ການຊໍາລະຄ່າທໍານຽມທາງປະຈຳປີ 2023 ມີ 2 ຮູບແບບແມ່ນສາມາດຢັ້ງຢືນທາງກົດໝາຍໄດ້

ອີງຕາມ ຄໍາແນະນໍາ ວ່າດ້ວຍ ການເສຍຄ່າທໍານຽມທາງ ປະຈໍາປີ 2023, ເລກທີ 2052/ກສອ ນະຄອນຫຼວງວຽງຈັນ, ວັນທີ 1 APR 2023,ໃນຂໍ້ທີ 2. ວິທີການຄຸ້ມຄອງເກັບຄ່າທໍານຽມທາງ 2.1 ຄ ່າທໍານຽມທາງ ປະຈໍາປີ 2023 ແມ່ນໃຫ້ເກັບຜ່ານລະບົບຄ່າທໍານຽມທາງແບບເອເລັກໂຕຣນິກແບບໃຫມ່ (Road Tax Management System/RTMS) ຂອງກະຊວງການເງິນ ຊຶ່ງສາມາດຊໍາລະດ້ວຍ 02 ຮູບແບບ ຄື: ຊໍາລະຜ່ານລະບົບທະນາຄານ ໂດຍນໍາໃຊ້ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນ ໂຄງການ ແລະ ຊໍາລະດ້ວຍເງິນສົດຜ່ານຄັງເງິນແຫ່ງຊາດ; 2.2 ລະບົບການເກັບຄ່າທໍານຽມທາງແມ່ນ ຕິດຕັ້ງ ແລະ ໃຫ້ບໍລິການຢູ່ບັນດາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ປະຈໍາແຂວງ ແລະ ນະຄອນຫຼວງ, ສ່ວຍສາອາກອນປະຈໍາ ແຂວງ, ເມືອງ, ເທດສະບານ, ນະຄອນ. ນອກຈາກນັ້ນ ສ່ວຍສາອາກອນປະຈໍາ ເມືອງ, […]

