ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ

ການແຂ່ງຂັນຕີຄີ ແມ່ນກິລາພື້ນເມືອງຊະນິດໜຶ່ງ ຊຶ່ງເປັນກິດຈະກຳທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງງານບຸນນະມັດສະການພຣະທາດຫຼວງວຽງຈັນ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານລັດຖະບານ ກັບປະຊາຊົນ ພ້ອມຍັງເປັນກິດຈະກຳທີ່ສາມາດດຶງດູດຄວາມສົນໃຈຂອງມວນຊົນລາວ ແລະ ຕ່າງປະເທດເຂົ້າຊົມ ແລະ ເຊຍດັງຟົດສະນັ່ນທົ່ວສະໜາມຫຼວງ (ເດີ່ນທາດຫຼວງ). ການແຂ່ງຂັນກິລາພື້ນເມືອງນີ້ຈາກເມື່ອກ່ອນຕ້ອງຕີໃຫ້ໄດ້ໄລຍະໄກທີ່ສຸດ ຈຶ່ງຈະເປັນຜູ້ຊະນະໄດ້ພັດທະນາເປັນການແຂ່ງຂັນແບບທີມ ກະຕິກາການແຂ່ງຂັນຈຶ່ງຖືກປັບປ່ຽນໄປເປັນການຕີລູກຄີໃຫ້ເຂົ້າປະຕູຂອງອີກຝ່າຍໜຶ່ງ ໂດຍມີອຸປະກອນທີ່ເຮັດຈາກພູມປັນຍາດັ່ງເດີມ ນັ້ນກໍຄື “ໄມ້ຕີ” ທີ່ເຮັດຈາກໄມ້ໄຜ່ທີ່ມີບໍລິເວນເຫງົ້າ ຫຼື ໂຄນຕົ້ນເດ່ອອກມາເປັນຮູບຊົງໂຄ້ງ (ບາງຄົນກໍໃຊ້ໄມ້ອື່ນແທນ), ສ່ວນ “ລູກຄີ” ແມ່ນໝາກບານນ້ອຍທີ່ເຮັດດ້ວຍແພ ຫຼື ປະຍຸກໃຊ້ວັດຖຸອື່ນເຮັດເປັນລູກຄີ, ປະຕູ ກໍມີລັກສະນະຄືປະຕູບານເຕະ ແຕ່ມີຂະໜາດນ້ອຍກວ່າ ໂດຍມີຜູ້ເຂົ້າແຂ່ງຂັນທີມລະ 11 ຄົນ ຫຼື ຫຼາຍກວ່ານັ້ນ. ສຳລັບ ການແຂ່ງຂັນກິລາຕີຄີໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2025 ແມ່ນກົງກັບວັນທີ 5 ພະຈິກ 2025 ກໍຈະມີຂະບວນແຫ່ລູກຄີອອກຈາກກົມມະລຽນທາດເພື່ອທຳການແຂ່ງຂັນຕາມປະເພນີ. ບໍລິເວນໃຈກາງເດີ່ນພຣະທາດຫຼວງໃນເວລານີ້ໄດ້ຖືກນິມິດໃຫ້ກາຍເປັນເດີ່ນກິລາໂດຍມີນັກກິລາ 2 ທີມຈາກຝ່າຍລັດຖະບານ ແລະ ທີມຝ່າຍປະຊາຊົນເພື່ອທຳການແຂ່ງຂັນຕີຄີ. ຜົນຂອງການແຂ່ງຂັນຕີຄີ ຍັງສາມາດທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າສືບຕໍ່ກັນມາ); ຫາກປີໃດຝ່າຍລັດຖະບານຊະນະ […]
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຮ່ວມກັບເມືອງບົວລະພາ ແລະ ສະມາຄົມຂີ່ລົດຖີບພາຍໃນແຂວງ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫລອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ທາງທໍາມະຊາດ ແຫ່ງທໍາອິດຂອງ ສປປ ລາວ ໃນວັນທີ 13 ກໍລະກົດ 2025 ແລະ ເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນ ແຫ່ງທໍາອິດລະຫວ່າງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງ ຫຍ່າ ແກບາງ ສສ ຫວຽດນາມ ໃນວັນທີ 26 ຕຸລາ 2025 ທີ່ໂຮງຮຽນມັດທະຍົມຕອນຕົ້ນຕາຫລອງ ເມືອງບົວລະພາ ແລະ ສິ້ນສຸດຢູ່ບໍລິເວນຖໍ້ານໍ້າລອດເຊບັ້ງໄຟ (ບ້ານໜອງປິງ) ໃນໄລຍະທາງ 26 ກິໂລແມັດ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ມີບັນດາຄະນະນໍາຂັ້ນແຂວງ, ເມືອງ, ສະມາຄົມຂີ່ລົດຖີບຂອງແຂວງ, ພາກສ່ວນບໍລິສັດ, ລັດວິສາຫະກິດ ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. […]
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ແຂວງຄໍາມ່ວນ ຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 47 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ກ່າວໃນກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເຂົ້າຮ່ວມງານກິລາຄັ້ງນີ້, ເມື່ອບໍ່ດົນມານີ້ ທີ່ແຂວງຄໍາມ່ວນ ວ່າ: ງານມະຫາກຳກິລາແກ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ແລະ 1 ກິລາສາທິດ ຮ່ວມແຂ່ງຂັນ ແຕ່ແຂວງຄໍາມ່ວນ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 27 ປະເພດກິລາ: ແລ່ນ-ລານ, ບານເຕະ, ບານສົ່ງ, ກະຕໍ້, ປິ່ງປ່ອງ, ເປຕັງ, ດອກປີກໄກ່, ຍິງປືນ, ເທຄວັນໂດ, ຄາຣາເຕໂດ, ມວຍລາວ, […]
ແຂວງວຽງຈັນເປີດການແຂ່ງຂັນຊ່ວງເຮືອປະເພນີປະຈຳປີ

