ສໍາເລັດການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ 2

ການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ 2 ທີ່ແຂວງບໍລິຄໍາໄຊ ເປັນເຈົ້າພາບ ໄດ້ເລີ່ມມາແຕ່ວັນທີ 25 ກັນຍາ ແລະ ໄດ້ປິດລົງໃນຕອນແລງວັນທີ 28 ກັນຍາ 2025 ທີ່ສະໜາມກິລາໃນຮົ່ມແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ຄ້າຫຼ້າ ວິນໄລທອງ ປະທານສະຫະພັນເປຕັ່ງແຫ່ງຊາດ, ມີບັນດາການນຳຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍນັກກິລາເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຄຳຫຼ້າ ວິນໄລທອງ ໄດ້ຂຶ້ນກ່າວປິດການແຂ່ງຂັນ ພ້ອມທັງລາຍງານຜົນການແຂ່ງຂັນຈຸດດີ-ຈຸດອ່ອນ ດ້ານຕ່າງໆທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ. ຜ່ານການແຂ່ງຂັນສາມາດສະຫຼູບໄດ້ດັ່ງນີ້: ການແຂ່ງຂັນຄັ້ງນີ້, ປະກອບມີ 7 ລາຍການ ແຂ່ງຂັນຄື: ລາຍການຊຸດຕິ່ງຊາຍ, ຊຸດຕິ່ງຍິງ, ດ່ຽວຊາຍ, ດ່ຽວຍິງ, ທີມຄູ່ຊາຍ, ທີມຄູ່ປະສົມ ຊາຍ-ຍິງ ແລະ ທີມຄູ່ VIP (ອາຍຸ 50 ປີຂຶ້ນໄປ […]
ພະນັກງານຈາກສະຫະພັນກິລາບານເຕະແຫ່ງຊາດລາວ ສໍາເລັດການເຂົ້າຮ່ວມຝຶກງານໄລຍະ 3 ເດືອນ ທີ່ ສຳນັກງານໃຫຍ່ຂອງ FIFA ທີ່ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland)

ທ່ານ ປາດຖະໜາ ຂັນຕິຍາວົງ, ພະນັກງານວິຊາການຂອງ ສະຫະພັນກິລາບານເຕະແຫ່ງຊາດລາວ (ສຕລ), ໄດ້ສໍາເລັດການຝຶກງານເປັນເວລາ 3 ເດືອນ ລະຫວ່າງເດືອນ ກໍລະກົດ – ກັນຍາ 2025 ທີ່ ສໍານັກງານໃຫຍ່ຂອງ ສະຫະພັນກິລາບານເຕະນາໆຊາດ (FIFA) ທີ່ ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland). ໃນການເຂົ້າຮ່ວມຝຶກງານຄັ້ງນີ້ ທ່ານ ປາດຖະໜາ ໄດ້ເຂົ້າຝຶກກັບພະແນກ ການຄຸ້ມຄອງ ແລະ ປົກປ້ອງສິດທິເດັກ “Safeguarding ແລະ Child Protection” ທີ່ຮັບຜິດຊອບດ້ານການປົກປ້ອງ ແລະ ການຮັບປະກັນຄວາມປອດໄພສໍາລັບເດັກນ້ອຍ-ເຍົາວະຊົນ ໃນທຸກໂຄງການ, ການແຂ່ງຂັນ ແລະ ກິດຈະກຳການເຄື່ອນໄຫວທີ່ຈັດໂດຍ FIFA. ໂຄງການຝຶກງານດັ່ງກ່າວແມ່ນຈັດຂຶ້ນໂດຍ FIFA ພາຍໃຕ້ຊື່ໂຄງການ “FIFA Internship Programme for Member Associations” ທີ່ເປີດໂອກາດໃຫ້ບັນດາປະເທດສະມາຊິກຂອງ FIFA […]
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສົມທົບກັບ ພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດກິດຈະກຳ ໂຄງການກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ຂຶ້ນໃນວັນທີ 23 ກັນຍາ 2025 ທີ່ສະໜາມກິລາບານເຕະ ແຂວງສະຫວັນນະເຂດ, ພາຍໃນງານເປີດ ສຕລ ຍັງໄດ້ມອບໝາກບານໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມ ລວມທັງໝົດ 700 ໜ່ວຍ ເພື່ອນໍາໃຊ້ເຂົ້າໃນການສິດສອນວິຊາພະລະສຶກສາ ໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມ ອີກດ້ວຍ. ການເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ ຖືວ່າເປັນແຂວງທີ 5 ຖັດຈາກ ແຂວງ ຫົວພັນ, ເຊກອງ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ ຊຶ່ງຈຸດປະສົງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ວິທີສິດສອນກິລາບານເຕະໃຫ້ກັບຄູພະລະສຶກສາ ທົ່ວແຂວງສະຫວັນນະເຂດ ໂດຍໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກແອບຢູ່ບັນດາໂຮງຮຽນ ໃນທົ່ວແຂວງສະຫວັນນະເຂດ, ທັງເປັນການພັດທະນານັກກິລາບານເຕະຮຸ່ນສືບທອດກໍ່ຄືຮຸ່ນເຍົາວະຊົນທັງ ຍິງ-ຊາຍ ໃຫ້ກ້າວສູ່ຄຸນນະພາບສູງຂື້ນ. ໃນນັ້ນ, […]
ພ້ອມແລ້ວບໍ່ກັບເປີດໂປຣແກຣມພຣີເມຍລີກ ນັດທີ່ 5 ລິເວີພູ-ແມນຢູ ມີຄິວດວນແມັດໃຫຍ່

