ການພົບປະການນຳຂັ້ນສູງ ລາວ-ຈີນ ໄດ້ເພີ່ມ ກຳລັງແຮງເຂົ້າໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ

ຂປລ. ຈີນ ແລະ ລາວ ແມ່ນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມ ທີ່ສະໜິດສະແໜ້ນ ແລະ ນໍາໜ້າໃນການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດ ການພົບປະລະຫວ່າງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປຈີນ ແລະ ສະຫາຍ ຕິ່ງເຊສຽງ ຮອງນາຍົກລັດຖະມົນຕີ ສປ ຈີນ ກັບ ສະຫາຍ ທອງລຸນ ສີສຸລິດ ໃນໂອກາກຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 3-6 ກັນຍາຜ່ານມາ, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ແລກປ່ຽນຄວາມຄິດຄວາມເຫັນນຳກັນຢ່າງເລິກເຊິ່ງ ກ່ຽວກັບການລົງເລິກການກໍ່ສ້າງ ຄູ່ຮ່ວມຊາຕາກໍາຈີນ-ລາວໃນຍຸກໃໝ່. ໃນວັນທີ 16 ກັນຍາ 2025 ນີ້, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ຖະແຫລງຂ່າວຜົນສຳເລັດ […]
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ

ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ ໂຄສະນາຂ່າວສານ ເມືອງທ່າແຂກ ລາຍງານວ່າ: ເມືອງທ່າແຂກ ແຂວງຄໍາມ່ວນ ເລີ່ມປະຕິບັດມາດຕະການຈັດສັນຄວາມເປັນລະບຽບໃນຕົວເມືອງແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນໄປ ໂດຍຄະນະສະເພາະກິດ376 ໄດ້ໃຊ້ມາດຕະການເດັດຂາດ ເຊັ່ນ: ໄດ້ລັອກລໍ້ລົດໃຫຍ່, ລົດຈັກ ແລະ ຮື້ຖອນກັນສາດ, ຜ້າກັ້ງແດດ ກວມເອົາເຂດສະທາລະນະ ທີ່ລະເມີດມາດຕະການຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ.
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ

ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ ວັນທີ 18 ກັນຍາ 2025 ນີ້ ປະຊາຊົນສ່ອງແສງວ່າ: ຢາກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂປະຕູທາງຂຶ້ນຈົວຂ້າມທາງ ເສັ້ນທາງໄກສອນ ພົມວິຫານ ບໍລິເວນໂຮງຮຽນມັດທະຍົມສົມບູນ (ມສ) ລາວ-ຫວຽດ ເນື່ອງຈາກປັດຈຸບັນໄດ້ມີການຂະຫຍາຍເສັ້ນທາງ ໂດຍການຮື້ທາງຍ່າງກ່ອນໜ້ານີ້ອອກໄປ ເຮັດໃຫ້ການຂຶ້ນລົງຂອງຜູ້ໃຊ້ຂົວຂ້າມທາງລຳບາກ ສ່ຽງຕໍ່ການເກີດອຸປະຕິເຫດ.
ເເຈ້ງປັບຂຶ້ນລາຄານໍ້າມັນທຸກປະເພດ ເລີ່ມປະຕິບັດແລ້ວ ວັນທີ 18/09/2025 ແຕ່ເວລາ 6:00 ຂອງມື້ນີ້

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 18/09/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1313/ກຄພນ ລົງວັນທີ 17 ກຍ. 2025
ເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງ ສປປ ລາວ ໃນງານ CAEXPO

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະຜູ້ແທນຈາກກະຊວງກ່ຽວຂ້ອງ ແລະ ທ້ອງຖິ່ນ ຊຶ່ງມີການນໍາຂັ້ນສູງ, ຄະນະຜູ້ແທນຈາກ ສປ ຈີນ ໄດ້ເຂົ້າຮ່ວມພິທີເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ ຂອງ ສປປ ລາວ ຂຶ້ນຢ່າງເປັນທາງການໃນວັນທີ 16 ກັນຍາ ນີ້ ໃນງານມະຫະກໍາວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 (CAEXPO 2025) ທີ່ນະຄອນໜານໜິ່ງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ. ພາຍໃນງານປະທານຄະນະປະທານໄດ້ຮ່ວມຕັດລິບບິນ ຊຶ່ງເປັນສັນຍາລັກໃນການເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ ຂອງ ສປປ ລາວ ກໍຄືພາບຈໍາລອງທ່າແຮງ ທີ່ອອກແບບສະທ້ອນໃຫ້ເຫັນເຖິງເອກະລັກສະເພາະ ແລະ ຈຸດແຂງຂອງແຂວງຫຼວງນໍ້າທາໄດ້ຢ່າງຈະແຈ້ງ ແລະ ຊັດເຈນ ຮ່ວມຊົມການສະແດງສິລະປະຂອງນ້ອງນ້ອຍຈາກແຂວງຫຼວງນໍ້າທາ. ຈາກນັ້ນ, ທ່ານ […]
ຄບຕ ສຳເລັດວຽກປະດັບປະດາຕົວເມືອງ ຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນວ

