ຈີນ “ຟຣີວີຊ່າ” ເຮັດຍອດນັກທ່ອງທ່ຽວຕ່າງປະເທດສູງຂຶ້ນ 40 %

ຈີນ ເປີດເຜີຍ ນະໂຍບາຍຟຣີວີຊ່າ ສົ່ງຜົນໃຫ້ນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າຈີນໃນຊ່ວງ 3 ເດືອນທຳອິດປີນີ້ ກວ່າ 9 ລ້ານຄົນ ສູງຂຶ້ນກວ່າ 40 ເປີເຊັນ   ໂຄສົກສຳນັກງານກວດຄົນເຂົ້າເມືອງຂອງຈີນ ຖະແຫຼງວ່າ ໃນຊ່ວງ 3 ເດືອນທຳອິດຂອງປີ 2025 ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າຈີນກວ່າ 9.2 ລ້ານຄົນ ເພີ່ມຂຶ້ນ 40.2 ເປີເຊັນ.   ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ແລ້ວ ເຊິ່ງເປັນຜົນຈາກນະໂຍບາຍຟຣີວີຊ່າ 38 ປະເທດທົ່ວໂລກ ເມື່ອເດືອນທັນວາປີທີ່ຜ່ານມາ   ໂດຍມີນັກທ່ອງທ່ຽວຕ່າງປະເທດເຖິງ 6.57 ລ້ານຄົນ ຫຼື ຫຼາຍກວ່າ 71% ຂອງຈຳນວນທັງໝົດ ທີ່ເຂົ້າມາຈີນໂດຍບໍ່ຕ້ອງໃຊ້ວີຊ່າ.   ນອກຈາກນີ້ ການເພີ່ມລະຍະເວລາໃຫ້ນັກທ່ອງທ່ຽວຕ່າງຊາດພັກອາໄສຢູ່ໃນປະເທດຈີນດົນຂຶ້ນເປັນຢ່າງໜ້ອຍ 240 ຊົ່ວໂມງ ຫຼື 10 ວັນ ດຶງດູດໃຫ້ມີນັກທ່ອງທ່ຽວຕ່າງປະເທດເດີນທາງມາຈີນ ເພີ່ມຫຼາຍຂຶ້ນເລື້ອຍໆ.   ໂດຍຈຳນວນຖ້ຽວບິນໂດຍສານຂາເຂົ້າ ເພີ່ມຂຶ້ນເກີນ 100,000 ຖ້ຽວບິນ […]

ແຂວງວຽງຈັນຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 900,000 ຄົນໃນໄຕມາດທຳອິດຂອງປີ 2025

ແຂວງວຽງຈັນຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 900,000 ຄົນໃນໄຕມາດທຳອິດຂອງປີ 2025 ໃນໄຕມາດທຳອິດຂອງປີ 2025, ແຂວງວຽງຈັນດຶງດູດນັກທ່ອງທ່ຽວທັງໝົດ 902,057 ຄົນ, ລວມມີນັກທ່ອງທ່ຽວພາຍໃນ 416,232 ຄົນ ແລະນັກທ່ອງທ່ຽວຕ່າງປະເທດ 485,825 ຄົນ, ທ່ານແສງແກ້ວ ສຸນທະວົງສາ, ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງວຽງຈັນກ່າວໃນວັນທີ 4 ເມສາ. ການເພີ່ມຂຶ້ນຂອງການທ່ອງທ່ຽວນີ້ສ້າງລາຍຮັບກວ່າ 754 ຕື້ກີບ (34.8 ລ້ານໂດລາສະຫະລັດ). ຈຸດທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມໃນຊ່ວງໄລຍະນີ້ລວມມີ ອ່າງນ້ຳງື່ມ 1 ໃນເມືອງແກ້ວອຸດົມ, ຈຸດທ່ອງທ່ຽວສຳຄັນຄືວັງວຽງ, ແລະເຂດທຳມະຊາດເມືອງເຟືອງ. ຢູ່ເບື້ອງຫຼັງຄວາມສຳເລັດນີ້ແມ່ນຄວາມພະຍາຍາມປະສານງານລະຫວ່າງອົງການປົກຄອງຂັ້ນແຂວງ, ທຸລະກິດທ້ອງຖິ່ນ, ແລະຜູ້ມີສ່ວນຮ່ວມໃນຊຸມຊົນເພື່ອເສີມສ້າງຂະແໜງການທ່ອງທ່ຽວ. ນີ້ລວມເຖິງການປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງຄວາມຫຼາກຫຼາຍຂອງປະສົບການ, ແລະການແກ້ໄຂສິ່ງທ້າທາຍຂອງການພັດທະນາທົ່ວແຂວງ. ໃນປັດຈຸບັນ, ແຂວງວຽງຈັນມີທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວທີ່ໄດ້ຮັບອະນຸຍາດ 1,053 ແຫ່ງ ແລະສະຖານທີ່ທ່ອງທ່ຽວ 238 ແຫ່ງ, ຊຶ່ງ 62 ແຫ່ງກຳລັງເປີດດຳເນີນການໃນປັດຈຸບັນ. ຄຸນນະພາບຂອງການບໍລິການການທ່ອງທ່ຽວໃນແຂວງກໍ່ໄດ້ເຫັນການປັບປຸງທີ່ສາມາດວັດແທກໄດ້. ຫົກທຸລະກິດທ່ອງທ່ຽວທ້ອງຖິ່ນໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນໃນປີ 2024. ໜຶ່ງໂຮງແຮມໄດ້ຮັບການຮັບຮູ້ເປັນລະດັບ 5 ດາວ, […]

ແຜນຈັດຂະບວນແຫ່ພຣະບາງ ລົງຫົດສົງ ແລະ ຂຶ້ນປະດິດສະຖານຫໍພຣະບາງ

ແຜນຈັດຂະບວນແຫ່ພຣະບາງ ລົງຫົດສົງ ແລະ ຂຶ້ນປະດິດສະຖານຫໍພຣະບາງ ແມ່ນມີອອກມາແລ້ວ   ເຊິ່ງພິທີອັນເຊີນພຣະບາງຫົດສົງຈາກຫໍພຣະບາງ ສູ່ວັດໃຫມ່ສຸວັນນະພູມາຣາມ ຫລວງພຣະບາງ ແມ່ນຈະມີຂຶ້ນ ໃນວັນທີ 17 ເມສາ 2025 ເຊິ່ງຂະບວນພິທີດັ່ງກ່າວປະກອບມີ :   ເຈົ້າໜ້າທີ ເປີດທາງ. ຊາວໜຸ່ມຖືທຸງຊາດ ແລະ ທຸງສາສະໜາ. ເສບພື້ນເມືອງລາວເດີມ. ພຣາມມະນາຈາຣຍ໌ທັງ 8 ຕົນ ຖືຂັນດອກໄມ້ ແລະນ້ຳສົງ. ຂະບວນເປົ່າຫອຍສັງ , ເປົ່າແຄນ-ເປົ້າຂຸ່ຍ ຕີຣະຄັງ. ພຣະເຖຣະ 9 ອົງ ແລະພຣະສົງ+ສາມະເນນ. ຫໍຜາສາດ(ບຸດສະບົກ)ພຣະບາງ. ການນຳນຸ່ງຜາເນັບຕ່ຽວ. ການນຳແລະຜູ້ຊົງຄຸນນະວຸດ. ນັກທຸລະກິດແລະຊາວຄ້າຂາຍ. ອຳນາດການປົກຄອງບ້ານ ປະຊາຊົນບັນດາເຜົ່າ ຂະບວນມ່ວນຊື່ນ. ເລິ່ມເຕົ້າໂຮມທີ່ຫໍພຣະບາງ ຕັ້ງແຕ່ເວລາ 07:30 ໂມງ, ເວລາ 08:00 ເລິ່ມພິທີທາງສາສະໜາ , ເວລາ 08:30 ເລິ່ມເຄື່ອນຂະບວນແຫ່ຈາກຫໍພຣະບາງໄປສູ່ວັດໃໝ່ສຸວັນນະພູມມາຣາມ ໃນວັນທີ […]

ພະທາດໂຜ່ນ ຈະໄດ້ຮັບການຍົກລະດັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃນທ້າຍປີນີ້

ທ່ານ ລໍາຄູນ ວໍລະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະທ່ອງທ່ຽວແຂວງ ສະຫວັນນະເຂດ ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ໄທ ທີ່ໄປຮ່ວມກິດຈະກໍາຢູ່ແຂວງສະຫວັນນະ ເຂດ ເມື່ອບໍ່ດົນມານີ້ວ່າ: ແຂວງສະຫວັນນະເຂດ ກໍາລັງກະກຽມເອກະສານຕາມຂັ້ນຕອນຕ່າງໆ ເພື່ອສະເໜີຕໍ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮັບຮອງເອົາພະທາດໂຜ່ນ, ຕັ້ງຢູ່ບ້ານໂພນທາດ, ເມືອງໄຊພູທອງ ເປັນມໍລະດົກແຫ່ງຊາດໃນທ້າຍປີ 2025 ນີ້. ທັ້ງນີ້, ເນື່ອງຈາກພະທາດແຫ່ງນີ້ ມີຄວາມສໍາຄັນ ແລະ ສ້າງຂື້ນພ້ອມໆ ກັບພະທາດອີງຮັງ, ເຊິ່ງນອກຈາກມີຕຳ ນານທີ່ເລົ່າຂານມາແຕ່ບູຮານນະການວ່າເປັນອົງພຣະທາດສັກສິດ ຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຊາວເມືອງໄຊພູທອງ ກໍຄືຂອງຊາວແຂວງສະຫວັນນະເຂດ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວເປັນຈໍານວນຫລາຍ ແລະ ສ້າງລາຍຮັບໄດ້ 200 ລ້ານກີບຕໍ່ເດືອນ. ໄລຍະຜ່ານມາ, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ອອກຂໍ້ຕົກລົງສະບັບເລກທີ 2914/ຈຂ, ລົງວັນທີ 9 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຂໍ້ມູນ ເພື່ອຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກລະດັບທ້ອງຖິ່ນ […]

ກຽມຈັດງານມະຫະກໍາບຸນຊ້າງ ທີ່ແຂວງໄຊຍະບູລີ ປະຈໍາປີ 2025

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນ ແຂວງໄຊຍະບູລີ ໃນວັນທີ 27 ພະຈິກ 2024 ນີ້ວ່າ: ການຈັດງານມະຫະກໍາບຸນຊ້າງໃນປີນີ້, ແມ່ນໄດ້ເລື່ອນຈາກວັນ ເວລາທີ່ແຂວງໄດ້ກໍານົດໃນເບື້ອງຕົ້ນ ຄືວັນທີ 25-30 ມັງກອນ 2025. ແຕ່ເນື່ອງຈາກວ່າ ໃນຊ່ວງເວລາດັ່ງກ່າວ ແມ່ນກົງກັບເທດສະການືກຸດຈີນ-ເຕດຫວຽດ ແລະ ການຈັດງານເທດສະການດອກງິ້ວບານ ຂອງແຂວງບໍ່ແກ້ວ. ເຊິ່ງອາດຈະເຮັດໃຫ້ແຂກ ແລະ ນັກທ່ອງຶທ່ຽວ ທີ່ຈະເຂົ້າມາຮ່ວມງານຫຼຸດລົງ, ສະນັ້ນ ແຂວງໄຊຍະບູລີຂອງພວກເຮົາຈຶ່ງໄດ້ ກໍານົດເອົາການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ມາຈັດໃສ່ລະຫວ່າງວັນທີ 18-24 ກຸມພາ 2025. ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2025 ນີ້ ຖືວ່າເປັນຄັ້ງທີ 18, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ.