ໃນວັນທີ 26 ຕຸລານີ້ ທີ່ທ່ານ້ຳບ້ານເກິນກາງ ຫາດຊາຍທຽມ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2025 ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ມີທ່ານ ນາງ ວົງເດືອນ ວັດຕະໂສ ເລຂາເມືອງ ທຸລະຄົມ ພ້ອມດ້ວຍ ປະຊາຊົນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມຊົມ. ທ່ານ ບຸນເລີດ ສີຫາປັນຍາ ປະທານຄະນະກຳມະການປົກຄອງເມືອງທຸລະຄົມໄດ້ລາຍງານວ່າ: ງານບຸນຊ່ວງເຮືອປີນີ້, ໄດ້ກໍານົດຄົບງັນ 7 ວັນ. ໃນນັ້ນ, ວັນທີ 25 ຕຸລາ 2025 ແຂ່ງຂັນກິລາເຮືອຊ່ວງປະເພດ 12 ສີພາຍ, ສໍາລັບມື້ນີ້ກົງກັບວັນທີ 26 ຕຸລາ 2025 ເປັນມື້ເປີດງານບຸນ ແລະ ແຂ່ງຂັນຊ່ວງເຮືອຍາວປະເພນີ ປະເພດ 55 ສີພາຍ, ຊຶ່ງລ້ວນແລ້ວແຕ່ແມ່ນເຮືອເຂດບ້ານລ້ອງງື່ມ, ກິດຈະກໍາພາຍໃນງານປະກອບມີຕະຫຼາດນັດວາງສະແດງຂາຍສິນຄ້າປະເພດອຸປະໂພກ ແລະ ບໍລິໂພກ, ສິນຄ້າໂອດ໋ອບ, […]
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ

ເຕະບານຊາຍ ທີມຊາດລາວ ໄດ້ຖືກຈັດຢູ່ໃນກຸ່ມ B ຮ່ວມກັບຫວຽດນາມ ແລະ ມາເລເຊຍ, ສ່ວນກຸ່ມ A ປະກອບມີ: ທີມຊາດໄທ, ກຳປູເຈຍ ແລະ ຕີມໍ ເລສເຕ ແລະ ກຸ່ມC ປະກອບມີ: ທີມຊາດ ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ສິງກະໂປ ໃນງານມະຫະກຳກິລາຊີເກມ 2025 ຄັ້ງທີ 33 ທີ່ປະເທດໄທ. ການແຂ່ງຂັນບານເຕະຊາຍໃນງານກິລາຊີເກມ ຄັ້ງນີ້ ຈະເລີ່ມເປີດສາກໃນວັນທີ 3 ທັນວາ ຈົນເຖິງ 19 ທັນວາ 2025 ເຊິ່ງຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ຂອງກຸ່ມ ແລະ ທີ 2 ດີສຸດໜຶ່ງທີມ ເຂົ້າຮອບຮອງຊະນະເລີດຕໍ່ໄປ. ສ່ວນ ງານມະຫະກຳກິລາຊີເກມ 2025 ຄັ້ງທີ 33 ແມ່ນຈະເປີດສາກຢ່າງເປັນທາງການ ແຕ່ວັນທີ […]
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ

