ແຈ້ງເຕືອນພາຍຸລູກໃຫມ່ ພາຍຸແມດໂມ (Matmo) ຈະມີຝົນຕົກ ລົມແຮງ ຢູ່ທົ່ວທຸກພາກຂອງປະເທດລາວ ໃນລະຫວ່າງວັນທີ 03 – 07 ຕຸລາ 2025 ນີ້

ໃນເວລາ 07 ໂມງ 00 ຂອງວັນທີ 03 ຕຸລາ 2025, ພາຍຸໝູນເຂດຮ້ອນ ແມດໂມ (Matmo) ຫົວທີ 21 ປະຈໍາປີ 2025 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 16.1 ອົງສາເໜືອ ແລະ ເສັ້ນແວງທີ່ 112.9 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ໄປຕາມທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ຈະເຄື່ອນທີ່ຜ່ານເກາະລູຊອນ ຂອງປະເທດຟີລິປິນ ແລະ ຈະເຄື່ອນທີ ມາທາງທະເລຈີນໃຕ້ຕອນເໜືອ ໃນວັນທີ 3 ຫາ 4 ຕຸລາ 2025, ຈາກນັ້ນຄາດວ່າ ວັນທີ 05 ຫາ 06 ຕຸລາ 2025ຈະເຄື່ອນຂື້ນຝັ່ງ ສສ ຫຽວດນາມ ແລະ ອ່ອນກໍາລັງລົງກາຍເປັນພາຍຸດີເປຼ່ຊັນ. ຫຼັງຈາກນັ້ນສືບຕໍ່ອ່ອນກໍາລັງລົງກາຍນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ພາກເໜືອຂອງປະເທດລາວ. ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ […]
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ປະຈໍາວັນທີ 29 ກັນຍາ 2025

ຍັງຄົງຢູ່ໃນຊ່ວງສະຖານະການທີ່ຫນ້າກັງວົນກັບພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ໃນເວລາ 07 ໂມງ 00 ຂອງວັນທີ 29 ກັນຍາ 2025, ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ຫົວທີ 20 ປະຈໍາປີ 2025 ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຼ່ຊັນ, ກໍາລັງເຄື່ອນທີ່ໄປຕາມທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ຄາດຄະເນວ່າຈະເຄື່ອນທີ່ຜ່ານ ແຂວງ ບໍລິຄຳໄຊ, ຊຽງຂວາງ, ໄຊສົມບູນ, ຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງນ້ຳທາ. ຫຼັງຈາກນັ້ນຈະອ່ອນກໍາລັງລົງຕາມລໍາດັບ ກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ພາກເໜືອຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໃນໄລຍະວັນທີ 28 ຫາ 30 […]
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)

ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ໃນລະຫວ່າງວັນທີ 25-27 ກັນຍາ 2025 ສະບັບທີ ແລະ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ສະບັບທີ 1 ໃນຫວ່າງວັນທີ 28-30 ກັນຍາ 2025
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນມາຍັງປະຊາຊົນບັນດາເຜົ່າ ໃນແຕ່ລະພາກ ລວມທັງ ນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງ ໃນຕົວເມືອງ ໃນໄລຍະທີ 24 ຫາ 27 ກັນຍາ 2025 ນີ້. ເນື່ອງຈາກພາຍຸໄຕ້ຝຸ່ນລາກາຊາ (Ragasa) ຫົວທີ 18 ປະຈໍາປີ 2025, ກໍາລັງເຄື່ອນທີ່ຂ້າມພາກເໜືອຂອງທະເລຈີນໃຕ້ ແລະ ຈະຄ່ອຍໆເຂົ້າຝັ່ງ ກວາງຕຸ້ງ ສປ ຈີນ ໃນຕອນຄໍ່າມື້ນີ້ ຈາກນັ້ນຈະສືບຕໍ່ເຄື່ອນທີ່ໄປທາງທິດຕາເວັນຕົກ ແລະ ມີທ່າອ່ຽງຈະອ່ອນກໍາລັງລົງ ແລະ ຈະເຄື່ອນຂື້ນແຄມຝັ່ງທາງພາກເໜືອຂອງ ສສ ຫວຽດນາມ. ຈາກນັ້ນ ພາຍຸຫົວນີ້ ຈະສືບຕໍ່ອ່ອນກໍາລັງລົງຕາມລໍາດັບ ແລະ ຈະເຄື່ອນທີ່ຜ່ານພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້ ຂອງ […]
ເເຈ້ງເຕືອນເຝົ້າລະວັງພາຍຸໄຕ້ຝຸ່ນ “ຣາກາຊາ” ຄາດວ່າຈະມາເຖິງລາວວັນທີ 25 ກັນຍາ 2025 ລະວັງຝົນຕົກໜັກຢູ່ ພາກເໜືອ ແລະ ກາງ

