2
ການລ້ຽງກຸ້ງກ້າມກາມ ໃນນໍ້າຈືດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 18 ເດືອນມັງກອນ, 2025

ກຸ້ງນ້ຳຈືດ ທີ່ມີຂະໜາດ   ໃຫຍ່ ມີລົດຊາດທີ່ດີ ແລະ ລາຄາແພງ ຈັດເປັນສັດນ້ຳທີ່ມີ ຄວາມສຳຄັນທາງດ້ານເສດຖະກິດຊະນິດໜຶ່ງ ສາມາດນຳປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍເຊັ່ນ: ປີ້ງ, ຕົ້ມຍໍາ, ຕຳ, ທອດ, ອົບ ແລະ ອື່ນໆ, ຊຶ່ງໃນປັດຈຸບັນກຸ້ງກ້າມກາມເປັນທີ່ຕ້ອງການຂອງຕະຫຼາດໂດຍສະເພາະໃນ ສປປ ລາວ ແມ່ນຍັງບໍ່ທັນມີການລ້ຽງເປັນຈຳນວນ ຫຼາຍຈຶ່ງເຮັດໃຫ້ມີການນຳເຂົ້າຈາກປະເທດໃກ້ຄຽງ.

ດັ່ງນັ້ນ, ຈຶ່ງໄດ້ມີການສ້າງຄູ່ມືແນະນໍາວິທີການລ້ຽງກຸ້ງສະບັບນີ້ເພື່ອເປັນບົດຮຽນ, ປະສົບການ, ການຮຽນຮູ້, ທັກສະ ແລະ ສ້າງຄວາມເຂົ້າໃຈວິທີການລ້ຽງກຸ້ງກ້າມກາມໃຫ້ແກ່ຜູ້ທີ່ມີຄວາມສົນໃຈເພື່ອເປັນແນວທາງ,ໃນການປະກອບອາຊີບ ແລະ ສ້າງລາຍຮັບ.

ກຸ້ງກ້າມກາມເປັນກຸ້ງນ້ຳຈືດຊະນິດໜຶ່ງ ທີ່ອາໄສ ຢູ່ຕາມແມ່ນ້ຳ, ລຳຄອງທົ່ວໆໄປ ແຕ່ຖ້າຮອດລະດູປະສົມພັນ ພໍ່ພັນ-ແມ່ພັນ ກຸ້ງຈະໄດ້ປະສົມພັນແຫຼ່ງນ້ຳທຳມະຊາດປະສົມລະຫວ່າງນ້ຳຈືດ+ນ້ຳເຄັມ ເພື່ອວາງໄຂ່ ແລະ ລ້ຽງຕົວອ່ອນ.

■ການເລືອກສະຖານທີ່: ຄວນເປັນສະຖານທີ່ຢູ່ໃກ້ເສັ້ນທາງ, ມີໄຟຟ້າ, ແຫ່ງນ້ຳທີ່ມີຄຸນນະພາບດີ, ສະອາດ ແລະ ມີນ້ຳໄຫຼຕະຫຼອດປີ ບໍ່ຄວນຢູ່ໃກ້ໂຮງງານອຸດສາຫະກຳ ແລະ ໃກ້ຊຸມຊົນຫຼາຍເກີນໄປຖ້າຈະຂຸດໜອງ ຄວນເລືອກບ່ອນທີ່ເປັນດິນໜຽວເພື່ອເກັບຮັກສານ້ຳໄດ້ດີ ເນື້ອດິນ ບໍ່ຄວນເປັນດິນສົ້ມຈະເຮັດໃຫ້ນໍ້າເປັນກົດບໍ່ເໝາະສຳລັບການຈະເລີນເຕີບໂຕຂອງກຸ້ງ.

■ຮູບແບບໜອງ: ສ່ວນຫຼາຍແມ່ນເປັນຮູບສີຫຼ່ຽມ ເພາະສະດວກໃນການຈັດການຂະໜາດໜອງປະມານ 25×25 ແມັດ, ເລິກ 1 ແມັດ ຖ້າໜອງເລິກເກີນໄປຈະເຮັດໃຫ້ກຸ້ງຂາດອອກຊີເຈນໄດ້ ແຕ່ຖ້າໜອງຕື້ນເກີນໄປ ຈະເຮັດໃຫ້ແດດສ່ອງເຖິງພື້ນໜອງ ແລະ ເຮັດໃຫ້ນ້ຳຮ້ອນຈົນເກີນໄປ.

