Yahoo ກຽມກັບມາຄືນໃໝ່ໃນໂລກອອນໄລນ໌ອີກຄັ້ງ ດ້ວຍແຜນການຍິ່ງໃຫຍ່ໃນຍຸກ AI

ເຖິງແມ່ນວ່າ Yahoo ຈະຄົບຮອບ 30 ປີແລ້ວ ແຕ່ Jim Lanzone ຊີອີໂອຂອງບໍລິສັດ ຢືນຢັນວ່າພວກເຂົາຍັງຢູ່ໃນໄລຍະເລີ່ມພັດທະນາຢ່າງຕໍ່ເນື່ອງ ເພື່ອກຽມພ້ອມສໍາລັບຍຸກແຫ່ງປັນຍາປະດິດ ຈາກການຕົກຕໍ່າ ສູ່ການຟື້ນຟູ: ພາລະກິດທ້າທາຍຂອງ Jim Lanzone ໃນປີ 2021 Jim Lanzone ເຂົ້າມາຮັບຕໍາແໜ່ງຊີອີໂອຂອງ Yahoo ບໍລິສັດທີ່ເຄີຍເປັນສັນຍາລັກຂອງຄວາມຮຸ່ງເຮືອງໃນຍຸກອິນເຕີເນັດ ກ່ອນຈະຖືກເບິ່ງຂ້າມແລະກາຍເປັນເລື່ອງຕະຫຼົກ. ເຂົາຕອບຮັບຂໍ້ສະເໜີຈາກ Apollo Global Management ບໍລິສັດ Private Equity ແຫ່ງໃໝ່ ທີ່ເຂົ້າຊື້ກິດຈະການຕໍ່ຈາກ Verizon ຊຶ່ງເປັນຜູ້ດູແລຄົນສຸດທ້າຍໃນປະຫວັດສາດອັນຍາວນານຂອງການປ່ຽນມືບໍລິຫານ. ເມື່ອຖືກຖາມເຖິງເຫດຜົນທີ່ຮັບວຽກນີ້ Lanzone ຕອບສັ້ນໆ ແຕ່ໜັກແໜ້ນວ່າ “ຂ້ອຍຮັກການຟື້ນຟູທຸລະກິດ” ປະຫວັດຂອງ Lanzone ພິສູດຄໍາກ່າວນີ້ໄດ້ຢ່າງດີເລີດ. ໃນປີ 2001 ເຂົານໍາ AskJeeves ເວັບໄຊທ໌ຄົ້ນຫາທີ່ເໜືອຍເຫນື່ອຍ (ລາຄາຫຸ້ນເຄີຍຕົກຈາກ 196 ໂດລາສະຫລັດ ເຫຼືອບໍ່ເຖິງ 1 ໂດລາສະຫລັດ) ກັບມາຮຸ່ງເຮືອງອີກຄັ້ງ […]

