Microsoft Excel ປ່ອຍຟັງຊັນ Copilot ໃຊ້ AI ຊ່ວຍເຕີມຂໍ້ມູນໃນເຊວ

ທີມພັດທະນາ Microsoft Excel ກຳລັງທົດສອບຟັງຊັນ Copilot, ຟັງຊັນ AI ໃໝ່ທີ່ຈະເຕີມຂໍ້ມູນໃນເຊວແບບອັດຕະໂນມັດ. ພຽງແຕ່ໃສ່ຄຳສັ່ງແລະລະບຸເຊວທີ່ຕ້ອງການອ້າງອີງເຖິງ, ຫຼັງຈາກນັ້ນ AI ຈະຈັດລຽງຂໍ້ມູນ, ສະຫຼຸບຜົນ, ເຮັດຕາຕະລາງ ແລະ ອື່ນໆອີກຫຼາຍຢ່າງດ້ວຍໂຕເອງ. ຕົວຢ່າງການໃຊ້ຟັງຊັນ Copilot ແມ່ນສົມມຸດວ່າມີເຊວໃນຄໍລັມທີ່ມີຂໍ້ມູນຜົນຕອບຮັບກ່ຽວກັບເຄື່ອງຊົງກາເຟ, ຜູ້ໃຊ້ຈະສາມາດນຳໃຊ້ຟັງຊັນ Copilot ໃນການເຕີມຂໍ້ມູນທີ່ອ້າງອີງຈາກຂໍ້ມູນດັ່ງກ່າວດ້ວຍ AI ໂດຍການໃສ່ຟັງຊັນ “=COPILOT(“Classify this feedback”, D4:D18),”. ເລກເຊວກໍ່ຕ້ອງກົງກັບໃນ Excel, ຫຼັງຈາກນັ້ນ AI ຈະເຕີມຂໍ້ມູນຕາມທີ່ຕ້ອງການແບບອັດຕະໂນມັດ. ຫາກເບິ່ງຕາມຮູບພາບຈະເຫັນໄດ້ວ່າຜູ້ໃຊ້ໄດ້ເຕີມຕົວຢ່າງຂໍ້ມູນກ່ຽວກັບລັກສະນະຂໍ້ຄວາມທີ່ເປັນຄວາມຄິດເຫັນໃນແງ່ບວກແລະລົບຂອງເຄື່ອງຊົງກາເຟໄວ້ແລ້ວ. Copilot ຈະເຕີມຂໍ້ມູນວ່າຂໍ້ມູນໃດເປັນເຊີງບວກຫຼືເຊີງລົບ, ໂດຍອ້າງອີງຂໍ້ມູນຈາກເຊວດ້ານຊ້າຍແລະຫົວຂໍ້ເຊວດ້ານເທິງ. Microsoft ຍັງໃຫ້ຕົວຢ່າງການນຳໃຊ້ Copilot ເພີ່ມເຕີມອີກດ້ວຍ ປະກອບມີ: =COPILOT(“Create a description for this product based on its specs”, B2:B8) ທີ່ AI […]
ພົບຮ້ານປອມໃນ TikTok ຫຼາຍກວ່າໝື່ນຮ້ານ ຖືກໃຊ້ເປັນເຄື່ອງມືໃນການປ່ອຍມາລແວເພື່ອລັກເງິນຄຣິບໂຕ

ໃນປັດຈຸບັນຊ່ອງທາງການຊື້ຂາຍອອນລາຍນັ້ນໄດ້ໄປໄກຫຼາຍກວ່າການຂາຍແບບສົ່ງຂໍ້ຄວາມສ່ວນຕົວຜ່ານຕົວກາງເໝືອນ Marketplace ໃນ Facebook ຫຼືວາງຂາຍໃຫ້ກົດຊື້ໂດຍກົງໃນແພລດຟອມເໝືອນ Shopee ຫຼັງຈາກທີ່ມີການເຂົ້າມາຂອງ TikTok ທີ່ຊ່ວຍໃຫ້ຜູ້ຂາຍວາງຍຸດທະສາດການຂາຍໄດ້ຫລາກຫລາຍຂຶ້ນ ແຕ່ດຽວນີ້ແຮັກເກີກໍ່ໄດ້ໃຊ້ກະແສນີ້ໃນການຫລອກລວງປ່ອຍມາລແວຜ່ານທາງຮ້ານຂາຍຂອງປອມແລ້ວເໝືອນກັນ. ຈາກລາຍງານໂດຍເວັບໄຊ The Hacker News ໄດ້ກ່າວເຖິງການຄົ້ນພົບແຄມເປນການແຜ່ກະຈາຍມາລແວ SparkKitty ດ້ວຍວິທີການ Phishing ຜ່ານທາງຮ້ານຄ້າປອມໃນເຄືອຂ່າຍສັງຄົມອອນລາຍຍອດນິຍົມ TikTok ຊຶ່ງມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນໂທລະສັບມືຖືທັງທີ່ເຮັດວຽກໃນລະບົບ iOS ແລະ Android ໂດຍມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນເຄື່ອງຂອງເຫຍື່ອທີ່ຫລາກຫລາຍ ລວມໄປເຖິງມີຄວາມສາມາດໃນການຖອດຂໍ້ຄວາມຈາກຮູບພາບດ້ວຍເທັກໂນໂລຢີ Optical Character Recognition ຫຼື OCR ຊຶ່ງຊ່ວຍໃຫ້ມາລແວເຮັດການຖອດຕົວອັກສອນທີ່ຢູ່ໃນຮູບພາບທີ່ບັນທຶກຢູ່ໃນ Gallery ຂອງເຄື່ອງ ໂດຍຈະສຸມໄປຍັງຂໍ້ມູນສຳຄັນກ່ຽວກັບເງິນຄຣິບໂຕເຄີເຣນຊີ ເຊັ່ນ ລະຫັດ Seed Phrase (ລະຫັດສຳຫຼັບກູ້ຂໍ້ມູນກະເປົ໋າເງິນຄຣິບໂຕເຄີເຣນຊີ) ເພື່ອຂະຫຍາຍການລັກເງິນຂອງເຫຍື່ອ. ສຳຫຼັບແຄມເປນດັ່ງກ່າວນີ້ມີຊື່ວ່າ FraudOnTok ຊຶ່ງຖືກຄົ້ນພົບຈາກທີມຄົ້ນຄວ້າແຫ່ງບໍລິສັດ CTM360 ບໍລິສັດຈາກປະເທດບາຮ໌ເຣນຜູ້ຊ່ຽວຊານດ້ານການຈັດການກັບໄພໄຊເບີ ໂດຍທາງທີມຄົ້ນຄວ້າໄດ້ອະທິບາຍເຖິງແຄມເປນນີ້ວ່າ ແຮັກເກີທີ່ຢູ່ເບື້ອງຫລັງແຄມເປນດັ່ງກ່າວນັ້ນໄດ້ມີການໃຊ້ຫລາຍຍຸດທະສາດເພື່ອຫລອກລວງໃຫ້ເຫຍື່ອເຂົ້າມາຕິດແລະດາວໂຫລດມາລແວໄປຕິດຕັ້ງໃນເຄື່ອງ ເຊັ່ນ ການໃຊ້ໂຄສະນາປອມໃນ Facebook ຜ່ານທາງເຄື່ອງມືເໝືອນ META Ads ແລະ […]
Apple ຍ້າຍຖານການຜະລິດ iPhone ໄປອິນເດຍຫຼາຍຂຶ້ນ ໂດຍສະເພາະ iPhone 17

