ຍີ່ປຸ່ນເລັ່ງຜັກດັນຕິດຕັ້ງ “ໂຊລາເຊວແບບບາງ” ແລະ ຍືດຫຍຸ່ນໄດ້ດີ ສາມາດຜະລິດໄຟຟ້າໃຫ້ 30,000 ຄົວເຮືອນ

ຍີ່ປຸ່ນຜັກດັນການພັດທະນາ “ແຜງໂຊລາເຊວເພີໂຣບສະໄກທ໌” (Pliable Perovskite Panels) ທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ດີ ຕັ້ງເປົ້າເປັນອຸປະກອນຜະລິດພະລັງງານແສງອາທິດທີ່ຕິດຕັ້ງໄດ້ໃນຫຼາກຫຼາຍພື້ນທີ່ ເພື່ອເພີ່ມປະສິດທິພາບການຜະລິດ ຜັກດັນໄປສູ່ການບັນລຸເປົ້າຫມາຍດ້ານພະລັງງານໝຸນວຽນ   ການຜະລິດແຜງໂຊລາເຊວແບບບາງ   ແຜງໂຊລາເຊວທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ເປັນພິເສດນີ້ ສ້າງຂຶ້ນໂດຍການພິມ ຫຼື ທາສີສ່ວນຜະສົມຕ່າງໆ ເຊັ່ນ: ໄອໂອດີນ ແລະ ຕະກັ່ວ ລົງເທິງໜ້າພື້ນ ເຊັ່ນ: ຟິມ ຫຼື ແຜ່ນແກ້ວ ເຮັດໃຫ້ຜະລິດຕະພັນຂັ້ນສຸດທ້າຍອາດມີຄວາມໜາພຽງໜຶ່ງມິນລີແມັດ ແລະ ມີນ້ຳໜັກພຽງໜຶ່ງໃນສິບຂອງເຊວແສງອາທິດຊິລິຄອນທົ່ວໄປ   ຂໍ້ດີຂອງໂຊລາເຊວແບບບາງ   ຂໍ້ດີຂອງແຜງໂຊລາເຊວແບບນີ້ ຄື ມີຄວາມຍືດຫຍຸ່ນສູງ ສາມາດຕິດຕັ້ງເທິງໜ້າພື້ນທີ່ບໍ່ມີຄວາມພຽງ ແລະ ໂຄ້ງງໍ່ໄດ້ ຊຶ່ງເປັນຄຸນສົມບັດສໍາຄັນສໍາລັບການນໍາໃຊ້ໃນຍີ່ປຸ່ນ ເນື່ອງຈາກພື້ນທີ່ 70% ຂອງປະເທດເປັນພູຜາ ທີ່ອາດຈະບໍ່ເໝາະກັບການຕິດຕັ້ງແຜງໂຊລາເຊວແບບແຂງ   ອຸປະສັກຂອງການພັດທະນາໂຊລາເຊວແບບບາງ   ແນວໃດກໍ່ຕາມ ການຜັກດັນການພັດທະນາແຜງໂຊລາເຊວປະເພດນີ້ ຍັງຕ້ອງພົບກັບອຸປະສັກບາງປະການ ເພາະແຜງໂຊລາເຊວເພີໂຣບສະໄກທ໌ມີສານຕະກັ່ວທີ່ເປັນພິດ ແລະ ໃນຂະນະນີ້ຍັງຜະລິດພະລັງງານໄດ້ນ້ອຍກວ່າ […]

