WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ:, ທ່ານ ໂບຣກ ເບຣນເດ ປະທານເວທີປາໄສເສດຖະກິດໂລກ (WEF) ກ່າວໃນກອງປະຊຸມສະພາອະນາຄົດໂລກ ແລະ ຄວາມປອດໄພທາງໄຊເບີ ປີ 2025 ທີ່ນະຄອນດູໄບ ສະຫະລັດອາຣັບ ເອມິເຣດ ວ່າ: ໂລກກຳລັງກ້າວເຂົ້າສູ່ “ການປະຕິວັດອຸດສາຫະກຳ ຄັ້ງທີ 4” ຊຶ່ງຖືກຂັບເຄື່ອນໂດຍການລົງທຶນດ້ານປັນຍາປະດິດ (AI) ທີ່ອາດຈະສູງເກີນ 500 ຕື້ໂດລາໃນປີ 2025. ໂດຍທ່ານ ເບຣນເດ ຄາດຄະເນວ່າ: AI ອາດຈະຊຸກຍູ້ການຜະລິດທົ່ວໂລກ ປະມານ 10% ໃນທົດສະວັດຕໍ່ໄປ, ແຕ່ເຕັກໂນໂລຊີຍັງສາມາດຫັນປ່ຽນຕະຫຼາດແຮງງານ ແລະ ເພີ່ມທະວີການແຂ່ງຂັນໃນລະດັບໂລກ.   ໃນຂະນະດຽວກັນ, ທ່ານ ເບຣນເດ ເຕືອນວ່າ: ໄພຂົ່ມຂູ່ດ້ານຄວາມປອດໄພທາງໄຊເບີກຳລັງສ້າງຄວາມເສຍຫາຍຢ່າງໜັກໜ່ວງ, ຄວາມເສຍຫາຍຈາກອາຊະຍາກໍາທາງໄຊເບີທົ່ວໂລກສູງເຖິງ 2-3 ພັນຕື້ໂດລາຕໍ່ປີ, ຫຼື ເກືອບ 3%ຂອງ GDP ທົ່ວໂລກ ຊຶ່ງສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມຈຳເປັນອັນຮີບດ່ວນຂອງການຮ່ວມມືສາກົນ ແລະ ລະບຽບການທີ່ເຂັ້ມແຂງເພື່ອກ້າວທັນຄວາມກ້າວໜ້າທາງເຕັກໂນໂລຊີ.   […]

ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້

Microsoft ຢຸດການສະໜັບສະໜູນ Windows 10 ຢ່າງເປັນທາງການໃນວັນທີ 14 ຕຸລາ 2025 ເຊິ່ງໝາຍຄວາມວ່າຈະບໍ່ມີການອັບເດດດ້ານຄວາມປອດໄພອີກຕໍ່ໄປ ຜູ້ທີ່ຍັງໃຊ້ຢູ່ ຈະເຮັດໃຫ້ຄອມພິວເຕີມີຄວາມສ່ຽງສູງຕໍ່ໄວຣັສແລະມັນແວ Microsoft ແນະນຳໃຫ້ຜູ້ໃຊ້ອັບເກຣດເປັນ Windows 11 ໄດ້ຟຣີ ຍົກເວັ້ນຄອມລຸ່ນເກົ່າບາງລຸ່ນທີ່ອາດຈະບໍ່ສາມາດອັບເກຣດໄດ້ ສຳລັບຜູ້ໃຊ້ທົ່ວໄປທີ່ບໍ່ສາມາດອັບເກຣດໄດ້ ມີທາງເລືອກໃນການຂະຫຍາຍການສະໜັບສະໜູນດ້ານຄວາມປອດໄພຕໍ່ໄປອີກ 1 ປີ ໂດຍມີຄ່າໃຊ້ຈ່າຍ 30 ໂດລາ (ປະມານ 973 ບາດ) ແລະສາມາດເປີດໃຊ້ການສຳຮອງຂໍ້ມູນໄປຍັງຄລາວໄດ້ຟຣີ ສ່ວນຜູ້ໃຊ້ໃນອົງກອນສາມາດເຂົ້າຮ່ວມໂປຣແກຣມ ESU ໂດຍມີຄ່າໃຊ້ຈ່າຍ 61 ໂດລາ (ປະມານ 1,977 ບາດ) ຕໍ່ເຄື່ອງຕໍ່ປີ ແລະສາມາດຂະຫຍາຍເວລາໄດ້ສູງສຸດ 3 ປີ ຫາກບໍ່ດຳເນີນການໃດໆ ຄອມພິວເຕີຈະບໍ່ໄດ້ຮັບແພັດຄວາມປອດໄພແລະອາດຈະບໍ່ສາມາດໃຊ້ງານແອັບພລິເຄຊັນໃໝ່ໆ ໃນອະນາຄົດໄດ້ ທີ່ມາ: microsoft