ດູໄບກະກຽມເປີດຮ້ານ “WOOHOO” ຮ້ານອາຫານທຳອິດຂອງໂລກທີ່ໃຊ້ພໍ່ຄົວ AI

ດູໄບກະກຽມເປີດໂຕຮ້ານອາຫານແນວໃໝ່ຊື່ວ່າ “WOOHOO” ໃນເດືອນກັນຍານີ້ ໂດຍຕັ້ງຢູ່ໃຈກາງເມືອງ ໃກ້ກັບຕຶກເບີດຈະຄາລິຟາ ຈຸດເດັ່ນຂອງຮ້ານແມ່ນການໃຊ້ AI ພໍ່ຄົວທີ່ມີຊື່ວ່າ “Chef Aiman” ໃນການອອກແບບປະສົບການທຸກຢ່າງ ຕັ້ງແຕ່ເມນູອາຫານ ບັນຍາກາດ ໄປຈົນເຖິງການບໍລິການ ຮ້ານອາຫານທຳອິດຂອງໂລກທີ່ໃຊ້ພໍ່ຄົວ AI Chef Aiman ແມ່ນໂມເດລ AI ຂະໜາດໃຫຍ່ທີ່ຖືກຝຶກມາຈາກຂໍ້ມູນດ້ານວິທະຍາສາດອາຫານ ງານຄົ້ນຄວ້າກ່ຽວກັບອົງປະກອບເຊິງໂມເລກຸນຂອງວັດຖຸດິບ ແລະສູດອາຫານກວ່າພັນລາຍການຈາກຫຼາຍຫຼາກວັດທະນະທຳທົ່ວໂລກ ເຖິງແມ່ນວ່າ Aiman ຈະບໍ່ສາມາດລິ້ມລົດຊາດ ຫຼືດົມກິ່ນໄດ້ເໝືອນກັບພໍ່ຄົວມະນຸດ ແຕ່ລະບົບສາມາດວິເຄາະອາຫານໂດຍແຍກອອກເປັນອົງປະກອບຢ່າງລົດຊາດ ເນື້ອສຳຜັດ ຄວາມສົ້ມ ຫຼືຄວາມເຢັນ ກ່ອນຈະປະກອບຮ່າງເປັນສູດໃໝ່ທີ່ຄາດບໍ່ເຖິງ ສູດຕົ້ນແບບເຫຼົ່ານີ້ຈະຖືກນຳມາທົດສອບໂດຍທີມພໍ່ຄົວຈິງພາຍໃຕ້ການດູແລຂອງພໍ່ຄົວຊື່ດັງປະຈຳດູໄບ “Reif Othman” ຊຶ່ງຈະຊ່ວຍໃຫ້ AI ເຂົ້າໃຈຄວາມມັກຂອງມະນຸດໃນເຊິງປະຕິບັດຫຼາຍຂຶ້ນ ໃຊ້ AI ບໍ່ແມ່ນເພື່ອມາແທນທີ່ມະນຸດ ຜູ້ຮ່ວມກໍ່ຕັ້ງຮ້ານ ແລະ CEO ຂອງບໍລິສັດ Gastronaut ຄືນາຍ Ahmet Oytun Cakir ຢືນຢັນວ່າ ເປົ້າໝາຍຂອງການໃຊ້ AI ບໍ່ແມ່ນເພື່ອມາແທນທີ່ມະນຸດ ແຕ່ເພື່ອຂະຫຍາຍຂອບເຂດຄວາມຄິດສ້າງສັນຂອງພໍ່ຄົວ […]

Meta ເຂົ້າຊື້ບໍລິສັດ Play AI ສ້າງສຽງເວົ້າຄືມະນຸດ

Meta ເຂົ້າຊື້ບໍລິສັດ Play AI ສ້າງສຽງເວົ້າຄືມະນຸດ ເສີມແຮງທຸລະກິດ Meta ກ້າວໄປຂ້າງໜ້າລົງທຶນຄັ້ງໃຫຍ່ໃນສະຕາດອັບ Play AI ຜູ້ຊ່ຽວຊານດ້ານເທັກໂນໂລຢີສ້າງສຽງດ້ວຍ AI ທີ່ຄືກັບມະນຸດຈິງ ເພື່ອເສີມແຮງທຸລະກິດ AI ໂດຍສະເພາະດ້ານສຽງແລະຕົວລະຄອນສົມຈິງ ການເຂົ້າຊື້ກິດຈະການຄັ້ງນີ້ໄດ້ຮັບການຢືນຢັນແລ້ວຈາກໂຄສົກຂອງ Meta ຕາມລາຍງານຂອງ Bloomberg ໂດຍເອກະສານພາຍໃນລະບຸວ່າ ທີມງານທັງໝົດຂອງ Play AI ຈະເຂົ້າຮ່ວມງານກັບ Meta ໃນອາທິດໜ້າ ໂດຍໄປມີສ່ວນຮ່ວມໃນໂຄງການຕ່າງໆ ທີ່ບໍລິສັດກຳລັງພັດທະນາຢູ່ໃນຕອນນີ້ ບໍລິສັດ Play AI ເປັນສະຕາດອັບທີ່ມີຊື່ສຽງຈາກການສ້າງສຽງເວົ້າທີ່ເປັນທຳມະຊາດ ລວມເຖິງການພັດທະນາແພລດຟອມທີ່ຜູ້ໃຊ້ງານສາມາດສ້າງສຽງໄດ້ງ່າຍແລະໄວ ຊຶ່ງສອດຄ່ອງຢ່າງຫຼາຍກັບແຜນການພັດທະນາຂອງ Meta ໃນກຸ່ມຜະລິດຕະພັນທີ່ກ່ຽວຂ້ອງ ເຊັ່ນ AI Characters, Meta AI, ອຸປະກອນ Wearables ແລະການຜະລິດເນື້ອຫາສຽງຕ່າງໆ ປະກອບກັບໃນຊ່ວງທີ່ຜ່ານມາ Meta ມີການລົງທຶນເຊີງຮຸກໃນດ້ານ AI ມາຢ່າງຕໍ່ເນື່ອງ ທັງການດຶງຕົວບຸກຄະລາກອນລະດັບສູງຈາກ OpenAI ແລະດີລສຳຄັນກັບ Scale AI […]

