ຈັບແຮງງານລາວເຂົ້າເມືອງໄທຜິດກົດໝາຍ 3 ຄົນ

  ວັນທີ 15 ກັນຍາ 2025 ເວລາ 14:40 ໂມງ, ອີງຕາມນະໂຍບາຍກວາດລ້າງຈັບກຸມຄົນຕ່າງດ້າວທີ່ຢູ່ເກີນກຳນົດອະນຸ ຍາດ ແລະ ລັກລອບເຮັດວຽກຜິດກົດໝາຍ ຂອງສຳນັກງານຕຳຫຼວດແຫ່ງຊາດ ແລະ ສຳນັກງານກວດຄົນເຂົ້າເມືອງ, ຊຸດສືບ ສວນປາບປາມກວດຄົນເຂົ້າເມືອງ ຈ ຂອນແກ່ນ ໄດ້ປະສານງານກັນເຂົ້າກວດກາຮ້ານຄ້າຂາຍຍ່ອຍແຫ່ງໜຶ່ງ ໃນຂອບເຂດເທດສະ ບານເມືອງ ຈ.ຂອນແກ່ນ ຫຼັງຈາກໄດ້ຮັບແຈ້ງຈາກສາຍ ລັບວ່າມີການຈ້າງແຮງງານຕ່າງດ້າວຜິດກົດໝາຍ.     ຈາກການເຂົ້າກວດກາຮ້ານເຈ໊ແຄັດ ທີ່ຖະໜົນໜ້າເມືອງ, ເຈົ້າໜ້າທີ່ພົບເຫັນແຮງງານຕ່າງດ້າວສັນຊາດລາວຈຳນວນ 3 ຄົນ ກໍາລັງເຮັດວຽກຈັດລຽງສິນຄ້າພາຍໃນຮ້ານ. ຈຶ່ງໄດ້ສະແດງຕົວເປັນພະນັກງານກວດຄົນເຂົ້າເມືອງ ເພື່ອຂໍກວດກາເອກະສານໜັງສືເດີນທາງ ແລະ ໃບອະນຸຍາດເຮັດວຽກ. ພົບວ່າທັງສາມຄົນມີໜັງສືເດີນທາງ ແຕ່ບໍ່ມີໃບອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ. ຄົນຕ່າງດ້າວທີ່ຖືກຈັບກຸມທັງ 3 ຄົນປະກອບມີ: – ນາງ ຄອງມາ ອາຍຸ 30 ປີ – ທ້າວ ສີສຸມັງ ອາຍຸ 31 ປີ – […]

ບໍລິສັດ ຈົງຢູນເມືອງຫຼາຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກແຂວງຜົ້ງສາລີ

ໃນວັນທີ 15​ ກັນຍາ​ນີ້​ ທີ່ຫ້ອງຮັບແຂກຂແຂວງຜົ້ງສາລີ,​ ບໍລິສັດ ຈົງຢູນເມືອງຫຼາ ໄດ້ນຳເອົາເງິນສົດຈຳນວນ 100 ລ້ານກີບ ເພື່ອປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງຜົ້ງສາລີ, ຕາງໜ້າມອບໂດຍ ທ່ານ ນາງ​ ເຕົາຢ່າຊົງ ອໍານວຍການບໍລິສັດຈົງຢູນເມືອງຫຼາ ແລະ ຕາງໜ້າຮັບໂດຍທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ ​ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງຜົ້ງສາລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.   ທ່ານ ນາງ​ ເຕົາຢ່າຊົງ ກ່າວວ່າ: ການມອບເງິນໃນຄັ້ງນີ້, ເພື່ອເປັນການສະແດງຄວາມຮູ້ບຸນຄຸນຂອງພັກ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ, ສົ່ງເສີມບັນດາບໍລິສັດດຳເນີນທຸລະກິດປະສົບຜົນສຳເລັດ, ທັງເປັນການປະກອບສ່ວນອັນສຳຄັນ ໃນການຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງຜົ້ງສາລີ​ ໃຫ້ດໍາເນີນໄປດ້ວຍບັນຍາກາດອັນຄືກຄື້ນ ແລະ​ ມີຜົນສໍາເລັດຕາມລະດັບຄາດໝາຍ.   ໂອກາດນີ້, ທ່ານຮອງເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ປະທານບໍລິສັດດັ່ງກ່າວທີ່ໄດ້ໃຫ້ການປະກອບສ່ວນສະໜັບສະໜູນໃນຄັ້ງນີ້, ຂໍໃຫ້ສືບຕໍ່ດຳເນີນທຸລະກິດ ແລະ​ ພັດທະນາຂຶ້ນເລື້ອຍໆ.   […]