ຖໍ້າຜາຫຼວງ ຈະຖືກສ້າງເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດຂອງແຂວງສະຫວັນນະເຂດ

ໃນວັນທີ 26 ມັງກອນ 2025 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີໄດ້ເດີນທາງໄປສຳຫຼວດຖໍ້າຜາຫຼວງ ບ້ານຕໍເຮືອ ເມືອງວິລະບູລີ ເຊິ່ງເປັນຖໍ້າຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດຄັ້ງທໍາອິດ. ພາຍຫຼັງການສຳຫຼວດ,ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ກ່າວວ່າ: ສະແດງຄວາມພາກພູມໃຈຕໍ່ການຢ້ຽມຢາມສະຖານທີ່ແຫ່ງນີ້, ເຊິ່ງເປັນສະຖານທີ່ມີຄວາມຫມາຍຄວາມສຳຄັນຕໍ່ປະຫວັດສາດຂອງແຂວງ,ໃນຕໍ່ໜ້າຖໍ້າແຫ່ງນີ້ ຈະສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດເພື່ອໃຫ້ປະຊາຊົນລາວກໍຄືຊາວແຂວງສະຫວັນນະເຂດຮຸ່ນໜຸ່ມກໍຄືຮຸ່ນຕໍ່ໆໄປໃຫ້ສາມາດເຂົ້າມາຮຽນຮູ້ເຖິງມູນເຊື້ອປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງ ທີ1ອົງຄະນະພັກແຂວງ ຈົນຮອດປັດຈຸບັນກໍຄືການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີຈະໝູນວຽນມາໃນໄວໆນີ້. ໂອກາດດຽວກັນທ່ານເຈົ້າແຂວງ ກໍໄດ້ພົບປະປະຊາຊົນບ້ານຕໍເຮືອ ແລະ ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຫ້າມຕັດໄມ້ທໍາລາຍປ່າ,ພ້ອມທັງໃຫ້ສົ່ງເສີມລູກຫຼານຂອງຕົນໃຫ້ໄດ້ເຂົ້າໂຮງຮຽນ. ຈາກນັ້ນທ່ານເຈົ້າແຂວງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານຕໍເຮືອນ. ຕອນບ່າຍຂອງວັນດຽວກັນ ທ່ານເຈົ້າແຂວງພ້ອມຄະນະ ແລະ ຄະນະນໍາຂອງເມືອງກໍໄດ້ໄປຢ້ຽມຢາມ ຖໍ້າຜາໂລຍ ບ້ານດົງບັງ ເມືອງວິລະບູລີ (ຖໍ້າສາງຢາຜາໂລຍ) ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານດົງບັງ. Cr: Lao National Radio

ເຂດພັດທະນາກວມລວມໄຊເສດຖາ ດຶງດູດການລົງທຶນໄດ້ 155 ບໍລິສັດ

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະ ຄອນຫຼວງວຽງຈັນ ໃຫ້ຮູ້ໃນໂອກາດທີ່ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ, ນະ ຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ວ່າ: ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນສາມາດດຶງດູດການລົງທຶນຈາກພາຍ ໃນ ແລະ ຕ່າງ ປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະເທດ 128 ບໍລິສັດ, ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະ ເທດ 8 ບໍລິສັດ), ມີທຶນທັງໝົດ 2.8 ຕື້ກວ່າໂດລາ, ມີທຶນຈົດທະບຽນ 595 ລ້ານກວ່າໂດລາ ແລະ ມີການລົງທຶນຕົວຈິງໄປແລ້ວ 2.3 ຕື້ກວ່າໂດລາ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 262 ຕື້ກວ່າກີບ, ການນຳເຂົ້າສິນຄ້າມີມູນຄ່າ 4.2 ຕື້ກວ່າໂດລາ ແລະ ສົ່ງອອກສິນຄ້າມີມູນຄ່າ 599 ລ້ານກວ່າໂດລາ. ສະເພາະປີ 2024 ມີບໍລິສັດສ້າງຕັ້ງໃໝ່ 25 ບໍລິສັດ, […]

ແຂວງຫລວງພະບາງ ໄດ້ຮັບ 8 ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ເຖິງ 8 ລາງວັນ

