ອັນໂຕນິໂອ ຣືດິເກີ ໂພດຂໍໂທດຜູ້ຕັດສິນ ຫຼັງຖືກໃບແດງ ໃນເກມທີ່ ເຣອັນ ມາດຣິດ ພົບກັບ ບາຊາ

ອັນໂຕນິໂອ ຣືດິເກີ ກອງຫຼັງ ເຣອັນ ມາດຣິດ ອອກມາຂໍໂທດຜູ້ຕັດສິນ ຣິກາໂດ້ ເດ ບູກອສ ເບນໂກເອັດເຊຍ ຫຼັງຈາກໂດນໃບແດງໄລ່ອອກຈາກສະໜາມໃນເກມ ໂກປາ ເດນ ເຣ ຮອບຊິງຊະນະເລີດ ທີ່ “ຣາຊັນຊຸດຂາວ” ພ່າຍ ບາເຊໂລນາ ພ້ອມຍອມຮັບວ່າເປັນການກະທຳທີ່ຜິດພາດ ແລະ ອາດຈະໂດນແບນເປັນເວລາດົນ. ອັນໂຕນິໂອ ຣືດິເກີ ປາການຫຼັງ ເຣອັນ ມາດຣິດ ອອກມາຂໍໂທດ ຣິກາໂດ້ ເດ ບູກອສ ເບນໂກເອັດເຊຍ ຜູ້ຕັດສິນຊາວສະເປນ ຈາກກໍລະນີສະແດງພຶດຕິກຳທີ່ບໍ່ເໝາະສົມໃນຊ່ວງທ້າຍເກມ ໂກປາ ເດນ ເຣ ຮອບຊິງຊະນະເລີດ ນັດທີ່ “ຣາຊັນຊຸດຂາວ” ແພ້ ບາເຊໂລນາ 2-3 ໃນຊ່ວງຕໍ່ເວລາພິເສດ ເມື່ອວັນເສົາທີ 26 ເມ.ຍ. ທີ່ຜ່ານມາ. ຣືດິເກີ ໂດນໃບແດງໂທດຖານທີ່ປາຂອງໃສ່ ເບນໂກເອັດເຊຍ ຫຼັງຈາກໂດນປ່ຽນອອກໄປແລ້ວ, ໃນຂະນະທີ່ກຳມະການກໍຂຽນໃນລາຍງານໄປດ້ວຍວ່າອີກຝ່າຍປາຂອງໃສ່ຕົນ ແຕ່ບໍ່ໄດ້ໂດນຕົວເອງ. ດ້ານ […]
ຄວ້າແຊມຂາດລອຍ! ລິເວີພູລ ຖະຫລົ່ມ ສະເປີສ 5-1 ຮັບປະກັນແຊມພຣີເມຍລີກທັນທີ

ຜົນການແຂ່ງຂັນພຣີເມຍລີກ ອັງກິດ ຄູ່ລະຫວ່າງ ລິເວີພູລ ພົບ ສະເປີສ ທີ່ສະໜາມແອນຟີລ ໃນຄືນວັນອາທິດທີ 27 ເມສາ 2025 ເປີດເກມມາ 12 ນາທີ ທີມຢ້ຽມໄດ້ລູກເຕະມຸມ ເຈມສ໌ ແມດດິສັນ ເປີດໂດ່ງໄປທີ່ຈຸດນັດພົບ ໂດມິນິກ ໂຊລັງກີ້ ເທກຕົວໂຫມ່ງຍ້ອນສຽບເສົາເຂົ້າໄປ ສະເປີສ ອອກນຳ 1-0 ນາທີທີ 16 “ຫງົດແດງ” ທຳເກມຕອບໂຕ້ ໂມຮາເຫມັດ ຊາລາຫ໌ ແທງທະລຸຊ່ອງໃຫ້ ໂດມິນິກ ໂຊບອດສໄລ ຫລຸດໄປ ເປີດບອນໄປໜ້າປະຕູ ຫລຸຍສ໌ ດິອາສ ລົ້ມຕົວຊາດຈ໌ຕຸງຕາຂ່າຍ ລິເວີພຣູລ ຕີເສມີ 1-1 ນາທີທີ 24 ເຈົ້າຖິ່ນບີບກົດດັນ ໄຣອັນ ກຣາເຟນແບຣ໌ກ ແຍ່ງບອນໄດ້ກ່ອນໄຫລໃຫ້ ອະເລັກຊິສ ແມັກ ອັລລິສເຕີ ສັບໄກດ້ວຍຊ້າຍໜ້າເຂດໂທດບອນພຸ່ງສຽບຄານ ລິເວີພູລ ແຊງນຳ 2-1 ນາທີທີ […]