Docker ອັບເດດ Compose ຮອງຮັບ Agentic Apps ພ້ອມ ເປີດຕົວ Docker Offload

Docker ປະກາດຄວາມສາມາດໃໝ່ທີ່ຊ່ວຍໃຫ້ນັກພັດທະນາສ້າງແລະແລນແອັບພລິເຄຊັນ AI Agent ໄດ້ງ່າຍເທົ່າກັບການພັດທະນາ Microservices ຜ່ານການຂະຫຍາຍຄວາມສາມາດຂອງ Docker Compose ພ້ອມເປີດຕົວ Docker Offload ສຳລັບແລນວຽກ GPU ເທິງ Cloud Docker Inc. ໄດ້ປະກາດຄວາມສາມາດໃໝ່ຫຼາຍຢ່າງທີ່ອອກແບບມາເພື່ອໃຫ້ນັກພັດທະນາສາມາດສ້າງ, ແລນ, ແລະຂະຫຍາຍຂະໜາດແອັບພລິເຄຊັນ Agentic ໄດ້ງ່າຍຂຶ້ນຢ່າງຫຼວງຫຼາຍ. ໂດຍການຂະຫຍາຍຄວາມສາມາດຂອງ Docker Compose ໃຫ້ຮອງຮັບ AI Agents ແລະ Models ພ້ອມກັບເປີດຕົວ Docker Offload ສຳລັບການແລນວຽກເທິງ Cloud, ລວມມີການຮ່ວມມືກັບຜູ້ໃຫ້ບໍລິການ Cloud ຢ່າງ Google Cloud ແລະ Microsoft Azure ແລະ AI SDK ຕ່າງໆ ເຊັ່ນ CrewAI, Embabel, LangGraph, Sema4.ai, Spring AI […]

ພົບຂໍ້ບົກພ່ອງໃນ WinRAR ເຮັດໃຫ້ມັນແວຮ໌ລໍ່ລວງໃຫ້ໂປຮແກຮມສາມາດຄາຍໄຟລ໌ໄປຍັງໂຟນເດີທີ່ຕ້ອງການໄດ້

