ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິ່ງ     ( University of Science and Technology Beijing ), ນະຄອນຫລວງປັກ ກິ່ງ, ສປ ຈີນ. ໃນງານດັ່ງກ່າວມີນັກສຶກສາຈາກ ສປປ ລາວ, ບັນດາຊາດອາຊຽນ, ເຂດ ຢູຣາເຊຍ, ອາຟຣິກກາ, ເອີຣົບ ແລະ ຊາດອື່ນໆ ເຂົ້າຮ່ວມຢ່າງຫລວງຫລາຍ. ງານແລກປ່ຽນວັດທະນະທຳນາໆຊາດຄັ້ງນີ້ມີຈຸດປະສົງ ເພື່ອເປີດໂອກາດ ໃຫ້ນັກສຶກສາຕ່າງປະເທດ ໄດ້ເຜີຍແຜ່ວັດທະນະທໍາອັນດີງາມທີ່ເປັນເອກະ ລັກ ພາຍໃນປະເທດຂອງຕົນອອກສູ່ສາຍຕາສາກົນໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍຜ່ານກິດຈະກໍາຕ່າງໆເຊັ່ນ: ງານວາງສະແດງອາຫານ-ເຄື່ອງດື່ມ, ການ […]

ວັນທີ 23 ມີນາ 2025 “ວັນວິສຸວັດ” (Vernal Equinox)

  ວັນທີ 23 ມີນາ 2025 “ວັນວິສຸວັດ” (Vernal Equinox) ແມ່ນວັນທີ່ກາງເວັນຍາວເທົ່າກັບກາງຄືນ ໂດຍດວງອາທິດຈະຢູ່ໃນຕໍາແໜ່ງຕັ້ງສາກກັບເສັ້ນສູນສູດຂອງໂລກພໍດີ, ເຮັດໃຫ້ເປັນມື້ທີ່ກາງເວັນ ແລະ ກາງຄືນຍາວເທົ່າກັນ ສໍາລັບວັນວິສຸວັດຈະເກີດຂຶ້ນພຽງ 2 ເທື່ອຕໍ່ປີ ໃນໄລຍະເດືອນມີນາ ແລະ ເດືອນກັນຍາຂອງທຸກໆປີ ສໍາລັບມື້ນີ້ຈະເຫັນໄດ້ວ່າດວງອາທິດຂຶ້ນປະມານ 06:07 ໂມງ ແລະ ຈະລາຂອບຟ້າເວລາປະມານ 18:13 ໂມງ (ເວລາທີ່ນະຄອນຫລວງວຽງຈັນ)  

ນັກສຶກສາລາວທີ່ນະຄອນຫຼວງປັກກິ່ງ ຮ່ວມເຜີຍແຜ່ວັດທະນະທໍາລາວສູ່ສາກົນ

ນັກສຶກສາລາວຢູ່ນະຄອນຫຼວງປັກກິ່ງຂອງຈີນ ນໍາເອົາອາຫານ, ເຄື່ອງດື່ມ, ສຽງແຄນ ແລະ ສິລະປະວັດທະນະທໍາລາວ ໄປສະແດງຜ່ານສາຍຕາຜູ້ຊົມໃນງານແລກປ່ຽນວັດທະນະທໍາສາກົນ ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີປັກກິ່ງ ໃນວັນທີ 21 ກັນຍານີ້. ງານຄັ້ງນີ້ ມີນັກສຶກສາຈາກຈີນ, ອາຊຽນ, ຢູເຣເຊຍ, ອາຟຣິກາ, ເອີຣົບ ແລະ ອື່ນໆ ເຂົ້າຮ່ວມຢ່າງຫຼວງຫຼາຍ.         ຈຸດປະສົງເພື່ອເປີດໂອກາດໃຫ້ນັກສຶກສາຕ່າງປະເທດ ໄດ້ເຜີຍແຜ່ວັດທະນະທໍາອັນດີງາມທີ່ເປັນເອກະລັກຂອງຊາດ ອອກສູ່ສາຍຕາສາກົນໄດ້ຮັບຮູ້ ແລະ ເຂົ້າໃຈໂດຍຜ່ານກິດຈະກໍາຕ່າງໆ ເຊັ່ນ: ງານວາງສະແດງອາຫານ-ເຄື່ອງດື່ມ, ການສະແດງສິລະປະວັດທະນະທໍາ, ວິທີປຸງແຕ່ງອາຫານ ແລະອື່ນໆ. ພ້ອມທັງເປີດໂອກາດໃຫ້ບັນດານັກສຶກສາໄດ້ໃຊ້ເວລາໃກ້ຊິດຕິດແທດກັນຫຼາຍຂຶ້ນເພື່ອສົ່ງເສີມຄວາມສາມັກຄີຮັກແພງເຊິ່ງກັນແລະກັນ.     ສໍາລັບນັກສຶກສາລາວ ໄດ້ນໍາເອົາອາຫານທີ່ເປັນເອກະລັກຂອງຊາດ ເຊັ່ນ: ເຂົ້າໜຽວ, ລາບ, ຕໍາໝາກຫຸ່ງ ເຄື່ອງດື່ມປະເພດກາເຟລາວ, ເບຍລາວ ແລະ ອື່ນໆ ໄປວາງສະແດງ ແລະ ເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ຊີມລົດຊາດ. ນອກຈາກນີ້ຍັງໄດ້ຂຶ້ນເວທີສະແດງສິລະປະເປົ່າແຄນ, ຟ້ອນ ແລະ […]

ຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມແລກປ່ຽນ ການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊຸມແລກ ປ່ຽນການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025 ແລະ ກອງປະຊຸມຮ່ວມມືເສດຖະກິດຂ້າມຊາຍແດນຈີນ-ຫວຽດນາມ ຢູ່ເມືອງນານໜິງ ແຂວງກວາງຊີ ສປ ຈີນ.       ທ່ານຮອງລັດຖະມົນຕີ ກຕສ ໄດ້ກ່າວວ່າ: ໃນໄລຍະ 3 ປີຜ່ານມາ, ທາງລົດໄຟຈີນ-ລາວ ໄດ້ເປີດການນຳໃຊ້ ເຮັດໃຫ້ ສປປ ລາວ ມີການຂະຫຍາຍຕົວ ດ້ານສິນຄ້າອຸດສາຫະກຳທີ່ກ້າວໜ້າ ແລະ ການຮ່ວມມືຂ້າມຊາຍແດນໄຫລເຂົ້າມາຢ່າງບໍ່ຢຸດຢັ້ງ, ເປັນການສະທ້ອນໃຫ້ເຫັນເຖິງ ການເຊື່ອມຕໍ່ລະຫວ່າງ ຈີນ-ອາຊຽນ, ການຂະຫຍາຍຕົວ ແລະ ການພັດທະນາຂອງພາກພື້ນ. ປັດຈຸບັນ, ສປປ ລາວ ພວມກ້າວໄປສູ່ເປົ້າໝາຍການເຕີບໂຕທາງດ້ານເສດຖະ ກິດ ໃນປີ 2025 […]

ເຕືອນໃຫ້ລະວັງຄົນມັກໄປເກັບເຫັດມາກິນເສຍຊີວິດແລ້ວ 3 ຄົນ ສາຫັດ 1 ຄົນປະຊາຊົນບ້ານນາສ້າງໃຜ່

  ໃນວັນທີ 18/9/2025 ເກີດເຫດ ປະຊາຊົນບ້ານນາສ້າງໃຜ່ ນະຄອນຫຼວງວຽງຈັນ ໄດ້ໄປເກັບເຫັດມາແກງກິນເຂົ້າຕອນສວຍ. ໂດຍມີພໍ່-ແມ່-ອ້າຍ ແລະ ຫຼານນ້ອຍ ລວມມີ 4 ຄົນ.   ຫຼັງກິນເຫັດເຮັດໃຫ້ຜູ້ໃຫຍ່ທັງ 3 ຄົນເສຍຊີວິດ, ໂຊກດີທີ່ຫຼານນ້ອຍໄດ້ກິນໜ້ອຍໜຶ່ງ ຈຶ່ງມີອາກາດຖອກທ້ອງ ແບບສາຫັດ (ຖ່າຍເປັນເລືອດ) ໂອກາດມີຊີວິດລອດພຽງ 50/50% ຫຼານນ້ອຍຊື່ນາງພອນອາຍຸ10 ປີ ຕອນນີ້ຢູ່ໂຮງໝໍ 150 ຕຽງ ແບະ   ຂໍໃຫ້ທ່ານລະວັງໃນການກິນເພາະເຫັດທີ່ມີພິດບາງຊະນິດອາດຈະໄປຄ້າຍຄືກັບເຫັດທີ່ກິນໄດ້ ຊະນັ້ນຄວນຫາຂໍ້ມູນດີໆກ່ອນຮັບປະທານບໍ່ວ່າຈະເປັນຂອງກິນປະເພດໃດກໍຕາມ   ຕອນນີ້ຕ້ອງການເລືອດກຸບບີ B ດ່ວນ 2058655159.   ສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ      

