ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025

ຕອນເຊົ້າ ວັນທີ 11 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມກໍາມະການຕັດສິນ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 PEPSI LAO LEGUE 1 SEASON 2025/2026 ໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 43 ຄົນ. ການຝຶກອົບຮົມກຳມະການຕັດສິນຄັ້ງນີ້ກໍເພື່ອກະກຽມຄວາມພ້ອມທາງດ້ານກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 […]

ສະຫະພັນບານເຕະແຫ່ງຊາດລາວ ເປີດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເປັນຄັ້ງທໍາອິດໃນປະຫວັດສາດທີ່ ສປປ ລາວ

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ເປີດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເປັນຄັ້ງທໍາອິດໃນປະຫວັດສາດທີ່ ສປປ ລາວ ໂດຍໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 5 ສິງຫາ 2025 ແລະ ຈະດໍາເນີນການຝຶກອົບຮົມໄປຈົນເຖິງວັນທີ 21 ເມສາ 2026 ຈິ່ງສໍາເລັດ. ເມື່ອຕອນເຊົ້າວັນທີ 5 ສິງຫາ 2025 ສະຫະພັນບານເຕະແຫ່ງຊາດລາວ ໄດ້ເປີດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ຂຶ້ນຢ່າງເປັນທາງການທີ່ ໂຮງແຮມແລນມາກ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ມີຕົວແທນຈາກ ສະຫະພັນບານເຕະແຫ່ງອາຊີ, ບັນດາຄູຝຶກ, ນັກສໍາມະກອນ, ວິຊາການ ສຕລ ແລະ ອ້າຍ-ນ້ອງ […]

ຄຣິສຕັນ ພາເລດ ຊະນະດວນຈຸດໂທດ ລີເວີພູລ 3-2 ສ້າງປະຫວັດສາດໄດ້ແຊ້ມ ເອັຟເອ ຄອມມູນີຕີ້ຊິວ ຄັ້ງທຳອິດ

ຜົນບານເຕະ: ລີເວີພູລ  ເສຍການຍິງຈຸດໂທດ ໃຫ້ຄຣິສຕັນ ພາເລດ ພາດໂອກາດແຊ້ມ Community Shield “ນົກອິນທຣີທີ່ກະພືບປີກ” ຄຣິສຕັນ ພາເລດ ຊະນະລີເວີພູລ ໃນການຍິງຈຸດໂທດ ຫຼັງຈາກເໝີກັນໃນ 90 ນາທີ ແລະ ໄດ້ຄວ້າແຊ້ມ Community Shield ສຳເລັດ ການແຂ່ງຂັນບານເຕະ Community Shield 2025 ໃນວັນອາທິດທີ່ 10 ເດືອນສິງຫາ 2568 ທີ່ສະໜາມ Wembley “ຫົງແດງ” ລີເວີພູລ ແຊ້ມພຣີເມຍລີກ ອັງກິດ ປະເຊີນໜ້າກັບຄຣິສຕັນ ພາເລດ ແຊ້ມ FA Cup ເລີ່ມຄຶ່ງທຳອິດພຽງແຕ່ 4 ນາທີ ລີເວີພູລໄດ້ປະຕູນຳໜ້າ 1-0 Florian Wirtz ສົ່ງໃຫ້ Hugo Ekitike ຫັນຕົວຍິງດ້ວຍຂວາ ບານບິນເຂົ້າປະຕູໄກ ຈາກນັ້ນໃນນາທີທີ່ 17 ພາເລດໄດ້ຈຸດໂທດ […]

ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະຫນັບສະຫນູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະດູການ 2025-2028

ພິທີເຊັນສັນຍາສະຫນັບສະຫນູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດຂຶ້ນ ວັນທີ 4 ສິງຫາ 2025 ທີ່ຮ້ານອາຫານ ຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເຮັນຣິກ ແອນເດີສັນ ຜຸ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ, ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ຕາງຫນ້າສະໂມສອນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ. ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ບໍລິສັດເບຍລາວ ຈຳກັດ […]

ນັກກິລາມວຍປັນຈັກສີລັດ ຍາດໄດ້ 1 ຫຼຽນທອງ ເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9

ສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9 ຢູ່ແຂວງຮາຕິງ ສສ ຫວຽດນາມ ໃນລະຫວ່າງວັນທີ 24-31/7/2025 (9th Asian Pencak Silat Championship @ Ha Tinh Province Vietnam). ສະຫະພັນກິລາມວຍປັນຈັກສີລັດແຫ່ງຊາດລາວສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 5 ຄົນ ຍິງ 1 ຄົນ ຊຶ່ງສາມາດຍາດໄດ້ 1 ຫຼຽນທອງ ຈາກທ້າວ ສາຍຝົນ ກອງມະນີຈວງ ລຸ້ນນໍ້າໜັກ 60 kg.     ສະຫະພັນກິລາປັນຈັກສີລັດແຫ່ງຊາດລາວຂໍສະແດງຄວາມຂອບໃຈມາຍັງຜູ້ຊົມຜູ້ເຊຍທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ສົ່ງກຳລັງໃຈຊ່ວຍເຊຍນັກກິລາພວກເຮົາດ້ວຍດີຕະຫຼອດມາ. ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງຜູ້ໃຫ້ການສະໜັບສະໜູນໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ຄື: ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອິນໂດເນເຊຍ, ບໍລິສັດ ST Group, ກຸ່ມບໍລິສັດ ລາວເດີມ ກຼຸບ, ໂຮງແຮມສຸພັດຕາ, Papon sportswear, […]

ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ (ສນຮລ) ຮ່ວມມືກັບ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ຈັດການແຂ່ງຂັນກິລາດອກປີກໄກ່ ສະເພາະພາຍໃນສະມາຄົມ ແລະ ບໍລິສັດ ເບຍລາວ ຈຳກັດ ຊຶ່ງປີນີ້ ເປັນຄັ້ງທີ 9 ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆແນໃສ່ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະມາຊິກຂອງສະມາຄົມ ກໍຄືຜູ້ປະກອບການທາງດ້ານທຸລະກິດຮ້ານອາຫານ ພາຍໃນນະຄອນຫຼວງວຽງຈັນ ເຕີບໃຫຍ່ເຂັ້ມແຂງທາງທຸລະກິດ ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ – ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.     ການແຂ່ງຂັນກິລາດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ບໍລິສັດ ເບຍລາວ ຈຳກັດ, ໂດຍມີທ່ານ ພອລ ບັດແມນ (Paul Bateman) ຜູ້ອຳນວຍການຝ່າຍຂາຍ ແລະ ຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈຳກັດ, ທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການພາກນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈໍາກັດ ທັງເປັນທີ່ປືກສາຊີ້ນໍາ ສນຮລ, ທ່ານ ຄໍາແພງ ເພົ້າບົວວົງ […]

ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ການແຂ່ງຂັນຄະນິດສາດສາກົນສິງກະໂປ (SIMOC) ແມ່ນການແຂ່ງຂັນຄະນິດສາດຈາກປະເທດສິງກະ ໂປ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດອາຊຽນ. ການແຂ່ງຂັນ SIMOC ແມ່ນມີເອກະລັກສະເພາະຕົວ ຊຶ່ງປະສົມປະສານການແກ້ໂຈດຄະນິດສາດແບບດ່ຽວ ແລະ ການແຂ່ງຂັນແບບກຸ່ມຜ່ານຮູບແບບເກມທີ່ມີຊື່ວ່າ:“Math Warriors” ແລະ “Math Master Mind” ການແຂ່ງຂັນນີ້ບໍ່ພຽງແຕ່ທົດສອບທັກສະດ້ານຄະນິດສາດຂອງຜູ້ເຂົ້າຮ່ວມ ແຕ່ຍັງລວມເຖິງທັກສະໃນການເຮັດວຽກເປັນທີມ ແລະ ການສື່ສານ.   ໃນການແຂ່ງຂັນ SIMOC ຄັ້ງນີ້, ມີນັກຮຽນທັງໝົດ 2380 ຄົນ ທີ່ມາຈາກ 37 ປະເທດທົ່ວໂລກເຂົ້າຮ່ວມ. ໃນນັ້ນມີນັກຮຽນຈາກປະເທດລາວ ຈໍານວນ 19 ຄົນ (ເກຣດ 1-10) ຈາກຫຼາກຫຼາຍໂຮງຮຽນໃນລາວເຂົ້າຮ່ວມ ໂດຍມີ ໄບຣແພັດ ເອດູເຄຊັນ (BrightPath Education) ເປັນຜູ້ນໍາພາ, ຝຶກຊ້ອມ ແລະ ອໍານວຍຄວາມສະດວກຕະຫຼອດການແຂ່ງຂັນ. ທ່ານ ຣາແກັດ ອໍຣິການທີ ຜູ້ອໍານວຍການໄບຣແພັດ ເອດູເຄຊັນ ກ່າວວ່າ: ການແຂ່ງຂັນນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-8 […]

ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.

ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ. ———————————— U23 ປີ ທີມຊາດລາວ ໄດ້ປະຕູຈາກ ພູສົມບູນ ປັນຍາວົງ ກອງໜ້າຈາກກອງທັບ ນາທີ 19’, U23 ທີມຊາດກຳປູເຈຍ ໄດ້ປະຕູຕີສະເໝີຈາກ Phat Sokha ນາທີ 57’. ຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ແລະ ອັນດັບ 2 ດີສຸດ ເຂົ້າຮອບ 4 ທີມສຸດທ້າຍ. ນັດທີ 2 ຂອງ U23 ປີ ທີມຊາດລາວ ຈະພົບກັບ ຫວຽດນາມ ວັນທີ 19/07/2025 ເວລາ 17:00 ແຂ່ງຂັນຢູ່ທີ່ສະຫນາມກິລາ Patriot ເມືອງເບີກາຊີ້.  

