2
ສະເໜີ 12 ມາດຕະການ ອໍານວຍຄວາມສະດວກທາງການຄ້າ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 23 January, 2025

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ໄດ້ຈັດກອງປະຊຸມວິສາມັນ ທົ່ວປະເທດ ວັນທີ 21 ມັງກອນ 2025 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຜ່ານ (ຮ່າງ) ຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ.

ໃນວາລະດໍາເນີນກອງປະຊຸມ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ, ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ນໍາສະເໜີຮ່າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ເຊິ່ງປະກອບມີ 12 ມາດຕະການ ແລະ 23 ແຜນງານ ແລະ ມີ 4 ເປົ້າໝາຍຫຼັກຄື: ເລັ່ງໃສ່ ຫຼຸດຜ່ອນເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງຂະແໜງ ການທີ່ກ່ຽວຂ້ອງ ໃຫ້ໄດ້ຢ່າງໜ້ອຍ 40%; ຫຼຸດຜ່ອນເວລາໃນການກວດປ່ອຍສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ດ່ານສາກົນ ໃຫ້ໄດ້ຢ່າງໜ້ອຍ 50%; ປັບປຸງດັດສະນີີຕົວຊີ້ວັດປະສິດທິພາບດ້ານໂລຊິດສະຕິກຂອງ ສປປ ລາວ ໃຫ້ບັນລຸຢ່າງ     ໜ້ອຍ 3.4 ຄະແນນ; ແລະ ຫຼຸດຜ່ອນຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຢູ່ພາຍໃນປະເທດ ໃຫ້ໄດ້ຢ່າງໜ້ອຍ 50%.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ ກ່າວວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ຊຶ່ງເປັນໜຶ່ງໃນວຽກຈຸດສຸມໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄວາມພະຍາຍາມໃນການຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະການຂົນສົ່ງ ພ້ອມທັງແກ້ໄຂບັນຫາຕ່າງໆທີ່ປິ່ນອ້ອມຂອງພາກທຸລະກິດ, ແລະ ເພື່ອສືບຕໍ່ປັບປຸງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍສະເພາະການແກ້ໄຂບັນຫາຂອງພາກທຸລະກິດໃນປະຈຸບັນ ແລະ ຕໍ່ໜ້າ  ຕ້ອງໄດ້ມີການກໍານົດແຜນງານ, ກິດຈະກໍາ, ງົບປະມານ ຫຼື ໂຄງການຄັກແນ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍ.

ກອງປະຊຸມໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບຮ່າງຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ໄດ້ເຫັນດີເປັນເອກະພາບສູງ ໃຫ້ມີການປັບປຸງຮ່າງຍູດທະສາດດັ່ງກ່າວເພີ່ມເຕີ່ມ ໂດຍໃຫ້ກອງເລຂາຮຽບຮຽງຄືນດ້ານໂຄງສ້າງ, ເນື້ອໃນ ແລະ ຄໍາສັບຕ່າງໆໃຫ້ສອດຄ່ອງກັບຫຼັກການ ແລ້ວນໍາສົ່ງໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນມີຄໍາເຫັນ. ຫຼັງຈາກນັ້ນ, ໃຫ້ສັງລວມລາຍງານທ່ານຫົວໜ້າ ຄອຄຂ.ສ ພິຈາລະນາ ກ່ອນສະເໜີເອົາເຂົ້າວາລະກອງປະຊຸມລັດຖະບານໃນເດືອນ ກຸມພາ 2025 ເພື່ອພິຈາລະຮັບຮອງ ໃນຂັ້ນຕອນຕໍ່ໄປ.

ກອງປະຊຸມໄດ້ ປິດລົງຂອງມື້ດຽວກັນ ດ້ວຍບັນຍາກາດອັນຟົດຟຶ້ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
ຢ່າລື່ມກົດຕິດຕາມ