“ວາດີ” ເລືອກ “ສະຖານີຕໍ່ໄປ” ຫຼັງຈາກກຽມອຳລາ ເລສເຕີ ຊິຕີ້

ເຈມີ ວາດີ ດາວຍິງຂອງເລສເຕີ ຊິຕີ້ ໄດ້ເລືອກສະຖານີຕໍ່ໄປຂອງຕົນແລ້ວ ຫຼັງຈາກກຽມໂບກມືລາ “ຈິ້ງຈອກສະຍາມ” ວັນທີ 25 ເມສາ 68 ຄວາມເຄື່ອນໄຫວຂອງ ເຈມີ ວາດີ ກອງໜ້າຊາວອັງກິດຂອງ “ຈິ້ງຈອກສະຍາມ” ເລສເຕີ ຊິຕີ້ ທີ່ອອກມາປະກາດວ່າຈະອຳລາສະໜາມຄິງ ເພົາເວີ ສະເຕດຽມ ຫຼັງຈາກຈົບລະດູການນີ້ ຫຼັງຈາກຮັບໃຊ້ສະໂມສອນເປັນເວລາຍາວນານເຖິງ 13 ປີ ລາຍງານລ່າສຸດຈາກ ເອັກສ໌ເພຣສ ສື່ດັງຂອງອັງກິດ ລະບຸວ່າ ວາດີ ອາຍຸ 38 ປີ ຕັດສິນໃຈແລ້ວວ່າຕ້ອງການທີ່ຈະຄ້າແຂ້ງໃນ ພຣີເມຍລີກ ອັງກິດ ຕໍ່ໄປ ເນື່ອງຈາກຍັງໝັ້ນໃຈໃນສັກກະຍະພາບຝີຕີນແລະສະພາບຮ່າງກາຍຂອງຕົນເອງວ່າຍັງສາມາດຫຼິ້ນຟຸດບອນໃນລະດັບສູງໄດ້ຢ່າງບໍ່ມີບັນຫາ ດັ່ງນັ້ນໜ້າຈັບຕາເບິ່ງວ່າສຸດທ້າຍແລ້ວ ວາດີ ຈະເລືອກຫຼິ້ນໃຫ້ກັບສະໂມສອນໃດໃນລະດູການໜ້າ ສຳລັບ ວາດີ ທີ່ຍິງໄປແລ້ວ 8 ປະຕູ ລວມທຸກລາຍການໃຫ້ກັບ ເລສເຕີ ຊິຕີ້ ໃນລະດູການນີ້ ມີສ່ວນສຳຄັນໃນການຊ່ວຍໃຫ້ ເລສເຕີ ຄວ້າແຊມ ພຣີເມຍລີກ ແລະ […]
ວິລລາ-ເຊວຊີຂຶ້ນ! ເຕັງຄວ້າ ເດິ ບຣອຍນ໌ ບ່ອນພະນັນຖືກກົດໝາຍໃຫ້ລາຄາ

ຄວາມເຄື່ອນໄຫວຫຼ້າສຸດຂອງ ເຄວິນ ເດິ ບຣອຍນ໌ ຫຼັງກຽມອຳລາ ແມນເຊສເຕີ ຊິຕີ້ ຈົບລະດູການນີ້, ບ່ອນພະນັນຊື່ດັງ Bet365 ປັບລາຄາໃໝ່ ໂດຍໃຫ້ ແອສຕັນ ວິລລາ ຂຍັບຂຶ້ນເປັນເຕັງສອງຮອງພຽງສະໂມສອນຈາກ ເມເຈີ ລີກ ສະຫະລັດຯ ຂະນະທີ່ ເຊວຊີ ກາຍເປັນອີກທີມທີ່ມີຂ່າວສົນໃຈດຶງຕົວຈອມທັບເບວຢຽມກັບຄືນຖິ່ນເດີມ. ແອສຕັນ ວິລລາ ຕົກເປັນຂ່າວວ່າ ສົນໃຈທີ່ຈະດຶງ ເຄວິນ ເດິ ບຣອຍນ໌ ກອງກາງ ແມນຊິຕີ້ ມາເສີມທັບ ຫຼັງນັກເຕະກຽມອຳລາ “ເຮືອໃບສີຟ້າ” ຫຼັງໝົດສັນຍາຄ້າແຂ້ງທີ່ຖິ່ນ ເອຕິຮັດ ສະເຕເດຍມ ຫຼັງຈົບລະດູການນີ້. ຫຼັງຈາກທີ່ດາວເຕະເບວຢຽມ ອາຍຸ 33 ປີ ປະກາດຂໍລາ ແມນຊິຕີ້ ຢ່າງເປັນທາງການນັ້ນກໍມີຂ່າວຫຼາຍທີມຢາກໄດ້ໄປຮ່ວມທັບ ໂດຍສະເພາະທີມເງິນຖົງຈາກ ຊາອຸດີ ໂປຣ ລີກ ແລະ ສະໂມສອນໃນ ເມເຈີ ລີກ ຊອກເກີ ສະຫະລັດຯ ທັງ […]
ສະຫຼຸບຕາຕະລາງຄະແນນຂອງລາລີກາ ສະເປນ ລະດູການ 2024-25 ປະຈໍາວັນທີ 25

ບານເຕະລາລີກາ ສະເປນ ລະດູການ 2024-25 ນັດທີ 33 ລະຫວ່າງວັນອັງຄານທີ 22 – ວັນພະຫັດທີ 24 ເມສາ 2025 ໂດຍ ບາເຊໂລນາ ຍັງຄົງນໍາເປັນຈ່າຝູງດ້ວຍການມີ 76 ຄະແນນ, ນໍາຫ່າງ ເຣອັລ ມາດຣິດ ອັນດັບ 2 ທີ່ມີ 72 ຄະແນນ ອອກໄປເປັນ 4 ແຕ້ມ ຫຼັງແຂ່ງເທົ່າກັນ ຂະນະທີ່ ແອັດ.ມາດຣິດ ມີ 66 ຄະແນນ ຮັ້ງອັນດັບ 3 ຕາມມາດ້ວຍ ແອັດ.ບິນບາວ 60 ຄະແນນ ແລະ ເຣອັລ ເບຕິສ ທີ່ຟອມແຮງພຸ່ງຂຶ້ນມາຢູ່ອັນດັບ 5 ຂອງຕາຕະລາງ ສະຫຼຸບຕາຕະລາງຄະແນນ ລາລີກາ ສະເປນ ລ່າສຸດ ອັນດັບທີ 1: ບາເຊໂລນາ ຊະນະ […]
ແມນຢູເຫັນເປົ້າ 5 ນັກເຕະຝີມືດີ! ຄ່າຍົກເລີກສັນຍາບໍ່ສູງແຕ່ໂອກາດສ້າງຊື່ມີສູງ

ແມນຢູໄນເຕັດ ວາງແຜນຄວ້ານັກເຕະດາວດັງທີ່ມີຄ່າຍົກເລີກສັນຍາຕໍ່າເຊັ່ນ: ເລຍອາມ ດີແລັບ, ເຈເຣມີ ຟຣິມປົງ, ວິກເຕີ ໂອຊິມເຮນ ແລະ ອື່ນໆ ເພື່ອເສີມທີມໃນຍຸກຂອງ ຣູເບນ ອາໂມຣິມ ໂດຍຫວັງຍົກລະດັບທີມເພື່ອລຸ້ນໃນລາຍການ UEFA Champions League. ທີມ “ຜີແດງ” ພາຍໃຕ້ການນຳພາຂອງ ຣູເບນ ອາໂມຣິມ ຜົນງານບໍ່ໄດ້ດີໄປກວ່າຕອນທີ່ ເອຣິກ ເຕັນ ຮາກ ຄຸມທີມ ເຊິ່ງ ຜູ້ຈັດການທີມຊາວໂປຕຸເກດ ເກັບຊັຍຊະນະໃນລີກພຽງແຕ່ 6 ເກມ, ເສມອ 5 ແລະ ແພ້ 11 ນັດ ແຖມລູກທີມຂອງລາວກຳລັງມຸ່ງໜ້າສູ່ການສ້າງຜົນງານຈົບລະດູການທີ່ແຍ່ທີ່ສຸດໃນປະຫວັດສາດພຣີເມຍລີກ ເຊິ່ງປັດຈຸບັນຢູ່ອັນດັບ 14 ເຖິງຢ່າງໃດກໍຕາມ ອາໂມຣິມ ຍັງມີໂອກາດກູ້ໜ້າໃຫ້ ແມນຢູ ເພາະວ່າພວກເຂົາມີລຸ້ນຄວ້າແຊມ UEFA Europa League ເນື່ອງຈາກຕອນນີ້ພວກເຂົາເຂົ້າເຖິງຮອບເຄິ່ງຊະນະເລີດ ເຊິ່ງຈະພົບ ແອັດເລຕິກ ບິລບາວ ແລະ ຖ້າຫາກທີມປະສົບຜົນສຳເລັດ […]
ອາເຊນອລ 2-2 ຄຣິສຕັລ ພາເລສ: ຊາລິບາເຮັດຜິດພາດ! ອາເຊນໍເສຍ 3 ຄະແນນສຳຄັນ ໃນຂະນະທີ່ລິເວີພູລມີໂອກາດຄອງແຊມພຣີເມຍລີກ

ໃນການແຂ່ງຂັນພຣີເມຍລີກ, ອາເຊນອລ ສະເໝີກັບ ຄຣິສຕັລ ພາເລສ 2-2. ເຖິງແມ່ນວ່າພວກເຂົາຈະນຳໜ້າສອງຄັ້ງ, ແຕ່ກໍຖືກຕີເສມີໃນຊ່ວງທ້າຍເກມ ຍ້ອນຄວາມຜິດພາດຂອງ ວີລຽມ ຊາລິບາ. ຜົນການແຂ່ງຂັນນີ້ສົ່ງຜົນໃຫ້ ລິເວີພູລ ໃກ້ຈະໄດ້ເປັນແຊມລີກ ຖ້າຫາກບໍ່ແພ້ຕໍ່ສະເປີສໃນເກມຕໍ່ໄປ. ການແຂ່ງຂັນພຣີເມຍລີກ 2024/25 ລະຫວ່າງ ອາເຊນອລ ແລະ ຄຣິສຕັລ ພາເລສ ທີ່ສະໜາມ ເອມີເຣດ ສະຕາດຽມ, ລອນດອນ, ປະເທດອັງກິດ, ວັນພຸດທີ 23 ເມສາ 2025. ພຽງແຕ່ນາທີທີ 3, ອາເຊນອລ ໄດ້ປະຕູນຳ 1-0 ຈາກຈັງຫວະໄດ້ລູກຟຣີຄິກ, ເຊິ່ງ ມາຕິນ ໂອເດກາດ ເປີດບອນເຂົ້າໃນເຂດໂທດ, ແລະເປັນ ຢາຄູບ ຄີວິອໍ ຂຶ້ນໂຂກບອນເຂົ້າປະຕູຢ່າງສວຍງາມ. ໃນນາທີທີ 23, ເຈົ້າຂອງບ້ານເກືອບໄດ້ປະຕູເພີ່ມ ຈາກລູກຍິງຂອງ ເດແຄລນ ໄຣສ໌ ທີ່ບອນຫຼຸດກອບໄປພຽງເລັກນ້ອຍ. ໃນນາທີທີ 27, ພາເລສ […]
ປະໂຫຍກທ້າຍເຮັດໃຫ້ໃຈຫາຍ! “ເທຣນຕ໌” ເປີດໃຈຮັບບົດຮີໂຣ່ພາ ລິເວີພູລ ເຂົ້າໃກ້ແຊມພຣີເມຍລີກ

ເທຣນຕ໌ ອະເລັກຊານເດີ-ອາໂນລ໌ດ ນັກເຕະດາວເດັ່ນຂອງ ລິເວີພູລ ທີມດັງໃນສຶກພຣີເມຍລີກ ອັງກິດ ທີ່ສວມບົດຊູເປີຊັບລົງມາຍິງປະຕູຊັຍໃຫ້ທີມບຸກເອົາຊະນະ ເລສເຕີ ຊິຕີ້ 1-0 ທີ່ສະໜາມ ຄິງ ເພົາເວີ ເມື່ອຄືນວັນອາທິດທີ 20 ເມສາ ທີ່ຜ່ານມາ ໂດຍຈາກໄຊຊະນະດັ່ງກ່າວເຮັດໃຫ້ “ຫົງສ໌ແດງ” ຂະຍັບເຂົ້າໃກ້ຕຳແໜ່ງແຊມລີກສະໄໝທີ 20 ຫຼາຍຂຶ້ນທັນທີ ຫຼັງມີແຕ້ມນຳຫ່າງ ອາເຊນອນ ອອກໄປເປັນ 13 ຄະແນນ ແລະ ເຫຼືອໂປຣແກຣມການແຂ່ງຂັນອີກພຽງແຄ່ 5 ນັດເທົ່ານັ້ນ ຫຼັງຈົບເກມ ແບັກຂວາຕົວເກັ່ງໄດ້ເປີດໃຈວ່າ “ຂ້ອຍຕື່ນເຕັ້ນຫຼາຍທີ່ໄດ້ກັບມາ ຂ້ອຍເຮັດວຽກໜັກຫຼາຍໃນຊ່ວງຫຼາຍອາທິດທີ່ຜ່ານມາເພື່ອໃຫ້ກັບມາຟິດອີກຄັ້ງ ຂ້ອຍກະຫາຍທີ່ຈະລົງຫຼິ້ນ ແລະ ຂ້ອຍມີຄວາມສຸກທີ່ເຮັດປະຕູໄດ້ ມັນເປັນປະຕູສຳຄັນຫຼາຍ” “ຕອນນີ້ພວກເຮົາໃກ້ທີ່ຈະຄວ້າແຊມແລ້ວ ຂ້ອຍຄິດວ່າຕອນນີ້ເຫຼືອອີກພຽງແຄ່ການຄວ້າໄຊອີກພຽງແຄ່ນັດດຽວ ພວກເຮົາໃກ້ຫຼາຍແລ້ວ ການເຮັດເລື່ອງແບບນີ້ໄດ້ໂດຍສະເພາະຢ່າງຍິ່ງເມື່ອມີແຟນໆ ຢູ່ທີ່ນີ້ ຖືເປັນຊ່ວງເວລາທີ່ພິເສດຫຼາຍ” ພ້ອມກັນນີ້, ດາວເຕະໄວ 26 ປີ ຖືເປັນໜຶ່ງໃນນັກເຕະພຽງລາຍດຽວທີ່ກຳລັງຈະໝົດສັນຍາຫຼັງຈົບລະດູການນີ້ ແລະ ອະນາຄົດຂອງເຈົ້າຕົວຍັງຄົງບໍ່ແນ່ນອນຫຼັງມີຂ່າວວ່າກຽມອຳລາທີມຍ້າຍໄປຮ່ວມທີມ ເຣອັລ ມາດຣິດ ໃນລາ […]
ແຕ້ມຂາດລອຍ! ເປີດຊື່ 2 ທີມນ້ອງໃໝ່ ໄດ້ສິດຫຼິ້ນພຣີເມຍລີກ ລະດູການ 2025-26

ຮັບປະກັນການກັບສູ່ລີກສູງສຸດໄດ້ສໍາເລັດສໍາລັບ ລີດສ໌ ຢູໄນເຕັດ ແລະ ເບີນລີ່ຍ ສອງສະໂມສອນໃນການແຂ່ງຂັນ ອີເອຟແອລ ແຊມປຽນຊິບ ທີ່ຄວ້າປີ້ລຸຍສຶກພຣີເມຍລີກ ອັງກິດ ໃນລະດູການ 2025-26 ໂດຍເກມຫຼ້າສຸດ “ຍູງຄໍາ” ເປີດບ້ານຖະຫຼົ່ມ ສະໂຕກ ຊິຕີ້ 6-0 ສ່ວນ ເບີນລີ່ຍ ເອົາຊະນະ ເຊັຟຟີລ ຢູໄນເຕັດ 2-1 ເຮັດໃຫ້ທັງສອງທີມມີແຕ້ມເທົ່າກັນທີ່ 94 ຄະແນນ ຖິ້ມຫ່າງອັນດັບ 3 ຫຼາຍເຖິງ 8 ຄະແນນ ແລະ ເຫຼືອການແຂ່ງຂັນຕາມໂປຣແກຣມອີກພຽງ 2 ເກມ (ແຕ້ມຂາດແລ້ວ) ຈາກການເລື່ອນຊັ້ນໃນຄັ້ງນີ້ຂອງ ລີດສ໌ ຢູໄນເຕັດ ທີ່ຄຸມທັບໂດຍ ດາເນຍລ ຟາເຄີ ກຸນຊືອຊາວເຢຍລະມັນ ຈະເຮັດໃຫ້ພວກເຂົາຄືນສູ່ລີກສູງສຸດອີກຄັ້ງນັບຕັ້ງແຕ່ຫຼົ່ນຊັ້ນໄປຫຼິ້ນລີກຮອງເມື່ອລະດູການ 2022-23 ຂະນະທີ່ ເບີນລີ່ຍ ພາຍໃຕ້ການເຮັດທີມຂອງ ສະກັອດ ພາເກີ ຈະຫວນຄືນລີກສູງສຸດນັບຕັ້ງແຕ່ຫຼົ່ນຊັ້ນເມື່ອລະດູການ 2023/24 ນອກຈາກນີ້ອີກໜຶ່ງທີມທີ່ຈະໄດ້ສິດເລື່ອນຊັ້ນຈະນໍາເອົາທີມອັນດັບ 3-6 […]
ແມນຢູ ເສຍຄາບ້ານ! ວູລຟ໌ບຸກມາຍິງປະຕູໄຊຈາກລູກຟຣີຄິກ

ແມນເຊສເຕີ ຢູໄນເຕັດ ພາດພັ້ງຄາບ້ານອີກຄັ້ງ ຫຼັງຈາກໂດນ ປາໂບລ ຊາຣາເບຍ ຕົວສຳຮອງຂອງ ວູລຟ໌ແຮມຕັນ ຍິງລູກຟຣີຄິກສວຍງາມເປັນປະຕູໄຊ ສົ່ງໃຫ້ “ໝາປ່າ” ບຸກມາເອົາຊະນະແບບໄປ-ກັບ ພ້ອມທັງເຮັດຄະແນນໄລ່ທັນ “ປີສາດແດງ” ໃນຕາຕະລາງ ພຣີເມຍລີກ 2024/25 ຣູເບນ ອາໂມຣິມ ຫົວໜ້າຜູ້ຝຶກສອນຂອງປີສາດແດງຕັດສິນໃຈປັບທີມຂ້ອນຂ້າງຫຼາຍໂດຍສົ່ງ ໄຕເລີ ເຟຣດຣິກສັນ ກອງຫຼັງດາວຮຸ່ງອາຍຸ 20 ປີລົງຕົວຈິງ ແລະ ໄດ້ສະແດງຜົນງານທີ່ດີ. ແຕ່ສຳລັບແນວຮຸກຖືວ່າໜ້າຜິດຫວັງໂດຍສະເພາະ ຣາສມຸສ ຮອຍລຸນດ໌. ຂະນະທີ່ ຄຣິສເຕຍນ ເອຣິກເຊັນ ໄດ້ພະຍາຍາມຍິງຟຣີຄິກ ແລະ ຄັອບບີ້ ເມນູ ລຸ້ນຍິງຊ່ວງທ້າຍເຄິ່ງຫຼັງ ແຕ່ບໍ່ຜ່ານການປ້ອງກັນຂອງ ແດນຽລ ເບັນທ໌ລີ່ຍ໌ ທີ່ໄດ້ຮັກສາປະຕູແທນ ໂຊເຊ່ ຊາ ຊຶ່ງບາດເຈັບຕອນວອມອັບ ເຖິງແມ່ນວ່າແພ້ຢູ່ເຮືອນ ແຕ່ ແມນຯ ຢູໄນເຕັດ ເກັບໄດ້ 38 ຄະແນນເຊັ່ນດຽວກັນກັບ ວູລຟ໌. ຂະນະທີ່ ອິບສວິຊ […]