ບານເຕະຊີງຂັນ ນວ ຄັດເລືອກນັກກິລາເຂົ້າຮ່ວມກິລາແຫ່ງຊາດ ຈະຈັດຂຶ້ນວັນທີ 19 ກໍລະກົດນີ້

ວັນທີ 14 ກໍລະກົດ 2025, ສະຫະພັນບານເຕະ ນະຄອນຫຼວງວຽງຈັນ(ນວ) ໄດ້ຈັດຕັ້ງພິທີຖະແຫຼງຂ່າວ, ຈັບສະຫຼາກແບ່ງສາຍ ແລະ ເຜີຍແຜ່ເຕັກນິກການແຂ່ງຂັນ ໃນງານແຂ່ງຂັນ ກິລາບານເຕະຊີງຂັນ ນວ ຄັ້ງທີ I (THE CAPITAL CUP 2025) ໂດຍການເປັນປະທານ ຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.     ການແຂ່ງຂັນບານເຕະຊີງຂັນ ນະຄອນຫຼວງວຽງຈັນ ປະຈໍາປີ 2025 ແມ່ນການກະກຽມຄັດເລືອກນັກກິລາບານເຕະຂອງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ ນະຄອນຫຼວງວຽງຈັນ ຈະເປັນເຈົ້າພາບໃນ ເດືອນພະຈິກ 2025 ນີ້.ໃນການຈັດຕັ້ງປະຕິບັດວຽກງານການກະກຽມໄດ້ມີການແຈ້ງການເຊີນເຖິງບັນດາການນໍາ 9 ເມືອງອ້ອມຂ້າງນະຄອນຫລວງວຽງຈັນ ໃນການກະກຽມທີມນັກກິລາເຂົ້າຮ່ວມການແຂ່ງຂັນ ມາຮອດປັດຈຸບັນ ໄດ້ມີທີມແຈ້ງເຈດຈຳນົງ ແລະ ລົງທະບຽນເຂົ້າຮ່ວມການແຂ່ງຂັນທັງໝົດ 13 ທີມ ຈາກ 9 ເມືອງ ເຊິ່ງການແຂ່ງຂັນຈະເລີ່ມຕົ້ນຂຶ້ນໃນວັນທີ 19 ກໍລະກົດ-16 […]

ບໍ່ຄືກັບສິ່ງທີ່ໄດ້ເວົ້າກັນໄວ້ “ພາລເມີ” ເປີດໃຈປົມ “ທຣຳ” ຍືນແຈມ “ເຊລຊີ” ສະຫລອງແຊມສະໂມສນໂລກ

ບໍ່ຄືກັບສິ່ງທີ່ໄດ້ຄຸຍກັນໄວ້ “ພາລເມີ” ເປີດໃຈປົມ “ທຣຳ” ຍືນແຈມ “ເຊລຊີ” ສະຫລອງແຊມສະໂມສນໂລກ ໂຄລ ພາລເມີ ເປີດໃຈປົມ “ທຣຳ” ບໍ່ຍອມລົງຈາກເວທີຍືນແຈມ “ເຊລຊີ” ສະຫລອງແຊມສະໂມສນໂລກ ວັນທີ 14 ກໍລະກົດ 2568 ໂຄລ ພາລເມີ ນັກຫຼິ້ນເຄິ່ງກາງທີ່ມີຟອມແຮງຂອງເຊລຊີ ຖືກຕົກໃຈສັບສົນ ຫຼັງຈາກ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ຂຶ້ນເວທີເພື່ອມອບຖ້ວຍແຊມໃຫ້ກັບຕັນທີມ ຣີສ ເຈມສ໌ ແລ້ວບໍ່ຍອມລົງ ໃນຂະນະທີ່ນັກຫຼິ້ນກຳລັງເຕຣຽມສະຫລອງແຊມຟີຟາ ຄລັບ ເວີລ ຄັບ 2025 ທີ່ຫາກໍຊະນະປາຣີ ແຊງ-ແຊມັງ ແບບຂາດລອຍ 3-0 ຈັງຫວະດັ່ງກ່າວກາຍເປັນໄວຣັລທັນທີເມື່ອກ້ອງຈັບພາບພາລເມີຂະນະທໍາໜ້າສົງໄສ ພ້ອມເວົ້າເບົາໆວ່າ “ລາວເຮັດຫຍັງຢູ່?” ສ່ວນຣີສ ເຈມສ໌ ກໍຖຶງກັບຖາມທຣຳກົງໆວ່າ “ທ່ານຈະລົງເວທີບໍ?” ແມ່ນແຕ່ປະທານຟີຟາ ຈານນີ ອິນຟານຕີໂນ ກໍພະຍາຍາມເຊີນທຣຳໃຫ້ລົງຈາກເວທີ ແຕ່ບໍ່ສຳເລັດ ພາລເມີເປີດໃຈຫຼັງເກມວ່າ “ຂ້ອຍຮູ້ມາກ່ອນວ່າລາວຈະຂຶ້ນເວທີ ແຕ່ບໍ່ໄດ້ຄິດວ່າລາວຈະຢູ່ຕໍ່ເຖິງຕອນເຮົາຊູຖ້ວຍດ້ວຍ ເລີຍງົງໜ້ອຍໜຶ່ງ” […]