ແຈ້ງການມອດ 25,26,28/10/2025

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ

ສູນປິ່ນປົວ ແລະຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫຼວງວຽງຈັນ ຈະມີການບໍລິການກວດຕາ, ແຈກແວ່ນຕາ (ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນ ຟຣີ ໃນວັນ ທີ 22 ຕຸລາ 2025ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 23 ປີ (12 ຕຸລາ 2002-12 ຕຸລາ 2025). ພະຍາດສາຍຕາຂຸ່ນ (ແກ່ນຕາຂຸ່ນ) ແມ່ນພົບເຫັນຫຼາຍທົ່ວໄປໃນກຸ່ມຄົນອາຍຸ 50 ປີຂຶ້ນໄປ, ແກ່ນຕາຂຸ່ນ ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ່ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້. ແກ່ນຕາຂຸ່ນ ຈະມີອາການສາຍຕາມົວ, ເຫຼື້ອມຕາເວລາເບິ່ງແສງແຈ້ງ ແລະ ມັກມີວົງອ້ອມແສງດັ່ງກ່າວ ແລະ ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ່ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ່ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, […]
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ

ເມື່ອວັນເສົາທີ່ຜ່ານມາ ໄຟໄຫມ້ຂະໜາດໃຫຍ່ໄດ້ເກີດຂຶ້ນທີ່ສູນສິນຄ້ານຳເຂົ້າຂອງສະໜາມບິນທັກກາ ເຮັດໃຫ້ສິນຄ້າຂອງຜູ້ສົ່ງອອກເສື້ອຜ້າລາຍໃຫຍ່ເສຍຫາຍຢ່າງຫນັກໜ່ວງ ແລະສ້າງຜົນກະທົບຕໍ່ການຄ້າເສື້ອຜ້າຂອງບັງກະລາເທດ. ໄຟໄຫມ້ເກີດຂຶ້ນໃນສ່ວນນຳເຂົ້າຂອງຫມູ່ບ້ານ cargo ເຮັດໃຫ້ຕ້ອງຢຸດການບິນຊົ່ວຄາວ ແລະທິ້ງຮ່ອງຮອຍຄວາມເສຍຫາຍຢ່າງຫນັກໜ່ວງ. ພະນັກງານດັບໄຟຍັງຄົງປະຕິບັດງານໃນວັນອາທິດ ໃນຂະນະທີ່ເຈົ້າໜ້າທີ່ສະໜາມບິນກຳລັງປະເມີນຄວາມເສຍຫາຍ ເຊິ່ງຜູ້ນຳອຸດສາຫະກຳຄາດວ່າມູນຄ່າອາດສູງເຖິງຫຼາຍລ້ານໂດລາ. ພື້ນທີ່ທີ່ຖືກທຳລາຍປະກອບມີໂກດັງເກັບວັດຖຸດິບນຳເຂົ້າ, ເສື້ອຜ້າທີ່ພ້ອມສົ່ງອອກ ແລະຕົວຢ່າງສິນຄ້າ ເຊິ່ງເປັນສ່ວນສຳຄັນຂອງອຸດສາຫະກຳເສື້ອຜ້າມູນຄ່າ 47 ຕື້ໂດລາຂອງບັງກະລາເທດ. ທ່ານ Inamul Haq Khan ຮອງປະທານສະມາຄົມຜູ້ຜະລິດແລະສົ່ງອອກເສື້ອຜ້າບັງກະລາເທດ (BGMEA) ໄດ້ເຕືອນວ່າການສູນເສຍຕົວຢ່າງສິນຄ້າອາດສົ່ງຜົນກະທົບຕໍ່ໂອກາດທາງທຸລະກິດໃນອະນາຄົດ ເນື່ອງຈາກຕົວຢ່າງເຫຼົ່ານີ້ຈຳເປັນຕໍ່ການດຶງດູດລູກຄ້າໃໝ່. BGMEA ໄດ້ເປີດພອດທອນອອນໄລນ໌ເພື່ອເກັບຂໍ້ມູນຄວາມເສຍຫາຍຈາກຜູ້ສົ່ງອອກທີ່ໄດ້ຮັບຜົນກະທົບ. ຫມູ່ບ້ານ cargo ຂອງສະໜາມບິນທັກກາເປັນສູນກາງໂລຈິສຕິກສຳຄັນ ຮັບຜິດຊອບສິນຄ້າແຫ້ງກວ່າ 600 ໂຕນຕໍ່ມື້ ແລະປະລິມານຈະເພີ່ມເປັນສອງເທົ່າໃນຊ່ວງລະດູສົ່ງອອກສູງສຸດລະຫວ່າງເດືອນຕຸລາເຖິງທັນວາ. ໂຮງງານປະມານ 200–250 ແຫ່ງພຶ່ງພາການຂົນສົ່ງທາງອາກາດທຸກມື້ ເຮັດໃຫ້ຜົນກະທົບທາງການເງິນມີນັຍສຳຄັນ. ສາເຫດຂອງໄຟໄຫມ້ຍັງບໍ່ຖືກກຳນົດ ແລະການສືບສວນກຳລັງດຳເນີນ. ເຫດການນີ້ເປັນໄຟໄຫມ້ຄັ້ງໃຫຍ່ຄັ້ງທີສາມໃນບັງກະລາເທດໃນໜຶ່ງອາທິດ. ກ່ອນໜ້ານີ້ ໄຟໄຫມ້ໂຮງງານເສື້ອຜ້າແລະໂກດັງສານເຄມີໄດ້ຄວາມຊີວິດຢ່າງນ້ອຍ 16 ຄົນ ແລະອີກເຫດການໜຶ່ງໄຟໄຫມ້ອາຄານໂຮງງານເສື້ອຜ້າສູງ 7 ຊັ້ນໃນເຂດສົ່ງອອກທີ່ຊິດຕາກອງ. ບັງກະລາເທດເປັນຜູ້ສົ່ງອອກເສື້ອຜ້າອັນດັບສອງຂອງໂລກຮອດຈາກຈີນ ໂດຍສະໜອງໃຫ້ຮ້ານຄ້າໃຫຍ່ເຊັ່ນ Walmart, H&M ແລະ Gap. ອຸດສາຫະກຳນີ້ຈ້າງງານປະມານ […]
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!

