6 ພະຍາດຈາກການກິນປີ້ງ – ດາດ

ໜຶ່ງໃນອາຫານຍອດນິຍົມບໍ່ວ່າແຕ່ຍາມໜາວ ຫຼື ຍາມໃດທີ່ເຮົາມັກຊວນກັນໄປກິນ ຄົງແມ່ນອາຫານປະເພດ ບຸບເຟ່, ຊີ້ນດາດ, ປີ້ງ… ເປັນຕົ້ນ ອາຫານເຫຼົ່ານີ້ ຖ້າດົນໆກິນເທື່ອໜຶ່ງຄົງບໍ່ເປັນຫຍັງ ແຕ່ຖ້າກິນດຸເກີນໄປ ເຊັ່ນອາທິດລະຫຼາຍໆເທື່ອ ສຸຂະພາບເຮົາຈະຄ່ອຍໆເສື່ອມໂຊມໂດຍບໍ່ຮູ້ຕົວ ອັນຕະລາຍທີ່ແຝງຢູ່ນຳອາຫານປີ້ງດາດ ມີດັ່ງນີ້: 1. ສ່ຽງມະເຮັງຕັບ ຈາກສານໄນໂຕຣຊາມີນ ທີ່ຢູ່ໃນປາມຶກປີ້ງ, ປາທະເລປີ້ງ ແລະ ຊີ້ນແປຮູບທີ່ມີການໃສ່ສານກັນບູດ ເຊັ່ນ: ສົ້ມ, ໄສ້ກອກ, ເບຄອນ, ແຮມ ເປັນຕົ້ນ. 2. ສ່ຽງມະເຮັງກະເພາະ ໃນຂະບວນການປີ້ງ – ດາດ ເຮັດໃຫ້ເກີດສານ PAHs ເຊິ່ງຈະຢູ່ໃນອາຫານສ່ວນທີ່ໄໝ້ແຫ້ມ ຖ້າສະສົມຫຼາຍໆຈະເປັນໂຕກໍ່ມະເຮັງ. 3. ເກີດເປັນພະຍາດຕຸ້ຍ ແນ່ນອນ ໄປກິນຊີ້ນດາດ ຫຼື ບຸບເຟ່ທັງທີ່ເຮົາກໍຕ້ອງກິນໃຫ້ຄຸ້ມ ກິນຫຼາຍເຂົ້າ ກໍໄດ້ຮັບໄຂມັນສ່ວນເກີນໄປສະສົມຢູ່ໜ້າທ້ອງ ເຮັດໃຫ້ນ້ຳໜັກຂຶ້ນມີພາວະຕຸ້ຍລົງພຸງ. 4. ສ່ຽງພະຍາດຫົວໃຈ ຊີ້ນງົວ, ຊີ້ນໝູ ມີໄຂມັນອີ່ມໂຕ ແລະ ຄໍເລສເຕີຣໍ່ສູງ ໂດຍສະເພາະຊີ້ນຕິດມັນກິນຫຼາຍໆສ່ຽງໄຂມັນອັດຕັນໃນເສັ້ນເລືອດ ມີໂອກາດເປັນພະຍາດຫົວໃຈ […]