ສຳນັກຂ່າວ Bloomberg ເປີດເຜີຍວ່າ Apple ຜະລິດ iPhone 17 ສຳລັບລູກຄ້າໃນສະຫະລັດອາເມລິກາ ຈາກໂຮງງານໃນອິນເດຍ ແທນທີ່ຈະເປັນໂຮງງານໃນຈີນ ແລະ ຖືວ່າເປັນຄັ້ງທຳອິດທີ່ iPhone ລຸ້ນໃໝ່ທັງໝົດຈະຖືກສົ່ງໂດຍກົງຈາກອິນເດຍ ຕັ້ງແຕ່ເລີ່ມວາງຈຳໜ່າຍ ນອກຈາກນີ້ Apple ຍັງຢູ່ລະຫວ່າງການພັດທະນາ iPhone ລຸ້ນທີ່ຈະສືບຕໍ່ຈາກ iPhone 16E ຊຶ່ງກໍຈະຜະລິດໃນໂຮງງານອິນເດຍເຊັ່ນດຽວກັນ ເວັບໄຊທ໌ The Verge ຊີ້ໃຫ້ເຫັນວ່າ Apple ຍ້າຍຖານການຜະລິດ iPhone ຈາກຈີນໄປຍັງອິນເດຍຫຼາຍຂຶ້ນເລື້ອຍໆ ເພື່ອຫຼຸດຜ່ອນການຟຶ່ງພາອາໄສສາຍການຜະລິດໃນຈີນ ໂດຍ Bloomberg ລະບຸວ່າ iPhone ທີ່ຜະລິດໃນອິນເດຍຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າໂດຍສະຫະລັດ ເຖິງແມ່ນວ່າສະຫະລັດຈະເກັບພາສີອິນເດຍ 50% ກໍຕາມ ຢ່າງໃດກໍຕາມ, ນັກວິເຄາະ Patrick Moorhead ເປີດເຜີຍວ່າ ຊິ້ນສ່ວນຍ່ອຍໆລົງໄປຂອງ iPhone ລຸ້ນໃໝ່ກໍຍັງຜະລິດຢູ່ໃນໂຮງງານທີ່ຈີນຢູ່ດີ ກ່ອນທີ່ຈະຖືກສົ່ງໄປປະກອບຂັ້ນສຸດທ້າຍໃນອິນເດຍ ຂ່າວຈາກ: The Verge
Kaspersky ຊີ້ພາຍໄພຄຸກຄາມ IT-OT ພຸ່ງສູງໃນເອເຊຍປາຊິຟິກ ຕະຫຼາດເຕີບໂຕ 62 ພັນລ້ານໂດລາປີ 2030

ແຄສເປີສກີ້ (Kaspersky) ນຳສະເໜີຄວາມເຂົ້າໃຈຫຼ້າສຸດຂອງວົງການຄວາມປອດໄພທາງໄຊເບີໃນເອເຊຍປາຊິຟິກ ໂດຍເນັ້ນຢ້ຳວ່າຍຸກທີ່ IT ແລະ OT ແຍກຈາກກັນໄດ້ນັ້ນໄດ້ຈົບລົງແລ້ວ ຄາດການມູນຄ່າຕະຫຼາດການປະສົມປະສານ IT-OT ໃນພູມິພາກນີ້ຢູ່ທີ່ກວ່າ 13 ພັນລ້ານໂດລາສະຫະລັດ ແລະພາຍໃນປີ 2030 ຄາດວ່າຈະທະຍານຂຶ້ນເຖິງ 62 ພັນລ້ານໂດລາ ເຕີບໂຕສະເລ່ຍປີລະເກືອບ 25% ທ່ານເອເດຣຽນ ເຮຍ ກຳມະການຜູ້ຈັດການ ພູມິພາກເອເຊຍປາຊິຟິກ ແຄສເປີສກີ້ ກ່າວວ່າດ້ວຍການເລັ່ງປະສົມປະສານ IT ແລະ OT ໃນອີກບໍ່ກີ່ປີຂ້າງໜ້ານີ້ ກົນລະຍຸດດ້ານຄວາມປອດໄພທາງໄຊເບີໃນພູມິພາກເອເຊຍປາຊິຟິກຈະຕ້ອງພັດທະນາຢ່າງຕໍ່ເນື່ອງ ໂດຍເຊື່ອມໂຍງທັງສອງໂດເມນເຂົ້າດ້ວຍກັນເພື່ອຮັກສາການດຳເນີນງານແລະຮັບຮອງຄວາມຢືດຢຸ່ນໃນໂລກທີ່ເຊື່ອມຕໍ່ກັນຫຼາຍຂຶ້ນ “ຈາກຂໍ້ມູນ Kaspersky Industrial Control Systems (ICS)-CERT ຫຼ້າສຸດຂອງພວກເຮົາລະບຸວ່າ ພູມິພາກຍ່ອຍທີ່ສຳຄັນຂອງເອເຊຍປາຊິຟິກທີ່ໃຊ້ຄອມພິວເຕີ ICS ກຳລັງປະເຊີນກັບການໂຈມຕີໄຊເບີຢ່າງຕໍ່ເນື່ອງ ລາຍງານລະດັບໂລກໄຕມາດທີ 1 ຂອງປີ 2025 ອັນດັບສັດສ່ວນເປີເຊັນຂອງຈຳນວນຄອມພິວເຕີ ICS ທີ່ຖືກບລອກວັດຖຸອັນຕະລາຍຂອງເອເຊຍຕາເວັນອອກສຽງໃຕ້ຢູ່ໃນອັນດັບທີ 2 ເອເຊຍກາງຢູ່ໃນອັນດັບທີ 3 ແລະເອເຊຍໃຕ້ຢູ່ໃນອັນດັບທີ 6” Kaspersky […]
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ

ຈະເກີດຫຍັງຂຶ້ນຖ້າມີຫຸ່ນຍົນທີ່ມີມົດລູກ ທີ່ສາມາດຖືພາ ແລະ ເກີດລູກແທນມະນຸດໄດ້ສຳເລັດ. ນະວັດຕະກຳນີ້ຈະຊ່ວຍແກ້ໄຂບັນຫາການມີລູກຍາກໄດ້ຫຼາຍປານໃດ. ນີ້ແມ່ນຫຸ່ນຍົນຮິວແມນນອຍດ໌ທີ່ພັດທະນາໂດຍປະເທດຈີນຄັ້ງທຳອິດຂອງໂລກ ທີ່ມີມົດລູກປອມ ສາມາດຖືພາເດັກນ້ອຍໄດ້ນານເຖິງ 10 ເດືອນ ແລະ ເກີດລູກແທນມະນຸດໄດ້. ໂຄງການນີ້ນຳໂດຍ ດຣ. ຈາງ ຊີເຟິງ ຈາກມະຫາວິທະຍາໄລເທັກໂນໂລຊີນານຢາງ ມີຈຸດປະສົງເພື່ອຊ່ວຍເຫຼືອຄູ່ສົມລົດທີ່ມີບຸດຕາຍາກ ແລະ ແກ້ໄຂບັນຫາອັດຕາການເກີດທີ່ລົດລົງ. ດຣ. ຈາງ ຊີເຟິງ ກ່າວວ່າ ຫຸ່ນຍົນຕົວນີ້ບໍ່ແມ່ນພຽງແຕ່ຫຸ່ນຍົນຝາກຕົວອ່ອນ ແຕ່ສາມາດຊ່ວຍເຫຼືອມະນຸດທີ່ບໍ່ສາມາດຖືພາໄດ້ຢ່າງຄົບວົງຈອນ. ໂດຍຫຸ່ນຍົນຮິວແມນນອຍດ໌ນີ້ຈະມີຂະໜາດເທົ່າຄົນແທ້ ທີ່ຕິດຕັ້ງມົດລູກປອມໄວ້ໃນຊ່ອງທ້ອງ ເຊິ່ງສາມາດຈຳລອງກະບວນການທັງໝົດ ເລີ້ມຕັ້ງແຕ່ການປະສົມພັນຈົນເຖິງການໃຫ້ກຳເນີດເດັກນ້ອຍອອກມາ. ນະວັດຕະກຳຫຼັກຢູ່ທີ່ເທັກໂນໂລຊີມົດລູກປອມ ເຊິ່ງເດັກນ້ອຍໃນຄັນຈະຈະເລີນເຕີບໂຕໃນນ້ຳຄ່ຳປອມ ແລະ ໄດ້ຮັບສານອາຫານຜ່ານສາຍຢາງ ຄ້າຍຄືການຕັ້ງຄັນຕາມທຳມະຊາດ. ນ້ຳຄ່ຳປອມ ເປັນຫນຶ່ງໃນສ່ວນສຳຄັນທີ່ສຸດຂອງມົດລູກປອມທີ່ໄດ້ຮັບການອອກແບບມາ ເຕັມໄປດ້ວຍສານອາຫານ ແລະ ປະສົບຜົນສຳເລັດໃນການທົດລອງກັບສັດ ເຊັ່ນ: ການລ້ຽງລູກແກະທີ່ເກີດກ່ອນກຳໜົດໃນປີ 2017. ດຣ.ຈາງ ອ້າງວ່າເທັກໂນໂລຊີນີ້ມີຄວາມກ້າວໜ້າໃນຫ້ອງປະຕິບັດການແລ້ວ ຂະນະນີ້ ກຳລັງພັດທະນາການເຮັດວຽກຂອງຫຸ່ນຍົນຮິວແມນນອຍດ໌ໃຫ້ສາມາດມີປະຕິສຳພັນກັບມະນຸດໄດ້ດ້ວຍ. […]
NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU

NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU ພ້ອມຈຳໜ່າຍຜ່ານຄູ່ຮ່ວມງານຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro NVIDIA ໄດ້ເປີດເຜີຍໃນງານ SIGGRAPH ວ່າ RTX PRO 6000 Blackwell Server Edition GPU ຈະຖືກນຳມາຈຳໜ່າຍຜ່ານຄູ່ຮ່ວມງານຜູ້ຜະລິດເຊີບເວີສຳລັບອົງການຈັດຕັ້ງຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro ຊຶ່ງເປັນການນຳສະຖາປະນິກ Blackwell ມາໃຊ້ໃນລະບົບ rack-mounted 2U. ລະບົບໃໝ່ນີ້ໃຫ້ປະສິດທິພາບສູງກວ່າລະບົບ CPU-only ເຖິງ 45 ເທົ່າ ພ້ອມປະສິດທິພາບການໃຊ້ພະລັງງານທີ່ດີຂຶ້ນ 18 ເທົ່າ ເຮັດໃຫ້ຕົ້ນທຶນຕ່ຳລົງ. ເຊີບເວີເຫຼົ່ານີ້ອອກແບບມາເພື່ອຮອງຮັບ workload ຫຼາກຫຼາຍປະເພດ ຕັ້ງແຕ່ agentic […]
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030

ໃນລະຫວ່າງວັນທີ່ 6-13 ສິງຫາທີ່ຜ່ານມາ ຈີນປະສົບຄວາມສຳເລັດໃນການທົດສອບຄັ້ງສຳຄັນຂອງຍານຫລານເຢ່ (Lanyue) ຍານລົງຈອດເທິງດວງຈັນພ້ອມມະນຸດຄວບຄຸມລຳໃໝ່ ຊຶ່ງຖືເປັນກ້າວສຳຄັນຢ່າງຍິ່ງໃນໂຄງການສຳຫຼວດອະວະກາດຂອງປະເທດຈີນ. ການທົດສອບນີ້ມີເປົ້າຫມາຍເພື່ອຢືນຢັນຄວາມພ້ອມຂອງຍານ ສຳຫຼັບພາລະກິດສົ່ງນັກບິນອະວະກາດຈີນໄປຍຽບພື້ນຜິວດວງຈັນໃຫ້ສຳເລັດພາຍໃນປີ2030. ມາທຳຄວາມຮູ້ຈັກຍານ “Lanyue” ຍານຫລານເຢ່ (Lanyue) ຊຶ່ງມີຄວາມໝາຍວ່າ “ໂອບກອດດວງຈັນ” ເປັນຍານລົງຈອດ ແລະ ຂຶ້ນຈາກພື້ນຜິວດວງຈັນພ້ອມມະນຸດຄວບຄຸມລຳທຳອິດຂອງຈີນ ໄດ້ຮັບການອອກແບບໃຫ້ມີ 4 ຂາ ສາມາດບັນທຸກນັກບິນອະວະກາດໄດ້ 2 ຄົນ ພ້ອມດ້ວຍອຸປະກອນທາງວິທະຍາສາດ ລະບົບຊ່ວຍຊີວິດ ແລະ ສະບຽງທີ່ຈຳເປັນສຳຫຼັບການປະຕິບັດພາລະກິດເທິງດວງຈັນເປັນເວລາຫຼາຍມື້. ການທົດສອບຍານ “Lanyue” ການທົດສອບດັ່ງກ່າວຈັດຂຶ້ນ ຢູ່ ສະຖານທີ່ທົດສອບພາກພື້ນດິນໃນຫວຍໄຫລ ມົນທົນເຫີເປີຍ ທາງຕອນເຫນືອຂອງຈີນ ພາຍໃຕ້ການທົດສອບໂດຍຫົວໜ່ວຍງານລັດວິສາຫະກິດ ໄຊນ່າ ແອໂຣສເປັດ ໄຊແອັນສ໌ ແລະ ເທັກໂນໂລຢີ ຈຳກັດ (CASC) ໄດ້ຈຳລອງສະພາບແວດລ້ອມເທິງດວງຈັນຢ່າງສົມຈິງ ທັງການສ້າງພື້ນຜິວທີ່ເປັນຫີນ ຫຼຸມອຸກກາບາດ ແລະ […]
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ

Microsoft ໄດ້ເປີດຕົວການທົດສອບບໍລິການ Windows 365 Reserve ໃນຮູບແບບ Limited Public Preview ເຊິ່ງໃຫ້ຜູ້ໃຊ້ງານເຂົ້າເຖິງ Cloud PC ຊົ່ວຄາວເມື່ອຄອມພິວເຕີຫຼັກໃຊ້ງານບໍ່ໄດ້ຈາກການໂຈມຕີທາງໄຊເບີ, ບັນຫາຮາດແວ, ຫຼືຊອບແວຂັດຂ້ອງ. Windows 365 Reserve ເປັນບໍລິການທີ່ຊ່ວຍໃຫ້ອົງກອນຮັບມືກັບບັນຫາການຢຸດເຮັດວຽກຂອງອຸປະກອນໂດຍບໍ່ຕ້ອງຈັດຫາເຄື່ອງທົດແທນແບບ physical. ບໍລິການນີ້ໃຫ້ສິດຜູ້ໃຊ້ງານເຂົ້າເຖິງ Cloud PC ໄດ້ສູງສຸດ 10 ວັນຕໍ່ປີ, ເຊິ່ງສາມາດໃຊ້ງານແບບຕໍ່ເນື່ອງຫຼືແບ່ງໃຊ້ໃນຫຼາຍເຫດການກໍ່ໄດ້. ປັດຈຸບັນເປີດໃຫ້ທົດສອບແບບ Limited Public Preview ແລ້ວ, ເຊິ່ງລູກຄ້າຈະຕ້ອງໄດ້ຮັບການອະນຸມັດກ່ອນເຂົ້າຮ່ວມ. Microsoft