ມາເບິ່ງດວງປະຈຳວັນ ປະຈຳວັນອາທິດທີ 23 ເມສາ ຂອງຄົນເກີດແຕ່ລະວັນ

ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະ​ກິດຈະການ​ຄ້າ​ ຫລື​ ການ​ເປັນ​ນາຍ​ໜ້າ​ຈະປະ​ສົບ​ຄວາມ​ສຳ​ເລັດ​ໄດ້ດີ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍ ແຕ່ຕ້ອງລະວັງບຸກຄົນເຂົ້າມາຢືມ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີແຕ່ລາວຈະບໍ່ແມ່ນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​1 ຄົນເກີດວັນຈັນ:ການ​ງານການເດີນທາງ​ຈະປະ​ສົບ​ຄວາມ​ສຳ​ເລັດເພາະທ່ານເປັນຄົນທີ່ລະອຽດ ການ​ເງິ​ນໄດ້​ໂຊກ​ແບບໄດ້ໄດ້ຕ້ັງໃຈ ຈະໄດ້ເງິນຈາກຜູ້ໃຫຍ່ຊ່ວຍອຸປະຖໍາ ​ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນແຕ່ກໍຢູ່ໃນຊ່ວງທີ່ກໍາລັງລົມກໍາລັງພິຈາລະນາ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1 ຄົນເກີດວັນອັງຄານ:ການ​ງານເຮັດ​ທຸລະກິດຈະການ​ຄ້າ​ຈະມີ​ກຳ​ໄລ​ເພີ່ມ​ຂຶ້ນຖ້າກ່ຽວກັບດ້ານຂາຍເຄື່ອງ ການ​ເງິນມີ​ລາຍ​ຈ່າຍ​ໃນ​ເລື່ອງ​ຂອງ​ການ​ຊ່ອມ​ແຊມ​ທີ່​ຢູ່​ອາໄສແຕ່ຕ້ອງລະວັງລາຍຈ່າຍ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນ​ເທົ່າໃດເພາະຕ່າງຝ່າຍຕ່າງມີເວລາທີ່ຕ້ອງຈັດການເລື່ອງຂອງຕົນເອງ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​6 ຄົນເກີດວັນພຸດ:ການ​ງານທ່າ​ນສາມາດ​ສ້າງ​ຜົນ​ງານ​ດີ​ເກີດ​ຄວາມ​ສຳ​ເລັດໃນດ້ານການງານ ການ​ເງິນເກີດ​ຄວາມ​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ຈັບຈ່າຍ ຄວາມ​ຮັກພົບ​ຄົົນທີ່​ມີ​ພາ​ວະ​ຄວາມ​ເປັນ​ຜູ້​ນຳ​ໝັ່ນໃຈ​ຕົນເອງ​ສູງ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ຮັບ​ຜົນ​ກຳ​ໄລ​ດີ ການ​ເງິນມີ​ໂຊກ​ຈະ​ໄດ້ຮັບ​ຊັບ​ໄດ້​ເງິນ​ກ້ອນ​ໃຫຍ່ອາດມາຈາກຜູ້ໃຫຍ່ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກ​ໄດ້​ພົບ​ຮັກ​ກັບ​ຄົົນທີ່​ຖືກ​ໃຈ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີບົວອ່ອນ ເລກ​ນຳ​ໂຊກ​3 ຄົນເກີດວັນສຸກ:ການ​ງານລະ​ວັງ​ຈະ​ມີ​ບັນຫາ​ໃນ​ເລື່ອງ​ການເຮັດ​ທຸລະກິດ​ຮ່ວມ​ຫຸ້ນ​ສ່ວນ ການ​ເງິນໄດ້​ເງິນ​ເຂົ້າ​ມາ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ແບບ​ວ່ອງໄວ ຄວາມ​ຮັກອາດ​ຕົກ​ຢູ່ໃນ​ສະຖານນະການ​ຮັກ​ຊ້ອນເພາະຢູ່ໃນຊ່ວງປັບຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານ​ ໄດ້​ເດິນທາງ​ຕິດ​ຕໍ່​ງານ​ເພື່ອ​ຂະຫຍາຍ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນໃຊ້​ເງິນ​ກ້ອນ​ໃຫຍ່​ໃນ​ການ​ຕໍ່​ລອງເລື່ອງ​ທຸລະ​ກິດ ຄວາມ​ຮັກຍັງ​ບໍ່​ຕັດ​ສິນ​ໃຈ​ທີ່​ຈະ​ເລືອກ​ໃຜເພາະທ່ານຄິດວ່າຍັງບໍ່ມີໃຜທີ່ຖືກໃຈໃນຊ່ວງນີ້ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

ຫລວງພະບາງອັງເຊີນພະມ່ານ ພຣະຄູ່ບ້ານຄູ່ເມືອງຫລວງພະບາງ ລົງມາຫົດສົງຈົນເຖິງ 29 ເມສາ 2023

ວັນທີ 22​ ເມສາ​ 2023​ ໄດ້ມີພິທີອາລາດທະນາອັງເຊີນພຣະມ່ານລົງຫົດສົງ​ທີ່ວັດຊຽງທອງ, ນະຄອນຫລວງພະບາງ​ ໂດຍມີພຣະສົງ​ສາມະເນນ,​ ການນຳຂອງແຂວງ,​ ນະຄອນ,​ ເຖົ້າແກ່,​ ໜຸ່ມ-ສາວນ້ອຍໃຫຍ່ ຕະຫລອດຮອດພໍ່ແມ່ປະຊົນຊາວພຸດພາຍໃນນະຄອນຫລວງພະບາງ​ ທີ່​ສັດທາ​ ເຂົ້າຮ່ວມຢ່າງຫລວງຫລາຍ ເຊິ່ງຈະໄດ້ດຳເນີນໄປຈົນເຖີງ​ ວັນທີ​ 29​ ເມສາ​ 2023​ ຈຶ່ງຈະສຳເລັດພິທີ. ພຣະມ່ານເປັນ​ພຣະ​ຄູ່​ບ້ານ​ຄູ່ເມືອງ​ ຂອງຊາວຫລວງ​ພະ​ບາງ ​ມາ​ແຕ່​ດົນ​ນານ ໂດຍ​​ບຸນ​ປີ​ໃໝ່​ລາວແຕ່ລະປີ, ຊາວ​ພຸ​ດ​ ທົ່ວ​ສາ​ລະ​ທິດ ​ຈະ​ແຫ່​ກັນ​ໄປ​ ຫົດ​ສົງ​ນໍ້າພຣະມ່ານ ເພື່ອ​ເສີ່ມ​ສ້າງ​ບາ​ລະ​ມີ​ໃຫ້​ແກ່​ຕົນ​ເອງ ແລະ ຄອບ​ຄົວ​ໃຫ້ຢູ່​ເຢັນ​ມີ​ສຸກ. ຕາມການບອກເລົ່າເມື່ອ 700 ກວ່າປີ, ພະມ້າໄດ້ສ້າງອົງພຣະຈາກຄຳເນື້ອນົບພຣະເກົ້າ (ຄຳເນື້ອເກົ້າ ແມ່ນຄຳ ທີ່ງົດງາມ ແລະ ມີຄ່າທີ່ສຸດ) ປະດັບດ້ວຍອັນຍະມະນີນົບພະເກົ້ານ້ຳດີທີ່ສຸດທັງ 9 ສີ, ບໍລິເວນເຂັມຂັດສ້ອຍສັງວານຊາຍໄຫວ ແລະ ເຄື່ອງຊົງ ທັງອົງພະມ້າໄດ້ສ້າງສຳເລັດ ແລະ ໄດ້ນຳໃສ່ ແພລ່ອງ ແມ່ນ້ຳ ຂອງເພື່ອກັບພະມ້າ ແຕ່ພໍໃກ້ຮອດ ບໍລິເວນ ເມືອງຫ​ລວງພະບາງອົງພະໄດ້ຢຸດ […]

ທະຫານແຂວງວຽງຈັນລະດົມກຳລັງເຂົ້າ ມອດໄຟໄໝ້ລາມປ່າຢູ່ເມືອງແກ້ວອຸດົມ

ຈາກສະພາບໄຟໄໜ້ລາມປ່າຢູ່ ບ້ານຂ້າມຊ້າງ ແລະ ບ້ານແຈ້ງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ເກີດຂຶ້ນຢ່າງຮຸນແຮງຂະຫຍາຍເປັນວົງກວ້າງໃນລະຫວ່າງວັນທີ 20-21 ເມສາ 2023 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ນຳໃຊ້ກຳລັງກອງພັນ 432, ກອງຮ້ອຍ 201 ກອງຮ້ອຍ 203, ອົງການປົກຄອງບ້ານ 2 ບ້ານ, ກອງບັນຊາການທະຫານເມືອງແກ້ວອຸດົມ, ກໍາລັງ ປກສ ເມືອງ, ພໍ່ແມ່ປະຊາຊົນ, ພາກສ່ວນຕ່າງໆ ຈຳນວນພົນ 200 ກ່ວາສະຫາຍ ເຂົ້າມອດໄຟໄໝ້ລາມປ່າ ໂດຍໃຊ້ກຳລັງພົນ, ພາຫະນະທາງບົກ ແລະ ອາກາດ ໂດຍໄດ້ປະສານສົມທົບກອງບັນຊາການທະຫານອາກາດ ແລະ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ນຳໃຊ້ຍົນເຮລີຄອບເຕີ ME 17 ບິນເວີ່ນສຳຫລວດເບິ່ງຈຸດໄຟໄໝ້ ເພື່ອຈະໄດ້ນຳເອົາກຳລັງເຂົ້າໄປມອດ, ເຊິ່ງໄດ້ແບ່ງອອກເປັນ 2 ຈຸດ, ຈຸດທີ 1 ແມ່ນບ້ານແຈ້ງສະຫວ່າງ ລຽບຕາມສັນເຂື່ອນໄຟຟ້ານໍ້າງື່ມ1, ຈຸດທີ 2 ແມ່ນ ບ້ານຂ້າມຊ້າງ […]