ງານຫອມກິ່ນລາວເດີມ ປີ 2025 ຈັດຂຶ້ນໃນວັນທີ 15 ຕຸລາ - 5 ພະຈິກ 2025 ນີ້, ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ 2 ນະຄອນປາກເຊ ແຂວງຈໍາປາສັກ

ງານຫອມກິ່ນລາວເດີມ ປີ 2025 ຈັດຂຶ້ນໃນວັນທີ 15 ຕຸລາ - ວັນທີ 5 ພະຈິກ 2025 ນີ້, ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ 2 ນະຄອນປາກເຊ ແຂວງຈໍາປາສັກ ເພື່ອປະກອບສ່ວນໃນການອະນຸລັກຮັກສາຮີດຄອງປະເພນີ, ວິຖີຊີວິດ, ວັດທະນະທຳລາວ ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ກໍຄືດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວແຂວງຈໍາປາສັກ ກໍຄືນະຄອນປາກເຊ ໃຫ້ນັບມື້ຫຼາຍຂຶ້ນ. ພາຍໃນງານຈະມີການປະກວດນາງສາວອາພອນເຜົ່າ, ຮັບຊົມການສະແດງສົດ ລະຄອນປະຫຼັດຕື້, ໝໍລຳພື້ນບ້ານ, ການສະແດງສິລະປະຈາກພາກສ່ວນສະຖານສຶກສາທີ່ເຂົ້າຮ່ວມ. ນອກນີ້ຍັງມີການວາງສະແດງຮູບແຕ້ມ, ເຄື່ອງປັ້ນດິນເຜົາ, ເຄື່ອງຫັດຖະກຳຕ່າງໆ ທີ່ສະແດງໃຫ້ເຫັນເຖິງວັດທະນະທຳຂອງລາວເຮົາໃນຍຸກກ່ອນ ແລະ ອື່ນໆ, ກິດຈະກຳປະກວດຮູບຖ່າຍແຕ່ງກາຍຍ້ອນຍຸກຖ່າຍກັບສະຖານທີ່ໃນງານ, ກິດຈະກຳແຂ່ງຕີກອງເສງ ແລະ ມີການວາງສະແດງຈໍາໜ່າຍຜະລິດຕະພັນສິນຄ້າ ຂອງສະມາຄົມຫັດຖະກໍາແຂວງ ແລະ ອື່ນໆ ທີ່ສະທ້ອນໃຫ້ເຫັນວີຖີຊີວິດ, ທຳນຽມປະເພນີ - ວັດທະນະທຳຂອງຄົນລາວທີ່ສືບທອດກັນມາແຕ່ສະໄໝບູຮານນະການ ພ້ອມທັງສົ່ງເສີມທັກສະດ້ານສີລະປະ ການແຕ້ມຮູບ, ການຄວັດ ແລະ […]
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ

ນໍ້າຕົກຕາດຄູ່ ຢູ່ບ້ານອຸປະຊາ ເມືອງປາກຊ່ອງ ແຂວງຈໍາປາສັກເປັນແຫຼ່ງທ່ອງທ່ຽວໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນມື້ວັນເສົາ ແລະ ວັນທິດ ຫຼື ວັນພັກເວລາບຸນປະເພນີຕ່າງໆ. ນໍ້າຕົກຕາດຄູ່ແມ່ນເກີດຈາກທຳມະຊາດໂດຍສະເພາະອາໄສນໍ້າຈາກນໍ້າຝົນ ຫຼື ອາດເວົ້າໄດ້ວ່າເປີດບໍລິການສະເພາະໃນຍາມຝົນ ອ້ອມຮອບຕາດຈະມີໂງ່ນຫີນພູ ສາມາດແນມໄປໄກໆເໝາະສໍາລັບນັ່ງຖ່າຍຮູບ ແລະ ຊົມຄວາມງາມຂອງທໍາມະຊາດ, ພາຍໃນຕາດມີຕູບຫຼາຍຫຼັງທີ່ຕັ້ງຢາຍຢູ່ແຄມນໍ້າ ແລະ ກາງນໍ້າ ມີບ່ອນຫຼິ້ນນໍ້າສຳລັບເດັກນ້ອຍ, ບ່ອນຖ່າຍຮູບ ແລະ ອື່ນໆ. ນອກນີ້ຍັງມີອາຫານ ແລະ ເຄື່ອງດື່ມຕາມສັ່ງໄວ້ຄອຍບໍລິການ. ແຫຼ່ງທີ່ມາຂ່າວ-ພາບ: ເກດສະໜາ
ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນກຽວໂຕ ໄດ້ປະກາດການເພີ່ມອັດຕາພາສີໂຮງແຮມໃໝ່ ຊຶ່ງຈະມີຜົນສັກສິດໃນເດືອນມີນາປີ 2026, ເພື່ອແກ້ໄຂບັນຫານັກທ່ອງທ່ຽວແອອັດ.ອຳນາດການ ປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.ການເກັບ ພາສີໂຮງແຮມສະບັບໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມີນາ 2026 ເປັນຕົ້ນໄປ. ໂດຍນັກທ່ອງທ່ຽວທີ່ພັກໃນໂຮງແຮມທີ່ມີລາຄາ 100,000 ເຢນຕໍ່ຄົນຕໍ່ຄືນ ຈະຖືກເກັບພາສີໂຮງແຮມ 10,000 ເຢນ ຫຼື 10% ຂອງລາຄາທີ່ພັກ.ສ່ວນນັກທ່ອງທ່ຽວທີ່ພັກຢູ່ໂຮງແຮມທີ່ມີລາຄາຕໍ່າກວ່າ 6,000 ເຢນ ຈະຖືກເກັບພາສີ 200 ເຢນຕໍ່ ຄົນຕໍ່ຄືນ ແລະ ໂຮງແຮມທີ່ມີລາຄາຕໍ່າກວ່າ 20,000 ເຢນ ຈະຖືກເກັບພາສີ 400 ເຢນ. ໂດຍອັດຕາພາສີໂຮງແຮມສະບັບໃໝ່ນີ້ແມ່ນມີລັກສະນະແບບຂັ້ນໄດ, ແຕ່ສຳລັບການເດີນທາງມາທັດສະນະສຶກສາຂອງນັກຮຽນ ແລະ ຜູ້ຕິດຕາມ ຈະໄດ້ຮັບ ການຍົກເວັ້ນ. ການເກັບພາສີໂຮງແຮມໃໝ່ຄັ້ງນີ້ໄດ້ຖືກອະນຸມັດໂດຍລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ການສື່ສານພາຍຫຼັງແຜນການດັ່ງກ່າວໄດ້ຖືກປັບປຸງ […]
ຜົນກະທົບຈາກພາຍຸຝົນພັດເຂົ້າໃນຄືນ ວັນທີ 6 ຕຸລາ 2025 ທີ່ສະຖານທີ່ຈັດງານບຸນປະເພນີຊ່ວງເຮືອ ທີ່ເມືອງຫຼາ ແຂວງອຸດົມໄຊ

ຜົນກະທົບຈາກພາຍຸຝົນພັດເຂົ້າໃນຄືນ ວັນທີ 6 ຕຸລາ 2025 ທີ່ສະຖານທີ່ຈັດງານບຸນປະເພນີຊ່ວງເຮືອ ທີ່ເມືອງຫຼາ ແຂວງອຸດົມໄຊ ເຮັດໃຫ້ເຄື່ອງຂອງທີ່ກະກຽມງານ ໂຕະ ຕັ່ງ ເຕັ້ນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.
ຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2025

ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນປະຈໍາປີ 2025 ຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 4-8 ຕຸລາ 2025 ນີ້. ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະທານຄະນະກໍາມະການຈັດງານບຸນໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຕໍ່ສື່ມວນຊົນໃນວັນທີ 2 ຕຸລານີ້ວ່າ: ປັດຈຸບັນເມືອງຈັນທະບູລີມີຄວາມພ້ອມຮອບດ້ານຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ນວ. ການຈັດງານບຸນຄັ້ງນີ້, ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວ ນວ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທົດແທນການນໍາເຂົ້າ ແລະ ສົ່ງເສີມການຄ້າ-ຂາຍເຮັດໃຫ້ເສດຖະກິດດີຂຶ້ນ. ພາຍໃນງານບຸນປະກອບມີກິດຈະກໍາ ທາງສາສະໜາ ແລະ ຮີດຄອງປະເພນີ: ວັນທີ 1 ຕຸລາ 2025 ເວລາ 7:00 ໂມງເຊົ້າມີພິທີຄອບໄຄ່ວສະຖານທີ່ສັກສິດ, ເລີ່ມເວລາ 3:00-4:00 ໂມງເຊົ້າຂອງວັນທີ 7 ຕຸລາ 2025 ມີພິທີສູດອອກພັນສາປະວໍລະນາ ເວລາ: 07:00 […]
ຫລວງພະບາງ ເມືອງມໍລະດົກ ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການປະຕິບັດແຜນຍຸດທະສາດ ຂອງອົງຄະນະພັກ ແຂວງຫລວງພະບາງ ທີ່ຖືເອົາການທ່ອງທ່ຽວເປັນທ່າແຮງໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຜ່ານມາ ອົງການປົກຄອງແຂວງ ໄດ້ຕັ້ງໜ້າປັບປຸງ ແລະ ພັດທະນາການທ່ອງທ່ຽວ ເປັນຕົ້ນ ໄດ້ສ້າງແຜນຍຸດທະສາດສຳລັບປີ 2020-2024 ມີ 30 ແຜນງານ, ມີ 113 ໂຄງການ ແລະ ຈັດຕັ້ງປະຕິບັດສໍາເລັດ 102 ໂຄງການ ເທົ່າກັບ 90,27%. ນອກນີ້, ຍັງມີການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ເພື່ອເຂົ້າເຖິງສະຖານທີ່ທ່ອງທ່ຽວ, ປັບປຸງສິ່ງອຳນວຍຄວາມສະດວກ ເພື່ອເປັນບ່ອນອີງ ໃຫ້ແກ່ການພັດທະນາການທ່ອງທ່ຽວ ສູ່ຄວາມຍືນຍົງ, ມີຄຸນະພາບ, ໄດ້ມາດຕະຖານ, ການປັບປຸງ-ພັດທະນາ ໄດ້ປະຕິບັດຕາມມາດຕະຖານການທ່ອງທ່ຽວແຫ່ງຊາດ, ອາຊຽນ ແລະ ສາກົນ. ສະຫາຍ ນາງ ສຸດາພອນ ຄົມທະວົງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ […]
ຈະຈັດເທດສະການຍ່າງປ່າ-ລ່ອງເຮືອ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແຂວງຫຼວງນ້ຳທາ ຕົ້ນເດືອນຕຸລານີ້

ພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງນ້ຳທາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຈະຈັດເທດສະການຍ່າງປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລ່ອງເຮືອຕາມສາຍນໍ້າຫ້າ ແຂວງຫຼວງນ້ຳທາ ຂຶ້ນໃນວັນທີ 1-3 ຕຸລາ 2025 ເພຶ່ອຮຽນຮູ້ວິຖີຊີວິດ ວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ. ສໍາລັບການຈັດເທດສະການຄັ້ງນີ້ ຈະໃຊ້ເວລາ 2 ມື້ 1 ຄືນ ຊຶ່ງມື້ທີ 1 ແມ່ນຍ່າງປ່າເລີ່ມແຕ່ດອຍຫຼັກຄຳ ຫາ ບ້ານນາລັນ ໃຊ້ເວລາປະມານ 4-5 ຊົ່ວໂມງ, ຕອນແລງມີພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ, ກິດຈະກຳບາສີສູ່ຂວັນ, ຊີມເຫຼົ້າໄຫຕາມປະເພນີຂອງເຜົ່າກຶມມຸ, ຊົມການສະແດງສິລະປະວັນນະຄະດີ, ມ່ວນຊື່ນຕາມປະເພນີລາວ ແລະ ພັກແຮມຢູ່ເຮືອນພັກແຮມຂອງປະຊາຊົນ (Homestay). ມື້ທີ 2 ຈະມີກິດຈະກໍາເຕະກະຕໍ້ຫວາຍ, ຍິງໜ້າເກັກ, ຕຳເຂົ້າ, ຕີເຫຼັກ, ຟ້ອນດາບ ພາຍຫຼັງສຳເລັດກິດຈະກຳ ຈະໄດ້ມີການລ່ອງເຮືອຕາມສາຍນໍ້າຫ້າ ຈາກບ້ານນາລັນ ຫາເຂດຫ້ວຍເລືອດ ບ້ານສົບສີມ […]
ເມືອງງອຍເປັນເມືອງທ່ອງທ່ຽວທາງທຳມະຊາດ ແລະ ສໍາຜັດວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ

ເມືອງງອຍ ແຂວງຫຼວງພະບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບການທ່ອງທ່ຽວແບບສຳຜັດກັບທຳມະຊາດ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບດ້ວຍພູຜາປ່າໄມ້ ແລະ ທຳມະຊາດທີ່ສວຍງາມເປັນເມືອງທ່ອງທ່ຽວທີ່ສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ເມືອງງອຍ ຕັ້ງຢູ່ແຄມນໍ້າອູ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຫຼວງພະບາງ ຊຶ່ງນັກທ່ອງທ່ຽວສ່ວນຫຼາຍຈະເດີນທາງຈາກຫຼວງພະບາງ ໄປປະມານ 140 ກິໂລແມັດ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 3 ຊົ່ວໂມງ ຈົນຮອດເມືອງໜອງຂຽວ (ເທສະບານເມືອງງອຍປັດຈຸບັນ ). ຕະຫຼອດເສັ້ນທາງຈາກນະຄອນຫຼວງພະບາງ ໄປຫາໜອງຂຽວ ຈະມີບ້ານຊົນນະບົດຕັ້ງຢູ່ກະແຈກກະຈາຍລຽບຕາມສອງຂ້າງທາງ ໂດຍມີພູຜາ ແລະ ແມ່ນໍ້າອູ ທີ່ເປັນທິວທັດງົດງາມຕະຫຼອດທາງຈົນຮອດເມືອງໜອງຂຽວທີ່ຕັ້ງຢູ່ແຄມແມ່ນໍ້າອູ ຊຶ່ງເປັນເມືອງທີ່ກໍາລັງໄດ້ຮັບການພັດທະນາ ແລະ ເປັນອີກສະຖານທີ່ທ່ອງທ່ຽວທີ່ງົດງາມ. ບັນຍາກາດສົດຊື່ນ ແລະ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໄດ້ຮັບຄວາມສົນໃຈເຊັ່ນ: ຜາຊົມນາງ, ຜາແດງ, ຖໍ້າຜາຖອກ ແລະ ອື່ນໆ. ໃນນີ້ສິ່ງທີ່ດຶງດູດ ນັກທ່ອງທ່ຽວຫຼາຍທີ່ສຸດແມ່ນການຂີ່ເຮືອລ່ອງໄປຕາມລໍານໍ້າອູຊົມທຳມະຊາດພູຫີນປູນທີ່ສວຍງາມ ຊຶ່ງຕະຫຼອດໄລຍະການລ່ອງເຮືອ ຈະໄດ້ຊົມວິຖີການດຳລົງຊີວິດຂອງປະຊາຊົນທີ່ອາໄສຕາມແຄມນໍ້າອູແບບລຽບງ່າຍ ແຕ່ແຝງດ້ວຍມົນສະເໜ່ທີ່ດຶງດູດໃຈ ໂດຍສະເພາະແມ່ນການຊອກຢູ່ຫາກິນຕາມລໍາແມ່ນໍ້າອູທີ່ເໝືອນສາຍນໍ້າຫຼໍ່ລ້ຽງຜູ້ຄົນ ແລະ ສິ່ງມີຊີວິດໃນເມືອງແຫ່ງນີ້. […]