ວາງແຜນຈະເປີດໃຫ້ບໍລິການໃນວົງກວ້າງຫຼັງຈາກຊ່ວງທົດສອບສໍາເລັດ. ບໍລິການນີ້ເຮັດວຽກເປັນ standalone Windows 365 offering ທີ່ຜູ້ດູແລລະບົບສາມາດ deploy ຜ່ານ Microsoft Intune. Cloud PC ຈະຖືກຕັ້ງຄ່າລ່ວງໜ້າພ້ອມແອັບພລິເຄຊັນຂອງອົງກອນ, ນະໂຍບາຍຄວາມປອດໄພ, ແລະການເຂົ້າເຖິງ Microsoft 365. ຜູ້ໃຊ້ງານສາມາດເຂົ້າເຖິງ desktop ຊົ່ວຄາວຈາກອຸປະກອນໃດກໍ່ໄດ້ຜ່ານ […]
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ

ຜົນການສຶກສາໃໝ່ເປີດເຜີຍວ່າ ເດັກນ້ອຍທີ່ມີໂທລະສັບມືຖືເປັນຂອງຕົນເອງກ່ອນອາຍຸ 13 ປີ ມີແນວໂນ້ມທີ່ຈະປະສົບບັນຫາສຸຂະພາບຈິດທີ່ຮຸນແຮງເມື່ອເຕີບໃຫຍ່ຂຶ້ນ ງານວິໄຈໃໝ່ນີ້ເກີດຂຶ້ນໂດຍສະຕາດອັບດ້ານປະສາດວິທະຍາຈາກປະເທດສະຫະລັດອາເມລິກາ ທີ່ຊື່ວ່າ ເຊເປັຽນ ແລັບສ໌ (Sapien Labs) ຊຶ່ງນຳໃຊ້ຂໍ້ມູນ Longitudinal Data ຫຼື ຂໍ້ມູນທີ່ເກັບຈາກກຸ່ມບຸກຄົນ ຫຼື ສິ່ງທີ່ສຶກສາຊ້ຳໆ ຫຼາຍຄັ້ງໃນແຕ່ລະຊ່ວງເວລາ ເພື່ອເບິ່ງການປ່ຽນແປງເມື່ອເວລາຜ່ານໄປ ຂໍ້ມູນນີ້ນຳມາຈາກ ໂກລບອນ ໄມດ໌ ໂປຣເຈັກ (Global Mind Project) ຊຶ່ງເປັນຖານຂໍ້ມູນສຸຂະພາບຈິດຂະໜາດໃຫຍ່ທີ່ລວບລວມໂດຍບໍລິສັດເອງ ຜົນການສຶກສາພົບວ່າກຸ່ມຄົນອາຍຸລະຫວ່າງ 18 ຫາ 24 ປີ ຈຳນວນກວ່າ 100,000 ຄົນທົ່ວໂລກ ທີ່ໄດ້ໃຊ້ໂທລະສັບມືຖືກ່ອນອາຍຸ 13 ປີ ຊຶ່ງອາດຈະນຳໄປສູ່ການເຂົ້າເຖິງໂຊຊຽລມີເດຍຕັ້ງແຕ່ນ້ອຍ ມີຄວາມສ່ຽງສູງຂຶ້ນຈາກການຖືກກັ່ນແກ້ງທາງໄຊເບີ ການນອນຫຼັບບໍ່ສະບາຍ ແລະ ຄວາມສຳພັນທີ່ບໍ່ດີກັບຄອບຄົວ ເຮັດໃຫ້ມີແນວໂນ້ມທີ່ຈະມີຄວາມຄິດຂ້າຕົວເອງ ຄວາມກ້າວລ້າວ ການແຍກຕົວຈາກຄວາມເປັນຈິງ ແລະ ປະສາດຫຼອນເມື່ອອາຍຸຫຼາຍຂຶ້ນ ໃນກຸ່ມຕົວຢ່າງດຽວກັນນີ້ […]