Microsoft Edge ເປີດຕົວ ‘Copilot Mode’ ຍົກລະດັບບຣາວເຊີສູ່ AI ອັດສະລິຍະ

ໃນຍຸກທີ່ Google ມີ Gemini summarize ໃນໜ້າບຣາວເຊີ, Microsoft Edge ເອງກໍ່ມີ Copilot Mode ໃນການຊ່ວຍຄົ້ນຄວ້າຂໍ້ມູນເຊັ່ນກັນ. ແຕ່ທີ່ດີກວ່າແມ່ນ Copilot Mode ອາດຈະຊ່ວຍໄດ້ຫຼາຍກວ່າແຄ່ສະຫຼຸບຂໍ້ມູນ ເພາະສາມາດຊ່ວຍຕັດສິນໃຈແທນໄດ້ດ້ວຍ. Copilot Mode ເຮັດຫຍັງໄດ້ແດ່? ສະຫຼຸບເນື້ອຫາ: Copilot ສາມາດສະຫຼຸບເນື້ອຫາຈາກໜ້າເວັບທີ່ທ່ານກຳລັງເຂົ້າຊົມໄດ້ຢ່າງວ່ອງໄວ, ຊ່ວຍໃຫ້ທ່ານເຂົ້າໃຈເນື້ອໃນສຳຄັນໄດ້ໂດຍບໍ່ຕ້ອງອ່ານທັງໝົດ. ປຽບທຽບລາຄາຈາກເວັບອື່ນທີ່ເປີດໄວ້: ຟີເຈີນີ້ຊ່ວຍໃຫ້ທ່ານປຽບທຽບລາຄາສິນຄ້າຈາກຫຼາຍແທັບພ້ອມກັນ, ຕິດຕາມຂໍ້ສະເໜີພິເສດ, ແລະ ວິເຄາະແນວໂນ້ມຂອງລາຄາ ເພື່ອໃຫ້ທ່ານຕັດສິນໃຈຊື້ໄດ້. ການໂຕ້ຕອບທີ່ຫຼາກຫຼາຍ: ທ່ານສາມາດໂຕ້ຕອບກັບ Copilot ໄດ້ທັງຜ່ານຄຳສັ່ງສຽງຫຼືຂໍ້ຄວາມ, ເຮັດໃຫ້ການໃຊ້ງານມີຄວາມຍືດຫຍຸ່ນແລະສະດວກສະບາຍ. ການຄາດເດົາ: ດ້ວຍຄວາມສາມາດຂອງ AI, Copilot ສາມາດຄາດການຕັດສິນໃຈຕໍ່ໄປຂອງທ່ານໃນການທ່ອງເວັບ ແລະ ສະເຫນີຄວາມຊ່ວຍເຫຼືອທີ່ກ່ຽວຂ້ອງລ່ວງໜ້າ ເຊັ່ນ ແນະນຳລິ້ງທີ່ທ່ານອາດສົນໃຈ. ເປັນສູນກາງການເຮັດວຽກ: Copilot ລວມຟັງຊັນການແຊັດ, ການຄົ້ນຫາ, ແລະ ການນຳທາງເວັບເຂົ້າໄວ້ໃນຊ່ອງປ້ອນຂໍ້ມູນດຽວ, ເຮັດໃຫ້ທ່ານສາມາດເຮັດກິດຈະກຳຕ່າງໆ ໄດ້ໃນທີ່ດຽວໂດຍບໍ່ຕ້ອງປ່ຽນໄປມາລະຫວ່າງຫຼາຍໜ້າຕ່າງ. ຊ່ວຍເຫຼືອຮອບດ້ານ: ບໍ່ວ່າຈະເປັນການຄົ້ນຄວ້າຂໍ້ມູນ, ການຊອບປິງ, […]

ມາກ ຊັກເກີເບີກ ປະກາດວິໄສທັດ Meta: ລົງທຶນສ້າງ ‘Superintelligence’ AI ທີ່ສະຫລາດກວ່າມະນຸດ

ວັນທີ 30 ກໍລະກົດທີ່ຜ່ານມາ, ມາກ ຊັກເກີເບີກ (Mark Zuckerberg) ໄດ້ໂພສວິດີໂອສັ້ນໃນຊ່ອງທາງເຟສບຸກ ແລະ ຕາມມາດ້ວຍຂໍ້ຄວາມສໍາຄັນທີ່ລະບຸວ່າ Meta ກໍາລັງຈະເປີດຕົວ ‘Superintelligence’ ຊຶ່ງເປັນ AI ທີ່ຈະເຂົ້າມາຊ່ວຍໃຫ້ມະນຸດເຮັດວຽກໄດ້ຢ່າງສະຫລາດຂຶ້ນ. Meta ໄດ້ຈັດຕັ້ງ Meta Superintelligence Labs ທີ່ລວບລວມທີມງານ AI ລະດັບໂລກ ແລະ ກໍາລັງພັດທະນາໂມເດວ AI ຮຸ່ນໃໝ່ໆ ເຊັ່ນ Llama 4.1 ແລະ 4.2 ພ້ອມກັບການລົງທຶນອັນມະຫາສານໃນການສ້າງສູນປະມວນຜົນຂໍ້ມູນຂະໜາດໃຫຍ່ ເຊັ່ນ Prometheus ແລະ Hyperion ເພື່ອຮອງຮັບການພັດທະນາ AI ນີ້. ນອກຈາກນັ້ນຍັງມີການເວົ້າເຖິງແວ່ນຕາອັດສະລິຍະ (AI Smart Glasses) ຊຶ່ງຈະເປັນໜຶ່ງໃນເຄື່ອງມືຫຼັກຂອງມະນຸດໃນອະນາຄົດ. BT ໄດ້ສະຫຼຸບປະເດັນສໍາຄັນມາໃຫ້ ດັ່ງນີ້: ເປົ້າໝາຍຫຼັກ: Meta ຕ້ອງການສ້າງ AI ສໍາຫຼັບທຸກຄົນ ພາຍໃຕ້ແນວຄິດ […]

ສະຖິຕິພົບການດາວໂຫລດໃຊ້ງານ ChatGPT ຫຼາຍກວ່າ Microsoft Copilot ເຖິງ 10 ເທົ່າ

ສະຖິຕິພົບການດາວໂຫລດໃຊ້ງານ ChatGPT ຫຼາຍກວ່າ Microsoft Copilot ເຖິງ 10 ເທົ່າ AI ຫຼື ປັນຍາປະດິດ ຈາກທີ່ເຄີຍເປັນເທັກໂນໂລຊີແຫ່ງອະນາຄົດທີ່ເບິ່ງຄືເກີນເອື້ອມ ແຕ່ໃນປັດຈຸບັນກັບກາຍເປັນເທັກໂນໂລຊີທີ່ເຂົ້າເຖິງໄດ້ງ່າຍ ມີບໍລິສັດທີ່ພັດທະນາຫຼາຍແຫ່ງ ແຕ່ກໍ່ຍັງມີສະຖິຕິໜຶ່ງທີ່ອາດຕ້ອງໃຊ້ເວລານານກວ່າຈະສາມາດລົ້ມໄດ້. ຈາກລາຍງານໂດຍເວັບໄຊທ໌ Quartz ໄດ້ກ່າວເຖິງສະຖິຕິການໃຊ້ງານ AI ໂດຍຜູ້ໃຊ້ງານທົ່ວໂລກຈາກທາງສຳນັກຂ່າວ Bloomberg ຊຶ່ງໃນສະຖິຕິນີ້ມີຕົວເລກຫຼາຍຢ່າງທີ່ໜ້າສົນໃຈ ເຊັ່ນ ChatGPT ເຄື່ອງມື AI ປະເພດສັ່ງການເພື່ອສ້າງສື່ (Generative AI) ຍອດນິຍົມຈາກທາງ OpenAI ນັ້ນມີຍອດການດາວໂຫລດເພື່ອໃຊ້ງານສູງເຖິງ 900 ລ້ານຄັ້ງ ທຽບກັບ Microsoft Copilot ຊຶ່ງເປັນ AI ສຳລັບຊ່ວຍເຫຼືອຜູ້ໃຊ້ງານ ທີ່ເຖິງແມ່ນວ່າຈະມີຍອດດາວໂຫລດເຖິງ 79 ລ້ານຄັ້ງ ແຕ່ກໍ່ຍັງຕ່ຳກວ່າ ChatGPT ເຖິງ 10 ເທົ່າກວ່າ ເຖິງແມ່ນວ່າໃນທາງເທັກນິກແລ້ວທັງ 2 ຈະເປັນຂອງທາງໄມໂຄຣຊອຟທ໌ເໝືອນກັນ ເນື່ອງມາຈາກທາງ OpenAI ນັ້ນມີທາງໄມໂຄຣຊອຟທ໌ເປັນຜູ້ຖືຫຸ້ນແລະນັກລົງທຶນລາຍໃຫຍ່. ໂດຍຄວາມນິຍົມໃນການໃຊ້ງານອັນດັບ […]

Google ກຽມທົດສອບນຳ AI ມາໃຊ້ລະບຸອາຍຸຜູ້ໃຊ້ໃນສະຫະລັດ

Google ກຽມນຳລະບົບ AI ເດົາອາຍຸຜູ້ໃຊ້ງານມາໃຊ້ໃນກຸ່ມເປົ້າໝາຍທີ່ກວ້າງຂວາງຫຼາຍຂຶ້ນ ເພື່ອມາກວດເບິ່ງວ່າຜູ້ໃຊ້ Google ໃນສະຫະລັດອາເມລິກາຄົນໃດທີ່ອາຍຸຍັງບໍ່ເຖິງ 18 ປີດີ ລະບົບດັ່ງກ່າວຈະຖືກນຳມາໃຊ້ໃນອີກບໍ່ກີ່ອາທິດຂ້າງໜ້າ ແຕ່ກໍຈະຍັງຄົງມີຜົນກັບຜູ້ໃຊ້ກຸ່ມນ້ອຍໆກ່ອນ ຊຶ່ງ Google ກໍມີແຜນທີ່ຈະຂະຫຍາຍກຸ່ມເປົ້າໝາຍອອກໄປໃຫ້ຫຼາຍຂຶ້ນແນ່ນອນ ການເຮັດວຽກຂອງລະບົບ AI ທີ່ວ່ານີ້ຈະໃຊ້ຂໍ້ມູນການຄົ້ນຫາໃນ Google Search ຫຼືປະເພດຄລິບໃນ YouTube ທີ່ຜູ້ໃຊ້ຄົນນັ້ນໆ ຊອບເບິ່ງເພື່ອຄາດເດົາອາຍຸທີ່ຖືກຕ້ອງ ໂດຍຫາກ Google ເຊື່ອວ່າຜູ້ໃຊ້ຄົນໃດທີ່ອາຍຸຕ່ຳກວ່າ 18 ປີ ກໍຈະເຮັດການຈຳກັດການເຂົ້າເຖິງເນື້ອໃນບາງຢ່າງ ລວມເຖິງການເປີດລະບົບແຈ້ງເຕືອນເວລານອນໃນ YouTube ແລະຈຳກັດການແນະນຳເນື້ອໃນ ອີກທັງຈະມີການປິດ Timeline ໃນ Google Maps ປິດລະບົບການໂຄສະນາແບບເຈາະຈົງກຸ່ມເປົ້າໝາຍ ແລະປິດກັ້ນການເຂົ້າເຖິງແອັບສຳລັບຜູ້ໃຫຍ່ໃນ Play Store ທັງນີ້ ຫາກ Google ລະບົວິໃຫຍ່ບາງຢ່າງ ຜູ້ໃຊ້ສາມາດສົ່ງຮູບພາບຂອງບັດປະຈຳຕົວທີ່ລັດຖະບານອອກໃຫ້ ຫຼືຖ່າຍເຊລຟີ້ເພື່ອຢືນຢັນອາຍຸຕົນເອງກໍໄດ້ເຊັ່ນກັນ

ຜູ້ໃຊ້ງານ Canva ຈະສາມາດໃຊ້ AI Claude ໃນການສັ່ງແກ້ໄຂຮູບພາບໄດ້ແລ້ວ

ປັນຍາປະດິດສຳລັບການສ້າງສື່ ຫຼື Generative AI ເອີ້ນໄດ້ວ່າມາແຮງ ແລະ ເປັນທີ່ນິຍົມສູງສຸດໃນໝູ່ AI ທັງປວງ ຊຶ່ງຜູ້ພັດທະນາຊອບແວຫຼາຍເຈົ້າກໍໄດ້ມີການນຳເອົາເຂົ້າມາໃຊ້ຮ່ວມກັບຊອບແວຂອງຕົນ ບໍ່ເວັ້ນແມ້ແຕ່ຊອບແວອອນລາຍສຳລັບການຕັດຕໍ່ເຮັດຮູບພາບຢ່າງ Canva ຈາກລາຍງານໂດຍເວັບໄຊ The Verge ໄດ້ກ່າວເຖິງການທີ່ທາງ Canva ອອກມາປະກາດວ່າ Canva ຈະສາມາດເຮັດການເຊື່ອມຕໍ່ (Integration) ກັບ Claude ເພື່ອນຳມາໃຊ້ງານໃນການຊ່ວຍຕັດຕໍ່ຮູບພາບໄດ້ແລ້ວ ຫຼັງຈາກທີ່ຜ່ານມາຕົວ Canva ຊຶ່ງເອີ້ນໄດ້ວ່າເປັນຄວາມຮ່ວມມືຄັ້ງລ່າສຸດຂອງ Claude ຫຼັງຈາກທີ່ຜ່ານມາຕົວ Claude ນັ້ນສາມາດເຊື່ອມຕໍ່ເພື່ອໃຊ້ງານຮ່ວມກັບແອັບພລິເຄຊັນແບບ 3rd Party ໄດ້ຫຼາຍຕົວ ເຊັ່ນ Figma, Notion, Stripe, ແລະ Prisma ຊຶ່ງຜູ້ໃຊ້ງານ Claude ແລະ Canva ຈະສາມາດໃຊ້ຟີເຈີໃໝ່ນີ້ໄດ້ຕັ້ງແຕ່ວັນນີ້ເປັນຕົ້ນໄປ ຊຶ່ງຈາກແຫຼ່ງຂ່າວນັ້ນໄດ້ມີການລະບຸວ່າ ຜູ້ທີ່ໃຊ້ງານການເຊື່ອມຕໍ່ນີ້ນັ້ນ ຈະສາມາດໃຊ້ການສັ່ງການແບບ Prompt ເພື່ອສັ່ງການໃຫ້ Claude ຊ່ວຍຈັດການງານທີ່ຢູ່ເທິງ Canva ເຊັ່ນ ສັ່ງໃຫ້ເຮັດພຣີເຊັນເຕຊັນ, […]

ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple

ແອັບເປີນ (Apple) ກຽມເປີດໂຕ iPhone ລຸ້ນໃໝ່ໃນເດືອນກັນຍານີ້ ແລະ ຂ່າວລືຫຼ້າສຸດເຫັນເຖິງການປ່ຽນແປງຂອງ iPhone ລຸ້ນ iPhone 17 Pro ແລະ iPhone 17 Pro Max ທີ່ອາດຈະມາພ້ອມກັບຟີເຈີທີ່ບໍ່ເຄີຍມີໃນ iPhone ມາກ່ອນ     ຈຸດເດັ່ນຂ່າວລືການອັບເກຣດທີ່ໜ້າສົນໃຈ   ໜ້າຈໍປ້ອງກັນການສະທ້ອນ: ຕາມລາຍງານຂອງ MacRumors, iPhone 17 Pro ຈະໃຊ້ໜ້າຈໍແບບໃໝ່ທີ່ຊ່ວຍຫຼຸດແສງສະທ້ອນ ເຮັດໃຫ້ເບິ່ງເຫັນໜ້າຈໍໄດ້ຊັດເຈນຂຶ້ນເຖິງຢູ່ໃນບ່ອນທີ່ມີແສງແດດແຮງ ນອກຈາກນີ້ ໜ້າຈໍຍັງມີຄວາມທົນທານຕໍ່ຮອຍຂີດຂ່ວນໄດ້ດີຍິ່ງຂຶ້ນອີກດ້ວຍ   ຊູມແບບອອບຕິກັລ 8x: ກ້ອງ Telephoto ຂອງ iPhone 17 Pro ຄາດວ່າຈະເພີ່ມຄວາມສາມາດໃນການຊູມຈາກເດີມ 5x ເປັນ 8x ຊຶ່ງເປັນການກ້າວກະໂດດຄັ້ງໃຫຍ່ ແລະ ຈະເປັນຄັ້ງທຳອິດຂອງ Apple   ສ່ວນນູນຂອງກ້ອງໃຫຍ່ຂຶ້ນ: ເພື່ອຮອງຮັບການຊູມແບບອອບຕິກັລທີ່ເພີ່ມຂຶ້ນ ເຮັດໃຫ້ສ່ວນນູນຂອງກ້ອງ […]

“ໝວກ AI” ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.

