ລົງທຶນ 100 ຕື້ກວ່າກີບ ປູກໄມ້ພໍໂລເນຍ

ບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ – ລາວ ຈຳກັດ ຈະລົງທຶນ 115 ຕື້ກີບ ເພື່ອປູກປ່າ ( ປູກໄມ້ພໍໂລເນຍ ) ພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳ ໃນເນື້ອທີ່ 150 ເຮັກຕາ ຢູ່ແຂວງຄຳມ່ວນ. ພິທີເຊັນສັນຍາ ວ່າດ້ວຍການສໍາປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກປ່າ ( ປູກໄມ້ພໍໂລເນຍ ) ພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳຢູ່ເຂດບ້ານນາແສ ເມືອງມະຫາໄຊ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 19 ທັນວາ 2023 ລະຫວ່າງ ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ໂຮ່ ດຶກ ງ໋ອກ ຜູ້ອຳນວຍການ ບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ […]