8 ເດືອນປີນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສປປ ລາວ ເພີ່ມຂຶ້ນ 15%

ໃນ 8 ເດືອນຂອງປີ 2025 ນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍກວ່າ 3 ລ້ານເທື່ອຄົນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໂດຍນັກທ່ອງທ່ຽວຈາກໄທເປັນອັນດັບ 1, ຮອງລົງມາແມ່ນຫວຽດນາມ ແລະ ຈີນຕາມລຳດັບ. ອີງຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວໃຫ້ຮູ້ວ່າ: ໂຕເລກສະຖິຕິນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ເດືອນມັງກອນ – ສິງຫາ ຫຼື ໃນ 8 ເດືອນ ຂອງປີ 2025 ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີຜ່ານມາດ້ວຍຈຳນວນນັກທ່ອງທ່ຽວ ຫຼາຍກວ່າ 3 ລ້ານ ເທື່ອຄົນ. ກຸ່ມນັກທ່ອງທ່ຽວອາຊຽນຍັງເປັນຕະຫຼາດຫຼັກ ທີ່ເຂົ້າມາທ່ຽວ ສປປ ລາວ, ໃນນີ້ນັກທ່ອງທ່ຽວຈາກປະເທດໄທເປັນອັນດັບ 1 ມີຈຳນວນ 977,675 ເທື່ອຄົນ, ຮອງລົງມາແມ່ນຫວຽດນາມ […]
ເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້

ໃນຕອນບ່າຍວັນທີ 12 ກັນຍາ 2025 ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ວຽງສະໄໝ ສິດທິລາດ ຮັກສາການຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາລາວ ມີຫົວໜ້າກົມ-ຮອງກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ມີຄໍາເຫັນວ່າ: ການເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້ ຖືເປັນຂີດໝາຍສໍາຄັນ ແລະ ສັນຍາລັກແຫ່ງການເສີມຂະຫຍາຍໃນຖານະທີ່ລາວແມ່ນຈຸດໝາຍປາຍທາງຂອງພາກພື້ນ ແລະ ສາກົນ ທີ່ກໍາລັງໄດ້ຮັບຄວາມນິຍົມໃນການທ່ອງທ່ຽວ ທາງນິເວດວິທະຍາການທ່ອງທ່ຽວພະຈົນໄພ ແລະ ການທ່ອງທ່ຽວວັດທະນະທໍາ ທີ່ມີທ່າແຮງເປັນແຫຼ່ງລາຍຮັບ ທາງດ້ານເສດຖະກິດ ໂດຍສະເພາະການທ່ອງທ່ຽວໃນເຂດປ່າໄມ້ ຊຶ່ງເປັນການຊຸກຍູ້ ການເຕີບໂຕຂອງເສດຖະກິດແບບຍືນຍົງ ການສ້າງວຽກເຮັດງານທໍາ ໃນທ້ອງຖິ່ນ ແລະ […]
ເປີດງານຕະຫລາດນັດມວນຊົນ ຫລື ໂລະລາດ ຢູ່ນະຄອນຫຼວງພະບາງ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຕະຫຼາດນັດມວນຊົນ ຫຼື ໂລະລາດ ທີ່ເມືອງມໍລະດົກໂລກຫຼວງພະບາງ ປີນີ້ ກົງກັບວັນທີ 22 ສິງຫາ 2025 ໂດຍໃຫ້ກຽດຕັດແທບຜ້າ ເປີດງານຕະຫຼາດນັດມວນຊົນແມ່ນທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ນະຄອນພ້ອມດ້ວຍມວນຊົນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫລາຍ. ຕະຫຼາດນັດມວນຊົນແມ່ນໄດ້ເປີດຂຶ້ນທີ່ເສັ້ນທາງກາງເມືອງ ໂດຍເລີ່ມຈາກສາມແຍກ ຫໍພິພິທະພັນເບື້ອງເໜືອ ບ້ານຈູມຄ້ອງ ເສັ້ນທາງສີສະຫວ່າງວົງ ຫາສາມແຍກພະແນກໂຍທາທິການ ແລະຂົນສົ່ງ, ປະຊາຊົນໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ ມາວາງຂາຍ. ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ […]