ເມື່ອບໍ່ດົນມານີ້, ທີ່ກອງປະຊຸມຜູ້ແທນການທ່ອງທ່ຽວຂອງບັນດາປະເທດອາຊຽນ ທີ່ປະເທດມາເລເຊຍ ເປັນເຈົ້າພາບ ໄດ້ມີການຈັດພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນຂຶ້ນ, ໃນນັ້ນ ແຂວງຫລວງພະບາງ ສາມາດຍາດໄດ້ທັງຫມົດ 8 ລາງວັນ ໃນ 3 ມາດຕະຖານການທ່ອງທ່ຽວ ຄື: ລາງວັນມາດຕະຖານຫ້ອງນ້ຳສາທາລະນະສະອາດອາຊຽນ 3 ລາງວັນ, ມາດຕະຖານການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມອາຊຽນ 2 ລາງວັນ ແລະ ມາດຕະຖານຮ້ານສະປາອາຊຽນ 3 ລາງວັນ. ໃນນີ້ ແມ່ນໄດ້ມອບ-ຮັບທີ່ປະເທດມາເລເຊຍ 6 ລາງວັນ, ສ່ວນອີກ 2 ລາງວັນ ແມ່ນຈະຈັດພິທີມອບ-ຮັບຢູ່ ສປປ ລາວ. ແຂວງຫລວງພະບາງ ໄດ້ຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວຂອງ ສປປ ລາວ, ອາຊຽນ ແລະ ຂອງສາກົນ ນັບແຕ່ປີ 2018 ເປັນຕົ້ນມາ ມີ 7 ມາດຕະຖານ ແລະ 1 ລາງວັນ ຄື: ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ມາດຕະຖານຫ້ອງນຳ້ສາທາລະນະສະອາດອາຊຽນ, ມາດຕະຖານການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມອາຊຽນ, […]

ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”

ສປປ ລາວ ຈະເປັນປະທານອາຊຽນໃນປີ 2024 ຫຼື ຈະເປັນປະທານຈັດກອງປະຊຸມ ອາຊຽນໃນປີ 2024 ໂດຍໄດ້ກໍານົດເອົາຄໍາຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ບັນດາບູລິມະສິດ ພາຍໃຕ້ຄຳຂວັນດັ່ງກ່າວ ສາມາດສັງລວມໄດ້ດັ່ງນີ້: I. ເພີ່ມທະວີການເຊື່ອມຈອດ ການເຊື່ອມຈອດມີບົດບາດສຳຄັນຢ່າງຍິ່ງໃນການສະໜັບສະໜູນຂະບວນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງ, ຊຶ່ງປະກອບດ້ວຍເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນການສົ່ງເສີມ ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ການ​ຟື້ນ​ຟູ​ຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ​ກໍຄືການສ້າງຄວາມເຂັ້ມແຂງເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ. ພາຍ​ໃຕ້​ “ການເພີ່ມທະວີການ​ເຊື່ອມ​ຈອດ”, ສປປ ລາວ ຈະສຸມໃສ່ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບູ​ລິ​ມະ​ສິດ​ດັ່ງລຸ່ມ​ນີ້: 1.ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ: ຂົງ​ເຂດ​ບູ​ລິ​ມະ​ສິດນີ້ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆ ເຊັ່ນ: ການກໍານົດລະບຽບຫຼັກການໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະ ເພີ່ມທະວີການເຊື່ອມຈອດທາງດ້ານຕ່ອງໂສ້ການສະໜອງພາຍໃນອາຊຽນຊຶ່ງຈະເປັນການເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນເມື່ອເສດຖະກິດພາກພື້ນມີການເຊື່ອມຈອດກັນຫຼາຍຂຶ້ນ.ບັນດາໜ້າວຽກບູລິມະສິດທາງດ້ານເສດຖະກິດພາຍໃຕ້ບູລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງດ້ານເສດຖະກິດ.ນີ້ຈະເປັນການສົ່ງເສີມການເຊື່ອມຈອດດ້ານເສດຖະກິດລະຫວ່າງອາຊຽນ ແລະ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ. ການເຊື່ອມຈອດທີ່ເຂັ້ມແຂງ, ໂດຍສະເພາະ […]