ຂປລ. ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ເອົາໃຈໃສ່ເພີ່ມທະວີ ໃນການຈັດຕັ້ງປະຕິບັດວຽກງານສຳຄັນ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນ ຫລວງວຽງຈັນ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນທ້າຍເດືອນກັນຍານີ້. ມາຮອດປັດຈຸບັນ, ການກຽມຄວາມພ້ອມຕ່າງໆ ແມ່ນສຳເລັດ 100% ເປັນຕົ້ນ ວຽກງານອານະໄມຮັກສາຄວາມສະອາດບັນດາເສັ້ນທາງໃນຕົວເມືອງ, ວຽກງານບົວລະບັດຮັກສາ ສວນສາທາລະ, ສວນຍ່ອມຕາມເສັ້ນທາງສາທາລະນະ ໃນຕົວເມືອງ, ປະດັບປະດາ ຕິດຕັ້ງທຸງຕາມຈຸດສໍາຄັນຕ່າງໆ ໃນຕົວເມືອງ 7 ຈຸດ ຄື: ສວນເຈົ້າຟ້າງຸ່ມ, ສວນປະຕູໄຊ, ຫໍຄຳ, ຫໍປະຊຸມແຫ່ງຊາດ, ໄຟແດງດົງໂດກ, ສວນດອນໜູນ ແລະ ວົງວຽນ 450 ປີ. ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກັນຍາ 2025 ນີ້ວ່າ: […]
ມອບ-ຮັບເຂົ້າສານ 1,050 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ+3

ພິທີມອບ-ຮັບເຂົ້າສານ ຈຳນວນ 1,050 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ປະຈຳປີ 2024 ແຜນປະຕິບັດປີ 2025, ໂດຍໄດ້ຮັບການປະກອບສ່ວນຈາກປະເທດ ສ ເກົາຫຼີ, ສປ ຈີນ ແລະ ປະເທດຍີ່ປຸ່ນ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 16 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າສະຖານທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ສະຖານທູດຍີ່ປຸ່ນ ປະຈໍາ ລາວ ແລະ ມີຕາງໜ້າສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: […]
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ມອບອຸປະກອນການສຶກສາ ໃຫ້ໂຮງຮຽນ ມສ ບ້ານດົງໃຕ້

ເພື່ອຮ່ວມມືສ້າງຄວາມຝັນ, ຜູກພັນໃສ່ໃຈລູກສິດ ກິດຈະກໍາການກຸສົນຂອງຜູ້ບໍລິຫານລະດັບສູງຂອງບໍລິສັດ ອາຊີ-ໂປຕາສ ສາກົນ. ວັນທີ 16 ກັນຍານີ້, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ສາກົນ) ລາວ ຈຳກັດ ຜູ້ດຽວ ແຂວງຄໍາມ່ວນ ໄດ້ມອບອຸປະກອນການສຶກສາ ແລະ ອຸປະກອນການກິລາ ໃຫ້ແກ່ໂຮງຮຽນ ມສ ບ້ານດົງໃຕ້ ແຂວງຄໍາມ່ວນ. ຕາງໜ້າບໍລິສັດ ນໍາເອົາເຄື່ອງມາມອບໃນຄັ້ງນີ້ໂດຍທ່ານ ຢາງ ສົວ ຮອງຜູ້ອໍານວຍການ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ສາກົນ) ລາວ ຈຳກັດ ຜູ້ດຽວ, ຮັບໂດຍຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຕະຫຼອດຮອດການຈັດຕັ້ງບ້ານ, ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ທ່ານ ຢາງ ສົວ ໄດ້ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີອຸປະກອນການຮຽນ-ການສອນ, ຄອມພິວເຕີ້, ເຄື່ອງຫຼິ້ນກິລາ ແລະ ອື່ນໆ ລວມມູນຄ່າ 70 […]
ອາຊຽນຮ່ວມມືໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ

ກອງປະຊຸມ ຄັ້ງທີ 2 ໃນການສ້າງເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ ແລະ ພັດທະນາແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ໄດ້ຈັດຂຶ້ນໃວັນທີ່ 16-18 ກັນຍາ 2025 ທີ່ນະຄອນຫຼວງວຽງຈັນ. ໃນໄລຍະກອງປະຊຸມ 3 ວັນນີ້ ບັນດາຜູ້ຕາງໜ້າປະເທດອາຊຽນ ຈະໄດ້ມີການສົນທະນາປືກສາຫາລື ແລະ ປະກອບຄຳເຫັນຈາກຜູ້ເຂົ້າຮ່ວມໃນບັນດາສະມາຊິກປະເທດອາຊຽນ ເພື່ອເຮັດໃຫ້ແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ຄົບຖ້ວນສົມບູນ ແລະ ເປັນເອກະພາບໃນຂົງເຂດພາກພື້ນອາຊຽນ, ນອກຈາກນັ້ນ ຍັງຈະໄດ້ກຳນົດກີດຈະກຳລະອຽດເພື່ອລະບຸບັນດາປະເທດທີ່ຈະເປັນຜູ້ນຳພາ ແລະ ຄູ່ຮ່ວມງານໃນການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານຢ່າງລະອຽດ ທັງນັ້ນກໍ່ເພື່ອຮັບປະກັນໃນການເປັນເຈົ້າການຮ່ວມກັນໃນການຮ່ວມມືເສີມສ້າງຄວາມເຂັ້ມແຂງໃນຂົງເຂດພາກພື້ນອາຊຽນໃນການປ້ອງກັນ, ຄົ້ນຫາແຕ່ຫົວທີ ແລະ ໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ. ພ້ອມກັນນັ້ນ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອ ປືກສາຫາລື ແລະ ລາຍງານຄວາມຄືບໜ້າສຳລັບການຮັບຮອງ ພາລະບົດບາດຂອງເຄືອຂ່າຍອາຊຽນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ກຳນົດ ແລະ ບູລິມະສິດກິດຈະກຳພາກພື້ນ ແລະ ຜູ້ຈັດຕັ້ງປະຕິບັດຫຼັກ, ຄູ່ຮ່ວມງານ ສຳລັບແຜນດຳເນີນງານເຄືອຂ່າຍຄວາມປອດໄພ […]
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ

ຂ່າວ: ປະຊາຊົນ