ໂປຣແກຣມສໍາລັບການບີບອັດໄຟລ໌ທີ່ໃຊ້ກັນມາຍາວນານທີ່ສຸດອັນໜຶ່ງ ຖ້າບໍ່ນັບ WinZip ແລ້ວກໍຄົງຈະຫນີບໍ່ພົ້ນ WinRAR ທີ່ເໝືອນຈະມີໃຫ້ໃຊ້ງານກັນຢ່າງງຽບໆ ແຕ່ກໍມີການພັດທະນາມາຕະຫຼອດ ແນ່ນອນ ທຸກການພັດທະນາກໍມັກຈະມີຂໍ້ບົກພ່ອງຕິດມາສະເໝີ ບາງໂຕກໍຄ່ອນຂ້າງຈະຮຸນແຮງຈົນກາຍເປັນປະເດັນ ເຊັ່ນໃນຂ່າວນີ້ ຈາກລາຍງານໂດຍເວັບໄຊທ໌ Bleeping Computer ໄດ້ກ່າວເຖິງການກວດພົບຂໍ້ບົກພ່ອງໃນຊອຟທ໌ແວ WinRAR ທີ່ມີລະຫັດວ່າ CVE-2025-6218 ໂດຍຊ່ອງໂຫວ່ນີ້ມີຄະແນນຄວາມຮ້າຍແຮງ ຫຼື CVSS Score ທີ່ສູງເຖິງ 7.8 ຫຼືມີຄວາມຮ້າຍແຮງທີ່ສູງຫຼາຍ ເນື່ອງຈາກຊ່ອງໂຫວ່ນີ້ຈະສົ່ງຜົນໃຫ້ແຮກເກີສາມາດຝັງໂຄ້ດທີ່ກໍານົດໄດ້ວ່າ ຈະບົງການໃຫ້ WinRAR ເວີຊັນ Windows, UnRAR, Portable UnRAR source code (ໂຄ້ດຕົ້ນສະບັບ), ແລະ UnRAR.dll ສົ່ງໄຟລ໌ທີ່ຖືກແຕກໄປຍັງໂຟນເດີທີ່ກໍານົດໂດຍແຮກເກີໄວ້ໃນໄຟລ໌ໄດ້ ແທນທີ່ຈະສົ່ງໄປວາງໃສ່ໂຟນເດີທີ່ຜູ້ໃຊ້ງານກໍານົດໄວ້ ເຊັ່ນ ແທນທີ່ຈະແຕກໄຟລ໌ໄປຍັງໂຟນເດີ My Documents ທີ່ເຈົ້າຂອງເຄື່ອງກໍານົດໄວ້ ກຽມແຕກໄຟລ໌ໄປຍັງໂຟນເດີ Auto-Run ທີ່ແຮກເກີກໍານົດໄວ້ໃນໄຟລ໌ແທນ ສົ່ງຜົນໃຫ້ແຮກເກີສາມາດຝັງມັນແວຮ໌ລົງເຄື່ອງໄດ້ໂດຍເຫຍື່ອບໍ່ຮູ້ຕົວ ໂດຍຊ່ອງໂຫວ່ດັ່ງກ່າວນີ້ຈະຢູ່ໃນ WinRAR ເວີຊັນ 7.11 ຫຼືເກົ່າກວ່າ ຊຶ່ງໃນປັດຈຸບັນທາງຜູ້ພັດທະນາໄດ້ເຮັດການອອກແພັດມາເພື່ອອັບເດດອຸດຮອຍຮົ່ວຂອງຊ່ອງໂຫວ່ດັ່ງກ່າວຢູ່ໃນເວີຊັນ […]

Zoom ເປີດໂຕຄວາມສາມາດ Agentic AI ໃໝ່ ຊ່ວຍເພີ່ມປະສິດທິຜົນການເຮັດວຽກຂ້າມແພລດຟອມ

Zoom ປະກາດເປີດໂຕ AI Companion ພ້ອມຄວາມສາມາດ Agentic AI ທີ່ເຊື່ອມຕໍ່ກັບແອັບພລິເຄຊັນ 3rd-party ໄດ້ເຖິງ 16 ແອັບ ລວມເຖິງ Custom AI Companion add-on ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດສະຫຼຸບການປະຊຸມຂ້າມແພລດຟອມອື່ນໆ ເຊັ່ນ Google Meet ແລະ Microsoft Teams Zoom ໄດ້ເປີດໂຕຄວາມສາມາດ Agentic AI ໃໝ່ທີ່ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດເຮັດວຽກຕ່າງໆ ຂ້າມແພລດຟອມໄດ້ຢ່າງລື່ນໄຫນ ແລະ ປະຢັດເວລາໃນການເຮັດວຽກຫຼາຍຂຶ້ນ ໂດຍ AI Companion ສາມາດເຊື່ອມຕໍ່ກັບແອັບພລິເຄຊັນ 3rd-party ທີ່ສຳຄັນເຖິງ 16 ແອັບ ເຊັ່ນ ServiceNow, Jira, Asana, Box, Microsoft OneDrive, Google Drive, Confluence, Notion, Coda, Zendesk ແລະ Workday […]

Nvidia ສ້າງປະຫວັດສາດ! ບໍລິສັດທຳອິດທີ່ມີມູນຄ່າເກີນ 4 ລ້ານລ້ານໂດລາ ຮັ່ງມີທີ່ສຸດໃນໂລກ