ຫາດຊາຍຟອງ ເອົາໃຈໃສ່ກວດກາຄວາມບໍ່ເປັນລະບຽບຕາມແຄມທາງຫຼວງ

ເມື່ອບໍ່ດົນມານີ້, ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມທາງຫຼວງສາຍຫຼັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ລົງປະຕິບັດໜ້າທີ່ວຽກງານຕາມຈຸດຕ່າງໆ ຕາມການຊີ້ນໍາຈາກທ່ານເຈົ້າເມືອງຫາດຊາຍຟອງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ.     ການເຄື່ອນໄຫວຄັ້ງນີ້, ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 1184/ຈນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ກໍຄືແຈ້ງການຂອງພະແນກໂຍ ທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ເລກທີ 869/ຍທຂ.ນວ ທີ່ໄດ້ແຈ້ງເຖິງບັນດາຜູ້ປະກອບການ, ບໍລິ ສັດຫ້າງຮ້ານບຸກຄົນ ແລະ ນິຕິບຸກຄົນທີ່ເປັນເຈົ້າຂອງສິ່ງປຸກສ້າງຕ່າງໆ ທີ່ໄດ້ມີການຕໍ່ເຕີມເທີບເງີບ ປ້າຍໂຄສະ ນາ ກອງວັດສະດຸກໍ່ສ້າງ ແລະ ໂຕະ, ຕັ່ງ ລວມທັງລໍ້ຍູ້ຂາຍເຄື່ອງອື່ນໆ ຢູ່ຕາມແຄມທາງທີ່ໄດ້ກວມເອົາຂອບເຂດສະຫງວນຂອງເສັ້ນທາງຢູ່ໃນນະຄອນຫວງວຽງຈັນ ແລະ ອີງໃສ່ແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເຖິງຜູ້ອໍານວຍການບໍລິສັດ ຂາເຂົ້າ-ຂາອອກ ໂຮງຊ່າງຫັດຖະກໍາ, ສູນການຄ້າຕ່າງໆ ໃຫ້ເພີ່ມທະວີການສ້າງຂະບວນການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງຽງຈັນ ຄັ້ງທີ VIII, ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ແລະ ງານມະຫະກໍາກິລາແຫ່ງຊາດຢູ່ນະຄອນຫຼວງວຽງຈັນ.   ການລົງເຄື່ອນໄຫວຄັ້ງນີ້, ໄດ້ເອົາໃຈໃສ່ແນະນໍາໃຫ້ບັນດາຜູ້ປະກອບການ […]

ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງໄຊທານີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ຈະໄດ້ປິດນ້ຳຊົ່ວຄາວ

ບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ: ບ້ານດົງໂດກ, ບ້ານຕານມີໄຊ, ບ້ານໜອງພະຍາ, ບ້ານນາທົ່ມ, ບ້ານສະພັງມຶກ ແລະ ບ້ານ ອື່ນໆ.   ເນື່ອງຈາກ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ uPVC DN200 ທໍ່ນໍ້າປະປາ ໃໝ່ ຂະໜາດ uPVC DN150 ຊຶ່ງສະຖານທີ່ສ້ອມແປງທໍ່ນໍ້າ ແມ່ນຢູ່ເຂດ ບ້ານ ດົງໂດກ ໃນວັນທີ 17 ກັນຍາ 2025 ເລີ່ມແຕ່ 10:00ໂມງ ຫາ 16: 00ໂມງ ຊຶ່ງໄລຍະການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ.   ທີ່ມາ: ໜັງສືພິມວຽງຈັນທາຍ

ເກີດອຸບັດຕິເຫດລົດຕຳກັນ ວັນທີ16/9/25 ເຮັດໃຫ້ມີຄົນເຈັບ18 ຄົນ.