ໂປຣແກຣມພຣີເມຍລີກ ລະດູການ 2025-2026 ຈະລົງແຂ່ງຂັນໃນແມັດ 5 ໂດຍເຕະກັນຄົບທັງໝົດ 10 ຄູ່ ລະຫວ່າງວັນທີ່ 20-21 ກັນຍາ ໂດຍເກມແມັດໃຫຍ່ມີ 3 ຄູ່: ຄູ່ທຳອິດວັນເສົາ: ລິເວີພູ (ແຊັມເກົ່າ ແລະ ຈ່າຝູງ) ຈະເປີດແອນຟິວ ຮັບການມາຂອງ ເອເວີຕັນ ອາເຊັນນອນ (ຮອງຈ່າຝູງ) ຈະພົບກັບ ແມນຊິດຕີ້ (ທີ່ຫາກໍມີພຽງ 4 ແຕ້ມ) ເຈີເສິກໜັກເປີດໂອນ ແທຣບຟອດ ກັບການມາຂອງ ເຊວຊີ ຂ່າວອື່ນໆ: “ອາເນີ ” Arne ” Slot ” ອອກມາປ້ອງການ “ວຽດ” Wirtz ” ນັກເຕະຄົນໃໝ່ລິເວີພູ ຫຼັງຖືກວິຈານຜົນງານ 4 ນັດ […]
ປິດການແຂ່ງຂັນກິລາບານເຕະລີກ 2 ແຂວງເຊກອງ ປະຈໍາປີ 2025

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພິທີປິດການແຂ່ງຂັນກິລາບານເຕະລາວລີກ 2 ປະຈໍາປີ 2025 ຈັດຂຶ້ນໃນວັນທີ 17 ກັນຍາ 2025 ທີ່ສະໜາມກິລາແຂວງເຊກອງ ໂດຍມີທ່ານ ບຸນຫລາຍ ບຸດທິ ເຈົ້າແຂວງໆເຊກອງ, ທ່ານ ມະໄລເພັດ ມາດມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນບານເຕະແຂວງ, ມີບັນດາພະແນກການ, ຫ້ອງການ-ອົງການທຽບເທົ່າອ້ອມຂ້າງແຂວງ, ຄະນະນໍາ-ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສໍລະເສີນສັກ ຟອງສານຸວົງ ຄະນະສະຫະພັນບານເຕະແຂວງເຊກອງ ໄດ້ລາຍງານວ່າ: ການແຂ່ງຂັນກິລາບານເຕະລາວລີກ 2 ປະຈໍາປີ 2025 ມີທີມສະໂມສອນເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຄື: ສະໂມສອນ ປກສ ແຂວງເອັບຊີ; ສະໂມສອນເມືອງລະມາມເອັບຊີ; ສະໂມສອນເມືອງກະລຶມເອັບຊີ; ສະໂມສອນ […]
ຢູນິເທລ (Unitel) ມອບຄືນໃຫ້ສັງຄົມຜ່ານການສະໜັບສະໜູນກິດຈະກຳການກຸສົນ