ພິທີມອບ – ຮັບ ເປີດນຳໃຊ້ຢ່າງເປັນທາງການ ໂຄງການກໍ່ສ້າງເສັ້ນທາງເຂົ້າ ນໍ້າຕົກຕາດແກ້ງຍຸຍ, ຂົວຂ້າມນໍ້າຊອງ ແລະ ເສັ້ນທາງວົງແຫວນເຂດຊົນນະບົດ ເບື້ອງຕາເວັນຕົກຂອງສາຍນໍ້າຊອງ, ເມືອງວັງວຽງ, ແຂວງວຽງຈັນ

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 1 ສິງຫາ 2025 ທີ່ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງໆວຽງຈັນ, ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ Shanny Cambell, ຫົວຫນ້າຫ້ອງການທະນາຄານພັດທະນາອາຊີ ປະຈຳລາວ, ທ່ານ ພອນແກ້ວ ຂຸນພົນ, ເຈົ້າເມືອງໆວັງວຽງ, ທ່ານ ສົມພອນ ສີໃສແກ້ວ, ຮອງປະທານບໍລິສັດໄຊຍາກໍ່ສ້າງ ແລະ ສ້ອມແປງຄົບວົງຈອນ ຈຳກັດ, ມີບັນດາທ່ານ ອາດີການນຳຈາກກະຊວງ ວທ, ບັນດາທ່ານ ຄະນະກົມ, ຄະນະຮັບຜິດຊອບໂຄງການ, ກະຊວງກ່ຽວຂ້ອງ, ຜູ້ປະກອບການ ແລະ ປະຊາຊົນທ້ອງຖິ່ນເຂົ້າຮ່ວມ ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານພັດທະນາອາຊີ ADB ມູນຄ່າທັງຫມົດ 8.829.630.71 ໂດລາສະຫະລັດ, ໂດຍແມ່ນກະຊວງຖະແຫລງຂ່າວ, ວັດທະນະທຳ […]
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025

ສະຫະລັດອາເມລິກາ ກຽມຂຶ້ນຄ່າທຳນຽມນັກທ່ອງທ່ຽວ ຂັດກັບນະໂຍບາຍດຶງດູດນັກເດີນທາງ ລວມທັງຍັງເພີ່ມຄ່າທຳນຽມໃໝ່ສຳລັບຜູ້ທີ່ຖືກຈັບກຸມບໍລິເວນຊາຍແດນແບບຈັດໜັກ ລັດຖະບານສະຫະລັດ ກະກຽມປັບຂຶ້ນຄ່າທຳນຽມກ່ຽວກັບການເດີນທາງເຂົ້າປະເທດຢ່າງຄvບຄຸມໃນປີ 2025 ພາຍໃຕ້ຮ່າງກົດໝາຍຊຸດໃໝ່ທີ່ຊື່ One Big Beautiful Bill Act ຊຶ່ງມີເປົ້າໝາຍເພື່ອຈັດຫາທຶນສຳລັບການຮັກສາຄວາມໝັ້ນຄົງຊາຍແດນ ການອັບເກຣດລະບົບກວດຄົນເຂົ້າເມືອງ ແລະ ການບໍລິຫານຈັດການຜູ້ອົບພະຍົບຜິດກົດໝາຍ ຫນຶ່ງໃນຄ່າທຳນຽມທີ່ຖືກຈັບຕາຫຼາຍສຸດແມ່ນ “Integrity Fee” ຊຶ່ງຈະເກັບຈາກຜູ້ຂໍວີຊ່າຊົ່ວຄາວທຸກປະເພດ (Non-immigrant visas) ລວມທັງນັກທ່ອງທ່ຽວ ນັກຮຽນ ແລະນັກທຸລະກິດທົ່ວໂລກ ໂດຍກຳນົດໃຫ້ຈ່າຍເພີ່ມອີກ 250 ໂດລາສະຫະລັດ ເຮັດໃຫ້ຄ່າໃຊ້ຈ່າຍໃນການເດີນທາງເຂົ້າສະຫະລັດ ເພີ່ມຂຶ້ນຫຼາຍ ໂດຍຄ່າທຳນຽມໃໝ່ນີ້ບໍ່ສາມາດຂໍຍົກເວັ້ນ ຫຼຸດ ຫຼື ຂໍຄືນເງິນໄດ້ ໃນຂະນະດຽວກັນ ລັດຖະບານສະຫະລັດ ຍັງກະກຽມປັບເພີ່ມຄ່າທຳນຽມອື່ນໆ ເຊັ່ນຄ່າລົງທະບຽນ ESTA ຊຶ່ງໃຊ້ກັບພົນລະເມືອງປະເທດທີ່ຢູ່ໃນໂຄງການ Visa Waiver Program ເຊັ່ນ: ຍີ່ປຸ່ນ ເກົາຫຼີໃຕ້ ຫຼື ສິງກະໂປ […]