ຄູ່ແຂ່ງທີ່ທຽບເທົ່າ Nvidia ແນະນຳໃຫ້ຜ່ອນຜັນກົດລະບຽບການສົ່ງອອກຊິບ AI ໄປຈີນ

ຄູ່ແຂ່ງທີ່ທຽບເທົ່າ Nvidia ແນະນຳໃຫ້ຜ່ອນຜັນກົດລະບຽບການສົ່ງອອກຊິບ AI ໄປຈີນ ປັດຈຸບັນ ສະຫະລັດອາເມລິກາ ຍັງມີກົດລະບຽບຄວບຄຸມການສົ່ງອອກຊິບ AI ລະດັບສູງໄປຍັງປະເທດຈີນ ເນື່ອງຈາກຄວາມກັງວົນວ່າຈະເປັນໄພຕໍ່ຄວາມໝັ້ນຄົງ ເຮັດໃຫ້ທາງ Nvidia ຕ້ອງພັດທະນາຊິບ AI ແບບຫຼຸດສະເປັກ (ຢ່າງຫຼວງຫຼາຍ) ເພື່ອສົ່ງອອກໄປຈີນຕາມກົດລະບຽບຂອງລັດຖະບານສະຫະລັດຯ ແນວໃດກໍຕາມ, Jensen Huang ຊີອີໂອຂອງ Nvidia ເຫັນວ່າວິທີການນີ້ອາດຈະສ້າງຜົນເສຍຫຼາຍກວ່າປະໂຫຍດ ບີບໃຫ້ຈີນກາຍເປັນ ‘ຄູ່ແຂ່ງທີ່ທຽບເທົ່າ’ ໃນອະນາຄົດ. ໃນລາຍການພອດແຄສ BG2 ທີ່ມີ Jensen Huang ຊີອີໂອ ແລະ ຜູ້ກໍ່ຕັ້ງ Nvidia ມາຮ່ວມສົນທະນາປະເດັນເລື່ອງ AI ແລະ American Dream ແບບເຈາະເລິກ ຈົນເຖິງຊ່ວງໜຶ່ງມີຄຳຖາມຈາກພິທີກອນວ່າ “ຄິດແນວໃດກັບປະເທດຈີນ ທີ່ຖືກສະຫະລັດຯ ຄວບຄຸມຢ່າງເຂັ້ມງວດການສົ່ງອອກຊິບ AI ຢູ່” ກໍໄດ້ຄຳຕອບວ່າ: “ຈີນຕາມຫຼັງສະຫະລັດຯ ພຽງແຕ່ນາໂນເສດວິນາທີໃນດ້ານນີ້ແລ້ວ, ພວກເຮົາກຳລັງປະເຊີນໜ້າກັບຄູ່ແຂ່ງທີ່ຫນ້າຢ້ານຢ່າງຫຼວງຫຼາຍ” Jensen Huang ເປີດເຜີຍວ່າຈີນມີຄວາມ […]