ບໍລິສັດ Nvidia ຜູ້ຜະລິດຊິບອັນດັບໜຶ່ງຂອງໂລກ ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດຕະຫຼາດຫຸ້ນໂລກ ດ້ວຍການຂຶ້ນເປັນບໍລິສັດທຳອິດທີ່ມີມູນຄ່າຕະຫຼາດເກີນ 4 ລ້ານລ້ານໂດລາ ຫຼັງຈາກລາຄາຫຸ້ນຂຶ້ນຫຼາຍກວ່າ 2% ໃນວັນພຸດທີ່ຜ່ານມາ Nvidia ໄດ້ກາຍເປັນບໍລິສັດທີ່ມີມູນຄ່າສູງທີ່ສຸດໃນໂລກ ໂດຍແຊງໜ້າ Microsoft ແລະ Apple ໂດຍການເຕີບໂຕຢ່າງວ່ອງໄວນັບຕັ້ງແຕ່ຕົ້ນປີນີ້ເພີ່ມຂຶ້ນອີກຫຼາຍກວ່າ 22% ມາຈາກຄວາມຕ້ອງການຊິບ AI ທີ່ເພີ່ມຂຶ້ນຢ່າງໄວ ແລະຫຼັງຈາກການເປີດໂຕ ChatGPT ໃນປາຍປີ 2022 ຫຸ້ນ Nvidia ໄດ້ເພີ່ມຂຶ້ນຫຼາຍກວ່າ 15 ເທົ່ານັບຈາກ 5 ປີກ່ອນ ເຖິງແມ່ນຈະມີຄວາມກົດດັນຈາກຂໍ້ຈຳກັດທາງການຄ້າລະຫວ່າງອາເມລິກາກັບຈີນ ເຖິງແມ່ນໃນເດືອນທີ່ຜ່ານມາ Nvidia ໄດ້ເປີດເຜີຍວ່າ ມາດຕະການຫ້າມສົ່ງອອກຊິບ H20 ໄປຈີນຈະເຮັດໃຫ້ບໍລິສັດສູນເສຍລາຍໄດ້ເຖິງ 8 ພັນລ້ານໂດລາ ເຊິ່ງເຮັດໃຫ້ CEO Jensen Huang ຍອມຮັບວ່າ “ຕະຫຼາດມູນຄ່າ 5 ໝື່ນລ້ານໂດລາຂອງຈີນຖືກປິດສຳລັບບໍລິສັດອາເມລິກາ” ແຕ່ກໍ່ບໍ່ສາມາດຢຸດຄວາມຮ້ອນແຮງຂອງກະແສຫຸ້ນໂຄງສ້າງພື້ນຖານ AI ໄດ້ເລີຍ ຄວາມສຳເລັດຄັ້ງນີ້ໄດ້ເນັ້ນໃຫ້ເຫັນບົດບາດຜູ້ນຳຂອງ Nvidia ໃນຖານະເປັນພື້ນຖານຂອງຜູ້ຂັບເຄື່ອນເທກໂນໂລຢີ […]

Jack Dorsey ເປີດຕົວ ແອັບແຊັດ ຜ່ານ “Bluetooth” ບໍ່ຕ້ອງມີອິນເຕີເນັດ ກໍສົ່ງຂໍ້ຄວາມຫາກັນໄດ້

ລ່າສຸດ ແຈັກ ດໍເຊຍ ຜູ້ກໍ່ຕັ້ງຮ່ວມ Twitter ປະກາດເປີດຕົວແອັບພລິເຄຊັນສົ່ງຂໍ້ຄວາມ ຫຼື ແອັບພລິເຄຊັນແຊັດ ຊື່ “Bitchat”   ຄວາມໜ້າສົນໃຈຂອງແອັບພລິເຄຊັນຢູ່ທີ່ການສົ່ງຂໍ້ຄວາມແບບ Peer-to-Peer (P2P) ທີ່ເຮັດວຽກຜ່ານບລູທູດເທົ່ານັ້ນ ຫຼືກໍຄືສົ່ງຂໍ້ຄວາມໄດ້ໂດຍກົງ ໂດຍບໍ່ຕ້ອງຜ່ານເຄື່ອງເຊີຟເວີກາງ ແລ້ວລາຍລະອຽດຂອງ Bitchat ຍັງມີຫຍັງແດ່?   ວິທີການເຮັດວຽກຂອງ Bitchat   ອັນທີ່ກ່າວໄປເບື້ອງຕົ້ນ ການສົ່ງຂໍ້ຄວາມສາມາດເຮັດໄດ້ທັນທີ ບໍ່ຕ້ອງມີອີເມລ ເບີໂທລະສັບ ຫຼື ບັນຊີ ແຕ່ຫຼາຍຄົນກໍອາດສົງໄສວ່າ ແລ້ວໄລຍະ Bluetooth ອາດສົ່ງຂໍ້ຄວາມໄດ້ໃນໄລຍະລັດສະໝີບໍ່ໄກ ຫຼືບໍ?   ຄຳຕອບຄື ແມ່ນ ພຽງແຕ່ຕອນກຳລັງເຊື່ອມຕໍ່ຫາຄົນທີ່ຕ້ອງການສົນທະນາດ້ວຍ ຫຼັງຈາກນັ້ນລະບົບຈະຝາກສົ່ງຕໍ່ໆກັນໄປ ຈາກເຄື່ອງໜຶ່ງສູ່ອີກເຄື່ອງເອງ   ອະທິບາຍໃຫ້ເຫັນພາບງ່າຍໆ:   ສົມມຸດເຮົາໃຊ້ງານມືຖືເຄື່ອງທີ່ 1 ສົ່ງຂໍ້ຄວາມຄຳວ່າ “ສະບາຍດີ” ຫາໝູ່ໃນເຄື່ອງທີ່ 2 ຕອນເວລາເຊື່ອມຕໍ່ກັນ ເຄື່ອງທີ່ 1 ແລະ ເຄື່ອງທີ່ […]