ບໍລິສັດ ສະຕາ ເທເລຄອມ (ຢູນິເທລ) ໄດ້ໃຫ້ການສະໜັບສະໜູນແກ່ສັງຄົມໂດຍລວມ ແລະ ສຸຂະພາບທີ່ດີ ໂດຍການສະໜັບສະໜູນ ການແລ່ນຕ່າງໆຮ່ວມກັນ 5.5 ກິໂລແມັດ ເພື່ອຊຸມຊົນ ແລະ Ride.Run.Discover ແຂວງນະຄອນຫຼວງວຽງຈັນ. ກິດຈະກຳການກຸສົນເຫຼົ່ານີ້ ບໍ່ພຽງແຕ່ສົ່ງເສີມວິຖີຊີວິດທີ່ແຂງແຮງ ແລະ ມີສຸຂະພາບດີເທົ່ານັ້ນ ແຕ່ຍັງສ້າງຜົນປະໂຫຍດທີ່ມີຄວາມໝາຍຕໍ່ສັງຄົມໃນວົງກວ້າງອີກດ້ວຍ. ໃນຂອບເຂດຂອງໂຄງການນີ້, ຢູນິເທລ ຍັງໄດ້ຈັດຕັ້ງກິດຈະກຳການບໍລິຈາກເລືອດ ເພື່ອຊ່ວຍເຫຼືອຜູ້ທີ່ຕ້ອງການໃນຊ່ວງເວລາສຸກເສີນ ແລະ ການປິ່ນປົວທາງການແພດ. ນອກຈາກນັ້ນ, ຍັງໄດ້ລວບລວມການບໍລິຈາກເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ ເພື່ອສົ່ງມອບໃຫ້ແກ່ເດັກນ້ອຍໃນເຂດຊົນນະບົດ. ກິດຈະກຳນີ້ໄດ້ຈັດຂຶ້ນທີ່ສຳນັກງານໃຫຍ່ຂອງຢູນິເທລ ໃນວັນທີ 1-2 ສິງຫາ. ກິດຈະກຳດັ່ງກ່າວໄດ້ຮັບການເຂົ້າຮ່ວມ ແລະ ການຮ່ວມມືຢ່າງກະຕືລືລົ້ນຈາກຫຼາຍກຸ່ມ, ສະທ້ອນໃຫ້ເຫັນເຖິງພະລັງຂອງຊຸມຊົນ ແລະ ຈິດໃຈອາສາສະໝັກ ແລະ ຄວາມພ້ອມທີ່ຈະຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນແລະກັນ. ນອກຈາກນັ້ນ, ມັນຍັງເປັນແຮງບັນດານໃຈໃຫ້ປະຊາຊົນທົ່ວໄປໄດ້ຮັບຮູ້ຄຸນຄ່າຂອງການໃຫ້. ຢູນິເທລກ່າວວ່າ ການພັດທະນາແບບຍືນຍົງບໍ່ໄດ້ມາຈາກເທັກໂນໂລຢີເທົ່ານັ້ນ ແຕ່ຕ້ອງໄດ້ຮັບການສະໜັບສະໜູນຈາກຊຸມຊົນທີ່ເຂັ້ມແຂງ ແລະ ເປັນຫ່ວງໃຍ. […]
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ

ກະຊວງປ້ອງກັນປະເທດ ໄດ້ກຳນົດເອົາ 21 ປະເພດກິລາ ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ພັນເອກ ແສງອໍາພອນ ພູມີເງິນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວໃນກອງປະຊຸມ ຜ່ານແຜນການກະກຽມນັກກິລາ ເຂົ້າຮ່ວມງານກິລາ ຄັ້ງນີ້ ເມື່ອບໍ່ດົນມານີ້ວ່າ, ງານກິລາແຫ່ງຊາດ ຄັ້ງທີ XII ນີ້ ເຈົ້າພາບ ນະຄອນຫຼວງວຽງຈັນ ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ກະຊວງປ້ອງກັນປະເທດ ຈະສົ່ງນັກກິລາເຂົ້າຮ່ວມ 21 ປະເພດ: ບານເຕະຊາຍ, ແລ່ນ-ລານ, ບານສົ່ງໃນຮົ່ມ ແລະ ຫາດຊາຍ, ມວຍສາກົນ, ມວຍຢູໂດ, ເທຄວັນໂດ, ມວຍປໍ້າ, ປັນຈັກສີລັດ, ຄາຣາເຕໂດ, ມວຍລາວ, […]
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ກຳນົດເອົາ 18 ປະເພດກິລາ ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ພັທ ພອນທິບ ພັນທະວົງ ຫົວໜ້າກອງກິລາ-ກາຍະກຳ ໄດ້ກ່າວໃນກອງປະຊຸມປຶກສາຫາລື ເລືອກເຟັ້ນປະເພດກິລາຂອງກະຊວງ ປກສ ເພື່ອເຂົ້າຮ່ວມງານກິລາ ຄັ້ງນີ້ ເມື່ອບໍ່ດົນມານີ້ວ່າ, 18 ປະເພດກິລາ ປະກອບມີ: ກິລາບານເຕະ, ຟຸດຊໍ, ມວຍສາກົນ, ມວຍລາວ, ມວຍປໍ້າ, ປັນຈະສີລັດ, ວູຊູ, ຍິງປືນ, ບານສົ່ງ, ລອຍນໍ້າ, ກະຕໍ້, ແລ່ນ-ລານ, ເທຄວັນໂດ, ເປຕັງ, ກັອບ, ຄາຣາເຕໂດ, ທະນູ ແລະ ໝາກຂ່າງ. ສໍາລັບ ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າປຶກສາຫາລື ເລືອກເຟັ້ນນັກກິລາ, […]
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ

ແຂວງຊຽງຂວາງ ຄອງເຈົ້າຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI 2022 ຜ່ານມາ ທີ່ແຂວງຊຽງຂວາງ (ເຈົ້າພາບ), ໄດ້ກຽມພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ຕາມການລາຍງານຂອງ ທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ເມື່ອບໍ່ດົນມານີ້ວ່າ: ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ແຂວງຊຽງຂວາງ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 16 ປະເພດ: ບານເຕະ, ບານສົ່ງ, ກະຕໍ້, ແລ່ນ-ລານ, ເປຕັງ, ເທຄວັນໂດ, ປັນຈັກຊີລັດ, ຢູໂດ, ວູຊູ, […]
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.

ໃນວັນທີ 7 ກັນຍາ 2025 ເມືອງໄຊເສດຖາ ໄດ້ຈັດກິດຈະກຳງານບຸນຊ່ວງເຮືອປະເພນີຂຶ້ນ ຢູ່ທີ່ທ່າຜາມໄຊ ບ້ານຝັ່ງແດງ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ສີໄລ ສີສະແຫວງສຸກ ເລຂາພັກເມືອງ, ມີບັນດາຄະນະນຳຂັ້ນເມືອງ, ມວນຊົນຈາກບ້ານຕ່າງໆພາຍໃນເມືອງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພອນໄຊ ໄກສອນເສນາ ປະທານຄະນະກຳມະການປົກຄອງເມືອງ ປະທານ ໄດ້ກ່າວໄຂພິທີການຈັດງານຊ່ວງເຮືອ ປີ 2025 ນີ້ວ່າ: ການຈັດງານຊ່ວງເຮືອປະຈໍາປີ ແມ່ນຈັດຕາມຮີດຄອງປະເພນີ ແລະ ໄດ້ເປີດກວ້າງໃນການແຂ່ງຂັນເຮືອຊ່ວງ ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດມີ 26 ເຫຼັ້ມ , ມີ 3 ປະເພດ, ໃນນັ້ນມີເຮືອປະເພດ 22 ສີພາຍ(ຊາຍ) 3 ເຫຼັ້ມ, ເຮືອປະເພດ 12 ສີພາຍ(ຊາຍ) 17 ເຫຼັ້ມ, ປະເພດ 8 […]