Cisco ເປີດຕົວ P200 ຊິບເຊື່ອມຕໍ່ສູນຂໍ້ມູນ AI ຫຼຸດການໃຊ້ພະລັງງານ 62%

Cisco Systems ບໍລິສັດໂຊລູຊັນເທັກໂນໂລຊີຈາກສະຫະລັດອະເມຣິກາໄດ້ເປີດຕົວ P200 ຊິບເຄືອຂ່າຍແບບໃໝ່ທີ່ອອກແບບມາເພື່ອເຊື່ອມຕໍ່ໃນສູນຂໍ້ມູນ AI ໂດຍມີລູກຄ້າຫຼັກທັງ Microsoft ແລະ Alibaba P200 ຈະເປັນຊິບ AI ທີ່ອອກມາແຂ່ງຂັນກັບຜະລິດຕະພັນໃນກຸ່ມດຽວກັນຂອງ Broadcom ໂດຍອອກແບບມາເພື່ອໃຊ້ເຊື່ອມຕໍ່ລະຫວ່າງສູນຂໍ້ມູນ AI ທີ່ຕັ້ງຢູ່ຫ່າງໄກກັນ ແລະໃຊ້ໃນການຝຶກອົບຮົມລະບົບ AI ຊິບຕົວນີ້ຈະບໍ່ໄດ້ໃຫ້ໃຊ້ສຳລັບການປະມວນຜົນ AI ໂດຍກົງ ແຕ່ຈະເປັນຕົວເຊື່ອມສູນຂໍ້ມູນຫຼາຍແຫ່ງເຂົ້າກັນໃຫ້ເຮັດວຽກຄືກັບເປັນຄອມພິວເຕີເຄື່ອງດຽວກັນ ໂດຍ ມາຕິນ ລຸນດ໌ (Martin Lund) ຮອງປະທານຜູ້ບໍລິຫານຂອງ Cisco ໄດ້ລະບຸວ່າຊິບ P200 ສາມາດເຊື່ອມຕໍ່ລະຫວ່າງສູນຂໍ້ມູນທີ່ຫ່າງອອກໄປນັບພັນໄມລ໌ໄດ້ (1,000 ໄມລ໌ = ປະມານ 1,600 ກິໂລແມັດ) Cisco ອະທິບາຍວ່າຊິບ P200 1 ຕົວຈະເຂົ້າມາແທນທີ່ການທີ່ເດີມຈະຕ້ອງໃຊ້ຊິບເຖິງ 92 ຕົວໃນການເຊື່ອມຕໍ່ສູນຂໍ້ມູນ ເທົ່າກັບວ່າຕ້ອງໃຊ້ພະລັງງານໜ້ອຍລົງເຖິງ 65% ທີ່ມາ: Reuters

ແຈ້ງການ ຫ້າມນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດ

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ຢູ່ ສປປ ລາວ ທີ່ມີຈຸດປະສົງນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດຢ່າງເຂັ້ມງວດ ດັ່ງມີເນື້ອໃນລາຍລະອຽດດັ່ງນີ້:   ຕ້ອງໄດ້ຮັບອະນຸຍາດຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ ກະຊວງເຕັກໂນໂລຊີ ແລະ ການສື່ສານເສຍກ່ອນ.ຫ້າມບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ ເພື່ອຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກນຄວາມສະຫງົບ, ສາມາດຕິດຕາມກວດກາ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມກໍລະນີ້ກວດກາພົບເຫັນ ມີການນຳເຂົ້າ, ຈຳໜ່າຍ […]

Windows 11 2025 ພ້ອມໃຫ້ Update ຢ່າງເປັນທາງການແລ້ວ

Microsoft ໄດ້ເປີດໂຕ Windows 11 25H2 ຫຼື Windows 11 2025 Update ຢ່າງເປັນທາງການ ພ້ອມໃຫ້ດາວໂຫລດແລ້ວ Microsoft ປະກາດຄວາມພ້ອມຂອງ Windows 11 25H2 ທີ່ຮູ້ຈັກໃນຊື່ Windows 11 2025 Update ສຳລັບຜູ້ໃຊ້ງານທົ່ວໄປ. ການອັບເດດຄັ້ງນີ້ເປັນການປັບປຸງເລັກນ້ອຍທີ່ໃຊ້ແພລດຟອມພື້ນຖານດຽວກັນກັບ Windows 11 24H2 ເຮັດໃຫ້ທັງສອງເວີຊັນຈະໄດ້ຮັບການອັບເດດແບບສະສົມ, ຟີເຈີໃໝ່ ແລະ ການແກ້ໄຂບັນຫາຄືກັນທຸກເດືອນ. ການຕິດຕັ້ງ Windows 11 25H2 ເທິງເວີຊັນ 24H2 ຈະໃຊ້ enablement packages (eKB) ທີ່ມີຂະໜາດພຽງບໍ່ເຖິງ 200KB ຊ່ວຍໃຫ້ອັບເດດໄດ້ດ້ວຍການຣີສະຕາດພຽງຄັ້ງດຽວ. Windows 11 25H2 ມາພ້ອມກັບການປັບປຸງທີ່ສຳຄັນດ້ານການກວດພົບຊ່ອງໂຫວ່ໃນລະບົບ build ແລະ runtime ລວມທັງຄວາມສາມາດດ້ານ AI-assisted secure coding […]