ໂດຍສ່ວນໃຫຍ່ ອາຫານຄ້າງຄືນຈະບໍ່ເປັນອັນຕະລາຍຕໍ່ສຸຂະພາບ ຖ້າເກັບຮັກສາໃຫ້ຖືກວິທີ ເຊັ່ນ ໃສ່ພາຊະນະປິດມິດຊິດ ແຊ່ໃນຕູ້ເຢັນ ແລະນຳອອກມາອຸ່ນໃຫ້ຮ້ອນພຽງພໍ. ແຕ່ມີອາຫານບາງປະເພດທີ່ຄວນຫຼີກລ້ຽງການເກັບຄ້າງຄືນ ຄື: ອາຫານທະເລປຸງສຸກ, ໄຂ່ຕົ້ມບໍ່ສຸກເຕັມທີ, ເຫັດຫູໜູລວກເຢັນ ແລະນົມຖົ່ວເຫຼືອງ ເຊິ່ງເປັນອາຫານ 4 ປະເພດທີ່ມີຄວາມສ່ຽງສູງ. ອາຫານທະເລປຸງສຸກ: ຄວາມສ່ຽງຈາກແບັກເທີເຣຍແລະສານພິດ ອາຫານທະເລ ເຊັ່ນ ກຸ້ງ, ປູ ແລະຫອຍເຊວ ເປັນອາຫານທີ່ມີໂປຣຕີນສູງ ແມ່ນແມ່ນປຸງສຸກດ້ວຍຄວາມຮ້ອນສູງ ແຕ່ຖ້າເກັບບໍ່ຖືກວິທີ ແບັກເທີເຣຍຍັງສາມາດເຕີບໂຕໄດ້. ງານວິຈັຍພົບວ່າ ກຸ້ງປຸງສຸກທີ່ເກັບໃນຕູ້ເຢັນເກີນ 12 ຊົ່ວໂມງ ແບັກເທີເຣຍອາດເພີ່ມຂຶ້ນປະມານ 50% ໂດຍສະເພາະ Vibrio parahaemolyticus ທີ່ຜະລິດສານພິດທົນຄວາມຮ້ອນ ແມ່ນອຸ່ນຊ້ຳກໍບໍ່ສາມາດທຳລາຍສານພິດໄດ້ ອາດເຮັດໃຫ້ທ້ອງຮ່ວງ, ອາເຈັນ ແລະໄຂ້. ຜູ້ຊຽ່ວຊານແນະນຳໃຫ້ກິນອາຫານທະເລໃນມື້ທີ່ປຸງ. ໄຂ່ລວກ ໄຂ່ຕົ້ມບໍ່ສຸກເຕັມທີ: ແບັກເທີເຣຍ Salmonella ສາມາດເຕີບໂຕ ໄຂ່ຕົ້ມແບບໄຂ່ແດງນຸ່ມ ຫຼືໄຂ່ອອນເຊັນ ອາດມີເຊື້ອ Salmonella ທີ່ສາມາດຊຶມຜ່ານເປືອກໄຂ່ເຂົ້າໄປໃນໄຂ່. ຖ້າໄຂ່ແດງບໍ່ສຸກເຕັມທີ ແບັກເທີເຣຍອາດບໍ່ຖືກທຳລາຍໝົດ ແມ່ນແຊ່ເຢັນ […]
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 16/10/2025

ແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1481/ກຄພນ ລົງວັນທີ 15 ຕລ. 2025 ທີ່ມາ: ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ)
ແຈ້ງການມອດໄຟ ວັນທີ16-17/10/2025

ທີ່ມາ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ຜູ້ປ່ວຍໄຂ້ຍຸງລາຍ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແຕ່ມີກໍລະນີເສຍຊີວິດ ຍັງຢູ່ 1 ຄົນ

ປະຈຸບັນ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເຫັນວ່າການລະບາດຂອງໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ ແຕ່ມີກໍລະນີເສຍຊີວິດ ຍັງຢູ່ 1 ຄົນ. ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2025 ຫາວັນທີ 28 ກັນຍາ, ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 9,230 ກໍລະນີ, ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 4,663 ກໍລະນີ, ຮອງລົງມາ ແຂວງອຸດົມໄຊ 1,007 ກໍລະນີ, ວຽງຈັນ 680, ຫຼວງນໍ້າທາ 502 ກໍລະນີ ແຂວງອື່ນໆ ອີກ. ໃນປີ 2024 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 11 ຄົນ ຍ້ອນໄຂ້ຍຸງລາຍ ໃນຂອບເຂດທົ່ວປະເທດລາວ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນປີ 2023 ຜ່ານມາ ຫຼຸດລົງ 9 ຄົນ ຊຶ່ງມີຜູ້ເສຍຊີວິດ 20 […]
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ

ບ້ານ ສົມສະຫງ່າ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບການແກ້ໄຂບັນຫາກະແສໄຟຟ້າທີ່ບໍ່ພຽງພໍກັບການຊົມໃຊ້ ໃນວັນທີ 8 ກັນຍາ 2025 ສາຂານະຄອນຫຼວງ1 ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ, ເວລາ 09:00ໂມງ ປະຕິບັດວຽກຕິດຕັ້ງໝໍ້ແປງເສີມ ຈຳນວນ 01 ໜ່ວຍ ຂະໜາດ 160 ກິໂລໂວນອໍາແປ ໃຫ້ກັບບ້ານດັ່ງກ່າວ ສໍາເລັດ ເວລາ 12:30ໂມງ , ເພື່ອສະໜອງໄຟຮັບໃຊ້ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ໄຟຟ້າ. ນຳໃຊ້ກະແສໄຟຟ້າໃຫ້ຖືກຕ້ອງ ແລະ ຖືກວິທີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼີກເວັ້ນໄພອັນຕະລາຍ ຈາກກະແສໄຟຟ້າ. ທ່ານພົບເຫັນຕົ້ນໄມ້ຫັກທັບລະບົບສາຍຕາຂ່າຍໄຟຟ້າ, ໄຟຟ້າຊ໊ອດ, ໄຟຟ້າໄໝ້ ຫຼື ບັນຫາອື່ນໆ ກ່ຽວກັບໄຟຟ້າ. ☎ ສາຍດ່ວນ Call Center 1199 WhatS App: 020 […]
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.

ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ ລາຍງານໃນວັນທີ 5 ກັນຍາ 2025 ນີ້ວ່າ: ທີມກວດກູ້ພື້ນທີ່ຫາກໍ່ກວດພົບ ແລະ ໄດ້ທຳລາຍລະເບີດບົ່ມບີ້ຈຳນວນ 488 ລູກ ແລະ ລູກປືນຄົກຂະໜາດ 60mm ຈຳນວນ 7 ໜ່ວຍ ທີ່ສວນກາເຟຢູ່ທີ່ບ້ານຫຼັກ 45, ເມືອງປາກຊ່ອງ, ແຂວງຈຳປາສັກ. ເຊິ່ງບ້ານນີ້ເປັນໜຶ່ງໃນໝູ່ບ້ານທີ່ມີພື້ນທີ່ອັນຕະລາຍຈາກລະເບີດທີ່ບໍ່ທັນແຕກ (ລບຕ) ຫຼາຍທີ່ສຸດ. ປັດຈູບັນ ພື້ນທີ່ທີ່ມີຄວາມສ່ຽງແມ່ນກວມເອົາ 47,412 ຕາແມັດ ແລະ ໄດ້ເຮັດການກວດກູ້ໄປແລ້ວ 28,705 ຕາແມັດ. ຂ່າວ: ວສລ
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ

ຫຼາຍສິ່ງທີ່ຄິດວ່າເບິ່ງເໝາະສົມ ແຕ່ພໍໃຊ້ງານຈິງກັບຮູ້ສຶກກີດຂວາງ ແລະ ບໍ່ສະດວກ ຄົນເຮົາໃຊ້ເວລາເຖິງ 1 ໃນ 3 ຂອງຊີວິດໄປກັບການນອນ ດັ່ງນັ້ນຫ້ອງນອນຈຶ່ງຄວນອອກແບບໃຫ້ສະບາຍ ງຽບສະຫງົບ ແລະ ສະດວກທີ່ສຸດ ຢ່າງໃດກໍຕາມ ຫຼາຍລາຍລະອຽດໃນຫ້ອງນອນເມື່ອເບີ່ງຜ່ານໆ ຄືລົງຕົວ ແລະ ເປັນເລື່ອງປົກກະຕິ ແຕ່ເມື່ອໄດ້ໃຊ້ງານຈິງກັບບໍ່ເໝາະສົມ ສົ່ງຜົນໂດຍກົງຕໍ່ການນອນ ແລະ ຄຸນນະພາບຊີວິດ ຕົວຢ່າງເຊັ່ນ 7 ຂໍ້ຜິດພາດໃນການອອກແບບຫ້ອງນອນ ຕໍ່ໄປນີ້ 1. ຮາວມ່ານສະໄຕລ໌ໂຣມັນ ເຄີຍໄດ້ຮັບຄວາມນິຍົມເພາະດູຮຽບຮ້ອຍ ຕິດຕັ້ງງ່າຍ ທົນທານ ແລະ ເຂົ້າກັບການຕົກແຕ່ງຫຼາຍແບບ ແຕ່ເມື່ອໃຊ້ງານໄປນານໆ ຂໍ້ເສຍກັບຊັດເຈນຂຶ້ນ ຄື ຊ່ອງວ່າງດ້ານເທິງບໍ່ສາມາດປິດແສງໄດ້ສະນິດ ເຮັດໃຫ້ຜູ້ທີ່ນອນຫຼັບບໍ່ອາດຕື່ນຈາກແສງແດດຍາມເຊົ້າໄດ້ງ່າຍ ຍິ່ງໄປກວ່ານັ້ນ ຫາກຜ້າກັ້ງມີຄວາມໜາ ການເລື່ອນເປີດ-ປິດມັກຕິດຂັດ ຮູ້ສຶກບໍ່ສະດວກ ແລະ ໃຊ້ດົນໆ ກໍຍິ່ງເຮັດໃຫ້ເຈົ້າຂອງຫ້ອງຫງຸດຫງິດ ຫາກທ່ານປະສົບບັນຫາແບບນີ້ ວິທີແກ້ຄືປ່ຽນເປັນຜ້າກັ້ງຮ່າງຄູ່ແບບໄຂວ້ ພ້ອມຕະຂໍເລື່ອນ ຈະສາມາດກັນແສງໄດ້ເຕັມທີ່ ແລະ […]