ວັນທີ 22 ກັນຍາ 2025 ນີ້ ພາຍຸ ຣາກາຊາ ກຳລັງເຄື່ອນຕົວຜ່ານພາກເໜືອ ໂດຍສະເພາະເກາະ ບາບູຍັນ ຂອງຟິລິບປິນ ເປັນພາຍຸທີ່ມີຄວາມແຮງລະດັບ 4-5 ດ້ວຍຄວາມໄວລົມ 215 ກິໂລແມັດຕໍ່ຊົ່ວໂມງ ກ່ອນຂຶ້ນຝັ່ງຂອງຟິລິບປິນຕອນທ່ຽງຂອງມື້ນີ້. ຫລັງຈາກນັ້ນພາຍຸ ຈະເຄື່ອນຕົວຈາກຟິລິບປິນ, ເຂົ້າສູ່ໄຕ້ຫວັນ, ຮົງກົງ ສປ ຈີນ ຈາກນັ້ນຈະພັດ ເຂົ້າສູ່ ຫວຽດນາມ ແລະ ລາວ ໃນວັນທີ 25-26 ກັນຍາ 2025 ຕາມລຳດັບ ຄາດວ່າແຂວງພາກເໜືອ ແລະ ພາກກາງ ຈະໄດ້ຮັບຜົນກະທົບຈາກຝົນຕົກໜັກໃນຄັ້ງນີ້.
ພະຍາກອນອາກາດປະຈໍາເຊົ້າວັນທີ 19 ກັນຍາ 2025

ປະຈໍາເຊົ້າວັນທີ 19 ກັນຍາ 2025, ຮ່ອງຄວາມກົດດັນອາກາດຕ່ຳ ຫລື ຮ່ອງຝົນຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມເປັນ ສ່ວນໃຫຍ່, ຊຶ່ງຈະເຮັດ ໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 19/09/2025 ຫາ ເວລາ 07 ໂມງ ຂອງວັນທີ 20/09/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 17 – 29 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ […]
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ນໍາໃຊ້ລົດ ໃຊ້ຖະຫນົນ ໃນທົ່ວນະຄອນຫຼວງວຽງຈັນ ຮັບຊາບວ່າ ໃນລະຫວ່າງວັນທີ 05-07 ກັນຍາ 2025 ຈະໄດ້ມີການຈັດງານ ເທດສະການຄ້າລາວ ຢູ່ທີ່ຫໍປະຊຸມແຫ່ງຊາດ ເຊິ່ງເປັນການຈັດງານລະດັບຊາດປະຈໍາປີ ທີ່ເຕົ້າໂຮມທຸກພາກສ່ວນໃນ ຂະແໜງການຄ້າຄໍາ ແລະ ປິ່ນອ້ອມ ເພື່ອຊຸກຍູ້ສົ່ງເສີມໃຫ້ຂະແຫນງການອຸດສາຫະກໍາຄໍາລາວ ເຕີບໃຫຍ່ຂະຫຍາຍຕົວ. ສະນັ້ນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ຮັບປະກັນຄວາມປອດໄພໃນການຈັດງານ ເທດສະການດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງ ຜູ້ນໍາໃຊ້ລົດໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ຖ້າບໍ່ຈໍາເປັນແມ່ນ ໃຫ້ຫຼີກລ້ຽງການສັນຈອນ ຢູ່ຖະໜົນໄກສອນພົມວິຫານ ເລີ່ມແຕ່ ປະຕູໄຊ ຫາ ຫໍປະຊຸມແຫ່ງຊາດ ໃນຊ່ວງໄລຍະວັນ ຈັດງານເທດສະການດັ່ງກ່າວ ຫຼື ສາມາດນໍາໃຊ້ເສັ້ນທາງເວັ້ນດັ່ງນີ້: 1. ຜູ້ນໍາໃຊ້ລົດໃຊ້ຖະຫນົນ ຢູ່ເຂດເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ທີ່ມີຈຸດປະສົງໄປດົງໂດກ ຫຼື […]