ສະພາບການ ສະໜອງນ້ຳມັນ ເຊື້ອໄຟ ພາຍໃນ ສປປ ລາວ

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ໄດ້ປະສານຫາບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເລັ່ງຈັດຫານ້ຳມັນຈາກແຫຼ່ງຕ່າງໆ ຈາກປະເທດໃກ້ຄຽງ ເຂົ້າມາສະໜອງໃຫ້ສັງຄົມຢ່າງພຽງພໍ ຫຼັງຈາກແຫຼ່ງສະໜອງສຳຄັນ ໄດ້ມີການປິດບາງສາຍການຜະລິດຊົ່ວຄາວກະທັນຫັນ ເພື່ອປັບປຸງການຜະລິດ. ສະມາຄົມນໍ້າມັນເຊື້ອໄຟແລະ ອາຍແກັດລາວລາຍງານວ່າ: ສປປ ລາວ ມີການຊົມໃຊ້ນ້ຳມັນເຊື້ອໄຟ ທີ່ມີທ່າອ່ຽງເພີ່ມຂຶ້ນຕະຫຼອດໄລຍະຫຼາຍປີຜ່ານມາ ຕາມອັດຕາການຂະຫຍາຍຕົວຂອງເສດຖະກິດ, ໃນປີ 2023 ມີການນໍາເຂົ້ານ້ຳມັນທັງໝົດ 1.654 ລ້ານລິດ ໃນນີ້ເປັນ ນໍ້າມັນ ກາຊວນ 1.259 ລ້ານ ລິດ, ແອັດຊັງ ທໍາມະດາ ຈໍານວນ 365 ລ້ານລິດ ແລະ ນໍ້າມັນປະເພດອື່ນໆ. ສະເລ່ຍການຊົມໃຊ້ແມ່ນ 135 ຫາ 140 ລ້ານລິດ/ເດືອນ; ໃນນີ້ ນ້ຳມັນແອັດຊັງ30ລ້ານລິດ/ເດືອນ ຫຼື 1 ລ້ານລິດ/ມື້ ແລະ ນ້ຳມັນກາຊວນ 105 ລ້ານລິດ/ເດືອນຫລື 3,5 […]