Energizer ເປີດໂຕ EnergyBook Pro ໂນດບຸກທີ່ແບັດເຕີຣີ່ທົນທານ ໃຊ້ງານໄດ້ເຕັມ 1 ມື້ໂດຍບໍ່ຕ້ອງສາກ

Energizer ເປີດໂຕ EnergyBook Pro ສ້າງກະແສໃໝ່ໃນຕະຫຼາດຄອມພິວເຕີພົກພາ ທີ່ມາພ້ອມກັບຈຸດຂາຍແບັດເຕີຣີ່ທີ່ໃຊ້ງານໄດ້ດົນນານ ເຖິງແມ່ນວ່າຈະໃຊ້ເຕັມ 1 ມື້ກໍຍັງບໍ່ໝົດ ເພາະສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 28 ຊົ່ວໂມງ ຕໍ່ການສາກໜຶ່ງຄັ້ງ ແລະ ຢູ່ໃນໂໝດສະແຕນບາຍໄດ້ດົນສູງສຸດເຖິງ 7 ມື້ເຕັມ Energizer ເປີດໂຕ EnergyBook Pro ໂນດບຸກແບັດເຕີຣີ່ທົນທານ Energizer ກຽມເປີດໂຕໂນດບຸກ 3 ລຸ້ນຍ່ອຍ ໄດ້ແກ່: EnergyBook Pro 15 EnergyBook Pro XL 18 EnergyBook Pro Ultra (ລຸ້ນທັອບ) ໂດຍ EnergyBook Pro Ultra ຖືເປັນລຸ້ນເຮືອທຸງທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ດ້ວຍຈໍໃຫຍ່ 18 ນິ້ວ ຄວາມລະອຽດ 1920×1200 ພິກເຊວ ແລະ ແບັດເຕີຣີ່ທີ່ມີຄວາມຈຸສູງເຖິງ 192 Wh ຊຶ່ງເປັນຕົວເລກທີ່ໃຫຍ່ກວ່າມາດຕະຖານໂນດບຸກທົ່ວໄປຫຼາຍເທົ່າ ສະເປັກຄ່າວໆ […]

ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II

  ນາຊາກຳລັງກະກຽມສົ່ງນັກບິນອະວະກາດ 4 ຄົນຂຶ້ນຍານ Artemis II ເພື່ອເດີນທາງໂຄຈອນຮອບດວງຈັນເປັນເວລາ 10 ມື້ ໂດຍມີເປົ້າໝາຍເປີດໂຕໄວທີ່ສຸດໃນວັນທີ 5 ກຸມພາ 2026 ຖືວ່າເປັນການກັບໄປຢ້ຽມຢາມດວງຈັນເທື່ອທຳອິດໃນຮອບ 50 ປີນັບຕັ້ງແຕ່ Apollo 17 ພາລະກິດນີ້ຈະທົດສອບລະບົບຈະຫຼວດ SLS ແລະ ຍານ Orion ເພື່ອປູທາງສູ່ການລົງຈອດຈິງຈັງເທິງດວງຈັນໃນ Artemis III ທີ່ຄາດວ່າຈະໃຊ້ຍານ SpaceX Starship ເປັນຍານລົງຈອດເທິງດວງຈັນ   ອົງການນາຊາຂອງສະຫະລັດ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II ໂດຍມີເປົ້າໝາຍເປີດໜ້າຕ່າງການປ່ອຍຍານໄວທີ່ສຸດໃນວັນທີ 5 ກຸມພາ 2026 ນັບເປັນການກັບໄປ ຢ້ຽມຢາມດວງຈັນຂອງມະນຸດຄັ້ງທຳອິດໃນຮອບກວ່າເຄິ່ງສະຕະວັດ ນັບຕັ້ງແຕ່ Apollo 17 ປີ 1972   ລາເຄຣເຕຍ ຮອວກິນສ໌ (Lacretia Hawkins) ຮອງຜູ້ບໍລິຫານຮັກສາການຂອງນາຊາ ກ່າວຢ້ຳວ່າ “ຄວາມປອດໄພ […]

ຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມແລກປ່ຽນ ການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊຸມແລກ ປ່ຽນການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025 ແລະ ກອງປະຊຸມຮ່ວມມືເສດຖະກິດຂ້າມຊາຍແດນຈີນ-ຫວຽດນາມ ຢູ່ເມືອງນານໜິງ ແຂວງກວາງຊີ ສປ ຈີນ.       ທ່ານຮອງລັດຖະມົນຕີ ກຕສ ໄດ້ກ່າວວ່າ: ໃນໄລຍະ 3 ປີຜ່ານມາ, ທາງລົດໄຟຈີນ-ລາວ ໄດ້ເປີດການນຳໃຊ້ ເຮັດໃຫ້ ສປປ ລາວ ມີການຂະຫຍາຍຕົວ ດ້ານສິນຄ້າອຸດສາຫະກຳທີ່ກ້າວໜ້າ ແລະ ການຮ່ວມມືຂ້າມຊາຍແດນໄຫລເຂົ້າມາຢ່າງບໍ່ຢຸດຢັ້ງ, ເປັນການສະທ້ອນໃຫ້ເຫັນເຖິງ ການເຊື່ອມຕໍ່ລະຫວ່າງ ຈີນ-ອາຊຽນ, ການຂະຫຍາຍຕົວ ແລະ ການພັດທະນາຂອງພາກພື້ນ. ປັດຈຸບັນ, ສປປ ລາວ ພວມກ້າວໄປສູ່ເປົ້າໝາຍການເຕີບໂຕທາງດ້ານເສດຖະ ກິດ ໃນປີ 2025 […]

ອັບເດດຂ່າວສານກ່ອນຈະອັບ iOS 26 ທີ່ທາງ Apple ໄດ້ປ່ອຍອັບເດດແລ້ວມີຫຍັງໃໝ່ແດ່ມາເບິ່ງກັນ

  Apple ໄດ້ປ່ອຍອັບເດດລະບົບປະຕິບັດການ   iOS 26 ຢ່າງເປັນທາງການໃນ ວັນທີ 15 ກັນຍາ ພ້ອມສ້າງຄວາມປ່ຽນແປງຄັ້ງສຳຄັນຕໍ່ລະບົບປະຕິບັດການເທິງ iPhone ດ້ວຍການປັບປຸງດີໄຊນ໌ຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ iOS 7   ໂດຍນຳສະເໜີພາສາການອອກແບບໃໝ່ທີ່ເອີ້ນວ່າ “Liquid Glass” ເນັ້ນຄວາມໂປ່ງໃສ ແລະ ທັນສະໄໝ ພ້ອມຍົກລະດັບປະສົບການຜູ້ໃຊ້ (UX)   ແລະ ອັບເກຣດແອັບ ສຳຄັນຫຼາຍຕົວ ລວມທັງເສີມຄວາມສາມາດຂອງ Apple Intelligence ໃຫ້ສະຫຼາດ ແລະ ໃຊ້ງານໄດ້ກວ້າງຂຶ້ນ   ໄຮໄລທ໌ຟີເຈີໃໝ່ iOS 26   • ດີໄຊນ໌ Liquid Glass ອົງປະກອບ UI ຖືກປັບໃຫ້ໂປ່ງໃສ ແລະ ລື່ນໄຫຼຄືແກ້ວ ຜະສານແອນິເມຊັນທີ່ຕອບສະໜອງແບບໄດນາມິກ ໃຊ້ງານໄດ້ທຸກອຸປະກອນ Apple Ecosystem   • Lock […]