ຕອນເຊົ້າຂອງວັນທີ19/09/2025 ເວລາ 04:00 ນາທີ ໄດ້ມີລົດຮຸນໄດ ແກ່ໄມ້ຄ້ຳແບບຕຳທ້າຍລົດພ່ວງ ເສຍຊີວິດ 1 ຄົນ

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີສາຍດ່ວນສຸກເສີນ 1623 ວ່າມີເຫດ: ລົດຮຸນໄດ໋ຕຳທ້າຍລົດພ້ວງ.   ຫນ່ວຍກູ້ໄພ 1623 ຈຸດດົງໂດກ ລາຍງານຕໍ່ວ່າ: ວັນທີ 19 ກັນຍາ 2025 ເວລາ 04:00 ໂມງເຊົ້າ ເກີດອຸປະຕິເຫດລົດຮຸນໄດຕຳທ້າຍລົດພ່ວງ ຢູ່ທາງດ້ານໜ້າສະຖານີເກັບເງິນທາງດ່ວນ ບ້ານໄຊມຸງຄຸນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ   ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເພດຍິງ ນັ່ງຂ້າງຄົນຂັບ. ສ່ວນສາເຫດແມ່ນຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງເຈົ້າໜ້າທີ່.              

ປະສົບການຈາກສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

  ຂປລ. ໃນສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າ ຄຽງໄຫລ່ ຕໍ່ສູ້ເພືື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ມີສຽງປືນດັງກ້ອງສະໜາມ, ຂີ້ຝຸ່ນຄຸ້ມກະຈາຍໄປທົ່ວບໍລິເວນສະໜາມຫັດແອບ ເຊິ່ງເປັນການຍົກລະດັບຍຸດທະວິທີ, ແລກປ່ຽນຄວາມຮູ້ ຄວາມສາ ມາດ ສ້າງສາຍສຳພັນທີດີ ລະຫວ່າງສອງຊາດ ລາວ-ຣັດເຊຍ. ສໍາລັບ ພະນັກງານ-ນັກຮົບ ແມ່ນເປັນໂອກາດຄັ້ງສໍາຄັນໃນການຝຶກຊ້ອມ ເຊິ່ງໄດ້ສອນໃຫ້ຮູ້ຈັກກັບເຕັກນິກການຕໍ່ສູ້ ແລະ ຍຸດທະວິທີ ທີ່ທັນສະໄໝ, ການໃຊ້ຊີວິດຢູ່ໃນສະໜາມຝຶກທີ່ເຕັມໄປດ້ວຍສິ່ງທ້າທາຍ, ຄວາມຍາກລຳບາກ, ຄວາມກົດດັນ ທີ່ໄດ້ສ້າງຄວາມແຂງແກ່ນ ແລະ ຄວາມອົດທົນ ນັ້ນ, ແມ່ນການຮຽນຮູ້ທີ່ມາຈາກປະສົບການຕົວຈິງ ເຊິ່ງເປັນບົດຮຽນອັນລໍ້າຄ່າຫລາຍກວ່າທຸກບົດຮຽນໃນຫ້ອງຮຽນ.     ສະຫາຍ ພັນເອກ ພັນສອນ ຄໍາຜິວ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາອະນຸກຳມະການເນື້ອໃນການຊ້ອມຮົບຮ່ວມ ລາວ-ຮັດເຊຍ “ລາ ໂຣສ-2025” ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກອງທັບປະຊາຊົນລາວ ໃນວັນທີ 17 ກັນຍາ 2025 ນີ້ວ່າ: […]