  ເກີດອຸບັດຕິເຫດຮຸນແຮງລົດກະບະຕຳລົດສອງແຖວ ຢູ່ເສັັ້ນທາງເລກ 10 ໃກ້ຕະຫຼາດກະສິກໍາດ້ານຊ້າງ (ດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເມື່ອລົດກະບະຄັນໜຶ່ງໄດ້ຕຳເຂົ້າທ້າຍລົດສອງແຖວໂດຍສານ ຢ່າງແຮງ ບໍລິເວນໃກ້ກັບຕະຫຼາດດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ແຮງຕຳໄດ້ເຮັດໃຫ້ລົດທັງສອງຄັນເສຍຫຼັກ ໄປຕຳເຂົ້າຮ້ານຄ້າຂອງປະຊາຊົນທີ່ຕັ້ງຢູ່ຂ້າງທາງ. ເບື້ອງຕົ້ນລາຍງານວ່າມີຜູ້ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ທັງໝົດ  ຄົນ 18 ເຊິ່ງລວມມີທັງຜູ້ໂດຍສານໃນລົດສອງແຖວ ແລະ ຜູ້ຂັບຂີ່. ພົນລະເມືອງດີ ແລະ ໜ່ວຍກູ້ໄພໄດ້ຮີບຮ້ອນເຂົ້າຊ່ວຍເຫຼືອ ແລະ ນຳສົ່ງຜູ້ບາດເຈັບໄປໂຮງໝໍທີ່ໃກ້ຄຽງຢ່າງຮີບດ່ວນ. ສ່ວນສາເຫດຂອງອຸບັດຕິເຫດຄັ້ງນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນກຳລັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ເພື່ອຊອກຫາ ຂໍ້ເທັດຈິງ ແລະ ດຳເນີນການຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.   ປັດຈຸບັນຜູ້ໄດ້ຮັບບາດເຈັບ ຖືກນຳສົ່ງໂຮງໝໍແລ້ວ ຕາມການລາຍງານເບື້ອງຕົ້ນລະບຸວ່າ: ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວສົ່ງໂຮງຫມໍມິດຕະພາບ. ຂໍໃຫ້ທຸກຄົນປອດໄພ       ພາບຈາກ: noy, sysouphan

ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ມອບເງິນ 200 ລ້ານກີບ ຊຸກຍູ້ກອງປະຊຸມໃຫຍ່ ຂອງພັກແຂວງຈຳປາສັກ

ໃນວັນທີ 15 ກຸມພານີ້ ທີ່ຫ້ອງວ່າການແຂວງ, ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ມອບເງິນ 200 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ມອບໂດຍ ທ່ານ ອຸໄທ ແກ້ວໃຈຍົມ ຕາງໜ້າ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ທ່ານຮອງເຈົ້າແຂວງຈໍາປາສັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ທີ່ໄດ້ໃຫ້ການປະກອບສ່ວນສະໜັບສະໜູນໃນຄັ້ງນີ້, ຂໍໃຫ້ສືບຕໍ່ຈັດຕັ້ງປະຕິບັດໂຄງການຢ່າງມີຜົນສຳເລັດ, ສ້າງພື້ນຖານໂຄງລ່າງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ດີຂຶ້ນເລື້ອຍໆ.   (ຂ່າວ: ທັດຊະນະ)