WhatsApp ລຶບບັນຊີສແກມເມີ ຫຼາຍກວ່າ 6.8 ລ້ານບັນຊີ ພ້ອມເຕືອນກ່ຽວກັບວິທີໃໝ່ຂອງມິດຈະຊີບ ທີ່ນຳໃຊ້ ChatGPT ສ້າງຂໍ້ຄວາມຫລອກເຫຍື່ອ

Meta ບໍລິສັດແມ່ຂອງ WhatsApp ໄດ້ເປີດເຜີຍວ່າ WhatsApp ໄດ້ລຶບບັນຊີຜູ້ໃຊ້ຫຼາຍກວ່າ 6.8 ລ້ານບັນຊີ ທີ່ກ່ຽວຂ້ອງກັບການຫລອກລວງໃນໄລຍະເຄິ່ງປີທຳອິດຂອງປີ 2025 ໂດຍພົບຫຼາຍບັນຊີເຊື່ອມໂຍງກັບສແກມເມີ (Scammer) ທີ່ດຳເນີນການໂດຍແກ້ງອາຊະຍາກອນໃນພາກພື້ນເອເຊຍຕະເວັນອອກສຽງໃຕ້ ຊຶ່ງມັກນຳໃຊ້ການບັງຄັບແຮງງານເພື່ອທຳການຫລອກລວງເຫຍື່ອ ໃນເວລາດຽວກັນ WhatsApp ໄດ້ປະກາດໃຊ້ມາດຕະການໃໝ່ເພື່ອເຕືອນຜູ້ໃຊ້ ເຊັ່ນ: ການແຈ້ງເຕືອນເມື່ອມີຄົນທີ່ບໍ່ຮູ້ຈັກເພີ່ມເຈົ້າເຂົ້າກຸ່ມ ຊຶ່ງຈະເປັນດ່ານກັດກອງເບື້ອງຕົ້ນ ກ່ອນທີ່ມິດຈະຊີບຈະເຂົ້າເຖິງຕົວຜູ້ໃຊ້ງານ ວິທີການຂອງມິດຈະຊີບ ເລີ່ມຕົ້ນດ້ວຍການສົ່ງຂໍ້ຄວາມ: ຜູ້ຫລອກລວງມັກຈະຕິດຕໍ່ເຫຍື່ອດ້ວຍຂໍ້ຄວາມທົ່ວໄປກ່ອນຈະຍ້າຍການສົນທະນາໄປຍັງໂຊເຊຍນມີເດຍ ຫຼື ແອັບແຊັດເຊັ່ນ WhatsApp ໃນບາງກໍລະນີ ພົບວ່າມິດຈະຊີບໃຊ້ ChatGPT ເພື່ອສ້າງຄຳແນະນຳສຳລັບເຫຍື່ອໃນການຫລອກລວງ ພວກເຂົາຈະຊັກຊວນໃຫ້ເຫຍື່ອເຂົ້າຮ່ວມໂຄງການລົງທຶນປອມ ຫຼື ການຫລອກລວງອື່ນໆ ຊຶ່ງມັກຈະຈົບລົງດ້ວຍການໂອນເງິນ ຫຼື ສິນຊັບດິຈິທັນບົນແພລດຟອມການຈ່າຍເງິນຕ່າງໆ Meta ລະບຸວ່າ “ສິ່ງໜຶ່ງທີ່ຕ້ອງລະວັງຢູ່ສະເໝີ ຄື ເມື່ອເຈົ້າຕ້ອງຈ່າຍເງິນລ່ວງໜ້າເພື່ອແລກກັບຜົນຕອບແທນ ຫຼື ລາຍໄດ້ທີ່ສູງ” ນັ້ນເປັນສະຖານະການທີ່ບໍ່ປົກກະຕິ ອາດນຳໄປສູ່ການຖືກຫລອກໄດ້ ວິທີປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອ ຫົວໜ່ວຍງານໃນພາກພື້ນເອເຊຍຕະເວັນອອກສຽງໃຕ້ແນະນຳໃຫ້ລະວັງການຖືກຫລອກລວງ ແລະ ແຈ້ງເຕືອນໃຫ້ໃຊ້ມາດຕະການປ້ອງກັນ ເຊັ່ນ: ການຢືນຢັນຕົວຕົນແບບສອງຂັ້ນຕອນ (Two-step verification) ບົນ […]