ທີມວິໄຈຈາກມະຫາວິທະຍາໄລເທັກໂນໂລຍີຊິດນີ (University of Technology Sydney) ປະເທດອົດສະຕາລີ ພັດທະນາໝວກປັນຍາປະດິດທີ່ສາມາດອ່ານຄ່າຄື່ນສະໝອງຂອງຜູ້ສວມໃສ່ ເພື່ອຕີຄວາມໝາຍກິດຈະກຳຂອງສະໝອງ ແລະ ປ່ຽນຄວາມຄິດທີ່ເກີດຂຶ້ນໃຫ້ກາຍເປັນຂໍ້ຄວາມໃສ່ໜ້າຈໍ ກຽມຕໍ່ຍອດໄປສູ່ການພັດທະນາວິທີການຄວບຄຸມອຸປະກອນອີເລັກໂທຣນິກຕ່າງໆ ດ້ວຍຄວາມຄິດ   ເທັກໂນໂລຍີ “ໝວກ AI”     ຫົວໃຈສຳຄັນຂອງເທັກໂນໂລຍີນີ້ຢູ່ທີ່ອຸປະກອນໝວກພິເສດ ທີ່ສາມາດກວດສອບຮູບແບບຄື່ນສະໝອງຂອງຜູ້ສວມໃສ່ໄດ້ ໂດຍທີມວິໄຈໄດ້ສາທິດການນຳໃຊ້ດ້ວຍການໃສ່ໝວກ ແລະ ອ່ານຄຳ ຫຼື ປະໂຫຍກທີ່ຕ້ອງການໃນໃຈ ແລະ ໃຊ້ການເຄື່ອນໄຫວຂອງປາກອ່ານຄຳນັ້ນແບບບໍ່ອອກສຽງ (silently mouths the words)   ຊຶ່ງຂະບວນການນີ້ຈະຊ່ວຍໃຫ້ສະໝອງປະມວນຜົນຄຳເວົ້າໄດ້ຢ່າງມີປະສິດທິຜົນ ຈາກນັ້ນ ຕົວຖອດລະຫັດທີ່ຂັບເຄື່ອນດ້ວຍ AI ຈະເຂົ້າມາຮັບຊ່ວງຕໍ່ ໂດຍເຮັດໜ້າທີ່ແປງຄວາມຄິດເຫຼົ່ານັ້ນໃຫ້ກາຍເປັນພາສາຂຽນຢ່າງວ່ອງໄວ   ຜົນຈາກການທົດສອບໃຊ້ຈິງ   ໂດຍສຳນັກຂ່າວ AP ຜູ້ລາຍງານຂ່າວນີ້ລະບຸວ່າຈາກການທີ່ນັກຂ່າວໄດ້ທົດສອບໃຫ້ນັກສຶກສາລອງອ່ານອອກສຽງຄຳວ່າ “ຊ້ອນ” ໃນໃຈ ຜົນປະກົດວ່າ AI ສາມາດລະບຸຄຳດັ່ງກ່າວໄດ້ຢ່າງຖືກຕ້ອງເຖິງ 75% ຊຶ່ງທີມວິໄຈກຳລັງຕັ້ງເປົ້າໝາຍທີ່ຈະພັດທະນາຄວາມແມ່ນຍຳໃຫ້ສູງເຖິງ 90% ໃນອະນາຄົດ   ເບື້ອງຫຼັງການເຮັດວຽກຂອງ […]

ກຕສ ເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ2025.

ເມື່ອບໍ່ດົນມາ, ຄະນະຜູ້ແທນລາວ ນຳໂດຍທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ (ກຕສ) ໄດ້ເດີນທາງເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ ປະຈຳປີ 2025 ທີ່ກຸ້ຍຢາງ, ສປ ຈີນ.     ຈຸດປະສົງຂອງງານ ແມ່ນເພື່ອຜັນຂະຫຍາຍວຽກງານການເຊື່ອມຈອດລະຫວ່າງ ອຸດສາຫະກຳ ແລະ ການສຶກສາໃນລະດັບພາກພື້ນແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ໃຫ້ມີຄວາມກ້າວໜ້າ. ໃນການເຂົ້າຮ່ວມຍັງປະກອບດ້ວຍກິດຈະກໍາຝຶກອົບຮົມ ໃຫ້ແກ່ຄະນະເດີນທາງຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຫຼາຍກິດຈະກໍາ ແລະ ຄະນະຝ່າຍລາວແລະ ຈີນ ກໍໄດ້ຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາໃນການນຳສະເໜີ, ແລກປ່ຽນຜົນງານ ແລະ ປະສົບການ ລວມເຖິງການປະສານຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມ. ພ້ອມນີ້, ຍັງໄດ້ສະແດງໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືອັນເລິກເຊິ່ງ ທາງດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ […]

ຍົກລະດັບຄວາມຮູ້ກ່ຽວກັບ ການນຳໃຊ້ໂດຣນ ເຂົ້າໃນການຜະລິດກະສິກຳ

ຊຸດຝຶກອົບຮົມກ່ຽວກັບການນຳໃຊ້ໂດຣນ ເຂົ້າໃນວຽກງານປູກຝັງ ແລະ ການນຳໃຊ້ເຕັກນິກກົນຈັກກະສິກຳທັນສະໄໝ ແລະ ມອບ-ຮັບ ໂດຣນ ເພື່ອນຳໃຊ້ເຂົ້າໃນວຽກງານປູກຝັງ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ຢູ່ສູນປ້ອງກັນພືດ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສົ້ງ ເຈີນເຄີ ຄະນະບໍດີວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ, ພ້ອມດ້ວຍ ພະນັກງານ-ວິຊາການຈາກພະແນກການ, ສູນ, ຂະແໜງປູກຝັງ, ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ກຸ່ມຊາວກະສິກອນ ເມືອງຫາດຊາຍຟອງ ແລະ ບັນດາອາຈານຈາກຄະນະວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ ເຂົ້າຮ່ວມ.   ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົນໄກການນຳໃຊ້ເຕັກນິກກະສິກຳ […]