ສະຫຼຸບຜົນແຂ່ງຂັນຊິງແຊມໂລກກິລາຕີບານຍິງ ຮອບຮອງຊະນະເລີດສຸດທ້າຍ ວັນທີ 6 ກັນຍາ 2025

  ຜົນການແຂ່ງຂັນ ແຂ່ງຂັນຊິງແຊມໂລກກິລາຕີບານຍິງ 2025 ຮອບເຄີ່ງສຸດທ້າຍ ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນ   ມື້ນີ້ເປັນການແຂ່ງຂັນເພື່ອຊິງປີ້ສູ່ນັດຊິງຊະນະເລີດ ໂດຍໃນຮອບຕັດເຊືອກນີ້ ຍີ່ປຸ່ນ ຈະພົບກັບ ຕຸລະກີ ແລະ ບຣາຊິນ ພົບກັບ ອິຕາລ   ຕຸລະກີ ຊະນະ ຍີ່ປຸ່ນ 3-1 ເຊັດ (16-25, 25-17, 25-18, 27-25)   ອິຕາລີ ຊະນະ ບຣາຊິນ 3-2 ເຊັດ (22-25, 25-22, 28-30, 25-22, 15-13)

ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ – 7 ກັນຍາ 2568

  ໂດຍສະຫະພັນກິລາຕີບານນາໆຊາດ (FIVB) ໄດ້ທຳການຈັບຄູ່ພ້ອມກຳນົດສາຍທີ່ແຕ່ລະທີມຈະຕ້ອງພົບກັນໃນຮອບຮອງຊະນະເລີດ ຍາວໄປຈົນເຖິງຮອບຊິງຊະນະເລີດ ເປັນທີ່ຮຽບຮ້ອຍແລ້ວ   ໂປຣແກຣມ ກິລາຕີບານຍິງ ຊິງແຊ້ມໂລກ 2025 ຮອບ 4 ທີມສຸດທ້າຍ   ວັນເສົາທີ່ 6 ກັນຍາ 2568 ເວລາ 15.30 ນ. ຍີ່ປຸ່ນ ພົບ ຕຸຣກີ (ຊ່ອງ PPTV, ຊ່ອງ AIS PLAY) ເວລາ 19.30 ນ. ອິຕາລີ ພົບ ບລາຊິນ (ຊ່ອງ PPTV, ຊ່ອງ AIS PLAY)   ສຳລັບ ການແຂ່ງຂັນ ກິລາຕີບານຍິງ ຊິງແຊ້ມໂລກ 2025 ຮອບ 4 ທີມສຸດທ້າຍ ຈະຫຼິ້ນໃນລະບົບນັອກເອົ້າ ແຂ່ງຂັນກັນທີ່ສະໜາມ ອິນດໍສະດ້ຽມ ຫົວໝາກ, ກຸງເທບ […]

ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2

ການແຂ່ງຂັນກິລາລົດຖີບຊີງຂັນເຈົ້າແຂວງວຽງຈັນ ຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ສິງຫານີ້ ທີ່ສະຖານທີ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ມີທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ ຮອງເຈົ້າແຂວງວຽງຈັນ, ມີບັນດາການນໍາແຂວງ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.     ທ່ານ ພູທະນູເພັດ ໄຊສົມບັດ ໄດ້ດກ່າວເປີດງານຢ່າງເປັນທາງການພ້ອມທັງມີຄຳເຫັນວ່າ: ໃນການຈັດກິດຈະກຳແຂ່ງຂັນລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2 ແມ່ນຈັດຂຶ້ນຢູ່ສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ1 ເມືອງແກ້ວອຸດົມ. ມີຈຸດປະສົງເປົ້າໝາຍເພື່ອ ຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII, ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ທັງເປັນການໂຄສະນາເຜີຍແຜ່ ແລະ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງວຽງຈັນ ໂດຍສະເພາະສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ພ້ອມນີ້ຍັງເປັນການປຸກລະດົມໃຫ້ປະຊາຊົນ ຫັນມາອອກກຳລັງກາຍດ້ວຍການຂີ່ລົດຖີບເພື່ອເສີມສ້າງສຸຂະພາບໃຫ້ແຂງແຮງ, ເປັນການສົ່ງເສີມການໃຊ້ພາຫະນະທີ່ບໍ່ສ້າງມົນລະພິດຕໍ່ສິ່ງແວດລ້ອມ.     ຜົນການແຂ່ງຂັນຄັ້ງນີ້, ຜູ້ຊະນະເລີດທັງ 3 ຮຸ່ນ ຈະໄດ້ຮັບໂລ້ລາງວັນ ພ້ອມເງິນສົດ. ໃນນັ້ນ, ລົດກວັກຮຸ່ນທົ່ວໄປຊາຍແມ່ນ […]

“ແມນຢູ” ຕ້ອງຈ່າຍສູງເຖິງ 521 ລ້ານບາດ ຖ້າປົດ “ອະໂມຣິມ”ຫຼັງຊີຊັ່ນໃໝ່ຍັງບໍ່ຊະນະໃຜເລີຍ

ເບິ່ງຄ່າປົດ”ຣູເບນ ອະໂມຣິມ” ຫົວໜ້າຝຶກຊາວໂປຣຕຸເກສຂອງ “ແມນເຊສເຕີ ຢູໄນເຕັດ” ສູງເຖິງ 521 ລ້ານບາດ ຫຼັງຊີຊັ່ນໃໝ່ຍັງບໍ່ຊະນະໃຜເລີຍ ວັນທີ 29 ສ.ຄ. 68 ເບິ່ງຄ່າປົດດຂອງຣູເບນ ອະໂມຣິມ ຜູ້ຈັດການທີມຊາວໂປຣຕຸເກສຂອງ “ປິສາດແດງ” ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງການແຂ່ງຂັນພຣີເມຍລີກ ອັງກິດ ຫຼັງຈາກທີ່ລາວເຮັດຜົນງານໃນຊ່ວງເລີ່ມຕົ້ນດູການ 2025-26 ຍັງບໍ່ຊະນະໃຜເລີຍແມ້ແຕ່ໜ່ຶງນັດ ຈາກ 3 ນັດທຳອິດ ເລີ່ມຕົ້ນຈາກການເປີດບ້ານແພ້ໃຫ້ “ປືນໃຫຍ່” ອາເຊນອລ ທີມຮອງແຊມພ໌ພຣີເມຍລີກ 3 ສະໄໝຊ້ອນດ້ວຍສະກໍ 0-1 ຈາກນັ້ນບຸກໄປເສມີ “ເຈົ້າສັວນ້ອຍ” ຟູແລມ 1-1 ສ່ວນນັດທີ 3 ບຸກໄປແພ້ຈຸດໂທດ ກຣິມສບີ ທາວນ໌ 11-12 (90 ນາທີເສມີ 2-2) ເຮັດໃຫ້ຜົນງານຄ່ອນຂ້າງຜິດຄາດ ຈາກການທີ່ລົງທຶນເສີມທັບທະລຸ 200 ລ້ານປອນ ຫຼືປະມານ 8,761 ລ້ານບາດ ຈາກຜົນງານດັ່ງກ່າວເຮັດໃຫ້ມີກະແສຂ່າວວ່າ […]

ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ

ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ໂຮງແຮມມາຮີອອດ, ນະຄອນຫຼວງມານີລາ, ປະເທດຟີລິບປິນ ໃນວັນທີ 25 ສິງຫາ 2025 ຕາມເວລາທ້ອງຖິ່ນ, ເຊິ່ງການແຂ່ງຂັນສີມືແຮງງານອາຊຽນໃນຄັ້ງນີ້ ມີສາຂາວິຊາຊີບແຂ່ງຂັນທັງໝົດ 32 ສາຂາ ໃນ 6 ຂະແໜງການ ແລະ ມີປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດ 11 ປະເທດ, ພິເສດແມ່ນປະເທດ ຕີມໍເລດເຕ ໄດ້ເຂົ້າຮ່ວມເປັນຄັ້ງທຳອິດ. ມີຄະນະຜູ້ແທນ, ຊ່ຽວຊານ, ນັກແຂ່ງຂັນ, ຜູ້ສັງເກດການ ແລະ ນັກຂ່າວຈາກປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດປະມານ 1000 ກວ່າຄົນ. ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ຈະໄດ້ຈັດຂຶ້ນທີ່ສູນການຄ້າໂລກ (World Trade Center) ຈະດໍາເນີນໄປ ເປັນເວລາ 3 ວັນ, ເລີ່ມແຕ່ ວັນທີ 26-28/8/2025.   ສປປ ລາວ ພວກເຮົາ ລັດຖະບານ ກໍຄືກະຊວງແຮງງານ ແລະ […]

ກຣິມສະບີ້ 2-2 ແມນຢູ (ການດວນລູກໂທດ 12-11)! ອາໂມຣິມ ຂໍໂທດແຟນຜີ ຍອມຮັບເຈົ້າເຮືອນເກັ່ງກວ່າ ສົມຄວນເຂົ້າຮອບ

ຣູເບນ ອາໂມຣິມ ຫົວໜ້າຝຶກສອນ ແມນຢູ ອອກມາຂໍໂທດແຟນບານບານ ຫຼັງທີມຕົກຮອບສອງ ຄາຣາບາວ ຄັບ ແພ້ການດວນລູກໂທດ ກຣິມສບີ້ 11-12 ເຖິງແມ່ນວ່າໄດ້ຕີເສມີທ້າຍເກມໄດ້ ແລະຍອມຮັບວ່າທີມເຈົ້າເຮືອນຫຼິ້ນໄດ້ດີກວ່າ ແລະສົມຄວນເຂົ້າຮອບຫຼາຍກວ່າ ແມນເຊສເຕີຢູໄນເຕັດ ຍັງມີຟອມທີ່ຫຼົ້ມເຫຼວບໍ່ເລີກ ເຖິງແມ່ນວ່າຈະໄດ້ປະເຊີນໜ້າກັບທີມລະດັບລີກສອງ ຂອງການແຂ່ງຂັນນີ້ ແຕ່ກໍຖືກຍິງນໍາ 2-0 ໃນຄື່ງຕົ້ນ ແລະເຖິງແມ່ນວ່າຈະໄດ້ ໄບຣຽນ ເອັມເບີໂມ່ ກັບ ແຮຣີ່ ແມັກໄກວ ຕີເສມີ 2-2 ໄດ້ກ່ອນໝົດເວລາປົກກະຕິຢ່າງຫົວແຫຼມ ແຕ່ສຸດທ້າຍ ເດີະ ມາຣິເນີສ ຊະນະການດວນລູກໂທດ 12-11 ໂດຍທີ່ ອາໂມຣິມ ໄດ້ຊີ້ວ່າທີມຮອງສົມຄວນຊະນະ ແລະໄດ້ຂໍໂທດຕໍ່ແຟນເຣດອາມີ “ໃນທີ່ສຸດ ມັນບໍ່ສໍາຄັນເລີຍວ່າພວກເຮົາກັບຄືນມາໄດ້ຫຼືບໍ່ ມັນສົ່ງສັນຍານຈາກຕົ້ນເກມແລ້ວ ແລະຢູ່ລະຫວ່າງເກມດ້ວຍ ຂ້ອຍຄິດວ່າທີມທີ່ດີກວ່າເປັນຝ່າຍຊະນະ ນັກຫຼິ້ນລະດັບສູງແພ້ໄດ້ ເພາະທັງທີມສາມາດຊະນະກຸ່ມນັກຫຼິ້ນໄດ້ ພວກເຮົາແພ້ ທີມທີ່ດີກວ່າຊະນະ” ອາໂມຣິມ ກ່າວກັບ ສະກາຍ ສະປອດ “ຂ້ອຍຄິດວ່າມັນຊັດເຈນ ພວກເຮົາຕ້ອງກ້າວຕໍ່ໄປຈາກເກມນີ້ ຂ້ອຍຄິດວ່າມັນຊັດເຈນຕໍ່ທຸກຄົນສໍາລັບສິ່ງທີ່ເກີດຂຶ້ນໃນວັນນີ້” […]

ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ

ການແຂ່ງຂັນລົດຈັກທາງລຽບຊິງແຊ້ມໂລກ ໂມໂຕຈີພີ ປະຈຳປີ 2025 ສະໜາມທີ 14 ລາຍການ ຮັງກາຣ້ຽນ ກຣັງປຣີ ທີ່ສະໜາມ Balaton Park Circuit, ປະເທດຮັງກາຣີ (ຮົງກາຣີ) ໃນທ້າຍອາທິດຜ່ານມາ ມີຄວາມຍາວຕໍ່ຮອບ 4.075 ແມັດ ແຂ່ງ 26 ຮອບ. ປະກົດວ່າ: ມາກ ມາເກັຊ ແຊ້ມໂລກ 6 ສະໄໝ ຊາວສະເປນ (ແອັສປາຍ) ຈາກທີມດູຄາຕິ ຜົນງານດີຕໍ່ເນື່ອງ ອອກໂຕເປັນຄົນທຳອິດ ແລະ ພາລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 42 ນາທີ 37.681 ວິນາທີ ເອົາຊະນະ ເປໂດຣ ອາຄັອສຕ້າ ເພື່ອນຮ່ວມຊາດ ຈາກທີມ ເຄທີເອັມ 4.314 ວິນາທີ, ໄດ້ແຊ້ມ 7 ສະໜາມຕິດຕໍ່ກັນ ເຮັດໄດ້ເປັນຄັ້ງທີສອງ ຕໍ່ຈາກປີ 2014 ແລະ […]

ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ

ພິທີຈັດສົ່ງຄະນະຜູ້ແທນ ແລະ ຄະນະນັກແຂ່ງຂັນສີມືແຮງງານເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ ໃນລະຫວ່າງວັນທີ 21-31 ສິງຫາ. ໄດ້ຈັດຂຶ້ນໃນວັນທີ 15 ສິງຫາຜ່ານມານີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາແຂກທີ່ຖືກເຊີນ, ຄະນະຮັບຜິດຊອບ ແລະ ນັກແຂ່ງຂັນສີມືແຮງງານເຂົ້າຮ່ວມ.     ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ໄດ້ຂຶ້ນລາຍງານກ່ຽວກັບການກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນ ວ່າ: ເຫດຜົນ ແລະ ຄວາມຈໍາເປັນຂອງການແຂ່ງຂັນສີມືແຮງງານ ແມ່ນເພື່ອປະຕິບັດຕາມກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ເພື່ອສ້າງແຮງງານຕາມທິດຫັນເປັນອຸດສາຫະກກຳ ແລະ ທັນສະໃໝ ການແຂ່ງຂັນສີມືແຮງງານອາຊຽນແມ່ນກິດຈະກຳໜຶ່ງຂອງປະເທດສະມາຊິກອາຊຽນທີ່ຕ້ອງການຄວາມຮ່ວມມືກັນພັດທະນາສີມືແຮງງານໃນລະດັບພາກພື້ນນີ້ໃຫ້ເທົ່າທຽມກັບລະດັບສີມືແຮງງານຂອງສາກົນ. ຈຸດປະສົງ ແມ່ນເພື່ອສົ່ງເສີມໃຫ້ປະເທດສະມາຊິກອາຊຽນຮ່ວມມືກັນທາງດ້ານການສຶກສາ ແລະ ການພັດທະນາສີມືແຮງງານ, ເພື່ອກະຕຸກຊຸກຍູ້ໃຫ້ເກີດຄວາມຮ່ວມມືກັນຢ່າງໃກ້ຊິດລະຫວ່າງວຽກງານການສຶກສາກໍຄືວຽກງານການພັດທະນາ ສີມືແຮງງານທັງພາກລັດ ແລະ ເອກະຊົນ ໃຫ້ຫຼາຍຂຶ້ນ, ສ້າງເງື່ອນໄຂ […]

ແມນຢູ ເລີ່ມຕົ້ນລະດູການ ພຣີເມ່ຍລີກ ນັດທຳອິດ ເສຍຄາບ້ານໃຫ້ ອາຣເຊນໍລ 0-1

ຜົນບານເຕະພຣີເມ່ຍລີກ ແມນຢູ ເປີດລະດູການ ແພ້ອາເຊນອລ ທີ່ບ້ານ 0-1 ການແຂ່ງຂັນຟຸດບານພຣີເມ່ຍລີກ Super Sunday, Manchester United ເປີດສະໜາມ Old Trafford ພົບກັບ Arsenal ທີມອັນດັບສອງຂອງລະດູການກ່ອນ. ໃນເກມນີ້ ທັງສອງທີມມີການເພີ່ມນັກເຕະໜ້າໃໝ່ເຂົ້າມາຫຼາຍຄົນ. ແມນຢູສົ່ງ Matheus Cunha ແລະ Bryan Embowo ລົງສະໜາມເທື່ອທຳອິດ. ສ່ວນອາເຊນອລສົ່ງ Victor Yokeres ແລະ Martin Zubimendi ທີ່ຫາກໍ່ເຊັນສັນຍາເຂົ້າມາລົງເປັນຕົວຈິງ. ໃນເກມນີ້ມີປະຕູດຽວເກີດຂຶ້ນໃນນາທີທີ່ 13 ໂດຍອາເຊນອລນຳ 1-0 ຈາກລູກເຕະມຸມ ແລະ ເປັນ Ricardo Calafiori ທີ່ຂື້ນເອົາຫົວຕຳບານຫຼັງຈາກຜູ້ຮັກສາປະຕູແມນຢູເກັບບານບໍ່ໄດ້. ຈົບເກມ 90 ນາທີ, ອາເຊນອລບຸກມາຊະນະແມນຢູຢູ່ສະໜາມເຈົ້າບ້ານ 1-0 ເປີດລະດູການດ້ວຍ 3 ແຕ້ມຢ່າງສຳເລັດຜົນ.

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028

ວັນທີ 14 ສິງຫາ 2025 ຢູ່ທີ່ ສຳນັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ມີພິທີເຊັນສັນຍາການສະຫນັບສະຫນູນດ້ານໂທລະຄົມ ລະຫວ່າງ ສະຫະພັບານເຕະແຫ່ງຊາດລາວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ, ຄະນະບໍລິຫານງານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ຖືເປັນວາລະໂອກາດອັນດີ ທີີ່ ສຕລ ແລະ LTC ໄດ້ເພີ່ມທະວີການຮ່ວມມືກັນທັງສອງຝ່າຍ ຊຶ່ງໄດ້ ສະແດງ ໃຫ້ເຫັນເຖິງຄວາມມຸ້ງໝັັ້ນປາດຖະໜາທີີ່ຈະພັດທະນາກິລາບານເຕະໃນ ສປປ ລາວ, ດ້ວຍການສືບຕໍໍ່ເຊັນສັນຍາສະໜັບ […]