■ການກະກຽມໜອງ: ສູບນ້ຳອອກຈາກໜອງກ່ອນເພື່ອຂ້າເຊື້ອ ແລະ ທຳລາຍສັດຕູຂອງກຸ້ງ ເຊັ່ນ: ປາຄໍ່, ກົບ, ຂຽດ, ປູ ໂດຍໃຊ້ປູນຂາວ ຫຼື ກາກຊາ ຫວ່ານເພື່ອບໍ່ໃຫ້ມີສັດຕູກຸ້ງ ໂດຍສະເພາະປູໂຕນ້ອຍໆ ຊຶ່ງເປັນໂຕສຳຄັນໃນການຍາດອາຫານຂອງກຸ້ງ, ການຫວ່ານປູນຂາວແມ່ນໃຊ້ອັດຕາ 60-100 ກິໂລ/ໄລ່, ຫຼັງຈາກນັ້ນຕາກໜອງໄວ້ປະມານ 1-2 ອາທິດ ເພື່ອໝັ້ນໃຈວ່າສັດຕູຂອງກຸ້ງບໍ່ມີແລ້ວຫຼັງຈາກນັ້ນ ຈຶ່ງປ່ອຍນ້ຳເຂົ້າປົກກະຕິ.

■ການກຽມ: ຫຼັງຈາກສູບນ້ຳເຂົ້າໜອງແລ້ວຄວນປະໄວ້ປະມານ 2-3 ມື້ ເພື່ອເປັນການປັບສະພາບນ້ຳ, ທໍ່ລະບາຍນ້ຳຄວນອັດດ້ວຍດ່າງສີຟ້າ ເພື່ອປ້ອງກັນສັດຕູກຸ້ງປົນມານຳນ້ຳ, ຫຼັງຈາກນັ້ນກໍ່ໃຊ້ປຸ໋ຍ ສູດ 15-15-15 ໃນອັດຕາ 3 ກິໂລ/ໄລ່ ແລະ ປາປົ່ນປະສົມສຳລະອຽດສັດສ່ວນ 1:1 ອັດຕາ 3 ກິໂລ/ໄລ່ ໂດຍລະລາຍນໍ້າ ແລ້ວຈຶ່ງຫວ່ານໃຫ້ທົ່ວໜອງເພື່ອໃຫ້ເກີດມີອາຫານທຳມະຊາດເຊັ່ນ: ໄຮນ້ຳພືດ ແລະ ໄຮນໍ້າສັດ ໂດຍສັງເກດຈາກການປ່ຽນສີຂອງນ້ຳ (ສີອອກເຫຼືອງ ຫຼື ນ້ຳຕານ)

■ການເລືອກແນວພັນ: ຄວນເລືອກກຸ້ງທີ່ມີລັກສະນະແຂງແຮງສົມບູນ ລຳໂຕໃສ, ຂະໜາດໃກ້ຄຽງກັນ, ເປັນລູກກຸ້ງທີ່ມີອາຍຸຢ່າງໜ້ອຍ 20 ມື້, ຄວນມີການປັບສະພາບໃຫ້ກຸ້ງ ຢູ່ໃນນໍ້າຈືດຢ່າງນ້ອຍ 3 ມື້ ກ່ອນຈະນຳເອົາມາລ້ຽງໃນໜອງ.

■ຄຸນນະພາບທີ່ເໝາະສົມ: PH ແມ່ນ 7-8, ອອກຊີເຈນລະລາຍໃນນໍ້ DO ແມ່ນ: ບໍ່ຄວນຫຼຸດ 4 ອຸນຫະພູມທີ່ເໝາະສົມແມ່ນ:25-32 ອົງສາ.

■ການເຄື່ອນຍ້າຍ: ເວລາທີ່ດີ ແລະ ເໝາະສົມໃນການເຄື່ອນຍ້າຍກຸ້ງແມ່ນຕອນເຊົ້າມືດ ຫຼື ຕອນກາງຄືນ, ຄວາມໜາແໜ້ນແມ່ນ ປະມານ 1.000 ຫຼື 2.000 ໂຕ/ຖົງ ຂຶ້ນຢູ່ກັບຂະໜາດຂອງກຸ້ງ ແລະ ເສັ້ນທາງການເຄື່ອນຍ້າຍ.

■ອັດຕາການປ່ອຍ: ອັດຕາການປ່ອຍຈະມີ 3 ແບບຄື: 1. ລະດັບຄວາມໜາແໜ້ນໜ້ອຍປະມານ: 20.000 – 24.000 ໂຕ/ໄລ; 2. ລະດັບ ຄວາມໜາແໜ້ນປານກາງປະມານ: 75.000 – 80.000 ໂຕ/ໄລ່; 3. ລະດັບຄວາມໜາ  ແໜ້ນ ຫຼາຍປະມານ 150.000 – 200.000 ໂຕ/ໄລ່ ທຸກລະດັບຈະຕ້ອງມີເຄື່ອງຕີນໍ້າປະມານ 3-4 ເຄື່ອງເພື່ອເພີ່ມອອກຊີເຈນ ແລະ ຊ່ວຍໃຫ້ກຸ້ງມີອັດຕາການລອດຕາຍສູງ.