ສັງເກດເບິ່ງກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳ ຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ເມື່ອກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກ ລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດ ຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວ ເຊິ່ງກໍຄື: ໃນຫົກເດືອນຕົ້ນປີນີ້, ນະຄອນຫຼວງພະບາງໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109,75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ ໄທ ຝຣັ່ງ ສ ເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງຕົວເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ. ນະຄອນຫຼວງພະບາງປຽບຄືດັ່ງຫໍພິພິທະພັນອະລິຍະທຳແບບທຳມະຊາດ ທີ່ໄດ້ເຊື່ອມໂຍງຮີດຄອງປະເພນີແບບດັ້ງເດີມຂອງອາຊີຕາເວັນອອກສຽງໃຕ້ກັບວັດທະນະທຳຕ່າງປະເທດນອກພາກພື້ນ, ມີວັດວາອາຮາມ ແລະ ເຊື່ອຖືໃນພຸດທະສາສະໜາມາຫຼາຍພັນປີ, ທັງມີສິ່ງກໍ່ສ້າງທີ່ມີສີສັນແປກໃໝ່ຈາກຕ່າງປະເທດ; ຄວາມງຽບສະຫງົບຂອງແມ່ນ້ຳຂອງປະສົມປະສານກັບຄວາມຄຶກຄື້ນຂອງຕະຫຼາດກາງຄືນ, ພິທີໃສ່ບາດແບບດັ້ງເດີມຢູ່ຮ່ວມກັບຄວາມມີຊີວິດຊີວາຂອງຍຸກສະໄໝໃໝ່. ການຢູ່ຮ່ວມກັນແບບກົມກຽວຂອງວັດທະນະທຳຫຼາຍເຄົ້າແບບນີ້, ບໍ່ພຽງແຕ່ເປັນຕົວແບບແຫ່ງຄວາມຫຼາກຫຼາຍຂອງອະລິຍະທຳເທົ່ານັ້ນ, ຫາກຍັງປຽບຄືດັ່ງແມ່ເຫຼັກທີ່ດຶງດູດນັກທ່ອງທ່ຽວທີ່ມີເບື້ອງຫຼັງທາງດ້ານວັດທະນະທຳທີ່ແຕກຕ່າງກັນເດີນທາງໄປທ່ຽວຊົມ, ກາຍເປັນເວທີໃຫ້ແກ່ການແລກປ່ຽນອະລິຍະທຳຂອງທົ່ວໂລກ. ຄວາມສະດວກສະບາຍດ້ານການຄົມມະນາຄົມ ແລະ ນະໂຍບາຍຕ່າງໆ, ເຮັດໃຫ້ຊ່ອງທາງແຫ່ງການແລກປ່ຽນອະລິຍະທຳມີຄວາມໂລ່ງລ່ຽນກວ່າເກົ່າ. ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ເຮັດໃຫ້ຄວາມຫ່າງໄກກັນດ້ານພູມສາດກາຍເປັນຄວາມສະດວກສະບາຍທີ່ “ອອກເດີນທາງໃນຕອນເຊົ້າ ໄປເຖິງຈຸດໝາຍປາຍທາງໃນຫົວຄ່ຳ”, ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວຈີນສາມາດສຳຜັດກັບປະຫວັດສາດ ແລະ ວັດທະນະທຳທີ່ດີງາມຂອງຫຼວງພະບາງໄດ້ງ່າຍເທົ່ານັ້ນ, ຍັງເຮັດໃຫ້ປະຊາຊົນທ້ອງຖິ່ນມີໂອກາດສຳຜັດກັບບັນຍາກາດຂອງວັດທະນະທຳຈີນອີກດ້ວຍ. […]
