ປກສ ແຂວງຈຳປາສັກ ກັກຕົວຜູ້ຖືກຫາ 5 ຄົນຄະດີຄ້າຂາຍຢາເສບຕິດ

ໃນຄັ້ງວັນທີ 13 ທັນວາ 2023 ຜ່ານມາ, ເວລາປະມານ 10 ໂມງເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ລົງມ້າງຄະດີຄ້າຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານປົ່ງສ້ານ ເມືອງຊະນະສົມບູນ ແຂວງຈຳປາສັກ. ຜ່ານການລົງພຶ້ນທີ່ສາມາດກັກຕົວຜູ້ຖືກຫາໄດ້ 02 ຄົນພ້ອມຂອງກາງຢາເສບຕິດ (ຢາບ້າ) ຈຳນວນ 1 ມັດ ເທົ່າກັບ 2.000 ເມັດ, ລົດຈັກ 01 ຄັນ, ໂທລະສັບ 02 ໜ່ວຍ ແລະ ເງິນສົດ 1.900.000 ກີບ ຈາກນັ້ນ, ເຈົ້າໜ້າທີ່ໄດ້ສອບສວນຂະຫຍາຍຜົນສາມາດກັກຕົວຜູ້ຖືກຫາໄດ້ເພີ່ມອີກ 03 ຄົນ. ປະຈຸບັນ ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.