■ອາຫານ ແລະ ການໃຫ້ອາຫານ: ຄວນເປັນອາຫານຊະນິດເມັດຈົມນ້ຳ, ມີໂປຣຕີນບໍ່ຕ່ຳກວ່າ 30 ສ່ວນຮ້ອຍ, ອາຫານຄວນຢູ່ໃນນ້ຳໄດ້ຢ່າງໜ້ອຍ 4 ຊົ່ວໂມງ, ເນື່ອງຈາກກຸ້ງຈະກິນອາຫານໂດຍການໃຊ້ກ້າມໜີບເອົາອາຫານຖ້າອາຫານລະລາຍນ້ຳໄວ ຈະເຮັດໃຫ້ກຸ້ງໄດ້ຮັບອາຫານບໍ່ເຕັມທີ່, ການໃຫ້ອາຫານຄວນໃຫ້ 3 ຄັ້ງ/ມື້ ໃນໄລຍະ 3 ເດືອນທຳອິດ, ຫຼັງຈາກນັ້ນ ຄວນໃຫ້ 2 ຄັ້ງ/ມື້, ໃນປະລິມານເໝາະສົມບໍ່ຄວນໃຫ້ຫຼາຍຈົນເກີນໄປເພາະຈະເຮັດໃຫ້ນໍ້າເໜົ່າເສຍໄດ້ງ່າຍ ອັດຕາການໃຫ້ອາຫານແມ່ນ ປະມານ 3-5 ສ່ວນຮ້ອຍ ຕໍ່ນໍ້າໜັກໂຕ (ວິທີກວດສອບການກິນອາຫານຂອງກຸ້ງແມ່ນໃຊ້ກະດຸ້ງແລ້ວວາງອາຫານໃສ່ເພື່ອສະດວກໃນການດວກເບິ່ງການກິນອາຫານຂອງກຸ້ງ)

■ການປ່ຽນຖ່າຍນໍ້າ: ການປ່ຽນຖ່າຍແມ່ນຂຶ້ນກັບອາຍຸ ແລະ ຂະໜາດຂອງກຸ້ງ, ຖ້າມີການປ່ຽນຖ່າຍນ້ຳຈະຊ່ວຍໃຫ້ກຸ້ງມີການຈະເລີນເຕີບໂຕໄດ້ດີ ກຸ້ງເປັນສັດນ້ຳທີ່ຈະເລີນເຕີບໂຕດ້ວຍການລອກຄາບສໍາລັບກຸ້ງ 1-2 ເດືອນທໍາອິດ ບໍ່ຈຳເປັນປ່ຽນຖ່າຍນ້ຳແຕ່ຄວນເຕີມນ້ຳທຸກອາທິດ ເມື່ອກຸ້ງອາຍຸຮອດ 2 ເດືອນຂຶ້ນໄປ ຄວນປ່ຽນຖ່າຍນໍ້າເດືອນ ລະ 2-4 ຄັ້ງ, ຄັ້ງລະປະມານ 1/3 ຂຶ້ນຢູ່ກັບສະພາບນ້ຳໃນໜອງ ແລະ ໄລຍະປ່ຽນນໍ້າໃໝ່ກຸ້ງຈະລອກຄາບ ແລະ ບໍ່ກິນອາຫານຫຼາຍ ສະນັ້ນຄວນຫຼຸດປະລິມານອາຫານລົງໃນໄລຍະປ່ຽນຖ່າຍນໍ້າໃໝ່.

■ໄລຍະເວລາ: ເມື່ອລ້ຽງກຸ້ງໄດ້ປະມານ 6 ເດືອນກໍ່ເລີ່ມຄັດຂະໜາດ ແລະ ຈັບກຸ້ງຂາຍໄດ້ ໂດຍຫຼຸດປະລິມານນ້ຳໃນໜອງລົງເຫຼືອ ປະມານ 50 ຊັງຕີແມັດ, ແລ້ວໃຊ້ອວນ ຂະໜາດ 4 ຊັງຕີແມັດເພື່ອໃຫ້ກຸ້ງຂະໜາດນ້ອຍຫຼຸດອອກ  ຈາກອວນ ເພື່ອບໍ່ໃຫ້ກຸ້ງໂຕນ້ອຍໄດ້ຮັບຜົນກະທົບ ການຈັບກຸ້ງແມ່ນຄວນຈັບຕອນເຊົ້າ ປະມານ 6-7 ໂມງ, ເພາະອາກາດບໍ່ຮ້ອນຫຼາຍເກີນໄປຈະເຮັດໃຫ້ກຸ້ງມີຄວາມສ່ຽງໃນການຕາຍໜ້ອຍລົງ ແລະ ມີຄວາມແຂງແຮງອີກດ້ວຍ.

ຂໍ້ມູນ: ກົມລ້ຽງສັດ ແລະ ການປະມົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
site cover (96)
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
site cover (94)
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ
site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
site cover (90)
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ
site cover (89)
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ
site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຢ່າລື່ມກົດຕິດຕາມ