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ. ການຂຶ້ນທະບຽນເປັນມໍຣະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າທີ່ໂດດເດັ່ນລະດັບສາກົນຂອງຫີນ ໜາມໜໍ່ ຊຶ່ງເປັນໜຶ່ງໃນພູມິປະເທດທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ຖໍ້າມະຫັດສະຈັນເຊບັ້ງໄຟ ທີ່ຍາວເຖິງ 6.4 ກິໂລແມັດ. ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນຂອງສັດທີ່ຫາຍາກ ແລະ ໃນບັນຊີໃກ້ສູນພັນເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້. ການຍອມຮັບໃນລະດັບໂລກນີ້ ເປັນຜົນມາຈາກຄວາມຮ່ວມມືຫຼາຍປີລະຫວ່າງລັດຖະບານລາວ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາສາກົນດ້ວຍການສະໜັບສະໜູນຢ່າງມີຍຸດທະສາດຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແຫ່ງສະຫະພັນສາທາລະນະລັດ ເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ. […]
ນະຄອນຫຼວງພະບາງຈະເອົາ ການພັດທະນາອັດສະລິຍະເປັນເປົ້າໝາຍຍຸດທະສາດໄລຍະຍາວ

ອົງການປົກຄອງນະຄອນຫຼວງພະບາງ ແຂວງຫຼວງພະບາງຈະເອົາການພັດທະນາອັດສະລິຍະ (Smart City) ເປັນເປົ້າໝາຍຍຸດທະສາດໄລຍະຍາວ ໃນການລິເລີ່ມສ້າງການຫັນປ່ຽນໃໝ່ ການພັດທະນາເສດຖະກິດ, ຄຸ້ມຄອງສັງຄົມ ແລະ ການພັດທະນາຄຸ້ມຄອງຕົວເມືອງ ເພື່ອກ້າວໄປສູ່ຄວາມທັນສະໄໝ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນອະນາຄົດ. ການພັດທະນາແຜນຍຸດທະສາດສ້າງນະຄອນຫຼວງພະບາງ ເປັນນະຄອນອັດສະລິຍະ ແລະ ຮອບດ້ານພາຍໃຕ້ 3 ເສົາຄໍ້າວຽກງານ ຄື: ເສົາຄໍ້າທີ 1: ປະສົມປະສານການທ່ອງທ່ຽວ ແລະ ມໍລະດົກໂລກ; ເສົາຄໍ້າທີ 2: ສ້າງສະພາບແວດລ້ອມທີ່ສະອາດ ແລະ ປອດໄພ; ເສົາຄໍ້າທີ 3: ສ້າງບ້ານທີ່ຍືນຍົງ ແລະ ເດີນທາງຕາມຕົວເມືອງທີ່ໃຊ້ເວລາ 15 ນາທີ. ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຫຼວງພະບາງ ເມື່ອມໍ່ໆມານີ້ວ່າ: ຕາມແຜນຍຸດທະສາດການພັດທະນານະຄອນຫຼວງພະບາງ 5 ປີ 2025-2029 ແມ່ນຈະສ້າງທຸກເງື່ອນໄຂອໍານວຍຄວມສະດວກໃຫ້ແກ່ພາກເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນການພັດທະນາໂຄງການນະຄອນອັດສະລິຍະ ພາຍໃຕ້ຮູບແບບການຮ່ວມມືພາກລັດ-ພາກເອກະຊົນໃຫ້ນັບມື້ຫຼາຍຂຶ້ນ […]
ແຂວງຈຳປາສັກເຫັນການເຕີບໂຕດ້ານການທ່ອງທ່ຽວທີ່ແຂງແຮງ ເນື່ອງຈາກສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດດຶງດູດນັກທ່ອງທ່ຽວ