Vietjet ເພີ່ມຍົນລໍາໃໝ່ ເປັນ 121ລໍາ ເພື່ອຮອງຮັບການເດີນທາງໃນທ້າຍປີ ແລະ ການຂະຫຍາຍເສັ້ນທາງສາກົນ

  (ນະຄອນຫຼວງວຽງຈັນ, ວັນທີ 15 ກັນຍາ 2025) – ສາຍການບິນ Vietjet ໄດ້ຕ້ອນຮັບຍົນໂດຍສານແອຣບັສ A330 ລໍາໃໝ່, ເຊິ່ງເຮັດໃຫ້ເຮືອບິນທັງໝົດຂອງສາຍການບິນມີເຖິງ 121 ລໍາ (ລວມທັງການດໍາເນີນງານອື່ນໆຂອງ Vietjet). ຄວາມສໍາເລັດທີ່ໂດດເດັ່ນນີ້ແມ່ນໄດ້ເນັ້ນໜັກເຖິງຍຸດທະສາດການເຕີບໂຕແບບຍືນຍົງຂອງສາຍການບິນ ແລະ ຄວາມພ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການເດີນທາງ ແລະ ການຄ້າທີ່ເພີ່ມຂຶ້ນໃນຊ່ວງລະດູທ່ອງທ່ຽວທ້າຍປີ. ເຮືອບິນ A330 ທີ່ໃຊ້ເຄື່ອງຈັກ Rolls-Royce Trent 700 ໄດ້ຊ່ວຍປະຢັດນໍ້າມັນ ແລະ ເພີ່ມປະສິດທິພາບໃນການບິນ.     ເຮືອບິນລຳນີ້ຈະຖືກນຳໃຊ້ໃນທັນທີສຳລັບຖ້ຽວບິນຂອງ Vietjet ໄປອົດສະຕາລີ, ອິນເດຍ, ຍີ່ປຸ່ນ, ແລະ ກາຊັກສະຖານ ເພື່ອໃຫ້ຜູ້ໂດຍສານໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ. ທັງນີ້, ນັກທ່ອງທ່ຽວຈາກລາວກໍໄດ້ຮັບຜົນປະໂຫຍດຈາກການຂະຫຍາຍສາຍການບິນນີ້ ເມື່ອເດີນທາງໄປຫາຈຸດໝາຍປາຍທາງຕ່າງໆໃນພາກພື້ນອາຊີປາຊີຟິກໂດຍຜ່ານປະເທດຫວຽດນາມ, ໂດຍສາຍການບິນມີຖ້ຽວບິນໂດຍກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ.     ເຮືອບິນດັ່ງກ່າວມີສັນຍາລັກພິເສດຂອງສາຍການບິນ Vietjet ຄື: ສີແດງ ແລະ ສີເຫຼືອງສົດໃສ, […]

ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%

  ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການສະຖິຕິແຫ່ງຊາດຂອງນູແວນເຊລັງເປີດເຜີຍຂໍ້ມູນຄາດຄະເນລ້າສຸດວ່າ, ນູແວນເຊລັງ ຈະມີປະຊາກອນເຊື້ອສາຍອາຊີປະມານ 33% ໃນປີ 2048, ເພີ່ມຂຶ້ນຈາກ 19% ໃນປີ 2023. ໂດຍຜູ້ທີ່ມີເຊື້ອສາຍຈີນຈະເພີ່ມຂຶ້ນຈາກ 6% ເປັນປະມານ 8%, ໃນຂະນະທີ່ເຊື້ອສາຍອິນເດຍຈະເພີ່ມຂຶ້ນຈາກ 7% ເປັນປະມານ 12%.   ຫ້ອງການດັ່ງກ່າວໄດ້ຄາດຄະເນວ່າ: ອັດຕາສ່ວນຂອງປະຊາກອນຊົນເຜົ່າອື່ນໆເຊັ່ນ: ເມົາຣີ, ປາຊີຟິກ ແລະ ຕາເວັນອອກກາງ/ອາເມຣິກາ ລາຕິນອາ/ອາຟຣິກາ ຈະເພີ່ມຂຶ້ນເຊັ່ນດຽວກັນ, ແຕ່ປະຊາກອນເຊື້ອສາຍເອີຣົບ ຫຼື ເຊື້ອສາຍອື່ນໆ, ລວມທັງຊາວນູແວນເຊລັງ ຄາດວ່າຈະຍັງຄົງຢູ່ທີ່ປະມານ 3.5 ລ້ານຄົນ.   ທ່ານ ວິກຕໍເຣຍ ເທຣລິຟວິງ ໂຄສົກຂອງຫ້ອງການດັ່ງກ່າວຄາດຄະເນວ່າ: ຈຳນວນປະຊາກອນເຊື້ອສາຍເອີຣົບ ຫຼື ເຊື້ອສາຍອື່ນໆ ຊຶ່ງເປັນກຸ່ມຊົນເຜົ່າທີ່ສໍາຄັນພຽງກຸ່ມດຽວທີ່ຄາດວ່າຈະຫຼຸດລົງເມື່ອທຽບໃສ່ປະຊາກອນນູແວນເຊລັງທັງໝົດ, ຈະຫຼຸດລົງຈາກ 67% ໃນປີ 2023 ເປັນປະມານ 52% ໃນປີ 2048.   ທ່ານ […]

ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ

ວັນທີ 10 ກັນຍາ 2025 ເວລາປະມານ 6:30 ໂມງ ເຈົ້າ ໜ້າທີ່ ປະຈໍາຢູ່ຈຸດກວດກາສາມແຍກບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ ພົບເຫັນລົດບັນທຸກ 12 ລໍ້ ສີນໍ້າ ຕານ ບໍ່ມີປ້າຍທະບຽນ,ຂັບຂີ່ມຸ້ງໜ້າມາແຕ່ເມືອງປາກທາ ແຂວງບໍ່ແກ້ວ,ຈຶ່ງໄດ້ສົ່ງສັນຍານໃຫ້ຈອດລົດ ເພື່ອທຳການກວດກາລົດ, ແຕ່ລົດຄັນດັ່ງກ່າວ ບໍ່ໃຫ້ຄວາມຮ່ວມມື ແລະ ໄດ້ຂັບຜ່ານເຂົ້າມາທາງເມືອງຄອບ.     ດັ່ງນັ້ນ, ເຈົ້າໜ້າທີ່ ໄດ້ຂັບຂີ່ລົດຈັກໄລ່ຕິດຕາມ ຈຶ່ງພົບເຫັນລົດຄັນດັ່ງກ່າວ ຈອດຢູ່ຈຸດສາມແຍກບ້ານມ່ວງດອນມູນ ເມືອງຄອບ ແຂວງໄຊຍະບູລີ. ພາຍຫຼັງເຈົ້າໜ້າທີ່ຕິດ ຕາມໄປຮອດ ຜູ້ຂັບຂີ່ໄດ້ໂດດລົງລົດ ລົບໜີເຂົ້າປ່າຊ້າ ຢູ່ເຂດບ້ານມ່ວງດອນມູນ.ຈາກນັ້ນ,ເຈົ້າໜ້າ ທີ່ ປກສ ເມືອງຄອບ ຈຶ່ງໄດ້ ໄລ່ຊອກຫາຈົນຮອດ ເວລາປະມານ 13:40 ໂມງ ກໍສາມາດຈັບຜູ້ກ່ຽວໄດ້ ຊື່ ທ້າວ ຄົວຢາງ ອາຍຸ 28 ປີ ຢູ່ບ້ານຫ້ວຍດິນຈີ່ ເມືອງປາກທາ […]

ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025

  ໃນວັນທີ 15 ກັນຍາ ນີ້ ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນຮ່ວມປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຫົວໜ້າຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍເຂົ້າຮ່ວມ.     ໂອກາດນີ້, ສະຫາຍ ພັນເອກ ອີວານ ຕາຣາເຢັບ ໄດ້ກ່າວວ່າ: […]