ອົງການທ່ອງທ່ຽວມາເລເຊຍ ຈັດກິດກໍາທ່ອງທ່ຽວ ແລະ ການສຶກສາ ມາເລເຊຍ 2025

ອົງການທ່ອງທ່ຽວມາເລເຊຍ ຮ່ວມກັບ ສະຖານທູດມາເລເຊຍ ໄດ້ຈັດງານມະຫະກຳວາງສະແດງການທ່ອງທ່ຽວ ແລະ ການສຶກສາຂອງມາເລເຊຍປະຈຳປີ 2025 ຂຶ້ນຫວ່າງບໍ່ດົນມານີ້ ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ. ໂດຍມີທ່ານ ເອດດີ ອີຣາວານ ມາມຸດ ເອກອັກຄະລັດຖະທູດມາເລເຊຍປະຈຳລາວ, ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທໍາ ແລະການທ່ອງທ່ຽວ (ວທ), ທ່ານ ສໍດາລີ ຈັນທະວົງ ຫົວໜ້າການຕະຫຼາດ ຂອງອົງການທ່ອງທ່ຽວ ປະຈຳລາວ ພ້ອມດ້ວຍພະນັກງານ-ວິຊາການອົງການທ່ອງທ່ຽວມາເລເຊຍ, ບໍລິສັດທົວ ແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ. ພາຍໃນງານຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງຟ້ອນສິນລະປະ ຂອງນັກເຕັ້ນມາເລເຊຍ, ການຫຼິ້ນເກມຮັບຂອງລາງວັນ ແລະ ຮ່ວມຫຼິ້ນເກມຮັບຂອງລາງວັນທີ່ຮ້ານຂອງອົງການທ່ອງທ່ຽວມາເລເຊຍ, ຖ່າຍຮູບຕາມອັດທະຍາໃສ, ບໍລິສັດທົວຕ່າງໆໃຫ້ຂໍ້ມູນ ແລະ ຂາຍແພັກເກັດທົວໄປມາເລເຊຍ ພ້ອມຮັບສ່ວນຫຼຸດພິເສດ ແລະ ສູນການສຶກສາໃຫ້ຄຳປຶກສາ ແລະ ເປັນຕົວແທນສົ່ງນ້ອງໆນັກຮຽນໄປຮຽນຕໍ່ທີ່ປະເທດມາເລເຊຍ ພ້ອມຮັບສ່ວນຫຼຸດພິເສດເຊັ່ນດຽວກັນ ຖ້າຈອງພາຍໃນງານ. […]
ເທດສະການຍ່າງປ່າ-ລ່ອງເຮືອ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຈະຈັດຂຶ້ນໃນຕົ້ນເດືອນຕຸລານີ້

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເທສະການຍ່າງປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລອງເຮືອຕາມສາຍນໍ້າຫ້າ ແຂວງຫລວງນ້ຳທາ ຈະໄດ້ຈັດຂຶ້ນໃນວັນທີ 1-3 ຕຸລາ 2025 ທີ່ຈະມາເຖິງນີ້ ໂດຍຈະໃຊ້ເວລາ 2 ມື້ 1 ຄືນ ພ້ອມທັງມີຫລາຍກິດຈະກຳ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ. ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫລວງນ້ຳທາ ທັງເປັນຫົວໜ້າ ຄະນະຮັບຜິດຊອບຈັດເທສະການຍ່າງປ່າ-ລອງເຮືອ” ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການຈັດເທສະການຍ່າງປ່າ-ລອງເຮືອຄັ້ງນີ້ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດຂອງແຂວງຫລວງນໍ້າທາ ໂດຍໄດ້ຮັບການຄົ້ນຄວ້າເຫັນດີຂອງຄະນະພັກແຂວງ, ທັງນີ້ກໍເພື່ອເປັນການໂຄສະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທຳ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ເປັນການສົ່ງເສີມກິດຈະກຳຍ່າງປ່າ, ລ່ອງເຮືອ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳ ອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດ […]