ສປປລາວ ໄດ້ປະກາດລົບລ້າງການປູກຝິ່ນແລ້ວ ແຕ່ຍັງມີການລັກລອບປູກຢູ່

ປະເທດລາວໄດ້ປະກາດລົບລ້າງການປູກຝິ່ນມາໄດ້ຫຼາຍປີແລ້ວ ແຕ່ຍັງພົບການລັກລອບການປູກຝິ່ນໃນທຸກໆປີ ໂດຍສະເພາະຢູ່ບາງແຂວງພາກເໜືອ ຊຶ່ງຫຼ້າສຸດນີ້ ເຈົ້າໜ້າທີ່ໄດ້ກວດພົບການລັກລອບການປູກຝິ່ນຢູ່ແຂວງຊຽງຂວາງ. ເຈົ້າໜ້າທີ່ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ ຮ່ວມກັບ ປກສ ເມືອງພູກູດ ແຂວງຊຽງຂວາງ ໄດ້ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ໃນເນື້ອທີ່ເກືອບ 11.000 ຕາແມັດ ເມື່ອມໍ່ໆມານີ້ຢູ່ເຂດພູແຊວ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງຝິ່ນດັ່ງກ່າວປູກຢູ່ດິນສວນຈໍານວນ 4 ຕອນ,  ນອກຈາກທໍາລາຍສວນຝິ່ນແລ້ວ ເຈົ້າໜ້າທີ່ ໄດ້ນຳເອົາຜູ້ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາຝິ່ນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ. ແຫຼ່ງຂໍ້ມູນ: ປກສ ແຂວງຊຽງຂວາງ