ນັກວິໄຈຕົກໃຈ!! ChatGPT “ຂັບຍານອະວະກາດ” ໄດ້ດີກວ່າທີ່ຄາດ!

ທີມນັກວິຈັຍແຂ່ງຝຶກໂມເດລປັນຍາປະດິດໃຫ້ສາມາດບັງຄັບຍານອະວະກາດໄດ້ດີທີ່ສຸດ ຜົນການແຂ່ງຂັນຊີ້ໃຫ້ເຫັນວ່າ ເອໄອແບບ LLM ເຊັ່ນ: ChatGPT ເຮັດຜົນງານໄດ້ເປັນອັນດັບ 2   ການສຳຫຼວດອະວະກາດໃນປັດຈຸບັນມີຂໍ້ຈຳກັດຫຼາຍຢ່າງທີ່ເຮັດໃຫ້ນັກວິໄຈ ໃຫ້ຄວາມສົນໃຈໃນການພັດທະນາລະບົບອັດຕະໂນມັດສຳລັບການຄວບຄຸມດາວທຽມ ແລະ ການນຳທາງຍານອະວະກາດ ເນື່ອງຈາກໃນອະນາຄົດອາດມີດາວທຽມຫຼາຍເກີນໄປທີ່ມະນຸດຈະຄວບຄຸມດ້ວຍຕົນເອງໄດ້   ນອກຈາກນີ້ ສຳລັບຍານທີ່ຖືກສົ່ງໄປສຳຫຼວດຫ້ວງອະວະກາດເລິກ ຂໍ້ຈຳກັດຂອງໄລຍະທາງໝາຍຄວາມວ່າພວກເຮົາບໍ່ສາມາດຄວບຄຸມຍານອະວະກາດໂດຍກົງແບບໂຕຈິງໃນເວລາຈິງຈາກເທິງໂລກໄດ້ ແຕ່ຕ້ອງໃຊ້ເວລາທີ່ດົນພໍສົມຄວນຈຶ່ງຈະຄວບຄຸມ ຫຼື ໄດ້ຮັບຂໍ້ມູນຈາກຍານນັ້ນ     ແລະ ເມື່ອໂລກໄດ້ຮູ້ຈັກກັບ ChatGPT ແຊັດບອດອັດສະລິຍະທີ່ເປັນໂມເດລພາສາຂະໜາດໃຫຍ່ (LLM) ນັກວິໄຈຫຼາຍຄົນຈຶ່ງເກີດຄວາມສົງໄສວ່າ ປັນຍາປະດິດ (ເອໄອ) ຕົວນີ້ ຈະສາມາດເຮັດໜ້າທີ່ເປັນນັກບິນອະວະກາດໄດ້ຫຼືບໍ່?   “You operate as an autonomous agent controlling a pursuit spacecraft.” (ເຈົ້າຈົງເຮັດວຽກເປັນເຈົ້າໜ້າທີ່ອິສະລະທີ່ຄວບຄຸມຍານອະວະກາດຕິດຕາມ) ເປັນຄຳສັ່ງ (prompt) ທຳອິດທີ່ນັກວິໄຈໃຊ້ເພື່ອເບິ່ງວ່າ ChatGPT ສາມາດບັງຄັບຍານອະວະກາດໄດ້ດີປານໃດ   ນັກວິໄຈຮູ້ສຶກປະຫຼາດໃຈທີ່ ChatGPT ມີປະສິດທິພາບເໜືອຄວາມຄາດໝາຍ ໂດຍໄດ້ອັນດັບ […]