ແຂວງຈຳປາສັກ, ຊັບສົມບັດທາງວັດທະນະທຳ ແລະ ທຳມະຊາດໃນພາກໃຕ້ຂອງລາວ, ກຳລັງປະສົບກັບການເພີ່ມຂຶ້ນຢ່າງວ່ອງໄວຂອງການທ່ອງທ່ຽວ ໂດຍການຂັບເຄື່ອນຈາກມໍລະດົກອັນອຸດົມສົມບູນ, ພູມທັດທີ່ເປັນສັນຍາລັກ, ແລະ ຄວາມພະຍາຍາມດ້ານການສົ່ງເສີມທີ່ມີຍຸດທະສາດ (ຂ່າວປະຊາຊົນລາວ) ແຂວງຈຳປາສັກ, ຊັບສົມບັດທາງວັດທະນະທຳ ແລະ ທຳມະຊາດໃນພາກໃຕ້ຂອງລາວ, ກຳລັງປະສົບກັບການເພີ່ມຂຶ້ນຢ່າງວ່ອງໄວຂອງການທ່ອງທ່ຽວ ໂດຍການຂັບເຄື່ອນຈາກມໍລະດົກອັນອຸດົມສົມບູນ, ພູມທັດທີ່ເປັນສັນຍາລັກ, ແລະ ຄວາມພະຍາຍາມດ້ານການສົ່ງເສີມທີ່ມີຍຸດທະສາດ. ແຂວງນີ້ມີຊື່ສຽງຈາກສະຖານທີ່ທ່ອງທ່ຽວອັນໂດ່ງດັງ ເຊັ່ນ ວັດພູ ມໍລະດົກໂລກຂອງອົງການຢູເນສໂກ, ນ້ຳຕົກຄອນຜາເພັງ ແລະ ສົມຜາມິດທີ່ໜ້າປະທັບໃຈ, ສວນກາເຟປາກຊ່ອງທີ່ມີອາກາດເຢັນສະບາຍ, ແລະ ພູພຽງບໍລະເວນທີ່ກວ້າງໃຫຍ່ ຕໍ່ຍັງດຶງດູດນັກທ່ອງທ່ຽວທັງພາຍໃນປະເທດ ແລະ ຕ່າງປະເທດ. ຕາມການລາຍງານຂອງພະແນກຂໍ້ມູນຂ່າວສານ, ວັດທະນະທຳ ແລະ ການທ່ອງທ່ຽວແຂວງຈຳປາສັກ, ນັກທ່ອງທ່ຽວທັງໝົດ 298,024 ຄົນໄດ້ມາຢ້ຽມຢາມໃນຊ່ວງ 5 ເດືອນທຳອິດຂອງປີ 2025 ເປັນການເພີ່ມຂຶ້ນ 1% ເມື່ອທຽບກັບປີກ່ອນ ແລະ ບັນລຸ 84% ຂອງເປົ້າໝາຍການທ່ອງທ່ຽວປະຈຳປີຂອງແຂວງທີ່ 350,958 ຄົນ. […]
ກຽມສະເໜີເມືອງຈໍາປາສັກ ສະໜັກເຂົ້າຮ່ວມໃນການຮັບລາງວັນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ປະຈໍາປີ 2026

ຄະນະກຳມະການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຂັ້ນແຂວງ ແລະ ຂັ້ນເມືອງ ນໍາໂດຍພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຄື່ອນໄຫວປະເມີນເບື້ອງຕົ້ນ ເມືອງຈໍາປາສັກ ເປັນເມືອງມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ເພື່ອຊຸກຍູ້ກຳນົດເປົ້າໝາຍ ແລະ ເງື່ອນໄຂ ສະເໜີຄັດເລືອກ ສະໝັກເຂົ້າຮ່ວມໃນການຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນປະຈໍາປີ 2026, ໃນວັນທີ 10 ມີຖຸນາ 2025 ຜ່ານມານີ້ ການເຄື່ອນໄຫວປະເມີນຄັ້ງນີ້ ໄດ້ຕິດຕາມກວດກາເບິ່ງຈຸດສໍາຄັນຕ່າງໆ ທີ່ເປັນສະຖານທີ່ບໍລິການ, ສະຖານທີ່ສາທາລະນະ ທີ່ເປັນຈຸດກ່ຽວພັນກັບການທ່ອງທ່ຽວ ທີ່ມີນັກທ່ອງທ່ຽວ ຫຼື ມວນຊົນເຂົ້າມາໃຊ້ບໍລິການ ເຊັ່ນ: ຕະຫຼາດດອນຕະລາດ, ສວນສາທາລະນະວັດສີສຸມັງ, ສະຖານທີ່ທ່ອງທ່ຽວວັດພູຈໍາປາສັກ, ຮ້ານຂາຍເຄື່ອງຜະລິດຕະພັນຫັດຖະກໍາ, ຮ້ານເຄື່ອງປັ້ນດິນເຜົາ, ສະຖານທີ່ທ່ອງທ່ຽວວັດເມືອງກາງ, ຮ້ານຫັດຖະກຳໄມ້ປ່ອງ ແລະ ອື່ນໆ ການເຄື່ອນໄຫວປະເມີນແຕ່ລະຈຸດ ກໍໄດ້ຮັບຟັງ ການລາຍງານຈາກຜູ້ຮັບຜິດຊອບສະຖານທີ່ ກ່ຽວກັບການຮັກສາຄວາມສະອາດ ໃຫ້ເປັນພື້ນທີ່ສີຂຽວ, ພ້ອມນັ້ນ ຄະນະກໍາມະການທີ່ເຂົ້າຮ່ວມການປະເມີນ ກໍໄດ້ມີຄໍາແນະນໍາໃຫ້ຜູ້ປະກອບການ ກໍຄືຜູ້ຮັບຜິດຊອບສະຖານທີ່ […]