ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້

ເສດເຂົ້າໜົມໃນກະເປົາ ຮູບແຕ້ມທີ່ຂຽນໄວ້ດ້ານຫຼັງປຶ້ມບັນທຶກ ຄຳຖາມ “ເປັນຫຍັງ?” ທີ່ບໍ່ມີທີ່ສິ້ນສຸດຢູ່ໂຕະອາຫານ… ທ່ານອາດຄິດວ່າທ່ານໄດ້ຖິ້ມທຸກສິ່ງເຫຼົ່ານັ້ນໄວ້ເບື້ອງຫຼັງແລ້ວ ແນວໃດກໍຕາມ ໂລກນ້ອຍໆ ຂອງນິສັຍໃນໄວເດັກເຫຼົ່ານີ້ຍັງຄົງຢູ່ໃນຊີວິດປະຈຳວັນຂອງທ່ານເມື່ອເປັນຜູ້ໃຫຍ່ ຮູ້ສຶກສົນໃຈບໍ? ທ່ານຈະຕ້ອງມັກການຄົ້ນພົບວິທີການ ພິທີກຳໃນໄວເດັກ ສະຖາປະນິກຜູ້ຮອບຄອບເຫຼົ່ານີ້ ມີບາງສິ່ງທີ່ມະຫັດສະຈັນ ແລະ ມີພະລັງຢ່າງເຫຼືອເຊື່ອໃນທ່າທາງນ້ອຍໆ ໃນຊີວິດປະຈຳວັນທີ່ເກີດຂຶ້ນເມື່ອຍັງເປັນເດັກ ການກອດຕອນແລງ ການຫອມທີ່ເຮົາບໍ່ເຄີຍລືມ ແລະ ຄຳເວົ້າກະຊິບທີ່ວ່າ “ເຈົ້າເຮັດໄດ້” ກ່ອນການທົດສອບ… ຊ່ວງເວລາທີ່ເບິ່ງທຳມະດາເຫຼົ່ານີ້ບໍ່ແມ່ນພຽງແຕ່ຄວາມຊົງຈຳທີ່ຊາບຊຶ້ງໃຈ ແຕ່ເປັນຮາກຖານຂອງຊີວິດ ຄວາມສາມາດຂອງທ່ານໃນປັດຈຸບັນໃນການຮັບມື ກັບຄວາມກົດດັນ ການຂໍຄວາມຊ່ວຍເຫລືອ ການອະນຸຍາດໃຫ້ຕົວເອງໄດ້ພັກຜ່ອນ ຫຼື ມີຄວາມສຸກ ມັກຈະມາຈາກຕົງນັ້ນ ຊ່ວງເວລາເຫຼົ່ານີ້ໄດ້ຫຼໍ່ຫຼອມວິທີທີ່ທ່ານຮັກຕົວເອງ ສະແດງອອກເຖິງຕົວເອງ ແລະ ການດູແລຕົວເອງ ປະສາດວິທະຍາໄດ້ຢືນຢັນແລ້ວວ່າ ສະໝອງຂອງເຮົາມີການພັດທະນາຢ່າງວ່ອງໄວໃນຊ່ວງໄວເດັກ ແລະ ຈະບັນທຶກປະສົບການເຫຼົ່ານີ້ ແລະ ດຶງຮູບແບບທີ່ຄົງຢູ່ມາຈາກປະສົບການເຫຼົ່ານັ້ນ ກ່າວອີກແບບໜຶ່ງ ທ່ານມີແນວໂນ້ມທີ່ຈະເຮັດສິ່ງທີ່ທ່ານເລີ່ມໃຫ້ແລ້ວຕາມເປົ້າໝາຍສະເໝີບໍ? ບາງທີອາດເກີດຈາກຫຼັກການງ່າຍໆ ທີ່ວ່າ “ເຮົາຈະບໍ່ລຸກຈາກໂຕະຈົນກວ່າຈານຈະຫວ່າງ” ທ່ານຕ້ອງການການຕິດຕາມກວດສອບບໍ? […]
ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ

ນັກວິໄຈບອກວ່າ ຫຼັງອາຍຸ 40 ປີ ສະໝອງຂອງເຮົາຈະເລີ່ມຫົດຕົວລົງປະມານ 5% ໃນທຸກ 10 ປີ ຊຶ່ງອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ໂດຍສະເພາະ ຮິບໂປແຄມປັສ (Hippocampus) ຊຶ່ງກ່ຽວຂ້ອງກັບຄວາມຈຳ ແລະ ເປືອກສະໝອງສ່ວນໜ້າ (Prefrontal Cortex) ທີ່ກ່ຽວຂ້ອງກັບການຄິດວິເຄາະ ການປ່ຽນແປງເຫຼົ່ານີ້ອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ແຕ່ເຮົາສາມາດຊະລໍການເສື່ອມນີ້ໄດ້ ຜູ້ຊ່ຽວຊານແນະນຳວ່າ ການຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຫຼິ້ນເຄື່ອງດົນຕີ ເປັນສະເໝືອນການອອກກຳລັງກາຍສະໝອງແບບເຕັມຮູບແບບ ເພາະຊ່ວຍກະຕຸ້ນສະໝອງຫຼາຍສ່ວນພ້ອມກັນ ທັງການຄິດ ວິເຄາະ ຄວາມຈຳ ແລະ ການປະສານງານລະຫວ່າງມືກັບຕາ ການເຮັດແນວນີ້ຈະຊ່ວຍໃຫ້ເສັ້ນທາງປະສາດໃນສະໝອງແຂງແຮງ ແລະ ມີຄວາມຍືດຫຍຸ່ນຫຼາຍຂຶ້ນ ເຖິງຢ່າງໃດກໍຕາມ ສະໝອງຂອງມະນຸດຍັງມີຄວາມສາມາດປັບຕົວ ຫຼື ມີຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການປັບຕົວຂອງສະໝອງ (neuroplasticity) ຊຶ່ງເປັນພື້ນຖານທີ່ເຮັດໃຫ້ເຮົາສາມາດຮຽນຮູ້ສິ່ງໃໝ່ໆ ແລະ ຊະລໍການເສື່ອມຂອງສະໝອງໄດ້ […]
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ

ຜົນການສຶກສາໃໝ່ເປີດເຜີຍວ່າ ເດັກນ້ອຍທີ່ມີໂທລະສັບມືຖືເປັນຂອງຕົນເອງກ່ອນອາຍຸ 13 ປີ ມີແນວໂນ້ມທີ່ຈະປະສົບບັນຫາສຸຂະພາບຈິດທີ່ຮຸນແຮງເມື່ອເຕີບໃຫຍ່ຂຶ້ນ ງານວິໄຈໃໝ່ນີ້ເກີດຂຶ້ນໂດຍສະຕາດອັບດ້ານປະສາດວິທະຍາຈາກປະເທດສະຫະລັດອາເມລິກາ ທີ່ຊື່ວ່າ ເຊເປັຽນ ແລັບສ໌ (Sapien Labs) ຊຶ່ງນຳໃຊ້ຂໍ້ມູນ Longitudinal Data ຫຼື ຂໍ້ມູນທີ່ເກັບຈາກກຸ່ມບຸກຄົນ ຫຼື ສິ່ງທີ່ສຶກສາຊ້ຳໆ ຫຼາຍຄັ້ງໃນແຕ່ລະຊ່ວງເວລາ ເພື່ອເບິ່ງການປ່ຽນແປງເມື່ອເວລາຜ່ານໄປ ຂໍ້ມູນນີ້ນຳມາຈາກ ໂກລບອນ ໄມດ໌ ໂປຣເຈັກ (Global Mind Project) ຊຶ່ງເປັນຖານຂໍ້ມູນສຸຂະພາບຈິດຂະໜາດໃຫຍ່ທີ່ລວບລວມໂດຍບໍລິສັດເອງ ຜົນການສຶກສາພົບວ່າກຸ່ມຄົນອາຍຸລະຫວ່າງ 18 ຫາ 24 ປີ ຈຳນວນກວ່າ 100,000 ຄົນທົ່ວໂລກ ທີ່ໄດ້ໃຊ້ໂທລະສັບມືຖືກ່ອນອາຍຸ 13 ປີ ຊຶ່ງອາດຈະນຳໄປສູ່ການເຂົ້າເຖິງໂຊຊຽລມີເດຍຕັ້ງແຕ່ນ້ອຍ ມີຄວາມສ່ຽງສູງຂຶ້ນຈາກການຖືກກັ່ນແກ້ງທາງໄຊເບີ ການນອນຫຼັບບໍ່ສະບາຍ ແລະ ຄວາມສຳພັນທີ່ບໍ່ດີກັບຄອບຄົວ ເຮັດໃຫ້ມີແນວໂນ້ມທີ່ຈະມີຄວາມຄິດຂ້າຕົວເອງ ຄວາມກ້າວລ້າວ ການແຍກຕົວຈາກຄວາມເປັນຈິງ ແລະ ປະສາດຫຼອນເມື່ອອາຍຸຫຼາຍຂຶ້ນ ໃນກຸ່ມຕົວຢ່າງດຽວກັນນີ້ […]
ດູດວງລາຍວັນ ປະຈຳວັນສຸກທີ່ 8 ສິງຫາ 2025

ວັນສຸກທີ່ 8 ສິງຫາ ພ.ສ. 2568 ຂຶ້ນ 14 ຄ່ຳ ເດືອນ 9 ວັນນີ້ຍັງບໍ່ເໝາະສົມສຳລັບການເຮັດມຸງຄຸນ ເຄັດລັບດວງດີ ຄົນເກີດປີມະເມຍ ສິ່ງໃດທີ່ທ່ານບໍ່ຄິດວ່າຈະໄດ້ ກໍຈະໄດ້ມາແບບບໍ່ຄາດຄິດ ຄວນເຮັດບຸນດ້ວຍແສງສະຫວ່າງເພື່ອເສີມດວງ ດວງລາຍວັນ ດວງດາວຂອງທ່ານ 8 ສິງຫາ 2025 ຄົນເກີດວັນອາທິດ ການງານ ມີໂອກາດປະສົບຄວາມສຳເລັດໄກເກີນຝັນ ໜ້າທີ່ການງານກ້າວໜ້າຢ່າງຕໍ່ເນື່ອງ ການເງິນ ມີແນວໂນ້ມມີລາຍໄດ້ເຂົ້າມາຫຼາຍຈາກນ້ຳພັກນ້ຳແຮງລ້ວນໆ ຄົນເກີດວັນຈັນ ການງານ ດວງການງານຊ່ວງນີ້ພຸ່ງສູງແຮງ ຈະພົບເຈົ້າແຕ່ຄວາມສຳເລັດສົມຫວັງ ມີຄວາມສຸກເລື່ອງການງານ ການເງິນ ເຖິງແມ່ນວ່າມີລາຍຈ່າຍຫຼາຍ ແຕ່ກໍສາມາດຫາເງິນເຂົ້າມາໄດ້ຫຼາຍເຊັ່ນດຽວກັນ ຄົນເກີດວັນອັງຄານ ການງານ ຊ່ວງນີ້ດວງຊະຕາກຳລັງດີຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າຍັງມີອຸປະສັກຢູ່ ແຕ່ກໍເບົາບາງຈົນບໍ່ໜ້າເປັນຫ່ວງຫຍັງ ການເງິນ ໂດຍລວມການເງິນຍັງຄ່ອງຕົວດີ ຄົນເກີດວັນພຸດ ການງານ ມີແນວໂນ້ມຈະພົບງານຍາກງານໜັກ […]
ຫົວໃຈດວງທີ 2 ຂອງມະນຸດຢູ່ທີ່ນ່ອງ ເຮັດໜ້າທີ່ປັ້ມເລືອດກັບຄືນໄປທີ່ໜ້າເອິກ

ຫາກສະໝອງທີ 2 ຂອງມະນຸດແມ່ນລຳໄສ້ ຊຶ່ງເຮັດໜ້າທີ່ສອດປະສານກັບລະບົບປະສາດໃນການສັ່ງການ ແລະ ຄວບຄຸມການເຮັດວຽກຂອງຮ່າງກາຍ ພວກເຮົາກໍມີຫົວໃຈດວງທີ 2 ທີ່ເຮັດໜ້າທີ່ສູບສີດເລືອດກັບຄືນເຂົ້າໄປທີ່ຫົວໃຈຫຼັກທີ່ຢູ່ໜ້າເອິກເຊັ່ນດຽວກັນ ຫົວໃຈດວງທີ່ສອງຢູ່ທີ່ນ່ອງ ເມື່ອເວົ້າວ່າຫົວໃຈດວງທີ 2 ຢູ່ທີ່ນ່ອງ ອາດເຮັດໃຫ້ຫຼາຍຄົນແປກໃຈວ່າ ຄົນເຮົາຈະມີອະໄວຍະວະງອກຂຶ້ນມາອີກໄດ້ແນວໃດ? ແຕ່ຈິງໆແລ້ວ ສຳນວນ “ຫົວໃຈດວງທີ 2” ເປັນຄຳປຽບທຽບເຖິງ “ກ້າມເນື້ອນ່ອງ” ທີ່ນອກຈາກຊ່ວຍຊັບພອດການຍ່າງແລ້ວ ຍັງມີໜ້າທີ່ສຳຄັນໃນການຊ່ວຍໃນການໄຫຼວຽນເລືອດກັບຄືນເຂົ້າສູ່ຫົວໃຈ ໂດຍກ້າມເນື້ອນ່ອງທີ່ແຂງແຮງຈະຊ່ວຍຫຼຸດການເຮັດວຽກຂອງຫົວໃຈ ເປັນຄ້ືຕົວຕ້ານແຮງໂນ້ມຖ່ວງ ໃຫ້ເລືອດທີ່ຢູ່ສ່ວນລຸ່ມຂອງຮ່າງກາຍ ໄຫຼຍ້ອນກັບຂຶ້ນໄປສູ່ຫົວໃຈໄດ້ງ່າຍຂຶ້ນນັ້ນເອງ. ຫົວໃຈທີ 2 ເຮັດວຽກແນວໃດ? ສິ່ງສຳຄັນແມ່ນ ຫົວໃຈດວງທີ 2 ຈະເຮັດວຽກໄດ້ເພາະເມື່ອຕອນທີ່ເຮົາເຄື່ອນໄຫວເທົ່ານັ້ນ!! ຍິ່ງຮ່າງກາຍເຄື່ອນໄຫວຫຼາຍເທົ່າໃດ ກໍຈະຊ່ວຍກະຕຸ້ນການເຮັດວຽກຂອງຫຼອດເລືອດດຳທີ່ນ່ອງ ໃຫ້ເລືອດທີ່ນ່ອງຍິ່ງສູບສີດຂຶ້ນໄປທີ່ໜ້າເອິກໄດ້ຫຼາຍເທົ່ານັ້ນ. ໝາຍຄວາມວ່າ ຫາກຮ່າງກາຍຢູ່ໃນພາວະຫຍຸດນິ່ງ ບໍ່ມີການເຄື່ອນໄຫວ ຢູ່ໃນທ່ານັ່ງ ຫຼື ຍືນນິ່ງເປັນເວລາດົນເກີນໄປ ເລືອດບໍ່ສາມາດໄຫຼວຽນໄດ້ສະດວກ ຈະເຮັດໃຫ້ເກີດອາການເລືອດຄ້າງໃນຂາ ບໍ່ສາມາດໄຫຼວຽນກັບຄືນເຂົ້າໄປທີ່ຫົວໃຈຫຼັກໄດ້. ຫາກເລືອດຄ້າງສະສົມທີ່ຂາດົນເກີນໄປ […]
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple

ແອັບເປີນ (Apple) ກຽມເປີດໂຕ iPhone ລຸ້ນໃໝ່ໃນເດືອນກັນຍານີ້ ແລະ ຂ່າວລືຫຼ້າສຸດເຫັນເຖິງການປ່ຽນແປງຂອງ iPhone ລຸ້ນ iPhone 17 Pro ແລະ iPhone 17 Pro Max ທີ່ອາດຈະມາພ້ອມກັບຟີເຈີທີ່ບໍ່ເຄີຍມີໃນ iPhone ມາກ່ອນ ຈຸດເດັ່ນຂ່າວລືການອັບເກຣດທີ່ໜ້າສົນໃຈ ໜ້າຈໍປ້ອງກັນການສະທ້ອນ: ຕາມລາຍງານຂອງ MacRumors, iPhone 17 Pro ຈະໃຊ້ໜ້າຈໍແບບໃໝ່ທີ່ຊ່ວຍຫຼຸດແສງສະທ້ອນ ເຮັດໃຫ້ເບິ່ງເຫັນໜ້າຈໍໄດ້ຊັດເຈນຂຶ້ນເຖິງຢູ່ໃນບ່ອນທີ່ມີແສງແດດແຮງ ນອກຈາກນີ້ ໜ້າຈໍຍັງມີຄວາມທົນທານຕໍ່ຮອຍຂີດຂ່ວນໄດ້ດີຍິ່ງຂຶ້ນອີກດ້ວຍ ຊູມແບບອອບຕິກັລ 8x: ກ້ອງ Telephoto ຂອງ iPhone 17 Pro ຄາດວ່າຈະເພີ່ມຄວາມສາມາດໃນການຊູມຈາກເດີມ 5x ເປັນ 8x ຊຶ່ງເປັນການກ້າວກະໂດດຄັ້ງໃຫຍ່ ແລະ ຈະເປັນຄັ້ງທຳອິດຂອງ Apple ສ່ວນນູນຂອງກ້ອງໃຫຍ່ຂຶ້ນ: ເພື່ອຮອງຮັບການຊູມແບບອອບຕິກັລທີ່ເພີ່ມຂຶ້ນ ເຮັດໃຫ້ສ່ວນນູນຂອງກ້ອງ […]
ງານວິໄຈຊີ້ໃຫ້ເຫັນວ່າ ການລະບາດຂອງໂຄວິດ19 ເຮັດໃຫ້ສະໝອງເຮົາແກ່ໄວຂຶ້ນ ເຖິງວ່າຈະບໍ່ໄດ້ຕິດເຊື້ອກໍຕາມ

ງານວິໄຈຫຼ້າສຸດທີ່ຕີພິມໃນວາລະສານ Nature Communications ເມື່ອວັນທີ່ 22 ກໍລະກົດ 2025 ເປີດເຜີຍໃຫ້ເຫັນຜົນກະທົບທີ່ລຶກເຊິ່ງຂອງການລະບາດໃຫຍ່ຂອງ COVID-19 ຕໍ່ສະໝອງມະນຸດ ໂດຍລະບຸວ່າ ສະໝອງຂອງຄົນເຮົາແກ່ຊາລົງເລັວຂຶ້ນ ໃນຊ່ວງໂຄວິດ ບໍ່ວ່າຈະເຄີຍຕິດເຊື້ອຫຼືບໍ່ກໍຕາມ, ທີມນັກວິໄຈຊີ້ໃຫ້ເຫັນວ່າ”ພາວະສະໝອງແກ່ໄວຂຶ້ນ” ນີ້ບໍ່ໄດ້ເກີດຈາກໄວຣັດ COVID-19 ໂດຍກົງເທົ່ານັ້ນ. ແຕ່ປັດໄຈທາງຈິດໃຈ ແລະ ສັງຄົມ ທີ່ເກີດຂຶ້ນໃນຊ່ວງການລະບາດ ເຊັ່ນ: ຄວາມຄຽດສູງ ການແຍກຕົວທາງສັງຄົມ ລາຍໄດ້ຫຼຸດລົງ ແລະ ຄວາມບໍ່ໝັ້ນຄົງໃນການດຳລົງຊີວິດ ກໍມີຜົນຕໍ່ສະໝອງຢ່າງຊັດເຈນ “ນີ້ເປັນຫລັກຖານຊັດເຈນວ່າການໃຊ້ຊີວິດໃນຊ່ວງການລະບາດໃຫຍ່ສົ່ງຜົນໃຫ້ສະໝອງມີລັກສະນະປ່ຽນແປງໃນແບບທີ່ພົບໃນຜູ້ສູງອາຍຸ” ທີມວິໄຈກ່າວ ກຸ່ມສ່ຽງທີ່ໄດ້ຮັບຜົນກະທົບຮຸນແຮງ ການຄົ້ນຄວ້າຍັງພົບວ່າຜົນກະທົບຂອງໂຄວິດຕໍ່ສະໝອງມີຄວາມຮຸນແຮງຫຼາຍຂຶ້ນໃນບາງກຸ່ມປະຊາກອນ ໄດ້ແກ່: • ຜູ້ຊາຍ • ຜູ້ສູງອາຍຸ • ຜູ້ທີ່ມີສຸຂະພາບຮ່າງກາຍບໍ່ດີ • ຜູ້ທີ່ມີລາຍໄດ້ນ້ອຍ ການສຶກສາຕໍ່າ ຫຼື ທີ່ຢູ່ອາໄສບໍ່ໝັ້ນຄົງ ໂດຍສະເພາະກຸ່ມທີ່ມີ “ສະຖານະການຈ້າງງານບໍ່ໝັ້ນຄົງ” ຈະມີອາຍຸສະໝອງເພີ່ມຂຶ້ນໂດຍສະເລ່ຍເຖິງ 5 ເດືອນ […]
ແນວທາງເລກເດັ່ນ ປະຈຳວັນເກີດ ວັນທີ່16 ກໍລະກົົດ ນີ້ ພ້ອມວິທີເສີມດວງສະເພາະແຕ່ລະວັນເກີດ

ເປີດເລກເດັດ ເລກເດັ່ນ ຕາມວັນເກີດ 16ກໍລະກົົດ ນີ້ ຄົນເກີດທັງ 7 ວັນມີເລກໃນໃຈຫຼືຍັງ ວິທີເສີມດວງສາມາດໃຊ້ໄດ້ໃນຊ່ວງວັນທີ 14-20 ກໍລະກົົດນີ້ຈະໄດ້ຜົນດີ ເລກເດັ່ນຄົນເກີດວັນຈັນ ເລກເດັ່ນຄົນເກີດວັນຈັນ : 06,18,19,25,40,48,57,81,89,63 ວິທີການເສີມດວງ : ນວດໃຫ້ພໍ່ແມ່ຢ່າງຕັ້ງອົກຕັ້ງໃຈ ຊ່ວຍສົ່ງຜົນໃຫ້ຊີວິດມີແຕ່ໂຊກລາບວາດສະນາ ເລກເດັ່ນຄົນເກີດວັນອັງຄານ ເລກເດັ່ນຄົນເກີດວັນອັງຄານ : 10,23,33,38,56,57,60,79,91,94 ວິທີການເສີມດວງ : ຊື້ເຄື່ອງກອງນ້ຳບໍລິຈາກໃຫ້ມູນນິທິເດັກ ເຮັດຫຍັງກໍ່ຕາມລື່ນໄຫຼໄປຫມົດ ເລກເດັ່ນຄົນເກີດວັນພຸດ ເລກເດັ່ນຄົນເກີດວັນພຸດ : 04,29,44,47,53,58,76,79,80,89 ວິທີການເສີມດວງ : ງົດກິນເນື້ອສູດມົນບົດເຈົ້າແມ່ກວນອິມ ຈະເຮັດໃຫ້ການງານໄປໄດ້ດ້ວຍດີ ເລກເດັ່ນຄົນເກີດວັນພະຫັດ ເລກເດັ່ນຄົນເກີດວັນພະຫັດ : 19,32,45,65,70,72,81,84,95,97 ວິທີການເສີມດວງ : ໃຫ້ຄວາມຮູ້ກັບຄົນທີ່ຕ້ອງການຄວາມຮູ້ຢ່າງເຕັມທີ່ ຈະເສີມໃຫ້ງານນັ້ນໆໝັ້ນຄົງ ເລກເດັ່ນຄົນເກີດວັນສຸກ ເລກເດັ່ນຄົນເກີດວັນສຸກ : 00,12,15,36,39,42,45,59,61,68 ວິທີການເສີມດວງ : ຄວນໝັ່ນປະຕິບັດຕົນຢູ່ໃນສີນໃນທຳ […]
ວິທີງ່າຍໆ ໃນການຫຸງເຂົ້າ ໃຫ້ໄດ້ໂປຣຕີນເທົ່າກັບຊີ້ນງົວ 100 ກຣາມ ກິນດີ ຫຼຸດນ້ຳໜັກ ຕ້ານພະຍາດເບົາຫວານ-ມະເຮັງ!

ຫຸງເຂົ້າແບບນີ້ ໂປຣຕີນເທົ່າກັບກິນຊີ້ນງົວ 100 ກຣາມ ແຕ່ດີກວ່າຕອນບໍ່ເພີ່ມໄຂມັນອິ່ມຕົວ ເຮັດງ່າຍ ສຸຂະພາບດີ ເຂົ້າແມ່ນອາຫານຫຼັກຂອງຄົນລາວ ແລະ ຫຼາຍປະເທດໃນເອເຊຍ ແຕ່ຮູ້ຫຼືບໍ່ວ່າ “ການໃສ່ຖົ່ວ” ລົງໄປຂະນະຫຸງເຂົ້າ ສາມາດເພີ່ມຄຸນຄ່າທາງໂພຊະນາການໄດ້ຢ່າງໜ້າປະຫລາດໃຈ! ຫຼ້າສຸດຜູ້ຊ່ຽວຊານດ້ານສຸຂະພາບ ແລະ ອາຍຸຍືນຈາກສະຫະລັດ ແນະນຳໃຫ້ທຸກບ້ານຫັນມາໃສ່ຖົ່ວໃນເຂົ້າຈ້າວ ເພື່ອຍົກລະດັບສານອາຫານທີ່ໄດ້ຮັບໃນແຕ່ລະມື້ “Dan Buettner” ນັກວິໄຈຊື່ດັງດ້ານອາຍຸຍືນຈາກສະຫະລັດ ແລະ ຜູ້ສຶກສາ “Blue Zones” ຫຼື ພື້ນທີ່ທີ່ມີຄົນອາຍຸຍືນທີ່ສຸດໃນໂລກ ເປີດເຜີຍວ່າ ການຫຸງເຂົ້າພ້ອມກັບຖົ່ວຫຼາກຊະນິດ ເຊັ່ນ: ຖົ່ວແດງ ຖົ່ວດຳ ຖົ່ວຂຽວ ຊ່ວຍເພີ່ມປະລິມານໂປຣຕີນ ເສັ້ນໃຍ ແລະ ວິຕາມິນໃຫ້ກັບມື້ອາຫານຢ່າງເຫັນໄດ້ຊັດ ໂດຍເຂົ້າຖົ່ວ 1 ຖ້ວຍສາມາດ ໃຫ້ໂປຣຕີນໃນລະດັບເທົ່າກັບການກິນຊີ້ນງົວ 100 ກຣາມ ແຕ່ບໍ່ມີໄຂມັນອິ່ມຕົວທີ່ເປັນອັນຕະລາຍຕໍ່ຫົວໃຈ ນອກຈາກນີ້ຍັງອຸດົມໄປດ້ວຍສານອາຫານສຳຄັນ ເຊັ່ນ: ໃຍອາຫານປະມານ 3 ກຣາມ, ໂຟເລດ (ວິຕາມິນ […]
ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ໄຂມັນພອກຕັບບໍ່ຮູ້ຕົວ

ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ນ້ຳໜັກຂຶ້ນ ໄຂມັນພອກຕັບບໍ່ຮູ້ຕົວ ຫຼາຍຄົນເຊື່ອວ່າການກິນໝາກໄມ້ຫຼາຍໆ ຈະຍິ່ງດີຕໍ່ສຸຂະພາບ ເພາະໝາກໄມ້ມີວິຕາມິນ ໄຟເບີ ແລະ ສານຕ້ານອະນຸມູນອິດສະລະ ແຕ່ແພດຜູ້ຊ່ຽວຊານດ້ານສຸຂະພາບຈາກໄຕ້ຫວັນ ດຣ.ຫລິວ ປ໋ອເຫິນ (Dr. Liu Bo-Ren) ອອກມາເຕືອນວ່າ ໝາກໄມ້ອາດກາຍເປັນ “ກັບດັກສຸຂະພາບ” ໄດ້ເຊັ່ນກັນ ໝາກໄມ້ເປັນແຫຼ່ງຂອງຄາໂບໄຮເດຣດຊະນິດໜຶ່ງ ຊຶ່ງມີນ້ຳຕານຟຣຸກໂຕສເປັນສ່ວນປະກອບ ເມື່ອຮ່າງກາຍຮັບເຂົ້າໄປຫຼາຍເກີນໄປ ຕັບຈະປ່ຽນນ້ຳຕານຟຣຸກໂຕສເຫຼົ່ານີ້ໄປເປັນໄຂມັນ ເຮັດໃຫ້ເກີດພາວະໄຂມັນພອກຕັບ ພາວະດື້ຕໍ່ອິນຊູລິນ ຫຼືແມ້ກະທັ້ງນ້ຳໜັກຕົວເພີ່ມຂຶ້ນ ຕົວຢ່າງກໍລະນີຈາກຊີວິດຈິງ ມີຍິງອາຍຸໃກ້ 60 ປີຄົນໜຶ່ງທີ່ກັບໄປກວດສຸຂະພາບ ແລະ ຍອມຮັບວ່າ ນ້ຳໜັກຕົວເພີ່ມຂຶ້ນຢ່າງເຫັນໄດ້ຊັດ ແຕ່ນາງບອກກັບໝໍວ່າ: “ຂ້ອຍມັກກິນໝາກໄມ້ຫຼາຍ ມື້ໜຶ່ງກິນຕັ້ງ 5-6 ຊະນິດ ລວມແລ້ວປະມານ 5-6 ສ່ວນຕໍ່ມື້ ແບບນີ້ຖືວ່າຫຼາຍໄປບໍ?” ນາງຄິດວ່າໝາກໄມ້ທຸກຊະນິດລ້ວນມີປະໂຫຍດ ແລະ ຖ້າບໍ່ກິນກໍ່ຄືກັບຂາດຫາຍແມ່ນຫຍັງໄປ ດຣ.ຫລິວຊີ້ແຈງວ່າ […]