ຍີ່ປຸ່ນກຽມພ້ອມຮັບມື “Megaquake” ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ

ລັດຖະບານຍີ່ປຸ່ນກຳລັງຍົກລະດັບແຜນຮັບມືໄພພິບັດດ້ວຍການປະສົມປະສານລວມເທັກໂນໂລຍີທັນສະໄໝແລະປັນຍາປະດິດ AI ເພື່ອກຽມພ້ອມຮັບມືກັບແຜ່ນດິນໄຫວຄັ້ງໃຫຍ່ (Megaquake)   ທີ່ຄາດການວ່າຈະເກີດຂຶ້ນໃນຮ່ອງນ້ຳນັນໄກ (Nankai Trough) ໂດຍມີເປົ້າໝາຍຫຼຸດຈຳນວນຜູ້ເສຍຊີວິດທີ່ອາດສູງເຖິງ 298,000 ຄົນ ແລະ ຄວາມເສຍຫາຍທາງເສດຖະກິດທີ່ປະເມີນໄວ້ເຖິງ 2 ລ້ານລ້ານໂດລາສະຫະລັດ   ແຜ່ນດິນໄຫວຄັ້ງໃຫຍ່ທີ່ຮ່ອງນ້ຳນັນໄກ (Nankai Trough)   ເນື່ອງຈາກຄະນະກຳມະການຂອງລັດຖະບານຍີ່ປຸ່ນລະບຸວ່າ ປັດຈຸບັນໂອກາດເກີດແຜ່ນດິນໄຫວຂະໜາດ 7 ໂມເມັນແມກນິຈູດ (Mw) ຫຼື ສູງກວ່າໃນຮ່ອງນ້ຳນັນໄກທີ່ຈາກເດີມຢູ່ທີ 75% ສູງຂຶ້ນເປັນ 82% ລັດຖະບານຍີ່ປຸ່ນຈຶ່ງເລັ່ງປັບປຸງແຜນຮັບມືແຜ່ນດິນໄຫວສະບັບປີ 2014 ໂດຍຄຳນຶງວ່າແຜນເດີມອາດຫຼຸດອັດຕາການເສຍຊີວິດໄດ້ພຽງ 20% ເທົ່ານັ້ນ   ຈາກການປະມານການຄວາມເສຍຫາຍສະບັບໃໝ່ທີ່ເຜີຍແພ່ເມື່ອເດືອນມີນາທີ່ຜ່ານມາ ລະບຸວ່າໃນກໍລະນີທີ່ຮ້າຍແຮງທີ່ສຸດ ແຜ່ນດິນໄຫວໃນຮ່ອງນັນໄກອາດພາກຊີວິດຜູ້ຄົນໄດ້ເຖິງ 298,000 ຄົນ ແລະ ທຳລາຍອາຄານກວ່າ 2.35 ລ້ານຫຼັງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຈຳເປັນເລັ່ງດ່ວນໃນການກຽມພ້ອມຮັບມື   ແຜນກົນລະຍຸດທີ່ອາດມີການປັບປຸງໃໝ່ຂອງລັດຖະບານຍີ່ປຸ່ນ   ສືບເນື່ອງຈາກແຜນປີ 2014 ແຜນກົນລະຍຸດທີ່ອາດມີການປັບປຸງໃໝ່ທີ່ມຸ່ງເນັ້ນການລົງທຶນໃນໂຄງສ້າງພື້ນຖານອັດສະລິຍະ ແລະ ການໃຊ້ເທັກໂນໂລຍີເພື່ອເພີ່ມປະສິດທິພາບໃນການຮັບມືໄພພິບັດ ເນື່ອງຈາກເທັກໂນໂລຍີທີ່ກ້າວໜ້າໃນປັດຈຸບັນ […]