ຮ້ານຈຳໜ່າຍເຄື່ອງກິລາຊື່ດັງໃນ ສປປ ລາວ ໄອສະປອດ (Ai-Sport) ຜະລິດຕະພັນເຄື່ອງກິລາພິມລາຍ ໃຫ້ການສະໜັບສະໜູນເຄື່ອງຝຶກຊ້ອມກິລາເຕະບານຍິງ ຈຳນວນ 30 ຊຸດ ລວມມູນຄ່າ 6 ລ້ານກວ່າກີບ ໃຫ້ແກ່ທີມນັກກິລາເຕະບານຍິງ ນະຄອນຫຼວງວຽງຈັນ ຫຼື ນວ ເພື່ອກຽມຄວາມພ້ອມປ້ອງກັນແຊັມຫຼຽນຄຳ ສະໄໝທີ 7 ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້. ພິທີມອບ-ຮັບການສະໜັບສະໜູນ ໄດ້ຈັດຂຶ້ນ ໃນວັນທີ 22 ຕຸລາ ຜ່ານມາ ທີ່ສະ ໜາມກິລາເຕະບານຫຍ້າທຽມ ລ້ານຊ້າງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ກ່າວມອບໂດຍທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານ ເຄື່ອງກິລາພິມລາຍ ໄອສະປອດ (Ai-Sport) ແລະ ຕາງໜ້າກ່າວຮັບໂດຍທ່ານ ບຸນມີ ໄຊຍະວົງ ຄະນະບໍລິຫານງານສະຫະພັນບານເຕະນະຄອນຫຼວງວຽງຈັນ ທັງເປັນຜູ້ຈັດການທີມເຕະບານຍິງ […]
ມີຂ່າວລືມາວ່າ Manchester United ກຳລັງເລັ່ງໂຕ ໂຣເບີດ ເລວານດອຟສກີ (Robert Lewandowski) ເພື່ອເສີມແນວຮຸກໂດຍບໍ່ມີຄ່າຕົວ – ນັກເຕະເປີດທາງພ້ອມຮ່ວມທັບ

ສື່ລາຍງານວ່າ “ຮູເບນ ອໂມຣິມ” ຮອງໂຄດຂອງທີມແມນເຊສເຕີ ຢູໄນເຕັດ ກຳລັງໃຫ້ຄວາມສົນໃຈໃນການເຊັນສັນຍາກັບ “ໂຣເບີດ ເລວານດອຟສກີ” (Robert Lewandowski) ກອງໜ້າຂອງບາເຊໂລນາ ໂດຍບໍ່ມີຄ່າຕົວໃນຕະຫຼາດຊ່ວງຊັມເມີຫນ້າ ແລະ ນັກເຕະກໍ່ເປີດທາງພ້ອມຮ່ວມທີມ. ໂດຍທີມ “ປີສາດແດງ” ຕົກເປັນຂ່າວວ່າ ກຳລັງມອງຫາກອງໜ້າຕົວເປ້າເພື່ອເສີມທີມ ເນື່ອງຈາກປະຈຸບັນພວກເຂົາມີນັກເຕະໃນຕຳແໜ່ງນີ້ພຽງແຕ່ຄົນດຽວ ຄື “ເບນຍາມິນ ເຊຊໂກ”. ລ່າສຸດ “ເດລີ ສະຕາ” ລະບຸວ່າ ອໂມຣິມ ໃຫ້ຄວາມສົນໃຈໃນການເຊັນສັນຍາກັບ ເລວານດອຟສກີ ກອງໜ້າວັຍ 37 ປີ ຂອງບາເຊໂລນາ ແລະ ທີມຊາດໂປແລນ ໃນຊ່ວງຊັມເມີຫນ້າ ເຊີ່ງນັກເຕະຈະໝົດສັນຍາກັບ “ເຈົ້າບຸນທຸ່ມ”. ແລະ ມີລາຍງານເພີ່ມເຕີມວ່າ “ປີສາດແດງ” ສາມາດບັນລຸຂໍ້ຕົກລົງກັບນັກເຕະໄດ້ແລ້ວ ເນື່ອງຈາກຍັງບໍ່ມີທ່າທີການຂະຫຍາຍສັນຍາໃໝ່ກັບບາເຊໂລນາ ທັງນີ້ ນອກຈາກແມນເຊສເຕີ ຢູໄນເຕັດ ຍັງມີ “ອັລນາສເຊີ” ທີມຕົ້ນສັງກັດຂອງ “ຄຣິສເຕຍໂນ ໂຣນັນໂດ” ທີ່ໃຫ້ຄວາມສົນໃຈໃນຕົວອະດີດນັກເຕະຂອງ “ບາເຍິນ […]
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025 ຈະຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 15-25ພະຈິກ 2025 ທີ່ຈະມາເຖິງນີ້ ໂດຍມີສັນຍະລັກ ເປັນຮູບພະທາດຫຼວງ ແລະ ສັດນໍາໂຊກ ເປັນນົກຍຸງ, ພາຍໃຕ້ຄຳຂວັນ“ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ການພັດທະນາ”. ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ປະທານຈັດງານ, ໄດ້ຖະແຫຼງຂ່າວຢືນຢັນຄວາມພ້ອມຮອບດ້ານໃນມື້ນີ້ວ່າ: ການແຂ່ງຂັນໃຫຍ່ຄັ້ງນີ້ ຈະມີກິລາທັງໝົດ 33 ປະເພດ ແລະ 1 ກິລາສາທິດ, ລວມ 400 ລາຍການ ແຂ່ງຂັນ, ໂດຍຄາດຄະເນວ່າຈະມີນັກກິລາຈາກ 17 ແຂວງ ແລະ ນະຄອນຫຼວງເຂົ້າຮ່ວມຫຼາຍກວ່າ 2,000 ຄົນ. ສຳລັບຄວາມພ້ອມຂອງສະຖານທີ່ ແລະ ສະໜາມແຂ່ງຂັນຕ່າງໆ ແມ່ນມີຄວາມພ້ອມກວ່າ 95% ແລ້ວ ແລະ ຈະສຳເລັດສົມບູນ 100% […]
ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ ຊຸດໃຫຍ່

ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 AFC Asian Cup Saudi Arabia 2027 Qualifiers Final Round ນັດທີ 3 ແລະ ນັດ 4 ເຊິ່ງຈະແຂ່ງຂັນ ວັນທີ 09 ຕຸລາ 2025 ເວລາ 19:00 ທີມຊາດລາວ ພົບ ທີມຊາດມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ແລະ ວັນທີ 14 ຕຸລາ 2025 ເວລາ 20:00 ມາເລເຊຍ […]
ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກຍິງ ປະຈຳປີ 2025

ສະໂມສອນບານເຕະ ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະເປບຊີ ລາວລີກຍິງ ປະຈຳປີ 2025 LAO WOMEN’S LEAGUE 2025 ເປັນສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ ຈໍານວນ 300 ລ້ານກີິບ, ຂະນະທີ່ອັນດັບ2 ແມ່ນສະໂມສອນບານເຕະ ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 100 ລ້ານກີບ, ສ່ວນ ອັນດັບ3 ແມ່ນສະໂມສອນບານເຕະ ມັດສະດ້າ ຈີບີ ໄດ້ຮັບເງິນລາງວັນ 50 ລ້ານກີບ ແລະ ມີລາງວັນ ໃຫ້ກັບສະໂມສອນບານເຕະ ອື່ນໆ ອີກ. ການແຂ່ງຂັນບານເຕະເປບຊີ ລາວລີກຍິງ ລະດູການ 2025 ໄດ້ສຳເລັດການແຂ່ງຂັນໃນວັນທີ 30 ກັນຍາ 2025 ຢູ່ທີ່ສະໜາມກິລາກອງທັບ ຫຼັກ 5 ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 22 ມິຖຸນາ […]